ວ່າດ້ວຍ ບົດຄວາມ :
໒໙ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ເພດ” ມີ ເຄົ້າ ມາ ຈາກ ພາສາ ບາລີ ເວສະ[Vesa] ເເລະ ພາສາ ສັນສະກຣິດ ວ່າ ເວສ̣ະ[Veṣa] ທີ່ ຖືກ ເເຜງ ມາ ເປັນ ຄວາມລາວ “ເພສ” ຊຶ່ງ ຂຽນ ເປັນ ທາງການ ດ້ວຍ ຕົວກໍ້າ ຄື ຕົວສະກົດ ທ້າຍຄໍາ ຂອງ ເເມ່ທັງເເປດ “ເພດ” ເເລະ ທີ່ ເເປວ່າ ການນຸ່ງຖື ການເເຕ່ງກາຍ || ເວສ̣ະ[Veṣa] m. en. Robe / Dress ; vêtements / apparel ; déguisement / disguise ; apparence “ເເຕ່ງເພດ” ຫມາຍເຖິງ ການເສີມສວຍ ການໃສ່ ເຂົ້າເເປ້ງນໍາເເດງ ພ້ອມທັງ ການນຸ່ງຖື ຕ່າງໆ || apparence
“ກັບ ເພດ ເປັນ ຄົນ” ທີ່ ເປັນ ກິຣິຍາ ຫມາຍເຖິງ ການກັບ ມາ ໃຊ້ ໂສມຫນ້າ ເເບບໃຫມ່