ວ່າດ້ວຍ ບົດຄວາມ :
໑໒ ເດືອນ ກັນຍາ/septembre ຄສ. 2012 06:00, ໂດຍ ກັດຕຸ ຂຸນຫລວງ
ຂໍຂອບໃຈອາຈານຄໍາເເພວ ຫລາຍໆ
ເມື່ອໄດ້ອ່ານບົດຄວາມຂອງທ່ານເເຕ່ລະບົດເເລ້ວ ໂຕເອງກໍມີຄວາມຮູ້ສຶກ ສະອື້ນຕື້ນຕັນໃຈຫລາຍທີ່ສຸດ ທີ່ຍັງມີຄົນລາວ ຫ່ວງໃຍ ນໍາໂຊກຊາຕາກັມ ຂອງບ້ານເມືອງ ຈົນໄດ້ເສັຽສລະເວລາສ່ວນຕົວ ເພື່ອຜົນປໂຍດສ່ວນຮວມ ເຊິ່ງເປັນສິ່ງທີ່ຫາຄຸນຄ່າອັນໃດ ປຽບທຽບໄດ້ຍາກ ເນື່ອງໃນການເຜີຍເເຜ່ຫນັງສືນີ້ ຜູ້ຂ້າຂໍໂມທະນາ ຮ່ວມສິນກິນທານ ເພື່ອກຸສົນຜົນບຸນ ດ້ວຍການບອກເລົ່າໃຫ້ຝູງຊົນຄົນລາວທັງຫລາຍ ກັບມາສົນໃຈ ໃນພາສາລາວ ທີ່ທ່ານຂຽນນີ້ ເເລະ ຂໍໃຫ້ທ່ານເເລະຄອບຄົວຈົ່ງໄດ້ຮັບເເຕ່ ຄວາມສຸກຄວາມຈະເຣີນ ຕລອດກາລະນານດ້ວຍເຖີ້ນ ສາທຸ ສາທຸ ສາທຸ