ວ່າດ້ວຍ ບົດຄວາມ :
໑໑ ເດືອນ ກໍຣະກະດາ/ກໍຣະກົດ/juillet ຄສ. 2012 07:14, ໂດຍ ກັດຕຸ ກຸ່ມລາວຮັກຊາດ
ສະບາຍດີ ທ່ານ ຄໍາເເພວ ພູເພັຊຣລິນທອງ
ຂໍຍ້ອງນໍ້າໃຈອັນປະເສີດຂອງທ່ານ ທີ່ທ່ານໄດ້ເສັຽສລະເວລາຮັບໃຊ້ຜົນປໂຍດສ່ວນລວມ ຂອງຄົນລາວ ທຸກຖ້ວນຫນ້າ ຈະຫາຄົນລາວຜູ້ນຶ່ງ ກໍຍັງບໍ່ມີທີ່ເຮັດເເບບທ່ານ ຖ້າມີ ເພິ່ນກໍເຮັດໃນສິ່ງທີ່ມັນຍືນໄດ້ພຽງຊົ່ວຄາວເທົ່ານັ້ນ ເເຕ່ສິ່ງທີ່ທ່ານເຮັດຢູ່ນີ້ ເດັກນ້ອຍກໍໄດ້ປໂຍດ ພໍ່ເເມ່ຂອງເຂົາກໍໄດ້ປໂຍດ ຄົນໃນຄອບຄົວຂອງເຂົາກໍໄດ້ປໂຍດ ຄົນໃນຊາດກໍໄດ້ປໂຍດ ຄົນໃນໂລກກໍໄດ້ປໂຍດຖ້າເຂົາສົນໃຈຮຽນພາສາລາວ ປໂຍດອັນນີ້ເເມ່ນປໂຍດກວມໂລກ
ສະນັ້ນ ຜູ້ຂ້າພ້ອມດ້ວຍພັກພວກບາງຄົນທີ່ຢູ່ໃນ ເເລະ ນອກປະເທດ ຖືທ່ານເປັນຜູ້ສັກສິດຜູ້ນຶ່ງ ເເລະ ໄດ້ສາບານຕົວຮ່ວມກັນ ໂດຍເອົາຊີວິດເປັນເດີມພັນ (...)