ວ່າດ້ວຍ ບົດຄວາມ :
໓ ເດືອນ ພຶສພາ/mai ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຜາຣົບ
ການເເຕ່ງເພງ ກໍ ມີ ຢູ່ ດ້ວຍກັນ ຫລາຍເເບບ ເເຕ່ວ່າ ຂ້າພະເຈົ້າ ຈະ ບໍ່ ກ່າວ ເຖິງ ການເເຕ່ງເພງ ໂດຍ ສະເພາະເຈາະຈົງ ໃນ ບົດຄວາມ ບົດນີ້ ຊຶ່ງ ມັນ ເປັນ ພຽງເເຕ່ ວິທີ ຊອກຫາ ຖ້ອຍຄໍາ ອີກ ເເບບນຶ່ງ ເພື່ອ ໃຫ້ ມັນ ຖືກ ກັບ ທໍານອງ ຂອງ ເພງ ເຊັ່ນ ສຽງສູງ ສຽງກາງ ສຽງຕໍ່າ ເປັນຕົ້ນ
ສະນັ້ນ ຂ້າພະເຈົ້າ ຈຶ່ງ ໄດ້ເລືອກ ເອົາ ເນື້ອຄວາມ ເເຖວ ທີນຶ່ງ ຂອງ ເພງ “ໄທດໍາ ຣໍາພັນ” ມາ ເປັນ ກໍຣະນີ ການສຶກສາ ກ່ຽວກັບ ເຣື່ອງນີ້
ເຖິງຢ່າງໃດກໍດີ ການເເຕ່ງເພງ ກໍ ສລັບສັບຊ້ອນ ກັນໄປ ສເມີ ຣະຫວ່າງ ເນື້ອເພງ ເເລະ ທໍານອງ ຂອງ ມັນ ເເຕ່ ເຣື່ອງ ດັ່ງກ່າວ ຈະ ບໍ່ ຖືກ ກ່າວ ເ