ວ່າດ້ວຍ ບົດຄວາມ :
໒໙ ເດືອນ ເມສາ/avril ຄສ. 2012, ໂດຍ ກັດຕຸ ຫນູໃຜ່ ສີຣະປັນຍາ
ຄໍາອະທິບາຍ
ເອາະຫລາມ ມີ ກຳເນີດ ມາຈາກ ເຜົ່າ ຂະຫມຸ ຫລື ອີກ ຊື່ນຶ່ງ ເພິ່ນ ເອີ້ນວ່າ ເຜົ່າ ລາວເທິງ ຊຶ່ງ ເປັນ ທີ່ ນິຍົມ ເອີ້ນກັນ ໃນ ປັດຈຸບັນນີ້
ຄາວກ່ອນກີ້ ຫມໍ້ແກງ ທີ່ ເຮັດ ດ້ວຍ ດິນຫນຽວ ຫລື ດິນດາກ ຫລື ທີ່ ເຮັດ ດ້ວຍ ເຫລັກ ຂາງ ແລະ ອື່ນໆ ອາດ ຈະ ໄປ ບໍ່ ທົ່ວເຖິງກັນ ສະນັ້ນ ເມື່ອ ຊົນເຜົ່າ ຂະຫມຸ ຄົວກິນ ເຊັ່ນ ແກງ ຕົ້ມ ເອາະ ອ່ອມ ເປັນຕົ້ນ ເຂົາເຈົ້າ ມັກ ຈະ ໃຊ້ ບັ້ງໄມ້ໄຜ່ເປັນ ຫລື ບັ້ງໄມ້ໄຜ່ດິບ ຕາງ ຫມໍ້ແກງ ເເລະ ການ ທີ່ ເພິ່ນ ຮຽກ ເອາະຫລາມ ກໍ ຫມາຍເຖິງ ການເອົາ ເຄື່ອງ ທີ່ ເຮົາ ຈະ ເຮັດ ເອາະ ນັ້ນ ໃສ່ ໃນ ບັ້ງໄມ້ໄຜ່ ແລ້ວ ປິດ ປາກ ດ້ວຍ ວິທີໃດ