ວ່າດ້ວຍ ບົດຄວາມ :
໑໙ ເດືອນ ທັນວາ/décembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ວິທີ” ມີ ເຄົ້າ ຈາກ ພາສາ ບາລີ ວິທິ[Vidhi] m. ຊຶ່ງ ເປັນ ນາມ ເພດຊາຍ ຫລື ນາມ ປຸງລິງ ທີ່ ມີ ສຽງສັ້ນ ຫມົດ ທັງສອງ ພຍາງ ຊຶ່ງ “ວິທິ” ຖືກ ເເຜງ ເປັນ ຄໍາລາວ “ວິທີ” ນຶ່ງ ເເລະ ກໍ ຖືກ ເເຜງ ເປັນ ຄໍາລາວ “ພິທີ” ອີກ ນຶ່ງ ໂດຍ ເເຜງ ຕົວວໍ ເປັນ ຕົວພໍ ຄືດັ່ງ ເທວະ[deva] m. => ອ່ານວ່າ ເທວະ => ເເຜງ ເປັນ ເທພາ ເທພເຈົ້າ[ເທບ-ພະ-ເຈົ້າ] ປເວນີ[paveṇī] m. => ອ່ານວ່າ ປະເວນີ => ເເຜງ ເປັນ ປະເພນີ ວັນ̣ນ̣ນາ[vaṇṇanā] f. => ພັນນະນາ ( ການເຮັດ commentaire / comment ) ວັທ̣ທ̣ນ[vaḍḍhana] nt. => ວັທນາ => (...)