ວ່າດ້ວຍ ບົດຄວາມ :
໓ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ມື້” ເປັນ ຄໍາມູນ ເເຕ່ “ວັນ” ມາ ຈາກ ເຄົ້າ ສັນສະກຣິດ ວາຣະ ທີ່ ມີ ຄວາມຫມາຍ ອັນດຽວກັນ ກັບ ມື້ “ມະຫາ” ເເປວ່າ ຫລວງ ໃນ ພາສາ ລາວ ຊຶ່ງ ມີ ເຄົ້າ ອັນດຽວກັນ ກັບ ພາສາ ສັນສະກຣິດ ເເລະ ພາສາ ບາລີ “ສັກຣາດ”[ສັກ-ກະ-ຫລາດ] ສະກົດ ດ້ວຍ ຕົວກໍ ( ກ ) ເເລະ ພຍັນຊນະ ຕົວນີ້ ເປັນ ທັງ ຕົວສະກົດ ທັມມະດາ ເເລະ ເປັນ ທັງ ຕົວສະກົດ ພິເສດ ຊຶ່ງ ພຍາງ ຣາດ ຈະ ຕ້ອງ ອ່ານ ເປັນ ສຽງສູງ ຄື “ຫລາດ” ( ຄົນລາວ ໃນ ປັດຈຸບັນ ມັກ ອ່ານ ຫັນລີ້ນ ຄື “ຫຣາດ” ) ເຫມືອນ ກັບ ການອ່ານ ພຍັນຊນະ ຈູງ ສ່ວນ ເຄົ້າ ຂອງ ຄໍາປະສົມ ຄໍານີ້ ຂ້າພະ