ວ່າດ້ວຍ ບົດຄວາມ :
໒໔ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ກຸ່ມ ອັກຂຣະ ຫລື ກຸ່ມ ອັກສອນ || Ensembles des alphabets lao / Sets of the Lao alphabets
ຂ້າພະເຈົ້າ ໄດ້ ຈັດ ອັກຂຣະ ລາວ ຂ້າງລຸ່ມ ນີ້ ( ຣູປຕາ ໒ ) ເປັນ ກຸ່ມໃຜ ກຸ່ມລາວ ທັງນີ້ ກໍ ເພື່ອ ອໍານວຍ ຄວາມສະດວກ ໃນ ການລຽນ ລໍາດັບ ນຶ່ງ ເເລະ ເພື່ອ ເເຍກ ອັກຂຣະ ທັງຫມົດ ນີ້ ໃຫ້ ເຂົ້າ ກັບ ຫນ້າທີ່ ຂອງ ມັນ ນັ້ນເອງ ນຶ່ງ
ກຸ່ມ ໑ ຫມາຍເຖິງ ກຸ່ມ ພຍັນຊນະ[ພະ-ຍັນ-ຊະ-ນະ] ລາວ ທັງຫມົດ ຊາວເຈັດ ຕົວ ທີ່ ເພິ່ນ ໃຊ້ ເປັນ ທາງການ ຄື ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ
ກຸ່ມ ໒ ຫມາຍເຖິງ ກຸ່ມ ຂອງ ຈໍາພວກ ພຍັນຊນະ[ພະ-ຍັນ-ຊະ-ນະ] ເຟື້ອງ ສີ່ ຕົວ ຄື ຕົວຍໍ ເຟື້ອງ ( ◌ຽ ) ຕົວຫນໍ (...)