ວ່າດ້ວຍ ບົດຄວາມ :
໒໑ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຜາຣົບ || Introduction
ເນື່ອງຈາກ ຄົນລາວ ເມືອງນອກ ຕາຍຫລາຍ ໃນ ປັດຈຸບັນ ນີ້ ຍ້ອນ ສາຍເຫດ ທີ່ ລາງ ຄົນ ກໍ ໄດ້ ເມືອ ຢາມ ບ້ານເກີດ ເມືອງນອນ ຂອງ ຕົນ ຈຶ່ງ ໄດ້ ຖືກ ຢາເບື່ອ ເມື່ອ ກັບ ມາ ບໍ່ ພໍ ເທົ່າໃດ ກໍ ຕາຍ ໂລດ ອີກປະການນຶ່ງ ຄົນລາວ ສ່ວນຫລາຍ ທີ່ ໄດ້ ອົພຍົບ ຫລົບຫນີ ມາ ກໍ ໄດ້ ເກືອບ ໔໐ ປີ ເເລ້ວ ພວກເພິ່ນ ຈຶ່ງ ມີ ອາຍຸ ສັງຂານ ເຖົ້າເເກ່ ຫລາຍ
ຄົນລາວ ອົພຍົບ ລາງຄົນ ກໍ ໄດ້ ເອົາ ຄົນ ອື່ນ ມາ ເປັນ ພໍ່ ເປັນ ເເມ່ ຫລື ເປັນ ອ້າຍ ເປັນ ນ້ອງ ຍ້ອນ ບໍ່ ມີ ໃຜ ເເລະ ພໍ່ເເມ່ ລາງ ຄົນ ກໍ ຖືກ ຂ້າ ຕາຍ ຢູ່ ສູນສັມນາ ຈົນ ຫມົດ ເມື່ອ ຕົນ ເມືອ ຢາມ ອ້າຍ (...)