ວ່າດ້ວຍ ບົດຄວາມ :
໔ ເດືອນ ຕຸລາ/octobre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ທາຕຸສາດ || Etymologie / Etymology
“ການຜັນສຽງ” ເປັນ ນາມວະລີ
“ຜັນ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຈໍາພວກ ຄໍາ ທີ່ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ດັ້ງ ເເຕ່ເດີມ ນັ້ນເອງ ເເລະ ຄໍານີ້ ຄົນລາວ ມັກ ໃຊ້ ໃນ ການປາກເວົ້າ ເຊັ່ນ ຜັນຜ້າເເພ ຜັນນໍ້າ ເເລະ ຜັນເເປ ເປັນຕົ້ນ ສ່ວນ ຄໍາ ຜັນສຽງ ນີ້ ນ້ອຍຫນັກນ້ອຍຫນາ ຈຶ່ງ ເຫັນ ຄົນລາວ ໃຊ້ກັນ ຍ້ອນ ສາຍເຫດ ທີ່ ວ່າ ຄົນລາວ ເອງ ບໍ່ ຄ່ອຍ ສົນໃຈ ຮຽນ ພາສາ ລາວ ຂອງ ຕົນເອງ ຖ້າ ການເວົ້າ ພາສາ ລາວ ຄົງ ມີ ຢູ່ ໃນ ປັດຈຸບັນ ກໍ ເປັນ ພຽງເເຕ່ ການເເປ ຈາກ ພາສາ ອື່ນ ເຊັ່ນ ພາສາ ຝຣັ່ງ ເເລະ ພາສາ ອັງກິດ ເປັນ ສ່ວນໃຫຍ່ ເທົ່ານັ້ນເອງ
ການຜັນສຽງ ໂດຍ (...)