ວ່າດ້ວຍ ບົດຄວາມ :
໒໘ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ຜາຣົບ || Introduction
ການຂຽນ ຫລື “ການສະກົດ” ຫນັງສື ເເບບ ຂ້າງລຸ່ມນີ້ ບໍ່ ໄດ້ຫມາຍເຖິງ “ການຕີ ມ້າຕາຍ ໃຫ້ລຸກເເລ່ນ” ເເຕ່ ເປັນ ການ ທີ່ ເຮົາ ຄວນ ເຂົ້າໃຈ ຊຶ່ງ ຫລັກ ອັນ ສໍາຄັນ ທາງ ດ້ານ ໄວຍາກອນ ເມື່ອ ເຮົາ ເຂົ້າໃຈ ຫລັກ ດັ່ງກ່າວນີ້ ດີ ເຮົາ ຈະ ຮູ້ ຄວາມເປັນມາ ຂອງ ພຍັນຊນະ ປະເພດ ດັ່ງກ່າວ ພ້ອມທັງ ສາມາດ ຂຽນ ຕາມໃຈ ໄດ້ ເເລະ ການຂຽນ ຕາມ ຄໍາສັ່ງ ຂອງ ທ່ານ ພູມີ ວົງວິຈິດ ກໍ ຈະ ບໍ່ ຕັ້ງ ເປັນ ບັນຫາ ອັນໃດ ໃຫ້ ເເກ່ ນັກຮຽນ ເເລະ ນັກຂຽນ ພາສາ ລາວ ປະການໃດ ທັງສິ້ນ ເເຕ່ຫາກວ່າ ຖ້າ ເຮົາ ບໍ່ ຮູ້ ເເລະ ບໍ່ ເຂົ້າໃຈ ຫລັກ ອັນໃດ ມັນ ຈະ ເເມ່ນ ສິ່ງນັ້ນ ເເລ ພາໃຫ້ ເຮົາ ເປັນ