ວ່າດ້ວຍ ບົດຄວາມ :
໑໘ ເດືອນ ກັນຍາ/septembre ຄສ. 2011 08:33
ຫລວງພຣະບາງ ເວົ້າວ່າ ຫຳໂປງ ບໍ່ແມ່ນ ຫຳໂປ 1/ ຄວາມຫມາຍ ໂປ ຈະມີລັກຊນະ ຈະນ້ອຍກ່ວາ ໂປງ ຕົວຢ່າງ ຕາໂປ . ຫົວໂນ ຫລື ຫມາກປູມໂປງ. ເພາະລັກຊນະ ຄົນທີ່ເປັນຫຳໂປງນີ້ ຈະເປັນຫນ່ວຍໃຫຍ່. 2/ ແຄະ ອາດຈະບໍ່ຫມາຍຄວາມວ່າ Allergique ຫລືຢາກເວົ້າວ່າແພ້ຢາ. ແຄະຢາ ອາດຈະມີຄວາມຫມາຍວ່າ ບໍ່ມັກ ຫລາຍກ່ວາ. 3/ ມົວ ກັບມົ້ວ ມີຄວາມຫມາຍຕ່າງກັນຢ່າງສີ້ນເຊີງ, ມົວ ແປວ່າ ເບີ່ງບໍ່ເຫັນດີ ຕົວຢ່າງ ຕາມົວ ຫລຶ ກະຈົກມົວ. ມົ້ວ ແປວ່າ ສັບສົນຄົນເລກັນ ຕົວຢ່າງ ມົ້ວສຸມກັນ ດັ່ງນີ້ເປັນຕົ້ນ. 4/ ຫລວງພຣະບາງວ່າ ຍ່ຽວຢອດ ບໍ່ແມ່ນ ຍ່ຽວ ຢັດ. ຄຳວ່າ ຢອດ! ຈະຕ້ອງສຽງໃຫ້ສັ້ນໆ ,ອາດຈະມີຄວາມຫມາຍມາຈາກ ຢ້ອດ ນັ້ນເອງ. 5/ ຫລວງພຣະບາງ ວ່າ ຂາຄົ້ນ ບໍ່ແມ່ນ ຂາຂົ່ນ. (...)