ວ່າດ້ວຍ ບົດຄວາມ :
໙ ເດືອນ ກັນຍາ/septembre ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ພຍັນຊນະ ຄວບ [ພະ-ຍັນ-ຊະ-ນະ] [ຄວບ] ນາມວະລີ. [ນາມ-ມະ-ວະ-ລີ]
ທາຕຸສາດ || Etymologie / Etymology
ເບິ່ງ ບົດຄວາມ ກ່ຽວກັບ ພຍັນຊນະ ຢູ່ ເເຫ່ງນີ້
“ຄວບ” ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາລາວ ເເທ້ ເເລະ ຄໍາ ທີ່ ເປັນ ມູນ ມໍຣະດົກ ຂອງ ລາວ ມາ ເເຕ່ ດັ້ງເດີມ ນັ້ນເອງ ນອກຈາກນີ້ ຕົວຕົ້ນ ຫລື ພຍັນຊນະ ຕົ້ນພຍາງ ບັນຈຸ ຢູ່ ໃນ ຫມວດສາມ ເເລະ ສະກົດ ດ້ວຍ ຕົວບໍ ( ບ ) ພ້ອມທັງ ປະກອບ ດ້ວຍ “ອັດທະສຣະ” ຕົວວໍ ( ວ ) ເເຕ່ຫາກວ່າ ຫມວດສາມ ມີ ສອງຫມຸນ ຫລື ສອງຈຸ ຄື ຈຸ ທີ່ ມີ ຄູ່ ເເລະ ຈຸ ທີ່ ບໍ່ ມີ ຄູ່ ນໍາຫມູ່ ເເລະ ຈຸ ທ້າຍນີ້ ເປັນ ຈຸ ຂອງ ພຍັນຊນະຄໍ ( ເບິ່ງ ຣູປຕາ ໕ ໖ ໗ ໘ ໙ ໑໐ )
ໂຄງຮ່າງ ຂອງ ພຍາງ ຣູປ