ວ່າດ້ວຍ ບົດຄວາມ :
໒໑ ເດືອນ ສິງຫາ/août ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
ວິທີ ຫນຶ້ງເຂົ້າ ປາສຈາກ ການຫມ່າ
ທາຕຸສາດ || Etymologie / Etymology
“ຫນຶ້ງ” ເປັນ ຄໍາກິຣິຍາ ພ້ອມທັງ ເປັນ ຄໍາມູນ ອີກດ້ວຍ ຊຶ່ງ ຄໍາມູນ ຫມາຍເຖິງ ຄໍາ ທີ່ ເປັນ ພາສາ ລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ນັ້ນເອງ
“ຫນຶ້ງ” ເປັນ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ປະສົມ ຕົວຫນໍ ( ຫນ ) ຊຶ່ງ ເປັນ ພຍັນຊນະ ຫນ້າພຍາງ ຫລື ຕົວຫນ້າ ເເລະ ສະກົດ ດ້ວຍ ຕົວງໍ ( ງ ) ຊຶ່ງ ເປັນ ພຍັນຊນະ ທ້າຍພຍາງ ຫລື ຕົວທ້າຍ
ຖ້າ ເຮົາ ຮຽກ “ຕົວກໍ້າ” ຊຶ່ງ ເປັນ ຄໍາມູນ ຈະ ເຫມາະສົມດີ ເເລະ ເເນ່ນອນ ກວ່າ “ຕົວທ້າຍ” ເເລະ ຕົວກໍ້າ ກໍ ຫມາຍເຖິງ ພຍັນຊນະ ຕົວ ທີ່ ຢູ່ ກໍ້າທ້າຍ ຂອງ ພຍາງ ຫລື ຕົວສະກົດ ນັ້ນເອງ ເເລະ ພຍາ