ວ່າດ້ວຍ ບົດຄວາມ :
໑໖ ເດືອນ ທັນວາ/décembre ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ
ນະວານິຍາຍສັ້ນ ( ຫນ້າ ໓ )
ຈ. ການພັກເຊົາ ກິນເຂົ້າງາຍ ຢາ ກິນເຂົ້າເເຊບ
ສະຫາຍເກີ ທັງສາມ ຫາປາ ຢູ່ບ່ອນຫັ້ນ ເກືອບຮອດທ່ຽງ ເເລະ ໄດ້ປາ ພໍ ສົມມາ ພາຄວນ ພວກເຂົາ ໄດ້ ທັງໂຕໃຫຍ່ ເເລະ ໂຕຂນາດກາງ ສ່ວນວ່າ ໂຕຍັງນ້ອຍ ພວກເຂົາ ກໍປ່ອຍມັນ ລົງນໍ້າຄືນ ເພື່ອ ໃຫ້ມັນ ໄດ້ກັບໄປເເຜ່ ເຊື້ອເເນວເເຖວພັນ ຂອງມັນ ຕໍ່ໄປ
ສຸກໃຈ: ໄດ້ປາ ພໍ ສົມຄວນ ເເດ່ເເລ້ວ ພາກັນ ຢຸດ ກິນເຂົ້າງາຍກັນເທາະ
ໄພວັນ: ກໍດີ ຄືກັນ ເຮົາເອງ ກະຫິວ ເເດ່ເເລ້ວ ເພາະວ່າ ມື້ເຊົ້ານີ້ ກໍລຸກ ປັ້ນເຂົ້າ ເເຕ່ ເຊົ້າເເດ່
ຫານໄຊ: ເອີ! ດົນໆ ມາພາກັນ ກິນເຂົ້າງາຍ ຖືກ ເວລົມ ເວລາ ເເດ່ກໍດີ ເພາ