ວ່າດ້ວຍ ບົດຄວາມ :
໑໙ ເດືອນ ເມສາ/avril ຄສ. 2014 07:32, ໂດຍ ກັດຕຸ ລາວສະມູໄຣ
ສະບາຍດີ ຂ້າພະເຈົ້າຮູ້ສຶກຂອບໃຈຢ່າງຍິ່ງທີ່ທ່ານອົດສາສ້າງເປັນແບບແຜນ ອັນເປັນສິ່ງກະຕຸ້ນເຕືອນໃຫ້ໄດ້ຂໍ້ຄິດໃນແງ່ກ້ວາງຂຶ້ນ, ເຖິງແມ່ນວ່າ ບໍ່ຮູ່ວ່າທ່ານຂຽນຂຶ້ນມາແຕ່ຍາມໃດ ແລະຕອນນີ້ການສະແດງທັດສະ- ນະຂອງທ່ານກ່ຽວເລື່ອງນີ້ກ້າວໄປຮອດໃສແລ້ວກໍຕາມ ແຕ່ຫວັງວ່າ ທ່ານຄົງຈະສືບຕໍ່ງານນີ້ ເພາະຂ້າພະເຈົ້າເຫັນວ່າໃນສະໄໝນີ້ ຫາຄົນຮູ້ ແລະຄົນໃສ່ໃຈທີ່ຈະຄິດອະນຸລັກແລະນໍາພາສາລາວມາພັດທະນາແລະ ປະຫຍຸກນໍາໃຊ້ໃຫ້ເປັນເອກະພາບແລະທັນສະໄໝນັ້ນມີໜ້ອຍເຫຼືອເກີນ.
ສໍາຫຼັບຄໍາຄິດເຫັນແລະສິ່ງຕໍ່ເຕີມ ເພິ່ມຫຼືແປງໃນບົດທີ່ທ່ານຂຽນມານັ້ນ ບໍ່ມີ ເພາະເຫັນວ່າດີທີ່ສຸດແລ້ວເທົ່າທີ່ເຫັນຜ່ານມາຫຼາຍບ່ອນ.
ດ້ວຍຄວາມນັບຖ