ວ່າດ້ວຍ ບົດຄວາມ :
໕ ເດືອນ ພຶສຈິກາ/ພະຈິກ/novembre ຄສ. 2010, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ
[ຜັກກູລາ] ນາມ. ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍານາມ “ຜັກ” ທີ່ ມີ ສຽງສັ້ນ ເເລະ ວິສາມັນນາມ “ກູລາ” ທີ່ ມີ ສຽງຍາວ ຫມົດ ທັງ ສອງ ພຍາງ ຊຶ່ງ “ຜັກ” ຈະ ກາຍມາ ເປັນ ພຍາງຕົ້ນ ຂອງ ນາມ ທີ່ ເປັນ ຊື່ ຂອງ ຜັກ ດັ່ງ
ຜັກຫອມຫນາມ => ຫອມຫນາມ ເປັນ ຊື່ ຂອງ ຜັກ ເຊັ່ນດຽວ ກັບ ກູລາ (ຊື່ ຈະ ຕ້ອງ ຕົກ ຢູ່ ໃນ ກໍຣະນີ ຂອງ ວິສາມັນນາມ ສເມີ ເເຕ່ ໃນ ກໍຣະນີ ນີ້ “ຫອມນາມ” ເປັນ ສາມັນນາມ ຊຶ່ງ ຫມາຍຄວາມວ່າ ສາມັນນາມ ກາຍມາ ເປັນ ວິສາມັນນາມ ຫລື ຖືກ ໃຊ້ ເປັນ ວິສາມັນນາມ ນັ້ນເອງ)
ຜັກຫອມຈີນ ຍ້ອນ ຄົນລາວຊາວໄທ ເເຫ່ງ ເມືອງຈີນ
ຜັກຫອມເມືອງຂືນ (ໄທ ເເຫ່ງ ເມືອງຈີນ ເເລະ ໑໒ ພັນນາ => ໄທ = (...)