ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ຫນັງສື ທັມ > ຫນັງສື ຂອງ ພວກ ມະຫາ ກັບ ຫນັງສື ທັມ

ຫນັງສື ຂອງ ພວກ ມະຫາ ກັບ ຫນັງສື ທັມ

ວັນພະຫັດ ທີ ໓໐ ເດືອນ ມິຖຸນາ/juin  ຄສ. 2016, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

໑- ທາຕຸສາດ || Etymologie / Etymology

  • ຫນັງສື - ຄາວ ກ່ອນ ເພິ່ນ ຂຽນ ຫນັງສື ປາສຈາກ ວັນນະຍຸດ (ຂຽນ ສື ເເຕ່ ອ່ານ ສື ອ່ານ ສື່ ອ່ານ ສື້ ໄດ້ ທັງນັ້ນ ເເລ) ເເລະ ກໍ ຂຽນ ປຶ້ມ ຂຽນ ຕໍານານ ຕ່າງ ໆ ໃສ່ ຫນັງ ຊຶ່ງ ພາສາ ຝຣັ່ງ ວ່າ "parchemin" ສ່ວນ ຄໍາ ສື ນັ້ນ ຂ້າພະເຈົ້າ ບໍ່ ຮູ້ຈັກ ຄວາມຫມາຍ ຂອງ ມັນ ດ້ວຍ ຄວາມເເນ່ນອນ ມີ ເເຕ່ ຮູ້ຈັກ ຄໍາ ກະສື ທີ່ ຫມາຍເຖິງ ຜີ ເເນວ ນຶ່ງ ອີກ ທີ່ ຫາ ກິນ ເເຕ່ ເລືອດ ຢ່າງ ດຽວ ເເລະ ມັນ ກໍ ບໍ່ ເລືອກ ຍາມ ກິນ ເຫມືອນ ກັບ ຜີ (Vampire) ທີ່ ຫາ ກິນ ເລືອດ ເເຕ່ ຍາມ ກາງຄືນ ອັນ ຫມາຍຄວາມວ່າ ກະສື ຂອງ ລາວ ນີ້ ເກັ່ງ ກວ່າ ຜີ Vampire ຂອງ ຊາວ ຕາເວັນຕົກ ຫລາຍ ເທົ່າ ອີກຢ່າງນຶ່ງ ມັນ ກໍ ບໍ່ ຢ້ານ ບໍ່ ກົວ ເເສງເເດດ ຢ່າງໃດ ເລີຍ

ນອກຈາກນີ້ ຄົນລາວ ເເຖບ ຫົນ ໃຕ້ (ເເຕ່ ວຽງຈັນ ລົງ ໄປ) ກໍ ໃຊ້ ຄໍາ ຫນັງ ຕາງ ຄໍາ ພາພຍົນ[ພາບ-ພະ-ຍົນ] ຫລື ຄໍາ ຮູບເງົາ (ໂຮງຫນັງ = cinéma /ເບິ່ງ ຫນັງ = ເບິ່ງ ພາພຍົນ ຫລື ເບິ່ງ ຮູບເງົາ)

ຄາວ ຍັງ ນ້ອຍ ໄທ ປາກເຊ ພາ ກັນ ເບິ່ງ ຫນັງ ປລັດຕື້[ປະຫລັດ ຕື້] ຊຶ່ງ ຕົວລະຄອນ ໃນ ຫນັງ ດັ່ງກ່າວ ນີ້ ເຮັດ ດ້ວຍ ຫນັງ ທັງນັ້ນ ທີ່ ເພິ່ນ ກາງ ຜ້າ ໄວ້ ເເລ້ວ ຈຶ່ງ ໄຕ້ ຕະກຽງ ມັງຊົງ ຫລື ໄຕ້ ໂຄມໄຟ ຖ່ານຫີນ ຂຶ້ນ ເພື່ອ ເຮັດ ໃຫ້ ເຮົາ ເເນມ ເຫັນ ເປັນ ຮູບ ເປັນ ເງົາ ຕ່າງ ໆ ທັງ ເປັນ ສີ ອອກ ມາ ຂອງ ຕົວລະຄອນ ຕ່າງ ໆ ນັ້ນ ເເລະ ເພິ່ນ ກໍ ພາກ ອອກ ມາ ເປັນ ການຕລົກ[ຕະຫລົກ] ເຫຫາ ກັນ ຕລອດ[ຕະຫລອດ] ຄືນ ໄປ ເລີຍ (ປະກົດ ວ່າ ເຫັນ ມີ ຢູ່ ເເຕ່ ປາກເຊ ກັບ ຈັມປາສັກ ຄາວ ນັ້ນ)

ນອກຈາກ ຄໍາ ສື ເເລ້ວ ກໍ ຍັງ ມີ ຄໍາ ສື່ ທີ່ ເເປ ເປັນ ຄວາມຝຣັ່ງອັງກິດ ວ່າ INFORMATION ດັ່ງ ສື່ສານ ນັ້ນ ເເລ ເເຕ່ ຄໍາ ສານ ມາ ຈາກ ຄໍາ ບາລີ ສາຣະ (ສາຣ) ສ່ວນ ຄໍາ ສື່ ນີ້ ເປັນ ຄໍາລາວ ລ້ວນ ໆ

  • ທັມ ຖືກ ເເຜງ ມາ ຈາກ ຄໍາ ບາລີ ທມມ[ທັມມະ /dhamma] ເມື່ອ ເພິ່ນ ຕັດ ຕົວສະກົດ ອອກ ມັນ ກໍ ຍັງ ເຫລືອ ພຽງ ຕົວມໍ ຕົວ ດຽວ ເປັນ ທັມ ເເຕ່ ຢ່າ ໄປ ເຂົ້າໃຈ ຜິດ ກັບ ການສະກົດ ຂອງ ໄທຍ ເພາະ ເຂົາ ໃຊ້ ຄໍາ ສັນສະກຣິດ ທຣມ[ທຣຣມະ /dharma]

໒- ນໍ້າສຽງ || Ton / Tone

  • ຫນັງ ມີ ສຽງສັ້ນ ກັບ ສຽງ ຫອງ
  • ສື ມີ ສຽງຍາວ ກັບ ສຽງຫອງ
  • ສື່ ມີ ສຽງຍາວ ກັບ ສຽງກາງ (ຄໍາ ທີ່ ປະກອບ ດ້ວຍ ໄມ້ເອກ ທຸກ ໆ ຄໍາ ມີ ສຽງກາງ) ຄັນ ບໍ່ ເຊື່ອ ເເລ້ວ ຂ້າພະເຈົ້າ ຂໍ ຖາມ ທ່ານ ເເບບ ນີ້ ສາ
    • ຄໍາ ກາ ມີ ສຽງ ຫຍັງ ?
    • ຄໍາ ຂາ ມີ ສຽງ ຫຍັງ ?
    • ຄໍາ ຄາ ມີ ສຽງ ຫຍັງ ?
      • ບັດນີ້ ເປັນຫຍັງ ຄໍາ ກ່າ ນຶ່ງ ຄໍາ ຂ່າ ນຶ່ງ ເເລະ ຄໍາ ຄ່າ ອີກ ນຶ່ງ ຈຶ່ງ ມີ ນໍ້າສຽງ ອັນ ດຽວ ກັນ (même ton, same tone) ກະ ຍ້ອນວ່າ ນໍ້າສຽງ ຂອງ ມັນ ຫຍັບ ມາ ຕັ້ງ ຢູ່ ເຄິ່ງກາງ ຫມູ່ ຫັ້ນ ຕວ໋າ
  • ທັມ ມີ ນໍ້າສຽງ ສູງ ຢ່ອນ ຄື ສູງ ດັກ ລົງ
    • fr. Ton haut descendant = ເເປ ວ່າ ສຽງສູງ ຕົກ ຫລື ສຽງສູງ ຢ່ອນ ໄດ້ ຄັນ ເວົ້າ ວ່າ ສຽງສູງ ລົງ ຫລື ສຽງ ສູງ ລົງ ຕ້ອງ ຜິດ ກັບ ການປາກເວົ້າ ພາສາ ລາວ ພາສາ ໄທຍ ເເນ່ນອນ ເເຕ່ ຈະ ເວົ້າ ວ່າ ສຽງ ສູງ ຂຶ້ນ ນີ້ ບໍ່ ຜິດ ເພາະ ດ້ວຍເຫດໃດ ? ເພາະ ຄໍາ ສູງ ເປັນ ຄຸນນາມ ທີ່ ເຮົາ ໃຊ້ ຕາງ ກິຣິຍາ ໄດ້ (ບ້ານ ໂຕ ງາມ ດີ ຊຶ່ງ ຄໍາ ງາມ ເປັນ ຄຸນນາມ | adjectif/ve = fr. verbe d’état)
      • ເວົ້າ ສຽງ ຕໍ່າ ລົງ ໄດ້ ເເທ້ ເເລ

໓- ສະນາມ || Synonyme / Synonymous

  • ປຶ້ມ ຫລື ພັບ : ຫນັງສື ຫມາຍເຖິງ ຄໍາເວົ້າ ຕ່າງ ໆ ທີ່ ຖືກ ຂຽນ ເປັນ ລາຍລັກອັກສອນ ຄື ດ້ວຍ ອັກຂຣະ[ອັກຂະຫຣະ] ນັ້ນເອງ
  • ຕົວຫນັງສື ຫມາຍເຖິງ ຕົວພຍັນຊນະ[ພະຍັນຊະນະ] ນັ້ນເອງ ບາງທີ ກໍ ຫມາຍເຖິງ ທັງ ສຣະ ເພີ່ມເຕີມ
  • ຫນັງສື ຜູກ ຫມາຍເຖິງ ບົດຄວາມ ຫລື ພື້ນ ຕ່າງ ໆ ທີ່ ເພິ່ນ ຂຽນ ເປັນ ຕໍານານ ໃສ່ ໃບລານ ເເຕ່ ລະ ໃບ ປະ ໄວ້ ຫລັງຈາກ ເພິ່ນ ຂຽນ ພື້ນ ເສັດ ເເລ້ວ ເພິ່ນ ກໍ ເອົາ ໃບລານ ຕ່າງ ໆ ເຫລົ່ານັ້ນ ມາ ຜູກ ຕິດ ກັນ ໄວ້ ເພື່ອ ບໍ່ ໃຫ້ ມັນ ປິວ ອອກ ຈາກ ກັນ ຫລື ເພື່ອ ໃຫ້ ມັນ ເປັນ ຫົວໃຜ ຫົວມັນ ທີ່ ຮຽກ ຜູກ
  • ຈົດຫມາຍ : ຂຽນ/ສົ່ງ ຫນັງສື ຫມາຍຄວາມວ່າ ຂຽນ/ສົ່ງ ຈົດຫມາຍ
  • ຮຽນ ຫນັງສື : ຮໍ່າຮຽນ ສິ່ງໃດ ສິ່ງນຶ່ງ ເພື່ອ ໃຫ້ ຮູ້ຈັກ ເເລະ ເຂົ້າໃຈ
  • ຄວາມຈິງ ກົດຣະບຽບ : ທັມມະ ເເປ ວ່າ ຄວາມຈິງ (fr. vérité) ດັ່ງ ທັມມະດາ ຄື ເເຫ່ງ ຄວາມຈິງ ຫລື ທັມມະຊາດ ຄື ສິ່ງ ທີ່ ເກີດ ຕາມ ຄວາມຈິງ ຫລື ທີ່ ເກີດ ເປັນ ຈິງ ຂຶ້ນ ມາ

໔- ຄວາມຫມາຍ || Définition / Definition
ທັມມະ ເເປ ວ່າ ຄວາມຈິງ ເມື່ອ ເປັນ ຄວາມຈິງ ເເລ້ວ ຄົນ ທັງຫລາຍ ຈິ່ງ ນໍາ ມາ ບັນຍັດ ເປັນ ກົດຣະບຽບວິນັຍ ເເລະ ກົດຫມາຍ ດັ່ງ “ຢູ່ ໃນ ສິນ ກິນ ໃນ ທັມ” ທີ່ ເເປ ວ່າ ໃຫ້ ມີ ຄວາມນັບຖື ເເລະ ໃຫ້ ຖື ຄວາມຈິງ ເປັນ ຫລັກ ດັ່ງນີ້ ເປັນຕົ້ນ (ບໍ່ ເເມ່ນ ວ່າ ມື ຖື ສາກ ປາກ ຖື ສິນ)

ສະນັ້ນ ເພິ່ນ ຈິ່ງ ກ່າວ ຢູ່ ເລື້ອຍ ໆ ວ່າ ພຣະທັມ ຄື ຄໍາສອນ ຂອງ ພຣະພຸທເຈົ້າ ເນື່ອງຈາກວ່າ ເພິ່ນ ເອົາ ຄວາມຈິງ ມາ ເວົ້າ ມາ ກ່າວ ເເລະ ກໍ ບໍ່ ເເມ່ນ ຄໍາສັ່ງສອນ ອີກດ້ວຍ ເພາະ ເພິ່ນ ບໍ່ ເຄີຍ ບົ່ງການ ຫຍັງ ທັງ ບໍ່ ເຄີຍ ສັ່ງການ ໃຜ ຈັກ ເທື່ອ (ຄັນ ທ່ານ ສົນໃຈ ດ້ານ ນີ້ ໃຫ້ ທ່ານ ໄປ ຮຽນຮູ້ ເອົາ ເອງ)

໕- ຜາຣົບ || Introduction
ຕາມ ປົກຕິ[ປົກ-ກະ-ຕິ /ປົກະຕິ] ເເລ້ວ ເບົ້າ ຫລື ຕາ ສີລາຍ ໆ ຕາມ ເເຜງ ທັງ ສາມ ນັ້ນ ບໍ່ ເດີນ ເເຕ່ ຂ້າພະເຈົ້າ ເອົາ ເບົ້າ ເຫລົ່ານີ້ ມາ ໃຊ້ ໃຫ້ ເປັນ ປໂຍດ ເເກ່ ສັງຄົມ ລາວ ເເລະ ກ່ອນ ມັນ ຈະ ເປັນ ປໂຍດ ໃຫ້ ເເກ່ ທຸກ ຄົນ ໄດ້ ກໍ ຕໍ່ ໃນ ເມື່ອ ວ່າ ນັກເເຕ້ມ ເເມ່ພິມ ລາວ ຢູນິກົດ ທັງຫລາຍ ຈັດ ອັກຂຣະ ທັມ ທັງຫມົດ ນີ້ ເຂົ້າ ໃສ່ ຕາ ທີ່ ມີ ກົດ ຫລື ມີ ເລກ ປະຈໍາຕົວ ເລກ ດຽວ ກັນ ຫມົດ (ຈັດ ເເບບ ດຽວ ກັນ) ຫລັງຈາກນັ້ນ ກໍ ໃຫ້ ພຍາຍາມ ສຶກສາ KERNING ເພື່ອ ບໍ່ ໃຫ້ ຕົວຫນັງສື ໂຄມ ກັນ

ເມື່ອ ເຮົາ ຂາດ ເລກ ປະຈໍາຕົວ ສໍາລັບ ຕົວທັມ ຂອງ ລາວ ເເລ້ວ ຂ້າພະເຈົ້າ ເລີຍ ຄິດ ຊອກຫາ ວິທີ ຈັດ ຕົວທັມ ເຂົ້າ ໃສ່ ເບົ້າ (glyphes) ຫນັງສື ລາວ ສມັຍ[ສະ-ໄຫມ] ທີ່ ທາງ ອົງການ ຢູນິກົດ[Unicode] ອອກ ເປັນ ທາງການ ໃຫ້ ເເລ້ວ ນັ້ນ (ເເຜງ ໑) ເພື່ອ ໃຫ້ ຄົນລາວ ຂຽນ ຕົວທັມ ທຸກ ຕົວ ໄດ້ ດ້ວຍ ຄັອມພິວເຕີ ຕ່າງ ໆ (ເເຜງ ໓)

ຫນັງສື ທັມ ຂອງ ລາວ ມີ ສອງ ຈໍາພວກ ດ້ວຍກັນ ຄື

  • ຈໍາພວກ ນຶ່ງ ໃຊ້ ສໍາລັບ ຂຽນ ຄວາມບາລີ
  • ຈໍາພວກ ນຶ່ງ ໃຊ້ ສໍາລັບ ຂຽນ ຄວາມລາວ
    • ຈໍາພວກ ທີ່ ເພິ່ນ ໃຊ້ ຂຽນ ຄໍາລາວ ນີ້ ເພິ່ນ ໄດ້ ເສີມ ພຍັນຊນະ ກັບ ສຣະ ເຂົ້າ ຕື່ມ ໃສ່ ຈໍາພວກ ຫນັງສື ບາລີ ທີ່ ມີ ມາ ເເຕ່ ດົນນານ ຢູ່ ເເລ້ວ

໖- ເເຜງ ໒ || Tableau 2 /Table 2
ເເຜງ ໒ ບັນຈຸ ຈໍາພວກ ອັກຂຣະ ສມັຍ[ສະ-ໄຫມ] ໃຫມ່ ທີ່ ພວກ ມະຫາ ເເຕ່ງ ຂຶ້ນ ເພື່ອ ນໍາ ມາ ໃຊ້ ສໍາລັບ ການຂີດຂຽນ ພາສາ ລາວ ຕາມ ເຄົ້າ ເເລະ ໄດ້ ພິມ ຈໍາຫນ່າຍ ອອກ ເມື່ອ ຄສ.໑໙໓໕ ຈໍານວນ ໒໐໐໐ ສະບັບ ເເຕ່ວ່າ ປະເທດ ລາວ ຄາວ ນັ້ນ ຍັງ ຕົກ ເປັນ ຫົວເມືອງຂຶ້ນ ຂອງ ຝຣັ່ງ ຢູ່ ເເລະ ກໍ ບໍ່ ເເມ່ນ ຄົນລາວ ເປັນ ຜູ້ ບົ່ງການ ຈຶ່ງ ຖືກ ຍົກເລີກ ໄປ ເລີຍ ຍ້ອນ ສູ້ ພວກ ລູກນ້ອງ ຝຣັ່ງ ບໍ່ ໄດ້

ອັກຂຣະ ສີຟ້າ ນັ້ນ ຖືກ ເເຜງ ມາ ຈາກ ຫນັງສື ທັມ ທັງນັ້ນ ສ່ວນ ພຍັນຊນະ[ພະ-ຍັນ-ຊະ-ນະ] ສີເເດງ ທັງ ໓ ນັ້ນ ໃຫ້ ທ່ານ ສັງເກດ ດີ ໆ ອັນ ມີ ຕົວຍໍ̣ ບາລີ ນຶ່ງ ຕົວຍໍ ສາມັນ ນຶ່ງ ເເລະ ຕົວຢໍ ອີກ ນຶ່ງ

  • ຕົວຍໍ̣ ບາລີ ສີເເດງ ນັ້ນ (0E8D) ຄົນລາວ ໃຊ້ ຂຽນ ພາສາ ລາວ ທີ່ ໃຊ້ ຕົວຍໍ ຂຽນ ເຊັ່ນ ຍາ ຍ່າ ຍຸງ ຍູງ ຍາງ ຫຍ້າ ເປັນຕົ້ນ
  • ຕົວຍໍ ສາມັນ ຕົວສີເເດງ ນີ້ (0EA2) ຄົນລາວ ໃຊ້ ກັນ ປາສຈາກ ຄວາມເເນ່ນອນ ຄື ໃຊ້ ຂຽນ ທັງ ຄໍາລາວ ທັງ ຄໍາບາລີ ສັບສົນປົນ ກັນ ຢູ່ ຢ່າງ ນັ້ນ ຕາມ ທີ່ຈິງ ເເລ້ວ ເພິ່ນ ໃຊ້ ຕົວຍໍ ຕົວນີ້ ເປັນ ຕົວຢໍ ທີ່ ມາ ຈາກ ຄໍາບາລີ ເເລະ ຄໍາສັນສະກຣິດ ເຊັ່ນ
    • ອຣິຍ (ອະຣິຍະ) ທີ່ ເພິ່ນ ອ່ານ ຕາມ ເຄົ້າ ວ່າ ອະຣິຢະ
    • ວຢຢາກຣ[ໄວ-ຢາ-ກະ-ຣະ] ທີ່ ຂຽນ ດ້ວຍ ຫນັງສື ລາວ ເປັນ ເວຍຍາກຣ[ໄວ-ຢະ-ກະ-ຣະ /veyyākara] ເເລະ ຖືກ ຕັດ ຕົວສະກົດ ອອກ ເປັນ ເວຍາກຣ ຈຶ່ງ ຖືກ ເເຜງ ມາ ເປັນ ໄວຍາກອນ
  • ຕົວຢໍ ສີເເດງ ຕົວ ທີສາມ ນັ້ນ (0EA6) ໃຊ້ ໄວ້ ຂຽນ ຄໍາລາວ ທຸກ ໆ ຄໍາ ທີ່ ຂຽນ ດ້ວຍ ຕົວຢໍ ເຊັ່ນ ຢືນ ຢາ ຢໍ່າ ຢ້າວ ຢ່າ ຢຸດ ຢັ້ງ ເປັນຕົ້ນ
    • ຍ້ອນ ຂ້າພະເຈົ້າ ບໍ່ ມີ ບ່ອນ ໃສ່ ຈຶ່ງ ເອົາ ມັນ ມາ ກົດ ໃສ່ ເບົ້າ ທີ່ ທ່ານ ເຫັນ ຢູ່ ນັ້ນ ເເລະ ກໍ ບໍ່ ຖືກ ລໍາດັບ ຂອງ ມັນ ອີກດ້ວຍ ພ້ອມດຽວກັນນີ້ ຂ້າພະເຈົ້າ ຢາກ ຮັກສາ ບ່ອນ ຂອງ ອັກຂຣະ ຕົວ ທີ່ ມັນ ເດີນ ຢູ່ ເເລ້ວ ນັ້ນ ໄວ້ ເຫມືອນ ເດີມ ຈຶ່ງ ຈໍາເປັນ ກົດ ມັນ ໃສ່ ຢູ່ ເເຫ່ງ ນັ້ນ
      • ຂໍ ໃຫ້ ນັກຮຽນຮູ້ ທັງຫລາຍ ຈົງ ເຂົ້າໃຈ ໄປ ໃນ ທໍານອງ ນີ້ ດ້ວຍ ເຖີ້ນ


໗- ເເຜງ ໑ || Tableau 1 /Table 1
ເເຜງ ໑ ບັນຈຸ ຈໍາພວກ ອັກຂຣະ ທີ່ ອົງການ ຢູນິກົດ[Unicode] ອອກ ເລກ ປະຈໍາຕົວ ໃຫ້ ຫນັງສື ລາວ ຢ່າງ ເປັນ ທາງການ ຊຶ່ງ ຄົນລາວ ໃຊ້ ຈໍາພວກ ນີ້ ມາ ນັບ ຕັ້ງເເຕ່ ປະເທດ ລາວ ໄດ້ ຮັບ ເອກຣາດ[ເອກ-ກະ-ຣາດ /ເອກະຣາດ] ຢ່າງ ສົມບູນ ເເບບ ຈາກ ຝຣັ່ງ ເມື່ອ ຄສ.໑໙໔໗

  • ພຍັນຊນະ ສີເເດງ ນັ້ນ ບໍ່ ມີ ຢູ່ ພາຍໃນ ອັກຂຣະ ລາວ ປະການ ໃດ ທັງສິ້ນ ເເຕ່ ບໍ່ ເຂົ້າໃຈ ວ່າ ທ່ານ ຜູ້ ເອົາ ພຍັນຊນະ ສອງ ຕົວ ນີ້ ເຂົ້າ ໃສ່ ເບົ້າ ທັງ ສອງ ນີ້ ຢາກ ສະເເດງ ໃຫ້ ເຮົາ ເຂົ້າໃຈ ໄປ ທາງໃດ ກັນ ເເທ້
  • ເຮົາ ບໍ່ ຈໍາເປັນ ຈະ ກົດ ສຣະອໍາ ກັບ ສຣະເເອ ນັ້ນ ໃສ່ ເບົ້າ ກໍ ໄດ້ ເພາະ ເຮົາ ສາມາດ ຂຽນ ສຣະ ທັງ ສອງ ນີ້ ໄດ້ ດ້ວຍ ສຣະເອ ສອງ ເທື່ອ (ເ◌+ເ◌ = ເເ◌) ເເລະ ສຣະອໍ ກັບ ສຣະອາ ກໍ ເປັນ ສຣະອໍາ ໄດ້ ເຫມືອນກັນ ເເລ (◌ໍ+◌າ = ◌ຳ)
    • ເມື່ອ ຄົນລາວ ໄດ້ ຮັບ ເອກຣາດ ເເລ້ວ ພວກ ທີ່ ຍັງ ຄ້າງຄາ ຕາມ ຫນ້າທີ່ ທີ່ ຝຣັ່ງ ໄດ້ ມອບ ໃຫ້ ນັ້ນ ກໍ ຍັງ ຮັກສາ ຫນ້າທີ່ ເດີມ ຂອງ ຕົນ ໄວ້ ຢູ່ ຄື ເກົ່າ ອັນ ມີ ທັງ ຄົນເເກວ ທັງ ຄົນລາວ ເນື່ອງຈາກວ່າ ຣັຖບານ[ຣັດ-ຖະ-ບານ /ຣັຖະບານ] ຣາຊອານາຈັກ[ຣາດ-ຊະ-ອາ-ນາ-ຈັກ /ຣາຊະອານາຈັກ] ລາວ ບໍ່ ໄດ້ ໄລ່ ຄົນເເກວ ທີ່ ເປັນ ລູກນ້ອງ ຝຣັ່ງ ນັ້ນ ອອກ ຈາກ ການ ຈັກ ເທື່ອ ຊຶ່ງ ຈໍາພວກ ນີ້ ເປັນ ພວກ ທີ່ ໄດ້ ສຶກສາ ພາສາ ຝຣັ່ງ ທັງນັ້ນ ເເລະ ເພິ່ນ ກໍ ອ່ານ ເເລະ ຂຽນ ພາສາ ລາວ ບໍ່ ເປັນ ຈຶ່ງ ໂງ ຫັນ ໄປ ໃຊ້ ວິທີ ງ່າຍ ຄື ເລືອກ ເອົາ ພຍັນຊນະ ໒໗ ຕົວ ເປັນ ຫລັກ ການຂີດຂຽນ ພາສາ ລາວ ຈົນ ມາ ຮອດ ເທົ່າ ທຸກ ວັນ ນີ້ ເເລ
      • ເເມ້ເເຕ່ ຄູ່ ມື້ນີ້ ພວກ ລຸ້ນ ອ້າຍ ຂອງ ຂ້າພະເຈົ້າ ສ່ວນຫລາຍ ກໍ ຍັງ ບໍ່ ສາມາດ ຈະ ອ່ານ ເເລະ ຂຽນ ພາສາ ລາວ ໄດ້
      • ເເມ່ນ ພວກ ເເບບ ນີ້ ເເຫລະ ເປັນ ຜູ້ ປົກຄອງ ປະເທດ ທີ່ ເເນມ ຮອດ ບໍ່ ເຫັນ ບັນຫາ ອັນ ຕັ້ງ ເປີ້ເຈີ້ ຢູ່ ຕໍ່ ຫນ້າ ຂອງ ເພິ່ນ ນັ້ນ ເມື່ອ ຜູ້ປົກຄອງ ຂອງ ເຮົາ ໂງ່ ຄົນ ອື່ນ ຊາດ ອື່ນ ກໍ ຢາກ ສວຍ ໂອກາດ ກືນກິນ ເຮົາ ຫັ້ນ ຕວ໋າ (ເຮັດ ຈັ່ງໃດ ຈັ່ງ ຊິ ເຂັ່ຽ ມັນ ອອກ ໄດ້ ຊັ້ນ ນະ? ຄັນ ມັນ ບໍ່ ເເມ່ນ ຄົນລາວ ເເທ້ (ເຊື້ອຊາດ ລາວ) ເຮັດ ຈັ່ງໃດ ມັນ ກໍ ບໍ່ ຮັກ ລາວ ດອກ ມີ ເເຕ່ ມັນ ຈະ ສວຍ ໂອກາດ ນັ້ນ ຫລາຍກວ່າ “ບໍ່ ກິນ ຄື ລາວ ບໍ່ ເວົ້າ ລາວ ຂອດ ບໍ່ ຟັງ ລໍາ ຟັງ ເພງ ລາວ ຈ້າງ ອີກ ມັນ ກະ ຮັກ ລາວ ບໍ່ ໄດ້ ດອກ”)
        • ຄັນ ພວກ ເເບບ ນີ້ ຍັງ ດໍາເນີນ ປົກຄອງ ປະເທດ ໄດ້ ກໍ ຍ້ອນວ່າ ປະຊາຊົນ ປ່ອຍ ໃຫ້ ເຂົາ ເຮັດ

໘- ເເຜງ ໓ || Tableau 3 /Table 3
ເເຜງ ໓ ນີ້ ເປັນ ເເຜງ ທີ່ ບັນຈຸ ອັກຂຣະ ທັມ ທຸກ ໆ ຕົວ ທີ່ ໃຊ້ ຂຽນ ທັງ ພາສາ ບາລີ ທັງ ພາສາ ລາວ ສ່ວນ ອັກຂຣະ ສີເເດງ ນັ້ນ ຢູ່ ບໍ່ ຖືກ ລໍາດັບ ຂອງ ມັນ ເນື່ີອງຈາກວ່າ ຂ້າພະເຈົ້າ ບໍ່ ມີ ເບົ້າ ວ່າງ ຫລື ຕາ ວ່າງ ຈຶ່ງ ບໍ່ ສາມາດ ກົດ ຕາມ ລໍາດັບ ໄດ້

  • ຕົວຍໍ̣ ບາລີ (0E8D) ໃຊ້ ຂຽນ ທັງ ຄໍາລາວ ທັງ ຄໍາບາລີ ທີ່ ຂຽນ ດ້ວຍ ຕົວຍໍ
  • ຕົວຍໍ ບາລີ (0EA2) ທີ່ ທຽບເທົ່າ ກັບ ຕົວຢໍ ລາວ ເພິ່ນ ໃຊ້ ຂຽນ ຄໍາບາລີ ທັງນັ້ນ
  • ຕົວຢໍ ລາວ (0EA6) ຕົວນີ້ ເພິ່ນ ໃຊ້ ຂຽນ ຄໍາລາວ ທັງຫມົດ ທີ່ ກົດ ດ້ວຍ ຂົວຢໍ ເຊັ່ນ ຢຸດ ຢຽດ ຢ່າ ຢັ້ງ ຢູ່ ຢ້າວ ອີກຢ່າງນຶຶ່ງ ມັນ ກໍ ຢູ່ ບໍ່ ຖືກ ລໍາດັບ ຂອງ ມັນ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ນັ້ນເອງ
  • ອັກຂຣະ ສີດໍາ ໃຊ້ ຂຽນ ພຽງເເຕ່ ຄໍາບາລີ ໄດ້
  • ອັກຂຣະ ສີຟ້າ ນັ້ນ ເເມ່ນ ອັກຂຣະ ທີ່ ເພິ່ນ ໃຊ້ ຂຽນ ຄໍາລາວ ເເຕ່ ຕ້ອງ ເສີມ ກັບ ອັກຂຣະ ສີດໍາ ຈຶ່ງ ຂຽນ ຄໍາລາວ ໄດ້
  • ອັກຂຣະ ໃນ ຕາ ສີຂຽວ ນັ້ນ (0EE5) ໃຊ້ ຂຽນ ຕາງ ທັງ ຕົວຊໍ ທັມບາລີ ທັງ ຕົວອໍ ຂອງ ທັມລາວ (ທັມ ທີ່ ໃຊ້ ຂຽນ ຄໍາລາວ)
  • ຈໍາພວກ ອັກຂຣະ ສີເຫລືອງ ນັ້ນ ກໍ ຢູ່ ບໍ່ ຖືກ ບ່ອນ ເຫມືອນ ກັນ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງເທິງ ນີ້
    • ຕາມ ທີ່ຈິງ ເເລ້ວ ເຮົາ ຄວນ ເເຕ່ງ ເບົ້າ ປະສົມ ສະເພາະ ອັກຂຣະ ເຫລົ່ານີ້ (0EC8 – 0ECC) /créer les glyphes composées /create new composite glyphs (???) (ເມື່ອ ມັນ ຍັງ ມີ ບ່ອນ ຢູ່ ເຮົາ ກໍ ເອົາ ໃສ່ ເບົ້າ ເຫລົ່ານີ້ ໄປ ກ່ອນ)
      • ຫາກວ່າ ທ່ານ ຢາກ ໃຊ້ ວັນນະຍຸດ ທ່ານ ຈໍາ ເປັນ ຕ້ອງ ຜລິດ ເບົ້າ ປະສົມ ອັນ ໃຫມ່ ຂຶ້ນ ມາ ເເລ ສໍາລັບ ອັກຂຣະ ທີ່ ຢູ່ ໃນ ເບົ້າ ສີເຫລືອງ ນັ້ນ ເພາະ ເບົ້າ ສີເຫລືອງ ນັ້ນ ເປັນ ເບົ້າ ສໍາລັບ ວັນນະຍຸດ ຢູ່ ເເລ້ວ
  • ຂຽນ ສຣະອີ ທັມ ໄດ້ (ສຣະອີ ລອຍ) ກໍ ຕໍ່ ໃນ ເມື່ອ ທ່ານ ປະສົມ ສຣະອິ ທັມ (ສຣະອິ ລອຍ) ກັບ ສຣະອອຍ (0E83+0EF8)
  • ຂຽນ ສຣະອູ ທັມ ໄດ້ ອີກ ເເບບ ນຶ່ງ (ສຣະອູ ລອຍ) ຄື ທ່ານ ຕ້ອງ ປະສົມ ສຣະອຸ ທັມ (ສຣະອຸ ລອຍ) ໃສ່ ກັບ ສຣະອຸ ຈົມ (0E85+0EB8)
  • ຂຽນ ສຣະເເອ ໃຫ້ ຂຽນ ສຣະເອ ສອງ ເທື່ອ (0EC0+0EC0) ສ່ວນ ສຣະເເອ ສັ້ນ ນັ້ນ (0EC1) ເພິ່ນ ໃຊ້ ເພື່ອ ກ່າຍ ເອກສານ ອັນ ເກົ່າເເກ່ ທີ່ ມີ ຢູ່ ໃນ ຫນັງສື ຜູກ
  • ຕົວງໍ ຊ້ອນ ຕົວສີເເດງ ນີ້ (0EBF) ຄັນ ເຮົາ ມີ ບ່ອນ ພຽງພໍ ກັບ ຄວາມຕ້ອງການ ເຮົາ ຄວນ ຈັດ ໃສ່ ເບົ້າ (0EE3) ໂຕ ນໍາ ຫລັງ ເບົ້າ ຂອງ ຕົວງໍ ຊ້ອນ ທັງສອງ ນັ້ນ (OEE1 & 0EE2)

ໃຫ້ ທ່ານ ຝຶກ ຂຽນ ຄໍາບາລີ ເສັຽ ກ່ອນ ວ່າ ຕົວໃດ ເປັນ ຕົວສະກົດ ໄດ້ ເເລະ ຕົວໃດ ເປັນ ຕົວຕາມ ເເລະ ຕົວຊ້ອນ ໄດ້ ຊຶ່ງ ການສະກົດ ຄໍາບາລີ ນີ້ ມີ ຫລັກ ຕາຍຕົວ ເເບບ ດຽວ ກັບ ຄະນິດສາດ ນັ້ນເອງ ມັນ ກໍ ບໍ່ ງ່າຍ ເຫມືອນ ດັ່ງ ເຮົາ ຄິດ ໄດ໋ ລະ ເເຕ່ ມັນ ມີ ຣະບຽບ ຕາຍຕົວ ຄື ເດົາ ບໍ່ ໄດ້ ຕ້ອງ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ຈຶ່ງ ສະກົດ ຄໍາບາລີ ດ້ວຍ ຕົວທັມ ໄດ້

໙- ສລຸບຄວາມ[ສະ-ຫລຸບ-] || Conclusion
ຂ້າພະເຈົ້າ ສຶກສາ ດ້ານ ເຕັກນິກ ນີ້ ວ່າ ຈະ ກົດ ຕົວທັມ ເເບບໃດ ເເທ້ ໆ ມາ ໄດ້ ດົນ ເເລ້ວ ເເລະ ກໍ ບໍ່ ມອງ ເຫັນ Solution ອື່ນ ຫລື ຄໍາຕອບ ເເນວ ອື່ນ ທີ່ ດີ ກວ່າ ນີ້ ໄດ້ ເວັ້ນເສັຽ ວ່າ ອົງການ ຢູນິກົດ ອອກ ເບົ້າ ອັກຂຣະ ທັມ ທັງຫລາຍ ຂອງ ລາວ ໃຫ້ ເຮົາ ຢ່າງ ເປັນ ທາງການ ຫລື ເວັ້ນເສັຽ ວ່າ ຄນະ ຜູ້ນໍາ ລາວ ໄປ ຮຽກຮ້ອງ ເອົາ ຈຶ່ງ ຈະ ໄດ້ ມາ

ສະນັ້ນ ກະຣຸນາ ໃຫ້ ນັກເເຕ້ມ ເເມ່ພິມ ທັງຫລາຍ ຈົງ ພຍາຍາມ ກົດ ຕົວທັມ ໃສ່ ຕາ ຕ່າງ ໆ ເເບບ ດຽວ ກັນ ຫມົດ ເພື່ອ ໃຫ້ ເຮົາ ສາມາດ ເເລກ ປ່ຽນ ເອກສານ[ເອກ-ກະ-ສານ /ເອກະສານ] ກັນ ໄດ້ ເເລະ ເພື່ອ ເວັ້ນ ການຕີ ເອກສານ ໃຫມ່ ຫມົດ ເພີ່ມເຕີມ

ເຖິງເເມ່ນວ່າ ເຮົາ ບໍ່ ມີ ທາງ ເລືອກ ເເຕ່ ເຮົາ ກໍ ຍັງ ສາມາດ ຊ່ວຍ ກັນ ສ້າງ ຊ່ວຍ ກັນ ເຮັດ ຊ່ວຍ ກັນ ໃຊ້ ສິ່ງ ທີ່ ເຮົາ ມີ ພຽງ ເລັກນ້ອຍ ນີ້ ໃຫ້ ເປັນ ປໂຍດ ເເກ່ ສັງຄົມ ຄົນລາວ ທັງຫລາຍ ໄດ້

ນັບ ເເຕ່ນີ້ ຕໍ່ໄປ ເຮົາ ສາມາດ ເອົາ ຫນັງສື ທັມ ເຫລົ່ານີ້ ມາ ຂຽນ ຄໍາບາລີ ເເລະ ຄໍາລາວ ໄດ້ ຢ່າງ ສະບາຍ ເເລ

ກ່າວ ເເຕ່ ເຣື່ອງ ເຕັກນິກ ສູ່ ກັນ ຟັງ ຈຶ່ງ ຂໍໂທດ ນໍາ ທ່ານ ທັງຫລາຍ ມາ ນະ ໂອກາດ ນີ້ ດ້ວຍ ເຖິງຢ່າງໃດ ກໍດີ ທ່ານ ສາມາດ ສົ່ງ ຈົດຫມາຍ ຖາມ ຂ້າພະເຈົ້າ ໄດ້

------ oOo ------
PDF 1

PDF 2

ປະຕິທິນ ມະຫາສັກຣາດ “ສັກ-ກະ-ຫຣາດ” (ບໍ່ ທັນ ສໍາເຣັດ ຮູບ ເທື່ອ)
Calendrier Maha Sakkarath (brouillon)
Maha Sakkarath Calendar (draft copy)

------ oOo ------

ຂໍ ໂມທະນາ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ຄຸນງາມຄວາມດີ ຂອງ ພໍ່ ເເລະ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ໂມທະນາ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ຢູ່ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0