ພາສາ ລາວ - La langue lao ບົນ ລາວເເພນ

ສູ່ ຖິ່ນ ເເດນ ໄກ

ວັນອັງຄານ ທີ ໒໑ ເດືອນ ເມສາ/avril  ຄສ. 2015, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

Je suis Sombath Somphone
ຂ້ອຍ ເເມ່ນ ສົມບັດ ສົມພອນ ເດີ

ສູ່ ຖິ່ນ ເເດນ ໄກ
Vers un Pays lointain
To an unknown country

ໂຊກດີ ປີໃຫມ່ ລາວ ໒໕໕໘
SOKDI PIMAY LAO 2558

Nos pensées vont à Sombath Somphone et sa famille.
Our thoughts turn to Sombath Somphone and his family.

ປີໃຫມ່ ລາວ ປີ ໃດ ກໍ ຄິດເຖິງ ທ່ານ ສົມບັດ ສົມພອນ ພ້ອມດ້ວຍ ຄອບຄົວ ຂອງ ທ່ານ

Nous soutenons sans relâche les actions, pour la protection des droits de l’homme au Laos, menées activement par son épouse Madame Shui Meng.

We support relentlessly the actions for the protection of human rights in Laos, led actively by her wife madam Shui Meng.

* * *
ສະບາຍດີ ທ່ານ ທີ່ ຮັກເເພງ ເເລະ ນັບຖື ທັງຫລາຍ
* * *

ອະດີດ ນັກຮຽນ ຊັ້ນ ປະຖົມ ຂີ້ ໄກ່ ຢູ່ ໂຮງຮຽນ ເຈົ້າ ອະນຸ ສໄມ ກ່ອນ

ລອງ ຫັດຂຽນ ກາບກອນ ເປັນ ພາສາ ລາວ ເເລະ ຝຣັ່ງ ສົ່ງ ມາ ໃຫ້ ອ່ານ
* * *

ອະດີດ ນັກຮຽນ ຊັ້ນ ປະຖົມ ຂີ້ ໄກ່ ຢູ່ ໂຮງຮຽນ ເຈົ້າ ອະນຸ ສໄມ ກ່ອນ
Poème écrit par un ancien élève de l’école Primaire Chao ANOU.

ຂຽນ ເຣື່ອງ « ສູ່ ຖິ່ນ ເເດນ ໄກ - Vers un Pays lointain - To an unknown country »
* * *
Poème en français.
Et traduction en LAO.

Méthode :
* Poème en alexandrin,12 syllabes.
* Strophe en quatrain.
* Rimes croisées ABAB.


* * *
Je suis Sombath Somphone
ຂ້ອຍ ເເມ່ນ ສົມບັດ ສົມພອນ ເດີ
* * *

ສູ່ ຖິ່ນ ເເດນ ໄກ ?
Vers un Pays lointain ?
To an unknown country ?
* * *

1/ Je n’avais pas le temps de te dire au revoir,
Ma famille que j’aime tant, et que j’adore
Car, Lat(1) m’interdit forcément de concevoir
Tout le lien familial que je chéris encore.

ຂ້ອຍ ບໍ່ ໄດ້ / ສັ່ງ ຮອດ ເຈົ້າ / ສັ່ງ ກ່ອນ ອໍາ ລາ
ໂອຍ ວາສນາ ! ຄອບຄົວ ເຮົາ / ທີ່ ຕົນ ຖນອມ ນັ້ນ
ລັດ ກີດ ກັ້ນ / ຄວາມຄິດ ຂ້ອຍ / ມະໂນທັມ ທຸກ ຢ່າງ
ມ້າງ ຊາດ ເຊື້ອ / ຄອບຄົວ ຂ້ອຍ / ຮັກ ເເທ້ ບໍ່ ລືມ

2/ Cette nuit, Lat(1) m’arrêtait arbitrairement,
M’a obligé à enfourcher dans une auto malpropre,
M’a menotté, m’a attaché excessivement
Pour me jeter dans un lieu incertain et impropre.

ລັດ ຈັບ ຂ້ອຍ / ຄໍ່າ ຄືນ ນັ້ນ / ຕັ້ງ ເເມ່ນ ນອກ ຫລັກ
ທັງ ຫັກ ເເຂນ / ທັງ ບັງຄັບ / ໃສ່ ຣົດ ເປິ ເປື້ອນ
ເລື່ອນ ໃສ່ ກັບ / ຕີນ ມື ຂ້ອຍ / ມັດ ໂຕ ເກີນ ສ່ວນ
ຂວັນ ອ່ອນ ນ້ອຍ / ໄວ້ ບ່ອນ ເປື້ອນ / ຫາ ຮູ້ ບໍ່ ເຫັນ / ເເລ້ວ ນໍ

3/ J’avais les yeux bien bandés, mais j’étais conscient.
J’entendais crûment la voix de ces tortionnaires.
Ils avaient des accents Viet Lao. « À bon escient »,
Disaient-ils, qu’ils réprimaient ce réactionnaire.

ຕາ ປິດ ຊໍ້າ / ຫູ ສອງ ກໍ້າ / ຕັ້ງ ຢູ່ ມີ ສະຕິ
ຜິປອງ ຟັງ / ສຽງ ຄົນພານ / ຜູ່ ກຸມ ຄຸມ ຮ້າຍ
ຄ້າຍ ລາວ ປາກ / ປົນ ເເກວ ເເທ້ / ເຂົາ « ຈົງໃຈ ປ່າວ »
ກ່າວ ເຣື່ອງ ເເບບ / ເຂົາ ປາບ ປາມ / ຄົນ ຕ້ານ ຫມູ່ ເຂົາ

4/ Le voyage vers l’enfer dure très longtemps,
Et je pense toujours à ma chère famille,
Qui devrait bien m’attendre interminablement.
Sur cet instant très fragile, mes yeux vacillent.

ການດຸ່ງດັ້ນ / ໄປ ສູ່ ກໍ້າ / ນາຣົກ ມັນ ດົນ
ກັງວົນ ຄິດ / ເຖິງ ຄອບຄົວ / ມິ່ງ ຂວັນ ຂອງ ຂ້ອຍ
ຄົງ ຄອຍ ຖ້າ / ລູກ ເມັຽ ຂ້ອຍ / ລໍ ໄປ ບໍ່ ຢ່ອນ
ຮອດ ບ່ອນ ນີ້ / ຂ້ອຍ ສະອື້ນ / ຕາ ຂ້ອຍ ຂມັ່ນ ຄີງ

5/ Je continuais à écouter les discussions
De ces criminels sur la gloire « Max–Lénine ».
Et toutes les choses sur mon vrai plan d’action,
Sur « la société civile » sans Hô chi Minh.

ຟັງ ຢູ່ ເລື້ອຍ / ການກ່າວ ນັ້ນ / ກ່ຽວ ເເກ່ ຫມໍ ມິນ
ທັງ ມາກສ ເລນິນ / ພວກ ຄາຕກອນ / ຍົກ ກັນ ຍໍຍ້ອງ
ຢ່ອງ ມາ ເວົ້າ / ໂຄງການ ສ້າງ / ທີ່ ເປັນ ເເຜນ ຊ່ວຍ
ຄື ຊ່ວຍ ສ້າງ / ສັງຄົມ ຊາດ / ທີ່ ມີ ມິນ ນີ້ ບໍ່ ດີ

6/ Ils m’accusent d’être trop proche des paysans,
Et promoteur du développement rural.
Selon eux, « le défenseur des droits des paysans »,
Est un slogan récurrent et trop libéral.

ຫາ ວ່າ ຂ້ອຍ / ຢູ່ ໃກ້ ໂພດ / ຊຸມ ຊາດ ຊາວນາ
ເເລະ ຫາ ວ່າ / ຊອກ ພັທນາ / ມະນຸດ ຊົນ ຊາວບ້ານ
ຕາມ ເຂົາ ນັ້ນ / ຂ້ອຍ ປົກປ້ອງ / ສິດ ສອນ ຊາວໄຮ່
ເສີມ ຊ່ວຍ ໃຊ້ / ຄໍາຂວັນ ພ້ອມ / ຊອມ ໃຫ້ ເເຕ່ ສິດ

7/ Ils confirmaient leurs extrêmes fidélités
Envers Lao Viet. La dictature est primordiale !
Pour eux, la dictature, c’est la liberté.
Ils réfutent la société libérale.

ຄວາມຈັດ ນັ້ນ / ເຂົາ ເຊື່ອ ຫມັ້ນ / ຈຶ້ງ ໃສ່ ໃຈ ຈໍາ
ນໍາ ລາວວຽດ / ກັບ ຜະເດັດການ / ເຊື່ອ ປານ ພຣະເຈົ້າ
ຄັນ ເຂົາ ຂາດ / ອໍານາດ ນີ້ / ເຂົາ ເສັຽ ສິດ ເເນ່
ເເຕ່ ພັດ ຕ້ານ / ເສຣີພາບ ເເທ້ / ເຂົາ ຫ້າມ ບໍ່ ໃຫ້ ມີ / ເເທ້ ດາຍ

8/ Malgré cet acte aléatoire, inhumain, cruel,
De Lat(1) en cette date du Quinze décembre
Deux Mille Douze, mon esprit restait non-duel.
Ma pensée transcendante est comparable à l’ambre.

ຄວາມຊົ່ວຮ້າຍ / ທີ່ ເຂົາ ໃຊ້ / ໄຮ້ ຕໍ່ ສິລທັມ
ລັດ ກະທໍາ / ສິບຫ້າ ທັນວາ / ເຄັ່ງຕຶງ ຄາວ ນັ້ນ
ປີ ສອງພັນ / ສິບສອງ ຝັ້ນ / ເມດຕາ ຈິດ ຍັງ ຢູ່
ຊູ ຊ່ວຍ ດ້ວຍ / ຫົວຄິດ ຂ້ອຍ / ທຽບ ໄດ້ ໃສ່ ອໍາພັນ

9/ Le bruit de la voiture qui me transportait,
Me gênait, mais je n’étais pas inattentif.
La vraie paix intérieure me réconfortait.
Elle aidait mon mental à demeurer actif.

ສຽງ ຣົດ ນັ້ນ / ຄັນ ໃສ່ ຂ້ອຍ / ມຸ້ງ ເເລ່ນ ເດີນ ໄປ
ໃຈ ຂ້ອຍ ຍິນ /ສຽງ ມັນ ກວນ / ບໍ່ ວາງ ສະຕິ ນິ້ງ
ສງົບ ຈິງ ໄດ້ / ໃຈ ງຽບ ເເທ້ / ເປັນ ເເຮງ ຊົດຊ່ວຍ
ມັນ ຊ່ວຍ ຍູ້ / ຊູ ສະຕິ ຂ້ອຍ / ໃຫ້ ຕັ້ງ ຢູ່ ຣະວັງ

10/ Ils ont mentionné les villages parcourus,
Tels que Ban Ilay, Phone Hong, Samneua, Hai Hinh
Phongsaly, mais après, plus rien ! J’ai reconnu
Tous ces cantons Lao. Mais que font-ils ? Où vont-ils ?

ເຂົາ ນັບ ໄລ່ / ຊຸມ ຫມູ່ ບ້ານ / ທາງ ຜ່ານ ກາຍ ໄປ
ອີ່ໄລ ໂພນໂຮງ / ຊໍາເຫນືອ ໄຫຫີນ / ເລົ່າ ໄປ ເເນວ ນີ້
ກາຍ ທາງ ພີ້ / ຜົ້ງສາລີ / ຫມົດ ການໄລ່ເລົ່າ
ລາວ ຖິ່ນ ນີ້ / ເຮົາ ຮູ້ ເເລ້ວ / ເເຕ່ ບໍ່ ຮູ້ ເເຫລ່ງ ເຂົາ

11/ Quand ils parlent de champs, je pense à mes parents
Qui sont des laboureurs justes et généreux.
Ils répandaient autour d’eux l’amour bienveillant.
Ce sont des travailleurs cohérents et heureux.

ຕອນ ເພິ່ນ ເວົ້າ / ເຖິງ ນາ ກວ້າງ / ຂ້ອຍ ຍິ່ງ ຄະນຶງ ຫາ
ເປັນ ຊາວນາ / ພໍ່ ເເມ່ ເຮົາ / ຈິດໃຈ ອ່ອນນ້ອມ
ເພື່ອ ເເພ່ ພ້ອມ / ຄວາມຮັກ ເເທ້ / ຈາກ ໃຈ ຂອງ ເພິ່ນ
ເພິ່ນ ຕໍ່ ຕັ້ງ / ຂຍັນ ຫມັ່ນ ເເທ້ / ໃຈ ພ້ອມ ຊື່ນ ບານ

12/ Quand ils chahutaient vulgairement sur les femmes
Je pense à mon épouse et à son beau portrait.
Sa gentillesse rayonne comme une flamme
Dans mon mental. Sa beauté, c’est de l’art abstrait.

ເຂົາ ກ່າວ ເວົ້າ / ຄໍາ ຊົ່ວ ຊ້າ / ໃຫ້ ເເກ່ ສະຕຣີ
ຂ້ອຍ ນັ້ນ ມີ / ເມັຽ ເເພງ ຂວັນ / ຜ່ອງ ສີ ໂສມ ຊ້ອຍ
ຄວາມອ່ອນຊ້ອຍ / ຂອງ ນາງ ນັ້ນ / ປຽບ ເເສງ ໄຟ ຮຸ່ງ
ເເຍງ ຮຸ່ງ ໄວ້ / ໃນ ໃຈ ຂ້ອຍ / ຄື ຮູບ ສງ່າ ສີ

13/ Pendant mon absence, elle devrait travailler
Très durement tout en s’occupant des enfants,
Nos chers enfants. Elle a une vue juste pour aider
Les enfants pauvres. C’est une femme battante.

ຍາມ ເມື່ອ ຂ້ອຍ / ບໍ່ ຢູ່ ບ້ານ / ເມັຽ ຢູ່ ສູ້ ຊົນ
ສົນ ວຽກ ຫນັກ / ທັງ ກໍາກັບ / ເບິ່ງເເຍງ ລູກເຕົ້າ
ເຝົ້າ ລູກ ເເກ້ວ / ຄົວກິນ ເເລ້ວ / ຍັງ ສເເວງ ຊົດຊ່ອຍ
ເເດ່ ເດັກ ນ້ອຍ / ວາສນາ ໄຮ້ / ຊົນ ສູ້ ບໍ່ ຖອຍ

14/ Rien que de penser à ma famille, devient
Comme mon compagnon bienveillant, et précieux,
Me consolant durant ce voyage lassant.
« Ils me mènent sûrement vers un camp affreux ! »

ພໍ ເເຕ່ ຄຶດ / ໄປ ສູ່ ພຸ້ນ / ກໍ້າ ຝ່າຍ ຄອບຄົວ
ຄື ຕົວ ມີ / ມິດ ທີ່ ດີ / ຮ່ວມ ທາງ ໄປ ດ້ວຍ
ຊ່ວຍ ເຊີດ ຊູ / ຈິດໃຈ ຂ້ອຍ / ຍາມ ເດີນທາງ ເມື່ອຍ
ຄຸມ ໄປ ເລື້ອຍ / ເອົາ ໄປ ເຂົ້າ / ສູນ ເເທ້ ຫວາດສຽວ

15/ Pour seul, unique repas, ils ne m’ont donné
Juste une bouteille d’eau, et du Khaoniao(2) nature.
Pour moi, connaissant fort bien « la sécurité
Alimentaire », c’est un repas frugal et pur.

ໃຫ້ ກັບ ເຂົ້າ / ຄາບ ດຽວ ເເລ້ວ / ຊໍ້າ ຄັດເຄັ່ງ ຈໍາກັດ
ພັດ ໃຫ້ ເຮົາ / ນໍ້າ ກວດ ດຽວ / ຕື່ມ ເຂົ້າຫນຽວ ພໍ ປັ້ນ
ຄັນ ຜູ່ ຮູ້ / ຄວາມປອດໄພ / ຂອງ « ການກິນຢູ່ »
ຈະ ຢັ່ງ ຮູ້ / ຄາບ ເຂົ້າ ນັ້ນ / ຫນ້ອຍ ເເທ້ ເເຕ່ ສົດ

16/ Je suis retourné au pays dans le but de former
Les Lao au sujet de l’agriculture durable.
Et après une longue route, à l’aller,
« Terminus ! », dit le chauffard, cruel et intraitable.

ການ ທີ່ ຂ້ອຍ / ກັບ ຄືນ ບ້ານ / ເເມ່ນ ເພື່ອ ສິດສອນ
ສອນ ຄົນລາວ / ຈັກ ປູກ ຝັງ / ໃສ່ ດິນ ດົນ ໄດ້
ບັດນີ້ / ໄປ ເຖິງ ເເທ້ / ຣົດ ຈອດ ເເລ້ວ / ສຸດ ທາງ ມຸ້ງ ສູ່
ຜູ່ ຂັບ ຣົດ / ຄັດເຄັ່ງ ນັ້ນ / ເອີ່ຍ ຂຶ້ນ ວ່າ ເຖິງ

17/ J’ai bien entendu des conversations en langues
Lao-Viet. Ils ont parlé de mon arrestation.
« C’est parti pour quinze ans », disait l’un d’eux en langues
Accentuées Viet-Lao. Je suis donc en détention.

ຮຽມ ຮິ່ນ ໄດ້ / ເຂົາ ກ່າວ ໂຕ້ / ຕອບ ຕ່າວ ຄວາມຈາ
ເປັນ ພາສາ / ວຽດ ປົນ ລາວ / ກ່ຽວ ການຈັບ ຂ້ອຍ
ຄອຍ ສິບຫ້າ ປີ / ໄປ ຢ່າງ ນ້ອຍ / ຕາມ ສຽງ ຄົນ ນຶ່ງ
ມຶງ ຍຸທ່າງ ເວົ້າ / ວຽດ ອ້ອຍຕ້ອຍ / ຂ້ອຍ ຈຶ່ງ ຮູ້ ວ່າ ຖືກ ຂັງ / ຕາຍ ເເລ້ວ

18/ Je n’avais pas le temps de te dire au revoir,
Chère famille que j’aime tant, que j’adore.
Ma charmante femme, j’aimerais te revoir.
Je voudrais être avec toi beaucoup plus encore.

ຮອດ ບໍ່ ໄດ້ / ສັ່ງ ນ້ອງ ຫລ້າ / ເວົ້າ ວ່າ ອໍາລາ
ສັ່ງ ຄວາມຫາ / ຄອບຄົວ ຮັກ / ທີ່ ຕົນ ຖນອມ ນັ້ນ
ຢາກ ຮັກ ຫມັ້ນ / ຢາກ ເຫັນ ນ້ອງ / ເມັຽ ຂວັນ ນ້ອງ ພີ່
ຢາກ ຢູ່ ພີ້ / ໃກ້ ກັບ ນ້ອງ / ຫລາຍ ຂຶ້ນ ກວ່າ ເດີມ / ເເທ້ ເດ

19/ Dans cette prison, je pense au temps libre,
Que j’avais, quand j’étais à l’école primaire
Anou. En entendant ce nom, mon coeur vibre.
Anou est semblable à la nature ordinaire.

ຂັງ ໃສ່ ຄຸກ / ທຸກ ໃຈ ເເທ້ / ຂ້ອຍ ເພັ່ງ ຫາ ສຣະ
ຕອນ ຂ້າ ຢູ່ / ໂຮງຮຽນ ປະຖົມ / ເເຫ່ງ ເຍົາ ຄາວ ນັ້ນ
ຄັນ ອະນຸ ເເກ້ວ / ໄດ້ ຍິນ ເເລ້ວ / ພາ ໃຈ ສະບັ້ນ ສັ່ນ
ອະນຸ ນັ້ນ ຄື / ທັມ ທ່ຽງ ເເທ້ / ສາມັນ ພ້ອມ ຮ່ວມ ນໍາ

20/ Chaque jour, je fais l’aller-retour habituel
Pour aller à l’école à pied. Tous les petits
Chao Anou retiennent ces deux vrais sens mutuels,
Comme deux réalités simples de l’esprit.

ຕ່າງ ເເຕ່ ມື້ / ຍ່າງ ບໍ່ ເວັ້ນ / ທາງ ທ່ຽວ ໄປ ມາ
ຂາ ໄປກັບ / ໄປ ໂຮງຮຽນ / ເພື່ອ ຕັດ ຄວາມປູ້
ຮໍ່າ ຮຽນ ຮູ້ / ອະນຸ ເຈົ້າ / ຊອກ ເຫັນ ສອງ ຊ່ອງ
ຊ່ອງ ນຶ່ງ ນັ້ນ / ເລີດ ຈິງ ເເທ້ / ຊ່ອງ ຫລ້າ ຊ່ອງ ຈິດ

21/ Phak Lat Viet ne savait que le sens relatif.
Les Petits Anou comprennent tous les deux sens.
Ils les voient avec l’esprit clair non possessif.
Avec l’esprit ultime, ils voient tous les deux sens.

ພັກ ລັດ ວຽດ / ຮູ້ ເເຕ່ ເຣື່ອງ / ເກາະ ກ່າຍ ກັນ ໄປ
ຈໍາ ໄດ້ ຫມົດ / ເດັກ ອະນຸ / ຢັ່ງ ທາງ ສອງ ເສັ້ນ
ທັງ ສອງ ເສັ້ນ / ເຂົາ ເຂົ້າໃຈ / ດ້ວຍ ໃຈ ວາງ ປ່ອຍ
ຊ່ອຍ ຈິດ ໄທ້ / ນໍາ ບອກ ໃຫ້ / ເຫັນ ເເທ້ ຊ່ອງທາງ

22/ Phak Lat(1) ne voit que la vérité relative,
Qui n’est autre que la vue ignorante et unique.
Les petits Anou voient les notions relatives,
Et ultimes grâce aux instructions civiques.

ພວກ ພັກ ລັດ / ເຫັນ ພຽງ ເຣື່ອງ / ປັ່ນ ປ່ວນ ພົວ ພັນ
ກົງ ກັບ ການ / ເຫັນ ຈໍາກັດ / ປ່ອງ ໂທນ ເດີມ ເຄົ້າ
ເດັກ ອະນຸ ເຈົ້າ / ຮູ້ ຢັ່ງ ທັມ / ທຽມ ປອມ ທຸກ ປ່ອງ
ຕອງ ຮິ່ນ ພ້ອມ / ຄອງ ທັມ ຍ້ອນ / ຮຽນ ຮູ້ ຄ່າ ຄົນ

23/ Chaque matin, les élèves vont à l’école
Et après l’école, ils rentrent à la maison.
Ils sont heureux. Ils jouent, sautent et se consolent.
Parfois, ils entonnaient, tous, les mêmes chansons.

ລຸກ ເເຕ່ ເຊົ້າ / ລູກສິດ ນັ້ນ / ຕັ້ງ ຕໍ່ ໄປ ຮຽນ
ເລີກ ໂຮງຮຽນ / ກັບ ຄືນ ເມືອ / ສູ່ ເຮືອນ ຊານ ຢ້າວ
ທັງ ປ່າວ ຮ້ອງ / ພ້ອມທັງ ຫລິ້ນ / ໂດດ ໂຍງ ຫົວ ມ່ວນ
ສ່ວນ ນຶ່ງ ນັ້ນ / ພາ ກັນ ຮ້ອງ / ເພງ ພ້ອມ ຮ່ວມ ກັນ

24/ Ce soir, je suis à mille lieues de la maison.
« Le bon vieux temps, de l’école Chao Anou, s’éloigne
Peu à peu, de notre vœu d’émancipation ! »
« Tous ces tortionnaires, il faut qu’ils se soignent ! ».

ຕອນ ຄໍ່າ ນີ້ / ພີ່ ພັດ ພາກ / ພັນ ຍ່ານ ເຮືອນ ຊານ
ໂອ້ ນົງຄານ / « ຄັ້ງ ຮຽນ ອະນຸ / ຫ່າງ ເຫີນ ໄກ ເຍື້ອນ
ເບືອນ ໄກ ຂ້າ / ທີ ລະ ນ້ອຍ / ຈາກ ຄວາມຝັນ ຕື່ນ »
« ຝືນ ຄ່ອຍ ເວົ້າ / ຄາຕກອນ ພວກ ນີ້ / ຄວນ ຖືກ ປິ່ນປົວ ! »

25/ Dans ma pensée, il y a conflit entre désespoir
Et confiance en soi d’une part, et d’autre part
Entre abandon et patience . Le mot « déboire »,
Depuis longtemps, Je l’ai déjà mis au rancart.

ເຣື່ອງ ເກີດ ຂຶ້ນ / ໃນ ໃຈ ຂ້ອຍ / ຍ້ອນ ຫມົດ ຄວາມຫວັງ
ທັງ ຄວາມເຊື່ອ / ໃນ ຕົນເອງ / ສິ່ງ ສະ ສົມ ຍ້ອມ
ຈໍານົນ ພ້ອມ / ບາກບັ່ນ ພ້ອມ / ກົດດັນ ກັ້ນ ຕື່ມ
ຢືນ ບໍ່ ສູ້ / ຄວາມຄິດ ນີ້ / ຖິ້ມ ເເລ້ວ ເເຕ່ ເຫິງ

26/ Vers un Pays lointain ? L’esprit ultime perçoit
Avec précision, le proche et le lointain.
L’un n’est pas, du tout loin de l’autre. Il peut voir,
Clairement, le vrai proche et le vrai lointain.

ສູ່ ຖິ່ນ ດ້າວ ? ຈິດ ຕື່ນ ນັ້ນ / ຮູ້ ຢັ່ງ ເຖິງຖອງ
ມອງ ເຫັນ ຊັດ / ປານ ຕາ ທິບ / ສ່ອງ ເຫັນ ໄກ ໃກ້
ມັນ ຈະ ໃກ້ / ຫລື ຈະ ໄກ / ມອງ ເຫັນ ກັນ ຢູ່
ດູ ຄັກ ເເລ້ວ / ເຫັນ ໄກ ໄດ້ / ໃກ້ ເເທ້ ກໍ່ ເຫັນ

27/ Dans cette sombre cellule, je prie et médite
Sur cette journée dramatique. « C’est certain »,
J’ai compris que Lat Lao est comme un parti maudit,
Qui conçoit « Viets » comme un proche côté lointain !

ໃນ ຄຸກ ນັ້ນ / ມືດ ອື້ຕື້ / ພ້ອມ ເພັ່ງ ດວງ ຍານ
ເຫດ ກັນດານ / ມື້ ໃດ ມີ / ຈຶ່ງ ເຫັນ ຊັດ ເເຈ້ງ
ຈັກ ເເຍງ ຮູ້ / ລັດ ລາວ ນັ້ນ / ເປັນ ຄື ພັກ ຊົ່ວ
ມົວ ວຽດ ພີ້ / ເປັນ ພີ່ນ້ອງ / ທາງ ກໍ້າ ຝ່າຍ ໄກ

28/ Pour Phak Lat Lao, l’Hô Viet est un vrai proche.
Pour Lat, le vrai Lao Proche et le vrai Lao lointain,
Sont les Lao, déjà écartés de leur vision proche.
Je prie pour que les Lao aient une vision saine.

ສໍາລັບ ລັດ / ວຽດ ໂຮ້ ນັ້ນ / ໃກ້ ຊິດ ເຂົາ ຈິງ
ເເຕ່ ລາວ ຈິງ / ຊົນ ຊາດ ດຽວ / ຢູ່ ໄກ ເຂົາ ຊໍ້າ
ມັນ ນໍາ ມ້າງ / ລາວ ເຮົາ ນັ້ນ / ໃຫ້ ໄກ ຈາກ ຖິ່ນ
ດີ້ນ ນົບ ໄຫວ້ / ໃຫ້ ລາວ ເເທ້ / ເຫັນ ເເຈ້ງ ຜ່ອງໃສ / ສາທຸ

29/ Je pense à toi chérie. Il fait froid cette nuit.
Je voudrais te téléphoner, mais mon portable
Est confisqué par ces truands. Ces demi-produits
Sont des voleurs. Ils sont tous insupportables.

ຄິດ ຫ່ວງ ນ້ອງ / ຍາມ ຄໍ່າ ຄ້ອຍ / ຄ້ອຍ ຄໍ່າ ມັນ ຫນາວ
ຄວາ ທາວ ຫາ / ສາຍ ມືຖື / ເເຕ່ ເຂົາ ຍຶດ ໄປ ເເລ້ວ
ເເນວ ຄົນພານ / ຄື ພວກ ນີ້ / ບໍ່ ເຕັມ ຈັກ ສ່ວນ
ຫວນ ລັກ ປຸ້ນ / ເມືອງບ້ານ ວຸ້ນ / ໃຜ ຮູ້ ເບື່ອ ເຂົາ

30/ Pour cette première nuit, je supporte mal
La solitude, mais Je reste positif.
Je suis bien seul, mais j’ai ta puissance morale
Dans mon coeur. Prête moi ton attention active.

ມື້ ຄໍ່າ ຄ້ອຍ / ທີນຶ່ງ ນັ້ນ / ຕ້ອງ ຢູ່ ທົນ ທຸກ
ອຸກ ປ່ຽວ ໃຈ / ທໍຣະມານ / ເເຕ່ ໃຈ ຍັງ ກ້າ
ເພັ່ງ ໃຈ ກ້າ / ເເຮງ ຮັກ ນ້ອງ / ຝັງ ໃຈ ອ້າຍ ປ່ຽວ
ໃຈ ບໍ່ ລ້ຽວ / ຂໍ ຢືມ ນ້ອງ / ມາ ໄວ້ ວ່າງ ໃຈ / ເເນ່ ທ້ອນ

31/ Dès cette première nuit, j’envisagerais
Déjà de faire une évasion, par la vacuité
De l’esprit. Et le mental lucide pourrait
Accompagner le rêve vers l’infinité.

ວ່າ ເເຕ່ ເລີ້ມ / ຄືນ ຕົ້ນ ນັ້ນ / ໄດ້ ໃຝ່ ເນື່ອງ ນິດ
ຄິດ ໃນ ໃຈ / ຢາກ ໂຕນ ຫນີ / ວ່າງ ເພີນ ໄປ ໄດ້
ໃຈ ວ່າງ ເເພ້ / ກັບ ມະໂນ ເເຈ້ງ / ພາ ເວີນ ຫນີ ເວີ່ນ
ເພີນ ຫມັ່ນ ຕັ້ງ / ຫນີ ໄປ ໄດ້ / ເຖິງ ພຸ້ນ ລື່ນ ຄະເນ

32/ Je communique ce témoignage secret,
Par l’intermédiaire d’un être sage,
Ayant une compréhension éveillée,
Qui cherche à me libérer avec son courage.

ຂໍ້ ສົ່ງ ຂ້ອຍ / ສານ ກ້ານ ນີ້ / ເຣື່ອງ ທີ່ ມີ ຣະຫັດ
ດັ່ງ ປາຣະມັດ / ຜ່ານ ຜູ່ ໃດ / ສ່ອງ ເຫັນ ສານ ໄດ້
ເຂົ້າໃຈ ໄວ້ / ຕື່ນ ຈິງ ເເທ້ / ຖືກ ຈິງ ຈຶ່ງ ວ່າ
ຜູ້ ທີ່ ກ້າ / ຫາ ທາງ ຊ່ວຍ ຂ້ອຍ / ໃຫ້ ພົ້ນ ຈາກ ຂັງ / ເເດ່ ທ້ອນ

ooo O ooo

(1) Phak Lat : littéralement, Phak/partie (unique), Lat/Gouvernance. Le bureau politique suprême du Laos.
(2) Khaoniao : une sorte de riz un peu gluant (ou riz gluant).

ສາກ ເອົາ ເອກສານ ໂຕ ນີ້ ໃນ ຣະບົບ PDF

* * *
ຄໍາອຸດທິດ - Dédicace
* * *

Pour le bonheur et l’éveil de tous les êtres
Je prie pour que le peuple Lao puisse allumer des bougies
« Je suis Sombath Somphone ! » pour la liberté fondamentale au Laos
Que toute la clarté soit faite sur les conditions d’arrestation

de Monsieur SOMBATH SOMPHONE

I request so that the people Lao can light Candles« I’m SOMBATH Somphone » in Laos

« Je suis Sombath Somphone ! »
Entendez-vous mon cri ? Entendez-vous ma voix ?

« I am Sombath Somphone »
Do you hear my cry ? Can anybody hear my voice ?

Nous soutenons sans relâche les actions, pour la protection des droits de l’homme au Laos, menées activement par son épouse Madame Shui Meng

We support relentlessly the actions for the protection of human rights in Laos, led actively by her wife madam Shui Meng

* * *

A créteil le 21 / 04/ 2015
Okinh Soumpholphakdy

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0