ພາສາ ລາວ - La langue lao ບົນ ລາວເເພນ

ຄໍາໂທນ

ວັນພະຫັດ ທີ ໑໙ ເດືອນ ມິຖຸນາ/juin  ຄສ. 2014, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

໑- ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ສັບ ເເທ້ໆ ຂອງ ລາວ ທີ່ ມີ ມາ ເເຕ່ ດັ້ງເດີມ (ຮຽກ ຄໍາມູນ ກໍ ໄດ້ ເຫມືອນກັນ)
  • “ໂທນ” ເປັນ ຄໍາລາວ ເເທ້ໆ ທີ່ ມີ ມາ ເເຕ່ ດັ້ງເດີມ
  • “ຄໍາໂທນ” ເປັນ ຄໍາປະສົມ ຣະຫວ່າງ ສັບ “ຄໍາ” ເເລະ ສັບ “ໂທນ” ສະນັ້ນ ມັນ ຈຶ່ງ ກາຍ ມາ ເປັນ ຄໍານຶ່ງ ຄໍາດຽວ

໒- ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງ ສັ້ນ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ນໍ້າສຽງ ສູງຢ່ອນ ຊຶ່ງ “ນໍ້າສຽງ” ຫມາຍເຖິງ ສຽງ ທີ່ ດັງ ອອກ ມາ ຈາກ ປາກ ເເຕ່ ເປັນ ທໍານອງ ໄປ ເລີຍ ເເລະ ທີ່ ເເປ ເປັນ ພາສາ ຝຣັ່ງ ວ່າ le ton ເເລະ ພາສາ ອັງກິດ ວ່າ the tone
  • “ໂທນ” ມີ ສຽງ ຍາວ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ນໍ້າສຽງ ສູງຢ່ອນ

໓- ຄວາມຫມາຍ || Définition / Definition

  • “ຄໍາ” => ເປັນ ນາມ (ນ.) ເເລະ ເປັນ ມີ ເຄົ້າ ມາ ຈາກ ພາສາ ລາວ ເເທ້ໆ ຊຶ່ງ ມີ ຄວາມຫມາຍ ຢູ່ ຫລາຍ ຢ່າງ ດ້ວຍກັນ ຄື
    • “ຄໍາ” ນ. => ໂລຫະ ທັມມະຊາດ ອ່ອນໆ ຊນິດ ນຶ່ງ ທີ່ ມີ ສີເຫລືອງ ເເລະ ທີ່ ຄົນລາວ ມັກ ເອົາ ມາ ເຮັດ ສາຍສ້ອຍ ຕຸ້ມຫູ ເເລະ ອື່ນໆ ອີກ ເຊັ່ນ ຫລາບຄໍາ ເເຜ່ນຄໍາ ທ່ອນຄໍາ ເເທ່ງຄໍາ ເສັ້ນຄໍາ ກ້ອນຄໍາ ເເລະ ຫນໍ່ຄໍາ

    • “ຄໍາ” ນ. => ສຽງ ຫລື ຈໍາພວກ ສຽງ ທີ່ ດັງ ອອກ ມາ ຈາກ ປາກ ເເລະ ທີ່ ເຮັດ ໃຫ້ ຄົນ ປາກ ພາສາ ດຽວ ກັນ ເຂົ້າໃຈ ໄດ້ ນຶ່ງ ການຫມາຍ ສຽງ ດັ່ງກ່າວ ເປັນ ລາຍລັກອັກສອນ ໃນ ພາສາ ໃດ ພາສາ ນຶ່ງ ເພື່ອ ເຮັດ ໃຫ້ ຄົນ ທີ່ ປາກ ພາສາ ນັ້ນ ອ່ານ ໄດ້ ນຶ່ງ ດັ່ງ ຄໍາປາກ ຄໍາເວົ້າ ເເລະ ນໍ້າຄໍາ ເປັນຕົ້ນ

    • “ຄໍາ” ນ. => ຂອງກິນ ທີ່ ເຮົາ ເອົາ ປ່ອນ ເຂົ້າ ປາກ ບາດ ດຽວ ໂລດ ດັ່ງ ຕົວຢ່າງ “ກິນ ເຂົ້າ ຄໍາ ດຽວ”

    • “ຄໍາ” ນ. => ເປັນ ນາມ ທີ່ ເພິ່ນ ໃຊ້ ວາງ ຢູ່ ຕໍ່ ຫນ້າ ຊື່ ຂອງ ຄົນໃດ ຄົນນຶ່ງ ເພື່ອ ຫມາຍບອກ ວ່າ ຄົນ ຜູ້ນັ້ນ ເປັນ ລູກ ພຍາ ດັ່ງ ຕົວຢ່າງ “ຫມ່ອມ ຄໍາຜຸ ວິສຸດທິພົງ” ທີ່ ເປັນ ລູກສາວ ຂອງ ເຈົ້າພຍາ ເເຫ່ງ ເຈົ້າ ຫລວງພຣະບາງ ຄົນ ນຶ່ງ ຊຶ່ງ ຊື່ ເເທ້ໆ ຂອງ ເພິ່ນ ເເມ່ນ “ຜຸ” ລ້າໆ (ບັກຫລ້າ ບັກຄໍາ ລູກ ອີ່ພໍ່ ກູ ເອີຍ)

    • “ຄໍາ” ກ. => ເອົາ ມື ໄປ ທັງ ເເຕະ ທັງ ລູບ ເເນວໃດ ເເນວນຶ່ງ ເບິ່ງ ຈັກ ຫນ້ອຍ ນຶ່ງ ເພື່ອ ໃຫ້ ເຮົາ ສາມາດ ເດົາ ສັນຖານ ຂອງ ສິ່ງໃດ ສິ່ງນຶ່ງ ເບິ່ງ ວ່າ ເເມ່ນ ເປັນ ເເນວໃດ ເເລະ ຢູ່ ບ່ອນໃດ ກັນ ເເທ້ (ເອົາ ມື ໄປ ລູບ ໄປ ຄໍາ ເບິ່ງ ດູ)
  • “ໂທນ” ຄ. ສະພາບ ຂອງ ສິ່ງ ທີ່ ເປັນ ທັງ ປ່ຽວ ທັງ ດ່ຽວ ດັ່ງ ລູກ ໂທນ ທີ່ ຫມາຍເຖິງ ຄົນນີ້ ເປັນ ລູກ ຄົນ ດຽວ ຂອງ ພໍ່ເເມ່ ເຂົາ ເເລະ ກໍ ບໍ່ ມີ ລູກ ຄົນ ອື່ນ ທີ່ ໄດ້ ເກີດ ຮ່ວມ ທ້ອງ ຂອງ ພໍ່ເເມ່ ເຂົາ ອີກດ້ວຍ
  • “ຄໍາໂທນ” ນ. => ຫມາຍເຖິງ ຄໍາ ທີ່ ມີ ພຍາງ ດຽວ ເເລະ ທີ່ ມີ ຄວາມຫມາຍ (ເປັນ ຂອງ ມັນເອງ) ຊຶ່ງ ຄໍາໂທນ ຕ້ອງ ບັນຈຸ ຢູ່ ພາຍໃນ ປະເພດ ຄໍາສັບ ເເປດ ຢ່າງ ນີ້ ຄື ນາມ ສັພນາມ ຄຸນນາມ ບຸພບົດ ກິຣິຍາ ຄໍາວິເສດ ສັນທານ ເເລະ ອຸທານ

    ຄໍາໂທນ ລາງ ຄໍາ ກໍ ເປັນ “ຄໍາຕາຍ” ຫລື “ພຍາງ ຕາຍ” (ຄໍາ ທີ່ ຜັນ ສຽງ ບໍ່ ໄດ້) ເເລະ ລາງ ຄໍາ ກໍ ເປັນ “ຄໍາເປັນ” ຫລື “ພຍາງ ເປັນ” (ຄໍາ ທີ່ ຜັນ ສຽງ ໄດ້) => (§ ການຜັນ ສຽງ ຫລື ວັນນະຍຸດ)
    • ຕົວຢ່າງ ຂອງ ຄໍາໂທນ ຄື ກິນ ນອນ ປ້ອນ ດໍາ ດ່ອນ ສັ່ງ ສອນ ຂ້ອຍ ຂ້າ ມ້າ ກອຍ ກອນ ຊ່ອຍ ຊ່ວຍ ເຫລືອ ເຮືອ ບິນ ນໍ້າ ໃຈ ຯລຯ

      ເເຕ່ຫາກວ່າ ເພິ່ນ ບໍ່ ຮຽກ ຄໍາ ຕໍ່ ໄປ ນີ້ ເປັນ ຄໍາໂທນ ຄື
      • “ນັກ” ດັ່ງ ນັກມວຍ ນັກເລງ ເປັນຕົ້ນ ຍ້ອນ ມັນ ບໍ່ ມີ ຄວາມຫມາຍ
      • “ກະ” ດັ່ງ ກະຕ່າ ກະບຸງ ເປັນຕົ້ນ
      • “ບາ” ດັ່ງ ຄຣູບາ ງົວບາ ເເລະ ບາຄານ ເປັນຕົ້ນ
      • “ດ້າວ” ດັ່ງ ຕ່າງດ້າວ ??? (ຕ້ອງ ເກັບ ເອົາ ໄປ ຄິດ ໃຫມ່)
      • ເເລະ ອື່ນໆ ອີກ

໔- ຜາຣົບ || Introduction

  • ຄໍາເຄົ້າ ຫມາຍເຖິງ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ຕ່າງດ້າວ
  • ຄໍາມູນ ຫມາຍເຖິງ ຄໍາ ທີ່ ມີ ເຄົ້າ ມາ ຈາກ ຄໍາໂທນ ນຶ່ງ ຄໍາປະສົມ ຣະຫວ່າງ ຄໍາໂທນ ດ້ວຍກັນ ນຶ່ງ ເເລະ ຄໍາປະສົມ ຣະຫວ່າງ ຄໍາໂທນ ເເລະ ຄໍາເຄົ້າ ນຶ່ງ ດັ່ງ ຕ້ອງການ ເປັນຕົ້ນ
  • ຄໍາໂທນ ຫມາຍເຖິງ ຄໍາ ດັ້ງເດີມ ຂອງ ລາວ ທີ່ ມີ ເເຕ່ ພຍາງ ດຽວ ເເລະ ທີ່ ມີ ຄວາມຫມາຍ ຊຶ່ງ ເເປ ເປັນ ພາສາ ຝຣັ່ງ ວ່າ mots monosyllabiques
  • ຄໍາປະສົມ ທີ່ ເປັນ ຄໍາລາວ ເເທ້ໆ ເເລະ ທີ່ ມີ ສອງ ພຍາງ ທຸກໆ ຄໍາ ມາ ຈາກ ການປະສົມ ຄໍາໂທນ ດ້ວຍກັນ ທັງນັ້ນ

ບົດຄວາມ ກ່ຽວກັບ ຄໍາໂທນ ນີ້ ຖືກ ຂຽນ ຂຶ້ນ ເພື່ອ ຢາກ ໃຫ້ ພວກ ຄົນລາວ ດ້ວຍກັນ ເຂົ້າໃຈ ໃນ ຄວາມຄິດ ທີ່ ພາ ໃຫ້ ຄົນລາວ ຖຽງ ກັນ ຢູ່ ບໍ່ ເເລ້ວ ບໍ່ ເລົ່າ ຈັກ ເທື່ອ ຄື “ການສະກົດ” ອັນ ມີ ໓ ຢ່າງ ດ້ວຍກັນ ຄື ສະກົດ ຕາມ ເຄົ້າ ນຶ່ງ ສະກົດ ຕາມ ສຽງ ນຶ່ງ ເເລະ ສະກົດ ຕາມ ໃຈ ນຶ່ງ ດັ່ງ ທີ່ ເຮົາ ຈະ ເຫັນ ຢູ່ ຂ້າງລຸ່ມ ນີ້

ສະກົດ ຫມາຍເຖິງ ການ ທີ່ ຂຽນ ຄໍາ ນຶ່ງໆ ໂດຍ ໃຊ້ ຕົວສະກົດ (ທ້າຍ ຄໍາ) ເປັນ ຫລັກ ຄື ຕົວ ກ ງ ຍ ດ ນ ບ ມ ວ ຢ່າງ ດຽວ ນອກຈາກ ພຍັນຊນະ ທັງ ເເປດ ນີ້ ເເລ້ວ ເຮົາ ບໍ່ ມີ ສີດ ທີ່ ຈະ ເອົາ ພຍັນຊນະ ຕົວ ອື່ນ ມາ ຂັດ ທ້າຍ ຄໍາໃດ ຄໍານຶ່ງ ໃນ ພາສາ ລາວ ສ່ວນ ຄໍາ ຂອງ ເເມ່ກະກາ ນັ້ນ ເພິ່ນ ບໍ່ ເວົ້າ ເຖິງ ການສະກົດ ເນື່ອງຈາກວ່າ ຄໍາ ໃນ ເເມ່ກະກາ ນັ້ນ ເປັນ ຄໍາ ທີ່ ປະກອບ ດ້ວຍ ພຍັນຊນະ ກັບ ສຣະ ຢ່າງ ດຽວ (ເເຕ່ ບາງທີ ຄໍາ ດັ່ງກ່າວ ກໍ ຖືກ ປະກອບ ດ້ວຍ ວັນນະຍຸດ ເພີ່ມເຕີມ)

ເເຕ່ ມີ ຂໍ້ຍົກເວັ້ນ ຄື ການສະກົດ ບໍ່ ມີ ພຽງເເຕ່ ໃຊ້ ຕົວສະກົດ ທ້າຍ ຄໍາ ຢ່າງ ດຽວ ເພາະ ເພິ່ນ ໄດ້ ກໍານົດ ຕົວສະກົດ ພິເສດ ຂຶ້ນ ມາ ເພື່ອ ໃຊ້ ສະກົດ ຢູ່ ກາງ ຄໍາ ດັ່ງ ທີ່ ເຮົາ ຈະ ເຫັນ ໃນ ຂັ້ນ ຕໍ່ ໄປ

໕- ສະກົດ ຕາມ ເຄົ້າ
ຂ້າພະເຈົ້າ ຈະ ກ່າວ ເຖິງ ການສະກົດ ຄໍາເຄົ້າ ບາລີ ຢ່າງ ດຽວ ເພາະ ຄໍາເຄົ້າ ທີ່ ມາ ຈາກ ພາສາ ສັນສະກຣິດ ບໍ່ ມີ ເຄົ້າ ເເບບ ດຽວ ກັບ ຄໍາ ບາລີ ສເມີ ໄປ ດັ່ງ ຕົວຢ່າງ

  • ບາລີ ວ່າ “ອັກຂຣະ” ເເລະ ສັນສະກຣິດ ວ່າ “ອັກສຣະ” ທີ່ ເເຜງ ມາ ເປັນ “ອັກສຣ/ອັກສອຣ/ອັກສອນ” ອີກຢ່າງນຶ່ງ ຕົວ ◌ສ◌ ມີ ຈໍານວນ ຫລາຍ ກວ່າ ຈໍານວນ ຕົວ ◌ສ◌ ບາລີ
  • ບາລີ ວ່າ ສຸກຂະ[sukkha] ເເລະ ສັນສະກຣິດ ວ່າ ສຸຂະ[sukha]
  • ບາລີ ວ່າ ທຸກຂະ[dukkha] ເເລະ ສັນສະກຣິດ ວ່າ ທຸຫຂະ[duḥkha] => (h ຈໍ້າ ກ້ອງ)

ສະນັ້ນ ເມື່ອ ເຮົາ ກ່າວ ເຖິງ ຄໍາເຄົ້າ ນັ້ນ ມັນ ເເມ່ນ ຄໍາເຄົ້າ ຂອງ ພາສາ ໃດ ກັນ ເເທ້ ?

ເຖິງຢ່າງໃດ ກໍດີ ກ່ອນ ເຮົາ ຈະ ມີ ຄວາມສາມາດ ສະກົດ ຄໍາເຄົ້າ ຕ່າງໆ ໃນ ພາສາ ລາວ ໄດ້ ກໍ ຕໍ່ ໃນ ເມື່ອ ວ່າ ເຮົາ ຮູ້ຈັກ ເເລະ ເຂົ້າໃຈ ຄໍາເຄົ້າ ຕ່າງດ້າວ ນັ້ນ ເສັຽກ່ອນ ບໍ່ ດັ່ງນັ້ນ ມັນ ກໍ ເປັນ ພຽງເເຕ່ ການກ່າຍ ຈາກ ປຶ້ມ ໄທຍ ຢ່າງດຽວ ປາສຈາກ ຄວາມເຂົ້າໃຈ ອັນ ເລິກຊຶ້ງ ນຶ່ງ ເເລະ ເຮົາ ກໍ ຕ້ອງ ມີ ກົດເກນ ທີ່ ຖືກ ກໍານົດ ໄວ້ ຢ່າງ ຮຽບຮ້ອຍ ໃນ ຫລັກ ໄວຍາກອນ ອີກ ນຶ່ງ ບໍ່ ດັ່ງນັ້ນ ມັນ ກໍ ຕົກ ຢູ່ ໃນ ກໍຣະນີ ການສະກົດ ຕາມ ໃຈ ນັ້ນ ເເລ

ພຍັນຊນະ ໃນ ພາສາ ບາລີ ມີ ໓໓ ຕົວ ເເລະ ພຍັນຊນະ ໃນ ພາສາ ລາວ ມີ ພຽງ ໒໗ ຕົວ ເທົ່ານີ້ ສະນັ້ນ ເຮົາ ຈຶ່ງ ບໍ່ ສາມາດ ເອົາ ພຍັນຊນະ ລາວ ເເຕ່ ລະ ຕົວ ມາ ສົມທຽບ ໃສ່ ກັບ ພຍັນຊນະ ບາລີ ເເຕ່ ລະ ຕົວ ໄດ້ ດ້ວຍເຫດນີ້ ເພິ່ນ ຈຶ່ງ ເເຕ່ງ ຕົວສະກົດ ພິເສດ ຂຶ້ນ ມາ ເພື່ອ ເເກ້ໄຂ ບັນຫາ ບາງ ຢ່າງ ຄື

໖- ຫນ້າທີ່ ຂອງ ຕົວສະກົດ ພິເສດ

  • ຄໍາໃດ ຂຽນ ດ້ວຍ ຕົວສະກົດ ພິເສດ (ຢູ່ ກາງ ຄໍາ) ຄໍານັ້ນ ເປັນ ຄໍາເຄົ້າ ເເຕ່ ເຮົາ ຕ້ອງ ເຂົ້າໃຈ ວ່າ ວິທີ ສະກົດ ຄໍາເຄົ້າ ເເບບ ນີ້ ບໍ່ ໄດ້ ຫມາຍຄວາມວ່າ ຕົວສະກົດ ພິເສດ ເປັນ ພຍັັນຊນະ ເຄົ້າ ສເມີ ໄປ ເນື່ອງຈາກວ່າ ເພິ່ນ ໄດ້ ຕັດ ຕົວສະກົດ ອັນ ເເທ້ຈິງ ອອກ ເເລ້ວ ເເລະ ເພິ່ນ ກໍ ຮັກສາ ພຽງເເຕ່ ຕົວຊ້ອນ ຫລື ຕົວຕາມ ໄວ້ ຢ່າງ ດຽວ ເທົ່ານັ້ນ ຄື ດັ່ງ ຄໍາ
    • ສຸຂພາບ ມາ ຈາກ ການປະສົມ ຣະຫວ່າງ ຄໍາ ສຸກຂ[ສຸກ-ຂະ] ເເລະ ຄໍາ ພາວ[ພາ-ວະ] ຊຶ່ງ
      • ເພິ່ນ ເເຜງ ພຍັນຊນະ ◌ວ◌ ເປັນ ພຍັນຊນະ ◌ພ◌ ຄໍາເຄົ້າ ຈຶ່ງ ກາຍ ມາ ເປັນ ພາພ ເເຕ່ ໃນ ພາສາ ລາວ ຈະ ມີ ພຽງເເຕ່ ຕົວສະກົດ (ທ້າຍ ຄໍາ) ຢ່າງ ດຽວ ທີ່ ເຮົາ ມີ ສິດ ຂຽນ ໃສ່ ທ້າຍ ຄໍາ ໄດ້ ອີກປະການນຶ່ງ ຕົວ ◌ພ◌ ບໍ່ ເປັນ ຕົວສະກົດ ທ້າຍ ຄໍາ ສະນັ້ນ ເພິ່ນ ຈຶ່ງ ເເຜງ “ພາພ” ເປັນ “ພາບ” ເເລະ ເພິ່ນ ກໍ ຮຽກ ຄໍາ “ພາບ” ເປັນ ຄໍາເເຜງ
      • ເພິ່ນ ຕັດ ຕົວສະກົດ ◌ກ◌ ອອກ ຈາກ ຄໍາ “ສຸກຂ” ມັນ ຈຶ່ງ ກາຍ ມາ ເປັນ ຄໍາ “ສຸຂ” ຊຶ່ງ ພຍັນຊນະ ◌ຂ◌ ເປັນ ພຽງເເຕ່ ຕົວຊ້ອນ ຫລື ຕົວຕາມ ຢ່າງ ດຽວ ອີກປະການນຶ່ງ ຕົວ ◌ຂ◌ ບໍ່ ມີ ສີດ ທີ່ ຈະ ເປັນ ຕົວສະກົດ ໄດ້ ໃນ ພາສາ ບາລີ

ເເຕ່ຫາກວ່າ ເຮົາ ບໍ່ ສາມາດ ທີ່ ຈະ ສະເເດງ ໃຫ້ ຄົນລາວ ທັງຫລາຍ ເຂົ້າໃຈ ໄດ້ ບາດ ດຽວ ໂລດ ວ່າ ຄໍາໃດ ເເທ້ ເປັນ ຄໍາເຄົ້າ ເມື່ອ ຄໍານັ້ນ ຖືກ ສະກົດ ດ້ວຍ ຕົວສະກົດ ທ້າຍ ຄໍາ ເເຕ່ ຢ່າງ ດຽວ ດັ່ງ ຄໍາ

  • ອັງຄ[ອັງ-ຄະ] ຖືກ ເເຜງ ເປັນ “ອົງຄ” ເມື່ອ ຕົວ ◌ຄ◌ ບໍ່ ເປັນ ຕົວສະກົດ ມັນ ກໍ ບໍ່ ມີ ສິດ ຢູ່ ທ້າຍ ຄໍາ ສະນັ້ນ ເພິ່ນ ຈຶ່ງ ຂຽນ “ອົງ” ລ້າໆ ປາສຈາກ ພຍັນຊນະ ◌ຄ◌ ນັ້ນເອງ
    • ມັນ ຍັງ ບໍ່ ມີ ພຽງ ຢ່າງ ດຽວ ເທົ່ານີ້ ເພາະວ່າ ຄໍາ ດັ່ງກ່າວ ນີີ້ ສະກົົດ ໄດ້ ໒ ເເບບ ຄື ອັງຄ[ອັງ-ຄະ] ເເລະ ອັງຄ̣[ອັງ-ຄ̣ະ] ອີກຢ່າງນຶ່ງ ພຍັນຊນະ ◌ຄ̣◌ (ຕົວຄໍ ຈໍ້າ ກ້ອງ) ບໍ່ ມີ ໃນ ພາສາ ລາວ ເພິ່ນ ຈໍາເປັນ ຕ້ອງ ໃຊ້ ພຍັນຊນະ ◌ຄ◌ ຕົວ ດຽວ ນີ້ ຂຽນ ເເທນ ຕົວ ອື່ນ

ເຮົາ ຄວນ ພຍາຍາມ ເຂົ້າໃຈ ສິ່ງ ທີ່ ຂ້າພະເຈົ້າ ໄດ້ ເລົ່າ ມາ ຂ້າງເທິງ ນີ້ ໃຫ້ ຖນັດ ເສັຽກ່ອນ ກ່ອນ ຈະ ຄືບ ຫນ້າ ໄປ ເເຫ່ງ ອື່ນ

ສລຸບ ເເລ້ວ ຈໍານວນ ພຍັນຊນະ ລາວ ບໍ່ ມີ ພຽງພໍ ກັບ ຄວາມຕ້ອງການ ທີ່ ເຮັດ ໃຫ້ ເຮົາ ສະກົດ ຄໍາເຄົ້າ ຕ່າງໆ ຕາມ ເຄົ້າ ບາລີ ຢ່າງ ເເທ້ຈິງ ໄດ້ ເເຕ່ ເປັນ ດ້ວຍເຫດໃດ ພວກ ຝຣັ່ງ ເເລະ ອັງກິດ ຍັງ ສາມາດ ຂຽນ ພາສາ ບາລີ ໄດ້ ໂດຍ ໃຊ້ ຕົວ ຫນັງສື ລາເເຕັງ ທັງນັ້ນ ຂຽນ ເເລະ ເປັນຫຍັງ ຄົນລາວ ຈຶ່ງ ບໍ່ ມີ ຄວາມສາມາດ ເຮັດ ໄດ້ ? ຂ້າພະເຈົ້າ ປ່ອຍ ໃຫ້ ທ່ານ ຜູ້ອ່ານ ເກັບ ເອົາ ໄປ ຄິດ ເເລະ ຊອກຫາ ຄໍາຕອບ ດ້ວຍ ຕົນເອງ ກໍ ເເລ້ວ ກັນ

ຈົງ ໃຫ້ ພວກເຮົາ ເຂົ້າໃຈ ວ່າ ຄໍາໃດ ສະກົດ ດ້ວຍ ຕົວສະກົດ ພິເສດ ຄໍານັ້ນ ເປັນ ຄໍາຕາຍ ຊຶ່ງ ຫມາຍຄວາມວ່າ ຜັນ ສຽງ ບໍ່ ໄດ້ ອີກ ເເລ້ວ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ຄໍາເຄົ້າ ທຸກ ຄໍາ ເປັນ ຄໍາຕາຍ ນັ້ນເອງ (ນັກປະພັນ ຄວນ ເວັ້ນ ຄໍາຕາຍ ໃນ ການເເຕ່ງ ເພງ ຕ່າງໆ) || (ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ = fr. Autrement dit)

໗- ຫນ້າທີ່ ຂອງ ພຍັນຊນະ ຈູງ
ໃນ ການວິເຄາະ ນີ້ ພຍັນຊນະ ຈູງ ມີ ຫນ້າທີ່ ເເບບ ດຽວ ກັບ ຕົວສະກົດ ພິເສດ ຄື ມັນ ເຮັດ ໃຫ້ ຄວາມເຂົ້າໃຈ ຂອງ ເຮົາ ໄວ ຂຶ້ນ ກວ່າເກົ່າ ເພາະວ່າ ຄໍາໃດ ຂຽນ ດ້ວຍ ພຍັນຊນະ ຈູງ ເເປ ວ່າ ຄໍານັ້ນ ມີ ເຄົ້າ ມາ ຈາກ ພາສາ ບາລີ ດັ່ງ

  • ສລາດ[ສະ-ຫລາດ] ຊຶ່ງ ຄໍາ “ສະ” ເເລະ ຄໍາ “ຫລາດ” ບໍ່ ມີ ຄວາມຫມາຍ ຢ່າງໃດ ທັງສິ້ນ ນອກຈາກ ປາຫລາດ ດ້ວຍເຫດນີ້ ເຮົາ ຈຶ່ງ ບໍ່ ຄວນ ຂຽນ ຄໍາ ທີ່ ມີ ຄໍາເຄົ້າ ເເລະ ຄໍາໂທນ ເເບບ ດຽວ ກັນ
  • ສລຸບ[ສະ-ຫລຸບ] ຊຶ່ງ ຄໍາ “ສະ” ເເປ ວ່າ ຫນອງ ຊນິດ ນຶ່ງ ເເລະ ຄໍາ “ຫລຸບ” ຫມາຍເຖິງ ຫນ້າພຽງ ຂອງ ພື້ນທີ່ ຫລື ຕາດິນ ເເຫ່ງໃດ ເເຫ່ງນຶ່ງ ໄດ້ ໂຍບ ລົງ ເພາະ ຄໍາ “ຫລຸບ” ເປັນ ຄໍາໂທນ ທັ້ງໆ ທີ່ ຄໍາ “ສະຫລຸບ” ບໍ່ ເປັນ ຄໍາໂທນ ຫັ້ນຕິ ລະ ດ້ວຍເຫດນີ້ ເຮົາ ຈຶ່ງ ບໍ່ ຄວນ ຂຽນ ຄໍາເຄົ້າ ບາລີ ເເລະ ຄໍາໂທນ ເເບບ ດຽວ ກັນ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້ ຊຶ່ງ ເປັນ ຄໍາເຄົ້າ ທີ່ ຖ່ວງ ຄວາມເຂົ້າໃຈ ຂອງ ເຮົາ ຄື
    • “ສັດ” ທີ່ ສະກົດ ດ້ວຍ ຕົວສະກົດ ◌ດ◌ (ຕົວສະກົດ ທ້າຍ ຄໍາ) ຖ່ວງ ຄວາມຈະເຣີນ ຂອງ ເຮົາ ຍ້ອນ ເຮົາ ບໍ່ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ໄດ້ ວ່າ ຄໍາ ດັ່ງກ່າວ ນີ້ ເປັນ ຄໍາໂທນ ຫລື ເປັນ ຄໍາເຄົ້າ ບາລີ ຄໍາໃດ ເເທ້ໆ ?
      • ສັດ ຈາກ ສັຕຕະ ບໍ ?
      • ສັດ ຈາກ ສະຕະ ບໍ ?
      • ສັດຊື່ ຫລື ສັຈຈ[ສັດ-ຈະ] ບໍ ?
      • ສັດ ເດັຽຣະສານ ບໍ ?
      • ຫລື ສັດ ປະເພດ ໃດ ກັນ ເເທ້ ?

        ນອກຈາກນີ້ ມັນ ຍັງ ມີ ຄໍາເຄົ້າ ທີ່ ອ່ານ ເເບບ ດຽວ ກັນ ກັບ ຄໍາໂທນ ອີກ ດັ່ງ
      • ບາດ ຈາກ ຄໍາເຄົ້າ “ບາທ” ເເລະ “ບາດ” ຄໍາໂທນ (ມີດ ບາດ ມື ຫລື ຕີ ຄ້ອງ ໓ ບາດ)
      • ສູນ ຄໍາເຄົ້າ (ເລກ ສູນ ຫລື ສູນ ສັມນາ) ເເລະ ສູນ ຄໍາໂທນ (ຜີ ສູນ)
      • ຯລຯ

ສລຸບ ເເລ້ວ ການສະກົດ ດ້ວຍ ຕົວສະກົດ ພິເສດ ເເລະ ດ້ວຍ ພຍັນຊນະ ຈູງ ຈະ ສະເເດງ ໃຫ້ ເຮົາ ເຂົ້າໃຈ ບາດ ດຽວ ໂລດ ວ່າ ຄໍາ ທີ່ ຖືກ ສະກົດ ດ້ວຍ ພຍັນຊນະ ປະເພດ ເຫລົ່າ ນີ້ ເປັນ ຄໍາເຄົ້າ ເຖິງເເມ່ນວ່າ ມັນ ຈະ ມີ ການຂາດຕົກບົກຜ່ອງ ໃນ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ນີ້ ກໍ ຈິງ ເເຕ່ ມັນ ກໍ ເພິງ ໃຫ້ ຄວາມພໍໃຈ ໃນ ການຂີດຂຽນ ໄດ້ ດີ ກວ່າ ການຂຽນ ຕາມ ສຽງ ເເລະ ການຂຽນ ຕາມ ໃຈ ຮ້ອຍ ເທົ່າ ພັນ ເທົ່າ || (ສລຸບ ເເລ້ວ = fr. en conclusion)

໘- ສະກົດ ຕາມ ສຽງ
ຈໍານວນ ພຍັນຊນະ ໒໗ ຕົວ ນຶ່ງ ສຣະ ໒໘ ຕົວ ນຶ່ງ ເເລະ ຈໍານວນ ໄມ້ສະກົດ ທັງຫມົດ ຂອງ ເເມ່ສະກົດ ທັງ ເເປດ ອີກດ້ວຍ ນຶ່ງ ຈະ ບໍ່ ສ້າງ ບັນຫາ ອັນໃດ ທັງສິ້ນ ໃຫ້ ເເກ່ ການສະກົດ ຄໍາໂທນ ຕາມ ສຽງ ດັ່ງ

  • ເຮືອ + ບິນ = ເຮືອບິນ (ຍົນ) ຊຶ່ງ “ເຮືອ” ເເລະ “ບິນ” ເປັນ ຄໍາໂທນ ສ່ວນ “ເຮືອບິນ” ນັ້ນ ເປັນ ຄໍາປະສົມ
  • ຊ່ວຍ + ເຫລືອ = ຊ່ວຍເຫລືອ
  • ຂີ້ + ເຫລົ້າ = ຂີ້ເຫລົ້າ
  • ນໍ້າ + ຄໍາ = ນໍ້າຄໍາ
  • ນໍ້າ + ໃຈ = ນໍ້າໃຈ
  • ຂົ່ມ + ເຫັງ = ຂົ່ມເຫັງ
  • ທໍ້ + ຖອຍ = ທໍ້ຖອຍ
  • ຯລຯ

ລາງ ຄໍາ ກໍ ເປັນ ຄໍາປະສົມ ຣະຫວ່າງ ຄໍາ ບາລີ ເເລະ ຄໍາໂທນ ຄື ດັ່ງ

  • ສັກດິນາ => “ສັກດິ” ເປັນ ຄໍາ ບາລີ ເເລະ “ນາ” ເປັນ ຄໍາໂທນ
  • ພົລເມືອງ => ພລ[ພະ-ລະ] ເປັນ ຄໍາ ບາລີ ທີ່ ເເປ ວ່າ ກໍາລັງ ເເລະ “ເມືອງ” ເປັນ ຄໍາໂທນ (ຄັນ ຂາດ ກໍາລັງ ທີ່ ເປັນ ຄົນລາວ ເເທ້ໆ ກໍ ຫມາຍຄວາມວ່າ ເມືອງ ນັ້ນ ຕ້ອງ ດັບ ຫລື ກາຍ ເປັນ ເມືອງຂຶ້ນ ຂອງ ປະເທດ ອື່ນ ເເລ)
  • ສັດຊື່ => “ສັດ” ມາ ຈາກ ພາສາ ບາລີ “ສັຈຈະ” ເເລະ ເເປ ວ່າ ຊື່
  • ຂ້າຣາຊການ => “ຂ້າ” ເຫມືອນ ຂ້ອຍຂ້າມ້າໃຊ້ ເເລະ ຄໍາ “ຣາຊ” ມາ ຈາກ ພາສາ ບາລີ “ຣາຊາ”
  • ຯລຯ

ລາງ ຄໍາ ກໍ ຂຽນ ດ້ວຍ ພຍັນຊນະ ຈູງ ດັ່ງ

  • ຂນົມ[ຂະ-ຫນົມ] ຫລື ເຂົ້າຫນົມ
  • ຂມັບ[ຂະ-ຫມັບ]
  • ຕມາດ[ຕະ-ຫມາດ] => ນັ່ງ ຂາ ຕມາດ
  • ຕລາດ[ຕະ-ຫລາດ]
  • ຕລົກ[ຕະ-ຫລົກ]
  • ຯລຯ

ບັນຫາ ເກີດ ຂຶ້ນ ໄດ້ ກໍ ຕໍ່ ໃນ ເມື່ອ ວ່າ ເຮົາ ສະກົດ ຄໍາເຄົ້າ ເເລະ ຄໍາໂທນ ເເບບ ດຽວ ກັນ ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ໃນ ຫົວຂໍ້ ພຍັນຊນະ ຈູງ

ສລຸບ ເເລ້ວ ການສະກົດ ຄໍາເຄົ້າ ຕາມ ສຽງ ພາ ໃຫ້ ຄວາມເຂົ້າໃຈ ຂອງ ນັກຮຽນຮູ້ ທຸກໆ ຄົນ ຊັກຊ້າ ໄປ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ສ້າງ ຄົນ ໃນ ຊາດ ໃຫ້ ກາຍ ເປັນ ຄົນ ຈ້າ ຫລາຍ ຂຶ້ນ (ອັນນີ້ ຄື ຄວາມຫວັງ ຂອງ ຄົນ ປະເທດ ຕ່າງຊາດ ທີ່ ຫວັງ ກືນກິນ ລາວ ຄື ສ້າງ ໃຫ້ ຄົນລາວ ຈ້າ ເສັຽກ່ອນ ມັນ ຈຶ່ງ ໄປ ບໍ່ ຮອດ ໃສ ເພາະ ມັນ ຍັງ ຄາ ຜິດຖຽງ ກັນ ເເບບ ຕາຍໆ ຢູ່)

ການສະກົດ ຄໍາເຄົ້າ ດ້ວຍ ຕົວສະກົດ ທ້າຍ ຄໍາ ກໍ ພາ ໃຫ້ ຄວາມເຂົ້າໃຈ ຂອງ ພວກເຮົາ ຊັກຊ້າ ໄປ ເຫມືອນ ກັນ ນັ້ນ ເເລ

໙- ສະກົດ ຕາມ ໃຈ
ການສະກົດ ຕາມ ໃຈ ຄື ພວກ ທີ່ ມີ ຊີວິດ ຄາວ ເຈົ້າ ອະນຸວົງ ກັບ ມາ ເກີດ ໃຫມ່ ຢູ່ ໃນ ຄາວ ນີ້ ເເລະ ໃຊ້ ຊີວິດ ຢູ່ ໃນ ປັດຈຸບັນ ນີ້ ກໍ ຍັັງ ຂຽນ ເເບບ ຄາວ ເຈົ້າ ອະນຸ ຢູ່ ໂດຍ ບໍ່ ຍອມ ວາງ ຕົວເຟື້ອງ ຈັກ ຕົວ ເລີຍ ເເລະ ກໍ ຂຽນ ຕາມ ຄວາມຄິດ ຂອງ ເພິ່ນເອງ ຢູ່ ພ້ອມທັງ ສົມມຸດ ການຂຽນ ຂອງ ເພິ່ນ ຖືກ ສເມີ ໄປ ປາສຈາກ ຫລັກ ໄວຍາກອນ ອັນໃດ ທັງສິ້ນ ເອົາ ໄປ ເອົາ ມາ ມັນ ຈົນ ພາ ໃຫ້ ເຮົາ ບໍ່ ເຂົ້າໃຈ ຊໍ້າ ວ່າ ເພິ່ນ ຊອກຫາ ອີ່ຫຍັງ ກັນ ເເທ້ ເເລະ ກໍ ຢາກ ເວົ້າ ຫຍັງ ເເທ້ໆ

“ສະກົດ ຕາມ ໃຈ” ຫມາຍເຖິງ ການຂີດຂຽນ ໄຮ້ ຫລັກ ໄວຍາກອນ ນັ້ນເອງ ຄື ຂາດ ຄວາມເເນ່ນອນ ຄັນ ຂາດ ຄວາມເເນ່ນອນ ເຮົາ ກໍ ຈະ ພາ ເດັກນ້ອຍ ຂຽນ ທວາຍ ບໍ່ ໄດ້ ຄັນ ເຮົາ ຂຽນ ທວາຍ ບໍ່ ໄດ້ ກໍ ຫມາຍຄວາມວ່າ ມີ ສັດຕຣູ ຈອບອອຍ ໃຫ້ ເຈົ້າ ວາງ ພາສາ ຂອງ ເຈົ້າ ເເລະ ຍົວະ ໃຫ້ ເຈົ້າ ຫັນ ໄປ ຮຽນ ພາສາ ເຂົາ ດັ່ງ ພາສາ ເເກວ ເເລະ ພາສາ ເຈັກ ເປັນຕົ້ນ ເມື່ອ ເຈົ້າ ບໍ່ ເຂົ້າໃຈ ພາສາ ຂອງ ເຈົ້າເອງ ຢ່າງ ເຖິງຖອງ ເຈົ້າ ກໍ ເລີ່ມ ດູຖູກ ພາສາ ເເລະ ວັທນະທັມ [ວັດ-ທະ-ນະ-ທໍາ] ຂອງ ເຈົ້າເອງ ວ່າ ບໍ່ ມີ ຫຍັງ

ພາສາ ລາວ ເປັນ ພາສາ ທີ່ ມີ ຄວາມເເນ່ນອນ ຫລາຍ ທີ່ສຸດ ເເລະ ສາມາດ ທັງ ບົ່ງບອກ ທັງ ບັຣຍາຍ ເຫດການ ຕ່່າງໆ ໄດ້ ໂດຍ ບໍ່ ຕ້ອງການ ເເຈກ ກິຣິຍາ ຜູ້ຟັງ ກໍ ເຂົ້າໃຈ ບາດ ດຽວ ໂລດ ວ່າ ວາຈົກ ຜູ້ເວົ້າ ຢາກ ເວົ້າ ຫຍັງ ເເທ້ໆ ເເຕ່ ສິ່ງ ທີ່ ມັນ ຂາດ ໃນ ພາສາ ລາວ ນັ້ນ ຄື ຄໍາສັບ ດ້ານ ວິທຍາ ຢ່າງດຽວ ເພາະ ຄົນລາວ ຂາດ ການພັທນາ [ພັດ-ທະ-ນາ] ພາສາ ຂອງ ເຂົາ ມາ ໄດ້ ຫລາຍ ກວ່າ ໔ ສັຕວັດ ເເລ້ວ ຍ້ອນ ເສິກເຫນືອເສືອໃຕ້ ນັ້ນເອງ ເເຕ່ ເຖິງປານນັ້ນ ພາສາ ລາວ ກໍ ຍັງ ຕັ້ງ ຢູ່ ຣະດັງ ເຫນືອ ກວ່າ ພາສາ ຂອງ ຊາວ ເພື່ອນບ້ານ ຕັ້ງ ຫລາຍ ເທົ່າ ທັ້ງໆ ທີ່ ບໍ່ ຖືກ ພັທນາ ມາ ໄດ້ ຫລາຍ ສັຕວັດ ເເລ້ວ || (ທັ້ງໆ ທີ່ = fr. malgré)

  • “ເດືອນ ຫນ້າ ຂ້ອຍ ຊິ ໄປ ທ່ຽວ ຫລິ້ນ ເມືອງລາວ” || fr. ເດືອນ ຫນ້າ/le mois prochain, ຂ້ອຍ/je, ຊິ ໄປ/vais aller, ທ່ຽວ/visiter, ຫລິ້ນ/jouer, ເມືອງລາວ/Laos
    • ຄັນ ມັນ ບໍ່ ມີ ກິຣິຍາ “ໄປ” ມັນ ກໍ ບໍ່ ສາມາດ ມີ ກິຣິຍາ “ທ່ຽວ” ໄດ້ ຫມາຍຄວາມວ່າ ເຮົາ ຕ້ອງ ໄປ ບ່ອນ ນັ້ນ ເສັຽກ່ອນ ເຮົາ ຈຶ່ງ ຈະ ທ່ຽວ ໄດ້ ໃນ ເມື່ອ ເຮົາ ທ່ຽວ ເຫັນ ເເນວນັ້ນ ເເນວນີ້ ຫລື ບ່ອນນັ້ນ ບ່ອນນີ້ ເເລ້ວ ເຮົາ ຈຶ່ງ ສາມາດ ຫລິ້ນ ຢູ່ ບ່ອນ ເຮົາ ເຫັນ ເເລ້ວ ນັ້ນ ໄດ້ => ນີ້ ເເລ ຄື ຄວາມເເນ່ນອນ ເເລະ ຄວາມຄັກເເນ່ (la logique)
    • ເເຕ່ ເຮົາ ເວົ້າ ເປັນ ພາສາ ຝຣັ່ງ ໄດ້ ວ່າ je visiterai le Laos prochainement ປາສຈາກ ກິຣິຍາ aller ເເລະ ເຮົາ ກໍ ບໍ່ ສາມາດ ຈະ ໃຊ້ ພາສາ ລາວ ໄປ ໃນ ຮູບ ດຽວ ກັນ ຄັນ ມັນ ເປັນ ໄປ ໄດ້ ເຮົາ ກໍ ສາມາດ ເວົ້າ ໄດ້ ວ່າ “ຂ້ອຍ ຊິ ທ່ຽວ ຫລິ້ນ ເມືອງລາວ” ຫລື “ຂ້ອຍ ຊິ ຫລິ້ນ ທ່ຽວ ເມືອງລາວ”

ຍິ່ງ ໄປ ກວ່າ ນັ້ນ ຄົນລາວ ໃນ ປັດຈຸບັນ ເວົ້າ ພາສາ ລາວ ບໍ່ ຖືກ ຍ້ອນວ່າ ພວກ ຄົນລາວ ເມືອງນອກ ບໍ່ ໄດ້ ເວົ້າ ພາສາ ລາວ ເປັນ ເວລາ ມາ ໄດ້ ຫລາຍ ສິບ ປີ ເເລ້ວ (ທົສວັດ) ຄັນ ເວົ້າ ກໍ ເວົ້າ ພຽງ ເລັກໆ ນ້ອຍໆ ເທົ່ານັ້ນ ເເຕ່ ເມື່ອ ເພິ່ນ ເວົ້າ ເພິ່ນ ພັດ ຄິດ ເປັນ ພາສາ ຝຣັ່ງ ສໍາລັບ ພວກ ທີ່ ຢູ່ ເມືອງຝຣັ່ງ ເເລະ ຄິດ ເປັນ ພາສາ ອັງກິດ ສໍາລັບ ພວກ ທີ່ ພໍານັກ ຢູ່ ປະເທດ ທີ່ ໃຊ້ ພາສາ ອັງກິດ ຫລັງຈາກນັ້ນ ເພິ່ນ ຈຶ່ງ ເວົ້າ ເປັນ ພາສາ ລາວ ອອກ ມາ ຊຶ່ງ ການເວົ້າ ເເບບ ນີ້ ພາ ໃຫ້ ການປາກເວົ້າ ພາສາ ລາວ ປ່ຽນ ໄປ ໃນ ທາງ ບໍ່ ດີ ທັງ ເຕັກ ໄປ ກວ່າ ເກົ່າ ຄື ນັບ ມື້ ນັບ ສ້ວຍ ລົງ

  • “໔ ຕັ່ງ” ເເທນ ທີ່ ຈະ ເວົ້າ ວ່າ “ຕັ່ງ ໔ ຫນ່ວຍ” <=> 4 chaises /4 chairs
  • “໔ ສ່ຽວ” ເເທນ ທີ່ ຈະ ເວົ້າ “ສ່ຽວ ໔ ຄົນ” <=> 4 amis /4 freinds
  • “ຫລາຍໆ ທ່ານ” ເເທນ ທີ່ ຈະ ເວົ້າ “ທ່ານ ຫລາຍ ຄົນ” ຫລື “ທ່ານ ທັງຫລາຍ” ຮ້າຍ ກ່ອນ ຂ້າ ເວົ້າ ລາວ <=> plusieurs personnes /many persons
  • ຂຽນ ປໂຍກ ນຶ່ງໆ ໂດຍ ບໍ່ ໃຊ້ ກິຣິຍາ <=> ປໂຍກ ນຶ່ງ ຕ້ອງ ມີ ຢ່າງ ຕໍ່າສຸດ ປະທານ (sujet /subject) ເເລະ ກິຣິຍາ (verbe /verb) ເເຕ່ ປໂຍກ ສ່ວນ ຫລາຍ ໃນ ພາສາ ລາວ ຈະ ຕ້ອງ ປະກອບ ດ້ວຍ ປະທານ (sujet /subject) ນຶ່ງ ກິຣິຍາ (verbe /verb) ນຶ່ງ ເເລະ ກັມ (complément d’objet) ນຶ່ງ
    • ຜິວ່າ ສໍານວນ ໃດ ຂາດ ກິຣິຍາ ເເລ້ວ ເພິ່ນ ຕ້ອງ ຮຽກ ສໍານວນ ນັ້ນ ເປັນ ວະລີ (fr. groupe de mots) => ເພິ່ນ ຈະ ບໍ່ ຮຽກ ປໂຍກ ເພາະ ສໍານວນ ດັ່ງກ່າວ ບໍ່ ມີ ກິຣິຍາ
  • ຯລຯ

໑໐- ຄໍາໂທນ
ຄໍາໂທນ ເປັນ ທັງ ຄໍາລາວ ລ້ວນໆ ທີ່ ມີ ເເຕ່ ພຍາງ ດຽວ ທັງ ຄໍາ ທີ່ ມີ ຄວາມຫມາຍ ຕາຍຕົວ ອີກດ້ວຍ (fr. un mot, pas un suffixe, ni un préfixe ni un infixe) ເເລະ ວິທີ ສະກົດ ຄໍາໂທນ ກໍ ຈະ ບໍ່ ສ້າງ ເເຂ ຕໍ່ ໄປ ຣະຫວ່າງ ຄົນລາວ ດ້້ວຍກັນ ໄດ້

ຄໍາມູນ ຕ່າງໆ ທີ່ ເປັນ ຄໍາປະສົມ ຖືກ ປະກອບ ດ້ວຍ ຄໍາໂທນ ເກືອບ ໑໐໐% ເເຕ່ ສິ່ງ ທີ່ ເຮົາ ຄວນ ເຂົ້າໃຈ ນັ້ນ ຄື ເມື່ອ ເພິ່ນ ເອົາ ຄໍາໂທນ ໒ ຄໍາ ມາ ຕັ້ງ ເປັນ ຄໍາປະສົມ ຄໍາ ໃຫມ່ ຂຶ້ນ ມາ ຄໍາປະສົມ ດັ່ງກ່າວ ຈະ ຮັກສາ ຢ່າງ ຕໍ່າສຸດ ຄວາມຫມາຍ ເດີມ ຂອງ ຄໍາໂທນ ຄໍາ ນຶ່ງ ໄວ້ ໄດ້ ເເລະ ຄໍາປະສົມ ລາງ ຄໍາ ກໍ ຈະ ຮັກສາ ຄວາມຫມາຍ ຂອງ ຄໍາໂທນ ທັງ ສອງ ໄວ້ ໄດ້ ເຫມືອນເດີມ

ເເຕ່ ມັນ ຍັງ ມີ ຄໍາປະສົມ ທີ່ ປ່ຽນ ຄວາມຫມາຍ ຈາກ ຄໍາໂທນ ໄປ ເລີຍ ໃນ ກໍຣະນີ ນີ້ ຄໍາປະສົມ ຖືກ ເເຕ່ງ ຂຶ້ນ ໂດຍ ອີງ ໃສ່ ສັນຖານ ຮູບ ຫລື ລັກສນະ ຂອງ ສິ່ງ ກ່ຽວຂ້ອງ ດັ່ງ ຕົ້ນຫູຄວາຍ ເນື່ອງຈາກວ່າ ໃບ ຂອງ ຕົ້ນໄມ້ ດັ່ງກ່າວ ຄ້າຍ ຄື ກັນ ກັບ ຫູ ຂອງ ຄວາຍ ນັ້ນເອງ

໑໑- ຕົວຢ່າງ ຄໍາປະສົມ ດ້ວຍ ຄໍາໂທນ

  • ຂອງຫວານ => ຂອງ . + ຫວານ .
  • ເຂົ້າໃຈ => ເຂົ້າ . + ໃຈ .
  • ຈັບໃຈ => ຈັບ . + ໃຈ .
  • ສຸດໃຈ => ສຸດ . + ໃຈ .
  • ວາງໃຈ => ວາງ . + ໃຈ . => (ໄວ້ໃຈ ວາງໃຈ ໄວ້ວາງໃຈ)
  • ຊ່ວຍເຫລືອ => ຊ່ວຍ . + ເຫລືອ .
  • ເເຕະຕ້ອງ => ເເຕະ . + ຕ້ອງ .
  • ທໍ້ຖອຍ => ທໍ້ . + ຖອຍ .
  • ພີ່ນ້ອງ => ພີ່ . + ນ້ອງ .
  • ເຮືອບິນ => ເຮືອ . + ບິນ .
  • ເຮືອນຄົວ => ເຮືອນ . + ຄົວ .
  • ຯລຯ

ສະເເດງ ວ່າ ຄໍາໂທນ ທຸກໆ ຄໍາ ທີ່ ປະກອບ ເປັນ ຄໍາປະສົມ ຂ້າງເທິງ ນີ້ ມີ ຄວາມຫມາຍ ທັງນັ້ນ ເເຕ່ວ່າ ເຮົາ ຈະ ອະທິບາຍ ຢ່າງ ເລິກຊຶ້ງ ເເນວໃດ ຄໍາປະສົມ ທັງ ສາມ ນີ້ ຄື “ຊ່ວຍເຫລືອ” ນຶ່ງ “ວາງໃຈ” ນຶ່ງ ເເລະ “ເຂົ້າໃຈ” ນຶ່ງ ເພາະ ຄໍາປະສົມ ຄໍາ ອື່ນ ກໍ ຍັງ ຮັກສາ ຄວາມຫມາຍ ຂອງ ຄໍາໂທນ ທັງ ສອງ ໄວ້ ຢູ່ ເຫມືອນເດີມ ?

໑໒- ສລຸບຄວາມ

ການສະກົດ ຄໍາໂທນ ຈະ ບໍ່ ສ້າງ ບັນຫາ ໃດໆ ໃຫ້ ເເກ່ ຄວາມເຂົ້າໃຈ ເເຕ່ ການສະກົດ ຄໍາເຄົ້າ (ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ຕ່າງດ້າວ) ເເບບ ຄໍາໂທນ ນັ້ນ ຈະ ຖ່ວງ ຄວາມກ້າວຫນ້າ ດ້ານ ການສຶກສາ ພາສາ ລາວ ເເລະ ທ່ານ ຄວນ ຖາມ ຕົນເອງ ວ່າ ມີ ເເນວໃດ ເເນ່ ທີ່ ພາ ໃຫ້ ຖ່ວງ ຄວາມເຂົ້າໃຈ ໄດ້ ເເລະ ການສະກົດ ຄໍາ ບາລີ ເເບບ ຄໍາໂທນ ນັ້ນ ຈະ ຖ່ວງ ເເນວໃດ ເເນ່ ? ໃຫ້ ທ່ານ ຊອກຫາ ຄໍາຕອບ ດ້ວຍ ຕົນເອງ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນ ນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກ ຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ຄຸນງາມຄວາມດີ ຂອງ ພໍ່ ເເລະ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກ ຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກ ຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກ ຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກ ຄົນ
ເເລະ ພິເສດ ສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນ ນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຜິວ່າ ທ່ານ ຢາກ ຕື່ມ ຄວາມຄິດ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ເສັຽກ່ອນ ກ່ອນ ທ່ານ ຈະ ສາມາດ ຂຽນ ນໍ້າຄໍາ ໄດ້ (ດິກ = cliquer /to click)


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0