ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ເເມ່ບ້ານການເຮືອນ > ຂອງ ກິນ ຫລິ້ນ > ກະເເລັມ ຫມາກຖົ່ວຣຽນ ກັບ ຫມາກມ່ວງ

ກະເເລັມ ຫມາກຖົ່ວຣຽນ ກັບ ຫມາກມ່ວງ

ວັນເສົາ ທີ ໑໗ ເດືອນ ສິງຫາ/août  ຄສ. 2013, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
“ກະເເລັມ” ເປັນ ນາມ ເເລະ ເປັນ ຄໍາລາວ ທີ່ ຖືກ ເເຜງ ມາ ຈາກ ຄໍາຝຣັ່ງ crème[ເເກຣມເມິ] ເເລະ ອີກ ລາງຄົນ ກໍ ວ່າ ມາ ຈາກ ພາສາ ອັງກິດ

ເຮົາ ລອງ ຫັນ ມາ ສຶກສາ ຄໍາເວົ້າ ດັ່ງກ່າວ ໃນ ພາສາ ທັງສອງ ນີ້ ເສັຽກ່ອນ ຄື ຝຣັ່ງ ຮຽກ ກະເເລັມ ວ່າ crème glacée [ເເກຣມເມິ ກລາເຊ] ຫລື glace [ກລາເຊິ] ລ້າໆ ກໍ ໄດ້ ເຫມືອນກັນ ເເລະ ອັງກິດ ວ່າ ice cream [ໄອສກຣີມ] ຊຶ່ງ glace (d’où le mot glacée) ເເລະ ice ຫມາຍເຖິງ ນໍ້າເເຂງ ຫລື ນໍ້າກ້ອນ ເເລະ ຖ້າ ຈະ ເເປ ຕາມໂຕ ເເລ້ວ crème glacée [ເເກຣມເມິ ກລາເຊ] ເເລະ ice cream [ໄອສກຣີມ] ກໍ ເເປ ວ່າ ເນີຍກ້າມ ເເທ້ ເເລ

  • ໄທຍ ອ່ານ cream ເປັນ ຄຣີມ ເເຕ່ ສ່ວນມາກ ເເລ້ວ ຈະ ອອກ ສຽງ “ຄີມ” ທັງນັ້ນ ເເຕ່ ບໍ່ ເເມ່ນ ຄີມ ທີ່ ເປັນ ຄໍາມູນ ເເລະ ທີ່ ເປັນ ເຄື່ອງມື ສໍາລັບ ໃຊ້ ຫນີບ ເພື່ອ ງັດ ເພື່ອ ຖອນ ເຫລັກຕະປູ ເເລະ ອື່ນໆ ອີກ
  • ເເກຣມ (crème) ທີ່ ອ່ານ ເປັນ ພຍັນຊນະ ຈູງ ວ່າ ກະເເລມ ດັ່ງ “ຝຣັ່ງ” ອ່ານ ເປັນ ຝາຫລັ່ງ ຫລື ຝາຫຣັ່ງ ນັ້ນເອງ ຄັນ ອ່ານ ຕາມ ພຍັນຊນະ ຄວບ (ຝຣ) ເຮົາ ຈະ ອ່ານ ຝຣັ່ງ ຕາມ ການຂຽນ ນັ້ນ ເເລ
  • ຖົ່ວຣຽນ ເປັນ ຄໍາລາວ ທີ່ ຖືກ ເເຜງ ມາ ຈາກ ທຸຣຽນ ຊຶ່ງ ຂຽນ ເປັນ ພາສາ ອັງກິດ durian ສ່ວນ ຄົນລາວ ອີກ ສ່ວນນຶ່ງ ພ້ອມດ້ວຍ ຄົນໄທຍ ກໍ ຮຽກ “ທຸຣຽນ” ຕາມ ສຽງເຄົ້າ ເເຕ່ ສຽງເຄົ້າ ອັນນີ້ ຂ້າພະເຈົ້າ ບໍ່ ຮູ້ຈັກ ວ່າ ເປັນ ສຽງເຄົ້າ ຂອງ ພາສາ ໃດ ກັນ ເເທ້ ເພາະວ່າ ຫມາກໄມ້ ຊນິດ ນີ້ ເປັນ ຫມາກໄມ້ ທີ່ ມີ ກໍາເນີດ ເກີດ ຢູ່ ອາຊີ ອາຄະເນ

ທຸຣຽນ ທີ່ ຖືກ ເເຜງ ມາ ເປັນ ຖົ່ວຣຽນ ກໍ ເນື່ອງ ຈາກ ວ່າ ບໍ່ ມີ ໃຜ ຂຽນ ເເລະ ບັນທຶກ ໄວ້ ໃນ ຄາວ ກ່ອນ ເມື່ອ ຄົນ ທັງຫລາຍ ທີ່ ບໍ່ ຮູ້ຈັກ ຊື່ ຂອງ ຫມາກໄມ້ ເເນວ ນີ້ ມາ ກ່ອນ ເເຕ່ ເຂົາ ໄດ້ ຍິນ ເພິ່ນ ເວົ້າ ບໍ່ ເເຈ້ງ ປານໃດ ເຂົາ ກໍ ພາ ກັນ ຮຽກ ຫມາກຖົ່ວຣຽນ ຍ້ອນ ຄວາມບໍ່ຮູ້ຈັກ ຂອງ ຕົນເອງ ບັດນີ້ ເຮົາ ຈະ ພາ ກັນ ຮຽກ ຢ່າງໃດ ດີ ? ເຮົາ ຄວນ ຮຽກ ຕາມ ສຽງ ເຄົ້າ ຄົງ ເປັນ ສິ່ງ ເຫມາະສົມ ເເທ້ ຄື ຫມາກທຸຣຽນ ນັ້ນເອງ

ຮູບ ໑ - ບົວ ຫມາກຖົ່ວຣຽນ ຫລື ຫມາກທຸຣຽນ
  • ເນີຍ = fr. crème || en. cream
  • ເນີຍກ້ອນ (ເນີຍເເຂງ) = fr. fromage || en. cheese

ຕາມ ທັມມະດາ ເເລ້ວ ເເກຣມ ເເລະ ກຣີມ ຫລື ຄຣີມ ຫມາຍເຖິງ ເນີຍ ທີ່ ເປັນ ອາຫານ ເຮັດ ດ້ວຍ ນົມ ເເລ ເພິ່ນ ຈຶ່ງ ຮຽກ ເນີຍ ໄດ້ ຄັນ ພື້ນຖານ ຂອງ ອາຫານ ເເນວໃດ ບໍ່ ໄດ້ ເອົາ ນົມ ເຮັດ ເປັນ ພື້ນຖານ ເເລ້ວ ຄົນລາວ ຄາວກ່ອນ ບໍ່ ຮຽກ ເນີຍ ເເຕ່ຫາກວ່າ ໃນ ປັດຈຸບັນ ນີ້ ເເນວໃດ ທີ່ ມີ ເນື້ອ ຂາວໆ ຂຸ້ນໆ ເເນ່ ເພິ່ນ ກໍ ຮຽກ ເນີຍ ໄດ້ ເຫມືອນກັນ ເເລະ ຍິ່ງ ໄປ ກວ່າ ນັ້ນ ລາງຄົນ ກໍ ຮຽກ ເນີຍເເຫລວ ເຖິງຢ່າງໃດ ກໍດີ ເນີຍ ມີ ເນື້ອ ຂຸ້ນໆ ສເມີ (ເເລະ ມີ ສີຂາວ ເເນ່ ຫນ້ອຍນຶ່ງ)

ໂຄສະຖານ || Phonétique / Phonetics

  • “ກະ” ມີ ສຽງສັ້ນ ເເລະ ມີ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຢຸດ ຢູ່ ສຽງສູງ ຕາມທີ່ຈິງ ເເລ້ວ ເພິ່ນ ບໍ່ ອ່ານ ອອກ ສຽງ ຕາມ ການຂຽນ ເເຕ່ ການອ່ານ ຄໍານີ້ ຈະ ມີ ສຽງ “ກ໊ະ” ຫລາຍກວ່າ
  • “ເເລັມ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ມາ ຢຸດ ຢູ່ ສຽງກາງ
    • ຄວາມຈິງ ເເລ້ວ ເພິ່ນ ບໍ່ ອ່ານ ຕາມ ການຂຽນ ເເຕ່ ອ່ານ ອອກ ໄປ ທາງ ສຽງ ຕົວດໍ (ດ) ຫລາຍກວ່າ ພ້ອມທັງ ຮັກສາ ການອ່ານ ເປັນ ຕົວລໍ (ລ) ໄວ້ ເຫມືອນເດີມ ດັ່ງ ໄທໃຕ້ ອ່ານ ຕົວດໍ (ດ) ເປັນ ຕົວລໍ (ລ) ນັ້ນ ເເລ (ໃຫ້ ອ່ານ “ເເລັມ” ເປັນ ສຽງກາງ ຢ່ອນ ເເທນທີ່ ຈະ ເປັນ ສຽງສູງ ຢ່ອນ)

ຄວາມຫມາຍ || Définition / Definition
ຕາມ ທັມມະດາ ເເລ້ວ ກະເເລັມ ຫມາຍເຖິງ ກະທິ ສີ ຂາວໆ ຫນ້ອຍ ນຶ່ງ ທີ່ ກ້າມ ຢູ່ ຫນ້າ ນໍ້ານົມ ນັ້ນ ເເລ ເເຕ່ວ່າ ການເຮັດກິນ ຄູ່ ມື້ ນີ້ ເເມ່ນ ສິ່ງ ທີ່ ເພິ່ນ ຕີ ໃຫ້ ມັນ ເປັນ ຝອດ ສີຂາວ ຂຶ້ນ ມາ ກໍ ຮຽກ ກະເເລັມ ໄດ້ ເຫມືອນກັນ

ກະເເລັມ ຫມາຍເຖິງ ຂອງກິນ ກ້າມ ດ້ວຍ ຄວາມເຢັນ ທີ່ ເພິ່ນ ໄດ້ ມາ ຈາກ ການບົດ ນົມ ຫລື ເນີຍ ກັບ ຫມາກໄມ້ ໃຫ້ ເເຫລກ ທີ່ສຸດ (ເເຫລກ ເພາະ ມີ ນໍ້າ ເເລະ ກໍ ບໍ່ ເເມ່ນ “ມຸ່ນ”) ຈົນ ເປັນ ນໍ້າຂຸ້ນ ພຸ້ນ ລະ

  • ຂຸ້ນໆ ເເປ ວ່າ ຂຸ້ນ ຕື່ມ ເຂົ້າ ໄປ ອີກ ຫລື ຂຸ້ນ ຫລາຍ ກວ່າ ເກົ່າ
  • ເຢັນໆ ເເປ ວ່່າ ເຢັນ ຫລາຍ ກວ່າ ເຢັນ ລ້າໆ ຫລື ຫລາຍ ກວ່າ ເຢັນ ທັມມະດາ (ເຢັນ ຕື່ມ ເຂົ້າ ໄປ ອີກ)
    • ສີຂາວໆ ຫມາຍຄວາມວ່າ ບໍ່ ເເມ່ນ ສີຂາວ ປອດ

໑- ຄໍາອະທິບາຍ
ສູດ ກະເເລັມ ສູດ ທີສອງ ທີ່ ຂ້າພະເຈົ້າ ໄດ້ ເຮັດ ຂຶ້ນ ມາ ລອງ ເບິ່ງ ນີ້ ເຮັດ ດ້ວຍ ຫມາກທຸຣຽນ ກັບ ຫມາກມ່ວງ ເເຕ່ວ່າ ຂ້າພະເຈົ້າ ບໍ່ ໄດ້ ຊັ່ງ ນໍ້າຫນັກ ຂອງ ຫມາກໄມ້ ທັງສອງ ນີ້ ກ່ອນ ຈຶ່ງ ບໍ່ ສາມາດ ບອກ ປະຣິມານ ດ້ວຍ ຄວາມເເນ່ນອນ ໄດ້

(ຮູບ ໒) ຫມາກມ່ວງ (ຍາວ ?)
ບັນທັດ ທັງ ສອງ ຂ້າງ ເພື່ອ ໃຫ້ ທ່ານ ສາມາດ
ປະຣິມານ ດ້ວຍ ຕົນເອງ

ເມື່ອ ເຮັດ ກະເເລັມ ສູດ ນີ້ ໄປ ເເລ້ວ ກໍ ເຫັນ ວ່າ ເເຊບ ຫລາຍ ເເລະ ໃຊ້ ເປັນ ພື້ນຖານ ໄດ້ (ສໍາລັບ ຂ້າພະເຈົ້າ) ຈຶ່ງ ຖື ໂອກາດ ຍາມ ຮ້ອນ ປີ ນີ້ ຂຽນ ສູດ ຂອງ ຂ້າພະເຈົ້າ ຕື່ມ ອີກ ເທື່ອ ໃຫມ່ ເພື່ອ ເເບ່ງປັນ ຣົດຊາດ ອັນ ນີ້ ກັບ ເພື່ອນ ນັກອ່ານ ທຸກ ຄົນ ທີ່ ຢາກ ເອົາ ສູດ ອັນ ນີ້ ໄປ ທົດລອງ ເບິ່ງ (ສູດ ໂຕນີ້ ເຂົ້າ ຂັ້ນ ມາຕຖານ ຣະດັບ ສາກົນ ໄດ້ ພ້ອມທັງ ຢູ່ ໃນ ຂັ້ນ ຣະດັບ ສູງ ອີກດ້ວຍ)

ຂ້າພະເຈົ້າ ບໍ່ ມີ ເຄື່ອງຈັກ ເຮັດ ກະເເເລັມ ອັນ ໃດ ທັງ ສິ້ນ ນອກຈາກ ເຄື່ອງບົດ ໄຟຟ້າ ຢ່າງ ດຽວ ດັ່ງ ຈະ ໄດ້ ອະທິບາຍ ໃນ ຂັ້ນ ຕໍ່ໄປ

  • ເຄື່ອງຈັກ ເຮັດ ກະເເເລັມ || fr. sorbetière / en. ice ceam maker (mixer)
  • ເຄື່ອງບົດ ໄຟຟ້າ || mixeur, blender (ຮູບ ໓)

ການເຮັດ ກະເເລັມ ເເບບ ນີ້ ໂດຍ ບໍ່ ຕ້ອງ ເອົາ ມັນ ອອກ ມາ ຕີ ຄືນ ໃຫມ່ ຢ່າງ ໃດ ທັງສິ້ນ ຫລັງຈາກ ມັນ ກ້າມ ເເລ້ວ ເຮົາ ກໍ ພາ ກັນ ກິນ ໄດ້ ໂລດ

(ຮູບ ໓) ເຄື່ອງບົດ ຫລື Blender ເເລະ ນໍ້າຕານ ຝຸ່ນ

໒- ເຄື່ອງເຮັດ ຫລື ເຄື່ອງປະສົມ
ເຄື່ອງ ຕ່າງໆ ຂ້າງລຸ່ມ ນີ້ ສາມາດ ເຮັດ ກະເເລັມ ໄດ້ ປະມານ ໐,໘ ລິດ ສ່ວນ ຈໍານວນ ຄົນ ນັ້ນ ໃຫ້ ຜູ້ເຮັດ ເປັນ ຜູ້ກໍານົດ ເອົາ ເອງ

  • ຫມາກມ່ວງ ຫນ່ວຍ ໑ || 1 mangue / 1 mango (ຮູບ ໒)
  • ບົວ ຫມາກທຸຣຽນ ກ້າມ ບົວ ໑ (ກ້າມ = ເເຂງ ເປັນ ນໍ້າກ້ອນ) || la chair d’une graine de durian congelée / the flesh of a frozen durian seed
  • ຫົວກະທິ ຫມາກພ້າວ (ຄັນ ມັນ ເຢັນໆ ເກືອບ ກ້າມ ເເລ້ວ ຍິ່ງດີ) || lait de coco bien frais / fresh coconut milk : (ກັບ ຮາມ ກັບ ນຶ່ງ) = 400 ml
    • ຮາມ ເເປ ວ່າ “ກາງ” ຫລື “ປານ ກາງ” ຫລື “ຖ້າມ ກາງ” ຫລື “ສໍ່າ ກາງ”
  • ນໍ້າຕານ ຝຸ່ນ ເຮັດ ດ້ວຍ ນໍ້າອ້ອຍ || sucre en poudre pure canne / pure cane sugar powder : 250 g
    • ນໍ້າຕານ ສີຂາວ ບໍ່ ດີ ຍ້ອນ ສູດ ເຄມີ C12H22O11 ອັນ ມີ ຊື່ ວ່າ fr. saccharose [ຊັກກະໂຣເຊິ] / en. sucrose
    • ຄັນ ທ່ານ ຢາກ ເອົາ ນໍ້າອ້ອຍ ບ້ານເຮົາ ຍິ່ງດີ ຫລື ນໍ້າເຜິ້ງ ກໍ ໄດ້ ເຫມືອນ ກັນ ຖ້າ ເຜິ້ງ ບໍ່ ໄປ ດູດ ເກສອນ ຂອງ ດອກໄມ້ ທີ່ ເຂົາ ໃສ່ ຜຸຍ ເຄມີ ສ່ວນ ປະຣິມານ ນັ້ນ ໃຫ້ ທ່ານ ຕວງ ເອົາ ເອງ
    • ຢ່າ ລືມ ອີກຢ່າງນຶ່ງ ວ່າ ນໍ້າຕານ ເມືອງໄທຍ ຂາດ ມາຕຖານ ຄື ມັນ ຫວານ ຫລາຍ ກວ່າ ນໍ້າຕານ ເມືອງຝຣັ່ງ ເເລະ ເອີໂຣບ ສະນັ້ນ ພວກ ໃດ ທີ່ ໃຊ້ ນໍ້າຕານ ເມືອງໄທຍ ໃຫ້ ທ່ານ ຕວງ ເອົາ ເອງ

໓- ວິທີ ເຮັດ

  • ເອົາ ນໍ້າຕານ ໃສ່ ເຄື່ອງບົດ (ຮູບ ໓)
  • ປອກ ເປືອກ ຫມາກມ່ວງ ອອກ ເເລະ ຜານ ມັນ ອອກ ຈາກ ເເກນ ເເລ້ວ ຈຶ່ງ ເອົາ ເຂົ້າ ໃສ່ ໃນ ເຄື່ອງບົດ
  • ເອົາ ໄນ ອອກ ຈາກ ບົວ ຫມາກຖົ່ວຣຽນ ເສັດ ເເລ້ວ ກໍ ໃຫ້ ເອົາ ບົວ ກ້າມ ລົງ ໃສ່ ໃນ ເຄື່ອງບົດ
  • ເອົາ ຫົວນໍ້າກະທິ ລົງ ໃສ່
  • ຫລັງຈາກ ນັ້ນ ກໍ ບົດ ຈົນ ໃຫ້ ມັນ ເປັນ ນໍ້າ ຂຸ້ນໆ
  • ຊີມ ເບິ່ງ

໔- ວິທີ ປຸງ
ຄັນ ມັນ ຫວານ ຫລາຍ ໂພດ ກໍ ໃຫ້ ຕື່ມ ນໍ້າກະທິ ເເລະ ຄັນ ບໍ່ ຫວານ ຕາມ ຄວາມຕ້ອງການ ກໍ ໃຫ້ ທ່ານ ຕື່ມ ນໍ້າຕານ ຈັກ ໑໐ ຫາ ໒໐ ກຣາມ ກໍ ພໍ ເເລ້ວ ເພາະ ມັນ ຈະ ຫວານ ໂພດ ເກີນ ໄປ ຫລັງຈາກນີ້ ກໍ ບົດ ຄືນ ໃຫມ່ ອີກ ຈົນ ໃຫ້ ໄດ້ ນໍ້າ ຂຸ້ນໆ ເເລະ ຄັນ ໄດ້ ຕາມ ຄວາມຕ້ອງການ ເເລ້ວ ກໍ ເອົາ ຖອກ ໃສ່ ຖ້ວຍ ຫລື ກັບ ເພື່ອ ເອົາ ເຂົ້າ ປະ ໄວ້ ຢູ່ ຕູ້ນໍ້າເເຂງ ຫລື ຕູ້ກ້າມ / congélateur / freezer ປະມານ ໔ ຊົ່ວໂມງ ກໍ ເເຂງ ເເລ້ວ (ທາງ ທີ່ ດີ ໃຫ້ ປະ ໄວ້ ຫມົດ ຄືນ ຫລັງຈາກນັ້ນ ກໍ ເອົາ ອອກ ມາ ສູ່ ກັນ ກິນ)

໕- ວິທີ ເເກ້ໄຂ ບັນຫາ
ສົມມຸດ ວ່າ ຕູ້ກ້າມ ຂອງ ທ່ານ ບໍ່ ດີ (fr. congélateur / en. freezer) ມັນ ຈະ ເຮັດ ໃຫ້ ກະເເລັມ ຂອງ ທ່ານ ເເຂງ ຄື ນໍ້າກ້ອນ ຫລື ເເຂງ ເປັນ ເມັດໃຜ ເມັດມັນ ປາສຈາກ ຄວາມນິ້ມ ໃນ ລີ້ນ ຕອນ ເຮົາ ກິນ ມັນ ນັ້ນ ເພື່ອ ເເກ້ໄຂ ບັນຫາ ດັ່ງກ່າວ ນີ້ ໃຫ້ ທ່ານ ພຍາຍາມ ເອົາ ກະເເລັມ ອອກ ມາ ຕີ ໓ ຫາ ໔ ເທື່ອ ພາຍໃນ ລະຍະ ໔ ຫາ ໕ ຊົ່ວໂມງ ຄື ຊົ່ວໂມງ ນຶ່ງ ເທື່ອ ນຶ່ງ ຫລັງຈາກ ຕີ ມັນ ເເລ້ວ ກໍ ເອົາ ມັນ ເຂົ້າ ປະ ໄວ້ ໃນ ຕູ້ກ້າມ ຄືນ ອີກ

  • ຕົວຢ່າງ : ເຮົາ ເລີ້ມ ເອົາ ມັນ ເຂົ້າ ໃສ່ ຕູ້ກ້າມ ຕອນ ໒ ໂມງ ເເລງ ເມື່ອ ມາ ຮອດ ໓ ໂມງ ເເລງ ກໍ ໃຫ້ ເອົາ ມັນ ອອກ ມາ ຕີ ໃຫມ່ ອີກ ຈົນ ໃຫ້ ມັນ ເເຕກ ອອກ ຈາກ ກັນ ດີ ເເລ້ວ ກໍ ເອົາ ມັນ ເຂົ້າ ໄວ້ ໃນ ຕູ້ກ້າມ ຄືນ ອີກ ເມື່ອ ຮອດ ໔ ໂມງ ເເລງ ກໍ ໃຫ້ ເຮັດ ຄື ກັນ ເເລະ ໕ ໂມງ ເເລງ ກັບ ໖ ໂມງ ເເລງ ກໍ ໃຫ້ ເຮັດ ເເບບດຽວ ກັນ ຄັນ ຮອດ ໖ ຫລື ໗ ໂມງ ເເລງ ເເລ້ວ ກໍ ເອົາ ມັນ ອອກ ມາ ປະ ໄວ້ ຕູ້ເຢັນ (réfrigérateur / refrigerator) ຈັກ ໕ ຫາ ໑໐ ນາທີ ກ່ອນ ຈະ ເອົາ ມັນ ອອກ ມາ ກິນ ຫລື ເມື່ອ ກະເເລັມ ກ້າມ ເເລ້ວ ກໍ ເອົາ ອອກ ມາ ກິນ
    • ການຕີ ຫລື ການບົດ ເເຕ່ ລະ ຊົ່ວໂມງ ດັ່ງກ່າວ ນີ້ ເເມ່ນ ເພື່ອ ເຮັດ ໃຫ້ ມັນ ນິ້ມ ໃນ ລີ້ນ ຂອງ ເຮົາ ຕອນ ເຮົາ ກິນ ມັນ ນັ້ນ

ທ່ານ ຈະ ເອົາ ຫມາກໄມ້ ຊນິດ ໃດ ມາ ເຮັດ ກະເເລັມ ກໍ ໄດ້ ໂດຍ ອີງ ຕາມ ພື້ນຖານ ຂອງ ສູດ ກະເເລັມ ອັນນີ້ ອີກຢ່າງນຶ່ງ ຄັນ ທ່ານ ຢາກ ໃຫ້ ກະທິ ຫມາກພ້າວ ມີ ກິ່ນ ຫອມ ກວ່າ ເກົ່າ ທ່ານ ກໍ ເອົາ ໄປ ຄ້າງ ໃສ່ ໄຟ ເພື່ອ ໃຫ້ ໄດ້ ຕາມ ຄວາມຕ້ອງການ

໖- ວິທີ ໄລ່ ປະຣິມານ
ເມື່ອ ເຮົາ ໄດ້ ສູດ ອັນດີ ເເລ້ວ ເເຕ່ວ່າ ມັນ ບໍ່ ເຂົ້າ ກັບ ຄວາມຕ້ອງການ ຂອງ ເຮົາ ດ້ານ ປະຣິມານ ຄື ເຮົາ ຢາກ ເຮັດ ຫລາຍ ກວ່າ ເກົ່າ ຫລື ຫນ້ອຍ ກວ່າ ເກົ່າ ເຮົາ ຈະ ເຮັດ ຈັ່ງໃດ ?

ຕົວຢ່າງ ວ່າ ເຮົາ ຢາກ ເຮັດ ກັບ ນໍ້າກະທິ ໑໕໐໐ ມລ ເຮົາ ຕ້ອງການ ນໍ້າຕານ ຫລາຍ ປານໃດ ?

  • ເຮົາ ຮູ້ຈັກ ວ່າ ສູດ ໂຕນີ້ ເຮັດ ດ້ວຍ ນໍ້າກະທິ ໔໐໐ ມລ ສໍາລັບ ນໍ້າຕານ ໒໕໐ ກຣ ສະນັ້ນ
    1. ໔໐໐ ມລ -----------------> ໒໕໐ ກຣ (ນໍ້າຕານ)
    2. ໑/໔໐໐ x ໔໐໐ ມລ --------> ໑/໔໐໐ x ໒໕໐ ກຣ (ວິທີ ຊອກຫາ ເລກກາງ)
    3. ໔໐໐/໔໐໐ ມລ -----------> ໒໕໐/໔໐໐ ກຣ (fr. 1 est l’élément neutre)
    4. ໑ ມລ --------------------> ໐,໖໒໕ ກຣ ( ໑ ເປັນ ຕົວກາງ ຂອງ ເລກຄູນ)
    5. ໑໕໐໐ x ໑ ມລ -----------> ໑໕໐໐ x ໐,໖໒໕ ກຣ
    6. ໑໕໐໐ ມລ ---------------> ໙໓໗,໕ ກຣ (ນໍ້າຕານ)

ຫມາຍຄວາມວ່າ ສັນໃດ ເຮົາ ກໍ ຕ້ອງການ ນໍ້າຕານ ປະມານ ກິໂລ ນຶ່ງ ຄື ໙໓໗,໕ ກຣ ສໍາລັບ ປະຣິມານ ໂຕໃຫມ່ ນີ້ ເເລະ ການປະຣິມານ ເຄື່ອງປະສົມ ເເນວ ອື່ນ ກໍ ຄໍານວນ ໄປ ໃນ ທໍານອງ ດຽວ ກັນ ສັນນັ້ນ ເເລ

໗- ສລຸບຄວາມ
ທຶນ ໃນ ການເຮັດ ກະເເລັມ ເອົາ ເອງ ຄົງ ສູງ ກວ່າ ຄ່າ ກະເເລັມ ສາມັນ ທັມມະດາ ເເຕ່ວ່າ ກະເເລັມ ທີ່ ເຮົາ ເຮັດ ເອົາ ເອງ ນີ້ ມີ ຄຸນພາບ ເຫນືອ ກວ່າ ກະເເລັມ ໃນ ທ້ອງ ຕລາດ ຫລາຍໆ ເທົ່າ ປາສຈາກ ເຄື່ອງ ເຄມີ ອີກດ້ວຍ ຖ້າ ມີ ມັນ ກໍ ມີ ຢູ່ ໃນ ເຄື່ອງປຸງ ມາ ກ່ອນ ເເລ້ວ ໂດຍ ທີ່ ເຮົາ ບໍ່ ໄດ້ ເອົາ ເຄື່ອງ ເຄມີ ອັນໃດ ທັງສິ້ນ ຕື່ມ ເຂົ້າ ໃສ່ ອີກ ນອກຈາກນີ້ ເຮົາ ກໍ ຈະ ໄດ້ ກິນ ກະເເລັມ ຕາມ ຄວາມຫວັງ ຂອງ ເຮົາ ເເລະ ເເນ່ນອນ ວ່າ ກະເເລັມ ຂອງ ເຮົາ ສະອາດ ກວ່າ ກະເເລັມ ທີ່ ເຮົາ ຊື້ ມາ (ພໍ່ຄົວ ເເມ່ຄົວ ລາງຄົນ ກໍ ບໍ່ ລ້າງ ມື ຫລັງຈາກ ເຂົາ ໄປ ວິດ ມາ ເເລ້ວ)

໘- ຂໍ້ ພິເສດ ວ່າ ດ້ວຍ ວິທີ ເເຈກ verbe ເເຈກ verb
ການເເຈກ ກິຣິຍາ ຂ້າງລຸ່ມ ນີ້ ສະເເດງ ເຖິງ ການໃຊ້ ຄໍາ ໄດ້ ຊຶ່ງ ມັນ ສາມາດ ຢູ່ ໃນ ອະນາຄົດ ຢູ່ ໃນ ປັດຈຸບັນ ເເລະ ຢູ່ ໃນ ອະດີດ ໄດ້ ທັງນັ້ນ

Étude comparative de la conjugaison laotienne
  • (ຈະ) ໄດ້ ກິນ ກະເເລັມ ຕາມ ຈຸດປະສົງ ຂອງ ເຮົາ = (ຈະ) ກິນ ກະເເລັມ ໄດ້ ຕາມ ຈຸດປະສົງ ຂອງ ເຮົາ
    • ອະນາຄົດ ພາຍໃຕ້ ກໍຣະນີ (fr. conditionnel) ທີ່ ມາ ຍັງ ບໍ່ ທັນ ເຖິງ ເເລະ ຖ້າ ບໍ່ ຖືກ ກໍຣະນີ ຂອງ ມັນ ມັນ ກໍ ມາ ບໍ່ ຮອດ ບໍ່ ເຖິງ (ກໍຣະນີ ຂອງ ມັນ ໃນ ທີ່ນີ້ ຄື ເຮົາ ເຮັດ ກະເເລັມ ເອົາ ເອງ ຄັນ ເຮົາ ບໍ່ ເຮັດ ເອົາ ເອງ ເຮົາ ກໍ ບໍ່ ສາມາດ (ຈະ) ກິນ ເເບບນີ້ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ “ເຮົາ ກໍ (ຈະ) ບໍ່ ໄດ້ ກິນ ເເບບນີ້” ຫລື “ເຮົາ ກໍ (ຈະ) ກິນ ເເບບນີ້ ບໍ່ ໄດ້” ຊຶ່ງ “ຈະ” ຕ້ອງ ຢູ່ ຫນ້າ “ບໍ່” ສເມີ)
  • (ໄດ້ ກິນ ກະເເລັມ ເເລ້ວ) ກັບ (ກິນ ກະເເລັມ ໄດ້ ເເລ້ວ) ຕ່າງ ກັນ ເເທ້ ເນີ
    • (ໄດ້ ກິນ ກະເເລັມ ເເລ້ວ) ເເມ່ນ ອະດີດ ທີ່ ກົງກັບ passé simple ຂອງ ຝຣັ່ງ ດ້ວຍ ຄໍາ ເເລ້ວ (le passé simple évoque un événement complètement terminé au moment du récit = ອະດີດ ທີ່ ບອກ ເຫດການ ອັນນຶ່ງ ຜ່ານ ໄປ ເສັດ ເເລ້ວ ຕອນ ເຮົາ ເລົ່າ ເຣື່ອງມັນ ຢູ່ ນັ້ນ ຫລື ໃນ ຂນະ ທີ່ ເຮົາ ກ່າວ ເຖິງ ມັນ ຢູ່ ນັ້ນ)
      • ([ສັພນາມ] + ໄດ້ + ກິຣິຍາ + [ນາມ] + ເເລ້ວ) => ຍັງ ມີ ກໍຣະນີ ເເລ້ວ ຈຶ່ງ ເຮັດ / ເເລ້ວ ຈຶ່ງ ນອນ

    • (ກິນ ກະເເລັມ ໄດ້ ເເລ້ວ) ເເມ່ນ ປັດຈຸບັນ (ເເຕ່ ບໍ່ ທັນ ໄດ້ ກິນ ເທື່ອ) ເເລະ ເເນ່ນອນ ວ່າ ກະເເລັມ ມີ ຢູ່ ຫັ້ນ ເເທ້ ເເລະ ເຮົາ ສາມາດ ເອົາ ມາ ກິນ ໄດ້ ໂລດ ຊຶ່ງ ຫມາຍເຖິງ ການບອກ ໃຫ້ ເຮົາ ກິນ ກະເເລັມ ເເຕ່ວ່າ ສໍາລັບ ຄົນເຊົາໄຂ້ ໃຫມ່ໆ ຈະ ຫມາຍເຖິງ ການອະນຸຍາດ (c’est une possibilité)
      • (ກິຣິຍາ + [ນາມ] + ໄດ້ + ເເລ້ວ) => “ກິນ” ເປັນ ກິຣິຍາ ເເຕ່ “ໄດ້” ບໍ່ ເປັນ ກິຣິຍາ

    • (ກິນ ກະເເລັມ ໄດ້) ເເມ່ນ ປັດຈຸບັນ (capacité) ທີ່ ບອກ ຄວາມສາມາດ ອັນນຶ່ງ ເເຕ່ ບໍ່ ຫມາຍຄວາມວ່າ ກະເເລັມ ມີ ຢູ່ ຫັ້ນ ເເທ້ (ຄັນ ມີ ກະເເລັມ ເຮົາ ກິນ ໄດ້)
      • (ກິຣິຍາ + [ນາມ] + ໄດ້) => ກົງກັບ ພາສາ ອັງກິດ able (“ກິນ” ເປັນ ກິຣິຍາ ເເຕ່ “ໄດ້” ບໍ່ ເປັນ ກິຣິຍາ)

    • (ຂ້ອຍ ໄດ້ ກິນ ກະເເລັມ) ຫມາຍເຖິງ ອະດີດ ທີ່ ຄວາມຄຶດ ຂອງ ມັນ ຍັງ ຄົງຕົວ ຢູ່ ໃນ ປັດຈຸບັນ ຫລື ຍັງ ເປັນ ເຫດການ ໃຫມ່ໆ ຢູ່ ເເລະ ເປັນ ອະດີດ ທີ່ ກົງກັບ passé composé ຂອງ ຝຣັ່ງ (le passé composé évoque un événement passé encore en contact avec le présent)
      • (ສັພນາມ + ໄດ້ + ກິຣິຍາ + ນາມ) => ບອກ ພຽງວ່າ ເເມ່ນ ອະດີດ ຢ່າງດຽວ (“ກິນ” ເປັນ ກິຣິຍາ ເເຕ່ ເເຈກ ເປັນ ອະດີຕການ “ໄດ້ ກິນ”) ຫມາຍຄວາມວ່າ ກິຣິຍາ “ກິນ” ຖືກ ກິຣິຍາ “ໄດ້” ມາ ຊ່ວຍ ເເຈກ ຮ່ວມ ກັນ ຈຶ່ງ ສາມາດ ເເຈກ ເປັນ ອະດີຕການ ໄດ້ ຊຶ່ງ “ໄດ້” ເປັນ ກິຣິຍານຸເຄາະ ຫລື ກິຣິຍາ ຊ່ວຍ
        • Passé composé ຫມາຍຄວາມວ່າ ມີ ກິຣິຍາ ສອງ ຄໍາ ທີ່ ເເຈກ ຮ່ວມ ກັນ ດັ່ງ j’ai mangé ທີ່ ມາ ຈາກ ກິຣິຍາ avoir ເເລະ ກິຣິຍາ manger ຊຶ່ງ avoir ເປັນ verbe auxiliaire (“ກິຣິຍາ ຊ່ວຍ” ທີ່ ເເປ ເປັນ “ກິຣິຍານຸເຄາະ” ໃນ ໄວຍາກອນ ລາວ | ອະນຸເຄາະ ເເປ ວ່າ ຊ່ວຍເຫລືອ) ທີ່ ຄົງ ເປັນ ດັ່ງດຽວ ກັບ ກິຣິຍາ ໄດ້ ໃນ ພາສາ ລາວ ເເລະ ກິຣິຍາ ໄດ້ ເເປ ເປັນ ພາສາ ຝຣັ່ງ ວ່າ avoir en sa possession ເເທ້ ເເລ (le verbe principal est composé avec le verbe auxiliaire)

          ໃນ ເມື່ອ ເຮົາ ທຽບ ຫລັກ ຂອງ ພາສາ ທັງສອງ ດັ່ງນີ້ ເຮົາ ກໍ ມີ ຄໍາຖາມ ອັນ ນຶ່ງ ເກີດ ຂຶ້ນ ຄື ເຮົາ ຄວນ ຫລືບໍ່ ທີ່ ຈະ ຂຽນ ເປັນ ສອງ ຄໍາ ຕ່າງ ກັນ ດັ່ງ ໄດ້ ກິນ ທີ່ ເປັນ ຄໍາໂທນ ສອງ ຄໍາ ຫລື ເຮົາ ຄວນ ຂຽນ ໄດ້ກິນ ເປັນ ຄໍານຶ່ງ ຄໍາດຽວ ທີ່ ປະກອບ ດ້ວຍ ສອງ ພຍາງ ເຖິງຢ່າງໃດ ກໍດີ ເຮົາ ກໍ ຕ້ອງ ຄິດ ຫາ La logique de la langue lao ສເມີ

          ເນື່ອງຈາກວ່າ “ໄດ້” ເປັນ ກິຣິຍານຸເຄາະ ເພາະສະນັ້ນ ເຮົາ ຕ້ອງ ຂຽນ ເປັນ ຄໍາໂທນ ຫມົດ ທັງ ສອງ ຄໍາ ຄື “ໄດ້ ກິນ” ດ້ວຍ ການຍະວ່າງ ຣະຫວ່າງ “ໄດ້” ເເລະ “ກິນ”
  • ຂ້ອຍ ໄດ້ ຄະເເນນ ເລີດ ຫມູ່ (ໄດ້ + ນາມ)
    • ປັດຈຸບັນ (ທີ່ ກ່າວ ເຖິງ ອະດີດ ເເຕ່ວ່າ ອະດີດ ໂຕນີ້ ຍັງ ດໍາເນີນ ຕໍ່ໄປ ໃນ ປັດຈຸບັນ ນີ້)
      • (ສັພນາມ + ໄດ້ + ນາມ) => ກິຣິຍາ ໂຕນີ້ ເເມ່ນ “ໄດ້”
  • ຂ້ອຍ ໄດ້ ກະເເລັມ ຫລາຍ ກວ່າ ຫມູ່
    • (ສັພນາມ + ໄດ້ + ນາມ) => ກິຣິຍາ = ໄດ້ (ຄໍາເເທ້ ເເມ່ນ “ກຣິຍາ” ທີ່ ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ “ກິຣິຍາ”)

    • ປັດຈຸບັນ ທີ່ ກໍາລັງ ເກີດ ມີ ຢູ່ ໃນ ຂນະ ນັ້ນ (ໄດ້ + ນາມ)
      • ຂ້ອຍ ໄດ້ ກະເເລັມ => ເປັນ ປັດຈຸບັນ ເເຕ່ວ່າ
        • ຄັນ ເປັນ ອະດີດ ເພິ່ນ ບໍ່ ເວົ້າ ຈັກເທື່ອ ວ່າ “ຂ້ອຍ ໄດ້ ໄດ້ ກະເເລັມ” ເເຕ່ ເພິ່ນ ຈະ ເວົ້າ ວ່າ “ວານນີ້ ຂ້ອຍ ໄດ້ ກະເເລັມ” ຊຶ່ງ ເປັນ ອະດີດ ດ້ວຍ ຄໍາ ວານນີ້ (ວານນີ້ = ກ່ອນ ມື້ນີ້ ມື້ ໑)
          • “ເເຕ່” + (ເພິ່ນ ຈະ ເວົ້າ) + “ວ່າ” = “ເເຕ່ວ່າ” + (ເພິ່ນ ຈະ ເວົ້າ)
        • ອະນາຄົດ => | ຂ້ອຍ ຈະ ໄດ້ ກະເເລັມ | ຂ້ອຍ ຊິ ໄດ້ ກະເເລັມ | ຂ້ອຍ ຈັກ ໄດ້ ກະເເລັມ |
  • ວານນີ້ ຂ້ອຍ ໄດ້ ກົບ ສາມ ຕົວ
    • ອະດີດ ທີ່ ກົງກັບ passé composé ຫລື ກົງກັບ imparfait ຂອງ ຝຣັ່ງ
      • ຄັນ ມັນ ເປັນ passé composé ມັນ ພັດ ບໍ່ ມີ ກິຣິຍານຸເຄາະ ຢູ່ ຮ່ວມ ອັນນີ້ ຄື ບັນຫາ ບັດນີ້ ຄັນ ເຮົາ ຈະ ທຽບ ໃສ່ imparfait ເຮົາ ກໍ ເວົ້າ ຍາກ ເພາະ ມັນ ເເມ່ນ ຄຸນນາມ “ວານນີ້” ບອກ ອະດີຕການ ເເລະ ກໍ ບໍ່ ເເມ່ນ ກິຣິຍາ ບອກ ອະດີຕການ ເຖິງຢ່າງໃດກໍດີ ອະດີຕການ ໂຕນີ້ ມີ ຄວາມຄ້າຍຄຽງ ກັນ ຫລາຍ ກັບ imparfait ຂອງ ຝຣັ່ງ ຍ້ອນ ມັນ ຫມາຍ idée de durée dans le temps ເເລະ une description ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມັນ ບອກ ຍາມ (ລະຍະ ຂອງ ເວລາ) ເເລະ ມັນ ບອກ ວ່າ ໄດ້ ຫຍັງ ເພີ່ມເຕີມ (“ໄດ້ ຫຍັງ” ຫມາຍເຖິງ description) ສະນັ້ນ ກາລະ ໂຕນີ້ ກົງກັບ IMPARFAIT ຫລາຍກວ່າ
        • (ວານນີ້ + ສັພນາມ + ໄດ້ + ນາມ) => ກິຣິຍາ ເເມ່ນ “ໄດ້” ທີ່ ເເຈກ ຢູ່ ໃນ ປັດຈຸບັນການ [ປັດ-ຈຸ-ບັນ-ນະ-ການ] ເເລະ “ວານນີ້” ເປັນ ຄໍາ ທີ່ ບອກ ອະດີຕການ [ອະ-ດີດ-ຕະ-ການ]
  • ຮຽນ ເກັ່ງໆ ຈະ ໄດ້ ຂຶ້ນ ຫ້ອງ
    • ອະນາຄົດ
      • (ຈະ + ໄດ້ + ກິຣິຍາ) => “ຈະ” ເປັນ fr. verbe auxiliaire ເເລະ ທຽບເທົ່າ ກັບ “will” ໃນ ພາສາ ອັງກິດ ອີກຢ່າງນຶ່ງ ເຮົາ ເອົາ “ຈະ” ມາ ໃຊ້ ໂດຍ ລໍາພັງ ບໍ່ ໄດ້ ນອກຈາກ ການໃຊ້ ກັບ ກິຣິຍາວິເສດ ຢ່າງດຽວ ດັ່ງ “ຈະ ດີ ຂຶ້ນ ກວ່າ ເກົ່າ”
        • “ຈະ” ເປັນ fr. verbe auxiliaire ເເລະ “ໄດ້” ກໍ ເປັນ fr. verbe auxiliaire ເຫມືອນກັນ
  • ລາວ ໄດ້ ດີກວ່າ ຫມູ່
    • (ໄດ້ + ຄຸນນາມ(ດີ) => ດີກວ່າ = ຄຸນນາມວິເສດ)

ອີງ ຕາມ ຂໍ້ມູນ ຂ້າງເທິງ ນີ້ ປາສຈາກ ການພິສູດ ປຶ້ມ ໄວຍາກອນ ລາວ ເເລະ ຂໍ້ມູນ ອື່ນໆ ອະດີຕການ ມີ ສາມ ຢ່າງ ຫລື ສາມ ຄາວ ດ້ວຍກັນ ຄື ຄາວ ເປັນ ອະດີດ ດ້ວຍ ກິຣິຍານຸເຄາະ “ໄດ້” ນຶ່ງ ຄາວ ເປັນ ອະດີດ ດ້ວຍ ກິຣິຍານຸເຄາະ “ເເລ້ວ” ນຶ່ງ ເເລະ ຄາວ ເປັນ ອະດີດ ດ້ວຍ ການບອກ ມື້ ເເລະ ຍາມ ທີ່ ຜ່ານ ມາ ເເລ້ວ ຫລື ການບອກ ມື້ ເເລະ ຍາມ ກ່ອນ ຕອນ ທີ່ ເຮົາ ເລົ່າ ເຣື່ອງ ນຶ່ງ

  • “ເຮົາ ເລົ່າ ເຣື່ອງ” ຫມາຍເຖິງ ການໃຊ້ ກິຣິຍາ ໃນ ຕອນ ນັ້ນ ໃຫ້ ຖືກ ກັບ ຄາວ ຫລື ກາລະ (ອະດີຕກາລ ອະນາຄົຕກາລ ປັດຈຸບັນກາລ ເປັນ ຄໍາ ທີ່ ຂຽນ ຕາມ ເຄົ້າ ເເລະ ກໍ ບໍ່ ເເມ່ນ ຕາມ ຫລັກ ຂອງ ໄວຍາກອນ ຫລັກນີ້ ເນື່ອງຈາກວ່າ ໄວຍາກອນ ຫລັກນີ້ ຈະ ໃຊ້ ຕົວສະກົດ ທ້າຍຄໍາ ພາຍໃນ ໘ ຕົວ ນັ້ນ)
  • “ວານນີ້” ບອກ ມື້ ເເລະ/ຫລື ຍາມ ກ່ອນ ມື້ນີ້ ມື້ ນຶ່ງ ຫລື ກ່ອນ ຂນະ ນີ້ (ຕອນ ໘ ໂມງເຊົ້າ ມື້ນີ້ => ມື້ ເເລະ ຍາມ) ເພາະສະນັ້ນ ຂ້າພະເຈົ້າ ຈຶ່ງ ປຽບ ເປັນ IMPARFAIT ຍ້ອນ ມັນ ບໍ່ parfait ເນື່ອງຈາກວ່າ ມັນ ບໍ່ ໃຊ້ ກິຣິຍານຸເຄາະ ມາ ເເຈກ ຊ່ວຍ ເຫມືອນ ດັ່ງ ກາລະ ອື່ນ => ຂໍ ສເນີ ຊື່ (ອະດີດ ຍາມ ຫລື ອະດີດ ບໍ່ ສົມບູນ ເເບບ (ອະສົມບູນ?) ເພາະ ຂາດ ຄວາມເເນ່ນອນ || fr. Imparfait)
    • ສາວ ຜູ້ນີ້ ງາມ ບໍ ? ວານນີ້ ກູ ກະ ເຫັນ ເເມ່ຍິງ ຄົນ ນຶ່ງ ງາມ ເຫນືອ ກວ່າ ຜູ້ນີ້ ອີກ (ເເຈກ ກິຣິຍາ ໃນ ປັດຈຸບັນການ)
      • (ຍ້ອນ ຄວາມຄຶດ ຍັງ ພົວພັນ ກັບ ສິ່ງ ທີ່ ເຮົາ ເລົ່າ ໃນ ປັດຈຸບັນ)
    • ວານນີ້ ກູ ໄດ້ ເຫັນ ຜູ້ສາວ ຄົນ ນຶ່ງ ງາມໆ (ກິຣິຍາ ຖືກ ເເຈກ ໃນ ອະດີຕການ)
      • (ຍ້ອນ ຫມົດ ການພົວພັນ ກັນ ໃນ ຕອນ ນັ້ນ ຊຶ່ງ ເປັນ ພຽງ ການບອກເລົ່າ)
  • “ເເລ້ວ” ດັ່ງ “ກິນ ເຂົ້າ ເເລ້ວ ບໍ ?” ເເລ້ວ ເເລ້ວ (“ເເລ້ວ” ທີ່ ປຽບ ເປັນ ກິຣິຍານຸເຄາະ) => ຂໍ ສເນີ ຊື່ (ອະດີດ ສໍາເຣັດ || fr. Passé simple)
    • ກິນ ເຂົ້າ ເເລ້ວ ບໍ ? “ກິນ ເເລ້ວ” => ກິນ ເສັດ ເມື່ອ ບໍ່ ດົນ ມາ ນີ້ (ກິນ ເສັດ ໃຫມ່ໆ)
    • “ໄດ້ ກິນ ເເລ້ວ” => ກິນ ເສັດ ໄດ້ ດົນ ເຕີບ
      • ເສັດ ມຶງ ບາດນີ້ ! (ເເລ້ວ ເຣື່ອງ = ຫມົດ ເຣື່ອງ ຫລື ຊິ ເກີດ ມີ ເຣື່ອງ)
  • “ໄດ້” ເປັນ ກິຣິຍາ ສາມັນ ພ້ອມທັງ ເປັນ ກິຣິຍານຸເຄາະ ເພີ່ມເຕີມ (ກິຣິຍາ ຊ່ວຍ) => ຂໍ ສເນີ ຊື່ (“ໄດ້” + “ກິຣິຍາ” ອະດີດ ສາມັນ ຫລື ອະດີຕການ || fr. Passé composé)
    • ເພິ່ນ ໄດ້ ເປັນ ນາຍພັນ ເເທ້ ເນີ (ບອກ ໃຫ້ ຮູ້ຈັກ ວ່າ ຜູ້ນີ້ ເປັນ ອະດີດ ນາຍພັນ)
    • ເພິ່ນ ເຄີຍ ເປັນ ນັກຣົບ ຜູ້ກ້າຫານ ເເທ້ ເນີ (ເພິ່ນ ຍັງ ມີ ຊີວິດ ຢູ່)
    • ເພິ່ນ ເຄີຍ ໄດ້ ເປັນ ນັກຣົບ ຜູ້ກ້າຫານ ເເທ້ ເເລ (ເພິ່ນ ເສັຽ ຊີວິດ ເເລ້ວ ຫລື ເຣື່ອງ ຂອງ ເພິ່ນ ກາຍເປັນ ພື້ນ ເປັນ ນິທານ ໄປ ເເລ້ວ)

ເເນ່ນອນ ວ່າ ເຮົາ ສາມາດ ເຮັດ ໃຫ້ ລະອຽດ ກວ່າ ນີ້ ຄັນ ເຮົາ ຊອກ ຊ່ວຍ ກັນ (ຍິ່ງ ເຮົາ ຈະ ໄປ ໄກ ກວ່າ ນີ້)


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


8 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0