ພາສາ ລາວ - La langue lao ບົນ ລາວເເພນ

ກະເເລັມ ຫມາກມີ້

ວັນສຸກ ທີ ໑໖ ເດືອນ ສິງຫາ/août  ຄສ. 2013, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
“ກະເເລັມ” ເປັນ ນາມ ເເລະ ເປັນ ຄໍາລາວ ທີ່ ຖືກ ເເຜງ ມາ ຈາກ ຄໍາຝຣັ່ງ crème[ເເກຣມເມິ] ເເລະ ອີກ ລາງຄົນ ກໍ ວ່າ ມາ ຈາກ ພາສາ ອັງກິດ

ເຮົາ ລອງ ຫັນ ມາ ສຶກສາ ພາສາ ທັງສອງ ນີ້ ເສັຽກ່ອນ ຄື ຝຣັ່ງ ຮຽກ ກະເເລັມ ວ່າ crème glacée [ເເກຣມເມິ ກລາເຊ] ຫລື glace [ກລາເຊິ] ລ້າໆ ກໍ ໄດ້ ເຫມືອນກັນ ເເລະ ອັງກິດ ວ່າ ice cream [ໄອສກຣີມ] ຊຶ່ງ glace (d’où le mot glacée) ເເລະ ice ຫມາຍເຖິງ ນໍ້າເເຂງ ຫລື ນໍ້າກ້ອນ ນັ້ນເອງ

  • ໄທຍ ອ່ານ cream ເປັນ ຄຣີມ ເເຕ່ ສ່ວນຫລາຍ ຈະ ອອກ ສຽງ “ຄີມ” ລ້າໆ ເເຕ່ ບໍ່ ເເມ່ນ ຄີມ ທີ່ ເປັນ ຄໍາມູນ ເເລະ ທີ່ ເປັນ ເຄື່ອງມື ສໍາລັບ ໃຊ້ ງັດ ເຫລັກຕະປູ ເເລະ ອື່ນໆ ອີກ
  • ເເກຣມ (crème) ທີ່ ອ່ານ ເປັນ ພຍັນຊນະ ຈູງ ວ່າ ກະເເລມ ດັ່ງ “ຝຣັ່ງ” ອ່ານ ເປັນ ຝາຫລັ່ງ ຫລື ຝາຫຣັ່ງ ນັ້ນເອງ ຄັນ ອ່ານ ເປັນ ພຍັນຊນະ ຄວບ ເຮົາ ຈະ ອ່ານ ຝຣັ່ງ ຕາມ ການຂຽນ
  • ເນີຍ = fr. crème || en. cream
  • ເນີຍກ້ອນ (ເນີຍເເຂງ) = fr. fromage || en. cheese

ຕາມ ທັມມະດາ ເເລ້ວ ເເກຣມ ເເລະ ກຣີມ ຫລື ຄຣີມ ຫມາຍເຖິງ ເນີຍ ທີ່ ເປັນ ອາຫານ ເຮັດ ດ້ວຍ ນົມ ເເລ ເພິ່ນ ຈຶ່ງ ຮຽກ ເນີຍ ໄດ້ ຄັນ ພື້ນຖານ ຂອງ ອາຫານ ເເນວໃດ ບໍ່ ໄດ້ເອົາ ນົມ ເຮັດ ເປັນ ພື້ນຖານ ຄົນລາວ ຄາວກ່ອນ ບໍ່ ຮຽກ ວ່າ ເນີຍ ເເຕ່ຫາກວ່າ ໃນ ປັນຈຸບັນ ນີ້ ເເນວໃດ ທີ່ ມີ ອາການ ຂຸ້ນໆ ເເນ່ ເພິ່ນ ກໍ ຮຽກ ເນີຍ ໄດ້ ເຫມືອນ ກັນ ເເລະ ຍິ່ງ ໄປ ກວ່າ ນັ້ນ ລາງຄົນ ກໍ ຮຽກ ເນີຍເເຫລວ ເຖິງຢ່າງໃດ ກໍດີ ເນີຍ ມີ ອາການ ຂຸ້ນ ສເມີ

ໂຄສະຖານ || Phonétique / Phonetics

  • “ກະ” ມີ ສຽງສັ້ນ ເເລະ ມີ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຢຸດ ຢູ່ ສຽງສູງ ຕາມທີ່ຈິງ ເເລ້ວ ເພິ່ນ ບໍ່ ອ່ານ ອອກ ສຽງ ຕາມ ການຂຽນ ເເຕ່ ການອ່ານ ຄໍານີ້ ຈະ ມີ ສຽງ “ກ໊ະ” ຫລາຍກວ່າ
  • “ເເລັມ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ມາ ຢຸດ ຢູ່ ສຽງກາງ
    • ຄວາມຈິງ ເເລ້ວ ເພິ່ນ ບໍ່ ອ່ານ ຕາມ ການຂຽນ ເເຕ່ ອ່ານ ອອກ ໄປ ທາງ ສຽງ ຕົວດໍ (ດ) ຫລາຍກວ່າ ພ້ອມທັງ ຮັກສາ ການອ່ານ ເປັນ ຕົວລໍ (ລ) ໄວ້ ເຫມືອນເດີມ ດັ່ງ ໄທໃຕ້ ອ່ານ ຕົວດໍ (ດ) ເປັນ ຕົວລໍ (ລ) ນັ້ນ ເເລ (ໃຫ້ ອ່ານ “ເເລັມ” ເປັນ ສຽງກາງຢ່ອນ ເເທນທີ່ ຈະ ເປັນ ສຽງສູງຢ່ອນ)

໑- ຄວາມຫມາຍ || Définition / Definition
ຕາມ ທັມມະດາ ເເລ້ວ ກະເເລັມ ຫມາຍເຖິງ ກະທິ ສີ ຂາວໆ ຫນ້ອຍນຶ່ງ ທີ່ ກ້າມ ຢູ່ ຫນ້າ ນໍ້ານົມ ນັ້ນ ເເລ ເເຕ່ວ່າ ການເຮັດກິນ ຄູ່ມື້ ນີ້ ເເມ່ນ ສິ່ງ ທີ່ ເພິ່ນ ຕີ ໃຫ້ ມັນ ເປັນ ຝອດ ຂຶ້ນ ມາ ກໍ ຮຽກ ກະເເລັມ ໄດ້ ເຫມືອນກັນ

ກະເເລັມ ຫມາຍເຖິງ ຂອງກິນ ກ້າມ ດ້ວຍ ຄວາມເຢັນ ທີ່ ເພິ່ນ ໄດ້ ມາ ຈາກ ການບົດ ນົມ ຫລື ເນີຍ ກັບ ຫມາກໄມ້ ໃຫ້ ມັນ ມຸ່ນ ເເລະ ເເຫລກ ທີ່ສຸດ ຈົນ ເປັນ ນໍ້າຂຸ້ນ ພຸ້ນ ລະ

໒- ຄໍາອະທິບາຍ
ຂ້າພະເຈົ້າ ໄດ້ເຮັດ ກະເເລັມ ຂຶ້ນ ມາ ລອງ ເບິ່ງ ເພາະ ບໍ່ ເຄີຍ ເຮັດ ມາ ກ່ອນ ໃນ ຊີວິດ ເເຕ່ ເມື່ອ ເຮັດ ໄປ ເເລ້ວ ກໍ ເຫັນ ວ່າ ເເຊບດີ ເເລະ ໃຊ້ ເປັນ ພື້ນຖານ ໄດ້ (ສໍາລັບ ຂ້າພະເຈົ້າ) ຂ້າພະເຈົ້າ ຈຶ່ງ ຖື ໂອກາດ ຍາມຮ້ອນ ນີ້ ຂຽນ ສູດ ຂອງ ຂ້າພະເຈົ້າ ເພື່ອ ເເບ່ງປັນ ກັບ ເພື່ອນ ນັກອ່ານ ທຸກຄົນ ທີ່ ຢາກ ເອົາ ສູດ ອັນນີ້ ໄປ ທົດລອງ ເບິ່ງ

ຂ້າພະເຈົ້າ ບໍ່ ມີ ເຄື່ອງຈັກ ເຮັດ ກະເເເລັມ ອັນໃດ ທັງສິ້ນ ນອກຈາກ ເຄື່ອງບົດ ໄຟຟ້າ ຢ່າງດຽວ ດັ່ງ ຈະ ໄດ້ ອະທິບາຍ ໃນ ຂັ້ນ ຕໍ່ໄປ

  • ເຄື່ອງຈັກ ເຮັດ ກະເເເລັມ || fr. sorbetière / en. ice ceam maker (mixer)
  • ເຄື່ອງບົດ ໄຟຟ້າ || mixeur, blender (ຮູບ ໑)

ການເຮັດ ກະເເລັມ ເເບບນີ້ ໂດຍ ບໍ່ ຕ້ອງ ເອົາ ອອກ ມາ ຕີ ຄືນ ໃຫມ່ ຢ່າງໃດ ທັງສິ້ນ ຫລັງຈາກ ມັນ ກ້າມ ເເລ້ວ ເຮົາ ກໍ ພາ ກັນ ກິນ ໄດ້ ໂລດ

(ຮູບ ໑) ເຄື່ອງບົດ - Blender ເເລະ ນໍ້າຕານ ຝຸ່ນ

໓- ເຄື່ອງປະສົມ
ເຄື່ອງ ຕ່າງໆ ຂ້າງລຸ່ມ ນີ້ ສາມາດ ເຮັດ ກະເເລັມ ໄດ້ ປະມານ ໑,໒ ກິໂລ ສ່ວນ ຈໍານວນ ຄົນ ນັ້ນ ໃຫ້ ຜູ້ເຮັດ ເປັນ ຜູ້ກໍານົດ ເອົາເອງ

  • ບົວຫມາກມີ້ ກ້າມ (ກ້າມເຢັນ ຈົນ ເປັນ ນໍ້າເເຂງ ເເລ້ວ) || pulpes de fruit de jacquier congelé / frozen jackfruit pulp : (250 g x 2) = 500 g
  • ນໍ້າຫມາກພ້າວ ອ່ອນ ກ້າມ (ເປັນ ນໍ້າເເຂງ) || Jus de coco congelé / frozen young coconut juice : 280 g
  • ຫົວກະທິ ຫມາກພ້າວ (ຄັນ ມັນ ເຢັນ ເເລະ ເກືອບ ກ້າມ ເເລ້ວ ຍິ່ງດີ) || lait de coco bien frais / fresh coconut milk : (250 g x 2) = 500 ml
  • ນໍ້າຕານ ຝຸ່ນ ເຮັດ ດ້ວຍ ອ້ອຍ (ສີຂາວ ບໍ່ ດີ ຍ້ອນ ເຄມີ) || sucre en poudre pure canne / pure cane sugar powder : 250 g
    • ຄັນ ທ່ານ ຢາກ ເອົາ ນໍ້າອ້ອຍ ບ້ານເຮົາ ຍິ່ງດີ ຫລື ນໍ້າເຜິ້ງ ກໍ ໄດ້ ເຫມືອນ ກັນ ຖ້າ ເຜິ້ງ ບໍ່ ໄປ ດົມ ດອກໄມ້ ທີ່ ເຂົາ ໃສ່ ຜຸຍ ເຄມີ ສ່ວນ ປະຣິມານ ນັ້ນ ໃຫ້ ທ່ານ ຕວງ ເອົາ ເອງ
    • ຢ່າ ລືມ ອີກຢ່າງນຶ່ງ ວ່າ ນໍ້າຕານ ເມືອງໄທຍ ຂາດ ມາຕຖານ ຄື ມັນ ຫວານ ຫລາຍກວ່າ ນໍ້າຕານ ເມືອງຝຣັ່ງ ເເລະ ເອີໂຣບ ສະນັ້ນ ພວກໃດ ທີ່ ໃຊ້ ນໍ້າຕານ ເມືອງໄທຍ ໃຫ້ ທ່ານ ຕວງ ເອົາ ເອງ

໔- ວິທີ ເຮັດ

  • ເອົາ ເຄື່ອງ ທັງຫມົດ ທີ່ ໄດ້ກ່າວ ມາ ຂ້າງເທິງ ນີ້ ຖອກ ໃສ່ ໃນ ເຄື່ອງບົດ ໄຟຟ້າ (mixeur / blender) ພ້ອມທັງ ຄະນວນ ຫມາກພ້າວ ທີ່ ບັນຈຸ ຢູ່ ໃນ ຖົງ ນໍ້າຫມາກພ້າວ ກ້າມ ນັ້ນ (ເເຜ່ນ ອ່ອນໆ ເເຜ່ນ ນຶ່ງ)
  • ຫລັງຈາກ ນັ້ນ ກໍ ບົດ ຈົນ ໃຫ້ ມັນ ເປັນ ນໍ້າ ຂຸ້ນໆ
  • ຊີມ ເບິ່ງ

໕- ວິທີ ປຸງ
ຄັນ ບໍ່ ຫວານ ຕາມ ຄວາມຕ້ອງການ ກໍ ໃຫ້ ທ່ານ ຕື່ມ ນໍ້າຕານ ຈັກ ໑໐ ຫາ ໒໐ ກຣາມ ກໍ ພໍ ເເລ້ວ ເພາະ ມັນ ຈະ ຫວານໂພດ ເກີນໄປ ເເລະ ຄັນ ໄດ້ ຕາມ ຄວາມຕ້ອງການ ເເລ້ວ ກໍ ເອົາ ຖອກ ໃສ່ ຖ້ວຍ ຫລື ກັບ ເພື່ອ ເອົາ ເຂົ້າ ປະ ໄວ້ ຢູ່ ຕູ້ນໍ້າເເຂງ / congélateur / freezer ປະມານ ໔ ຊົ່ວໂມງ ກໍ ເເຂງ ເເລ້ວ (ທາງ ທີ່ດີ ໃຫ້ ປະ ໄວ້ ຫມົດຄືນ ຫລັງຈາກນັ້ນ ກໍ ເອົາ ອອກ ມາ ສູ່ ກັນ ກິນ)

໖- ຄໍາຮຽກຮ້ອງ
ເມື່ອ ທ່ານ ເຮັດ ຮຽບຮ້ອຍ ເເລ້ວ ກະຣຸນາ ຖ່າຍ ຮູບ ເເຕ່ ລະ ບັ້ນ ເເລະ ສົ່ງ ຮູບ ເຫລົ່ານັ້ນ ຫາ ຂ້າພະເຈົ້າ ດ້ວຍ ຈະ ເປັນ ພຣະຄຸນ ຢ່າງຍິ່ງ

໗- ສລຸບຄວາມ
ຄັນ ເຮົາ ທຽບ ການລົງທຶນ ເຮັດ ກະເເລັມ ເອົາ ເອງ ນີ້ ຄ່າ ຂອງ ມັນ ຄົງ ສູງກວ່າ ຄ່າ ກະເເລັມ ທັມມະດາ ເເຕ່ວ່າ ກະເເລັມ ທີ່ ເຮົາ ເຮັດ ເອົາ ເອງ ນີ້ ມີ ຄຸນພາບ ເຫນືອກວ່າ ກະເເລັມ ໃນ ທ້ອງ ຕລາດ ຫລາຍເທົ່າ ປາສຈາກ ເຄື່ອງ ເຄມີ ອີກດ້ວຍ ຖ້າ ມີ ມັນ ກໍ ມີ ຢູ່ ໃນ ເຄື່ອງປຸງ ມາ ກ່ອນ ເເລ້ວ ໂດຍ ທີ່ ເຮົາ ບໍ່ ໄດ້ເອົາ ເຄື່ອງ ເຄມີ ອັນໃດ ທັງສິ້ນ ເຂົ້າ ຕື່ມ ໃສ່ ອີກ ນອກຈາກນີ້ ເຮົາ ກໍ ໄດ້ກິນ ກະເເລັມ ຕາມ ຄວາມປະສົງ ຂອງ ເຮົາ ເເລະ ເເນ່ນອນ ວ່າ ກະເເລັມ ຂອງ ເຮົາ ສະອາດ ກວ່າ ກະເເລັມ ທີ່ ເຮົາ ຊື້ ມາ (ພໍ່ຄົວ ເເມ່ຄົວ ລາງຄົນ ກໍ ບໍ່ ລ້າງ ມື ຫລັງຈາກ ເຂົາ ໄປ ສ້ວມ ມາ ເເລ້ວ)


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


1 ສານ /Message

  • ກະເເລັມ ຫມາກມີ້ ໑໗ ເດືອນ ສິງຫາ/août  ຄສ. 2013 08:04

    ສະບາຍດີ ທ່ານຄໍາເເພວ ພູເພັຊຣລິນທອງ ທີ່ເຄົາຣົບ

    ພວກເຮົາໄດ້ພາກັນເຮັດກະເເລັມ ຕາມສູດຂອງທ່ານ ຫລັງຈາກສີ່ຊົ່ວໂມງ ເເລ້ວພວກເຮົາກໍເອົາອອກມາກິນ ເເມ່ນເເຊບຫລາຍ ເເຕ່ບໍ່ໄດ້ຖ່າຍຮູບມ້ຽນ ຂໍຂອບໃຈນໍ້າໃຈເອື້ອເຟື້ອຂອງທ່ານ

    ຄນະລາວນິຍົມລາວ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0