ພາສາ ລາວ - La langue lao ບົນ ລາວເເພນ

ຄຸນນາມ

ວັນສຸກ ທີ ໕ ເດືອນ ເມສາ/avril  ຄສ. 2013, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ, ສົມບຸນ ໄຊສນັ່ນ (Somboun Saisananh)

ທາຕຸສາດ || Etymologie / Etymology

  • “ຄຸນ” ມີ ເຄົ້າ ມາ ຈາກ ພາສາ ບາລີ ຄຸນ̣ະ[guṇa/ຄຸ-ນ̣ະ] ດັ່ງ ຄຸນພາບ[ຄຸນ-ນະ-ພາບ] ຄຸນສິນ ຄຸນທັມ ຄຸນສົມບັດ ກາມຄຸນ[ກາມ-ມະ-ຄຸນ] ທີ່ ເເປວ່າ
    • ສິ່ງ ທີ່ ປະກອບ ເຂົ້າ ກັບ ເເນວໃດເເນວນຶ່ງ ເພື່ອ ສະເເດງ ໃຫ້ ເຫັນ ອາການ ຂອງ ສິ່ງນັ້ນ
    • ເຊືອກ ຫລື ໂສ້
    • || Guṇa pa. m. virtue, quality, a cord or string, a bow-string, characteristic, proprety, ( with numerals : diguṇa = twofold )

      ຣູປຕາ ໑ – ຄຸນ̣ະ ດ້ວຍ ຫນັງສື ທັມ

  • ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ ນາມະ ດັ່ງ ນາມທັມ ເປັນຕົ້ນ ເເລະ ຫມາຍເຖິງ ຊື່ ຂອງ ສິ່ງ ທີ່ ເຫັນ ດ້ວຍ ຕາເປົ່າ ເເລະ ບໍ່ ເຫັນ ດ້ວຍ ຕາເປົ່າ ທີ່ ເຮົາ ສົມມຸດ ຂຶ້ນ ມາ ໃຊ້ ໃນ ໂລກ ນີ້

    ຣູປຕາ ໒ – ນາມ ດ້ວຍ ຫນັງສື ທັມ

ນໍ້າສຽງ || Ton/ Tone pitch

  • “ຄຸນ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງກາງ
  • “ນາມ” ມີ ສຽງຍາວ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງກາງ

ສຽງສັ້ນ ເເລະ ສຽງຍາວ ມີ ລະຍະ ຫລື ໄລຍະ ສໍ່າ ກັນ ສເມີ ເເຕ່ ເພິ່ນ ຈະ ອ່ານ ສຽງສັ້ນ ໄວກວ່າ ສຽງຍາວ ເເທ້ ເເລ

( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20091116_NamNong_4_Gain.mp3
ທ່ານ Namnong[ນໍ້ານອງ] ຂໍ ກ່າວ ປຣັຊຍາ ສູ່ ກັນ ຟັງ
ຂໍ ໃຫ້ ທ່ານ ນໍ້ານອງ ຈົງ ໄດ້ຮັບ ເເຕ່ ຄວາມສຸກ ຄວາມຈະເຣີນ
ປາສຈາກ ໂຣກໄພໄຂ້ເຈັບ ຕລອດ ກາລະນານ ດ້ວຍ ເຖີ້ນ
ບັນທຶກ ເມື່ອ ວັນອາທິດ ທີ ໑໖/໑໑/໒໐໐໙
ຢູ່ ຫ້ອງ Lao Facts Talk of the day
ລັກສນະ ຂອງ ຄົນ ທີ່ ມີ ຄຸນສົມບັດ ເວົ້າ

໑໓໐- ຄວາມຫມາຍ || Définition / Definition
ຄຸນນາມ ຫລື ວິເສດ ຫມາຍເຖິງ ຄໍາເວົ້າ ທີ່ ປະກອບ ເຂົ້າ ຕື່ມ ໃສ່ ຄໍາ ອື່ນ [1] ຄື ນາມ ເເລະ ສັພນາມ ເພື່ອ ໃຫ້ ເຮົາ ສາມາດ ເຂົ້າໃຈ ຄໍາເວົ້າ ທັງສອງ ຢ່າງນີ້ ຫນັກເເຫນ້ນ ຂຶ້ນ ຕື່ມ ອີກ

ຄຸນນາມ ຈະ ບໍ່ ຖືກ ກໍານົດ ໃສ່ ການເຫນັງຕີງ ເເຕ່ ຢ່າງໃດ ເລີຍ ເພິ່ນ ກໍານົດ ໃສ່ ພຽງເເຕ່ ສະພາບ ກັບ ພາວະ ເຊັ່ນ ລັກສນະ ຄວາມສັມພັນ ຄວາມນິຍົມ ຄວາມບໍ່ນິຍົມ ເປັນຕົ້ນ ດ້ວຍເຫດນີ້ ພາສາ ຝຣັ່ງ ຈຶ່ງ ເວົ້າ ວ່າ ຄຸນນາມ ກໍ ເປັນ ກິຣິຍາ ເເນວ ນຶ່ງ ເຊັ່ນ ດຽວ ກັນ ທີ່ ກໍານົດ ເອົາ ພຽງ ສະພາບ ເທົ່ານັ້ນ (fr. verbe d’état : ຣົດ ຄັນ ນັ້ນ ງາມ ນໍ ຊຶ່ງ ຄໍາ ງາມ ເປັນ ຄຸນນາມ ທີ່ ຖືກ ໃຊ້ ເເທນ ກິຣິຍາ) ຫມາຍຄວາມວ່າ ສິ່ງ ທີ່ ເຮົາ ຈະ ກ່າວ ໄປ ນັ້ນ ຫລື ທີ່ ກ່າວ ໄປ ເເລ້ວ ນັ້ນ ເຫນັງຕີງ ບໍ່ ໄດ້ (ມັນ ເປັນ ນາມທັມ ທີ່ ຫມາຍ ເອົາ ການກໍານົດ ກັບ ຄວາມຮູ້ສຶກ ດ້ານ ຈິດໃຈ ຂອງ ເຮົາ ຢ່າງ ດຽວ) ສ່ວນ ການປະພຶດ ຕ່າງ ໆ ນັ້ນ ເຮົາ ຈະ ໃຊ້ ຄຸນນາມ ຕາງ ກິຣິຍາ ບໍ່ ໄດ້ ເດັດ ຂາດ (fr. verbe d’action) ເຖິງຢ່າງໃດ ກໍດີ ຄຸນນາມ ທີ່ ເຮົາ ເອົາ ມາ ໃຊ້ ເເທນ ການເຫນັງຕີງ ບໍ່ ມີ ໃນ ພາສາ ລາວ

  • ຄົນ ຮູ້ ກັບ ຄົນ ຂີ້ດື້ ເດ ຊັ້ນ ນະ ? ໃຫ້ ທ່ານ ຊອກ ເຂົ້າໃຈ ເອົາເອງ

໑໓໑- ກໍຣະນີ ການໃຊ້ ຄຸນນາມ || Condition d’emploi d’un adjectif fr.
ຕາມທີ່ຈິງ ເເລ້ວ ເຮົາ ບໍ່ ສາມາດ ໃຊ້ ຄຸນນາມ ໂດຍ ລໍາພັງ ເພິ່ນ ຕ້ອງ ໃຊ້ ຄຸນນາມ ປະກອບ ນາມ ຫລື ປະກອບ ສັພນາມ ສເມີ ເພື່ອ ບອກເລົ່າ ຄວາມເປັນຈິງ ຂອງ ນາມ ທັງສອງ ປະເພດ ນີ້ ໂດຍ ອີງໃສ່ ເພດ ວັຈນະ ເເລະ ຈໍານວນ ເປັນ ເຄື່ອງຫມາຍ

໑໓໒- ປະເພດ ຄຸນນາມ || Différents adjectifs fr.
ຄຸນນາມ ມີ ຢູ່ ດ້ວຍກັນ ເຈັດ ປະເພດ ຄື

  • ລັກສນະຄຸນນາມ || fr. adjectifs qualificatifs
  • ສັມພັນຄຸນນາມ || fr. adjectifs possessifs
  • ນິຍົມຄຸນນາມ || fr. adjectifs démonstratifs
  • ອະນິຍົມຄຸນນາມ || fr. adjectifs indéfinis
  • ປຸດສາຄຸນນາມ || fr. adjectifs interrogatifs
  • ສັງຂຍາຄຸນນາມ || fr. adjectifs numéraux
  • ປະມານຄຸນນາມ || fr. adjectifs quantitatifs

໑໓໓- ລັກສນະຄຸນນາມ || fr. adjectifs qualificatifs
ຫມາຍເຖິງ ຈໍາພວກ ຄຸນນາມ ທີ່ ເພິ່ນ ໃຊ້ ບອກ ລັກສນະ ຂອງ ນາມ ເເລະ ສັພນາມ ວ່າ ຄໍາເວົ້າ ທັງສອງ ປະເພດ ນີ້ ເປັນ ຈັ່ງໃດ ເເທ້ໆ

໑໓໔- ປະເພດ ລັກສນະຄຸນນາມ || fr. différents adjectifs qualificatifs
ເພິ່ນ ເເບ່ງ ລັກສນະຄຸນນາມ ອອກ ເປັນ ເເປດ ຈໍາພວກ ດ້ວຍກັນ ຄື ກິ່ນ ຂນາດ ສີ ສຽງ ສັນຖານ ສັມພັດ ຊນິດ ເເລະ ຣົດ

ໃນ ທີ່ນີ້ ຂ້າພະເຈົ້າ ຈະ ເລີ້ມ ດ້ວຍ ລັກສນະຄຸນນາມ ທີ່ ບອກ ສີ ທັງນີ້ ກໍ ເພື່ອ ຢາກ ໃຫ້ ນັກຮຽນຮູ້ ທັງຫລາຍ ເກັບ ເອົາ ໄປ ສຶກສາ ຊ່ວຍ ກັນ ຫລື ເພື່ອ ເກັບກໍາ ເເລະ ທ້ອນໂຮມ ເອົາ ນໍາ ຄໍາປາກ ຂອງ ຄົນລາວ ຕາມ ທ້ອງຖິ່ນ ຕ່າງໆ ກ່ອນ ພວກເພິ່ນ ຈະ ສິ້ນ ລົມຫາຍໃຈ ອີກຢ່າງນຶ່ງ ຂ້າພະເຈົ້າ ຂຽນ ບົດຄວາມ ບົດນີ້ ຮ່ວມ ກັບ ກັດຕຸ ຄົນນຶ່ງ ອີກ ທີ່ ເປັນ ນັກຂຽນນິຍາຍ ເເລະ ນັກປະພັນ ລາວ

໑໓໕- ສີ || Couleur / Color
ຫມາຍເຖິງ ສີ ຂອງ ສິ່ງ ທີ່ ມີ ຕົນຕົວ ເເລະ ສິ່ງ ທີ່ ເຮົາ ເເນມ ເຫັນ ໄດ້ ຄັນ ເຮົາ ເວົ້າ ວ່າ ສີເຢັນໆ ຊຶ່ງ ຫມາຍເຖິງ ຄວາມສັມຜັດ ທາງ ກາຍ ຫລື ສີຄັກໆ ຊຶ່ງ ຫມາຍເຖິງ ຄວາມຮູ້ສຶກ ທາງ ອາຣົມ ຫລື ສີສົ້ມໆ ຊຶ່ງ ຫມາຍເຖິງ ຣົດຊາດ ທີ່ ມີ ຣົດສົ້ມ ຫນ້ອຍນຶ່ງ ຢູ່ ໃນນັ້ນ ເພາະ ມັນ ເປັນ ສິິ່ງ ທີ່ ເຮົາ ເເນມ ບໍ່ ເຫັນ ດ້ວຍ ຕາເປົ່າ ເເລະ ຍັງ ມີ ອີກ ຫລາຍ ຢ່າງ ເຊັ່ນ ສີເຈັບໆ ສີໄຄໆເເນ່ ສີອຸກໆອັ່ງໆ ດັ່ງນີ້ ເປັນຕົ້ນ ຄັນ ເປັນ ດັ່ງນີ້ ເຮົາ ຈະ ຈັດ ຄໍາເວົ້າ ເຫລົ່ານີ້ ບັນຈຸ ເຂົ້າ ຢູ່ ໃນ ຄໍາເວົ້າ ຈໍາພວກໃດ ດີ ?

  • ສີມື = ສິ່ງ ທີ່ ເຮັດ ດ້ວຍ ມື || fr. fait de la main, recours aux mains pour exécuter une tâche ou un travail (manuel, manuellement)
  • ສີພາຍ = ພາຍ ດ້ວຍ ມື ຊຶ່ງ ຫມາຍເຖິງ ນັກພາຍເຮືອ ຫລື ຜູ້ ທີ່ ມີ ຫນ້າທີ່ ພາຍ ເຮືອ || fr. rameur
    • ສີໄມ້ລາຍມື = ຄໍາເວົ້າ ຫນ້າອອນຊອນ ທີ່ ມີ ຄວາມຫມາຍ ຢ່າງດຽວ ກັບ ສີມື ( ເເຕ່ຫາກວ່າ ຖ້າ ເຮົາ ລຶບ “ໄມ້” ກັບ “ລາຍ” ອອກ ມັນ ກໍ ເປັນ “ສີ ມື” ຄື ຕອນ ເຮົາ ຄັນ ມື ເຮົາ ກໍ ສີ ມື 555 )
  • ສີ ເຂົ້າ = ເຮັດ ໃຫ້ ເເກບ ອອກ ຈາກ ເມັດ ເຂົ້າ ຫລື ເຮັດ ໃຫ້ ເຂົ້າເປືອກ ກາຍເປັນ ເຂົ້າສານ ( ເເຕ່ວ່າ ບໍ່ ເເມ່ນ ເຮັດ ດ້ວຍ ມື )
  • ສີຫມ້າຍ ເດ ເເປວ່າ ເເນວໃດ ?
    • ຄໍາເວົ້າ ທີ່ ມີ ເຄົ້າ ຈາກ ພາສາ ເເຕ້ຈິວ ເເລະ ຫມາຍເຖິງ ເຄື່ອງກິນ ຊນິດ ນຶ່ງ ທີ່ ເຮັດ ດ້ວຍ ຊີ້ນຫມູ ຫນຶ້ງ ມຸ່ນໆ ຊຶ່ງ ໄທປາກເຊ ມັກ ເອົາ ມາ ໃສ່ ເຂົ້າຈີ່ ເພື່ອ ເຮັດ ເປັນ sandwish

ສີ ມາ ຈາກ ເເສງສະທ້ອນ ຂອງ ສິ່ງໃດສິ່ງນຶ່ງ ທີ່ ເຮັດ ໃຫ້ ຕາ ຂອງເຮົາ ເເນມ ເຫັນ ສິ່ງ ຕ່າງໆ ຢ່າງ ຊັດເຈນ ໄດ້ ໂດຍ ບໍ່ ກ່າວເຖິງ ທາດ ເເລະ ສັນຖານ ຂອງ ສິ່ງ ຕ່າງໆ ເຫລົ່ານັ້ນ

( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20130113_Di_Anouxayya_01_R.mp3
ທ່ານ anouxayya[ອະນຸຊັຍຍະ] ຂໍ ກ່າວ ປຣັຊຍາ ສູ່ ກັນ ຟັງ
ຂໍ ໃຫ້ ຍານ້ອງ ອະນຸໄຊຍະ ຈົງ ໄດ້ຮັບ ເເຕ່ ຄວາມສຸກ ຄວາມຈະເຣີນ
ປາສຈາກ ໂຣກໄພໄຂ້ເຈັບ ຕລອດ ກາລະນານ ດ້ວຍ ເຖີ້ນ
ບັນທຶກ ເມື່ອ ວັນອາທິດ ທີ ໑໓/໐໑/໒໐໑໓
ຢູ່ ຫ້ອງ Lao Lanxang Eternity
ລັກສນະ ຂອງ ຜູ້ໃຫຍ່ ເວົ້າ

໑໓໖- ຄໍາເວົ້າ || Vocabulaires / Vocabularies
ສີ ປະຖົມ (fr. couleur primaire) ຫມາຍເຖິງ ສີ ພື້ນຖານ ທັງສາມ ຄື ສີເເດງ ສີຂຽວ ເເລະ ສີຟ້າ (ດຂຟ/rvb/rgb) ທີ່ ເພິ່ນ ຈັດ ເປັນ ສອງ ປະເພດ ດ້ວຍກັນ ຄື

  • ການເເຊມ ສີ ປະຖົມ ໃນ ການຜລິດ ສີໃຫມ່ ຂຶ້ນ ມາ ຊຶ່ງ ສ່ວນມາກ ເເລ້ວ ເເມ່ນ ການເເຊມ ເເສງສວ່າງ ດ້ວຍກັນ ເຫມືອນດັ່ງ ຮຸ້ງ ກິນ ນໍ້າ [2]
    || fr. la synthèse additive (3 couleurs primaires additives) : c’est la composition d’une couleur en additionnant des couleurs primaires
  • ການສ້ອມ ສີ ປະຖົມ ໃນ ການຜລິດ ສີ ວັດຖຸ ສີໃຫມ່ ຂຶ້ນ ມາ (ຣູປທັມ) ຊຶ່ງ ເພິ່ນ ໃຊ້ ກັນ ໃນ ການພິມ ເເລະ ການເເຕ້ມຮູບ ຕ່າງໆ ຄື ສີ magenta (rouge primaire / ສີເເດງ ປະຖົມ) ສີ cyan (bleu primaire/ ສີຟ້າ ປະຖົມ) ເເລະ ສີ jaune ຫລື ສີເຫລືອງ
    || fr. la synthèse soustractive (3 couleurs primaires soustractives) : à partir d’une lumière qui comprend toutes les couleurs, on soustrait des couleurs

ສໍາລັບ ສາຍຕາ ຂອງ ຄົນເຮົາ ຄວາມເຂັ້ມ ຂອງ ສີ ທີ່ ໄດ້ຮັບ ຈາກ ການເເຊມ ຈະ ຫມູນວຽນ ເເລະ ປ່ຽນເເປງ ໄປ ຕາມ ອຸ່ນຫະພູມ ຂອງ ເເສງສວ່າງ ຕ່າງໆ ຂອງ ສີ ກ່ຽວຂ້ອງ (ໃຫ້ ສັງເກດ ຈໍ ຄອມພິວເຕີ ຂອງ ທ່ານ ຄັນ ທ່ານ ມີ carte graphique / graphic card ດີ ເເລະ ຈໍ ອັນ ມີ ຄຸນພາບ ດີ ທ່ານ ຈະ ເຫັນ ຄວາມເເຕກຕ່າງ ທັນທີ)

ສີມັທຍົມ (fr. couleur secondaire / ຄັນ ຈະ ເເປ ເປັນ ສີ ສໍາຣອງ ມັນ ບໍ່ ເຂົ້າ ກັນ) ເປັນ ສີ ທີ່ ໄດ້ ມາ ຈາກ ການເເຊມ ຣະຫວ່າງ ສີ ປະຖົມ ສອງ ສີ ດ້ວຍກັນ ຄື ສີ ລະ ໕໐%

ເເຊມ ດັ່ງ ສ້ອມເເຊມ ເເປວ່າ ເອົາ ເເນວໃຫມ່ ເຂົ້າ ມາ ເເຖມ (ເຂົ້າ ມາ ຕື່ມ ໃສ່) ຊຶ່ງ ເປັນ ຄໍາ ກົງກັນຂ້າມ ກັບ ສ້ອມ
ເເຊມ ເເປ ວ່າ ເອົາ ເເນວໃຫມ່ ເເລະ ກໍ ບໍ່ ເເມ່ນ ເເນວເກົ່າ ເຂົ້າ ມາ ຕື່ມ ໃສ່ ຫລື ມາ ສັບຊ້ອນ ຕົວຢ່າງ ຄັນ ມີ ດອກໄມ້ ສີຂາວ ຫລາຍ ເກີນໄປ ເຮົາ ກໍ ເອົາ ດອກໄມ້ ສີ ອື່ນ ມາ ເເຊມ ເເລະ ຄັນ ເຮົາ ເວົ້າ ເຖິງ ການເມືອງ ເເລ້ວ ເເມ່ນ ເຂົາ ເຂົ້າ ມາເເອບ ມາເເຝງ ຊຶ່ງ ຫມາຍເຖິງ ການລັກລອບ ດັ່ງ ເເອບຮັກເຂົາ ກໍ ເເປວ່າ ຫລົງຮັກເຂົາ ນັ້ນເອງ

ສ້ອມ ເເປ ວ່າ ເອົາ ສິ່ງ ທີ່ ເຮົາ ບໍ່ ຕ້ອງການ ອອກ ຈາກ ຫມູ່ ຫລື ເອົາ ເເນວໃດເເນວນຶ່ງ ອອກ ຈາກ ຫມູ່ ຊຶ່ງ ເປັນ ຄໍາກົງກັນຂ້າມ ກັບ ເເຊມ

ປອດ ເເປວ່າ ຄົງ ບໍ່ ມີ ຫຍັງ ປົນ ຫລື ຄົງ ບໍ່ ມີ ຫຍັງ ເເຊມ ດັ່ງ ປອດໂປ່ງ ເເລະ ມ້າດໍາປອດ ນັ້ນເອງ (ເຫັນ ເເລ້ວ ຄື ກັນ ກັບ ບໍ່ ມີ ຫຍັງ ປົນ ຈັກດີ້)

ສະນັ້ນ ຄໍາລາວ ທຸກໆ ຄໍາ ທີ່ ເຮົາ ເວົ້າ ລົງ ໄປ ເເລະ ເຂົ້າໃຈ ກັນ ໄດ້ ຈະ ມີ ຄວາມຫມາຍ ທຸກໆ ຄໍາ ຈະ ເປັນ ຄໍາຕົງໂຕຍ ຫລື ສໍານວນ ຄໍາເວົ້າ ຊນິດໃດ ກໍດີ ມັນ ມີ ຄວາມຫມາຍ ທີ່ ເເປ ໄດ້ ທັງນັ້ນ ດັ່ງ ຕົວຢ່າງ “ເຫັນ ພໍ ຈຸ່ມປຸ່ມ ຈິ່ມປິ່ມ” ເເລະ “ເຫັນ ພໍ ຈຸ່ມມຸ່ມ ຈິ່ມມິ່ມ” ກໍ ຄື “ເຫັນ ພໍ ຈຸ່ມມຸ່ມ” ຫມາຍເຖິງ ສິ່ງ ທີ່ ເຮົາ ເຫັນ ນັ້ນ ມັນ ບໍ່ ຢູ່ ໄກ ຈາກ ເຮົາ ເເຕ່ ມັນ ຍັງ ຢູ່ ໃກ້ ເຮົາ ຫລາຍກວ່າ ສໍານວນ “ເຫັນ ພໍ ຈິ່ມມິ່ມ” ສ່ວນ “ເຫັນ ພໍ ຈິ່ມມິ່ມ” ນັ້ນ ຫມາຍຄວາມວ່າ ສິ່ງ ທີ່ ເຮົາ ສາມາດ ເເນມ ເຫັນ ນັ້ນ ຢູ່ ໄກ ຈາກ ເຮົາ ຫລາຍ ຈົນ ເຮົາ ເເນມ ເກືອບ ບໍ່ ເຫັນ ຈັກດີ້ ພຸ້ນ ລະ ຫລື ຢູ່ ໄກ ຈາກ ເຮົາ ຫລາຍ ພີລຶກພີລໍ້າ ອີ່ຫລີ ພຸ້ນ ລະ ດັ່ງ ກໍຣະນີ ຂອງ ດາວ ຕ່າງໆ ເປັນຕົ້ນ ຄັນ ສິ່ງ ດັ່ງກ່າວ ຢູ່ ໃນ ໄລຍະ ໃກ້ ( ມື ຢື້ ບໍ່ ເຖິງ ) ກໍ ຫມາຍຄວາມວ່າ ເຮົາ ເຫັນ ສິ່ງ ດັ່ງກ່າວ ນັ້ນ ນ້ອຍ ທີ່ສຸດ ສະເພາະ ເເສງຕາ ຂອງເຮົາ ນີ້ ລະ ຄື ຄວາມຮັ່ງມີ ຂອງ ພາສາ ລາວ

ທ່ານ ສາມາດ ສາກ ເອົາ ເອກສານ ກ່ຽວກັບ ສີ ຕ່າງໆ ທີ່ ເປັນ ພາສາ ຝຣັ່ງ
ເເລະ ທີ່
ທ່ານ ສາມາດ ຂຽນ ເປັນ ພາສາ ລາວ


໑໓໗- ການໃຊ້ ຄໍາເວົ້າ ສີ || fr. l’emploi du mot couleur en lao
ສໍາລັບ ການໃຊ້ ຄຸນນາມ ກ່ຽວກັບ ສີ ຕ່າງໆ ເຮົາ ຕ້ອງ ກ່າວ ຄໍາເວົ້າ ຂ້າງລຸ່ມ ນີ້ ໃສ່ ຄໍາ ສີ ປະກອບ ຂ້າງຫນ້າ ຊື່ ຂອງສີ ກ່ຽວຂ້ອງ ຫລື ຕ້ອງ ກ່າວ ເຖິງ ສີ ເສັຽກ່ອນ ມັນ ຈຶ່ງ ໄດ້ ຄວາມ ເຊັ່ນ ສີກາກີ ສີກຸຫລາບ ສີເເຫລ້ໆ ສີເເຈດ ດັ່ງນີ້ ຕໍ່ໆ ໄປ

  • ກາກີ ----- fr. kaki
    • rvb(148,129,43), hexa(#94812B), cmjn(0,13,71,42), tsl(49,55,37)
      • ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ (ຕອນ ຂພຈ ຍັງ ນ້ອຍ) ຮຽກ ສີຂີ້ຊາຍ ----- ເປັນ ສີກາກີ ຊຶ່ງ ສ່ວນຫລາຍ ເເລ້ວ ເເມ່ນ ສີຜ້າເເພ ເເລະ ສີເຄື່ອງນຸ່ງ ຂອງ ທະຫານ ຝຣັ່ງ ໃນ ຄາວ ນັ້ນ ເເລະ ພວກຂ້າພະເຈົ້າເອງ ກໍ ໄດ້ຕັດ ເຄື່ອງນຸ່ງ ດ້ວຍ ຜ້າເເພ ຊນິດ ນີ້ ໃນ ຄາວ ນັ້ນ ຈົນ ເດັກນ້ອຍ ທັງຫລາຍ ຮ້ອງ ກັນ ມາ ເບິ່ງ ພວກຂ້າພະເຈົ້າ ວ່າ “ເຮິຍ ! ມາ ເບິ່ງ ທະຫານ ນ້ອຍ” ຕອນ ຍ່າງ ຜ່ານ ບ້ານ ຕ່າງໆ ໄປ ເເຖວ ອັຕປື (ຕອນ ໄປ ຍາມ ພໍ່ ທີ່ ປະຈໍາການ ຢູ່ ອັຕປື)
  • ກາເຟ ----- fr. café
    • rvb(72,46,1), hexa(#462E01), cmjn(0,34,99,73), tsl(39,97,14)
  • ກາເຟນົມ ----- fr. café au lait
    • rvb(120,94,47), hexa(#785E2F), cmjn(0,22,61,53), tsl(39,44,33)
  • ກຸຫລາບ ----- fr. rose (ເບິ່ງ ສີບົວ)
    • rvb(255,192,203), hexa(#FFC0CB), cmjn(0,25,20,0), tsl(350,100,88)
  • ກຸຫລາບເເກ່ ----- fr. fuchsia (rose foncé)
    • rvb(255,0,127), hexa(#FF007F), cmjn(0,100,50,0), tsl(330,100,50)
      • ສີກຸຫລາບ ຫມາຍເຖິງ ສີ ຂອງ ດອກກຸຫລາບ ເເລະ ສີບົວ ກໍ ຫມາຍເຖິງ ສີ ຂອງ ດອກບົວ ນັ້ນເອງ ຊຶ່ງ ສີ ທັງສອງ ນີ້ ກໍ ມີ ສີ ຄ້າຍຄື ກັນ ກັບ ສີ ຂອງ ດອກ fuchsia ລາງເທື່ອ ທັມມະຊາດ ກໍ ຜລິດ ສີ ຂອງ ດອກໄມ້ ທັງສາມ ນີ້ ເປັນ ສີດຽວ ກັນ ຊໍ້າ
  • ກ້ວຍ ----- fr. banane (ເຫລືອງກ້ວຍ = jaune banane)
    • rvb(209,182,6), hexa(#D1B606), cmjn(0,13,97,18), tsl(52,94,42)
  • ເເກ້ວນິນ ----- fr. saphir ou bleu saphir ເເກ້ວນິນ ຫລື ນິນ (ລ້າໆ ກໍ ໄດ້)
    • rvb(1,49,180), hexa(#0131B4), cmjn(99,73,0,29), tsl(224,99,35)
  • ເເກ້ວພິລາ ----- fr. rubis
    • rvb(224,17,95), hexa(#E0115F,), cmjn(0,92,58,12), tsl(337,92,88)
  • ເເກ້ວມໍຣະກົດ ----- fr. émeraude
    • rvb(1,125,88), hexa(#01D757), cmjn(100,0,59,16), tsl(144,99,42)
  • ເເກ້ວຫີນ ----- fr. jade (ເບິ່ງ ຂຽວເເກ້ວຫີນ)
    • rvb(135,233,144), hexa(#97E990), cmjn(42,0,38,9), tsl(126,69,72)
  • ກົ່ວ ----- fr. étain (ກົ່ວສົດ = étain pur)
    • rvb(237,237,237), hexa(#EDEDED), cmjn(0,0,0,7), tsl(0,0,93)
  • ກົ່ວເຂົ້າຫມ້ຽງ ----- fr. étain « oxydé » (ກົ່ວສມິນ)
    • rvb(186,186,186), hexa(#BABABA), cmjn(0,0,0,27), tsl(0,0,73)

  • ຂ່າ
  • ຂີ້ເຖົ່າ ----- fr. gris ຫລື ເຖົ່າ ຫລື ຫມົ່ນ ຫລື ເເຊມເຫລົ້າ (ເເຊມ ເເປວ່າ ປົນ ກັນ ຫລື ເຮັດ ໃຫ້ ມັນ ເຂົ້າ ກັນ) => ເເມ່ນ ສີດຽວ ກັນ ທັງນັ້ນ ເເຕ່ ຮຽກ ຊື່ ໄດ້ ຫລາຍ ຊື່
    • ເເຊມງາ => ສີຫມົ່ນໆ (ຫມົ່ນໆ ເເປວ່າ ສີຫມົ່ນ ຕື່ມ ໄປ ອີກ)
    • ຫມົ່ນເງິນ => ສີຫມົ່ນ ຄື ສີ ຂອງ ເງິນຫຣຽນ
      ຮູບ ໑

  • ຂີ້ຫມ້ຽງ ----- fr. rouille
    • rvb(152,87,23), hexa(#985717), cmjn(0,43,85,40), tsl(30,74,34)
  • ຂີ້ຫມິດຫມໍ້ => (ເບິ່ງ ດໍາຂີ້ຫມິດຫມໍ້ /ຂີ້ຫມິນຫມໍ້)
  • ຂີ້ຫມິ້ນ => fr. curcuma (couleur safran et couleur curcuma sont similaires)
    • ----- fr. safran (ສີ safran ເເລະ ກໍ ບໍ່ ເເມ່ນ ສີ curcuma)
    • rvb(243,214,23), hexa(#F3D617), cmjn(0,12,91,5), tsl(52,90,52)
  • ຂົນອູດ ----- fr. poil de chameau
    • rvb(182,120,35), hexa(#B67823), cmjn(0,34,81,29), tsl(35,68,43)
  • ເຂັ້ມ => ສີເຂັ້ມ ຫລື ສີເຂັ້ມໆ ຊຶ່ງ ຄວາມເຂັ້ມ ຫມາຍເຖິງ ຄວາມເເຕກຕ່າງ (ຄວາມຈືດຈາງ # ຄວາມເຂັ້ມ) ພາຍໃນ ສີ ປະເພດ ດຽວ ກັນ ຫລື ຄ້າຍຄື ກັນ ຊຶ່ງ ການເເຊມ ສີ ດັ່ງກ່າວ ນັ້ນ ຫລາຍຂຶ້ນ ກວ່າເກົ່າ
  • ຂາວ (ປອດ) = ຂາວ ລ້າໆ => ປອດ ເເປວ່າ ບໍ່ ມີ ຫຍັງ ປົນ ບໍ່ ມີ ຫຍັງ ເເຊມ
  • ຂາວ ----- fr. blanc
    • rvb(255,255,255), hexa(#FFFFFF), cmjn(0,0,0,0), tsl(0,0,100)
  • ຂາວນວນ ----- fr. blanc cassé
    • rvb(254,254,226), hexa(#FEFEE2), cmjn(0,0,11,0), tsl(60,90,94)
  • ຂາວນົມ ----- fr. blanc de lait
    • rvb(251,252,250), hexa(#FBFCFA), cmjn(0,0,1,1), tsl(90,25,98)
  • ຂາວພຣະຈັນ / ຂາວເດືອນ ----- fr. blanc lunaire
    • rvb(244,254,254), hexa(#F4FEFE), cmjn(4,0,0,0), tsl(180,83,98)
  • ຂາວຢາງ / fr. caoutchouc
  • ຂາວເຫລື້ອມ / fr. blanc brillant
  • ຂຽວ (ປະຖົມ) ----- fr. vert (primaire) ou vert clair (ມັນ ເເມ່ນ ຂຽວອ່ອນ ຫລາຍກວ່າ ຫລື ສີຫຍ້າອ່ອນ)
    • rvb(0,255,0), hexa(#00FF00), cmjn(100,0,100,0), tsl(120,100,50)
      • ຂຽວ ລ້າໆ ----- fr. vert du web => (ຂຽວກາງ ??? ຫລື ຂຽວ ອິນເທີເເນັດ)
        rvb(0,128,0), hexa(#008000), cmjn(100,0,100,50), tsl(120,100,25)
      • ຂຽວເເກ່ ເດ ຊັ້ນ ນະ ??? => (ເບິ່ງ ?)
  • ຂຽວເເກ້ວນໍ້າ ----- fr. vert bouteille
    • rvb(9,106,9), hexa(#096A09), cmjn(92,0,92,58), tsl(120,84,23)
  • ຂຽວເເກ້ວມໍຣະກົດ ----- fr. émeraude
    • rvb(1,125,88), hexa(#01D757), cmjn(100,0,59,16), tsl(144,99,42)
  • ຂຽວເເກ້ວຫີນ ----- fr. vert jade
    • rvb(135,233,144), hexa(#87E990), cmjn(42,0,38,9), tsl(126,69,72)
  • ຂຽວຈັກພັດ ----- fr. vert impérial
    • rvb(0,86,27), hexa(#00561B), cmjn(100,0,69,66), tsl(139,100,17)
  • ຂຽວເດີ່ນຫຍ້າ ----- fr. vert gazon (gazon = ເດີ່ນຫຍ້າ ຫລື ເດີ່ນ ທີ່ ເພິ່ນ ປູກ ຫຍ້າ ໃສ່ / ຂຽວຫຍ້າ)
    • rvb(58,157,35), hexa(#3A9D23), cmjn(63,0,78,38), tsl(109,64,38)
  • ຂຽວຕົ້ນເເປກ ----- fr. vert sapin
    • rvb(9,82,40), hexa(#095228), cmjn(89,0,51,68), tsl(145,80,18)
  • ຂຽວທົ່ງຫຍ້າ ----- fr. vert prairie
    • rvb(87,213,59), hexa(#57D53B), cmjn(59,0,72,16), tsl(109,65,53)
  • ຂຽວນໍ້າ ----- fr. vert d’eau
    • rvb(176,242,182), hexa(#B0F2B6), cmjn(27,0,25,5), tsl(125,72,82)
  • ຂຽວໃບຕອງອ່ອນ ----- fr. couleur jeune feuille de bananier
    • rvb(148,242,124), hexa(#94F27C), cmjn(288,0,488,51), tsl(108,49,242)
  • ຂຽວຟ້າ ----- fr. vert turquoise
    • rvb(31,254,216), hexa(#1FFED8), cmjn(88,0,15,0), tsl(170,99,56)
  • ຂຽວຣະດູໃບໄມ້ປົ່ງ ----- fr. vert printemps
    • rvb(0,255,127), hexa(#00FF7F), cmjn(100,0,50,0), tsl(150,100,50)
  • ຂຽວຫົວເປັດ / fr. vert métalisé
  • ຂຽວຫາງເເຫ້ມ (ງູຂຽວ ຫາງເເຫ້ມ)
  • ຂຽວຫມາກກອກເທບ ----- fr. vert olive ==> (olive = ຫມາກກອກເທບ ລ້າໆ ກໍ ໄດ້)
    • rvb(112,141,35), hexa(#708D23), cmjn(21,0,75,45), tsl(76,60,35)

  • ຄໍາ ----- fr. or
    • rvb(255,215,0), hexa(#FFD700), cmjn(0,16,100,0), tsl(51,100,50)
  • ຄາມ (ຄ້າຍ ສີຟ້າ) ----- fr. bleu marine
    • rvb(0,0,128), hexa(#000080), cmjn(100,100,0,50), tsl(240,100,25)
      • ເພິ່ນ ຮຽກ ຈໍາພວກ ສີຟ້າ ເເກ່ໆ ເເລະ ເຂັ້ມໆ ເປັນ ສີຄາມ ໃນ ພາສາ ລາວ ເເຕ່ ສໍາລັບ ຈໍາພວກ ສີຟ້າ ເເລ້ວ ມັນ ມີ ສີໃສ ກວ່າ (ມັນ ຕ້ອງ ມີ ຄວາມເເຈ້ງ ກວ່າ) ສີຄາມ ສເມີ
  • ຄາມເເກ່ ----- fr. bleu marine foncé (ຄາມເຂັ້ມ)
    • rvb(03,34,76), hexa(#02224C), cmjn(96,55,0,70), tsl(215,92,15)
  • ຄາມອ່ອນ ----- fr. bleu outremer (indigo)
    • rvb(27,1,155), hexa(#1B019B), cmjn(83,99,0,39), tsl(250,99,31)
  • ຄາມນິນ ----- fr. saphir ou bleu saphir
    • rvb(1,49,180), hexa(#0131B4), cmjn(99,73,0,29), tsl(224,99,35)
  • ຄາມມືດ ----- fr. bleu nuit
    • rvb(15,5,107), hexa(#0F056B), cmjn(86,95,0,58), tsl(246,91,22)
      • ຟ້າອ່ອນ => (ເບິ່ງ azur)
      • ເບິ່ງ ຄາມ smalt, bleu klein, safre

  • ງາ ----- fr. ivoire (ຂາວເຫລືອງ ຫລື ຂາວ ປົນ ເຫລືອງ)
    • rvb(255,255,212), hexa(#FFFFD4), cmjn(0,0,17,0), tsl(60,100,92)
    • ງາຊ້າງ (ມີ ສີຫມົ່ນ ສີເຫລືອງ ເເລະ ສີຂາວ ປົນ ກັນ)
  • ເງິນ ----- fr. argent
    • rvb(192,192,192), hexa(#C0C0C0), cmjn(0,0,0,25), tsl(0,0,75)
    • ----- ສີ ທີ່ ອີງ ຕາມ ເອກສານ ທີ່ ຖືກ ຕິດຄັດ ມາ ນີ້
      rvb(206,206,206), hexa(#CECECE), cmjn(0,0,0,19), tsl(0,0,81)

  • ສີຈາງ / ສີຈືດ # ສີເຂັ້ມ
  • ສີເເຈ້ງ # ສີມືດ
  • ສີຈາດ # ສີເສົ້າໆ
  • ສີເເຈດ # ສີຊໍ້າ ( # ຫມາຍເຖິງ ຄໍາກົງກັນຂ້າມ )


ຂ້າພະເຈົ້າ ຈະ ອະທິບາຍ ຄວາມຫມາຍ ຂອງ ຄໍາ ທີ່ ໄທລາວ ມັກ ໃຊ້ ກັນ ຢູ່ ເລື້ອຍໆ ເຊັ່ນ

  • ສີເເກ່ / fr. couleur foncée
  • ສີເຂັ້ມ (ຂຸ້ນໆ ເຂັ້ມໆ) =>
  • ສີງູເຫົ່າ => ???
  • ສີງູເຫລືອມ => ???
  • ສີຈາງ =>
  • ສີເເຈ້ງ =>
  • ສີຈາດ => ( ສີເເດງ ຈ່າຍວ່າຍ ຮຽກ ສີເເດງຈາດ )
  • ສີຈືດ => ( ຫາຍອອກ ໄປ ເກືອບ ຫມົດ ເເລ້ວ )
  • ສີເເຈດ =>
  • ສີໃສ =>
  • ສີເສົ້າ =>
  • ສີເເສດ (ເຫັດຫາດ ຕົວຢ່າງ ເຫັດເເສດ (ຊື່)) / fr. orange ????
  • ສີສົດ / fr. couleur vive ????
  • ສີສົ້ມ # ສີຝາດ
  • ສີສິ້ວ (ຄ້າຍ ສີຂຽວ ເເລະ ຄື ສີ ຂອງ ຫົວນົກກາງເເກ ຂອງ ນົກເຂົາ ເເລະ ຂອງ ຫົວເປັດ)
  • ສີຊໍ້າ =>
  • ສີດອກສະເດື່ອ => ???
  • ສີຕາໄກ່ປ່າ => ???
  • ສີນໍ້າຕານ => ຫມາກຕານ ເເກ່ ຫນ້ອຍນຶ່ງ ດັ່ງ ສີນໍ້າຕານນໍ້າອ້ອຍ (ເເກ່ ໄປ ເເລ້ວ ມັນ ມີ ສີເຫລືອງ)
  • ສີມືດ =>
  • ສີຫມາກຕູມ => ???
  • ສີອໍ້າ =>
  • ສີອ່ອນ / fr. couleur moins foncée

  • ຊໍ້ ຄື ດອກໄມ້ຊໍ້ ໄມ້ເນື້ອອ່ອນ ທີ່ ເຂົາ ເອົາ ເຮັດ ວີ ຄ້າຍ ກັບ ສີມ່ວງ (ໃບມ່ວງອ່ອນ)
  • ເຊົ້າຕູ່ ----- fr. aurore
    • rvb(255,203,96), hexa(#FFCB60), cmjn(0,20,62,0), tsl(40,62,100)
  • ຊາຍ ----- fr. sable (ຂີ້ດິນຊາຍ)
    • rvb(224,205,169), hexa(#E0CDA9), cmjn(0,8,25,12), tsl(39,47,77)
  • ຊືນ ----- fr. plomb (gris bleuâtre = ຫມົ່ນເເຊມຟ້າ)
    • rvb(230,230,255), hexa(#E6E6FF), cmjn(10,10,0,0), tsl(240,10,100)

  • ດໍາ (ປອດ) ----- fr. noir
    • rvb(0,0,0), hexa(#000000), cmjn(0,0,0,100), tsl(0,0,0)
    • ດໍາປອດ => ບໍ່ ມີ ຫຍັງ ປົນ ດັ່ງ ມ້າດໍາປອດ (ປອດ ດັ່ງ ປອດໂປ່ງ)

    • ມ້າດໍາປອດ ----- fr. Moreau (chevaux)
    • rvb(0,0,0), hexa(#000000), cmjn(0,0,0,100), tsl(0,0,0)

  • ດໍາກາ ----- fr. aile de corbeau (ຫລື ດໍາຜົມ)
    • rvb(0,0,0), hexa(#000000), cmjn(0,0,0,100), tsl(0,0,0)
  • ດໍາຂີ້ຫມິດຫມໍ້ (ດໍາຂີ້ຂເມົ່າຫມໍ້)
  • ດໍາຂໍາ => ດໍາ ປົນ ສີມ່ວງ ຫນ້ອຍນຶ່ງ
  • ດໍາເເດງ ----- fr. noiraud (ສໍາລັບ ຜິວ & ຜົມ)
    • rvb(47,30,14), hexa(#2F1E0E), cmjn(0,36,70,82), tsl(29,54,12)
  • ດໍານິນ (ສີປີກເເມງພູ່)
  • ດໍາເມີ້ນ ----- fr. châtaigne
    • rvb(128,109,90), hexa(#806D5A), cmjn(0,15,30,50), tsl(30,17,43)
  • ດໍາຫີນຖ່ານ ----- ຫລື ຫມົ່ນຫີນຖ່ານ || fr. anthracite
    • rvb(48,48,48), hexa(#303030), cmjn(0,0,0,81), tsl(0,0,19)
  • ເເດງ (ປະຖົມ) ----- fr. rouge (primaire) ou rouge clair
    • rvb(255,0,0), hexa(#FF0000), cmjn(0,100,100,0), tsl(0,100,50)
    • ເເດງເເຈດ ----- fr. rouge (rouge primaire ou rouge clair)
      rvb(255,0,0), hexa(#FF0000), cmjn(0,100,100,0), tsl(0,100,50)
  • ເເດງເເກ່ ----- fr. Bourgogne
    • rvb(107,13,13), hexa(#6B0D0D), cmjn(0,88,88,58), tsl(0,78,24)
    • ເເດງຊໍ້າ ----- fr. rouge foncé (ເເມ່ນ ສີດຽວ ກັບ ເເດງເເກ່ ຫລື ບໍ່ ?)
      rvb(107,13,13), hexa(#6B0D0D), cmjn(0,88,88,58), tsl(0,78,24)
      • ເເດງອ່ອນ => (ເບິ່ງ nacarat)
  • ເເດງເເກມເຫລືອງ ----- fr. roux
    • rvb(173,79,9), hexa(#AD4F09), cmjn(0,54,95,32), tsl(26,90,36)
  • ເເດງເຂັ້ມ =>
  • ເເດງຈາງ =>
  • ເເດງຈາດ => ເເດງດອກຝາງ ເເບບ ສີ ຂອງ ດອກຝາງເເດງ
  • ເເດງກຸ້ງເກຣຟີ ----- fr. rouge écrevisse
    • rvb(188,32,1), hexa(#BC3201), cmjn(0,83,99,26), tsl(10,99,37)
    • (NB. Tourteau = ປູໂຕ ຫລື ກະປູໂຕ / homard = ກຸ້ງໂຕ)
  • ເເດງດອກຫອນໄກ່ ----- fr. rouge coquelicot ==> (ຫລື coquelicot = ດອກຫອນໄກ່ ລ້າໆ ກໍ ໄດ້)
    • rvb(198,8,0), hexa(#C60800), cmjn(0,96,100,22), tsl(2,100,39)
  • ເເດງໄຟ ----- fr. rouge feu
    • rvb(254,27,0), hexa(#FE1B00), cmjn(0,89,100,0), tsl(6,100,50)
  • ເເດງມ່າງ => ສີເລືອດຈາງ (ເລືອດ ມໍ່ ຊິ ຢຸດ)
  • ເເດງເລືອດ ----- fr. rouge sang
    • rvb(133,6,6), hexa(#850606), cmjn(0,95,95,48), tsl(0,91,27)
  • ເເດງເລືອດນັກຣົບ ----- fr. sanguine (héraldique) => (ເລືອດນັກຣົບ ຫລື ເເດງເສິກ)
    • rvb(133,6,6), hexa(#850606), cmjn(0,95,95,48), tsl(0,91,27)
  • ເເດງຫມາກເລັ່ນ ----- fr. rouge tomate (ຫມາກເລັ່ນ = tomate)
    • rvb(222,41,22), hexa(#DE2916), cmjn(0,82,90,13), tsl(6,82,48)
  • ເເດງອໍ້າ ----- => ເເດງເລືອດງົວ ຫລື ເເດງເລືອດຄວາຍ / fr. sang de boeuf
    • rvb(115,8,0), hexa(#730800), cmjn(0,93,100,55), tsl(4,100,23)
  • ເເດງອ່ອນ ----- fr. nacarat
    • rvb(252,93,93), hexa(#FC5D5D), cmjn(0,63,63,1), tsl(0,63,99)
      • ເເດງເເກ່ / ເເດງຊໍ້າ => (ເບິ່ງ bourgogne)
  • ເເດງຮຸ່ງ => ຄື ເເດງດອກເຂັ້ມ
  • ດິນຈີ່ ----- fr. brique
    • rvb(132,46,27), hexa(#842E1B), cmjn(0,65,80,48), tsl(11,66,31)
  • ດິນຊາຍ ----- fr. couleur sable
    • rvb(224,205,169), hexa(#E0CDA9), cmjn(0,8,25,12), tsl(39,47,77)
  • ດຸມຄໍາ ----- fr. bouton d’or
    • rvb(252,220,18), hexa(#FCDC12), cmjn(0,13,93,1), tsl(52,98,53)

  • ຕັບຫມູ ----- fr. marron
    • rvb(88,41,0), hexa(#582900), cmjn(0,53,100,65), tsl(28,1000,17)

  • ຖ່ານຫີນດໍາ ----- fr. jais ou noir de jais (lignite)
    • rvb(0,0,0), hexa(#000000), cmjn(0,0,0,100), tsl(0,0,0)
  • (ເບິ່ງ ຂີ້ເຖົ່າ) =>

  • ເທົາ => / fr. gris ?????
  • ທ້ອງກວາງເເມ່ ----- fr. ventre de biche
    • rvb(233,201,177), hexa(#E9C9B1), cmjn(0,14,24,9), tsl(26,56,80)

  • ນໍ້າເງິນ => couleur bleu marine ????? que j’ai mis ສີຄາມເເກ່ (bleu marine)
  • ນໍ້າຕານ / fr. marron ?????
  • ນໍ້າຕານຂ້ຽວ ----- fr. caramel
    • rvb(136,66,29), hexa(#7E3300), cmjn(0,60,100,51), tsl(24,100,25)
  • ນໍ້າຕານອ່ອນ / fr. marron clair ?????
  • ນໍ້າທະເລ / fr. bleu
  • ນໍ້າເຜິ້ງ ----- fr. miel
    • rvb(218,179,10), hexa(#DAB30A), cmjn(0,18,95,15), tsl(49,91,45)
  • ນົກເຂົາ ----- fr. tourterelle (ຫມົ່ນນົກເຂົາ = gris tourterelle)
    • rvb(187,172,172), hexa(#BBACAC), cmjn(0,8,8,21), tsl(0,10,70)

  • ໃບຕອງອ່ອນ ----- fr. couleur jeune feuille de bananier
    • rvb(148,242,124), hexa(#94F27C), cmjn(388,0,488,51), tsl(108,49,242)
  • ໃບໄມ້ຕາຍ ----- fr. feuille morte
    • rvb(153,81,43), hexa(#9952B), cmjn(0,47,72,40), tsl(21,56,38)
  • ບົວ ==> (ເເມ່ນ ສີ ຂອງ ດອກບົວ ຊຶ່ງ ມີ ຄວາມເເຕກຕ່າງ ກັບ ສີກຸຫລາບ)
  • ບົວ ----- fr. couleur fleur de nénuphar
    • rvb(255,221,255), hexa(#FFDDFF), cmjn(0,13,0,0), tsl(300,13,255)

  • ປາເມິກ ----- fr. sépia (ປາອິຮື ເເລະ ລາງເທື່ອ ເພິ່ນ ກໍ ຮຽກ ປາມຶກ )
    • rvb(174,137,100), hexa(#AE8964), cmjn(0,21,43,32), tsl(30,31,54)
  • ປໍ/ປ່ານ ----- fr. lin
    • rvb(250,240,230), hexa(#FAF0F6), cmjn(0,4,8,2), tsl(30,67,94)
  • ເປືອກໄຂ່ ----- fr. coquille d’oeuf
    • rvb(253,233,224), hexa(#FDE9E0), cmjn(0,8,11,1), tsl(19,88,94)
  • ປັງ => ຫມາກປັງ ທີ່ ເພິ່ນ ເອົາ ມາ ທັບ ມາ ຄັ້ນ ເອົາ ນໍ້າ ຂອງມັນ ທີ່ ເປັນ ສີ ເພື່ອ ເອົາ ມາ ຍ້ອມ ຜ້າ (ມັນ ເປັນ ສີ ເເນວໃດ ເເລະ ຫມາກປັງ ເປັນ ຫມາກ ເເນວໃດ ລະ ?)

  • ຝາງເເດງ (ເບິ່ງ ເເດງຈາດ)
    • ສີຝາດໆ => ຝາດ ຫນ້ອຍນຶ່ງ ຊຶ່ງ ຫມາຍເຖິງ ຣົດຊາດ

  • ຟ້າ (ປະຖົມ) ----- fr. bleu (primaire) ou bleu clair
    • rvb(0,0,255), hexa(#0000FF), cmjn(100,100,0,0), tsl(240,100,50)
  • ຟ້າກະສັດ ----- fr. bleu roi
    • rvb(49,140,231), hexa(#318CE7), cmjn(79,39,0,9), tsl(210,79,55)
  • ຟ້າຄວັນໄຟ ----- fr. bleu fumée
    • rvb(187,210,225), hexa(#BBD2E1), cmjn(17,7,0,12), tsl(204,39,81)
    • ຫມົ່ນຄວັນ ----- fr. gris fumée
    • rvb(187,210,225), hexa(#BBD2E1), cmjn(17,7,0,12), tsl(204,39,81)
  • ຟ້າສວັນ/ຟ້າເຈົ້າຟ້າ ----- fr. bleu céleste
    • rvb(38,196,236), hexa(#26C4EC), cmjn(84,17,0,7), tsl(192,84,54)
  • ຟ້າທ້ອງຟ້າ ----- fr. bleu ciel
    • rvb(119,181,254), hexa(#77B5FE), cmjn(53,29,0,0), tsl(212,99,73)
  • ຟ້ານົກຍູງ ----- fr. bleu paon
    • rvb(6,119,144), hexa(#067790), cmjn(96,17,0,44), tsl(191,92,29)
  • ຟ້າເຫລັກກ້າ ----- fr. bleu acier
    • rvb(58,142,186), hexa(#3A8EBA), cmjn(69,24,0,27), tsl(201,52,48)
  • ຟ້າອ່ອນ ----- fr. azur
    • rvb(0,127,255), hexa(#007FFF), cmjn(100,50,0,0), tsl(210,100,50)
  • ຟ້າອົມເທົາ / fr. bleu gris ????
  • ໄຟ ----- fr. feu
    • rvb(255,73,1), hexa(#FF4901), cmjn(0,71,100,0), tsl(17,100,50)
  • ເຟືອງ ----- fr. paille
    • rvb(254,227,71), hexa(#FEE347), cmjn(0,11,72,0), tsl(51,99,64)

  • ມຸກ ----- fr. gris perle (ຫມົ່ນມຸກ)
    • rvb(206,206,206), hexa(#CECECE), cmjn(0,0,0,19), tsl(0,0,81)
  • ມ່ວງ (ສີມ່ວງ ຄື ສີ ຂອງ ໃບມ່ວງອ່ອນໆ ນັ້ນ) / fr. couleur jeune feuille de manguier
    • ມ່ວງອ່ອນ / fr. couleur mauve ????? ຄົງ ບໍ່ ກົງ ກັບ ທັມມະຊາດ
    • ມ່ວງເເດງ / fr. couleur fushia ????? ຄົງ ບໍ່ ກົງ ກັບ ທັມມະຊາດ
      • ຂ້າພະເຈົ້າ ບໍ່ ເຫັນ ໃບມ່ວງ ປົ່ງ ຫລື ໃບມ່ວງອ່ອນ ມາ ໄດ້ ໓໘ ປີ ເເລ້ວ ຈົນ ວາດ ພາບ ບໍ່ ໄດ້ ເລີຍ ວ່າ ສີມ່ວງ ເປັນ ສີ ເເນວໃດ ເເທ້ ຈຶ່ງ ບໍ່ ສາມາດ ຈະ ອະທິບາຍ ຢ່າງ ນິ້ມນວນ ໄດ້ ຄັນ ເວົ້າ ໄດ້ ກໍ ເວົ້າ ໄປ ຕາມ ຄວາມເຫັນ ຂອງ ຄົນ ອື່ນ ຫລາຍກວ່າ ຄວາມເຂົ້າໃຈ ອັນ ເເທ້ຈິງ ຂອງ ຕົນເອງ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໃນ ທໍານອງ ນີ້ (ຄວາມເຂົ້າໃຈ ເເບບ “ກ່າຍ ເເລ້ວ ເອົາ ມາ ເປິ ໃສ່” ຫລື copier-coller ຫລື copy & paste )

(ເປັນຕົ້ນ) --- ຕື່ມ ໃສ່ ເມື່ອ ວັນເສົາ ທີ 20/07/2013

  • ສີມ່ວງ ຄົງ ເເມ່ນ ສີນີ້ ----- ຫລາຍກວ່າ ຄັນ ຈື່ ບໍ່ ຜິດ (ສີມ່ວງ ໑)
    • rvb(102,51,102), hexa(#663366), cmjn(0,50,0,60), tsl(300,50,102)
      ຫລືວ່າ ສີ ຂ້າງລຸ່ມ ນີ້
    • ສີມ່ວງ ໒ ----- fr. Améthyste (ຊຶ່ງ ອີງ ຕາມ ສີຝຣັ່ງ)
    • rvb(136,77,167), hexa(#884DA7), cmjn(19,54,0,35), tsl(279,54,65)

(ເປັນປາຍ) --- ຕື່ມ ໃສ່ ເມື່ອ ວັນເສົາ ທີ 20/07/2013

  • ມາດ ----- fr. soufre (ຫລື ເຫລືອງດອກມາດ = fleur de soufre)
    • rvb(255,255,107), hexa(#FFFF6B), cmjn(0,0,58,0), tsl(60,100,71)
  • ມຸ່ຍ ----- fr. mauve (ເປັນຫຍັງ ບໍ່ ເເມ່ນ ຫມຸ່ຍ ຄື ຫມົ່ນ ??? / ໄທຍ ຮຽກ ສີ mauve ນີ້ ເປັນ ສີມ່ວງ ເເລະ ສີມ່ວງ ຫມາຍເຖິງ ສີ ຂອງ ໃບມ່ວງ ອ່ອນໆ ຫລື ໃບ ອ່ອນໆ ຂອງ ຕົ້ນ ຫມາກມ່ວງ ທີ່ ກໍາລັງ ປົ່ງ ໃຫມ່ ນັ້ນ)
    • rvb(212,115,212), hexa(#D473D4), cmjn(0,46,0,17), tsl(300,53,64)
  • ມ້ານ / fr. pâle

  • ຢາ(ສູບ) ----- fr. tabac
    • rvb(159,85,30), hexa(#9F551E), cmjn(0,47,81,38), tsl(26,68,37)
  • ຢາງ / fr. caoutchouc
  • ຢາງ(ປູທາງ) ----- fr. bitume
    • rvb(78,61,40), hexa(#4E3D28), cmjn(0,22,49,69), tsl(33,32,23)

  • ເລືອດ ----- fr. rouge sang
    • rvb(133,6,6), hexa(#850606), cmjn(0,95,95,48), tsl(0,91,27)
  • ເລືອດງົວ ----- fr. sang de boeuf => ເເດງອໍ້າ
    • rvb(115,8,0), hexa(#730800), cmjn(0,93,100,55), tsl(4,100,23)
  • ເລືອດເນື້ອ/ເນື້ອຫນັງ/ເນື້ອ ----- fr. chair
    • rvb(254,195,172), hexa(#FEC3AC), cmjn(0,23,32,0), tsl(17,98,84)
  • ເລືອດນັກຣົບ ----- fr. sanguine (héraldique) => (ຫລື ເລືອດຂຸນເສິກ)
    • rvb(133,6,6), hexa(#850606), cmjn(0,95,95,48), tsl(0,91,27)

  • ຫນໍ່ໄມ້ເທບ ----- fr. asperge (ຫນໍ່ໄມ້ ຝຣັ່ງ)
    • rvb(123,160,91), hexa(#7BA05B), cmjn(23,0,43,37), tsl(92,43,63)
  • ເເຫລ້ =>  ???
  • ຫມາກກ້ຽງ ----- fr. orange
    • rvb(255,127,0), hexa(#FF7F00), cmjn(0,50,100,0), tsl(30,100,50)
    • ສີຫມາກກ້ຽງ ເປັນ ສີມັທຍົມ ທີ່ ໄດ້ ມາ ຈາກ ການປະສົມ ຣະຫວ່າງ ສີ ປະຖົມ ສອງ ສີ ດ້ວຍກັນ ຄື ສີ ປະຖົມ ສີເເດງ ໕໐% ເເລະ ສີ ປະຖົມ ສີເຫລືອງ ໕໐% ອີກຢ່າງນຶ່ງ ເພິ່ນ ປຽບ ສີຫມາກກ້ຽງ ເປັນ ສີຮ້ອນ ຄື ປຽບ ເຫມືອນ ສິ່ງ ທີ່ ສາມາດ ສົ່ງ ຄວາມຮ້ອນ ມາ ໃຫ້ ເຮົາ ໄດ້ ສະນັ້ນ ຄັນ ເຮົາ ກ່າວ ເຖິງ ສີຮ້ອນ ຍາມໃດ ເເລະ ຍາມນັ້ນ ເຮົາ ຈະ ອີງ ໃສ່ ສີຫມາກກ້ຽງ ເປັນ ຫລັກ
      • ຕ້ອງ ຣະວັງ ເພາະ ສີຫມາກກ້ຽງ ມີ ກົດສີ ຕ່າງກັນ ບົນ ເວັບໄຊ ຕ່າງໆ
  • ຫມາກກ້ຽງຂ້ຽວ ----- fr. orange brûlée
    • rvb(204,85,0), hexa(#CC5500), cmjn(0,58,100,20), tsl(25,100,40)
  • ຫມາກຄໍ້ ----- fr. vert opaline
    • rvb(151,223,198), hexa(#97DFC6), cmjn(32,0,11,13), tsl(159,53,73)
    • ສີຫມາກຄໍ້ => ຂຽວຟ້າ ເເລະ ເເລ້ໆ ເເນ່ ຫນ້ອຍນຶ່ງ
  • ຫມາກຄາຍ ----- fr. pêche (ເເປ ໂດຍ ທ່ານ ບົວເເສງ ໄຊຍະເເສງ)
    • rvb(253,191,183), hexa(#FDBFB7), cmjn(0,25,28,1), tsl(7,95,85)
  • ຫມາກນາວເຫລືອງ ----- fr. jaune citron
    • rvb(247,255,60), hexa(#F7FF3C), cmjn(3,0,76,0), tsl(62,100,62)
  • ຫມາກມ່ວງ ຫິມະພານ ----- fr. acajou (ເເປ ໂດຍ ທ່ານ ບົວເເສງ ໄຊຍະເເສງ)
    • rvb(136,66,29), hexa(#88421D), cmjn(0,51,79,47), tsl(21,79,53)
  • ຫມາກອຶ ----- fr. citrouille
    • rvb(223,109,20), hexa(#DF6D14), cmjn(0,51,91,13), tsl(26,84,48)
  • ຫມາກຫຸ່ງ ----- fr. papaye
    • rvb(255,239,213), hexa(#FFEFD5), cmjn(0,6,16,0), tsl(37,100,92)
  • ຫມາກຫວ້າ
  • ຫມົ່ນ ----- fr. gris
    • rvb(96,96,96), hexa(#606060), cmjn(0,0,0,62), tsl(0,0,38)
  • ຫມົ່ນມ້າເຖົ້າ ----- fr. Pinchard (chevaux vieilli)
    • rvb(204,204,204), hexa(#CCCCCC), cmjn(0,0,0,20), tsl(0,0,80)
  • ຫມົ່ນຫນູ ----- fr. gris souris / souris (ຫນູ)
    • rvb(158,158,158), hexa(#9E9E9E), cmjn(0,0,0,38), tsl(0,0,62)
  • ຫມົ່ນເຫລັກ ----- fr. gris fer
    • rvb(127,127,127), hexa(#7F7F7F), cmjn(0,0,0,50), tsl(0,0,50)
  • ຫມົ່ນເຫລັກກ້າ ----- fr. gris acier
    • rvb(175,175,175), hexa(#AFAFAF), cmjn(0,0,0,31), tsl(0,0,69)
  • ເຫລັກ ----- fr. fer
    • rvb(132,132,132), hexa(#848484), cmjn(0,0,0,48), tsl(0,0,52)
  • ເຫລືອງ (ມັທຍົມ) ----- fr. jaune (secondaire)
    • (ນາມທັມ) ໄດ້ ມາ ຈາກ ການເເຊມ ຣະຫວ່າງ ເເສງສວ່າງ ສີເເດງ ໕໐% ເເລະ ເເສງສວ່າງ ສີຟ້າ ໕໐% => synthèse additive (lumières additionnées)
    • (ຣູປທັມ) ສີ ສໍາລັບ ການເເຕ້ມຮູບ ໄດ້ ມາ ຈາກ ການເເຊມ ຂອງ ສີ ທີ່ ເປັນ ວັດຖຸ ຣະຫວ່າງ ສີ cyan (ສາມາດ ເປັນ ສີຟ້າ ປະຖົມ) ເເລະ ສີ magenta (ທີ່ ສາມາດ ເປັນ ສີເເດງ ປະຖົມ) ເເຕ່ ສໍາລັບ ໂຮງພິມ ເເລ້ວ ເເມ່ນ ສີ ທີ່ ໄດ້ ມາ ຈາກ ການສ້ອມ ຂອງ ສີ cyan (ສາມາດ ເປັນ ສີຟ້າ ປະຖົມ) ເເລະ ສີ magenta (ທີ່ ສາມາດ ເປັນ ສີເເດງ ປະຖົມ) ພ້ອມດ້ວຍ ສີດໍາ => synthèse soustractive (soustraction des couleurs = couleur tangible)
    • rvb(255,255,0), hexa(#FFFF00), cmjn(0,0,100,0), tsl(60,100,50)

    • ເຫລືອງເເກ່ =>
    • ເຫລືອງຂີ້ => ເຫລືອງ ປົນ ເມັດດໍາ ຫນ້ອຍນຶ່ງ (ເຫລືອງເອິເຮີ້ ຫລື ເຫລືອງເອິເຮິ)
    • ເຫລືອງຂຽວ => ຄ້າຍຄື ຜ້າສະບົງ ຂອງ ຄຣູບາ ຕີເບດ

    • ເຫລືອງຄໍາ => ສີ ເເຈ້ງກວ່າ ສີເຫລືອງທອງ (ສີ ຂອງ ທອງເຫລືອງ)
    • ເຫລືອງຄໍາ ----- fr. jaune d’or (ເບິ່ງ ສີຄໍາ)
    • rvb(255,215,0), hexa(#FFD700), cmjn(0,16,100,0), tsl(51,100,50)

    • ເຫລືອງທອງ => (ດັ່ງ ສີ ຂອງ ທອງເຫລືອງ ທອງເເດງ ເປັນຕົ້ນ)
    • ເຫລືອງຜ້າຄຣູບາ =>
    • ເຫລືອງຝັກຫລອກ => ຫົ້ມດັກເເດ້ || fr. cocon de vers à soie
    • ເຫລືອງເຫລື້ອມ => fr. jaune brillant
    • ເຫລືອງອ່ອນ => ເຫລືອງ ບໍ່ ຫລາຍ / fr. paille ???

  • ເຫລືອງເຂົ້າໂພດ ----- fr. jaune impérial ( ຫລື ເຂົ້າໂພດ ລ້າໆ)
    • rvb(255,222,117), hexa(#FFDE75), cmjn(0,13054,0), tsl(46,100,73)
  • ເຫລືອງເຂັ້ມ ----- fr. ocre jaune ( ເຫລືອງເຂັ້ມ ທີ່ ທັມມະຊາດ ຜລິດ ຂຶ້ນ ມາ / ເຫລືອງເຂັ້ມ ທັມມະຊາດ)
    • rvb(223,175,44), hexa(#DFAF2C), cmjn(0,22,80,13), tsl(44,74,52)
  • ເຫລືອງຈັກພັດ ----- fr. jaune impérial
    • rvb(255,228,54), hexa(#FFE436), cmjn(0,11,79,0), tsl(52,100,61)
  • ເຫລືອງດຸມຄໍາ ----- fr. jaune bouton d’or
    • rvb(246,220,18), hexa(#F6DC12), cmjn(0,11,93,4), tsl(53,93,52)
  • ເຫລືອງເຟືອງ ----- fr. jaune paille (ສີເຟືອງ = paille)
    • rvb(254,227,71), hexa(#FEE347), cmjn(0,11,72,0), tsl(51,99,64)

  • ອໍ້າ (ເບິ່ງ ເເດງອໍ້າ)
  • ອິດ ----- fr. violet
    • rvb(102,0,153), hexa(#660099), cmjn(33,100,0,40), tsl(280,100,30)

  • ຮໍາ

ຊື່ ພາສາ ລາວ ຂອງ ສີ ຕ່າງໆ ຍັງ ບໍ່ ສິ້ນສຸດ ພຽງ ເທົ່ານີ້ ມັນ ຍັງ ມີ ຊື່ລາວ ຢ່າງ ຫລວງຫລາຍ ທີ່ ເຮົາ ບໍ່ ຮູ້ຈັກ ນຶ່ງ ເເລະ ທີ່ ຫາຍສາບສູນ ໄປ ນໍາ ຍ້ອນ ຂາດ ການບັນທຶກ ນຶ່ງ ຊຶ່ງ ຊື່ ຕ່າງໆ ເຫລົ່ານີ້ ໄດ້ ມາ ຈາກ ປະເພນີ ການຕໍ່າຫູກ ການຍ້ອມຝ້າຍ ເເລະ ການຍ້ອມຜ້າ ຕ່າງໆ ທີ່ ຄົນລາວ ເຄີຍ ປະຕິບັດ ກັນ ມາ ເປັນ ເວລາ ຫລາຍຟ້າຫນ້າຝົນ ເເລະ ຫລາຍ ສັຕວັດ ມາ ເເລ້ວ … … …

ຊື່ ເປັນ ພາສາ ຝຣັ່ງ
ເເສງສີ
# ກົດສີ ຖານ ໑໖ ຊື່ ເປັນ ພາສາ ລາວ
Noir ----- # 00 00 00 ດໍາ ຫລື ດໍາປອດ
Aile de corbeau (cheveux) ----- # 00 00 00 ດໍາກາ
kaki ----- # 94 81 2B ກາກີ
Or ----- # FF D7 00 ຄໍາ
Jaune (primaire) ----- # FF FF 00 ເຫລືອງ (ປະຖົມ)
Fleur de soufre (soufre) ----- # FF FF 6B ມາດ ຫລື ເຫລືອງມາດ
Ivoire ----- # FF FF D4 ງາ
Jaune citron ----- # F7 FF 3C ເຫລືອງຫມາກນາວ
Vert militaire ----- # 59 66 43 ຂຽວທະຫານ
Vert d’eau ----- # B0 F2 B6 ຂຽວນໍ້າ
Vert jade (jade) ----- # 87 E9 90 ຂຽວເເກ້ວຫີນ
Vert perroquet ----- # 3A F2 4B ຂຽວນົກເເກ້ວ
Bleu marine ----- # 00 00 80 ຄາມ ຫລື ຄາມທະເລ
Mauve ມຸ່ຍ ----- # D4 73 D4 ມຸ່ຍ
Rose ----- # FD 6C 9E ກຸຫລາບ
#
Rouge (primaire) / rouge clair ----- # FF 00 00 ເເດງ ປະຖົມ
Vert (primaire) / vert clair ----- # 00 FF 00 ຂຽວ ປະຖົມ
Bleu (primaire) / bleu clair ----- # 00 00 FF ຟ້າ ປະຖົມ
#
Bourgogne ----- # 6B 0D 0D ເເດງເເກ່ (ເເດງຊໍ້າ?)
Rouge (primaire) ----- # FF 00 00 ເເດງ ປະຖົມ
Nacarat ----- # FC 5D 5D ເເດງອ່ອນ
#
Vert (primaire) / vert clair ----- # 00 FF 00 ຂຽວ ປະຖົມ / ຂຽວອ່ອນ
Vert du web ຂຽວ ----- # 00 80 00 (ຂຽວ ອິນເທີເເນັດ)
#
Bleu (primaire) ----- # 00 00 FF ຟ້າ ປະຖົມ
Azur ----- # 00 7F FF ຟ້າອ່ອນ
#
#
ເເຜງ ໑ – ລຽງ ຕາມ ລໍາດັບ ກົດ ຂອງ ສີ ຊຶ່ງ ອີງ ຕາມ ເວັບໄຊ Wikipedia ຝຣັ່ງ

໑໓໘- ຫມາຍເຫດ
ເມື່ອ ເຮົາ ພິສູດ ດີໆ ເເລ້ວ ເຮົາ ຈະ ເຫັນວ່າ ກົດສີ ຕ່າງໆ ບໍ່ ກົງ ກັນ ພາຍໃຕ້ ເວັບໄຊ ຕາດຽວ ກັນ ຊໍ້າບໍ່ຫນໍາ ເຮົາ ຈະ ເຫັນ ຄວາມເເຕກຕ່າງ ຣະຫວ່າງ ກົດສີ ຝຣັ່ງ ເເລະ ກົດສີ ອັງກິດ ອີກດ້ວຍ (ຕົວຢ່າງ ສີຫມາກກ້ຽງ ເເລະ ສີກຸຫລາບ ຢູ່ Wikipedia ຝຣັ່ງ ເເລະ ອັງກິດ)

ເມື່ອໃດ ເຮົາ ຮູ້ຈັກ ວ່າ ກົດສີອ່ອນ ຫລື ກົດສີເເກ່ ຂອງ ສີໃດສີນຶ່ງ ເມື່ອນັ້ນ ເຮົາ ສາມາດ ຊອກຫາ ກົດສີ ກົງກັນຂ້າມ ກັບ ກົດສີ ທີ່ ເຮົາ ຕ້ອງການ ໄດ້ ຄັນ ເຮົາ ອີງ ຕາມ logique fr. ເເລ້ວ ຄື ເລືອກ ເອົາ symétrie ຂອງ ກົດສີ ທີ່ ເຮົາ ຮູ້ຈັກ ນັ້ນ ເປັນ ຫລັກ ເເຕ່ ຄັນ ເຮົາ ອີງ ຕາມ ຄວາມເປັນຈິງ ເເລ້ວ ມັນ ຄົງ ບໍ່ ເປັນ ດັ່ງ ທີ່ ຂ້າພະເຈົ້າ ໄດ້ກ່າວ ມາ ນີ້

  • ຕົວຢ່າງ ວ່າ ເຮົາ ຮູ້ຈັກ ກົດສີ ຂອງ ສີເເດງອ່ອນ ເເລະ ເຮົາ ກໍ ຮູ້ຈັກ ກົດສີເເດງ ທັມມະດາ ຫລັງຈາກນັ້ນ ເຮົາ ຕ້ອງ ຊອກຫາ ຄວາມຫ່າງ (ໄລຍະ) ຣະຫວ່າງ ສີ ທັງສອງ ນີ້ ບັດນີ້ ເພື່ອ ຢາກ ໄດ້ ສີເເດງເເກ່ ໃຫ້ ເອົາ ຄວາມຫ່າງ ອັນດຽວ ກັນ ນັ້ນ ໄປ ບວກ ກັບ ກົດສີ ທີ່ ເປັນ ຫລັກກາງ ຄື ສີເເດງ ທັມມະດາ

ຄວາມເເຕກຕ່າງ ຣະຫວ່າງ ສີເເກ່ ສີອ່ອນ ສີເຂັ້ມ ສີເເຈດ ສີເເສດ ສີຈາງ ສີຊໍ້າ ? ຕ້ອງ ໃຫ້ ເຮົາ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ວ່າ ອັນໃດ ເປັນ ອັນໃດ ພ້ອມທັງ ຄວາມຫມາຍ ອັນ ຊັດເຈນ ຂອງ ເເຕ່ລະ ຄໍາ ອີກດ້ວຍ

໑໓໙- ຄວາມຫມາຍ || Définition / Definition


໑໔໐- ຄວາມຫມາຍ || Définition / Definition


໑໔໑- ຄວາມຫມາຍ || Définition / Definition


໑໔໒- ຄວາມຫມາຍ || Définition / Definition


ສໍ + ຂະຣະນ̣ະ = ສັງຂະຣະນ̣ະ => ສັງຂຣນ̣ => ສັງຂຣ => ( ສັງຂອນ = ສ້ອມເເປງ ) || Saŋkharaṇa, nt. ອັງກິດ. Restoration, preparation  “” ḍ ñ ṇ Ṇ ṅ Ṅ ŋ ṃ Ṃ Ṁ ṁ Ḷ ḷ ṣ ṭ Ṭ Ᾱ ā ī Ῑ ῡ ū Ū ɷ α α กาพย์ ກາພຍ໌ ພຍາງຄ໌ ◌ « [] » || |

bleue claire ຍັງ ຂຽນ ບໍ່ ທັນ ເເລ້ວ ເທື່ອ

ຫມາຍເຫດ




------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ບັນທຶກ /Notes

[1] ຄຸນນາມ ຫມາຍເຖິງ ຄໍາເວົ້າ ທີ່ ປະກອບ ເຂົ້າ ຕື່ມ ໃສ່ ຄໍາ ອື່ນ => ດ້ວຍເຫດນີ້ ເພິ່ນ ຈຶ່ງ ຂຽນ ຄຸນສັບ ຄອບ ການປະກອບ ເຂົ້າ ໃສ່ ຕື່ມ ຄໍາ ອື່ນ ນັ້ນເອງ

[2] ຮຸ້ງ ກິນ ນໍ້າ => ລາງຄົນ ກໍ ວ່າ “ອີ່ຮຸ້ງ ກິນ ນໍ້າ” ຫລື “ອີ່ຮຸ້ງ ລົງ ກິນ ນໍ້າ” ຫລື “ຮຸ້ງ ລົງ ກິນ ນໍ້າ” ຊຶ່ງ ຫມາຍເຖິງ ການສັມຜັດ ຣະຫວ່າງ ເເສງສວ່າງ ຄື ເເສງເເດດ ເເລະ ລະອອງນໍ້າ ທີ່ ພາ ໃຫ້ ເກີດ ສີ ຕ່າງໆ ຂຶ້ນ ມາ ຊຶ່ງ ລະອອງ ຫມາຍເຖິງ ຝຸ່ນນໍ້າ ເຫມືອນດັ່ງ ເພິ່ນ ພົ່ນ ນໍ້າ ອອກ ໄປ ເເລະ ຈໍາພວກ ເມັດນໍ້າ ເມັດ ນ້ອຍໆ ນ້ອຍໆ ທີ່ ເປັນ ຝຸ່ນ ທັງຫລາຍ ຈຸ້ມ ຢູ່ ເເຫ່ງດຽວ ກັນ ຫລື ຝູງຝຸ່ນ ທີ່ ເຈີດ ໄປ ທິດທາງດຽວ ກັນ ນັ້ນ ເພິ່ນ ຮຽກ ລະອອງ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0