ພາສາ ລາວ - La langue lao ບົນ ລາວເເພນ

ສັພນາມ

ວັນອັງຄານ ທີ ໔ ເດືອນ ທັນວາ/décembre  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ເເບບເເຜນ | Méthodologie /Methodology
ຄໍາເເຜງ ທັງຫລາຍ ທີ່ ຖືກ ນໍາ ເອົາ ມາ ອະທິບາຍ ໃນ ບົດຄວາມ ຕ່າງ ໆ ນີ້ ເເມ່ນ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ຂ້າພະເຈົ້າ ຈະ ບໍ່ ສົນໃຈ ວ່າ ຄໍາ ກ່ຽວຂ້ອງ ມີ ເຄົ້າ ດຽວ ກັນ ຫລືບໍ່ ກັບ ພາສາ ສັນສະກຣິດ ສະນັ້ນ ຜິວ່າ ທ່ານ ຢາກ ຮູ້ຈັກ ຕື່ມ ອີກ ໃຫ້ ທ່ານ ໄປ ກວດກາ ເອົາ ເອງ ເເຕ່ຫາກວ່າ ເມື່ອ ຂ້າພະເຈົ້າ ບອກ ວ່າ ຄໍາເເຜງ ຄໍາໃດ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ໂດຍ ທີ່ ບໍ່ ໄດ້ ກ່າວ ເຖິງ ຄໍາ ບາລີ ໃດ ໆ ນັ້ນ ຫມາຍຄວາມວ່າ ຄໍານັ້ນ ບໍ່ ມີ ໃນ ພາສາ ບາລີ

ທາຕຸສາດ | Etymologie / Etymology / ພາສາ ໄທຍ ວ່າ ນິຣຸກຕິສາສຕຣ໌

  • ສັພນາມ[ສັບ-ພະ-ນາມ] ເປັນ ຄໍາເເຜງ ພ້ອມທັງ ເປັນ ຄໍາ ປະສົມ ຣະຫວ່າງ ຄໍາ “ສັພ” ( ເພິ່ນ ຕັດ ຕົວສະກົດ ອອກ ) ເເລະ ຄໍາ “ນາມ” ຊຶ່ງ ຄໍາ “ສັພ” ມີ ເຄົ້າ ມາ ຈາກ ພາສາ ບາລີ ສັພພະ[sabba] ທີ່ ເເປ ວ່າ ຫມົດ ທັງຫມົດ “ທຸກໆ” ເເລະ ຄໍາ “ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ ນາມະ[Nāma] ທີ່ ເເປ ວ່າ ຊື່ ດັ່ງ ຊື່ສຽງລຽງນາມ ເເຕ່ ຢ່າ ລືມ ວ່າ ຄໍາເເຜງ ຄໍາໃດ ທີ່ ມີ ຕົວສະກົດ ເພິ່ນ ຈະ ຕັດ ຕົວສະກົດ ອອກ ເເລະ ປະ ໄວ້ ພຽງ ຕົວຊ້ອນ ຫລື ຕົວຕາມ ຢ່າງດຽວ ເເຕ່ ມັນ ກໍ ມີ ຂໍ້ ຍົກເວັ້ນ ດັ່ງ ຄໍາ ໂລກຸດຕະຣະ ທັມມະຊາດ ເປັນຕົ້ນ ທີ່ ເພິ່ນ ບໍ່ ຕັດ ຕົວສະກົດ ອອກ ທັງນີ້ ກໍ ເພື່ອ ເວັ້ນ ການເຂົ້າໃຈ ຜິດ ນັ້ນເອງ | ສັພພະ[sabba] adj. whole, entire; all, every en.

ຣູປຕາ ໑ - “ສັພ” ດ້ວຍ ຫນັງສື ທັມ

  • “ບຸຣຸດ” ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ປຸຣຸສ̣ະ[Puruṣa] ທີ່ ຖືກ ເເຜງ ເປັນ ປຸຣຸສ => ບຸຣຸສ => ບຸຣຸດ ເເລະ ທີ່ ເເປ ວ່າ ຄົນ ຫລື ຜູ້ຊາຍ ຊຶ່ງ ເປັນ ຄໍາ ກົງກັນຂ້າມ ກັບ ສຕຣີ[strī] ທີ່ ອ່ານ ວ່າ ສະຕຣີ ເເລະ ທີ່ ເເປ ວ່າ ເເມ່ຍິງ
    | fr. ປຸຣຸສ̣ະ[puruṣa] var. ປູຣຸສ̣ະ[pūruṣa] m. homme, mâle, personne; héros | fonctionnaire ; serviteur | l’humanité | phil. np. de Puruṣa l’Être, l’esprit divin, le macrocosme ; [sāṃkhya] l’Esprit ou ordre cosmique, principe mâle statique activé par le principe femelle dynamique de la Nature [prakṛti] |gram. personne grammaticale ; cf. prathama, madhyama, uttama | fr. personne / ang. person [1].
  • ປະຖະມະປຸຣຸສ̣ະ[pathamapuruṣa] ທີ່ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ປຖມບຸຣຸສ” ເເລະ ກາຍມາ ເປັນ “ປະຖົມບຸຣຸດ” ຕາມ ຫລັກ ການເເຜງ ອັກສອນ ຫລື ການເເຜງ ຄໍາເວົ້າ ສໍາລັບ ພາສາ ລາວ ທີ່ ເເປ ວ່າ ຊັ້ນຕົ້ນ ຫລື ຜູ້ທີ່ນຶ່ງ | fr. 1re personne
    • ປະຖະມະ[Paṭhama] ເປັນ ຄຸນນາມ (adj.) ບາລີ ທີ່ ເເຜງ ເປັນ ຄໍາລາວ ປະຖົມ ເເລະ ປຣະຖະມະ[prathama] ເປັນ ຄຸນນາມ ສັນສະກຣິດ ທີ່ ເເຜງ ໃຊ້ ໃນ ພາສາ ໄທຍ ປຣະຖົມ ຊຶ່ງ ຄໍາ ທັງສອງ ນີ້ ເເປ ວ່າ ຂັ້ນຕົ້ນ ເບື້ອງຕົ້ນ ຂັ້ນນຶ່ງ ຂັ້ນພື້ນຖານ || fr. premier, primaire, primordial
      • [prathamapuruṣa] gram. 3e pers. (listée en premier en sanskrit) — f. prathamā gram. nominatif (1re déclinaison) | gr. Πρωτος ; lat. primus ; fr. premier [2].
  • ມະທ̣ຍະມະປຸຣຸສ̣ະ[madhyamapuruṣa] ເປັນ ຄໍາ ສັນສະກຣິດ ທີ່ ຖືກ ເເຜງ ເປັນ “ມັທຍມບຸຣຸສ” ເເລະ ຖືກ ເເຜງ ຕາມ ຫລັກ ການເເເຜງ ອັັກສອນ ໃນ ໄວຍາກອນ ລາວ “ມັທຍົມບຸຣຸດ” ເເລະ ທີ່ ເເປ ວ່າ ຊັ້ນກາງ ໑ ຄົນກາງ ໑ ສອງ ໑ ຫລື ຜູ້ ທີສອງ ໑
    | sk. Madhyama [super. madhya[ມັດ-ທະ-ຍະ-ມະ]] a. m. n. f. madhyamā au milieu, central, intermédiaire ; médian ; d’âge moyen | modéré, impartial, neutre ; ordinaire — m. [madhyamapuruṣa] gram. 2e pers. — n. milieu du corps, taille, ceinture — f. madhyamā le majeur ; la matrice | phil. [Bhartṛhari] son au 3e stade de la manifestation ( Gérard Huet ).
    • madhyamapadalopin [pada-lopin] m. gram. élision du terme médian dans un composé.
    • madhyamaprahara [prahara] m. garde de midi (de 11 h à 14 h).
    • ທຸຕິຍະ[dutiya] ເປັນ ຄໍາບາລີ ເເລະ ເເປ ວ່າ ສອງ ລໍາດັບສອງ ໑ ຂັ້ນສອງ ໑ ຫລື ຂັ້ນກາງ ໑
  • ອຸຕຕະມະປຸຣຸສ̣ະ[uttamapuruṣa] ທີ່ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ອຸຕມບຸຣຸດ” ເນື່ອງຈາກວ່າ ເພິ່ນ ບໍ່ ຂຽນ ສຣະອະ ປະກອບ ໃນ ພາສາ ບາລີ ຈຶ່ງ ກາຍເປັນ “ອຸດົມບຸຣຸດ” ເເລະ ທີ່ ເເປ ວ່າ ຊັ້ນປາຍ ຫລື ຜູ້ທີສາມ ( ພາສາ ສັນສະກຣິດ ວ່າ ອຸຕຕະມະ[uttama] ) | fr. 3ème personne
    • ( ບ. ອຸຕຕຣ[ອຸດ-ຕະ-ຣະ] ) => ອີງ ຕາມ ຫລັກ ການເເຜງ ອັກສອນ ໃນ ພາສາ ລາວ ເເລ້ວ ເພິ່ນ ຕ້ອງ ຕັດ ຕົວສະກົດ ອອກ ເເລະ ປະ ໄວ້ ເເຕ່ ຕົວຊ້ອນ ຫລື ຕົວຕາມ ຜິວ່າ ເຮົາ ຂຽນ ຕາມ ຫລັກ ເເທ້ ໆ ຄໍາ ດັ່ງກ່າວ ນີ້ ຈະ ກາຍເປັນ “ອຸຕຣະ” ເເຕ່ວ່າ ເຮົາ ຈະ ອ່ານ ຈັ່ງໃດ ກັນ ເເທ້ ?
      • ເພື່ອ ຫລີກລ່ຽງ ບໍ່ ໃຫ້ ເປັນ ພຍັນຊນະ ຄວບ “ຕຣ” ດັ່ງ “ອຸ-ຕຣະ” ເເລະ ຫລີກລ່ຽງ ບໍ່ ໃຫ້ ຕົວຕໍ ( ຕ ) ເປັນ ຕົວສະກົດ ພິເສດ ດັ່ງ “ອຸດ-ຕະ-ຫຣະ” ເເທນທີ່ ຈະ ອ່ານ ເປັນ ອຸດ-ຕະ-ຣະ ດ້ວຍເຫດນີ້ ການຂຽນ ຄໍາ ບາລີ “ໂລກຸຕຕຣ” ຕ້ອງ ຂຽນ “ໂລກຸດຕະຣະ” ເເທນທີ່ ຈະ ຂຽນ ຕາມ ຫລັກ ການເເຜງ ອັກສອນ ດັ່ງ “ໂລກຸຕຣ” ຊຶ່ງ ຄໍາ “ອຸຕຕມ” ( ອຸຕມ => ອຸດມ ໂດຍ ເເຜງ ຕ ເປັນ ດ => ອຸດົມ ) ກໍ ມີ ເຫງົ້າດຽວ ກັນ ອີກປະການນຶ່ງ ຫລັກ ການເເຜງ ໂດຍ ການຕັດ ຕົວສະກົດ ອອກ ນີ້ ປະກົດ ມີີ ມາ ເເຕ່ ຣັຊການ ຂອງ ສົມເດັດ ພຣະເຈົ້າ ສຸຣິຍະວົງສາ ທັມມິກະຣາດ ພຸ້ນ ເເລ້ວ ( ພສ.໒໑໗໖ / ຈສ.໙໙໕ / ຄສ.໑໖໓໓ – ພສ.໒໒໓໓ / ຈສ.໑໐໕໒ / ຄສ.໑໖໙໐)
    • ອຸຕຕະມະ[uttama] ເປັນ ທັງ ຄໍາ ບາລີ ເເລະ ທັງ ຄໍາ ສັນສະກຣິດ ທີ່ ມີ ຄວາມຫມາຍ ຢ່າງ ດຽວ ກັນ ເເຕ່ ທາງ ດ້ານ ການເເຜງ ອັກສອນ ເເລ້ວ ເພິ່ນ ຕັດ ຕົວສະກົດ ອອກ ມັນ ຈຶ່ງ ເຫລືອ ພຽງ ອຸຕມ ເເລະ ກໍ ຈຶ່ງ ຖືກ ເເຜງ ມາ ເປັນ ອຸດົມ ນັ້ນ ເເລ
    • ຕະຕິຍະ[tatiya] ເປັນ ຄໍາບາລີ ເເລະ ເເປ ວ່າ ສາມ ໑ ລໍາດັບສາມ ໑ ຂັ້ນສາມ ໑ ຫລື ຂັ້ນປາຍ ໑

ຣູປຕາ ໒ - ອຸຕຕະມະ ທີ່ ຂຽນ ດ້ວຍ ຫນັງສື ທັມ
ເເລະ ທີ່ ເເຜງ ເປັນ “ອຸດົມ”

  • “ພົດ” ເເຜງ ມາ ຈາກ “ວັຈນະ” ທີ່ ມີ ເຄົ້າ ມາ ຈາກ ຄໍາ ບາລີ ວະຈະນະ[vacana] ຊຶ່ງ ໃນ ຫລັກ ໄວຍາກອນ ເເລ້ວ ຫມາຍເຖິງ ຈໍານວນ
    • ເອກວັຈນະ[ເອກ-ກະ-ວັດ-ຈະ-ນະ] ຫລື ເອກພົດ ຫມາຍເຖິງ ຈໍານວນ ນ້ອຍ ກວ່າ ສອງ | ເອກະວະຈະນະ[ekavacana] = singulier / singular
    • ທວີວັຈນະ[ທະ-ວີ-ວັດ-ຈະ-ນະ] ຫລື ທວີພົດ ຫມາຍເຖິງ ຈໍານວນ ສອງ ຢ່າງດຽວ | ທວີວະຈະນະ[dvivacana] n. = duel, duo
    • ພະຫຸວັຈນະ ຫລື ພະຫຸພົດ ຫມາຍເຖິງ ຈໍານວນ ຫລາຍ ກວ່າ ນຶ່ງ ເເລະ ນັບ ເເຕ່ ສອງ ຂຶ້ນ ໄປ | ພະຫຸວະຈະນະ[bahuvacana] = pluriel / plural

໑໑໑- ສັພນາມ | Les pronoms / Pronouns
ສັພນາມ ເເມ່ນ ຄໍາ ທີ່ ເພິ່ນ ໃຊ້້ ເເທນ ນາມ ( ຫລື ຊື່ ) ຫລື ໃຊ້ ເເທນ ວະລີ ( ຈໍາພວກ ຄໍາເວົ້າ ຕ່າງ ໆ ) ໃນ ການປາກເວົ້າ ຊຶ່ງ ມີ ຫນ້າທີ່ ດຽວ ກັບ ນາມ ທີ່ ຖືກ ໃຊ້ ເເທນ ຄົນ ໃຊ້ ເເທນ ສັດ ຫລື ໃຊ້ ເເທນ ສິ່ງຂອງ ທັງນີ້ ກໍ ເພື່ອ ເວັ້ນ ການເວົ້າ ຊໍ້າ ຄວາມເກົ່າ ໃນ ປໂຍກ ນຶ່ງ ໆ ນັ້ນເອງ

  • ພວກ ທະຫານ ກອງທັບ ປົດປ່ອຍ ຣົບເຣວ ກັບ ເເກວ ທີ່ ເຂົ້າມາ ຣຸກຣານ ລາວ ເເຕ່ລະ ເທື່ອ ພວກ ທະຫານ ກອງທັບ ປົດປ່ອຍ ກໍ ໄດ້ ຮັບ ໄຊຊນະ
    • ພວກ ທະຫານ ກອງທັບ ປົດປ່ອຍ ຣົບເຣວ ກັບ ເເກວ ທີ່ ເຂົ້າມາ ຣຸກຣານ ລາວ ເເຕ່ລະ ເທື່ອ ພວກ ເພິ່ນ ກໍ ໄດ້ ຮັບ ໄຊຊນະ
  • ຄັນ ເຮົາ ປ່ອຍ ໃຫ້ ພວກ ເເກວ ເເລະ ພວກ ເຈັກ ເຂົ້າ ມາ ລາວ ຫລາຍໂພດ ພວກ ເເກວ ເເລະ ພວກ ເຈັກ ຈະ ກືນ ກິນ ລາວ ໄປ ໃນ ຕົວ ຍ້ອນ ຈໍານວນ ຂອງ ພວກ ເເກວ ເເລະ ພວກ ເຈັກ ຫລາຍ ເກີນ ໄປ ໂພດ ກວ່າ ຈໍານວນ ຂອງ ເຮົາ ຄົນລາວ
    • ຄັນ ເຮົາ ປ່ອຍ ໃຫ້ ພວກ ເເກວ ເເລະ ພວກ ເຈັກ ເຂົ້າ ມາ ລາວ ຫລາຍໂພດ ເຂົາ ຈະ ກືນ ກິນ ລາວ ໄປ ໃນ ຕົວ ຍ້ອນ ຈໍານວນ ຂອງ ເຂົາ ຫລາຍ ເກີນ ໄປ ໂພດ ກວ່າ ຈໍານວນ ຂອງ ເຮົາ ຄົນລາວ
  • ຫລັງຈາກ ທ້າວ ກິໂຕ ກິນເຂົ້າ ເເລ້ວ ທ້າວ ກິໂຕ ຈຶ່ງ ຈະ ມາ ລໍາ ສູ່ ຫມູ່ ຟັງ
    • ຫລັງຈາກ ທ້າວ ກິໂຕ ກິນເຂົ້າ ເເລ້ວ ລາວ ຈຶ່ງ ຈະ ມາ ລໍາ ສູ່ ຟັງ
  • ໄມ້ຄານ ຂອງ ເຈົ້າ ຊິ ຫັກ ເເລ້ວ ໃຫ້ ເຈົ້າ ໄປ ປ່ຽນ ໄມ້ຄານ ຂອງ ເຈົ້າ ສາ
    • ໄມ້ຄານ ຂອງ ເຈົ້າ ຊິ ຫັກ ເເລ້ວ ໃຫ້ ເຈົ້າ ໄປ ປ່ຽນ ມັນ ສາ
  • ຄັນ ເຈົ້າ ບໍ່ ເອົາ ຫມາ ຂອງ ເຈົ້າ ໄປ ສັກ ຢາ ຫມາ ຂອງ ເຈົ້າ ຊິ ເປັນ ວໍ້
    • ຄັນ ເຈົ້າ ບໍ່ ເອົາ ຫມາ ຂອງ ເຈົ້າ ໄປ ສັກ ຢາ ມັນ ຊິ ເປັນ ວໍ້
  1. ພວກ ເພິ່ນ” ເປັນ ສັພນາມ ທີ່ ຖືກ ໃຊ້ ເເທນ ວະລີ “ພວກ ທະຫານ ກອງທັບ ປົດປ່ອຍ” ( ເເທນ ຄົນ )
  2. ເຂົາ” ເປັນ ສັພນາມ ທີ່ ຖືກ ໃຊ້ ເເທນ ວະລີ “ພວກ ເຈັກ ເເລະ ພວກ ເເກວ” ( ເເທນ ຄົນ )
  3. ລາວ” ເປັນ ສັພນາມ ທີ່ ຖືກ ໃຊ້ ເເທນ “ທ້າວ ກິໂຕ” ( ເເທນ ຄົນ )
  4. ມັນ” ເປັນ ສັພນາມ ທີ່ ຖືກ ໃຊ້ ເເທນ ວະລີ “ໄມ້ຄານ ຂອງ ເຈົ້າ” ( ເເທນ ສິ່ງຂອງ )
  5. ມັນ” ເປັນ ສັພນາມ ທີ່ ຖືກ ໃຊ້ ເເທນ ວະລີ “ຫມາ ຂອງ ເຈົ້າ” ( ເເທນ ສັດ )

ເເຕ່ ມັນ ກໍ ມີ ກໍຣະນີ ພິເສດ ທີ່ ສັພນາມ ບໍ່ ຖືກ ໃຊ້ ເເທນ ນາມ ໃດ ໆ ທັງສິ້ນ ຄື ເມື່ອ ປໂຍກ ນຶ່ງ ໆ ເລີ້ມຕົ້ນ ດ້ວຍ ຄໍາ “ມັນ” ຊຶ່ງ ເປັນ ປະທານ ຂອງ ປໂຍກ ຫລື ຊຶ່ງ ເປັນ ຜູ້ ບັງຄັບ ກິຣິຍາ ໃນ ປໂຍກ ທີ່ ບົ່ງບອກ ການຄາດຄະເນ ເເລະ ການກໍານົດ ເປັນຕົ້ນ ດັ່ງ “ມັນ ຄົງ ເປັນ ສີເເດງ ຫລາຍກວ່າ” “ມັນ ເປັນ ໄປ ບໍ່ ໄດ້” ຯລຯ

( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20091116_O_Man_35_R_01_Gain.mp3
ທ່ານ O_Man_35[ໂອ-ເເມນ] ຂໍ ກ່າວ ປຣັຊຍາ ສູ່ ກັນ ຟັງ
ຂໍ ໃຫ້ ຍານ້ອງ ໂອເເມນ ຈົງ ໄດ້ ຮັບ ເເຕ່ ຄວາມສຸກ ຄວາມຈະເຣີນ
ປາສຈາກ ໂຣກໄພໄຂ້ເຈັບ ຕລອດ ກາລະນານ ດ້ວຍ ເຖີ້ນ
ບັນທຶກ ເມື່ອ ວັນຈັນ ທີ ໑໖/໑໑/໒໐໐໙

໑໑໒- ກໍຣະນີ ການໃຊ້ ສັພນາມ | Conditions d’emploi d’un pronom
ຕ້ອງ ຣະວັງ ການໃຊ້ ສັພນາມ ເປັນ ພິເສດ ທັງນີ້ ກໍ ເພື່ອ ໃຫ້ ເຮົາ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ວ່າ ສັພນາມ ກ່ຽວຂ້ອງ ນັ້ນ ຖືກ ໃຊ້ ເເທນ ໃຜ ຫລື ຖືກ ໃຊ້ ເເທນ ອັນໃດ ເເທ້ ໆ

໑໑໓- ປະເພດ ສັພນາມ | Différents pronoms fr.
ສັພນາມ ມີ ປະເພດ ຕ່າງ ໆ ດັ່ງນີ້

  1. ບຸຣຸດສັພນາມ | fr. Les pronoms personnels
    • ກູ ມຶງ ມັນ ຕູ ສູ ເສົາ ເຂົາ ເຮົາ ເຈົ້າ ຂ້ອຍ ກັນ ເພິ່ນ ຮຽມ ອວນ ໂຕ ຯລຯ
  2. ປະພັນທະສັພນາມ | fr. Les pronoms relatifs
    • ຊຶ່ງ ເຊິ່ງ ທີ່ ອັນ
  3. ນິຍົມສັພນາມ | fr. Les pronoms définis ou démonstratifs
    • ນີ້ ນັ້ນ ພຸ້ນ ຫັ້ນ
  4. ອະນິຍົມສັພນາມ | fr. Les pronoms indéfinis
    • ໃສ
    • ສິ່ງໃດ ສິ່ງນຶ່ງ
    • ທີ່ໃດ
    • ທັງປວງ
    • ທັງມວນ
    • ທັງຫມົດ
    • ຜູ້ໃດ
    • ຜູ້ໃດ ຜູ້ນຶ່ງ
    • ໃຜ
    • ອັນໃດ
    • ອັນໃດ ອັນນຶ່ງ
  5. ສັມພັນທະສັພນາມ | fr. Les pronoms possessifs
    • ຂອງ ຂ້ອຍ
    • ຂອງ ເຈົ້າ
  6. ປຸດສາສັພນາມ | fr. Les pronoms interrogatifs
    • ໃສ
    • ຜູ້ໃດ (ເຮົາ ຈະ ສັງເກດ ເຫັນ ຄໍາ ຜູ້ໃດ ເປັນ ທັງ ອະນິຍົມສັພນາມ ທັງ ປຸດສາສັພນາມ)
    • ໃຜ
    • ຫຍັງ
  7. ວິພາກສັພນາມ | fr. Les pronoms partitifs
    • ກັນ
    • ຕ່າງ
    • ບາງພ່ອງ

໑໑໔- ບຸຣຸດສັພນາມ | Les pronoms personnels / Personal pronouns
ບຸຣຸດສັພນາມ ມີ ຫນ້າທີ່ ໃຊ້ ເເທນ ນາມ ( ທີ່ ເຫນັງຕີງ ຫລື ບໍ່ ເຫນັງຕີງ ໄດ້ ) ຫລື ເເທນ ນາມວະລີ ໄດ້ ສອງ ຢ່າງ ຄື

  1. ສັພນາມ ທີ່ ໃຊ້ ເເທນ ນາມ ເເລະ ທີ່ ໃຊ້ ເເທນ ນາມວະລີ (fr. groupe de noms ou de mots)
  2. ສັພນາມ ທີ່ ບອກ ໃຫ້ ເຮົາ ຮູ້ຈັກ ວ່າ
    • ໃຜ ປາກ ໑ ໃຜ ກໍາລັງ ເວົ້າ ໑ ໃຜ ເປັນ ຜູ້ເວົ້າ ໑ ( ຜູ້ເວົ້າ ເເມ່ນ ໃຜ ? / ຜູ້ເວົ້າ ເປັນ ໃຜ ? /ເເມ່ນ ໃຜ ເປັນ ຜູ້ເວົ້າ ? )
    • ເວົ້າ ເຣື່ອງ ໃຜ ຫລື ເວົ້າ ເຖິງ ໃຜ ( ເວົ້າ ເຣື່ອງ ຫຍັງ ກັນ ເເທ້ ? / ຈົ່ມ ອີ່ຫຍັງ ? )
    • ເວົ້າ ກັບ ໃຜ ຫລື ປາກ ກັບ ໃຜ ເເລະ ເວົ້າ ນໍາ ໃຜ ຫລື ປາກ ນໍາ ໃຜ

ຕົວຢ່າງ ຄໍາເວົ້າ ທີ່ ສາມາດ ປຽບ ເປັນ ບຸຣຸດສັພນາມ ໄດ້ ຄື ສັພນາມ ທີ່ ເປັນ

  • ປະທານ ຄື ເປັນ ເຈົ້າຂອງ ຂອງ ກິຣິຍາ ( ຜູ້ ເວົ້າ /ຜູ້ ບອກ /ຜູ້ ສັ່ງການ /ຜູ້ ຄິດ /ຜູ້ ໃຊ້ ສມອງ /ຜູ້ ເຮັດ ເອົາ ເອງ ຮຽກ ວ່າ ປະທານ ຄື ບໍ່ ຂຶ້ນ ກັບ ໃຜ )
    • ຂ້ອຍ ເປັນ ຄົນລາວ ຢູ່ ເມືອງລາວ ຂ້ອຍ ຕ້ອງ ເປັນ ນາຍ ປາສຈາກ ຄໍາສັ່ງ ເເລະ ການບັງຄັບ ຂອງ ຄົນເຈັກ ຄົນເເກວ
      • ສັພນາມ ຂ້ອຍ ເປັນ ປະທານ ຂອງ ກິຣິຍາ ເປັນ
      • ສັພນາມ ຂ້ອຍ ເປັນ ປະທານ ຂອງ ກິຣິຍາ ຕ້ອງ ເປັນ
    • ເຈົ້າ ເອົາ ສາກກະເບືອ ມາ ໃຫ້ ຂ້ອຍ ເເນ່
      • ສັພນາມ ຂ້ອຍ ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ເອົາ (ເພາະວ່າ ເຈົ້າ ໄດ້ ຮັບ ຄໍາສັ່ງ ຫລື ຄໍາຂໍຮ້ອງ ຈາກ ຄົນ ອື່ນ)
      • ສັພນາມ ເຈົ້າ ເປັນ ເຈົ້າຂອງ ຂອງ ກິຣິຍາ ເອົາ (ເພາະ ມັນ ເປັນ ຜູ່ ສັ່ງການ)
  • ຜູ້ ຖືກ ເວົ້າ ເຖິງ
    • ທ້າວ ກິ ຮຽນ ເກັ່ງ ເລກ ຫລາຍ ມັນ ຈຶ່ງ ເເຂ່ງຂັນ ເຂົ້າ ໂຮງຮຽນ Polytechnique ໄດ້
      • ສັພນາມ ມັນ ໃຊ້ ເເທນ ຜູ້ ຖືກ ກ່າວ ເຖິງ ຄື ໃຊ້ ເເທນ ທ້າວ ກິ
      • ສັພນາມ ມັນ ບໍ່ ໄດ້ ເປັນ ປະທານ ຂອງ ກິຣິຍາ ຮຽນ(ເກັ່ງ) ເເລະ ພ້ອມ ໆ ດຽວ ກັນ ນີ້
      • ສັພນາມ ມັນ ຫມາຍເຖິງ ການເວົ້າ ເຣື່ອງ ທ້າວກິ ເພາະ ສັພນາມ ມັນ ໃຊ້ ເເທນ ທ້າວ ກິ
  • ຜູ້ ຖືກ ເວົ້າ ນໍາ
    • ຂ້ອຍ ຈະ ໄປ ເວົ້າ ເຣື່ອງ ນີ້ ນໍາ ອາຈານ ພາສາ ລາວ ຫລັງຈາກ ເພິ່ນ ສອນ ຈົບ ຊົ່ວໂມງ ນີ້
      • ສັພນາມ ເພິ່ນ ໃຊ້ ເເທນ ອາຈານ ພາສາ ລາວ
      • ສັພນາມ ເພິ່ນ ບໍ່ ໄດ້ ເປັນ ປະທານ ຄື ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ເວົ້າ
        • ກິຣິຍາ ເວົ້າ ນໍາ ຫມາຍເຖິງ ຄວາມບອກເລົ່າ ຄວາມຂໍຮ້ອງ ຄວາມວິ່ງວອນ
  • ຜູ້ ຖືກ ເວົ້າ ກັບ
    • ຂ້ອຍ ໄດ້ ຂີ່ ຍົນ ກັບ ນາຍພົນ ເທື່ອ ນຶ່ງ ຕອນ ເພິ່ນ ຂຶ້ນ ເມືອ ວຽງຈັນ
      • ສັພນາມ ເພິ່ນ ບໍ່ ໄດ້ ເປັນ ປະທານ ຄື ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ຂີ່
    • ຂ້ອຍ ໄດ້ ເວົ້າ ກັບ ນາຍພົນ ບຸນປອນ ເທື່ອ ນຶ່ງ ເພື່ອ ຖາມ ສະບາຍດີ ເພິ່ນ ຊື່ ໆ
      • ສັພນາມ ເພິ່ນ ບໍ່ ໄດ້ ເປັນ ປະທານ ຄື ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ເວົ້າ

ສລຸບ ເເລ້ວ ບຸຣຸດສັພນາມ ຫມາຍເຖິງ ຈໍາພວກ ສັພນາມ ທີ່ ເຮັດ ໃຫ້ ຮູ້ຈັກ ຫລັກ ຂອງ ການໃຊ້ ນາມ ເເທນ ຄົນ ສາມ ຢ່າງ ຫລື ສາມ ປະເພດ ຄື
- ບຸຣຸດ ທີນຶ່ງ ຂອງ ເອກວັຈນະ ( ກູ ຂ້ອຍ ຂ້ານ້ອຍ ຜູ້ຂ້າ ຂ້າພະເຈົ້າ ຂ້າພຣະບາດ ຮຽມ ກັນ ເອງ ເຕງ )
- ບຸຣຸດ ທີສອງ ຂອງ ເອກວັຈນະ ( ມຶງ ເຈົ້າ ທ່ານ ໂຕ ພຣະອົງ ພຣະເຈົ້າ ກັນ ເຮິຍ ເພິ່ນ )
- ບຸຣຸດ ທີສາມ ຂອງ ເອກວັຈນະ ( ມັນ ເພິ່ນ ລາວ ອວນ)

    • ກິນ ເເກງ ໃຫ້ ເຈົ້າ ຊອມ ດູ ກ້າງ ຄາ ຄໍ ຊິ ຈີ້ມ ຍາກ ກະດູກ ຄາ ວ່າງ ເເຂ້ວ ໃຜ ຊິ ຈີ້ມ ຊ່ອຍ ອວນ (ຍ່າ ສອນ ຫລານ)

- ບຸຣຸດ ທີນຶ່ງ ຂອງ ພະຫຸວັຈນະ ( ຕູ ເຜືອ ພວກ_ຂ້ອຍ ພວກ_ຂ້າພະເຈົ້າ ພວກ_ຂ້ານ້ອຍ ເຮົາ )
- ບຸຣຸດ ທີສອງ ຂອງ ພະຫຸວັຈນະ ( ສູ ເຂືອ ພວກ_ມຶງ ພວກ_ເຈົ້າ ພວກ_ທ່ານ ພວກ_ໂຕ )
- ບຸຣຸດ ທີສາມ ຂອງ ພະຫຸວັຈນະ ( ເສົາ ຂາເຈົ້າ ພວກ_ເພິ່ນ ພວກ_ມັນ ເຂົາ )

໑໑໕- ເອກວັຈນະ | Singulier / Singular
ຕົວຢ່າງ ໂດຍ ສັງເຂບ ຂອງ ບຸຣຸດສັັພນາມ ທີ່ ເປັນ ເອກວັຈນະ ຄື ຈໍານວນ ນຶ່ງ ຫລື ຈໍານວນ ນ້ອຍ ( ເບິ່ງ ຂ້າງເທິງ ນີ້ ) ພ້ອມທັງ ການໃຊ້ ບຸຣຸດສັພນາມ ທັງ ສາມ ປະເພດ ໃຫ້ ຕຣົງ ກັນ ເພີ່ມເຕີມ

ປະຖົມບຸຣຸດ ກູ ຂ້ອຍ ເຮົາ ຂ້ານ້ອຍ ຂ້າພະເຈົ້າ ຂ້າພຣະບາດ ຜູ້ຂ້າ ຮຽມ ກັນ ເອງ ເຕງ
ມັທຍົມບຸຣຸດ ມຶງ ເຈົ້າ ໂຕ ທ່ານ ພຣະເຈົ້າ ພຣະອົງ ໂຕ
ອຸດົມບຸຣຸດ ມັນ ລາວ ເຂົາ ເພິ່ນ ອວນ
ເເຜງ ໑ – ເອກວັຈນະ

ກິນ ເເກງ ໃຫ້ ເຈົ້າ ຊອມ ດູ ກ້າງ ຄາ ຄໍ ຊິ ຈີ້ມ ຍາກ ກະດູກ ຄາ ວ່າງ ເເຂ້ວ ໃຜ ຊິ ຈີ້ມ ຊ່ອຍ ອວນ
(ຍ່າ ສອນ ຫລານ)
  • “ກູ” ເປັນ ບຸຣຸດສັພນາມ ອັນ ເກົ່າເເກ່ ທີ່ສຸດ ໃນ ພາສາ ການປາກເວົ້າ ຂອງ ບັນດາ ຄົນລາວຊາວໄທ ຕ່າງ ໆ ພ້ອມທັງ ເປັນ ປະຖົມບຸຣຸດສັພນາມ ທີ່ ໄດ້ ເກີດ ກ່ອນ ປະຖົມບຸຣຸດສັພນາມ ອື່ນ ໆ ອີກ ດ້ວຍ ເເລະ ຄໍາ ທີ່ ມີ ກໍາເນີດ ພາຍຫລັງ ຄົງ ເເມ່ນ ປະຖົມບຸຣຸດສັພນາມ “ເຮົາ” ສ່ວນ ປະຖົມບຸຣຸດສັພນາມ ອື່ນ ໆ ນັ້ນ ເເນ່ນອນ ວ່າ ໄດ້ ເກີດ ຂຶ້ນ ຕາມ ວິວັທນາການ ຂອງ ສັງຄົມ ເສຖກິດ ເເທ້ ເເລ ດັ່ງ
    • ຂ້ອຍ” ເປັນ ປະຖົມບຸຣຸດ ທີ່ ມີ ກໍາເນີດ ຈາກ ການເປັນຢູ່ ຂອງ ສັງຄົມ ( ເສຖກິດ ) ໃນ ສໄມ ນັ້ນ ຄື ຄໍາ “ຂ້ອຍຂ້າມ້າໃຊ້” ເເລະ “ຂ້ອຍ” ທີ່ ເປັນ ຄົນໃຊ້ ນັ້ນເອງ ຊຶ່ງ ເຮົາ ກໍ ສາມາດ ພິສູດ ເບື້ອງຫລັງ ຂອງ ຄໍານີ້ ໄດ້ ໃນ ກົດຫມາຍ ບູຮານ ຫລື ໃນ “ພຣະທັມມະສາດ ບູຮານ”

    • ຂ້ານ້ອຍ” ເປັນ ປະຖົມບຸຣຸດ ທີ່ ມີ ເບື້ອງຫລັງ ບໍ່ ຕ່າງ ຫຍັງ ຫລາຍ ກັບ ຄໍາ “ຂ້ອຍ” ຊຶ່ງ “ຂ້ານ້ອຍ” ຫຍໍ້ ມາ ຈາກ ວະລີ “ຂ້າ ຜູ້ນ້ອຍ” ທີ່ ຢູ່ ຕໍ່ຫນ້າ “ພຣະເຈົ້າ” ຫລື “ເຈົ້າ” ຜູ້ ເປັນ ໃຫຍ່ ໃນ “ຂ້າ” ທີ່ ກະຈາຍ ເປັນ ຂ້າໃຊ້ ຂ້າເສິກ ຂ້ອຍຂ້າ ຜູ້ຂ້າ [3]

    • ຜູ້ຂ້າ” ເປັນ ປະຖົມບຸຣຸດ ຊຶ່ງ “ຜູ້” ຫມາຍເຖິງ ຄົນ ໂດຍ ທົ່ວໄປ ໂດຍ ບໍ່ ກໍານົດ ວ່າ ເເມ່ນ ໃຜ ( ຕອນ ຂ້າພະເຈົ້າ ຍັງ ນ້ອຍ ນັ້ນ ເພິ່ນ ໃຫ້ ຂຽນ “ຜູ່” ເພື່ອ ຫລີກລ່ຽງ ກັບ “ຜູ້” ທີ່ ຫມາຍເຖິງ ເພດ ຂອງ ສັດ ດັ່ງ ໄກ່ຜູ້ ເປັນຕົ້ນ ເເລະ ຕໍ່ ມາ ບໍ່ ທັນ ເທົ່າໃດ ເພິ່ນ ກໍ ອະນຸຍາດ ໃຫ້ ໃຊ້ ຄໍາ “ຜູ່” ເເລະ “ຜູ້” ໄດ້ ສໍາລັບ ບົງບອກ ວ່າ ເປັນ ຄົນໃດຄົນນຶ່ງ )
      • “ຜູ້ຂ້າ” ເປັນ ປະຖົມບຸຣຸດ ປະເພດ ເອກວັຈນະ ທີ່ ວາຈົກ ( ຜູ້ເວົ້າ ) ໄດ້ ຍົກ ຕົນເອງ ລົງ ຕໍ່າກວ່າ ຄົນ ທີ່ ເພິ່ນ ກໍາລັງ ເວົ້າ ນໍາ ຢູ່ ນັ້ນ ( ຫມາຍເຖິງ ການໃຫ້ ກຽດ ຜູ້ ທີ່ ເພິ່ນ ກໍາລັງ ເວົ້າ ນໍາ ) ເເຕ່ ການຍົກ ຕົນເອງ ລົງ ຕໍ່າ ນີ້ ບໍ່ ເເມ່ນ ອື່ນ ໄກ ເພາະ ເພິ່ນ ຍົກ ເອົາ ຕົວ ຂອງ ຄົນ ອື່ນ ຂຶ້ນ ມາ ເປັນ ຕົວ ຂອງ ຕົນເອງ ກໍ ຍ້ອນ ການໃຊ້ ຄໍາ “ຜູ້” ສັນນັ້ນ ຊຶ່ງ ຫມາຍເຖິງ ຜູ້ ເປັນ “ຂ້າໃຊ້” ນັ້ນ ເເລ
        • (ຜູ້ ເເປ ວ່າ ຄົນ ທີ່ ຍັງ ປະຕິບັດ ຫນ້າທີ່ ເເນວໃດ ເເນວນຶ່ງ ຢູ່ ຫລື ຍັງ ເປັນ ເເນວໃດ ເເນວນຶ່ງ ຢູ່ )

          ສລຸບ ເເລ້ວ ວາຈົກ ຍົກ ຕົນເອງ ລົງ ຕໍ່າ ກໍ ເພື່ອ ໃຫ້ ກຽດ ຜູ້ ທີ່ ວາຈົກ ເວົ້າ ນໍາ ຢູ່ ເເຕ່ວ່າ ວາຈົກ ຄົນ ນັ້ນ ບໍ່ ຍອມ ເສັຽ ປຽບ ພໍ ເທົ່າໃດ ຈຶ່ງ ຍົກ ເອົາ ຕົວ ຄົນອື່ນ ຂຶ້ນ ມາ ເເທນ ຕົວ ຂອງ ຕົນເອງ ໂດຍ ການໃຊ້ ຄໍາ “ຜູ້ນັ້ນ ຜູ້ນີ້ ຜູ້ຂ້າ” ເເທນ

          ປັດຈຸບັນການ[ປັດຈຸບັນນະການ = ດຽວນີ້] ເຮົາ ຈະ ເຫັນ ບຸຣຸດສັພນາມ ທີ່ ໄດ້ ເກີດ ຂຶ້ນ ໃຫມ່ ເເຕ່ ໄຮ້ ຄຸນຄ່າ ໃນ ພາສາ ລາວ ທີ່ ເພິ່ນ ຍົກ ເອົາ ນາມ ມາ ເປັນ ສັພນາມ ຄື “ສະຫາຍ” ທີ່ ພວກ ລາວ-ເເກວ ນໍາ ມາ ໃຊ້ ເພື່ອ ທໍາລາຍ ສັງຄົມ ອັນ ຫນ້າ ອອນຊອນ ເເລະ ອັນ ດີງາມ ຂອງ ຄົນລາວ ທັງປວງ
  • “ມຶງ” ເປັນ ມັທຍົມບຸຣຸດ ສັພນາມ ອັນ ເກົ່າເເກ່ ທີ່ສຸດ ໃນ ການປາກເວົ້າ ຂອງ ບັນດາ ຄົນລາວຊາວໄທ ຕ່າງ ໆ ເເລະ ໄດ້ ເກີດ ກ່ອນ ມັທຍົມບຸຣຸດ ສັພນາມ ອື່ນ ໆ ອີກດ້ວຍ
  • ຄັນ ມັນ ມີ “ເຂົາ” ມັນ ກໍ ຕ້ອງ ມີ “ໂຕ” ເເທ້ ເເລ ເນື່ອງຈາກວ່າ ການຜລິດຄິດເເຕ່ງ ຊື່ ເເລະ ຄໍາເວົ້າ ຕ່າງ ໆ ຂອງ ຄົນລາວ ເພິ່ນ ມັກ ອີງ ເອົາ ຕາມ ທັມມະຊາດ ທີ່ ເປັນ ຕົນ ເປັນ ໂຕ ເເທ້ ດ້ວຍເຫດນີ້ ກັດຕຸ ຜູ້ຂຽນ ບໍ່ ຄວນ ເສີຍເມີຍ ຕໍ່ ປະເພນີ ອັນ ນີ້ ໃນ ການວິເຄາະວິພາກ ປວັດສາດ ຫລື ຄວາມເປັນມາ ຕ່າງ ໆ ຂອງ ຄົນລາວ

ນອກຈາກ ບຸຣຸດສັພນາມ “ກູ ມຶງ ມັນ ໂຕ ຮຽມ ອວນ” ທີ່ ຂ້າພະເຈົ້າ ຖື ເປັນ ບຸຣຸດສັພນາມ ດຶກດໍາບັນ ເເລ້ວ ເເນ່ນອນ ວ່າ ບຸຣຸດສັພນາມ ອື່ນ ໄດ້ ມີ ກໍາເນີດ ພາຍຫລັງ ພາຍໃຕ້ ສັງຄົມ ເສຖກິດ ຕາມ ພູມລໍາເນົາ ທີ່ ຄົນລາວຊາວໄທ ໄດ້ ພໍານັກ ອາໄສ ຢູ່ ນັ້ນ ເເລ

໑໑໖- ພະຫຸວັຈນະ | Pluriel / Plural
ຕົວຢ່າງ ໂດຍ ສັງເຂບ ຂອງ ສັັພນາມ ທີ່ ເປັນ ພະຫຸວັຈນະ ຄື ຈໍານວນ ຫລາຍ ຊຶ່ງ ມີ ຢູ່ ດ້ວຍກັນ ສອງ ປະເພດ ຄື ພະຫຸວັຈນະ ທີ່ ມີ ຈໍານວນ ຈໍາກັດ ເອົາ ພຽງເເຕ່ ຈໍານວນ ສອງ ເທົ່ານັ້ນ ຊຶ່ງ ເພິ່ນ ຮຽກ ທວີວັັຈນະ ເເລະ ອີກ ພະຫຸວັຈນະ ຢ່າງນຶ່ງ ທີ່ ມີ ຈໍານວນ ນັບ ເເຕ່ ສອງ ຂຶ້ນ ໄປ ໂດຍ ບໍ່ ກໍານົດ ຈໍານວນ ສູງສຸດ ຊຶ່ງ ເພິ່ນ ຮຽກ ພະຫຸວັຈນະ ເຫມືອນ ເດີມ ດັ່ງ ຂ້າງ ລຸ່ມ ນີ້

ປະຖົມບຸຣຸດ ຕູ ພວກ ຂ້ອຍ ເຮົາ ພວກ ຂ້ານ້ອຍ ພວກ ຂ້າພະເຈົ້າ
ມັທຍົມບຸຣຸດ ສູ ພວກ ເຈົ້າ ພວກ ໂຕ ພວກ ທ່ານ
ອຸດົມບຸຣຸດ ເສົາ ເຂົາ[ເຈົ້າ] ເຂົາ ພວກ ເພິ່ນ
ເເຜງ ໒ - ພະຫຸວັຈນະ

ຕາມ ທີ່ຈິງ ເເລ້ວ ເພິ່ນ ໃຊ້ ຄໍາ “ພວກ ຂ້າພະເຈົ້າ” ລ້າ ໆ ເເທນ ຄົນ ທີ່ ເຕົ້າ ເຮັດ ເເນວໃດ ເເນວນຶ່ງ ຮ່ວມ ກັນ ໂດຍ ບໍ່ ຕ້ອງ ໃຊ້ ຄໍາ ວ່າ “ພວກ ຂ້າພະເຈົ້າ ທັງຫລາຍ” ກໍ ໄດ້ ເເຕ່ ໃນ ເມື່ອ ວ່າ “ພວກ ຂ້າພະເຈົ້າ” ມີ ຫລາຍ “ກຸ່ມ” ເພິ່ນ ຈຶ່ງ ໃຊ້ ວະລີ “ພວກ ຂ້າພະເຈົ້າ ທັງຫລາຍ” ຊຶ່ງ ວາຈົກ ( ຜູ້ເວົ້າ ) ຈະ ເວົ້າ ຕາງ ຄົນ ຈາກ ກຸ່ມ ຕ່າງ ໆ ນັ້ນ ເເຕ່ ມັນ ຍັງ ມີ ກໍຣະນີ ສົມມຸດ ອີກ ເເນວ ນຶ່ງ ຄື ເພິ່ນ ໃຊ້ ວະລີ “ພວກ ຂ້າພະເຈົ້າ ທັງຫລາຍ” ເພື່ອ ໃຫ້ ຄໍາເວົ້າ ໂຄ່ງ ກັບ ຫລື ສັມຜັດ ກັບ ຄໍາເວົ້າ ຄໍາ ຕໍ່ ໄປ ດັ່ງ ພວກ ຂ້າພະເຈົ້າ ທັງຫລາຍ ຂໍ ນ້ອມ ຖວາຍ ເປັນຕົ້ນ ຄອບ ຄົນລາວ ເປັນ ນັກກອນ ໃນ ຕົວເອງ ໃນ ຄາວ ນັ້ນ

ຕາມ ທັມມະດາ ເເລ້ວ ການໃຊ້ ຄໍາ “ຕູຂ້າ ສູເຈົ້າ ພວກ_ສູ ພວກ_ເສົາ” ບໍ່ ຖືກຕ້ອງ ກັບ ຫລັກ ໄວຍາກອນ ເເລ ເນື່ອງຈາກວ່າ ຄໍາ “ຕູ ສູ ເສົາ” ມີ ຢູ່ ເເລ້ວ ເຮົາ ກໍ ຄວນ ໃຊ້ ພຽງ “ຕູ ສູ ເສົາ” ເພາະວ່າ

  • ຕູ ເເປ ວ່າ ພວກ_ຂ້ອຍ ເເລະ ຜິວ່າ ເຮົາ ໃຊ້ ຕູ(ຂ້າ) ເຮົາ ກໍ ເເປ ພວກ ຂ້ອຍ(ຂ້າ)
    • “ຕູ” ມີ ຫນ້າທີ່ ເປັນ ປະທານ ໂດຍ ຕຣົງ ປາສຈາກ ການກ່າວ ເຖິງ ຄົນໃດ ຄົນນຶ່ງ ຂຶ້ນ ມາ ກ່ອນ ຈຶ່ງ ເວົ້າ ໄດ້ | fr. nous ; 1ère personne du pluriel
  • ສູ ເເປ ວ່າ ພວກ ເຈົ້າ ຜິວ່າ ເຮົາ ໃຊ້ (ພວກ)ສູ ເຮົາ ກໍ ເເປ ມັນ ວ່າ (ພວກ)ພວກ ເຈົ້າ
    • “ສູ” ມີ ຫນ້າທີ່ ເປັນ ປະທານ ໂດຍ ຕຣົງ ປາສຈາກ ການກ່າວ ເຖິງ ຄົນໃດ ຄົນນຶ່ງ ຂຶ້ນ ກ່ອນ ຈຶ່ງ ເວົ້າ ໄດ້ | fr. vous ; 2ème personne du pluriel
  • ເສົາ ເເປ ວ່າ ພວກ ມັນ ຫລື ພວກ ເພິ່ນ ຜິວ່າ ເຮົາ ໃຊ້ (ພວກ)ເສົາ ເຮົາ ກໍ ເເປ (ພວກ) ພວກ ເພິ່ນ
    • “ເສົາ” ມີ ຫນ້າທີ່ ເປັນ ປະທານ ໂດຍ ຕຣົງ ປາສຈາກ ການກ່າວ ເຖິງ ຄົນໃດ ຄົນນຶ່ງ ຂຶ້ນ ກ່ອນ ຈຶ່ງ ເວົ້າ ໄດ້ | fr. ils/elles ; 3ème personne du pluriel

ເຖິງ ເເມ່ນວ່າ ການໃຊ້ ບຸຣຸດສັພນາມ “ຕູຂ້າ ສູເຈົ້າ ພວກ_ສູ ພວກ_ເສົາ” ບໍ່ ຖືກ ກັບ ຫລັກ ໄວຍາກອນ ເເຕ່ ເພິ່ນ ກໍ ໃຊ້ ມາ ດັ່ງນີ້ ຕລອດ ຄອບ [4] ວາຈົກ (ຜູ້ເວົ້າ) ນັ້ນ ຢາກ ໃຫ້ ຜູ້_ຟັງ ຜູ້_ຂີ້ສໍ້ ເເລະ ຜູ້ ທີ່ ໄດ້ ຍິນ ເຂົ້າໃຈ ບາດ ດຽວ ໂລດ ຄື ບໍ່ ໃຫ້ ເຂົາ ຕີ ຄວາມຫມາຍ ໄປ ທາງ ອື່ນ ໄດ້ ດັ່ງ ບຸຣຸດສັພນາມ “ເສົາ” ທີ່ ເຮົາ ສາມາດ ເຂົ້າໃຈ ເປັນ ເສົາເຮືອນ ເສົາຊານ ໄດ້ ( ຜິວ່າ ຣະດັບ ຄວາມເຂົ້າໃຈ ຂອງ ເຮົາ ສູງ ຫລື ການສຶກສາ ຂອງ ເຮົາ ສູງ ຂຶ້ນ ສິ່ງ ເລັກນ້ອຍ ເເບບນີ້ ຈະ ຕົກ ໄປ ເອງ ເເລ ພ້ອມດ້ວຍ ການໃຊ້ ຄໍາເວົ້າ ກໍ ຈະ ມີ ຄວາມເເນ່ນອນ ຍິ່ງ ຂຶ້ນ ຕາມ ໆ ກັນ ໄປ ເປັນ ລໍາດັບ )

ນອກຈາກ ພະຫຸບຸຣຸດສັພນາມ “ຕູ ສູ ເສົາ” ທີ່ ຂ້າພະເຈົ້າ ຖື ເປັນ ບຸຣຸດສັພນາມ ດຶກດໍາບັນ ເເລ້ວ ເເນ່ນອນ ວ່າ ບຸຣຸດສັພນາມ ອື່ນ ມີ ກໍາເນີດ ເກີດ ຂຶ້ນ ມາ ພາຍຫລັງ ຫລາຍ ໆ ປີ ຕໍ່ ມາ ພາຍໃຕ້ ສັງຄົມ ເສຖກິດ ຕາມ ພູມລໍາເນົາ ທີ່ ຄົນລາວ ໄດ້ ພໍານັກ ອາໄສ ຢູ່ ນັ້ນ ເເລ

໑໑໗- ທວີວັຈນະ | Duel, duo / Dual, duo
ທວີວັຈນະ ບັນຈຸ ຢູ່ ໃນ ຈໍາພວກ ພະຫຸວັຈນະ ທີ່ ກໍານົດ ເອົາ ພຽງເເຕ່ ສອງ ຄົນ ເທົ່ານັ້ນ ເເຕ່ ບາງທີ ເພິ່ນ ກໍ ຫມາຍເຖິງ ສອງ ກໍ້າ ຫລື ສອງ ຝ່າຍ ເຊັ່ນ ດຽວ ກັນ ( fr. les deux parties ) ຊຶ່ງ ຄໍາ ບາລີ “ທວີ” ເເປ ວ່າ ສອງ ເເລ ດັ່ງ ທວີຄູນ ເປັນຕົ້ນ ( ສອງເທົ່າ ) [5]

ປະຖົມບຸຣຸດ ເຜືອ/ເຜືອຂ້າ (໑)
ມັທຍົມບຸຣຸດ ເຂືອ/ເຂືອເຈົ້າ (໒) ຫມາຍເຖິງ ພວກ ເຈົ້າ ທັງສອງ ຫລື ພວກ ເຈົ້າ ພຽງເເຕ່ ສອງ ຄົນ ເທົ່ານັ້ນ
ອຸດົມບຸຣຸດ ຂາເຈົ້າ (໓)
ເເຜງ ໓ - ທວີວັຈນະ
  • (໑) – “ເຜືອ” ຫມາຍເຖິງ ພວກ ຂ້ອຍ ທັງ ສອງ ຫລື ພວກ ຂ້ານ້ອຍ ທັງ ສອງ ເເຕ່ ມີ ພຽງ ສອງ ຄົນ ເທົ່ານັ້ນ ຕາມ ທີ່ຈິງ ເເລ້ວ ເຮົາ ບໍ່ ໃຊ້ ຄໍາ “ເຜືອຂ້າ” ກໍ ໄດ້ ເພາະ ຄໍາ “ເຜືອ” ກໍານົດ ເອົາ ພຽງ ພວກ ຂ້ອຍ ທັງ ສອງ ຢູ່ ເເລ້ວ ເເຕ່ ສ່ວນຫລາຍ ເຮົາ ຈະ ໄດ້ ຍິນ ເພິ່ນ ໃຊ້ ຄໍາ “ເຜືອຂ້າ” ທັງນີ້ ກໍ ເປັນ ຍ້ອນ ນັກກອນ ກະວີ ຕ່າງ ໆ ໃຊ້ ຄໍາ ນີ້ ເພື່ອ ຂຽນ ໃຫ້ ໄດ້ ຈໍານວນ ຄໍາເວົ້າ ໃນ ກອນ ຂອງ ເພິ່ນ ເມື່ອ ເພິ່ນ ຈົນ ປັນຍາ ຊອກ ຫາ ຄໍາ ອື່ນ ມາ ຂຽນ ເເທນ ບໍ່ ໄດ້ ເເລະ ບາງທີ ເຮົາ ກໍ ໃຊ້ ຄໍາ “ເຜືອຂ້າ” ເພື່ອ ເຮັດ ໃຫ້ ຄໍາເວົ້າ ມີ ຄວາມເເນ່ນອນ ເເລະ ຫນັກເເຫນ້ນ ຂຶ້ນ ກວ່າ ເກົ່າ
  • (໒) – “ເຂືອ” ຫມາຍເຖິງ ພວກ ເຈົ້າ ທັງສອງ ຫລື ພວກ ທ່ານ ທັງສອງ ເເຕ່ ມີ ພຽງ ສອງ ຄົນ ເທົ່ານັ້ນ ເເລະ ຂໍ້ສັງເກດ ກໍ ເປັນ ເຊັ່ນ ດຽວ ກັບ ກໍຣະນີ ຂອງ “ເຜືອ” ນັ້ນເອງ ຄື ບໍ່ ໃຊ້ ຄໍາ “ເຂືອເຈົ້າ” ກໍ ໄດ້
  • (໓) – “ຂາເຈົ້າ” ຫມາຍເຖິງ ເຂົາ ທັງສອງ ຫລື ພວກ ເພິ່ນ ທັງສອງ ຊຶ່ງ ກໍານົດ ເອົາ ພຽງ ສອງ ຄົນ ເທົ່ານັ້ນ ເເຕ່ຫາກວ່າ ມັນ ມີ ກໍຣະນີ ພິເສດ ສະເພາະ ຄໍາ ນີ້ ຄື ເພິ່ນ ສາມາດ ກໍານົດ ເອົາ ຄົນ ທັງ ສອງ ກໍ້າ ສອງ ຝ່າຍ ຄື ກໍານົດ ເອົາ ບັນດາ ຄົນ ທີ່ ເປັນ ຝ່າຍ ກົງກັນຂ້າມ ຊຶ່ງ ຄົນ ທັງຫມົດ ເຫລົ່ານີ້ ຈະ ຕ້ອງ ດໍາເນີນ ວຽກ ຮ່ວມ ກັນ ດັ່ງ ການເເຕ່ງດອງ ຫລື ການດໍາເນີນ ວຽກ ຕ້ານ ກັນ ດັ່ງ ໂຈດ ກັບ ຈໍາເລີຍ ເປັນຕົ້ນ ( ພາຣະກິດ ດຽວ ກັນ ຫລື ທີ່ ມີ ເປົ້າຫມາຍ ດຽວ ກັນ )
    • ໄພ້ ວົງ ນຶ່ງ ສາມ ຂາ ເເລະ ຂາ ໂຕ ນີ້ ເດ ເເມ່ນ ຂາ ອັນໃດ ກັນ ເເທ້ ? ເພາະວ່າ ຈໍານວນ ກາຍ ສອງ ໄປ ເເລ້ວ
      • ຂາປະຈໍາ
      • ຂາຫນ້າ ສໍາລັບ ອຸປກອນ ຍິງ ລູກຫນ້າ
      • ຂາຄູ່ ( ສະເພາະ ວົງການພະນັນ )
      • ຂາຫນ້າ ຂາຫລັງ ຫມາຍເຖິງ ຂາ ຂອງ ສັດ ສີ່ ຕີນ
      • ຂາກາງ ຂາສອຍ ຂາອອກ ຂາເຂົ້າ ຂາຕະໂອ້ຍ ຯລຯ
ສລຸບ ເເລ້ວ ເພິ່ນ ໃຊ້ “ຂາ” ດັ່ງ ຂາໄພ້ ເປັນຕົ້ນ ສະເພາະ ຄົນ ພາຍໃນ ວົງ ເເຄບ ຢ່າງດຽວ ດັ່ງ ວົງໄພ້ ວົງຫວຍ ວົງການພນັນ ເທົ່ານັ້ນ ທີ່ ກໍານົດ ຈໍານວນ ສອງ ຄົນ ຂຶ້ນ ໄປ ຊຶ່ງ ຄໍາ “ຂາ” ບໍ່ ເປັນ ສັພນາມ ເເຕ່ຢ່າງໃດ ທັງສິ້ນ ເເຕ່ຫາກວ່າ ເພິ່ນ ສາມາດ ໃຊ້ “ເຜືອ” ເເລະ “ເຂືອ” ລ້າ ໆ ເປັນ ສັພນາມ ໄດ້

໑໑໘- ການຈັດ ບຸຣຸດສັພນາມ | Classification
ສັງຄົມ ລາວ ເປັນ ສັງຄົມ ທີ່ ມີ ກົດເກນ ມີ ປະເພນີ ເກົ່າເເກ່ ເເລະ ມີ ຊັ້ນ ວັນນະ ຄື ມີ ສູງ ມີ ຕໍ່າ ດັ່ງນັ້ນ ການໃຊ້ ບຸຣຸດສັພນາມ ຕ່າງ ໆ ຈະ ອີງ ໃສ່ ຄຸນສົມບັດ ຂອງ ວາຈົກ [6] ( ຜູ້ ເວົ້າ ) ເປັນ ໃຫຍ່ ຊຶ່ງ ຜູ້ກ່ຽວ ຈະ ຄວນ ປັບ ຕົວ ໃຫ້ ເຂົ້າ ກັບ ການເປັນຢູ່ ຂອງ ສັງຄົມ ນຶ່ງ ໆ ຄື ການນັບຖື ໂດຍ ທົ່ວໄປ ເເລະ ການນັບຖື ເຈົ້າບ້ານ ເປັນ ຫລັກ ( ເຈົ້າບ້ານ ເປັນ ໃຫຍ່ ຄັນ ຄົນລາວ ເປັນ ເຈົ້າບ້ານ ໃນ ລາວ ຄົນລາວ ຕ້ອງ ເປັນ ນາຍ ເເລະ ເປັນ ຜູ້ຊີ້ຂາດ ຜູ້ ດຽວ )

ການຈັດ ບຸຣຸດສັພນາມ ຕ່າງ ໆ ຂ້າງລຸ່ມ ນີ້ ( ເເຜງ ໔ ) ກໍ ເພື່ອ ຢາກ ສະເເດງ ໃຫ້ ທ່ານ ເຫັນ ວ່າ ເມື່ອ ເຮົາ ໃຊ້ ປະຖົມບຸຣຸດ ສັພນາມ ຄໍາໃດ ຄໍານຶ່ງ ເເລ້ວ ເຮົາ ຈະ ໃຊ້ ມັທຍົມບຸຣຸດ ສັພນາມ ເເລະ ອຸດົມບຸຣຸດ ສັພນາມ ໃດ ເເທ້ ໆ ເພື່ອ ຈະ ໃຫ້ ມັນ ກົມກຽວ ກັບ ປະຖົມບຸຣຸດ ສັພນາມ ທີ່ ເຮົາ ໄດ້ ໃຊ້ ໄປ ເເລ້ວ ນັ້ນ ອັນ ນີ້ ຄື ຈຸດຫມາຍ ປາຍທາງ ຂອງ ການຈັດ ເເຕ່ວ່າ ເມື່ອ ເຮົາ ຮູ້ຈັກ ຄໍາ ກົມກຽວ ກັນ ດີ ເເລ້ວ ມັນ ກໍ ຍັງ ບໍ່ ສິ້ນສຸດ ເທື່ອ ທັງນີ້ ກໍ ເພາະວ່າ ເຮົາ ບໍ່ ສາມາດ ຈະ ໃຊ້ ບຸຣຸດສັພນາມ ເຫລົ່ານີ້ ຕາມ ຄວາມຕ້ອງການ ໄດ້ ຄື ຢາກ ໃຊ້ ບຸຣຸດສັພນາມ ຄໍາໃດ ກໍ ໃຊ້ ໄປ ໂລດ ໂດຍ ບໍ່ ຄໍານຶງ ເຖິງ ສີສັນວັນນະ ຄຸນສົມບັດ ອາຍຸ ສັງຂານ ຄວາມໃກ້ຊິດ ພາຣະດອນຖານ ເປັນຕົ້ນ ຂອງ ຄົນ ທີ່ ເຮົາ ກ່າວ ເຖິງ ເເລະ ຂອງ ຄົນ ທີ່ ເຮົາ ເວົ້າ ນໍາ ນັ້ນ

ເອກປະຖົມ
ເອກມັທຍົມ
ເອກອຸດົມ
ພະຫຸປະຖົມ
ພະຫຸມັທຍົມ
ພະຫຸອຸດົມ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ກູ ( ໑ ) ມຶງ ມັນ ຕູ ສູ ເສົາ
ກູ ( ໒ ) ມຶງ ມັນ ເຮົາ ສູ ເຂົາ
ກູ ( ໓ ) ມຶງ ມັນ [ ຕູຂ້າ ] [ ພວກ ສູ ] [ ພວກ ເສົາ ]
ກູ ( ໔ ) ມຶງ ມັນ ເຮົາ [ ສູເຈົ້າ ] [ ພວກ ເຂົາ ]
ກູ ( ໔ ) ມຶງ ມັນ ພວກ ກູ ພວກ ມຶງ ພວກ ມັນ
- - - ເຜືອ [ເຜືອຂ້າ] ເຂືອ [ເຂືອເຈົ້າ] ຂາເຈົ້າ
ຂ້ອຍ ເຈົ້າ ລາວ ພວກ ຂ້ອຍ ພວກ ເຈົ້າ [ເຂົາເຈົ້າ]
ຂ້າ ທ່່ານ ເພິ່ນ - - -
ຜູ້ຂ້າ ທ່ານ ເພິ່ນ - ພວກ ທ່ານ -
ຂ້ານ້ອຍ ທ່ານ ເພິ່ນ ພວກ ຂ້ານ້ອຍ ພວກ ທ່ານ ພວກ ເພິ່ນ
ຂ້າພະເຈົ້າ ພຣະເຈົ້າ - ພວກ ຂ້າພະເຈົ້າ - -
ຂ້າພຣະບາດ ພຣະອົງ - - - -
ຂ້າພຣະພຸທເຈົ້າ ພຣະອົງ - - - -
ກັນ ໂຕ ມັນ ເຮົາ ພວກ ໂຕ ເຂົາ
ເຮົາ ໂຕ ເຂົາ ພວກ ເຮົາ ພວກ ໂຕ ພວກ ເຂົາ
- ເຮິຍ - - - -
ຮຽມ - ອວນ - - -
ເເຜງ ໔ – ບຸຣຸດສັພນາມ ຕ່າງໆ


( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20091030_Ai_Siphan_Pathombourouth_01.mp3
ຍາອ້າຍ ສີພັນ ຈາກ ສະຫາຣັດ ອະເມຣິກາ ກໍາລັງ ປ່ອຍ ສຽງ ຫນຸ່ມ ໆ ຄ່ອຍ ໆ ອັນ
ຫວານ ໆ ຂອງ ເພິ່ນ ອອກ ມາ ເພື່ອ ອະທິຍາຍ ຄໍາ ທີ່ ເຮົາ ໃຊ້ ເປັນ ປະຖົມບຸຣຸດ ບົນ Paltalk

ຂໍ ໃຫ້ ຍາອ້າຍ ຜູ້ ນີ້ ຈົງ ໄດ້ ຮັບ ເເຕ່ ຄວາມສຸກ ພ້ອມດ້ວຍ ຄົນ ໃນ ຄອບຄົວ ຂອງ ເພິ່ນ ທຸກ ໆ ຄົນ
ຫາກ ໄປ ບ້ານໃດ ຫລື ຂຶ້ນ ເຮືອນ ຫລັງໃດ ກໍ ຂໍ ໃຫ້ ມີ ເເຕ່ ຄົນ ເຕົ້າ ຄົນ ຮັກ
ເເລະ ຂໍ ຂອບໃຈ ນໍາ ຍາອ້າຍ ສີພັນ ຢ່າງ ລົ້ນເຫລືອ ທີ່ ໄດ້ ສລະ ເວລາ
ອັນ ມີ ຄຸນຄ່າ ເພື່ອ ລູກຫລານ ຄົນລາວ ເຮົາ ທຸກ ຖ້ວນ ຫນ້າ
ບັນທຶກ ເມື່ອ ວັນສຸກ ທີ ໓໐/໑໐/໒໐໐໙


- ຜູ້ ທີ່ ໃຊ້ ສັພນາມ ກູ ໄດ້ ຄື

  • ກະສັດ ທີ່ ເວົ້າ ກັບ ມະຫາດເລັກ ຜູ້ ໃກ້ ຊິດ ຂອງ ເພິ່ນ ( ຕາມ ທັມມະດາ ກະສັດ ລາວ ຈະ ບໍ່ ໄປ ເວົ້າ ກັບ ຄົນ ສາມັນ ທັມມະດາ ໂດຍ ຕຣົງ ເພາະ ເພິ່ນ ມີ ຜູ້ ຮັບໃຊ້ ຫນ້າທີ່ ນີ້ ຕ່າງຫາກ ເເມ້ ເເຕ່ ຈະ ເວົ້າ ກັບ ວັງຫນ້າ ວັງຫລັງ ກໍດີ ດັ່ງ ຕົວຢ່າງ ຕອນ ພຣະເຈົ້າ ສຣີ ສວ່າງ ວົງ ຢາກ ໄປ ນອນ ນໍາ ພຣະ ມະເຫສີ ອົງ ທີສອງ ເເລະ/ຫລື ອົງ ຕໍ່ ໆ ໄປ ເພິ່ນ ຈະ ບອກ ພຣະມະເຫສີ ອົງກົກ ຫລື ອົງເອກ ( ເອກອັຄມະເຫສີ ) ຫລື ອົງເເມ່(ມານດາ) ຊຶ່ງ ເປັນ ຜູ້ ກໍາກັບ ພາຣະ ນີ້ ສ່ວນ ປະເພນີ ອື່ນ ກ່ຽວກັບ ເຣື່ອງ ນີ້ ໃຫ້ ທ່ານ ໄປ ຄົ້ນຄວ້າ ເອົາ ເອງ ຊຶ່ງ ພຣະອົງ ໄດ້ ມີ ພຣະຣາຊິນີ ໑໒ ອົງ )
    • ເເຕ່ ໃນ ກໍຣະນີ ຂອງ ກະສັດ ນີ້ ຜູ້ ທີ່ ໄດ້ ຮັບ ຄໍາສັ່ງ ຈະ ໃຊ້ ສັພນາມ ມຶງ ເເລະ ກູ ກັບ ກະສັດ ເພື່ອ ສື່ສານ ກັນ ບໍ່ ໄດ້ ເດັດຂາດ ເພາະ ຜູ້ກ່ຽວ ຈະ ໃຊ້ ພຽງເເຕ່ ຣາຊາສັບ ຢ່າງດຽວ
  • ຜູ້ ທີ່ ມີ ຄວາມສນິດສນົມ ກັບ ຜູ້ ກ່ຽວຂ້ອງ ເເລະ ທີ່ ມີ ອາຍຸ ສູງ ກວ່າ ຜູ້ ກ່ຽວຂ້ອງ
    • ຜູ້ ທີ່ ໃຊ້ ສັພນາມ ກູ ສາມາດ ໃຊ້ ສັພນາມ ມຶງ ມັນ ຕູ ສູ ເສົາ ເຂົາ ເຮົາ ໄດ້ ສເມີ ເເຕ່ ຜູ້ ທີ່ ຖືກ ເພິ່ນ ເອີ້ນ ມຶງ ບໍ່ ມີ ສິດ ໃຊ້ ສັພນາມ ກູ ຕອບ ຄືນ ໄດ້ ສເມີ ໄປ ຄັນ ເພິ່ນ ບໍ່ ຢູ່ ໃນ ກໍຣະນີ ຖານະ ສໍ່າ ກັນ ຫລື ສູງກວ່າ

ເມື່ອ ເພິ່ນ ຮັບຮູ້ ການໃຊ້ ສັພນາມ ກູ ເພິ່ນ ກໍ ຍອມ ຮັບ ການໃຊ້ ສັພນາມ ມຶງ ໃນ ການສື່ສານ ສະເພາະ ຄົນ ທັງ ສອງ ຈໍາພວກ ນີ້ ຍິ່ງ ໄປ ກວ່າ ນັ້ນ ຂາເຈົ້າ ທັງ ສອງ ສາມາດ ໃຊ້ ສັພນາມ ມັນ ຕູ ສູ ເສົາ ເຂົາ ເຮົາ ໄດ້ ເຊັ່ນ ດຽວ ກັນ ອັນ ນີ້ ຄື ເເສງ ສະທ້ອນ ຂອງ ການໃຊ້ ສັພນາມ ກູ ສໍາລັບ ຄົນ ພາຍໃນ ກຸ່ມ ສື່ສານ ກ່ຽວຂ້ອງ ເຖິງເເມ່ນວ່າ ຜູ້ ໃຊ້ ສັພນາມ ກູ ຈະ ມີ ຖານະ ສູງກວ່າ ກໍ ຈິງ ຫມາຍຄວາມວ່າ ຜູ້ ທີ່ ຖືກ ເຂົາ ເອີ້ນ ມຶງ ສາມາດ ໃຊ້ ສັພນາມ ກູ ຕອບ ຄືນ ໄດ້ ດ້ວຍເຫດນີ້ ຄົນລາວ ຈຶ່ງ ເວັ້ນ ການໃຊ້ ສັພນາມ ກູ ນອກຈາກ ຄົນ ທີ່ ເປັນ ສ່ຽວ ກັນ ເເລະ ທີ່ ຢູ່ ໃກ້ ຊິດ ສນິດສນົມ ກັນ ທີ່ສຸດ

  • ຜູ້ ທີ່ ມີ ຄວາມສນິດສນົມ ກັບ ຜູ້ ກ່ຽວຂ້ອງ ເເລະ ທີ່ ມີ ຖານະ ສູງ ກວ່າ ຜູ້ ກ່ຽວຂ້ອງ
  • ຜູ້ ທີ່ ເປັນ ສ່ຽວ ກັບ ຜູ້ ກ່ຽວຂ້ອງ ( ຕ້ອງ ຜ່ານ ພິທີ ເເຮກ ສ່ຽວ ຈຶ່ງ ເປັນ ສ່ຽວ ກັນ ໄດ້ ຊຶ່ງ ຄໍາ ເເຮກ ໃນ ພາສາ ລາວ ເເມ່ນ ຄໍາ ດຽວ ກັນ ກັບ ຄໍາ ເເຣກ ໃນ ພາສາ ໄທຍ )
    • ເເຕ່ ຍັງ ມີ ຄໍາ ທ້ອງຖິ່ນ ຂອງ ໄທເຫນືອ ລ່ອງ ເເຄມ ເເມ່ນໍ້າຂອງ ຊຶ່ງ ສ່ຽວ ຕໍ່ ສ່ຽວ ຮຽກ ກັນ ວ່າ ຫົວພໍ່ ຫົວເເມ່ ທີ່ ຫມາຍເຖິງ ພໍ່ສ່ຽວ ເເມ່ສ່ຽວ ດັ່ງ ໄທເຫນືອ ມັກ ຮຽກ ຄົນ ທີ່ ເພິ່ນ ນັບຖື ວ່າ ຫົວປ້າ ຫົວລູງ ນັ້ນ ເເລ ( ທ່ານ ສົມບຸນ ໄຊສນັ່ນ ເປັນ ຜູ້ ເກັບກໍາ ຂໍ້ມູນ ອັນນີ້ ໄວ້ )
    • ຍັງ ມີ ນິທານ ກ້ອມ ເຣື່ອງ ນຶ່ງ ທີ່ ຄົນເເກວ ວ່າ ເພິ່ນ ຮູ້ຈັກ ການໃຊ້ ຄໍາ ຫົວ ໃນ ພາສາ ລາວ ດີ ເພິ່ນ ໄປ ຖຽງ ກັບ ຄົນລາວ ບ້ານນອກ
      • (ຄົນ ບ້ານນອກ) ຖາມ ຫົວບ້ານ ຫົວເຮືອ ເຈົ້າ ກະ ຮູ້ຈັກ ຫມົດ
      • (ຄົນ ບ້ານນອກ) ຍົກ ໂປ້ຕີນ ຂຶ້ນ ໃຫ້ ຄົນເເກວ ເບິ່ງ ເເລະ ກໍ ຖາມ ວ່າ ເຂົາ ຮ້ອງ ອັນ ນີ້ ອີ່ສັງ ?
      • (ຄົນເເກວ) ຫົວໂປ້ຕີນ
      • (ຄົນ ບ້ານນອກ) ຈົນ ປັນຍາ ເລີຍ ຫັນໃຈ ຮື ! ຈັບ ມັນດ້າງ ໃຫ້ ເບິ່ງ
      • (ຄົນເເກວ) ຫົວມັນ
      • (ຄົນ ບ້ານນອກ) ຫມົດ ເເນວ ຊິ ເວົ້າ ເລີຍ ຖາມ ຄົນເເກວ ວ່າ ຫົວເເບ້ນ ເດ ມັນ ເປັນ ຈັ່ງໃດ ?
      • (ຄົນເເກວ) ອວ່າຍ ຫນ້າ ໄປ ຖາມ ເມັຽ ວ່າ ເຈົ້າ ຮູ້ຈັກ ຫົວເເບ້ນ ບໍ ?
      • (ເມັຽ ຄົນເເກວ) ກະ ຮູ້ ຢູ່ ເເຕ່ ບໍ່ ຄັກ ປານໃດ
  • ຜູ້ ທີ່ ເປັນ ເພື່ອນ ສນິດສນົມ ກັບ ຜູ້ ກ່ຽວຂ້ອງ
  • ຜູ້ ທີ່ ມີ ອໍານາດ ວາສນາ ໃຫຍ່ ເເລະ ທີ່ ໃຊ້ ອໍານາດ ເກີນ ຂອບເຂດ ( ໃຊ້ ໂດຍ ລໍາພັງ )
  • ຜູ້ ທີ່ ລຶ້ງເເກ່ນ ກັນ ເເລະ ມີ ອາຍຸ ສໍ່າ ກັນ
  • ມະຫາດເລັກ ເດັກນ້ອຍ ທີ່ ມີ ອາຍຸ ປະມານ ສໍ່າ ໆ ກັນ ເພາະ ເຂົາ ຍັງ ບໍ່ ມີ ຖານະ ສໍາຄັນ ອັນໃດ ເທື່ອ ເເລະ ກໍ ຍັງ ບໍ່ ຮູ້ ດຽງສາ ຫຍັງ ເທື່ອ

ໄທເຫນືອ ເເຫ່ງ ເມືອງ ສິງ ເເລະ ໄທດໍາ ຈະ ໃຊ້ ຄຳວ່າ “ກູ” ທົ່ວໄປ ດັ່ງ ລູກ ເວົ້າ ກັບ ພໍ່ ແມ່ ຄຳ ແຮກ ຖືກຕ້ອງ ເທື່ອ ທໍາອິດ ( ປິ່ນປຣະສົງ ພັນທມາລີ - ວັນເສົາ ທີ ໖/໑/໒໐໑໓ )

ນອກຈາກ ກໍຣະນີ ຂ້າງເທິງ ນີ້ ເເລ້ວ ຄັນ ເຮົາ ໄດ້ ຍິນ ຄົນ ເວົ້າ ກັນ ວ່າ ກູ ໆ ມຶງ ໆ ( ສະເພາະ ສັງຄົມ ໄທລາວ ) ເເມ່ນ ເຂົາ ດ່າ ເຂົາ ຜິດ ກັນ ຈຶ່ງ ໃຊ້ ສັພນາມ ກູ ເເລະ ມຶງ ອອກ ມາ ເພື່ອ ດູຖູກ ດູມິ່ນ ຊຶ່ງກັນເເລະກັນ ເທົ່ານັ້ນ ຄັນ ບໍ່ ຢູ່ ໃນ ກໍຣະນີ ຜິດຖຽງ ກັນ ເເລ້ວ ກໍ ຄົງ ເປັນ ການດູມິ່ນ ກັນ ລ້າ ໆ

ຜູ້ ທີ່ ໃຊ້ ສັພນາມ ມຶງ ໄດ້ ຄື

  • ກະສັດ ສາມາດ ເວົ້າ ກັບ ມະຫາດເລັກ ເດັກນ້ອຍ ໃນ ພຣະຣາຊວັງ ໄດ້ ທີ່ ເພິ່ນ ຮູ້ຈັກ ພວກ ນີ້ ດີ
    • ຄົນໃດ ທີ່ ຖືກ ພຣະອົງ ເອີ້ນ ມຶງ ບໍ່ ມີ ສິດ ຈັກ ຫນ້ອຍ ເລີຍ ທີ່ ຈະ ໃຊ້ ຄໍາ ອື່ນ ຕອບ ພຣະອົງ ຄືນ ນອກຈາກ ຣາຊາສັບ ຢ່າງດຽວ
  • ຫມູ່ຄູ່ ທີ່ ຢູ່ ໃກ້ ຊິດ ສນິດສນົມ ກັນ ດີ
  • ຜູ້ ທີ່ ມີ ອາຍຸ ສູງກວ່າ ເເລະ ຢູ່ ໃກ້ ຊິດ ກັນ ດີ ( ລຶ້ງເເກ່ນ ກັນ ດີ )
  • ຜູ້ ທີ່ ເປັນ ສ່ຽວ ກັນ
  • ຜູ້ ທີ່ ມີ ອໍານາດ ວາສນາ ໃຫຍ່ ທີ່ ໃຊ້ ໂດຍ ລໍາພັງ ເທົ່ານັ້ນ ເອງ
  • ພວກ ເດັດນ້ອຍ ທີ່ ມີ ອາຍຸ ປະມານ ສໍ່າ ໆ ກັນ

ຄັນ ເຮົາ ເວົ້າ ສັພນາມ ມຶງ ກັບ ຄົນ ອື່ນ ນອກຈາກ ຄົນ ພາຍໃນ ກໍຣະນີ ຂ້າງເທິງ ນີ້ ເຂົາ ສາມາດ ໃຊ້ ສັພນາມ ກູ ຕອບ ຄືນ ຕໍ່ ຫນ້າ ຝູງ ຊົນ ດ້ວຍເຫດນີ້ ເພິ່ນ ຈຶ່ງ ເວັ້ນ ການໃຊ້ ສັພນາມ ກູ ເເລະ ມຶງ ໃນ ສັງຄົມ ລາວ ຄັນ ມີ ຄົນ ເອີ້ນ ເຮົາ ວ່າ ມຶງ ປາສຈາກ ເຫດຜົນ ເເນວ ອື່ນ ຊຶ່ງ ຫມາຍເຖິງ ຄວາມດູມິ່ນ ເເລະ ຄວາມປມາດ ຢ່າງ ດຽວ ເເລ

ຜູ້ ທີ່ ໃຊ້ ສັພນາມ ໂຕ ໄດ້ ຄື
- ຄັນ ເຮົາ ເວົ້າ ນໍາ ກະສັດ ເຮົາ ຕ້ອງ ໃຊ້ ຣາຊາສັບ ທັງມວນ

- ຄັນ ເຮົາ ເວົ້າ ນໍາ ເຈົ້າຫມຸນຂຸນນາຍ ເຮົາ ກໍ ໃຊ້ ບຸຣຸດສັພນາມ ໃຫ້ ເຫມາະສົມ ກັບ ທັງ ຖານະ ຂອງ ເພິ່ນ ເເລະ ທັງ ຖານະ ຂອງ ເຮົາ ໄປ ພ້ອມ ໆ ກັນ ມັນ ຈຶ່ງ ຈະ ເຂົ້າ ກັບ ທໍານອງ ຄອງ ຄົນ ພາຍໃນ ສັງຄົມ ລາວ

  • ອ້າຍບຸນ ຂ້ອຍ ຊິ ໄປ ໃນເມືອງ ພາຍໃນ ຫ້າ ນາທີ ນີ້ ( ຊຶ່ງ “ຂ້ອຍ” ເປັນ ປະຖົມບຸຣຸດ ສັພນາມ )
    • ໂຕ ຊິ ໄປ ນໍາ ເຮົາ ບໍ ? ( ຊຶ່ງ “ໂຕ” ເປັນ ມັທຍົມບຸຣຸດ ສັພນາມ )

ເມື່ອ ເຮົາ ເອີ້ນ ຜູ້ ຊື່ ບຸນ ວ່າ ອ້າຍ ເຖິງເເມ່ນວ່າ ເຮົາ ຈະ ລຶ້ງເເກ່ນ ກັນ ປານໃດ ກະຢ່າ ເຮົາ ບໍ່ ມີ ສິດ ທີ່ ຈະ ໃຊ້ ມັທຍົມບຸຣຸດ ສັພນາມ “ໂຕ” ໄດ້ ຕາມ ໃຈ ເນື່ອງຈາກວ່າ ອາຍຸ ຂອງ ອ້າຍ ບຸນ ສູງ ກວ່າ ອາຍຸ ຂອງ ເຮົາ ຫລື ອ້າຍ ບຸນ ຢູ່ ໃນ ຖານະ ຜູ້ ເປັນ ອ້າຍ ຕາມ ເຊື້ອສາຍລາຍລ່ອງ ເເຕ່ ກົງກັນຂ້າມ ອ້າຍ ບຸນ ຜູ້ ມີ ອາຍຸ ສູງ ກວ່າ ອາຍຸ ຂອງ ເຮົາ ມີ ສິດ ເອີ້ນ ເຮົາ ວ່າ “ໂຕ” ໄດ້ ຢ່າງ ສະບາຍ ເເຕ່ວ່າ ອ້າຍ ບຸນ ຕາມ ເຊື້ອອ້າຍເຊື້ອເອື້ອຍ ຜູ້ ທີ່ ມີ ອາຍຸ ຕໍ່າກວ່າ ບໍ່ ມີ ສິດ ໃຊ້ “ໂຕ” ໄດ້ ເເລະ ກ່ອນ ອື່ນ ຫມົດ ກ່ອນ ເຮົາ ຈະ ໃຊ້ ມັທຍົມບຸຣຸດ ສັພນາມ “ໂຕ” ໄດ້ ກໍ ຕໍ່ ໃນ ເມື່ອ ຂາເຈົ້າ ຮູ້ຈັກ ຮັກເເພງ ເເລະ ລຶ້ງເເກ່ນ ກັນ ເປັນ ພິເສດ ຈຶ່ງ ເວົ້າ ໄດ້ ດັ່ງ ຕົວຢ່າງ ວ່າ ຂາເຈົ້າ ເປັນ ສ່ຽວ ກັນ ຫລື ເປັນ ຫມູ່ ສນິດສນົມ ກັນ ດີ ຢ່າງ ນີ້ ເປັນຕົ້ນ

  • ຫມູ່ຄູ່ ທີ່ ຢູ່ ໃກ້ ຊິດ ສນິດສນົມ ກັນ ດີ
  • ຜູ້ ທີ່ ມີ ອາຍຸ ສູງກວ່າ ເເລະ ຢູ່ ໃກ້ ຊິດ ກັນ ດີ ( ລຶ້ງເເກ່ນ ກັນ ດີ )
  • ຜູ້ ທີ່ ເປັນ ສ່ຽວ ກັນ
    • ໄທເຫນືອ ຮຽກ ໄທຂອດ ຫມາຍເຖິງ ສ່ຽວ ຊັ້ນ ຈໍາ ຫລື ສ່ຽວ ເປັນ ສ່ຽວ ຕາຍ ຄື “ຜິດບໍ່ຂ້າ ບ້າບໍ່ໃຫມ ເອົາກັນບໍ່ໄດ້” ຫມາຍຄວາມວ່າ ຕອນ ຂ້ອຍ ໄປ ເຮືອນ ເຈົ້າ ຂ້ອຍ ກໍ ສາມາດ ເຮັດ ຄື ກັນ ກັບ ຕອນ ຂ້ອຍ ຢູ່ ເຮືອນ ຂ້ອຍ ໄດ້ ປາສຈາກ ການຂໍ ອະນຸຍາດ ໃດ ໆ ທັງສິ້ນ ເວັ້ນ ລັກເຂົ້າໃນເຍັຽ ລັກເມັຽໃນສ້ວມ ຜິດ ສ່ວນ ເຣື່ອງ ອື່ນ ເຊັ່ນ ເອົາ ນ້ອງສາວ ສ່ຽວ ໄດ້ ຫລືບໍ່ ນັ້ນ ຂ້າພະເຈົ້າ ບໍ່ ຮູ້ຈັກ ຈົງ ໃຫ້ ທ່ານ ຊອກ ຫາ ຂໍ້ມູນ ຊ່ວຍ ກັນ ( ຂໍ້ມູນ : ທ່ານ ສົມບຸນ ໄຊສນັ່ນ )
  • ພວກ ເດັກນ້ອຍ ທີ່ ມີ ອາຍຸ ປະມານ ສໍ່າ ໆ ກັນ

ຄັນ ຜູ້ ທີ່ ເອີ້ນ ເຮົາ ວ່າ ໂຕ ບໍ່ ຢູ່ ໃນ ກໍຣະນີ ຂອງ ປະເພດ ຄົນ ຂ້າງເທິງ ນີ້ ຫມາຍເຖິງ ການດູຖູກ ກັນ ລ້າ ໆ ເເລະ ການເບິ່ງ ຄົນ ອື່ນ ຕໍ່າ ເກີນ ໄປ

ເພິ່ນ ໃຊ້ ສັພນາມ ມັນ ໃນ ກໍຣະນີ ດັ່ງນີ້

  • ຜູ້ກ່ຽວ ເປັນ ເດັກເລັກ ເດັກນ້ອຍ
    • ລູກ ໄຫ້ ໃນ ອູ່ ເອົາ ນົມ ໃຫ້ ມັນ ກິນ ເເນ່
  • ຜູ້ກ່ຽວ ເປັນ ຄົນປ່າ ຄົນດົງ
    • ຕອນ ພວກ ປ່າ ເຂົ້າ ມາ ວຽງຈັນ ພວກ ມັນ ອ່ານ ຫນັງສື ກະ ບໍ່ ເປັນ
  • ຜູ້ກ່ຽວ ເປັນ ຄົນ ທີ່ ຂາດ ຫົວຕີນ ປາຍນອນ
  • ຜູ້ກ່ຽວ ເປັນ ຄົນ ສາມັນ ເເລະ ມີ ອາຍຸ ສໍ່າ ໆ ກັນ ກັບ ອາຍຸ ຂອງ ເຮົາ
    • ຫມໍ ກິ ຊິ ໄປ ຕຶກ ເບັດ ເເລ້ວ ຫວະ ບອກ ມັນ ເເນ່ ວ່າ ເຮົາ ຊິ ໄປ ນໍາ ມັນ
  • ຜູ້ ອາວຸໂສ ທີ່ ລຶ້ງເເກ່ນ ກັບ ຜູ້ກ່ຽວ ດີ ເເຕ່ ຜູ້ກ່ຽວ ຍັງ ເປັນ ບ່າວ ເປັນ ສາວ ຢູ່ ດັ່ງ ລູກຫລານ ຂອງ ຕົນເອງ
    • ບອກ ຫລານ ເເນ່ ເຖິງ ໂມງ ມັນ ໄປ ໂຮງຮຽນ ເເລ້ວ

ສໍາລັບ ຄົນ ທີ່ ມີ ຫນ້າທີ່ ດີ ທີ່ ຍັງ ເປັນ ນັກສຶກສາ ຂັ້ນ ສູງ ຫລື ທີ່ ມີ ຄຸນສົມບັດ ດີ ເພິ່ນ ຈະ ບໍ່ ໃຊ້ ສັພນາມ ມັນ ກັບ ຄົນ ຈໍາພວກ ນີ້ ເເຕ່ເຖິງຢ່າງໃດ ກໍດີ ສັພນາມ ມັນ ເປັນ ສັພນາມ ເກົ່າເເກ່ ທີ່ສຸດ ທີ່ ເພິ່ນ ໃຊ້ ກັນ ມາ ຕລອດ ຄືດັ່ງ ໄທດໍາ ໄທເເດງ ໄທຂາວ ໄທລື້ ກໍ ໃຊ້ ກັນ ໃນ ປັດຈຸບັນ ນີ້ ເເລະ ກໍ ຢູ່ ໃນ ຖານະ ຂອງ ສັງຄົມ ທົ່ວໄປ ເເຕ່ ໃນ ສັງຄົມ ລາວ ປັດຈຸບັນ ເເລ້ວ ເພິ່ນ ປຽບ ເປັນ ສັພນາມ ທີ່ ເພິ່ນ ໃຊ້ ຕາງ ສິ່ງຂອງ ເເລະ ຕາງ ສັດ ດັ່ງນັ້ນ ສັພນາມ ມັນ ຈຶ່ງ ປຽບ ເປັນ ສັພນາມ ສໍາລັບ ສິ່ງ ຕໍ່າຕ້ອຍ ດ້ອຍ ວາສນາ ( ສະເພາະ ສັງຄົມ ລາວ ປັດຈຸບັນ )

ເພິ່ນ ໃຊ້ ສັພນາມ ເຮົາ ເເລະ ເຂົາ ໃນ ກໍຣະນີ ດັ່ງນີ້
ຕາມ ທັມມະດາ ສັພນາມ ເຮົາ ໃຊ້ ໃນ ທໍານອງ ດຽວ ກັບ ສັພນາມ ຝຣັ່ງ “on” ຊຶ່ງ ຄໍານີ້ ຝຣັ່ງ ຈັດ ເປັນ ສັພນາມ ໃນ ຈໍາພວກ ເອກວັຈນະ ເເຕ່ວ່າ ບັນດິດ ລາວ ໄດ້ ຈັດ ສັພນາມ ເຮົາ ໄວ້ ໃນ ພະຫຸວັຈນະ ຢ່າງ ດຽວ ເນື່ອງຈາກວ່າ ຄົນລາວ ສາມາດ ໃຊ້ ຄໍາ ນີ້ ເເທນ ຄົນ ຈໍານວນ ຫລາຍ ໄດ້ ເຫມືອນ ດັ່ງ ດຽວ ກັບ ສັພນາມ ຝຣັ່ງ “on” ນັ້ນ ເເລ ( ເເຕ່ວ່າ ຂ້າພະເຈົ້າ ໄດ້ ຍ້າຍ ສັພນາມ ເຮົາ ໃສ່ ໃນ ຈໍາພວກ ເອກວັຈນະ ທັງນີ້ ກໍ ເພາະວ່າ ການໃຊ້ ສັພນາມ ເຮົາ ເເມ່ນ ເເນ ໃສ່ ການໃຊ້ ສໍາລັບ ຕົນເອງ ຫລື ສໍາລັບ ວາຈົກ ກ່ອນ ອື່ນ ຫມົດ ຊຶ່ງ ວາຈົກ ຄົນ ນັ້ນ ເວົ້າ ເເທນ ຄົນ ອື່ນ ເເລະ ຕົນເອງ ກໍ ຈໍາກັດ ຢູ່ ໃນ ນັ້ນ ເຫມືອນ ກັນ)

ຄົນລາວ ໃຊ້ ສັພນາມ ເຮົາ ເເທນ ຄົນ ທົ່ວໄປ ໂດຍ ເລີ້ມ ໄລ່ ເອົາ ຜູ້ເວົ້າ ຫລື ຜູ້ຂຽນ ເຂົ້າ ໃນ ຈໍານວນ ຂອງ ຄົນ ທັງຫລາຍ ເເຕ່ຫາກວ່າ ຄົນ ເຫລົ່ານັ້ນ ຈະ ຢືນ ທາງ ຂ້າງ ຂອງ ຜູ້ເວົ້າ ຫລືບໍ່ ກໍ ບໍ່ ສໍາຄັນ ຄອບ ຄົນລາວ ສາມາດ ໃຊ້ ສັພນາມ ເຮົາ ຕາງ ວາຈົກຜູ້ເວົ້າ ຕາງ ກັດຕຸຜູ້ຂຽນຜູ້ເຮັດ ເເລະ ຕາງ ຄົນ ທົ່ວ ໆ ໄປ ໄດ້ ໂດຍ ບໍ່ ເລືອກ ຫນ້າ ສະນັ້ນ ການໃຊ້ ສັພນາມ ເຂົາ ກໍ ຢູ່ ໃນ ທໍານອງ ດຽວ ກັນ ສັນນັ້ນ

ຍັງ ມີ ເຮົາ ສໍາລັບ ເຮົາດ່ຽວ ຫລື ເຮົາຫລາຍ ດັ່ງ “ຂອງ_ເຮົາ ບໍ່ ແມ່ນ ຂອງ_ໂຕ” ຫລື “ຂອງ_ຫມູ່_ເຮົາ ຂອງ_ພວກ_ເຮົາ” ແລະ ເຂົາ ຊຶ່ງ “ເຂົາ” ເເລະ “ເຮົາ” ຈະ ເຫັນ ວ່າ ຜູ່ ອື່ນ ຄື ບຸຣຸດ ທີສາມ ຫລື ອຸດົມບຸຣຸດ ເປັນ ວາຈົກ ແຕ່ ໃນ ຄອບຄົວ ອ້າຍ ພາ ກັນ ໃຊ້ ຮ້ອງ ອ້າຍນ້ອງ ກັນ ວ່າ ໂຕ(ເຈົ້າ ມຶງ) ແລະ ເຂົາ(ຂ້ອຍ ກູ) ບໍ່ ເຄີຍ ເວົ້າ ກູມຶງ ນຳ ອ້າຍນ້ອງ (ອັນນີ້ ຈະ ບໍ່ ໃຫ້ ຖືວ່າ ຖືກ ເເຕ່ ໃຫ້ ຮຽນ ນຳ ກັນ) ພໍ່ ເປັນ ໄທພວນ ປາກຊັນ ແມ່ ເເມ່ນ ເຊື້ອ ສອງຄອນ ( ສັວນ ) ແຕ່ ໄປ ຢູ່ ປາກເຊ ສຸວັນນະຄີລີ ( ປິ່ນປຣະສົງ ພັນທມາລີ ) ເມື່ອ ວັນເສົາ ທີ ໖/໑/໒໐໑໓

ເມື່ອໃດ ຄົນລາວ ໃຊ້ ສັພນາມ ຕູ ສູ ເສົາ ເຜືອ ເຂືອ ຂາເຈົ້າ ພວກ_ຂ້ອຍ ພວກ_ເຈົ້າ ພວກ_ເພິ່ນ ເມື່ອນັ້ນ ຈໍານວນ ຄົນ ທີ່ ຢູ່ ຈຸ້ມ ກັນ ນີ້ ສາມາດ ຖືກ ກໍານົດ ໄດ້

ເຖິງຢ່າງໃດ ກໍດີ ສັພນາມ ເຮົາ ເເລະ ສັພນາມ ເຂົາ ສາມາດ ໃຊ້ ເເທນ ຄົນ ຄົນ ດຽວ ໄດ້ ໂດຍ ບໍ່ ຕ້ອງ ກໍານົດ ຈໍານວນ ຄົນ ( ຈະ ຕົກ ຖືກ ໃຜ ກໍ ໄດ້ ) ເເລະ ໃຊ້ ເເທນ ຄົນ ຈໍານວນ ຫລາຍ ກໍ ໄດ້ ເຊັ່ນ ດຽວ ກັນ

ສັພນາມ ຂ້ອຍ ເເລະ ເຈົ້າ ໃຊ້ ໃນ ກໍຣະນີ ດັ່ງນີ້
( ໃຫ້ ເບິ່ງ ຄໍາອະທິບາຍ ຂ້າງເທິງ ຂໍ້ ໑໑໕ )

  • ສັພນາມ “ຂ້ອຍ” ເປັນ ປະຖົມບຸຣຸດ ທີ່ ມີ ກໍາເນີດ ຈາກ ການເປັນຢູ່ ຂອງ ສັງຄົມ ( ເສຖກິດ ) ໃນ ສໄມໃດ ສໄມນຶ່ງ ດັ່ງ ຄໍາ “ຂ້ອຍຂ້າມ້າໃຊ້” ເເລະ ຄໍາ “ຂ້ອຍ” ທີ່ ເປັນ ຄົນໃຊ້ ນັ້ນເອງ ຊຶ່ງ ເຮົາ ສາມາດ ພິສູດ ເບື້ອງຫລັງ ຂອງ ຄໍານີ້ ໄດ້ ໃນ ກົດຫມາຍ ບູຮານ ຫລື ໃນ ປຶ້ມ “ພຣະທັມມະສາດ ບູຮານ”
    • ຄໍາ ນີ້ ໃຊ້ ພາຍໃນ ຄົນ ສາມັນ ທັມມະດາ ເເລະ ໃນ ສັງຄົມ ລາວ ໂດຍ ທົ່ວໄປ ທີ່ ຖື ເປັນ ກັນເອງ ເຖິງເເມ່ນວ່າ ຜູ້ໃດ ຜູ້ນຶ່ງ ຈະ ມີ ອາຍຸ ສູງກວ່າ ຫລື ຈະ ມີ ຊັ້ນ ວັນນະ ສູງ ກວ່າ ກັນ ກໍດີ ຊຶ່ງ ການໃຊ້ ບຸຣຸສັພນາມ “ຂ້ອຍ” ເເລະ “ເຈົ້າ” ສະເເດງ ເຖິງ ການນັບຖື ກັນ ເເບບ ສເມີ ພາບ ເເລ
      • ຕາມ ຄວາມເປັນຈິງ ເເລ້ວ ຄົນລາວ ໃຊ້ ບຸຣຸດສັພນາມ “ຂ້ອຍ” ເເລະ “ເຈົ້າ” ສໍາລັບ ຄົນ ໃນ ຄອບຄົວ ດຽວ ກັນ ດັ່ງ ອ້າຍ ເອື້ອຍ ນ້ອງ ເປັນຕົ້ນ ສ່ວນ ການໃຊ້ ໃນ ກໍຣະນີ ອື່ນ ຄົນລາວ ບໍ່ ມັກ ໃຊ້ ນອກຈາກ ຄົນ ທີ່ ມີ ອາຍຸ ສໍ່າ ໆ ດຽວ ກັນ ເເຕ່ ຂາດ ຄວາມໃກ້ຊິດສນິດສນົມ ທັງນີ້ ກໍ ເພາະວ່າ ຄົນລາວ ບໍ່ ໃຊ້ ການນັບຖື ເເບບ ຕີຮວດກວດພຽງ ນັ້ນເອງ ຫມາຍຄວາມວ່າ ຄົນລາວ ໃຫ້ ກຽດ ເເລະ ນັບຖື ກັນ ຫລາຍກວ່າ ສິ່ງ ອື່ນ ໆ ຣະຫວ່າງ ຄົນລາວ ເຮົາ ເອງ
        • ກ່ອນ ອື່ນ ຫມົດ “ເຈົ້າ” ມາ ຈາກ ຄໍາ “ເຈົ້າຂອງ” ດັ່ງ ໃຜ ເປັນ ເຈົ້າ ຫລືວ່າ ໃຜ ເປັນ ເຈົ້າຂອງ ( fr. propriétaire ) ຂອງ ເຮືອນ ຫລັງນີ້ ? ສະນັ້ນ ອີງ ຕາມ ວິວັທນາການ ຂອງ ສັງຄົມ ຄໍາ “ເຊື້ອເຈົ້າ” ( fr. noble ) ກໍ ຫມາຍເຖິງ ເຊື້ອ ທີ່ ເປັນ ເຈົ້າຂອງ ເເທ້ ເເລ ດັ່ງ ເຈົ້າເເຜ່ນດິນ ທີ່ ເປັນ ເຈົ້າຂອງ ຂອງ ເເຜ່ນດິນ ພ້ອມທັງ ສັດສາວາສິ່ງ ທີ່ ຢູ່ ບົນ ຜືນ ເເຜ່ນດິນ ເເຫ່ງ ນັ້ນ ເເລະ ເຈົ້າຊີວິດ ທີ່ ເປັນ ພຽງ ເຈົ້າຂອງ ຂອງ ຄົນ ທີ່ ພໍານັກ ຢູ່ ບົນ ຜືນ ເເຜ່ນດິນ ເເຫ່ງ ນັ້ນ ຄື ເປັນ ພຽງ ຜູ້ນໍາພາ ເທົ່ານັ້ນ ທັງນີ້ ກໍ ຍ້ອນວ່າ ກະສັດ ອົງ ນັ້ນ ບໍ່ ເປັນ ເຈົ້າຂອງ ຂອງ ເເຜ່ນດິນ ຜືນ ນັ້ນ ອີກ ຕໍ່ໄປ
        • ( ຄັນ ໃຜ ເປັນ ເຈົ້າຂອງ ກໍ ຫມາຍຄວາມວ່າ ຜູ້ ນັ້ນ ເປັນ ນາຍ ຂອງ ສິ່ງ ນັ້ນ ບັດນີ້ ຄັນ ເຮົາ ຖາມ ທາງ ປີ້ນ ວ່າ ໃຜ ເປັນ ນາຍ ໃນ ລາວ ກໍ ຫມາຍຄວາມວ່າ ຜູ້ ນັ້ນ ເປັນ ເຈົ້າຂອງ ຂອງ ປະເທດ ລາວ ຊຶ່ງ ນາຍ ຫມາຍເຖິງ ຜູ້ ສັ່ງການ ໃຫ້ ຜູ້ ອື່ນ ປະຕິບັດ )
  • ສັພນາມ “ຂ້ານ້ອຍ” ເປັນ ປະຖົມບຸຣຸດ ທີ່ ມີ ເບື້ອງຫລັງ ບໍ່ ຕ່າງ ຫຍັງ ຫລາຍ ກັບ ຄໍາ “ຂ້ອຍ” ຊຶ່ງ “ຂ້ານ້ອຍ” ກໍ ຫຍໍ້ ມາ ຈາກ ວະລີ “ຂ້າ ຜູ້ນ້ອຍ” ທີ່ ຢູ່ ຕໍ່ຫນ້າ “ພຣະເຈົ້າ” ຫລື “ເຈົ້າ” ຜູ້ ທີ່ ເປັນ ໃຫຍ່ ຊຶຶ່ງ ຄໍາ “ຂ້າ” ກະຈາຍ ເປັນ ຄໍ ຂ້າໃຊ້ ໑ ຂ້າເສິກ ໑ ຂ້ອຍຂ້າ ໑ ເເລະ ຜູ້ຂ້າ ໑ [3]
    • “ຂ້ານ້ອຍ” ໃຊ້ ພາຍໃນ ສັງຄົມ ລາວ ທີ່ ມີ ການນັບຖື ເປັນ ກັນເອງ ຫລືບໍ່ ກໍຕາມ ເຖິງເເມ່ນວ່າ ຜູ້ໃດ ຜູ້ນຶ່ງ ຈະ ມີ ອາຍຸ ຕໍ່າກວ່າ ຫລື ຈະ ມີ ຊັ້ນ ວັນນະ ຕໍ່າກວ່າ ກັນ ກໍດີ ຊຶ່ງ ການໃຊ້ ບຸຣຸສັພນາມ “ຂ້ານ້ອຍ” ສະເເດງ ເຖິງ ຄວາມນັບຖື ເປັນ ເວລາ ດົນນານ ທີ່ ມີ ມາ ໃນ ສັງຄົມ ລາວ ທີ່ ຜ່ານ ມາ ໄດ້ ຫລາຍ ສັຕວັດ ເເລ້ວ
      • ວາຈົກ ທີ່ ມີ ອາຍຸ ສູງກວ່າ “ຂ້ານ້ອຍ ຢາກ ນິມົນ ຈົວ ນ້ອຍ ໄປ ສັນ ເຂົ້າ ຢູ່ ບ້ານ ໄດ້ ບໍ ?”
      • ວາຈົກ ທີ່ ມີ ອາຍຸ ຕໍ່າກວ່າ “ພໍ່ເເມ່ ເອີຍ ! ມື້ອື່ນ ຂ້ານ້ອຍ ຈະ ໄດ້ ໄປ ທ່ຽວ ທັສນະ ຢູ່ ປາກເຊ ນໍາ ໂຮງຮຽນ ເດີ”
  • ສັພນາມ “ຜູ້ຂ້າ” ເປັນ ປະຖົມບຸຣຸດ ຊຶ່ງ “ຜູ້” ຫມາຍເຖິງ ຄົນ ໂດຍ ທົ່ວໄປ ໂດຍ ບໍ່ ກໍານົດ ວ່າ ເເມ່ນ ໃຜ ( ຕອນ ຂ້າພະເຈົ້າ ຍັງ ນ້ອຍ ເພິ່ນ ໃຫ້ ຂຽນ “ຜູ່” ເພື່ອ ຫລີກລ່ຽງ ກັບ “ຜູ້” ທີ່ ຫມາຍເຖິງ ເພດ ຂອງ ສັດ ດັ່ງ ໄກ່ຜູ້ ເປັນຕົ້ນ ເເລະ ຕໍ່ ມາ ບໍ່ ທັນ ເທົ່າໃດ ເພິ່ນ ກໍ ອະນຸຍາດ ໃຫ້ ໃຊ້ ຄໍາ “ຜູ່” ເເລະ “ຜູ້” ໄດ້ ສໍາລັບ ບົງບອກ ວ່າ ເປັນ ຄົນໃດ ຄົນນຶ່ງ )

    • “ຜູ້ຂ້າ” ເປັນ ປະຖົມບຸຣຸດ ປະເພດ ເອກວັຈນະ ທີ່ ວາຈົກ ( ຜູ້ເວົ້າ ຈະ ມີ ອາຍຸ ສູງກວ່າ ຫລື ຕໍ່າກວ່າ ກໍດີ ) ໄດ້ ຕີ ຄ່າ ຕົນເອງ ຕໍ່າກວ່າ ຄົນ ທີ່ ເພິ່ນ ກໍາລັງ ເວົ້າ ນໍາ ຢູ່ ນັ້ນ ( ຫມາຍເຖິງ ການໃຫ້ ກຽດ ຜູ້ ທີ່ ເພິ່ນ ກໍາລັງ ເວົ້າ ນໍາ ເເລະ ສ່ວນຫລາຍ ເເລ້ວ ຄົນ ທີ່ ເພິ່ນ ກໍາລັງ ເວົ້າ ນໍາ ນີ້ ກໍາ ຫນ້າທີ່ ສູງ ຫລື ມີ ຄຸນສົມບັດ ສູງ )

      ສລຸບ ເເລ້ວ ວາຈົກ ຕີ ຄ່າ ຕົນເອງ ລົງ ຕໍ່າ ກໍ ເພື່ອ ໃຫ້ ກຽດ ຜູ້ ທີ່ ວາຈົກ ເວົ້າ ນໍາ ຢູ່ ນັ້ນ ເເຕ່ວ່າ ວາຈົກ ຄົນ ນັ້ນ ບໍ່ ຍອມ ເສັຽ ປຽບ ພໍ ເທົ່າໃດ ເພາະ ເພິ່ນ ບໍ່ ົາກ ເວົ້າ ຄໍາ ຂ້ານ້ອຍ ຈຶ່ງ ໄປ ຜືມ ເອົາ ຄໍາ ຜູ້ຂ້າ ມາ ໃຊ້ ຕາງ ຫລື ມາ ເປັນ ຕົວເເທນ ຂອງ ຕົນເອງ ໂດຍ ການໃຊ້ ຄໍາ “ຜູ້ນັ້ນ ຜູ້ນີ້ ຜູ້ຂ້າ” ເເທນ

      ໃນ ປັດຈຸບັນ ນີ້ ເຮົາ ຈະ ເຫັນ ບຸຣຸດສັພນາມ ທີ່ ເກີດ ຂຶ້ນ ໃຫມ່ ເເຕ່ ໄຮ້ ຄຸນຄ່າ ໃນ ພາສາ ລາວ ທີ່ ເພິ່ນ ຍົກ ເອົາ ນາມ ມາ ເປັນ ສັພນາມ ຄື “ສະຫາຍ” ທີ່ ພວກ ລາວ-ເເກວ ນໍາ ມາ ໃຊ້ ເພື່ອ ທໍາລາຍ ສັງຄົມ ອັນ ດີງາມ ຂອງ ຄົນລາວ ທັງປວງ

ເພິ່ນ ໃຊ້ ສັພນາມ ເຮິຍ ໃນ ກໍຣະນີ ດັ່ງນີ້
ສ່ວນຫລາຍ ເເມ່ນ ຜົວ ເອີ້ນ ເມັຽ ຫລື ເມັຽ ເອີ້ນ ຜົວ ດັ່ງ

  • (ເມັຽ) ເຮິຍ ຍື່ນ ໄມ້ກະດ້າມ ມາ ໃຫ້ ຂ້ອຍ ເເນ່ ເເທນທີ່ ຈະ ເວົ້າ ວ່າ ເຮິຍ ຍື່ນ ໄມ້ກະດ້າມ ມາ ໃຫ້ ນ້ອງ ເເນ່
  • (ຜົວ) ເຈົ້າ ເຮັດ ຫຍັງ ກິນ ເຮິຍ ເເທນທີ່ ຈະ ເວົ້າ ວ່າ ນ້ອງ ເຮັດ ຫຍັງ ກິນ ເຮິຍ

ສັພນາມ ເຮິຍ ບໍ່ ເປັນ ຄໍາທັກທາຍ ຫລື ອຸທານ ປະການ ໃດ ເເຕ່ ເປັນ ມັທຍົມບຸຣຸດ ປະເພດ ເອກວັຈນະ ອັນ ເເທ້ຈິງ

ເພິ່ນ ໃຊ້ ສັພນາມ ຮຽມ ໃນ ກໍຣະນີ ດັ່ງນີ້
ເພິ່ຮ ໃຊ້ ສັພນາມ ຮຽມ ເເທນ ວາຈົກ ( ຜູ້ເວົ້າ ) ສໍາລັບ ຫມໍກອນ ເເລະ ຫມໍລໍາ ເເລະ ໃຊ້ ເເທນ ກັດຕຸ ( ຜູ້ຂຽນ ) ສໍາລັບ ກະວີ ( ຜູ້ ຂຽນ ກາບ ກອນ ຕ່າງ ໆ ) ທີ່ ເປັນ ປະຖົມບຸຣຸດ ສັພນາມ ເເທ້ ເເລ ເເຕ່ ສ່ວນຫລາຍ ເເລ້ວ ຈະ ເຫັນ ເເຕ່ ຫມໍກອນ ເເລະ ຫມໍລໍາ ຢ່າງດຽວ ເປັນ ຜູ້ ເອີ່ຍ ສັພນາມ ຮຽມ ຫມາຍຄວາມວ່າ ສັພນາມ ຮຽມ ຖືກ ກໍານົດ ໃຊ້ ໃນ ກາບ ກອນ ເເລະ ລໍາ ຢ່າງດຽວ ຊະເເລ

ເພິ່ນ ໃຊ້ ສັພນາມ ອວນ ໃນ ກໍຣະນີ ດັ່ງນີ້
ເພິ່ນ ໃຊ້ ສັພນາມ ອວນ ນີ້ ເເທນ ຜູ້ ເພິ່ນ ກ່າວ ເຖິງ ເພາະ ສັພນາມ ອວນ ເປັນ ອຸດົມບຸຣຸດ ສັພນາມ ເເຕ່ ສັພນາມ ອວນ ນີ້ ຈະ ຖືກ ນໍາ ມາ ໃຊ້ ໃນ ກາບ ກອນ ບໍາ ຫລື ເພງ ຢ່າງດຽວ ຊະເເລ

ກິນ ເເກງ ໃຫ້ ເຈົ້າ ຊອມ ດູ ກ້າງ ຄາ ຄໍ ຊິ ຈີ້ມ ຍາກ ກະດູກ ຄາ ວ່າງ ເເຂ້ວ ໃຜ ຊິ ຈີ້ມ ຊ່ອຍ ອວນ
(ຍ່າ ສອນ ຫລານ)


ເພິ່ນ ໃຊ້ ສັພນາມ ກັນ ໃນ ກໍຣະນີ ດັ່ງນີ້
ເພິ່ນ ໃຊ້ ສັພນາມ ກັນ ເເທນ ວາຈົກ ( ຜູ້ເວົ້າ ) ຫລື ກັດຕຸ ( ຜູ້ຂຽນ ) ໃນ ຖານ ປະຖົມບຸຣຸດ ສັພນາມ ຢ່າງດຽວ ເເຕ່ ຜູ້ ມີ ສິດ ໃຊ້ ໄດ້ ກໍ ຕໍ່ ໃນ ເມື່ອ ຂາເຈົ້າ ( ທັງສອງ ) ເປັນ ເພື່ອນ ໃກ້ຊິດ ເເລະ ສນິດສນົມ ກັນ ດີ

ເມື່ອ ຜູ້ ນຶ່ງ ເວົ້າ ສັພນາມ ກັນ ອອກ ມາ ເເທນ ຕົນເອງ ເເລ້ວ ເເລະ ອີກ ຜູ້ນຶ່ງ ກໍ ມັກ ໃຊ້ ຄໍາ ກັນ ຕອບ ຄືນ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  • (ທ້າວກໍ) ໂຕ ໄດ້ ໄປ ຊື້ ເເຄນ ຢູ່ ຈິນາຍໂມ້ ບໍ ?
  • (ນາງຂໍ) ກັນ ກະ ໄດ້ ໄປ ຈິນາຍໂມ້ ຢູ່ ເເຕ່ ລືມ ຊື້ ເເຄນ
  • (ທ້າວກໍ) ກັນ ກະ ລືມ ຊື້ ເເຄນ ຄື ກັນ ເພາະ ກັນ ຢາກ ຮຽນ ເປົ່າ ເເຄນ ໃຫ້ ໄດ້ ໃນ ໄວ ໆ ນີ້

ເພິ່ນ ໃຊ້ ສັພນາມ ເຜືອ ເຂືອ ຂາເຈົ້າ ໃນ ກໍຣະນີ ດັ່ງນີ້

  • ເຜືອ ຫມາຍເຖິງ ສັພນາມ ຜູ້ ທີນຶ່ງ ຂອງ ພະຫຸວັຈນະ ທີ່ ເຮົາ ຕ້ອງ ໃຊ້ ມັນ ຢູ່ ຕໍ່ ຫນ້າ ກິຣິຍາ ຢ່າງ ດຽວ ເເລະ ຕ້ອງ ໃຊ້ ມັນ ເເທນ ຈໍານວນ ຄົນ ທີ່ ກໍານົດ ເອົາ ພຽງ ສອງ ຄົນ ເທົ່ານັ້ນ
    • ເພິ່ນ ໃຊ້ ສັພນາມ ເຜືອເຜືອ ຄໍາ ດຽວ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້ ເເຕ່ວ່າ ເພື່ອ ເຮັດ ໃຫ້ ຄວາມເຂົ້າໃຈ ກັບ ຄວາມເເນ່ນອນ ຫນັກເເຫນ້ນ ຂຶ້ນ ກວ່າເກົ່າ ເພິ່ນ ຈະ ເວົ້າ ວ່າ ເຜືອຂ້າ
  • ເຂືອ ຫມາຍເຖິງ ສັພນາມ ຜູ້ ທີສອງ ຂອງ ພະຫຸວັຈນະ ທີ່ ເຮົາ ຕ້ອງ ຂຽນ ມັນ ຢູ່ ຕໍ່ ຫນ້າ ກິຣິຍາ ເເລະ ຕ້ອງ ໃຊ້ ເເທນ ຈໍານວນ ຄົນ ທີ່ ກໍານົດ ເອົາ ພຽງ ສອງ ຄົນ ເທົ່ານັ້ນ
    • ເພິ່ນ ໃຊ້ ສັພນາມ ເຂືອເຜືອ ຄໍາ ດຽວ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້ ເເຕ່ວ່າ ເພື່ອ ເຮັດ ໃຫ້ ຄວາມເຂົ້າໃຈ ກັບ ຄວາມເເນ່ນອນ ຫນັກເເຫນ້ນ ຂຶ້ນ ກວ່າເກົ່າ ເພິ່ນ ຈະ ເວົ້າ ວ່າ ເຂືອເຈົ້າ
  • ຂາເຈົ້າ ຫມາຍເຖິງ ສັພນາມ ຜູ້ ທີສາມ ຂອງ ພະຫຸວັຈນະ ທີ່ ເຮົາ ຕ້ອງ ຂຽນ ມັນ ຢູ່ ຕໍ່ ຫນ້າ ກິຣິຍາ ເເລະ ຕ້ອງ ໃຊ້ ເເທນ ຈໍານວນ ຄົນ ທີ່ ກໍານົດ ເອົາ ພຽງ ສອງ ຄົນ ເທົ່ານັ້ນ
    • ດັ່ງ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ໃນ ຫົວຂໍ້ ທວີວັຈນະ
      • ສັພນາມ ຂາເຈົ້າ ເເຕກຕ່າງ ກັບ ຄໍາ ເຂົາເຈົ້າ ຊຶຶ່ງ ເຮົາ ໃຊ້ ຄໍາ ຂາເຈົ້າ ເເທນ ຈໍາພວກ ຄົນ ທັງ ສອງ ກໍ້າ ສອງ ຝ່າຍ ໄດ້ ດັ່ງ ໂຈດ ກັບ ຈໍາເລີຍ ທີ່ ເເປ ເປັນ ພາສາ ຝຣັ່ງ ວ່າ “les deux parties” ເເລະ ກໍຣະນີ ຂອງ ສັພນາມ ທີ່ ກໍານົດ ເອົາ ພຽງເເຕ່ ສອງຄົນ ຫລື ສອງ ກໍ້າ ສອງ ຝ່າຍ ກໍ ມີ ເຊັ່ນ ດຽວ ກັນ ຢູ່ ໃນ ໄວຍາກອນ ບາລີ

ເພິ່ນ ໃຊ້ ສັພນາມ ຕູ ສູ ເສົາ ໃນ ກໍຣະນີ ດັ່ງນີ້
ຕູ ຫມາຍເຖິງ ສັພນາມ ຜູ້ ທີນຶ່ງ ຂອງ ພະຫຸວັຈນະ ທີ່ ເຮົາ ຕ້ອງ ຂຽນ ມັນ ຢູ່ ຕໍ່ ຫນ້າ ກິຣິຍາ (fr. “nous”) ຊຶ່ງ ຄໍານີ້ ເປັນ ຄໍາເກົ່າເເກ່ ທີ່ສຸດ ພາຍໃນ ຈໍາພວກ ສັພນາມ ທັງຫມົດ ທັງປວງ ດັ່ງ ດຽວ ກັນ ກັບ ສັພນາມ ສູ ເເລະ ເສົາ ເເຕ່ ການໃຊ້ ສັພນາມ ຕົວນີ້ ບໍ່ ຄ່ອຍ ມີ ໃນ ສັງຄົມ ລາວ ປັດຈຸບັນ ທັງນີ້ ກໍ ເປັນ ຍ້ອນ ການສຶກສາ ພາສາ ຊາດ ຂອງຕົນ ຫນ້ອຍ ເກີນ ໄປ ສະນັ້ນ ເຮົາ ຈະ ເຫັນ ຄໍາ ນີ້ ພຽງເເຕ່ ໃນ ກາບ ໃນ ກອນ ເເລະ ໃນ ນິທານ ອັນ ເກົ່າເເກ່ ເທົ່ານັ້ນ

ເມື່ອ ການສຶກສາ ພາສາ ຊາດ ຂອງ ຕົນ ຫນ້ອຍ ຢູ່ ເເລ້ວ ຄົນ ໃນ ຊາດ ກໍ ຂາດ ຄວາມເຂົ້າໃຈ ເເລະ ຈະ ມອງ ຮອດ ບໍ່ ເຫັນ ຊໍ້າ ຄວາມສໍາຄັນ ຂອງ ພາສາ ຊາດ ຂອງ ຕົນ ເເລະ ເມື່ອ ຄົນ ໃນ ຊາດ ຂາດ ສິ່ງ ສໍາຄັນ ອັນ ນີ້ ເເລ້ວ ເຖິງເເມ່ນວ່າ ຄົນ ໃນ ຊາດ ຈະ ໄດ້ ຮັບ ການສຶກສາ ສູງ ປານໃດ ຈາກ ປະເທດ ອື່ນ ກໍຕາມ ສິ່ງ ດັ່ງກ່າວ ນີ້ ກາຍ ເປັນ ການຮ່ວມ ທໍາລາຍ ພາສາ ຊາດ ຂອງ ຕົນ ໂດຍ ທາງ ອ້ອມ ຍິ່ງ ນັບມື້ນັບຫລາຍຂຶ້ນ ເພາະ ຕົນ ຈະ ຖື ເອົາ ຄວາມສໍາຄັນ ຂອງ ພາສາ ອື່ນ ທີ່ ຕົນ ໄດ້ ຮຽນມາ ເເລ້ວ ເເລະ ເຂົ້າໃຈ ດີ ເເລ້ວ ເປັນ ຫລັກ ຫລາຍກວ່າ ພາສາ ຊາດ ຂອງ ຕົນ

ດ້ວຍເຫດນີ້ ບໍ່ ວ່າ ຈະ ຢູ່ ໃນ ຍຸກໃດ ກໍຕາມ ເມື່ອ ຊາດໃດ ຊາດນຶ່ງ ຫວັງ ກືນ ກິນ ຊາດ ລາວ ເເລ້ວ ພວກ ເຂົາ ຕ້ອງ ເລີ້ມ ເເຊກເເຊກ ເເລະ ທໍາລາຍ ພາສາ ຊາດ ຂອງ ຊົນ ຊາວລາວ ເສັຽ ກ່ອນ ສະນັ້ນ ຄັນ ຊາດໃດ ບັງຄັບ ໃຫ້ ໃຊ້ ພາສາ ຂອງ ເຂົາ ໂດຍ ຕຣົງ ຫລື ໂດຍ ທາງ ອ້ອມ ກໍດີ ໃນ ການບໍຣິຫານ ປະເທດ ເເລະ ໃນ ການປົກຄອງ ຕ່າງ ໆ ກໍ ຫມາຍຄວາມວ່າ ຊາດ ນັ້ນ ຫມາຍ ທໍາລາຍ ເເລະ ຫມາຍ ກືນກິນ ຊາດ ລາວ ຕາຍຕົວ ໂດຍ ບໍ່ ມີ ຂໍ້ຍົກເວັ້ນ ໃດ ໆ ທັງສິ້ນ ( ຈົງ ພຍາຍາມ ຫັດ ອະທິບາຍ ພາສິດ ພາສາ ບອກ ຊາດ ໃຫ້ ໄດ້ ໃບເຈັ້ຽ A4 ຫນ້າ ນຶ່ງ ຢ່າງ ຕໍ່າສຸດ )

ການໃຊ້ ສັພນາມ ຕູ ສ່ວນຫລາຍ ເເມ່ນ ຄົນ ທີ່ ຮູ້ຈັກ ຮັກເເພງ ກັນ ດີ ເປັນ ຜູ້ໃຊ້ ຄໍາ ນີ້ ຊຶ່ງ ລາງເທື່ອ ເຮົາ ກໍ ເຫັນ ເພິ່ນ ໃຊ້ ຕູຂ້າ ເພື່ອ ເນັ້ນຫນັກ ຄວາມເເນ່ນອນ ເທົ່ານັ້ນ ເອງ ເຖິງຢ່າງໃດ ກໍດີ ການໃຊ້ ສັພນາມ ຕູ ພຽງເເຕ່ ພຍາງ ດຽວ ກໍ ພຽງພໍ ກັບ ຄວາມຕ້ອງການ ເເລະ ກໍ ຖືກ ກັບ ຫລັກ ຂອງ ພາສາ ຢູ່ ເເລ້ວ ສະນັ້ນ ບໍ່ ຈໍາເປັນ ທີ່ ເຮົາ ຈະ ໃຊ້ ຕູຂ້າ ກໍ ໄດ້

ສູ ຫມາຍເຖິງ ສັພນາມ ຜູ້ ທີສອງ ຂອງ ພະຫຸວັຈນະ ທີ່ ຕ້ອງ ໃຊ້ ຢູ່ ຕໍ່ ຫນ້າ ກິຣິຍາ ສເມີ ເເລະ ທີ່ ເຮົາ ສາມາດ ທຽບ ໃສ່ ສັພນາມ ຝຣັ່ງ “vous” ນັ້ນເອງ ຊຶ່ງ ສ່ວນຫລາຍ ການໃຊ້ ສັພນາມ ຕູ ເເມ່ນ ຄົນ ທີ່ ຮູ້ຈັກ ຮັກເເພງ ກັນ ດີ ເປັນ ຜູ້ໃຊ້ ຄໍານີ້ ຫລືວ່າ ຜູ້ເວົ້າ “ສູ” ຕ້ອງ ເປັນ ຜູ້ໃຫຍ່ ທີ່ ລຶ້ງເເກ່ນ ກັນ ດີ ຈຶ່ງ ເວົ້າ ໄດ້

ຜິວ່າ ເຮົາ ບໍ່ ຢູ່ ໃນ ກໍຣະນີ ນີ້ ກໍ ຖື ວ່າ ວາຈົກ ທີ່ ອອກ ປາກ ວ່າ ສູ ນັ້ນ ຖື ຜູ້ ຖືກ ເຮົາ ເວົ້າ ໃຫ້ ເຂົາ ວ່າ ສູ ນັ້ນ ຕໍ່າ ກວ່າ ເຮົາ ທຸກ ໆ ດ້ານ ພ້ອມທັງ ປັນຍາ ເເລ

ເສົາ ຫມາຍເຖິງ ສັພນາມ ຜູ້ ທີສາມ ຂອງ ພະຫຸວັຈນະ ທີ່ ເຮົາ ຂຽນ ມັນ ຢູ່ ຫນ້າ ກິຣິຍາ (fr. “ils/elles”) ຊຶ່ງ ສ່ວນຫລາຍ ເເລ້ວ ການໃຊ້ ສັພນາມ ເສົາ ເເມ່ນ ຄົນ ທີ່ ຮູ້ຈັກຮັກເເພງ ກັນດີ ໃຊ້ ຄໍາ ນີ້

໑໑໙- ບຸຣຸດສັພນາມ ລໍາດັບ ໂດຍ ການສົມມຸດ

ເອກປະຖົມ
ເອກມັທຍົມ
ເອກອຸດົມ
ພະຫຸປະຖົມ
ພະຫຸມັທຍົມ
ພະຫຸອຸດົມ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ເຂົາ ເພິ່ນ - ເຮົາ ພວກ ເພິ່ນ ເຂົາ
ເເຜງ ໕ – ບຸຣຸດສັພນາມ ທີ່ ຖືກ ສົມມຸດ ເປັນ ຜູ້ເວົ້າ ເເລະ ຜູ້ເວົ້າ ນໍາ

ກໍຣະນີ ໑ - ອຸດົມບຸຣຸດ ທີ່ ສົມມຸດ ເປັນ ມັທຍົມບຸຣຸດ

- ເພິ່ນ ບໍ່ ໄປ ນໍາ ເຂົາ ຫວະ ຊັ້ນ ? ( ການໃຊ້ “ເພິ່ນ” ເປັນ ມັທຍົມບຸຣຸດ )

ຕາມ ທີ່ຈິງ ເເລ້ວ ສັພນາມ “ເພິ່ນ” ເປັນ ອຸດົມບຸຣຸດ ຄື ບຸຣຸດ ທີສາມ ປະເພດ ເອກວັຈນະ ເເຕ່ ມັນ ຍັງ ມີ ກໍຣະນີ ພິເສດ ທີ່ ຄົນລາວ ໃຊ້ ເປັນ ມັທຍົມບຸຣຸດ ປະເພດ ເອກວັຈນະ ທັງນີ້ ກໍ ເພື່ອ ວ່າ ວາຈົກ(ຜູ້ເວົ້າ) ຢາກ ເວັ້ນ ການເວົ້າ “ໂຕ” ເເລະ ການເວົ້າ “ມຶງ” ຫລື ຢາກ ເວັ້ນ ການເວົ້າ “ຂ້ອຍ” ເເລະ ການເວົ້າ “ເຈົ້າ” ຜູ້ກ່ຽວ ກໍ ເລີຍ ໃຊ້ ບຸຣຸດສັພນາມ “ເພິ່ນ” ເເທນ ບຸຣຸດສັພນາມ “ເຈົ້າ” ກັບ ຄົນ ທີ່ ຜູ້ກ່ຽວ ກໍາລັງ ເວົ້າ ນໍາ ຢູ່ ນັ້ນ ດັ່ງວ່າ “ເພິ່ນ ບໍ່ ໄປ ນໍາ ເຂົາ ຫວະ ຊັ້ນ ?”

ເມື່ອ ມັນ ເກີດ ມີ ກໍຣະນີ ເເບບ ນີ້ ເປັນ ຈິງ ຂຶ້ນ ມາ ໄດ້ ເຮົາ ກໍ ຕ້ອງ ຖື ອຸດົມບຸຣຸດ “ເພິ່ນ” ເປັນ ມັທຍົມບຸຣຸດ ໂດຍ ການສົມມຸດ ( ເເຕ່ ຈໍາເປັນ ຕ້ອງ ໄດ້ ເວົ້າ ວ່າ ເປັນ ມັທຍົມບຸຣຸດ ຄອບ ການສົມມຸດ ພາ ເປັນ )

  • ດ້ວຍເຫດຜົນ ອັນໃດ ?
    • ຄົງ ເປັນ ເພາະ ຍ້ອນ ຜູ້ກ່ຽວ ບໍ່ ຢາກ ກົ້ມ ຫົວ ຫລື ບໍ່ ຢາກ ເສັຽ ປຽບ ເເນວໃດ ເເນວນຶ່ງ ນອກຈາກນີ້ ເເລ້ວ ຂ້າພະເຈົ້າ ບໍ່ ສາມາດ ຈະ ອະທິບາຍ ສາຍເຫດ ດັ່ງກ່າວ ນີ້ ໄດ້
  • ການໃຊ້ ( ຕ້ອງ ເເມ່ນ ເພິ່ນ ຂຶ້ນຫນ້າ ເເລະ ເປັນ ປະທານ ຂອງ ປໂຍກ )
    ເມື່ອ ມີ ຄົນ ສອງ ຄົນ ໂອ້ລົມ ກັນ ເເຕ່ວ່າ ຄົນ ທັງສອງ ນີ້ ຕ້ອງ ມີ ຄວາມລຶ້ງເຄີຍ ກັນ ດີ ບໍ່ດັ່ງນັ້ນ ກໍ ເວົ້າ ຄວາມ ນີ້ ບໍ່ ໄດ້ ເເລະ ຜູ້ ນຶ່ງ ພາຍໃນ ຄົນ ທັງ ສອງ ນັ້ນ ຖາມ ຂຶ້ນ ມາ ວ່າ “ເພິ່ນ ບໍ່ ໄປ ນໍາ ເຂົາ ຫວະ ຊັ້ນ ?” ຄໍາ “ເພິ່ນ” ໃນ ທີ່ ນີ້ ຖືກ ໃຊ້ ເເທນ ຄໍາ “ເຈົ້າ” ທີ່ ເປັນ ມັທຍົມບຸຣຸດ ສ່ວນ ຄໍາ “ເຂົາ” ຊຶ່ງ ຕາມ ທັມມະດາ ເເລ້ວ ເປັນ ອຸດົມບຸຣຸດ ເເຕ່ ໃນ ທີ່ ນີ້ ຜູ້ກ່ຽວ ໃຊ້ ເເທນ ຜູ້ກ່ຽວ ເອງ ຊຶ່ງ ຫມາຍຄວາມວ່າ ຜູ້ເວົ້າ ປຽບ ຜູ້ກ່ຽວ ເອງ ເປັນ ຄົນ ອື່ນ ຫລື ເປັນ ຜູ້ ໃຫມ່ ໄປ ເເລ້ວ ເເລະ ກໍ ປຽບ ຜູ້ ທີ່ ຜູ້ກ່ຽວ ເວົ້າ ນໍາ ນັ້ນ ເປັນ ຄົນ ຜູ້ ໃຫມ່ ເຊັ່ນ ດຽວ ກັນ ເເລະ ເປັນ ດ້ວຍເຫດໃດ ?
    • ຄົງ ເປັນ ຍ້ອນວ່າ ສັງຄົມ ລາວ ເປັນ ສັງຄົມ ທີ່ ມີ ກົດ ຣະບຽບ ເເລະ ມີ ຊັ້ນວັນນະ ( fr. une société très hiérarchisée ) ຊຶ່ງ ການເວົ້າ ເເບບນີ້ ເເນ ໃສ່ ການຫລີກລ່ຽງ ຄໍາເວົ້າ ທີ່ ມັນ ອາດ ຈະ ໄປ ເເຕະຕ້ອງ ຈິດໃຈ ຂອງ ຜູ້ຟັງ ຫລາຍກວ່າ ທັ້ງ ໆ ທີ່ ຂາເຈົ້າ ຫລື ຄົນ ທັງສອງ ນີ້ ກໍ ມີ ຄວາມລຶ້ງເເກ່ນ ກັນ ດີ ຢູ່ ເເລ້ວ

ບາງຄົນ ໃຊ້ ເພິ່ນ ແທນ ບຸຣຸດ ທີສອງ ດັ່ງ ຂອງເພິ່ນ ຂອງເຂົາ (ຂອງເຈົ້າ ຂອງຂ້ອຍ) ໂດຍ ທ່ານ ປິ່ນປຣະສົງ ພັນທມາລີ ເມື່ອ ວັນເສົາ ທີ ໐໖/໐໑/໒໐໑໓

ກໍຣະນີ ໒ - ອຸດົມບຸຣຸດ ທີ່ ສົມມຸດ ເປັນ ປະຖົມບຸຣຸດ

- ເຂົາ ກະ ຢາກ ໄປ ຮຽນຮູ້ ຄື ກັນ ຕວ໊າ ! ( ການໃຊ້ “ເຂົາ” ເປັນ ປະຖົມບຸຣຸດ )

ສັພນາມ “ເຂົາ” ໃນ ທີ່ນີ້ ຫມາຍເຖິງ ຜູ້ເວົ້າ ເປັນ ຜູ້ໃຊ້ ຄໍາ ນີ້ ຄື ໃຊ້ ເປັນ ປະຖົມບຸຣຸດ ເເທນ ຜູ້ກ່ຽວ ເອງ ເເຕ່ວ່າ ຜູ້ກ່ຽວ ພັດ ໄດ້ ເອົາ ອຸດົມບຸຣຸດ ມາ ໃຊ້ ເເທນ ຜູ້ກ່ຽວ ເອງ ໃນ ການປາກເວົ້າ ເຫມືອນ ກັບ ວ່າ ຜູ້ກ່ຽວ ເອງ ເປັນ ຄົນ ອື່ນ ໄປ ເເລ້ວ ຊຶ່ງ ສັພນາມ “ເຂົາ” ເປັນ ອຸດົມບຸຣຸດ ຫມາຍຄວາມວ່າ ສັພນາມ “ເຂົາ” ໃນ ກໍຣະນີ ນີ້ ກາຍເປັນ ປະຖົມບຸຣຸດ ສັພນາມ ໂດຍ ການສົມມຸດ ເເລ

  • ກໍຣະນີ ການໃຊ້
    • ຕ້ອງ ເເມ່ນ ຄົນ ທີ່ ຮູ້ຈັກຮັກເເພງ ເເລະ ລຶ້ງເເກ່ນ ກັນດີ ຈຶ່ງ ໃຊ້ ຄໍາ ດັ່ງກ່າວ ນີ້ ໄດ້

໑໒໐- ບຸຣຸດສັພນາມ ທ້ອງຖິ່ນ

ເອກປະຖົມ
ເອກມັທຍົມ
ເອກອຸດົມ
ພະຫຸປະຖົມ
ພະຫຸມັທຍົມ
ພະຫຸອຸດົມ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ບຸຣຸດ
ເຕງ ໂຕ - - ພວກ ໂຕ -
ເອງ ໂຕ - - ພວກ ໂຕ -
- - ເອງ - - -
ເຈົ້າຂອງ - - - - -
ເເຜງ ໖ – ບຸຣຸດສັພນາມ ທ້ອງຖິ່ນ ທີ່ ໃຊ້ ເເທນ ຕົນເອງ

- ເອງ ກະ ຢາກ ມີ ອໍານາດ ເຕັມ ອັນ ເເທ້ຈິງ ຄື ກັນ ຕວາ ຄັນ ໄດ້ ຖືກ ມອບຫມາຍ ຫນ້າທີ່ ໃຫ້ ເເລ້ວ ກະດາຍ !
-  ເຈົ້າຂອງ ເມືອ ເມືອງລາວ ວ່າງກີ້ ນີ້ ກະ ເຫັນ ເເກວ ຢູ່ ທຸກ ບ່ອນ ທຸກ ເເຈ ເລີຍ ຕາມ ບ້ານນອກ ຂອກ ຄາເມ ກະ ມີ ເເຕ່ ເເກວ

  • ບຸຣຸດສັພນາມ ເອງ ກັບ ເຈົ້າຂອງ ຈະ ເຫັນ ຄົນລາວ ໃຊ້ ຕາມ ທ້ອງຖິ່ນ ຕ່າງ ໆ ໃນ ລາວ ຕາມ ທີ່ຈິງ ເເລ້ວ ບຸຣຸດສັພນາມ ທັງ ສອງ ນີ້ ບໍ່ ເປັນ ຄໍາ ທ້ອງຖິ່ນ ເເຕ່ວ່າ ຂ້າພະເຈົ້າ ໄດ້ ຈັດເຂົ້າ ຢູ່ ໃນ ຈໍາພວກ ທ້ອງຖິ່ນ ທັງນີ້ ກໍ ຍ້ອນ ຂ້າພະເຈົ້າ ຍັງ ຂາດ ຂໍ້ມູນ ບາງ ຢ່າງ ເທົ່ານັ້ນ

ບຸຣຸດສັພນາມ “ເຕງ” ທີ່ ໃຊ້ ເປັນ ປະຖົມບຸຣຸດ ທ້ອງຖິ່ນ ຊຶ່ງ ສ່ວນຫລາຍ ຈະ ເຫັນ ໄທສວັນ ເເຖບ ບ້ານສະຄຶນ ເປັນ ຄົນ ໃຊ້ ຄໍາ ນີ້ ສ່ວນ ປະຖົມບຸຣຸດ “ເອງ” ນັ້ນ ຂ້າພະເຈົ້າ ໄດ້ ຍິນ ໄທປາກເຊ ລາງຄົນ ໄທສວັນ ລາງຄົນ ເເລະ ໄທວຽງ ລາງຄົນ ກໍ ໃຊ້ ຄໍາ ນີ້ ເຊັ່ນດຽວ ກັນ ໂດຍ ທີ່ ຂ້າພະເຈົ້າ ບໍ່ ຮູ້ຈັກ ຂໍ້ມູນ ປະການ ໃດ ທັງສິ້ນ ກ່ຽວກັບ ເຣື່ອງ ນີ້ ຫລື ຄົງ ເປັນ ເພາະ ຍ້ອນ ຂ້າພະເຈົ້າ ຍັງ ນ້ອຍ ໂພດ ໃນ ຕອນ ນັ້ນ ກໍ ເປັນ ໄປ ໄດ້ ສະນັ້ນ ຄັນ ທ່ານ ຮູ້ຈັກ ບຸຣຸດສັພນາມ ທີ່ ເພິ່ນ ໃຊ້ ໃນ ທ້ອງຖິ່ນ ຫລື ໃນ ເເຄວ້ນ ຂອງ ທ່ານ ເເລ້ວ ກະຣຸນາ ຂຽນ ປະ ໄວ້ ຂ້າງ ລຸ່ມ ນີ້ ໃຫ້ ດ້ວຍ ຈະ ເປັນ ພຣະຄຸນ ຢ່າງ ຍິ່ງ ເເລ

  • ການໃຊ້
    • ການໃຊ້ ປະຖົມບຸຣຸດ ສັພນາມ ທັງສອງ ນີ້ ຕ້ອງ ເເມ່ນ ຄົນ ທີ່ ຮູ້ຈັກ ເເລະ ລຶ້ງເເກ່ນ ກັນ ດີ ຈຶ່ງ ໃຊ້ ໄດ້ ເພາະວ່າ ມີ ການໃຊ້ ມັທຍົມບຸຣຸດ “ໂຕ” ຕາມ ກໍຣະນີ ຂອງ ສັງຄົມ ທີ່ ໄດ້ ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ອີກປະການນຶ່ງ ປະຖົມບຸຣຸດສັພນາມ ທັງສອງ ນີ້ ຕ້ອງ ເປັນ ປະທານ ຂອງ ປໂຍກ ຫລື ເປັນ ເຈົ້າຂອງ ຂອງ ກິຣິຍາ
      • ລາງຄົນ ກໍ ໃຊ້ ບຸຣຸດສັພນາມ “ເອງ” ເເທນ ຜູ້ໃດ ຜູ້ນຶ່ງ ໂດຍ ບໍ່ ກໍານົດ ວ່າ ເປັນ ບຸຣຸດສັພນາມ ໃນ ລໍາດັບ ໃດ ເເທ້ ເເຕ່ ສ່ວນຫລາຍ ເເລ້ວ ເຮົາ ຈະ ເຫັນ ເພິ່ນ ໃຊ້ “ເອງ” ເປັນ ປະຖົມບຸຣຸດ ເພື່ອ ໃຊ້ ເເທນ ຕົນ ເອງ ເເລະ ເປັນ ອຸດົມບຸຣຸດ ເພື່ອ ໃຊ້ ເເທນ ຄົນ ທົ່ວໄປ ( ມັນ ຕ້ອງ ນໍາຫນ້າ ກິຣິຍາ ພ້ອມທັງ ເປັນ ເຈົ້າຂອງ ຂອງ ກິຣິຍາ ເພີ່ມເຕີມ ມັນ ຈຶ່ງ ເປັນ ບຸຣຸດສັພນາມ ໄດ້ ຊຶ່ງ ຫມາຍຄວາມວ່າ ມັນ ບໍ່ ມີ ຜູ້ສັ່ງການ ຄື ບໍ່ ມີ ນາຍ ເຫນືອ ຫົວ ຂອງ ມັນ )
    • ຄົນລາວ ເເຕ່ ວຽງຈັນ ຮອດ ຊຽງເເຕງ ໃຊ້ ບຸຣຸດສັພນາມ “ເຈົ້າຂອງ” ເປັນ ປະຖົມບຸຣຸດ ຄື ໃຊ້ ເເທນ ວາຈົກ ເອງ ຄັນ ເຮົາ ຈະ ວ່າ ບຸຣຸດສັພນາມ “ເຈົ້າຂອງ” ເປັນ ຄໍາ ທ້ອງຖິ່ນ ກໍ ວ່າ ໄດ້ ຍ້ອນວ່າ ໄທລາວ ທົ່ວໄປ ບໍ່ ຮູ້ຈັກ ໃຊ້ ຄໍານີ້ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ຈັດ ໃສ່ ຄໍາ ທ້ອງຖິ່ນ
      • ສ່ວນຫລາຍ ເຫັນ ເເຕ່ ວາຈົກ ທີ່ ມີ ຄອບຄົວ ເເລ້ວ ໃຊ້ ປະຖົມບຸຣຸດ ສັພນາມ ເຈົ້າຂອງ ( ອີງ ຕາມ ຄວາມຊົງຈໍາ )

ບາງຄົນ ໃຊ້ ເຈົ້າຂອງ ແທນ ຂ້ອຍ ( ທ່ານ ປິ່ນປຣະສົງ ພັນທມາລີ ເມື່ອ ວັນເສົາ ທີ ໖/໑/໒໐໑໓ )


( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20091116_Martarmnut_R_01.mp3
ທ່ານ ມາຕາມນັດ ຂໍ ກ່າວ ບັນຫາ ຫຍໍ້ ສູ່ ກັນ ຟັງ
ບັນທຶກ ເມື່ອ ວັນຈັນ ທີ ໑໖/໑໑/໒໐໐໙


໑໒໑- ບຸຣຸດສັພນາມ ເເຫ່ງ ຣາຊາສັບ ພາຍໃຕ້ ພຣະຣາຊອານາຈັກລາວ
ບຸຣຸດສັພນາມ ເຫລົ່ານີ້ ບັນຈຸ ຢູ່ ໃນ ຈໍາພວກ ຣາຊາສັບ ຊຶ່ງ ເປັນ ຄໍາເວົ້າ ທີ່ ເພິ່ນ ກໍານົດ ໃຊ້ ເປັນ ທາງການ ພາຍໃຕ້ ຣັຊການ ຂອງ ພຣະເຈົ້າ ສຣີ ສວ່າງ ວົງ ເເລະ ພຣະເຈົ້າ ສຣີ ສວ່າງ ວັທນາ ຈົນ ເຖິງ ຄສ. ໑໙໗໕

ເນື່ອງຈາກວ່າ ບຸຣຸດສັພນາມ ໃນ ພາສາ ລາວ ມີ ຢ່າງ ຫລວງຫລາຍ ເພິ່ນ ຈຶ່ງ ໄດ້ ກໍານົດ ວິທີ ໃຊ້ ບຸຣຸດສັພນາມ ໃຫ້ ເປັນ ຣະບຽບ ໂດຍ ລຶບ ຄວາມສົງໄສ ອອກ ຈາກ ປະເພນີ ຄວາມລຶ້ງເຄີຍ ເພື່ອ ໃຫ້ ຄົນລາວ ທັງປວງ ໃຊ້ ໄປ ໃນ ທໍານອງ ດຽວ ກັນ ເປັນ ທາງການ

ເເຕ່ຫາກວ່າ ຣາຊາສັບ ເຫລົ່ານີ້ ເປັນ ພຽງ ຄໍາເວົ້າ ທີ່ ເພິ່ນ ກໍານົດ ໃຊ້ ເປັນ ທາງການ ຢ່າງດຽວ ເທົ່ານັ້ນ ເພາະ ມັນ ຍັງ ມີ ການຮຽກ ກັນ ອີກ ຢ່າງ ຫລວງຫລາຍ ເຊັ່ນ ອ້າຍ ນ້ອງ ພໍ່ ເເມ່ ລູກ ຫລານ ເເລະ ອື່ນ ໆ ອີກ ທີ່ ເພິ່ນ ຍົກ ເອົາ ນາມ ຂຶ້ນ ເປັນ ບຸຣຸດສັພນາມ ເພື່ອ ໃຊ້ ກັນ ຕາມ ຖານະ ເເລະ ຕາມ ປະເພນີ ຄວາມນັບຖື ໃນ ສັງຄົມ ລາວ ທີ່ ມີ ມາ ເເຕ່ ດັ້ງເດີມ ນັ້ນເອງ ( ອ້າຍ ຈະ ໄປ ເເວ່ ຫລິ້ນ ນໍາ ນ້ອງ ຄັນ ອ້າຍ ກາຍ ໄປ ທາງ ນັ້ນ => “ອ້າຍ” ເປັນ ເຈົ້າຂອງ ຂອງ ກິຣິຍາ ເເລະ ໃຊ້ ເເທນ ວາຈົກ )

ປະຖົມບຸຣຸດ (ປະຖະມະ ບາ. & ປຣະຖະມະ ສັນ.)

  • ຂ້າພຣະພຸທເຈົ້າ ຂ້າພຣະບາດ ເເລະ ຂ້ານ້ອຍ => ສໍາລັບ ຜູ້ນ້ອຍ ເວົ້າ ນໍາ ພຣະຣາຊາ
  • ອາຕມາພາບ[ອາດ-ຕະ-ມາ-ພາບ] => ສໍາລັບ ພຣະສົງ ເວົ້າ ນໍາ ພຣະຣາຊາ ເເລະ ເຈົ້ານາຍ ທຸກ ຊັ້ນ
  • ອາຕມາ => ສໍາລັບ ພຣະສົງ ເວົ້າ ນໍາ ຄະຣຶຫັດ ໂດຍ ທົ່ວໄປ
  • ຂ້ານ້ອຍ => ສໍາລັບ ຜູ້ນ້ອຍ ເວົ້າ ນໍາ ພຣະສົງ ເຈົ້ານາຍ ເເລະ ຂຸນນາງ ທັງປວງ ເເລ
  • ຂ້ອຍ => ສໍາລັບ ຜູ້ໃຫຍ່ ເວົ້າ ນໍາ ຄົນ ສເມີ ກັນ ເເລະ ນໍາ ຜູ້ນ້ອຍ
  • ຂ້າ ( ບູຮານ ) => ສໍາລັບ ຜູ້ນ້ອຍ ເວົ້າ ນໍາ ຜູ້ໃຫຍ່
  • ກູ => ສໍາລັບ ຜູ້ໃຫຍ່ ເວົ້າ ນໍາ ຄົນໃຊ້
  • ເຮົາ => ສໍາລັບ ຜູ້ໃຫຍ່ ເວົ້າ ນໍາ ຜູ້ນ້ອຍ
  • ຂ້າພະເຈົ້າ => ສໍາລັບ ຄົນ ທົ່ວໄປ ເວົ້າ ນໍາ ຄົນ ໂດຍ ທົ່ວໄປ

ມັທຍົມບຸຣຸດ (ສັນ.) ຫລື ທຸຕິຍະບຸຣຸດ (ທຸຕິຍະ ບາ.)

  • ໃຕ້ຝ່າສຸວັນນະປາທະຈັກຄໍາພຣະບາດ ໃຕ້ຝ່າລະອອງທຸລີພຣະບາດ => ສໍາລັບ ພຣະຣາຊາ ຊຶ່ງ ຜູ້ນ້ອຍ ເວົ້າ ນໍາ
  • ໃຕ້ຝ່າລະອອງພຣະບາດ => ສໍາລັບ ພຣະຣາຊິນີ ເເລະ ອົງຣັຊທາຍາດ ຊຶ່ງ ຜູ້ນ້ອຍ ເວົ້າ ນໍາ
  • ໃຕ້ຝ່າພຣະບາດສາທຸໃຫຍ່ ຫລື ໃຕ້ຝ່າພຣະບາດທຸໃຫຍ່ => ສໍາລັບ ເຈົ້າກົມ ຫລື ເຈົ້າກຣົມ ຊຶ່ງ ຜູ້ນ້ອຍ ເວົ້າ ນໍາ
  • ໃຕ້ຝ່າພຣະບາດສາທຸ => ສໍາລັບ ເຈົ້ານາຍ ຊັ້ນ ພຣະບໍຣົມວົງສານຸວົງ ຊຶ່ງ ຜູ້ນ້ອຍ ເວົ້າ ນໍາ
  • ຝ່າບາດທຸ => ສໍາລັບ ເຈົ້ານາຍ ສາມັນ ຊຶ່ງ ຜູ້ນ້ອຍ ເວົ້າ ນໍາ
  • ສົມເດັດບໍຣົມບໍພິດພຣະຣາຊສົມພານເຈົ້າ => ສໍາລັບ ພຣະສົງ ເວົ້າ ນໍາ ພຣະຣາຊາ
  • ບໍຣົມບໍພິດພຣະຣາຊສົມພານເຈົ້າ => ສໍາລັບ ພຣະສົງ ເວົ້າ ນໍາ ເຈົ້ານາຍ ຊັ້ນສູງ
  • ບໍພິດ => ສໍາລັບ ເຈົ້ານາຍ ຊັ້ນ ຮອງ ລົງ ມາ ເເລະ ຂຸນນາງ ຜູ້ໃຫຍ່ ຊຶ່ງ ພຣະສົງ ເວົ້າ ນໍາ
  • ພນະທ່ານ => ສໍາລັບ ຂຸນນາງ ທີ່ ເປັນ
    • ປະທານ ສະພາ ຣາຊມົນຕຣີ
    • ປະທານ ສະພາ ຜູ້ເເທນ ຣາສດອນ
    • ນາຍົກ ຣັຖມົນຕຣີ
      • ນາຍະກະ[nāyaka] (ບາ.) => ນາຍກ =>ນາຍົກ ຊຶ່ງ ເຄົ້າ ບາລີ ນາຍະ[nāya] ທີ່ ເເຜງ ມາ ເປັນ ຄໍາລາວ ນາຍ ເເລະ ທີ່ ເເປ ວ່າ ຜູ້ນໍາ ຫລື ຫົວຫນ້າ
    • ເອກອັຄຣາຊທູດ ເເລະ
    • ອັຄຣາຊທູດ
    • ຊຶ່ງ ຄົນ ໂດຍ ທົ່ວໄປ ເວົ້າ ນໍາ
  • ທ່ານ => ສໍາລັບ ຄົນສຸພາບ ໂດຍ ທົ່ວໄປ ເວົ້າ ນໍາ ກັນ
  • ເຈົ້າ => ສໍາລັບ ຜູ້ໃຫຍ່ ເວົ້າ ນໍາ ຜູ້ນ້ອຍ ຫລື ຣະຫວ່າງ ບຸກຄົນ ສເມີ ກັນ
  • ມຶງ => ສໍາລັບ ຄົນໃຊ້ ຫລື ຜູ້ນ້ອຍ ຊຶ່ງ ຜູ້ໃຫຍ່ ເວົ້າ ນໍາ

ອຸດົມບຸຣຸດ (ສັນ.) ຫລື ຕາຕິຍະບຸຣຸດ (ຕາຕິຍະ ບາ.)

  • ພຣະອົງ => ສໍາລັບ ພຣະຣາຊາ ພຣະຣາຊິນີ ເເລະ ຣັຊທາຍາດ[ຣັດ-ຊະ-ທາ-ຍາດ]
  • ພນະທ່ານ => ສໍາລັບ ຂຸນນາງ ທີ່ ເປັນ
    • ປະທານ ສະພາ ຣາຊມົນຕຣີ[ຣາດ-ຊະ-ມົນ-ຕຣີ]
    • ປະທານ ສະພາ ຜູ້ເເທນ ຣາສດອນ[ຣາດ-ສະ-ດອນ] (ເເຕ່ວ່າ ຄົນລາວ ທັງຫລາຍ ອ່ານ ເປັນ ຣາດຊະດອນ)
    • ນາຍົກ ຣັຖມົນຕຣີ[ນາ-ຍົກ-ຣັດ-ຖະ-ມົນ-ຕຣີ] ( ເພິ່ນ ມີ ຂໍ້ຍົກເວັ້ນ ສະເພາະ ຄໍານີ້ ຍ້ອນ ເພິ່ນ ສາມາດ ອ່ານ ເປັນ “ນາຍຍົກ ຣັດຖະມົນຕຣີ” ໄດ້ ຊຶ່ງ ຫມາຍຄວາມວ່າ ຕົວຍໍ ເປັນ ທັງ ຕົວສະກົດ ພ້ອມ ທັງ ເປັນ ພຍັນຊນະ ຕົ້ນພຍາງ ເຫມືອນດັ່ງດຽວ ກັບ ຕົວສະກົດ ພິເສດ ນັ້ນເອງ )
    • ເອກອັຄຣາຊທູດ[ເອກ-ອັກ-ຄະ-ຣາດ-ຊະ-ທູດ]
    • ອັຄຣາຊທູດ
  • ທ່ານ => ສໍາລັບ ຄົນສຸພາບ ເເລະ ຜູ້ ມີ ກຽດ ໂດຍ ທົ່ວໄປ ( ທັງ ຍິງ ເເລະ ຊາຍ )
  • ເພິ່ນ => ສໍາລັບ ຜູ້ ທີ່ ເຮົາ ນັບຖື
  • ລາວ => ສໍາລັບ ຄົນ ສເມີ ກັນ
  • ມັນ ເເລະ ເຂົາ => ສໍາລັບ ເດັກນ້ອຍ ຄົນໃຊ້ ຄົນ ຊັ້ນ ຕໍ່າ ຊຶ່ງ ຜູ້ໃຫຍ່ ເວົ້າ ນໍາ
( ຄັນ ມັນ ບໍ່ ເດີນ ໃຫ້ ຕີ F5 )
IMG/mp3/20091116_NamNong_01_Gain.mp3
ທ່ານ Nam_Nong[ນໍ້າ-ນອງ] ຂໍ ກ່າວ ປຣັຊຍາ ສູ່ ກັນ ຟັງ
ຂໍ ໃຫ້ ທ່ານ ຜູ້ນີ້ ຊົງ ໄດ້ ຮັບ ເເຕ່ ຄວາມສຸກ ຄວາມຈະເຣີນ
ປາສຈາກ ໂຣກໄພໄຂ້ເຈັບ ຕລອດ ກາລະນານ ດ້ວຍ ເຖີ້ນ
ບັນທຶກ ເມື່ອ ວັນຈັນ ທີ ໑໖/໑໑/໒໐໐໙

ໃນ ການອົພຍົບ ຫລົບຫນີ ຈາກ ການຈັບກຸມ ໄປ ສູນສັມນາ ຢ່າງ ທີ່ ເຮົາ ບໍ່ ໄດ້ ເອົາ ມື ໄປ ຈັບ ໄປ ຫິ້ວ ເອົາ ໃຫ້ ມັນ ຫນັກ ເເລະ ສິ່ງ ທີ່ ມັນ ຕິດ ໂຕ ໄປ ນໍາ ເຮົາ ນັ້ນ ກໍ ຄື ປະເພນີ ເເລະ ວັທນະທັມ ນັ້ນເອງ ສະນັ້ນ ເຮົາ ຄວນ ໃຫ້ ກຽດ ຄົນລາວ ເຮົາເອງ


ຂໍ້ສລຸບ ວ່າດ້ວຍ ບຸຣຸດສັພນາມ
ຜິວ່າ ບຸຣຸດສັພນາມ ທັງປວງ ນີ້ ບໍ່ ເປັນ ປະທານ ຂອງ ປໂຍກ ຫລື ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ໄດ້ ເເລ້ວ ຄໍາ ດັ່ງກ່າວ ຈະ ຢູ່ ໃນ ກໍຣະນີ ໃຫມ່ ທີ່ ຂ້າພະເຈົ້າ ຍັງ ບໍ່ ສາມາດ ຈະ ກ່າວເຖິງ ມັນ ໄດ້ ເທື່ອ

ສັງຄົມ ລາວ ເປັນ ສັງຄົມ ທີ່ ມີ ການນັບຖື ກຽດ ຂອງ ຄົນ ໂດຍ ທົ່ວໄປ ຊຶ່ງ ກຽດ ດັ່ງກ່າວ ໂດຍ ທີ່ ຍັງ ບໍ່ ທັນ ໄດ້ ເລົ່າ ກຽດ ອື່ນ ໆ ຈະ ຕິດຫ້ອຍ ຢູ່ ໃນ ຕົວ ບຸກຄົນ ເລີ້ມ ເເຕ່ ກໍາເນີດ ເປັນຕົ້ນ ມາ ຄັນ ຄົນໃດ ເກີດ ຢູ່ ໃນ ເຊື້ອ ອ້າຍ ຫລື ເຊື້ອ ເອື້ອຍ ເຖິງ ຍັງ ເປັນ ເດັກນ້ອຍ ຢູ່ ກໍຕາມ ພວກ ທີ່ ເກີດ ໃນ ເຊື້ອ ນ້ອງ ທັງຫລາຍ ເຖິງ ຈະ ມີ ອາຍຸ ສູງກວ່າ ກໍຈິງ ກໍ ຕ້ອງ ເອີ້ນ ພວກ ເຊື້ອ ອ້າຍ ເເລະ ເຊື້ອ ເອື້ອຍ ເປັນ ອ້າຍ ເເລະ ເປັນ ເອື້ອຍ ສເມີ

ນອກຈາກນີ້ ມັນ ກໍ ຍັງ ມີ ກຽດ ທີ່ ເພິ່ນ ໄດ້ ຮັບ ກັນ ຕາມ ອາຍຸ ສັງຂານ ຕາມ ພາຣະ ຫນ້າທີ່ ຫລື ຕາມ ຄວາມສາມາດ ເເລະ ຕາມ ພາຣາດອນ ( ພາຣາດອນ = ອ້າຍນ້ອງ = ຄວາມນັບຖື ເຫມືອນ ກັບ ເປັນ ອ້າຍ ເປັນ ນ້ອງ ກັນ ຄີງ ໆ || fr. fraternité ) ສະນັ້ນ ເມື່ອ ເຮົາ ຮູ້ຈັກ ໂຄງ ສັງຄົມ ອັນ ນີ້ ເເລ້ວ ການເເປ ບຸຣຸດສັພນາມ ເປັນ ພາສາ ຕ່າງດ້າວ ຈະ ເປັນ ການຫຍຸ້ງ ທີ່ສຸດ ຍ້ອນວ່າ ພາສາ ຊາດ ຂອງ ປະເທດ ອື່ນ ບໍ່ ມີ ຄວາມຮັ່ງມີ ທາງ ດ້ານ ນີ້ ( ຂ້າພະເຈົ້າ ຫມັ້ນໃຈ ວ່າ ພາສາ ຊາດ ຂອງ ປະເທດ ອື່ນ ໆ ບໍ່ ມີ ຈໍານວນ ບຸຣຸດສັພນາມ ເຫນືອ ກວ່າ ຈໍານວນ ບຸຣຸດສັພນາມ ໃນ ພາສາ ລາວ ) ຊຶ່ງ ຄວາມຮັ່ງມີ ອັນ ນີ້ ຄົນລາວ ທັງປວງ ຄວນ ສງວນ ມັນ ມ້ຽນ ປະ ໄວ້ ເພື່ອ ພາຍຊ້ອຍ ເເລ


໑໒໒- ທາຕຸ | Racine et radical fr.
ຄໍາ ພັນ ທີ່ ເປັນ ກິຣິຍາ ດັ່ງ ພັນ ຜ້າເເພ ພັນ ເຂົ້າປຸ້ນ ເເລະ ກິນ ພັນ ເປັນຕົ້ນ ເປັນ ຄໍາລາວ ເເທ້ ເເຕ່ວ່າ ຍັງ ມີ ຄໍາ ນຶ່ງ ທີ່ ຄົນລາວ ເວົ້າ ເປັນ ສຽງ “ພັນ” ຄື ກັນ ທີ່ ມາ ຈາກ ຄໍາ “ພລັນ” ( ໄປ ພລັນ = “ໄປ ດຽວນີ້” ດ້ວຍ ພຍັນຊນະ ຄວບ “ພລ” ) ສ່ວນ “ພັນ” ອື່ນ ໆ ເເມ່ນ ມາ ຈາກ ພາສາ ບາລີ ຫລື ພາສາ ສັນສະກຣິດ ຊຶ່ງ ຄໍາດຽວ ກັນ ໃນ ພາສາ ທັງສອງ ນີ້ ລາງເທື່ອ ກໍ ມີ ຄວາມຫມາຍ ອັນດຽວ ກັນ ເເລະ ລາງເທື່ອ ກໍ ມີ ຄວາມເເຕກຕ່າງ ກັນ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ຍົກ ເອົາ ຄໍາເຄົ້າ “ພັນ” ຈາກ “ພັນທ” ທີ່ ມາ ຈາກ ພາສາ ທັງສອງ ນີ້ ຂຶ້ນ ມາ ໃຫ້ ທ່ານ ເບິ່ງ

ຄໍາບາລີ

  • ໑. ພນທ̣̣̣[bandha] adj. ຄຸນນາມ => ອ່ານ ວ່າ ພັນ-ທ̣ະ => ຂຽນ ຕາມ ເຄົ້າ ເປັນ “ພັນທ̣” => ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ ພັນ ໂດຍ ຂ້າ ຕົວທໍ̣ ( ທ̣ ) ອອກ ທີ່ ເເປ ວ່າ ( ຄວາມຫມາຍ ໃນ ເວັບໄຊ http://dsal.uchicago.edu/dictionari... )
    • 1. ການຜູກມັດ ການລ່າມໂສ້ | liaison, ligature, entrave / bond, ligature, fetter
    • 2. ຜູ້ຜູກ ຜູ້ມັດເຂົ້າກັນ ຫລື ເຈົ້າບ່າວ | la personne qui lie ou relie, le marié / one who binds or ties together, groom
    • ຂໍ້ສັງເກດ ຄື ຢູ່ ບົນ ເວັບໄຊ ຕານີ້ ເພິ່ນ ວ່າ ເປັນ ຄຸນນາມ ເເຕ່ ເເປ ເປັນ ນາມ
  • ໒. ພນທ̣̣̣[bandha] m. ປຸງລິງ => -dhana nt. ນະປຸງສະກະລິງ => ຂຽນ ຕາມ ເຄົ້າ ເປັນ “ພັນທ” => ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ ພັນ ດັ່ງ ເຊື້ອວົງພົງພັນ ໂດຍ ລຶບ ຕົວທໍ ( ທ ) ເເລະ ທີ່ ເເປ ວ່າ “liaison = ເຍື້ອໃຍ ການພົວ ຄວາມຫຍຸ້ງກ່ຽວ ຄວາມກ່ຽວ(ຂ້ອງ) ການຕິດຕໍ່ (ສາຍ)” ການລ່າມໂສ້ ການຜູກມັດ ການຂັງຄຸກ | liaison, entrave, ligature, attachement, emprisonnement / bond ; fetter ; ligature ; attachment ; imprisonment [7]
    • ຂໍ້ສັງເກດ : ຂ້າພະເຈົ້າ ຖື ຄໍານີ້ ເປັນ ນາມ ປຸງລິງ ຊຶ່ງ ເເຕກຕ່າງ ກັບ ຂໍ້ ໑ ທີ່ ເປັນ ຄຸນນາມ ນອກຈາກນີ້ ປຶ້ມ ບາລີ ທັງຫລາຍ ກໍ ວ່າ ຄໍານີ້ ເປັນ ນາມ ປຸງລິງ ທັງນັ້ນ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ໄດ້ ຍົກ ມັນ ຂຶ້ນ ມາ ເພື່ອ ໃຫ້ ນັກຮຽນຮູ້ ທັງຫລາຍ ພິສູດ ວ່າ ອັນໃດ ທີ່ ເຮົາ ຄວນ ເລືອກ
  • ອະພນທ̣̣̣[abandha] (n.— adj.) [a + bandha] ຊຶ່ງ “ອະ” ເປັນ ຄໍານໍາຫນ້າ ທີ່ ເເປ ວ່າ “ບໍ່” => ບໍ່ພົວບໍ່ກ້ຽວກັນ ຫລື ບໍ່ ຕໍ່ເນື່ອງ ບໍ່ ຕາມກັນໄປ ( ບໍ່ ມີ ເຍື້ອໃຍ ຕໍ່ ກັນ ອີກ ) | not tied to, not a follower or victim of It ( ຈາກ ເວັບໄຊ http://dsal.uchicago.edu/dictionari... )
  • ປະ[pa] ທີ່ ເເປ ວ່າ ຂ້າງຫນ້າ ຕຣົງໄປຫນ້າ ( ໂພ້ໂວ້ ອອກມາ ) ໃນ ເຈົ້າຈອມ ຫລື ຫົວຫນ້າ || avant, en avant, en, chef / forward, forth, in, chief ( ເບິ່ງ ອະໄວຍະຍະ )
  • ປພນທ̣̣̣[pabandha] => [pa+bandha] m. => ອ່ານ ວ່າ ປະ-ພັນ-ທະ => ຂຽນ ຕາມ ເຄົ້າ ເປັນ “ປະພັນທ” => ນາມ ປຸງລິງ ທີ່ ຖືກ ເເຜງ ເປັນ ປະພັນ ດັ່ງ ນັກປະພັນ ໂດຍ ຂ້າ ຕົວທໍ ( ທ ) ອອກ ເເລະ ທີ່ ເເປ ວ່າ ການຕໍ່ເນື່ອງ ຕໍາຣາ ( ການເເຕ່ງ ) ຫລື ກາບກອນ | continuïté, un traité ou un poème / continuty, a treatise or a poem ( ເບິ່ງ ອະໄວຍະຍະ )

ຣູປຕາ ໓ - ປະພັນທະ ທີ່ ຂຽນ ດ້ວຍ ຫນັງສື ທັມ
ເເລະ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ປະພັນ”

  • ສມພນທ̣̣̣[sambandha] => ສໍ+ພນທ̣̣̣[saŋ+bandha] m. => ອ່ານ ວ່າ [ສັງ+ພັນທ̣̣̣] => ປ່ຽນ ເປັນ ສມພນທ̣̣̣[ສໍາ-ພັນ-ທະ] => ຂຽນ ຕາມ ເຄົ້າ ເປັນ “ສັມພັນທ” ປຸງລິງ => ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ ສັມພັນ ດັ່ງ ປະຊາສັມພັນ ໂດຍ ລຶບ ຕົວທໍ ( ທ ) ອອກ ເເລະ ທີ່ ເເປ ວ່າ ການພົວພັນ ການຕໍ່ເນື່ອງ | connexion, lien / connection, tie ( ເບິ່ງ ອະໄວຍະຍະ )

ຣູປຕາ ໔ - ສັມພັນທະ ທີ່ ຂຽນ ດ້ວຍ ຫນັງສື ທັມ
ເເລະ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ສັມພັນ”


ຄໍາສັນສະກຣິດ
ຂ້າພະເຈົ້າ ຈະ ບໍ່ ເເປ ຄໍາສັນສະກຣິດ ເເລະ ກໍ ຂໍ ຍົກ ມັນ ຂຶ້ນ ມາ ເປັນ ພຽງ ຂໍ້ມູນ ຫລື ສື່ ຢ່າງນຶ່ງ ເພື່ອ ໃຫ້ ນັກຮຽນຮູ້ ທີ່ ເຂົ້າໃຈ ພາສາ ຝຣັ່ງ ສາມາດ ສຶກສາ ໄດ້ ຄັນ ທ່ານ ບໍ່ ສົນໃຈ ທ່ານ ກໍ ບໍ່ ຈໍາເປັນ ຈະ ອ່ານ ມັນ ສະນັ້ນ ໃຫ້ ທ່ານ ໄປ ອ່ານ ຫົວຂໍ້ ກ່ຽວຂ້ອງ ໂດຍຕຣົງ [2]

[bandh] v. [9] pr. (badhnāti) pr. r. (badhnīté) pp. (baddha) pfp. (bandhya) abs. (baddhvā, -badhya) inf. (banddhum) pf. (anu1, ni, nis, pra, prati, sam) | lier, attacher | entraver, enchaîner | nouer, joindre, grouper, composer | capturer, saisir ; punir — ca. (bandhayati) faire lier ; faire saisir — ps. (badhyate) être lié, être attaché, être entravé | en. band, to bind ; all. binden ; fr. bande.

[bandhá] => [bandh] m. | action de lier, ligature | lien, attache, chaîne, entrave ; tendon | union, jonction ; accouplement | capture, emprisonnement | posture sexuelle, de gymnastique ou de yoga | phil. l’attachement au monde par la chaîne de nos actes ; opp. Mukti | obstruction ; mod. grève | lit. [citrakāvya] genre de composition de poésie sur des diagrammes. kathaṃ bandhaḥ kathaṃ mokṣaḥ kā vidyā kāviyeti [Sarvasāropaniṣad] Comment sommes-nous enchaînés, comment sommes-nous délivrés ? Par la connaissance, par l’ignorance ? bandhakavitva [kavitva] n. lit. art poétique contraint (not. pour former des figures).

  • ສັນສະ. ໑. ປຣະພນທ̣̣[prabandh] => [pra-bandh] v. pr. ( (prabadhnāti) v. | pr. r. (prabadhnīté) pp. (prabaddha) ) ອ່ານ ວ່າ ປຣະ-ພັນ-ທະ => ຂຽນ ຕາມ ເຄົ້າ ເປັນ “ປຣະພັນທ” => ເເຜງ ເປັນ ປຣະພັນ ໂດຍ ຂ້າ ຕົວທໍ ( ທ ) ອອກ ທີ່ ເເປ ວ່າ ຕໍ່ເນື່ອງກັນໄປ ຜູກ ມັດ ລ່າມໂສ້ ກິຣິຍາ | lier, attacher ; enchaîner / to link, to attach, to concatenate
  • ສັນສະ. ໒. ປຣະພນທ̣[prabandha] => [prabandh] m. => ອ່ານ ວ່າ ປຣະ-ພັນ-ທະ ທີ່ ເປັນ ນາມ ປຸງລິງ => ຂຽນ ຕາມ ເຄົ້າ ເປັນ “ປຣະພັນທ” => ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ ປຣະພັນ ໂດຍ ຂ້າ ຕົວທໍ ( ທ ) ອອກ ເເລະ ທີ່ ເເປ ວ່າ ການຕໍ່ເນື່ອງ ວັນນະກັມ ການເເຕ່ງເພງ ເພງ | continuation ininterrompue, série continue, continuité / composition littéraire, chanson / mod. Gestion. prabandhena répétitivement

[saṃbandh] var. => sambandh [sam-bandh] v. [9] pr. (saṃbadhnāti) pr. r. (saṃbadhnīté) pp. (saṃbaddha) pf. (abhi) / lier ensemble, attacher, joindre, unir — ca. (saṃbandhayati) faire lier.

[saṃbandha] var. => Sambandha [saṃbandh] m. / connexion, relation ; union, parenté ; amitié, lien, affection, liaison / allié, ami, parent / gram. relation entre mots dans une phrase, dépendance ; not. relation de qualification ou de possession entre un s. au g. et le s. qu’il qualifie / phil. [nyāya] relation de causalité entre x (g.) et y (loc.).

[asaṃbandha] var. => asambandha [asaṃbandha] a. m. n. | sans lien de parenté ; sans relation.


໑໒໓- ປະພັນທະສັພນາມ | Les pronoms relatifs fr.
ປະພັນທະ ຫລື ປະພັນ ລ້າ ໆ ດັ່ງ ການປະພັນ ຫລື ການເເຕ່ງເພງ ການເເຕ່ງກາບ ເເລະ ການເເຕ່ງກອນ ເປັນຕົ້ນ ຕ້ອງ ມີ ການສັມຜັດ ເເບບ ຕໍ່ເນື່ອງ ກັນ ໄປ ເພິ່ນ ຈຶ່ງ ຮຽກ ການປະພັນ ໄດ້ ຄັນ ບໍ່ ມີ ການຫຍຸ້ງກ່ຽວ ກັນ ມັນ ກໍ ບໍ່ ເປັນ ການປະພັນ ໄດ້ ສະນັ້ນ ເເລະ ກ່ອນອື່ນຫມົດ ປະພັນທະສັພນາມ ຈຶ່ງ ຫມາຍເຖິງ ສັພນາມ ທີ່ ໃຊ້ ເເທນ ນາມ ຂ້າງ ຫນ້າ ຊຶ່ງ ຢູ່ ຖິດ ກັບ ຕົວ ມັນ ເອງ ນັ້ນ ເເຕ່ວ່າ ການສັມຜັດ ເເບບ ນີ້ ເມື່ອ ເຮົາ ຟັງ ເເລ້ວ ມັນ ບໍ່ ມ່ວນ ຫູ ເພິ່ນ ຈຶ່ງ ໃຊ້ ຄໍາໃຫມ່ ເເທນ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  • ການສັມຜັດ ປາສຈາກ ການໃຊ້ ຄໍາໃຫມ່ ເເທນ ( ເເຕ່ ມັນ ບໍ່ ເປັນ ຕາ ຟັງ ເເລະ ເພິ່ນ ກໍ ບໍ່ ໃຊ້ ໃນ ພາສາ ລາວ )
    • ຂ້ອຍ ມັກ ສາວ ສາວ ເວົ້າ ມ່ວນ ( ສາວ ສັມຜັດ ສຽງ ກັບ ສາວ )
    • ລາວ ເປັນ ຄົນ ຄົນ ດີ
    • ຂ້ອຍ ມັກ ຣົດ ຣົດ ຄັນ ງາມ
    • ຂ້ອຍ ຢາກ ໄດ້ ເຮືອນ ເຮືອນ ຫລັງໃຫຍ່
    • ຂ້ອຍ ຢາກ ໄດ້ ລູກຫນ້າ ລູກຫນ້າ ເເຂງ ໆ
    • ປະເທດ ລາວ ມີ ຄຸນຄ່າ ມາກ ຈົນ ເຮັດ ໃຫ້ ປະເທດ ເພື່ອນບ້ານ ເຂົ້າ ມາ ຍຶດ ເອົາ ປະເທດ ລາວ ເປັນ ທັງ ເເຫລ່ງ ຂອງ ພາສາ ລາວ ເເລະ ເປັນ ທັງ ເເຫລ່ງ ອະນາຄົດ ຂອງ ຄົນລາວ ເພີ່ມເຕີມ
    • ຯລຯ

  • ສັພນາມ ທີ່ ໃຊ້ ເເທນ ນາມ ຂ້າງຫນ້າ ( ຮຽກ ປະພັນທະສັພນາມ ທີ່ ເພິ່ນ ນິຍົມ ໃຊ້ ກັນ ໃນ ພາສາ ລາວ )
    • ຂ້ອຍ ມັກ ສາວ ທີ່ ເວົ້າ ມ່ວນ ( ທີ່ + ກິຣິຍາ => ເວົ້າ ເເນວໃດ ? ເວົ້າ ມ່ວນ )
    • ລາວ ເປັນ ຄົນດີ ( ບໍ່ ມີ ປະພັນທະສັພນາມ )
      • ຄົນ ເເນວໃດ ? ຄົນດີ
      • ຄົນ ເເບບໃດ ? ຄົນ ສົບເຫວີ ຄີງເປ
    • ຂ້ອຍ ມັກ ຣົດ ຄັນ ງາມ ( ບໍ່ ມີ ປະພັນທະສັພນາມ )
    • ຂ້ອຍ ຢາກ ປຸກ ເຮືອນ ຫລັງໃຫຍ່ ( ບໍ່ ມີ ປະພັນທະສັພນາມ )
      • ເຮືອນ ເເບບໃດ ? ເຮືອນ ຫລັງໃຫຍ່
        • ປຸກ ເເບບໃດ ? ປຸກ ເເບບ ພື້ນເມືອງ
        • ປຸກ ເເນວໃດ ? ປຸກ ດ້ວຍ ດິນຈີ່
    • ຂ້ອຍ ຢາກ ໄດ້ ລູກຫນ້າ ອັນ ເເຂງ ໆ ( ອັນ + ຄຸນນາມ ຊຶ່ງ ອີງ ຕາມ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ )
      • ຢາກ ໄດ້ ລູກຫນ້າ ເເນວໃດ ? ຢາກ ໄດ້ ລູກຫນ້າ ເເບບໃດ ? ( ຖາມ ໄດ້ ເກືອບ ຄູ່ ເເນວ )
    • ປະເທດ ລາວ ມີ ຄຸນຄ່າ ມາກ ຈົນ ເຮັດ ໃຫ້ ປະເທດ ເພື່ອນ ບ້ານ ເຂົ້າ ມາ ຍຶດ ເອົາ ຊຶ່ງ ເປັນ ທັງ ເເຫລ່ງ ຂອງ ພາສາ ລາວ ເເລະ ເປັນ ທັງ ເເຫລ່ງ ອະນາຄົດ ຂອງ ຄົນລາວ ອີກດ້ວຍ
      • ປະເທດ ລາວ ມີ ຄຸນຄ່າ ມາກ ເເລະ ຍັງ ເປັນ ທັງ ເເຫລ່ງ ຂອງ ພາສາ ລາວ ເເລະ ຍັງ ເປັນ ທັງ ເເເຫລ່ງ ອະນາຄົດ ຂອງ ຄົນລາວ ອີກດ້ວຍ ( ເເຕ່ວ່າ “ເເລະ” ເປັນ ບຸພບົດ )
      • ປະເທດ ລາວ ມີ ຄຸນຄ່າ ມາກ ສໍາລັບ ເເຫລ່ງ ຂອງ ພາສາ ລາວ ເເລະ ສໍາລັບ ອະນາຄົດ ຂອງ ຄົນລາວ ອີກດ້ວຍ
    • ຯລຯ

ສັພນາມ ທີ່ ກາຍເປັນ ປະພັນທະສັພນາມ ນັ້ນ ເເມ່ນ ຄໍາ ເຫລົ່ານີ້ ຄື

  • ທີ່ ( ປະກອບ ກິຣິຍາ )
  • ອັນ ( ປະກອບ ຄຸນນາມ )
  • ຊຶ່ງ ( ປະກອບ ກິຣິຍາ ) ສ່ວນ ຄໍາ ເຊິ່ງ ນັ້ນ ຂ້າພະເຈົ້າ ຖື ເປັນ ຄໍາ ທ້ອງຖິ່ນ ຊຶ່ງ ມີ ຫນ້າທີ່ ອັນດຽວ ກັນ ກັບ “ຊຶ່ງ” ເເຕ່ຫາກວ່າ ຍັງ ມີ ຂໍ້ສັງເກດ ເເນວນຶ່ງ ຄື ຄໍາ “ເລິກເຊິ່ງ” ຫລື ຄໍາ “ເລິກຊຶ່ງ” ເເຕ່ ຄົນລາວ ມັກ ອ່່ານ ອອກ ສຽງ “ເລິກຊຶ້ງ” ທີ່ ຂ້າພະເຈົ້າ ຍັງ ບໍ່ ທັນ ມີ ຄວາມຫມັ້ນໃຈ ໃນ ການຂຽນ ຫລື ການສະກົດ ຂອງ ຄໍາ ທັງສອງ ນີ້ ເທື່ອ

ຫມາຍເຫດ
ຂ້າພະເຈົ້າ ຖືວ່າ ກໍຣະນີ ຂ້າງເທິງ ນີ້ ຜິດ ທີ່ ພວກ ບັນດິດ ໄດ້ ປຽບ ຄໍາ “ອັນ” ເປັນ ສັພນາມ ເນື່ອງຈາກວ່າ ເມື່ອ ຄໍາໃດ ສົມມຸດ ເປັນ ສັພນາມ ເເລະ ສັພນາມ ຄໍານັ້ນ ກໍ ຕ້ອງ ສາມາດ ເປັນ ເຈົ້າຂອງ ຂອງ ກິຣິຍາ ໄດ້ ອັນນີ້ ຄື ຫລັກ ອັນ ສໍາຄັນ ທີ່ສຸດ ຂອງ ສັພນາມ ຫມາຍຄວາມວ່າ “ອັນ ເເຂງ ໆ” ທີ່ ເປັນ ຄຸນນາມ ບໍ່ ສາມາດ ເປັນ ເຈົ້າຂອງ ຂອງ ກິຣິຍາ ໄດ້ ຄອບ ຄໍາ “ເເຂງ” ບໍ່ ເປັນ ກິຣິຍາ

໑໒໔- ນິຍົມສັພນາມ | Les pronoms définis ou démonstratifs fr.

  • Niyama, m. limitation ; certainly ; definiteness. | ຂອບຈໍາກັດ ຢ່າງເເນ່ນອນ ຄໍາຕາຍຕົວ
  • Niyāma, m. -matā, f. certainly ; fixed method ; regular order. | ຢ່າງເເນ່ນອນ ຕາມປົກຕິ

http://www.gabrielwyler.com/page018.html
La fonction primaire de l’article défini est de signaler la définitude : l’article défini signale que le nom qui le suit désigne une personne ou une chose dont l’existence est établie dans l’esprit des interlocuteurs,

  • soit qu’elle ait été placée au premier plan du discours par les interlocuteurs (passe-moi le marteau),
  • soit qu’elle occupe une place permanente dans l’environnement du discours (le président de la République est élu au suffrage universel).

La définitude est aussi un trait du pronom possessif (mon) et du pronom démonstratif adjectival (ce, ces).

ອີງ ຕາມ ຫລັກ ໄວຍາກອນ ເເລ້ວ “ນິຍົມ” ຫມາຍເຖິງ ຫລັກ ຫລື ກົດ ຂອງ ການກໍານົດ ຄວາມຄິດ ຫລື ເເນວໃດເເນວນຶ່ງ ເເບບ ຕາຍຕົວ ດັ່ງນັ້ນ “ນິຍົມສັພນາມ” ກໍ ຫມາຍເຖິງ ສັພນາມ ທີ່ ເພິ່ນ ໃຊ້ ກໍານົດ ເເນວໃດເເນວນຶ່ງ ເພື່ອ ບອກ ໃຫ້ ເຮົາ ຮູ້ຈັກ ຢ່າງເເນ່ນອນ ວ່າ ອັນໃດ ຢູ່ ເເຫ່ງໃດ ເເລະ ເປັນ ອັນໃດ ກັນ ເເທ້

ອີງ ຕາມ ສັງຄົມ ເເລ້ວ “ນິຍົມສັພນາມ” ຫມາຍເຖິງ ສັພນາມ ທີ່ ເພິ່ນ ມັກ ໃຊ້ ເເທນ ຄວາມຄິດ ເເລະ ເຄື່ອງຂອງ ທີ່ ເຮົາ ສາມາດ ເເນມເຫັນ ໄດ້ ຫລື ພິສູດ ໄດ້ ບໍ່ ດັ່ງນັ້ນ ເຮົາ ຈະ ບໍ່ ສາມາດ ໃຊ້ ຄໍາ ເຫລົ່ານີ້ ໄດ້ ເເຕ່ ຢ່າ ລືມ ວ່າ ຄວາມຄິດ ເເລະ ເຄື່ອງຂອງ ຕ່າງ ໆ ນັ້ນ ຕ້ອງ ເປັນ ນາມ ຈຶ່ງ ໃຊ້ ໄດ້ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  • ນີ້ ຂອງຂ້ອຍ ( ຢູ່ ໃກ້ )
    • ນີ້ + ນາມ ( ຂອງຂ້ອຍ ດັ່ງ ເສື້ອຂ້ອຍ ທີ່ ເປັນ ນາມ )
      • ນີ້ ເເມ່ນ ຂອງ ຂອງຂ້ອຍ ( ນີ້ ເປັນ ເຈົ້າຂອງ ຂອງ ກິຣິຍາ ໄດ້ )
        • ນີ້ + ກິຣິຍາ(ເເມ່ນ) => ( ນີ້ ເປັນ ປະທານ ຫລື ເປັນ ເຈົ້າຂອງ ຂອງ ກິຣິຍາ )
  • ນັ້ນ ຂອງເຈົ້າ ( ຢູ່ ໄກ ໄປ ອີກ ຫລືວ່າ ໄກ ຈາກ ເເຫ່ງນີ້ ໄປ ຕື່ມ ອີກ )
    • ນັ້ນ + ນາມ
      • ນັ້ນ ເເມ່ນ ຂອງ ຂອງຂ້ອຍ
        • ນັ້ນ + ກິຣິຍາ(ເເມ່ນ) => ( ນັ້ນ ເປັນ ປະທານ ຫລື ເປັນ ເຈົ້າຂອງ ຂອງ ກິຣິຍາ )
  • ຫັ້ນ ຂອງຂ້ອຍ ( ຢູ່ ພໍ ປານກາງ ຫລືວ່າ ໄກ ຈັກຫນ່ອຍ )
      • ຫັ້ນ + ນາມ
      • ຫັ້ນ ກະ ເປັນ ຂອງຂ້ອຍ ຄື ກັນ
        • ຫັ້ນ + ກິຣິຍາ(ເປັນ) => ( ຫັ້ນ ເປັນ ປະທານ ຫລື ເປັນ ເຈົ້າຂອງ ຂອງ ກິຣິຍາ )
  • ພຸ້ນ ຂອງເພິ່ນ ( ຢູ່ ໄກ ເຕີບ[ພໍ ເເນມ ເຫັນ ຫມິດຫມິ່ວ] ຫລືວ່າ ໄກຫລາຍ[ເເນມ ບໍ່ ເຫັນ ຈັກດີ້] )
    • ພຸ້ນ + ນາມ
      • ພຸ້ນ ກະ ວ່າ ເເມ່ນ ຄື ກັນ ຫັ້ນ ເເຫລ້ວ
      • ພຸ້ນ ເເມ່ນ ຂອງ ຂອງເພິ່ນ
        • ພຸ້ນ + ກິຣິຍາ(ເເມ່ນ) => ( ພຸ້ນ ເປັນ ປະທານ ຫລື ເປັນ ເຈົ້າຂອງ ຂອງ ກິຣິຍາ )

ຊຶ່ງ ສັພນາມ ນີ້ ນັ້ນ ຫັ້ນ ພຸ້ນ ເປັນ ຄໍາໂທນ ເເລະ ເປັນ ທັງ ປະທານ ຂອງ ປໂຍກ ອີກດ້ວຍ ອັນນີ້ ຄື ຈຸດ ສໍາຄັນ ຂອງ ນິຍົມສັພນາມ ສ່ວນ ຄໍາວ່າ ອັນນີ້ ອັນນັ້ນ ບ້ານນີ້ ເຮືອນນັ້ນ ເຮືອນພຸ້ນ ຊຶ່ງ ຄໍາ ນີ້ ນັ້ນ ພຸ້ນ ເປັນ ພຍາງທ້າຍ ຕາມ ຫລັງ (ຄໍາ)ນາມ ( ນາມ+ນີ້/ນັ້ນ/ພຸ້ນ ) ສະນັ້ນ ຄໍາ ທັງສາມ ນີ້ ບໍ່ ເປັນ ນິຍົມສັພນາມ ເເຕ່ ເປັນ ນິຍົມຄຸນນາມ ( ດັ່ງ ທ່ານ ຈະ ເຫັນ ໃນ ບັ້ນ ຕໍ່ ໄປ )

໑໒໕- ອະນິຍົມສັພນາມ | Les pronoms indéfinis fr.

  • aniyama [a-niyama] m. absence de règle, non obligation / non respect de la discipline ; irrégularité ; incertitude [2]. | ໄຮ້ກົດເກນ ໄຮ້ເເບບເເຜນ ໄຮ້ຫລັກ
  • ອະນິຍົມ ຊຶ່ງ “ອະ” ເເປ ວ່າ “ບໍ່” ໃນ “ບໍ່ ມີ” ຫລື “ໄຮ້”

ອີງ ຕາມ ຫລັກ ໄວຍາກອນ ເເລ້ວ “ອະນິຍົມ” ຫມາຍເຖິງ ການໄຮ້ ຫລັກ ຫລື ການຂາດ ກົດເກນ ຂອງ ການກໍານົດ ຄວາມຄິດ ຫລື ເເນວໃດເເນວນຶ່ງ ດັ່ງນັ້ນ “ອະນິຍົມສັພນາມ” ກໍ ຫມາຍເຖິງ ສັພນາມ ທີ່ ເພິ່ນ ບໍ່ ກໍານົດ ເເນວໃດເເນວນຶ່ງ ພໍ ທີ່ ຈະ ບອກ ໃຫ້ ເຮົາ ຮູ້ຈັກ ຢ່າງ ເເນ່ນອນ ໄດ້ ດັ່ງ ຕົວຢ່າງ ຂ້າງ ລຸ່ມ ນີ້ ( ຄໍາ ສີເເດງ ເປັນ ອະນິຍົມສັພນາມ )

  • ຂ້ອຍ ບໍ່ ເຫັນ ໃຜ ພໍ ເປັນ ທີ່ເພິ່ງ
  • ໃຜ ເຮັດ ກໍ ໄດ້
  • ໃຜ ເວົ້າ ກໍ ຕາມ
  • ເຈົ້າ ຈະ ໄປ ໃສ ກໍ ຕາມ ເຈົ້າ ( ກະ ສ່າງ ເຈົ້າ ທະ ເເມ )
  • ຜູ້ໃດ ເຮັດ ກໍ ໄດ້
  • ຈະ ໄປ ທີ່ໃດ ກໍ ໄດ້
  • ຈະ ໄປ ໃສ ກໍ ຕາມ
  • ເອົາ ອັນໃດ ກໍ ໄດ້
  • ໃຫ້ ຜູ້ໃດຜູ້ນຶ່ງ ໄປ ກໍ ໄດ້
  • ເອົາ ສິ່ງໃດສິ່ງນຶ່ງ ກໍ ໄດ້
  • ທັງປວງ ພ້ຽງ(?) ພລັນ ສານ ຊ້າງໃຫຍ່ ( ຊ້າງສານ )
  • ທັງມວນ ມາ ຢູ່ ໂຮມ ພຍາເຈົ້າ
  • ທັງຫມົດ ໃຫ້ ມາ ໂຮງ ພ້ອມພໍ່າ (ພໍ່າພ້ອມ)

  • ສະນັ້ນ ສັພນາມ ທີ່ ໃຊ້ ເປັນ ອະນິຍົມສັພນາມ ໄດ້ ຈະ ຢູ່ ໃນ ກໍຣະນີ ນີີ້
    • ໃຜ ຜູ້ໃດ ຜູ້ໃດຜູ້ນຶ່ງ + ( ກິຣິຍາ ) + ( ກໍ ໄດ້ / ກໍ ຕາມ / ກໍ ສ່າງ / ກໍ ຢ່າ )
    • ອັນໃດ + ( ກໍ ໄດ້ / ກໍ ຕາມ / ກໍ ສ່າງ / ກໍ ຢ່າ )
    • ( ກິຣິຍາ ) + ໃສ ທີ່ໃດ ເເນວໃດ ເເບບໃດ ອັນໃດ ຕອນໃດ ຍາມໃດ... ສິ່ງໃດສິ່ງນຶ່ງ + ( ກໍ ໄດ້ / ກໍ ຕາມ / ກໍ ສ່າງ / ກໍ ຢ່າ )
    • ທັງປວງ ທັງມວນ ທັງຫມົດ + ( ກິຣິຍາ ) + ( ກັມ )

ຍ້ອນ ກໍຣະນີ ການໃຊ້ ສັພນາມ ເຫລົ່ານີ້ ໄດ້ ຫລາຍ ຢ່າງ ນຶ່ງ ພ້ອມທັງ ຂາດ ຄວາມເເນ່ນອນ ອີກ ນຶ່ງ ເພິ່ນ ຈຶ່ງ ຮຽກ ອະນິຍົມສັພນາມ ( ປາສຈາກ ການກໍານົດ ຄວາມຄິດ ຢ່າງ ຕາຍຕົວ ເຫມືອນ ດັ່ງ ການໃຊ້ ນິຍົມສັພນາມ ນັ້ນເອງ )

໑໒໖- ສັມພັນທະສັພນາມ | Les pronoms possessifs fr.
ສັມພັນ ຫມາຍເຖິງ ການຜູກພັນ ກັນ ເເຕ່ ໃນ ທີ່ນີ້ ເຮົາ ຈະ ເເຍກ ຄໍາເວົ້າ ອອກ ເປັນ ສອງ ຄໍາ ດ້ວຍກັນ ຄື “ສັມ” ເເລະ “ພັນທະ” ດັ່ງ ທີ່ ທ່ານ ໄດ້ ຮຽນຮູ້ ມາ ເເລ້ວ ( ເຍື້ອໃຍ ) ສ່ວນ ຄໍາ “ສັມ” ມາ ຈາກ ເຄົ້າ ບາລີ “ສັງ” ທີ່ ເເປ ວ່າ ດ້ວຍກັນ ນໍາກັນ ອັນດຽວກັນ ຮ່ວມກັນ ກັບ ຯລຯ ສະນັ້ນ ຄໍາ “ສັມພັນທະສັພນາມ” ຈະ ຫມາຍເຖິງ ກັມມະສິດ ຫລາຍກວ່າ ໃນ ທີ່ ນີ້ ດັ່ງ ຕົວຢ່າງ ຂ້າງ ລຸ່ມ ນີ້

  • ຫມວກຫນ່ວຍນີ້ ເເມ່ນ ຂອງຄົນໃດຄົນນຶ່ງ
    • ຫມວກຫນ່ວຍນີ້ ເເມ່ນ ຂອງ ຂອງຄົນໃດຄົນນຶ່ງ
  • ເສື້ອ ຜືນນີ້ ເເມ່ນ ຂອງຂ້ອຍ
    • ເສື້ອ ຜືນນີ້ ເເມ່ນ ຂອງ ຂອງຂ້ອຍ
  • ເກີບ ຄູ່ນີ້ ເເມ່ນ ຂອງເຈົ້າ
    • ເກີບ ຄູ່ນີ້ ເເມ່ນ ຂອງ ຂອງຂ້ອຍ
  • ຂອງ ອັນນີ້ ເເມ່ນ ຂອງເພິ່ນ
    • ຂອງ ອັນນີ້ ເເມ່ນ ຂອງ ຂອງເພິ່ນ
  • ຯລຯ

ສັມພັນສັພນາມ ຫມາຍເຖິງ ນາມ ຫລື ສິ່ງຂອງ ທີ່ ຕົກ ຢູ່ ພາຍໃຕ້ ກັມມະສິດ ຂອງ ເຈົ້າຂອງ ຄົນໃດຄົນນຶ່ງ ຕ່າງຫາກ

໑໒໗- ປຸດສາສັພນາມ | Les pronoms interrogatifs fr.
ຕາມທີ່ຈິງ ເເລ້ວ ເຮົາ ຄວນ ຂຽນ ປຸຈຈ̣າ ເເທນທີ່ ຈະ ເປັນ ປຸຈສ̣າ[pucchā] ຊຶ່ງ ເປັນ ຄໍາບາລີ ທີ່ ອ່ານວ່າ ປຸດ-ສ̣າ ເເລະ ທີ່ ເເປ ວ່າ “ໄດ້ ຖາມ” ຫລືວ່າ “ຖາມ ເເລ້ວ” ດັ່ງ ປຸດສາພຍາກອນ ທີ່ ເເປ ວ່າ “ຖາມ ເເລ້ວ ຕອບ” ( FAQ : Frequently Asked Questions / Foire Aux Questions )

ຣູປຕາ ໕ - ປຸຈສ̣າ ທີ່ ຂຽນ ດ້ວຍ ຫນັງສື ທັມ
ເເລະ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ປຸດສາ”

ປຸດສາສັພນາມ ຫມາຍເຖິງ ສັພນາມ ທີ່ ເພິ່ນ ໃຊ້ ໄວ້ ຕັ້ງ ເປັນ ຄໍາຖາມ ໂດຍ ສະເພາະ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  • ໃຜ ( ຫມາຍເຖິງ ຄົນ ໂດຍ ບໍ່ ກໍານົດ ຈໍານວນ ເເລະ ບໍ່ ກໍານົດ ບຸກຄົນ )
    • ໃຜ ເວົ້າ ຫັ້ນ ນະ ?
    • ໃຜ ເປັນ ຜູ້ຂຽນ
      • ໃຜ ຂຽນ ?
    • ອັນນີ້ ເເມ່ນ ຂອງໃຜ ຊັ້ນ ນະ ?
    • ເພິ່ນ ເປັນ ໃຜ ກັບ ເຈົ້າ ?
  • ໃສ ( ຖິ່ນຖານ ໂດຍ ບໍ່ ກໍານົດ ວ່າ ຢູ່ ເເຫ່ງໃດ ກັນ ເເທ້ )
    • ເຈົ້າ ມາ ເເຕ່ ໃສ ?
    • ເພິ່ນ ຢູ່ ໃສ ດຽວນີ້ ?
    • ເສື້ອ ຂອງຂ້ອຍ ຢູ່ ໃສ ?
  • ຜູ້ໃດ ( ຄົນໃດຄົນນຶ່ງ ໂດຍ ກໍານົດ ເອົາ ພຽງ ຄົນດຽວ ເເຕ່ ບໍ່ ຮູ້ຈັກ ວ່າ ເເມ່ນ ໃຜ ເເທ້ )
    • ຜູ້ໃດ ມາ ຫັ້ນ ?
    • ຜູ້ໃດ ເວົ້າ ?

ຫມາຍເຫດ
ເພິ່ນ ຂຽນ “ເເມ່ນ ຫຍັງ” ເປັນ ປຸດສາສັພນາມ ໃນ ປຶ້ມ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ຊຶ່ງ ສໍາລັບ ຂ້າພະເຈົ້າ ເເລ້ວ ຄໍາ “ຫຍັງ” ບໍ່ ສາມາດ ຈະ ເປັນ ສັພນາມ ໄດ້ ສະນັ້ນ ຂ້າພະເຈົ້າ ຈຶ່ງ ຖືວ່າ ເພິ່ນ ໃຊ້ ຄໍາ ນີ້ ຜິດ ເເລະ ກໍ ບໍ່ ໄດ້ ຖືກ ກໍານົດ ເຂົ້າ ໃນ ຄໍາ ຈໍາພວກ ນີ້

ຄັນ ເຮົາ ຖາມ ວ່າ “ເພິ່ນ ເປັນ ຫຍັງ ?” ເເເລະ ເຮົາ ກໍ ສາມາດ ຕອບ ເພິ່ນ ໄດ້ ວ່າ “ເພິ່ນ ເປັນເຈັບ ເປັນໄຂ້” ຫລື “ເພິ່ນ ເປັນ ອາດຍາ” ຫລື “ເພິ່ນ ເປັນ ສມຽນ” ຊຶ່ງ ຄໍາຖາມ ຄໍາດຽວ ເຮົາ ກໍ ສາມາດ ຕອບ ໄດ້ ຫລາຍ ຢ່າງ ສ່ວນ ຄໍາ “ເຈັບ” ເເລະ “ໄຂ້” ນັ້ນ ບໍ່ ເປັນ ນາມ ເເຕ່ ເປັນ ຄຸນນາມ ຊຶ່ງ ໃນ ທີ່ ນີ້ ເຮົາ ກ່າວເຖິງ ນາມ ທີ່ ໃຊ້ ເປັນ ສັພນາມ ພາຍໃຕ້ ຫົວຂໍ້ ປຸດສາສັພນາມ

໑໒໘- ວິພາກສັພນາມ | Les pronoms partitifs fr.
ວິພາກ ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ວິພ̣າຄະ[vibhāga] m. ເເລະ ທີ່ ເເປ ວ່າ ການເເຈກຢາຍ ການເເບ່ງ ການປັນ ການຫານ ການເເຍກ ຊຶ່ງ ວິພາກ ເປັນ ປຸງລິງຄະນາມ ຫລື ນາມ ເພດຊາຍ | distribution ; division ; classification ; separation of words / distribution, division, classification, séparation des mots

ຣູປຕາ ໖ - ວິພ̣າຄະ ທີ່ ຂຽນ ດ້ວຍ ຫນັງສື ທັມ
ເເລະ ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ “ວິພາກ”

ວິພາກສັພນາມ ໃນ ໄວຍາກອນ ຫມາຍເຖິງ ສັພນາມ ທີ່ ໃຊ້ ບອກ ການເເບ່ງສ່ວນ ເພື່ອ ໃຫ້ ເເຕກຕ່າງ ອອກ ຈາກ ກັນ ໄປ ອີກ ຫລື ເພື່ອ ເເຍກ ອອກ ຈາກ ກຸ່ມ ຂອງ ມັນ ໄປ ອີກ ດັ່ງ ຕົວຢ່າງ ຂ້າງ ລຸ່ມ ນີ້

  • ຊາວສວນ ຕ່າງ ກໍ ພາ ກັນ ປູກ ຕົ້ນໄມ້
  • ຊາວອົພຍົບ ລາວ ຕອນ ຂ້າມ ຂອງ ລອດຕາຍ ມາ ຮອດ ຝັ່ງໄທຍ ບາງພ່ອງ ໄຫ້ ເເລະ ບາງພ່ອງ ກໍ ເອົາ ມື ນົບ ດິນ
  • ຊາວລາວ ມັກ ຊົດຊ່ວຍ ກັນ ( “ກັນ” ໂຕນີ້ ບໍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ເເຕ່ ມັນ ໃຊ້ ເເທນ “ຊາວລາວ” ທີ່ ເປັນ ເຈົ້າຂອງ ຂອງ ກິຣິຍາ )

ເພິ່ນ ໃຊ້ ສັພນາມ ຕ່າງ ບາງພ່ອງ ກັນ ທັງສາມ ຄໍານີ້ ເປັນ ວິພາກສັພນາມ ເນື່ອງຈາກວ່າ ຄໍາ ທັງ ສາມ ນີ້ ເປັນ ຄໍາ ທີ່ ບອກ ການເເບ່ງ ເເລະ ການເເຍກ ອອກ ຈາກ ກັນ ນັ້ນເອງ

໑໒໙- ສລຸບຄວາມ | Conclusion
ບົດຄວາມ ກ່ຽວກັບ ສັພນາມ ກໍ ໄດ້ ສິ້ນສຸດ ລົງ ພຽງ ເທົ່ານີ້ ເເລະ ເເນ່ນອນ ວ່າ ເຮົາ ຍັງ ສາມາດ ພັທນາ ໃຫ້ ມັນ ດີ ຂຶ້ນ ກວ່າເກົ່າ ດ້ວຍ ຄໍາຖາມ ດ້ວຍ ຕົວຢ່າງ ການໃຊ້ ຫລື ດ້ວຍ ເເບບເເຜນ ວິທີ ໃຫມ່ ອີກ ຄັນ ຂ້າພະເຈົ້າ ຍັງ ຈະ ດໍາເນີນ ບົດ ນີ້ ຕໍ່ໄປ ການຂີດຂຽນ ກ່ຽວກັບ ໄວຍາກອນ ກໍ ຈະ ບໍ່ ກ້າວ ໄປ ໄກ

ເຖິງຢ່າງໃດ ກໍດີ ກ່ອນ ການຂີດຂຽນ ໄວຍາກອນ ຈະ ມີ ຄວາມລະອຽດ ດີ ເຮົາ ກໍ ຕ້ອງ ໄດ້ ສຶກສາ ໄວຍາກອນ ທັງ ສີ່ ເຫລັ້ມ ໃຫ້ ຈົບ ເເລະ ກໍ ຕ້ອງ ໄດ້ ຂຽນ ເຣື່ອງ ນີ້ ຫມົດ ທັງ ສີ່ ເຫລັ້ມ ປະມານ ສາມ ເທື່ອ ເສັຽກ່ອນ ມັນ ຈຶຶ່ງ ຈະ ມີ ຄວາມລະອຽດ ໄດ້ ດີ ເເທ້ ເເລ

ສັພນາມ ທຸກ ໆ ຄໍາ ຕ້ອງ ມີ ຄວາມສາມາດ ກາຍ ເປັນ ເຈົ້າຂອງ ຂອງ ກິຣິຍາ ໄດ້ ເຖິງເເມ່ນວ່າ ມັນ ຈະ ຢູ່ ໃນ ຮູບໃດ ກໍຕາມ ບໍ່ດັ່ງນັ້ນ ເຮົາ ຈະ ຮຽກ ຄໍາ ກ່ຽວຂ້ອງ ເປັນ ສັພນາມ ບໍ່ ໄດ້ ເດັດຂາດ

ຂ້າພະເຈົ້າ ໄດ້ ຖື ການຂຽນ ບົດ ໄວຍາກອນ ຕ່າງ ໆ ເຫລົ່ານີ້ ໂດຍ ອີງ ເອົາ ຕາມ ຫລັກ ຂອງ ກົມ ວັນນະຄະດີ ລາວ ທຸກຢ່າງ ( ເເຕ່ ຢູ່ ໃນ ປຶ້ມ ໄວຍາກອນ ທີ່ ພວກ ບັນດິດ ໄດ້ ພິມ ເຜີຍເເພ່ ນັ້ນ ມີ ຂໍ້ ຜິດ ຫລາຍ ຂໍ້ ທີ່ ພາ ໃຫ້ ຜູ້ອ່ານ ເຂົ້າໃຈ ຍາກ ພ້ອມທັງ ສາມາດ ເຮັດ ໃຫ້ ເຂົ້າໃຈ ຜິດ ເພີ່ມເຕີມ )


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກ ໆ ນ້ອຍ ໆ ອັນນີ້ ເເດ່
ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກ ໆ ອົງ
ເເດ່ ຍາພໍ່ ເເລະ ຄຸນງາມຄວາມດີ ຂອງ ຍາເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກ ຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກ ຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກ ຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກ ຄົນ
ເເລະ ພິເສດ ສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນການ
ທ້າຍສຸດ ນີ້ ຂ້າພະເຈົ້າ ຂໍ ໂມທະນາ ກຸສົນ ຜົນບຸນ ທຸກ ຢ່າງ ທີ່ ໄດ້ ມາ ເເດ່ ລູກ ທຸກ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກ ໆ ຄົນ

Khamphéo Phouphetlinthong


ສາກ ເອົາ ເເມ່ພິມ ລາວ ຢູນິກົດ ມະນີເດດ
Télécharger la police de caractères lao Unicode Manideth
Download the Lao Unicode font Manideth
[Manideth.TTF]

(ຢາກ ຮູ້ຈັກ ຕື່ມ ອີກ / Plus... / More...)


ບັນທຶກ /Notes

[1] ປຸຣຸສ̣ະ[puruṣa] var. ປູຣຸສ̣ະ[pūruṣa] m. : Héritage du Sanskrit, Dictionnaire sanskrit-français, Gérard Huet, 8 Octobre 2008, p.257

[2] Héritage du Sanskrit, Dictionnaire sanskrit-français, Gérard Huet, 8 Octobre 2008

[3] “ຂ້ານ້ອຍ” ເປັນ ຊື່ ພາສາ ລາວ ຂອງ ປຶ້ມ ທີ່ ຂຽນ ດ້ວຍ ທ່ານ ດຣ. ບຸນສັງ ຄໍາເເກ້ວ ( Dr. Bounsang Khamkèo ) ເເລະ ທີ່ ເພິ່ນ ເເປ ເປັນ ພາສາ ອັງກິດ ວ່າ “I Little Slave”

[4] ຄອບ : ຍ້ອນ ຫລືວ່າ ເພາະ

[5] ທວີ[dvī] ເປັນ ຄໍາ ບາລີ ເເລະ ເເປ ວ່າ “ສອງ” ຕາມ ທີ່ຈິງ ຄໍາ ນີ້ ປະກອບ ດ້ວຍ ພຍັນຊນະ ຈູງ ຊຶ່ງ ຄົນລາວ ເຄີຍ ຂຽນ ເປັນ “ທະວີ” ໂດຍ ມີ ສຣະອະ ປະກອບ ກັບ ຕົວທໍ ເເຕ່ວ່າ ຂ້າພະເຈົ້າ ໄດ້ ຕັດສິນໃຈ ຂຽນ ເປັນ ພຍັນຊນະ ຈູງ ຕາມ ຄໍາເຄົ້າ ບາລີ ເພື່ອ ອໍານວຍ ຄວາມສະດວກ ໃນ ການຊອກຫາ ຄໍາເຄົ້າ ພ້ອມດ້ວຍ ການຊອກຫາ ຄວາມຫມາຍ ຂອງ ມັນ ຄື ຂຽນ ປາສຈາກ ສຣະອະ ປະກອບ ຕົວທໍ ນັ້ນເອງ

[6] ຄໍາບາລີ ວາຈກ[ວາ-ຈະ-ກະ / vācaka] ຖືກ ເເຜງ ເປັນ ຄໍາລາວ ວາຈົກ ຕາມ ຫລັກ ການເເຜງ ອັກສອນ ຂອງ ໄວຍາກອນ ລາວ ທີ່ ເເປ ວ່າ ຜູ້ເວົ້າ | en. speaker ເເລະ ທີ່ ມີ ເຫງົ້າ ( fr. radical ) ວາຈ[vāc] ຊຶ່ງ ຄໍາ ຕ່າງ ໆ ທີ່ ມີ ຄວາມຫມາຍ ໄປ ໃນ ທໍານອງ ດຽວ ຈະ ໃຊ້ ເຫງົ້າ ດັ່ງກ່າວ ເປັນ ຫລັກ ໃນ ການ ເເຕ່ງ ຄໍາ ໃຫມ່ ຂຶ້ນ ມາ ຄືດັ່ງ

  • ວາຈະກະ[vācaka]
  • ວາຈະນະ[vācana]
  • ວາຈະນະກະ[vācanaka]
  • ວາຈາ[vācā] ວາຈາລະ[vācāla]
  • ວາຈີ[vācī]
  • ວາເຈຕິ[vāceti]
  • ວາເຈຕຸ[vācetu] ເປັນຕົ້ນ

ເເຕ່ຫາກວ່າ ຄໍາ ທາຕຸ ຫລື ທາດ ( racine/root ທີ່ ຂ້າພະເຈົ້າ ພາດ ຫົວຂໍ້ ເປັນ ພາສາ ຝຣັ່ງ ວ່າ étymologie ນັ້ນ ) ວາ[vā] ດັ່ງ ວາກຍະ[vākya] ເເລະ ວາທະ[vāda] ເປັນຕົ້ນ ຫມາຍເຖິງ ສຽງ ທີ່ ດັງ ອອກ ຈາກ ປາກ ຄື ຄໍາເວົ້າ ທັງມວນ ເເລ

[7] Concise, Pali-English dictionary, A.P. Buddhadatta Mahāthera, ISBN 81-208-0604-2 & 81-208-0605-0, Colombo, 1957 & Delhi, 1989

6 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

  • ສັພນາມ ໑໒ ເດືອນ ທັນວາ/décembre  ຄສ. 2012 09:11

    ຂອບໃຈຫລາຍ ອາຈານຄໍາເເພວທີ່ໄດ້ເເບ່ງປັນຄວາມຮູ້ຂອງທ່ານ
    ດ້ວຍຄວາມນັບຖື

    ຕອບສານ ສະບັບນີ້

  • ສັພນາມ ໑໔ ເດືອນ ທັນວາ/décembre  ຄສ. 2012 22:34

    ຄົງມີອາຈານຄໍາເເພວຄົນລາວຄົນດຽວນີ້ເເລະ ເເບ່ງຄວາມຮູ້ໃຫ້ເພື່ອນຮ່ວມຊາດດ້ວຍກັນ
    ຂອບໃຈ ຫລາຍໆ ເນີ ອາຈານ

    ຕອບສານ ສະບັບນີ້

  • ສັພນາມ ໒໘ ເດືອນ ທັນວາ/décembre  ຄສ. 2012 11:56

    ໂອຍ! ຂໍຂອບໃຈຫລາຍໆເດີ ທ່ານຄໍາເເພວ ພູເພັຊຣລິນທອງ ທີ່ໄດ້ສ້າງບ່ອນ ຄວາມຮູ້ ໃຫ້ຄົນລາວ ມາຮຽນຮູ້ນໍາກັນ ເພື່ອໃຫ້ຄົນລາວຂຽນເເບບດຽວກັນ ທ່ານເປັນຄົນທີ່ມີສາຍຕາກວ້າງໄກ ເເນມເຫັນອະນາຄົດ ຂອງລູກລາວຫລານລາວເຮົາ ຊຶ່ງຕ່າງກັບຄົນລາວຄົນອື່ນ ທີ່ຂຽນເພື່ອຂາຍ ເເຕ່ເມື່ອຊື້ມາອ່ານເເລ້ວ ມັນທຽບຮອດເຄິ່ງນຶ່ງຂອງທ່ານກະບໍ່ໄດ້ ທັ້ງໆທີ່ເພິ່ນເອງ ກໍເປັນດັອກເຕີຢູ່ເເລ້ວ

    ຂ້າພະເຈົ້າມີອາຍຸ ໖໐ ກວ່າປີເເລ້ວ ເເລະ ເມືອຢາມບ້ານຢູ່ເລື້ອຍໆ ຢູ່ປະເທດລາວ ເເກວກໍບັງຄັບໃຫ້ຄົນລາວໃຊ້ຄໍາເເກວນັບມື້ນັບຫລາຍຂຶ້ນ ຢູ່ຕ່າງປະເທດ ຄົນລາວກໍບໍ່ຍອມຂຽນເເບບດຽວກັນ ຍ້ອນໃຜກະວ່າໃຜເກັ່ງ ເເລະ ຄົນທັງສອງຈໍາພວກນີ້ ເປັນຜູ້ທໍາລາຍປະເທດຊາດ

    ຖ້າເຮົາບໍ່ຊ່ວຍກັນສ້າງປໂຍດເເບບທ່ານນີ້ ຍັງອີກບໍ່ດົນ ເເກວກໍຈະເອົາໄປເປັນຂອງມັນຫມົດ ສ້າງເພື່ອໃຫ້ ລູກຫລານ ເຫັນຄວາມສໍາຄັນ ເຫັນຄຸນຄ່າຂອງຮີດຄອງປະເພນີ ເຫັນຄຸນຄ່າຂອງພາສາລາວ

    ທ່ານຂຽນໄດ້ດີຫລາຍ ເເລະ ຍັງບໍ່ເຫັນຄົນອື່ນຫລືດັັອກເຕີອື່ນຂຽນໄດ້ດີສໍ່ານີ້ຈັກເທື່ອ ສົມຊື່ວ່າ ທ່ານເປັນສາສດາຈານເເທ້

    ຂໍໃຫ້ທ່ານມີອາຍຸຫມັ້ນຍືນຫມັ້ນຍືນ ເເລະ ຂ້າພະເຈົ້າຂໍຍໍມືນົບໄຫວ້ທ່ານ ເພື່ອໃຫ້ທ່ານ ດໍາເນີນວຽກອັນນີ້ຕໍ່ໄປ

    ດ້ວຍຄວາມໂຄຣົບເເລະນັບຖື

    ຕອບສານ ສະບັບນີ້

  • ສັພນາມ ໓ ເດືອນ ມະກະຣາ/ມັງກອນ/janvier  ຄສ. 2013 07:44

    ເຂົ້າມາເຈິ ໂດຍບັງເອີນ ເເລະ ກໍເຫັນທ່ານຂຽນໄດ້ດີຫລາຍ
    ທ່ານເປັນຄົນຮັກຊາດ ຮັກບ້ານເກີດເມືອງນອນ ເເລະ ຮັກຄົນລາວດ້ວຍກັນ ສະນັ້ນ ທ່ານເປັນຄົນທີ່ ຂ້າພະເຈົ້າເທີດທູນ ສັກກາຣະບູຊາ ເເລະ ເປັນຄົນທີ່ຫາໄດ້ຍາດທີ່ສຸດ

    ຂໍຍໍມືໃສ່ເກົ້ານົບນ້ອມນໍ້າໃຈຂອງຜູ້ປະເສີດດັ່ງທ່ານ

    ຕອບສານ ສະບັບນີ້

  • ສັພນາມ ໗ ເດືອນ ມະກະຣາ/ມັງກອນ/janvier  ຄສ. 2013 00:39, ໂດຍ ກັດຕຸ ບຸນຄ້າຍ

    ສະບາຍດີ,
    ກໍໄດ້ສຶກສາຕິດຕາມ ບົດຄົ້ນຄວ້າ ຫລື ບັນທຶກ ຂອງ ຍາອ້າຍ ຄຳແພວສເມີ ມາ...ໃນນາມ ສ່ວນຕົວ ຜູ້ຂ້າ ຂໍຍົກຍ້ອງ ໃຫ້ ທ່ານເປັນ ບຸກຄົນ ແຫ່ງປີ ກໍແລ້ວກັນເນາະ.
    ຂໍໃຫ້ ເຂັ້ມແຂງ ອາຍຸຍືນຍາວ ແລະ ສົດຊື່ນເບີກບານອຈ່ມໃສ ຕລອດໄປ ເພື່ອຈະໄດ້ຂີດຂຽນໄວ້ໃຫ້ ເຍົາວະຊົນ ລາວລຸ້ນຫລັງ ໄດ້ ສຶກສາຮຽນຮູ້ຕໍ່ໄປ.
    ໂຊກດີ ຍາອ້າຍ ຄຳແພວ ແລະຄອບຄົວ!
    ດ້ວຍຄວາມນັບຖື.

    ຕອບສານ ສະບັບນີ້

  • ສັພນາມ ໙ ເດືອນ ກຸມພາ/février  ຄສ. 2013 10:32

    ສະບາຍດີ ອາຈານ ຄໍາເເພວ ພູເພັຊຣລິນທອງ

    ຂ້ານ້ອຍ ຂໍຍ້ອງຍໍນໍ້າໃຈ ເເລະ ມານະຂອງອາຈານ ທີ່ອາຈານໄດ້ຂຽນໄວ້ ເພື່ອໃຫ້ມວນຊົນຄົນລາວໂດຍທົ່ວໄປ ຣວມທັງ ອິສານ ຄະ ນໍາເອົາໄປເປັນເເບບຢ່າງ ຖ້າອາຈານບໍ່ຂຽນໄວ້ ມັນຄົງຈະບໍ່ມີຄົນລາວຄົນອື່ນອີກເເລ້ວ ທີ່ຈະມີຄວາມສາມາດ ຂຽນໄດ້ດັ່ງອາຈານ ຄະ ສະນັ້ນ ຂ້ານ້ອຍ ຂໍຍໍມືໃສ່ເກົ້າ ນົບນ້ອມອາຈານ ໃຫ້ຂຽນຕໍ່ໄປ ເພື່ອໃຫ້ສິ່ງເຫລົ່ານີ້ ກາຍເປັນມໍຣະດົກຂອງຊາດລາວເເລະຂອງຄົນລາວເຮົາ ຄະ

    ນາງ ດວງໃຈ (ຈາກ ອິສານ ຄະ ເເມ່ ໄທວຽງ ຄະ ເປັນນັກສຶກສາດ້ານອັກສອນສາດລາວ)

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0