ພາສາ ລາວ - La langue lao ບົນ ລາວເເພນ

ເຄື່ອງຫມາຍ ຂອງ ນາມ ------- ( ເພດ & ຈໍານວນ ຂອງ ນາມ )

ວັນພະຫັດ ທີ ໒໙ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology

  • “ເພດ” ມີ ເຄົ້າ ມາ ຈາກ ພາສາ ບາລີ ເວສະ[Vesa] ເເລະ ພາສາ ສັນສະກຣິດ ວ່າ ເວສ̣ະ[Veṣa] ທີ່ ຖືກ ເເຜງ ມາ ເປັນ ຄວາມລາວ “ເພສ” ຊຶ່ງ ຂຽນ ເປັນ ທາງການ ດ້ວຍ ຕົວກໍ້າ ຄື ຕົວສະກົດ ທ້າຍຄໍາ ຂອງ ເເມ່ທັງເເປດ “ເພດ” ເເລະ ທີ່ ເເປວ່າ ການນຸ່ງຖື ການເເຕ່ງກາຍ || ເວສ̣ະ[Veṣa] m. en. Robe / Dress ; vêtements / apparel ; déguisement / disguise ; apparence
    • “ເເຕ່ງເພດ” ຫມາຍເຖິງ ການເສີມສວຍ ການໃສ່ ເຂົ້າເເປ້ງນໍາເເດງ ພ້ອມທັງ ການນຸ່ງຖື ຕ່າງໆ || apparence
    • “ກັບ ເພດ ເປັນ ຄົນ” ທີ່ ເປັນ ກິຣິຍາ ຫມາຍເຖິງ ການກັບ ມາ ໃຊ້ ໂສມຫນ້າ ເເບບໃຫມ່ ຊຶ່ງ ຄໍາ “ກັບ” ມາ ຈາກ ພາສາ ບາລີ ກັປປະ[Kappa] || Le retour vers une autre existence sous la forme d’un être vivant dans le monde du samsara / The return to the existence of a living being ( alive being ) in the world of the samsara.
      • “ກັບ” ທີ່ ເປັນ ນາມ ເເລະ ທີ່ ມີ ເຄົ້າ ເປັນ ພາສາ ລາວ ມາ ເເຕ່ ດັ້ງເດີມ ຫມາຍເຖິງ ເເອບ ດັ່ງ ກັບປາ ເເອບປາ ຫລື ປາເເອບ ເປັນຕົ້ນ
    • “ເພດ” ຫມາຍເຖິງ ຂອງ ຂອງ ຜູ້ຍິງ ( ຫີ ) ຫລື ຂອງ ຂອງ ຜູ້ຊາຍ ( ໂຄັຍ ) || Sexe / Sex
    • “ເພດຍິງ/ເພດຊາຍ” ຫມາຍເຖິງ ສິ່ງໃດ ທີ່ ມີ ຂອງ ເເມ່ຍິງ ຫລື ຂອງ ຜູ້ຊາຍ ເເຕ່ ໃນ ໄວຍາກອນ ເພິ່ນ ຫມາຍເຖິງ ເເມ່ຍິງ ຜູ້ຊາຍ ໂຕເເມ່ ເເລະ ໂຕຜູ້ ຫລື ໂຕເຖິກ || Genre masculin ou féminin / Male or female “gender”

ຣູປຕາ ໑ - ເພດ ຂຽນ ດ້ວຍ ຫນັງສື ທັມ

  • ນະປຸງສະກະ[napuŋsaka] ເປັນ ຄຸນນາມ ບາລີ ເເລະ ເເປ ວ່າ ບໍ່ ມີ ເພດ ໃດໆ ທັງສິ້ນ ຊຶ່ງ ຫມາຍຄວາມວ່າ ຈະ ໃຊ້ ເປັນ ເພດຍິງ ຫລື ໃຊ້ ເປັນ ເພດຊາຍ ກໍ ໄດ້ || napuŋsaka adj. en. of no sex, of neuter gender [1]

ຣູປຕາ ໒ - ນະປຸງສະກະ ດ້ວຍ ຫນັງສື ທັມ

  • ພະຫຸ[bahu] ເປັນ ຄໍາບາລີ ເເລະ ເເປວ່າ ມາກ ມາກມາຍກາຍກອງ ຫລາຍ ຫລວງ ຫລວງຫລາຍ ເຕັມໄປດ້ວຍ ມັ້ງຄັ້ງສົມບູນໄປດ້ວຍ ອຸດົມສົມບູນ || ພະຫຸ[bahu] adj. en. much, many, large, abundant; plenty
    • ພະຫຸພພີຫິ[bahubbīhi/ພະ-ຫຸບ-ພີ-ຫິ] ທີ່ ຄົງ ເເຜງ ມາ ໃຊ້ ໃນ ພາສາ ລາວ ພະຫຸພີຫິ ເເລະ ທີ່ ເເປ ວ່າ ຄໍາປະສົມ ຄຸນນາມ || en. m. an adjective compound

ຣູປຕາ ໓ - ພະຫຸ ຂຽນ ດ້ວຍ ຫນັງສື ທັມ

  • “ວັຈນະ” ມີ ເຄົ້າ ມາ ຈາກ ພາສາ ບາລີ ວະຈະນະ[vacana] ທີ່ ຖືກ ເເຜງ ມາ ເປັນ ຄໍາລາວ ວັຈນະ[ວັດ-ຈະ-ນະ] ຊຶ່ງ ຫມາຍເຖິງ ນາມ ທີ່ ໃຊ້ ເເທນ ຄໍາເວົ້າ ຄໍາດຽວ ທີ່ ບອກ ປະຣິມານ ເເລະ ລັກສນະ ຂອງ ຈໍານວນ || Vacana nt. parole, langage ; discours, énonciation | édit, ordre, conseil | gram. nombre ( ekavacana singulier, bahuvacana pluriel , avacana “ni l’un, ni l’autre” ).
    • ເອກະວະຈະນະ[ekavacana] n. gram. singulier. ( ເອກວັຈນະ ຫລື ເອກພົດ ຫມາຍເຖິງ ນາມ ທີ່ ມີ ຈໍານວນ ນ້ອຍ ເເລະ ກໍ ບໍ່ ເກີນ ນຶ່ງ )
    • ທວີວະຈະນະ[dvivacana] n. gram. duel, duo- ( ທວີວັຈນະ ຫລື ທວີພົດ ຫມາຍເຖິງ ນາມ ທີ່ ມີ ຈໍານວນ ສອງ ເທົ່ານັ້ນ )
    • ພະຫຸວະຈະນະ[bahuvacana] n. gram. pluriel. ( ພະຫຸວັຈນະ ຫລື ພະຫຸພົດ ຫມາຍເຖິງ ນາມ ທີ່ ມີ ຈໍານວນ ເລີ້ມ ເເຕ່ ສອງ ຂຶ້ນໄປ )
    • ອະວະຈະນະ[avacana] n. gram. sans nombre / without number ( ອະວັຈນະ ຫລື ອະພົດ ຫມາຍເຖິງ ນາມ ທີ່ ບໍ່ ກໍານົດ ຈໍານວນ ໃດໆ ທັງສິ້ນ )
    • ເວວະຈະນະ[vevacana] (the method of synonyms) ທີ່ ຖືກ ເເຜງ ເປັນ ເວວັຈນະ ຫລື ເວພົດ ຊຶ່ງ ຄົນລາວ ເເລະ ຄົນໄທຍ ມັກ ໃຊ້ ເປັນ ວິພົດ ເເລະ ຊຶ່ງ ຂ້າພະເຈົ້າ ເເປ ເປັນ ສະນາມ ທີ່ ທ່ານ ຈະ ພົບ ການໃຊ້ ຄໍານີ້ ໃນ ບັ້ນ ຕໍ່ໄປ. The Vevacanahāra calls attention to the dictionary method of synonyms by which the Buddha tried to impress and clarify certain notions of the Dhamma. This section forms a landmark in the development of Indian lexicography [2].
    • ເອກະວາກຍະ[ekavākya] n. gram. énonciation d’une phrase ; la même phrase — a. m. n. unanime [3].
    • ເອກະວາກຍະຕາ[ekavākyatā] ດາ[-tā] f. unanimité | gram. transmission fidèle des textes, not. du Veda. ຊຶ່ງ ເອກະວາກຍະດາ ເເປວ່າ ເເຫ່ງ ເອກະວາກຍະ ຄືດັ່ງ ທັມມະດາ ທີ່ ເເປວ່າ ເເຫ່ງ ທັມມະ ຫລື ເເຫ່ງ ຄວາມຈິງ ນັ້ນເອງ ( ຂຽນ ຕາມ ຫລັກ ໄວຍາກອນ ດັ່ງນີ້ ເອກວາກຍະດາ ເເຕ່ ອ່ານ ເອກກະວາກຍະດາ )

ຣູປຕາ ໔ - ວັຈນະ ຂຽນ ດ້ວຍ ຫນັງສື ທັມ

ໂຄສະຖານ || Phonétique / Phonetics

  • “ເພດ” ມີ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
  • “ວັຈນະ” ເປັນ ຄໍາຕາຍ ທີ່ ເຮົາ ບໍ່ ສາມາດ ຈະ ຜັນ ສຽງ ໄດ້ ຄື ຫລິ້ນ ສຽງ ບໍ່ ໄດ້
    • “ວັດ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
    • “ຈະ” ມີ ສຽງສັ້ນ ເເລະ ສຽງກາງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
    • “ນະ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ

( ລວງຍາວ ຂອງ ສຽງສັ້ນ ສໍ່າກັນ ກັບ ລວງຍາວ ຂອງ ສຽງຍາວ ມີ ເເຕ່ ໃຫ້ ອ່ານ ສຽງສັ້ນ ໄວກວ່າ ສຽງຍາວ ເທົ່ານັ້ນ )

໑໐໐- ຄໍາອະທິບາຍ || Explication / Explanation
ເພິ່ນ ຮຽກ ເພດ ຂອງ ນາມ ຫລື ເພດ ຂອງ ພາສາ ເປັນ ຄໍາບາລີ ວ່າ ລິງຄະນາມ ຊຶ່ງ ຄໍາ “ເພດ” ໃນ ໄວຍາກອນ ນີ້ ຫມາຍເຖິງ

  • ນາມ ທີ່ ເປັນ ເພດຊາຍ ຊຶ່ງ ເພິ່ນ ຮຽກ ຕາມ ຄໍາບາລີ ວ່າ ປຸງລິງ ( ປຸງລິງຄະ[puŋliŋga ) => ປຸງລິງຄ => ປຸງລິງ
    • ປຸມາ[pumā] ເເປວ່າ ຜູ້ຊາຍ ຊຶ່ງ ພາສາ ຝຣັ່ງອັງກິດ ວ່າ un homme / a man ກາຍເປັນ puṁ[puŋ] ດ້ວຍ ຕົວກໍ້າ “ງ[ṁ]” ທີ່ ສາມາດ ປະກອບ ເປັນ ປຸລລິງຄັງ[pulliṅgaṁ] ທີ່ ເເປວ່າ ໂຄັຍ ເເລະ puṁ+liṅgaṁ (ປຸງ+ລິງຄັງ) ທີ່ ເເປວ່າ ສັພລັກສນະ ຫລື ເຄື່ອງຫມາຍ ຊຶ່ງ ພາສາ ຝຣັ່ງອັງກິດ ເເປວ່າ caractérisique / characteristic, signe / sign ດ້ວຍເຫດນີ້ ເພິ່ນ ຈຶ່ງ ໄດ້ໃສ່ ຫົວຂໍ້ “ເຄື່ອງຫມາຍ” ໃນ ໄວຍາກອນ ລາວ
  • ນາມ ທີ່ ເປັນ ເພດຍິງ ຊຶ່ງ ເພິ່ນ ຮຽກ ຕາມ ຄໍາບາລີ ວ່າ ອິດຖີລິງ ( ອິຕຖິລິງຄະ[itthiliŋga] ຫລື ອິຕຖີລິງຄະ[itthīliŋga] ຊຶ່ງ ອິດຖິ[itthi] ຫລື ອິດຖີ[itthī] ເເປວ່າ ເເມ່ຍິງ ໂຕເເມ່ || en. a woman, female )
  • ນາມ ທີ່ ເປັນ ໄຮ້ ເພດ ທີ່ ເພິ່ນ ຮຽກ ຕາມ ຄໍາບາລີ ວ່າ ນະປຸງສະກະ[napuŋsaka] ທີ່ ເເປ ວ່າ ບໍ່ ມີ ເພດ ໃດໆ ທັງສິ້ນ ຊຶ່ງ ຫມາຍຄວາມວ່າ ຈະ ໃຊ້ ເປັນ ເພດຍິງ ຫລື ໃຊ້ ເປັນ ເພດຊາຍ ກໍ ໄດ້ || en. napuŋsaka adj. of no sex, of neuter gender

ເພດ ທີ່ ມີ ເຄົ້າ ມາ ຈາກ ພາສາ ລາວ ເເທ້ໆ ຈະ ມີ ຄວາມເເຕກຕ່າງ ຈາກ ນາມ ທີ່ ມີ ເຄົ້າ ມາ ຈາກ ພາສາ ອິນດູຢູໂຣປກະ [4] ( fr. des langues indoeuropéennes ) ເຊັ່ນ ບາລີ ສັນສະກຣິດ ຝຣັ່ງ ອັງກິດ ເປັນຕົ້ນ ເນື່ອງຈາກວ່າ ນາມ ເເຕ່ລະຄໍາ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ພາສາ ອິນດູຢູໂຣປກະ ຈະ ບອກ ເພດ ເເລະ/ຫລື ຈະ ບອກ ວັຈນະ ໄປ ໃນ ຕົວ ຂອງ ມັນ ເອງ ໄດ້ ດັ່ງ ທ່ານ ຈະ ເຫັນ ຕົວຢ່າງ ນະ ຂ້າງລຸ່ມ ນີ້

໑໐໑- ເເບບຢ່າງ ການໃຊ້ ລິງຄະນາມ
ຕາມທີ່ຈິງ ນາມ ທີ່ ບອກ ເພດ ໃນ ຕົວ ຂອງ ມັນເອງ ນັ້ນ ມີ ຈໍານວນ ນ້ອຍ ທີ່ສຸດ ໃນ ພາສາ ລາວ ນອກຈາກ ນາມ ເຫລົ່ານີ້ ເເລ້ວ ນາມ ອື່ນ ຈະ ບໍ່ ມີ ເພດ ປະການ ໃດ ທັງສິ້ນ ຄື ເປັນ ນາມ ນະປຸງສະກະລິງ ຫລື ນະປຸງສະກະລິງຄະນາມ ເເຕ່ຫາກວ່າ ເມື່ອ ເຮົາ ຢາກ ໃຫ້ ນາມໃດນາມນຶ່ງ ເກີດ ມີ ເພດ ເຮົາ ຕ້ອງ ເອົາ ນາມ ທີ່ ມີ ເພດ ໃນ ຕົວ ຢູ່ເເລ້ວ ໄປ ປະສົມ ກັບ ນາມ ຕົວອື່ນ ຊຶ່ງ ຫມາຍຄວາມວ່າ ນາມ ທີ່ ໄດ້ມາ ຈາກ ການປະສົມ ດັງກ່າວ ນີ້ ເປັນ ຄໍາປະສົມ

ລິງຄະ[liŋga] ເປັນ ຄໍາບາລີ ເເລະ ເເປວ່າ ເຄື່ອງຫມາຍ ລັກສນະປະເພດ ເພດ ( ຂອງເເມ່ຍິງ ຫລືື ຂອງຜູ້ຊາຍ ) || ລິງຄະ[liŋga] nt. en. sign, mark, attribute, feature, the generative organ, the gender ( in grammar )

ຣູປຕາ ໕ - ລິງຄະ ດ້ວຍ ຫນັງສື ທັມ

໑໐໒- ນາມ ປຸງລິງ ຫລື ປຸງລິງຄະນາມ || genre masculin / Masculine gender
ກ. ຕົວຢ່າງ ຂອງ ປຸງລິງຄະນາມ ຫລື ຂອງ ນາມ ເພດຊາຍ ທີ່ ກໍານົດ ໃນ ຕົວ ຂອງ ມັນເອງ ຄື

  • ປຸງລິງຄະນາມ ທີ່ ເປັນ ຄໍາລາວ ເເທ້
    • ປູ່ ພໍ່ ລູງ ອາວ ອ້າຍ ເຂີຍ ຜົວ ຈົວ ພຣະ ຊາຍ(ເກີດ ເປັນ ຊາຍ) ບ່າວ(ເປັນ ບ່າວ)
  • ປຸງລິງຄະນາມ ທີ່ ເປັນ ຄໍາບາລີ
    • ລ.ກິນນະຣອນ ກຸມາຣະ(ລ.ກຸມມານ) ສາມະເນຣະ(ລ.ສາມະເນນ) ຍັກຂະ(ລ.ຍັກ) ທາຍະກະ(ລ.ທາຍົກ) ທາຣະກະ(ລ.ທາຣົກ) ພິກຂຸ ພຣະມະ(ລ.ພຣາມ) ຣາຊາ ອຸປາສະກະ(ລ.ອຸປສົກ) ສາວະກະ(ລ.ສາວົກ) ລ.ເສດຖີ ຯລຯ ==> ( ລ. ຫມາຍເຖິງ ຄໍາ ທີ່ ຂຽນ ເປັນ ທາງການ ໃນ ພາສາ ລາວ )

ຣູປຕາ ໖ - ປຸງລິງຄະ ດ້ວຍ ຫນັງສື ທັມ

  • ປຸງລິງຄະນາມ ທີ່ ໃຊ້ ສໍາລັບ ສັດ
    • ຜູ້(ໄກ່- ຫມາ-) ທອກ(ຫມູ-) ເຖິກ(ຄວາຍ-) ບາ(ງົວ-) ພາຍ(ຊ້າງ-) ດໍ(ຊ້າງ-)
      • ໄກ່ຜູ້ເມັຽ ==> ໄກ່ຜູ້ ທີ່ ມີ ຊົງ ໄກ່ເເມ່ ເເຕ່ ມີ ຫອນ ເຮົາ ຮຽກ ໄກ່ຜູ້ເມັຽ
      • ຄວາຍຫງານ ==> ໄທລື້ ຮຽກ ຄວາຍເຖິກ ວ່າ ຄວາຍຫງານ
        • ສັດ ໂຕນ້ອຍ ຮຽກ ໂຕຜູ້ ຫມົດ ເເລະ ສັດ ໂຕໃຫຍ່ ຮຽກ ໂຕເຖິກ ຫມົດ ຕົວຢ່າງ ມ້າ ງົວ ຄວາຍ ເປັນຕົ້ນ ເເລະ ສັດ ໂຕໃຫຍ່ ກວ່າຫມູ່ ນັ້ນ ຄື ຊ້າງ ເຂົາ ບໍ່ ເອີ້ນ ຊ້າງເຖິກ ເຂົາ ເອີ້ນ ຊ້າງພາຍ ສ່ວນ ເເມງໄມ້ ເເລະ ເເມງວັນ ເເມງມີ່ ນັ້ນ ເຮົາ ບໍ່ ສາມາດ ໄຈ້ເເຍກ ໄດ້ ວ່າ ໂຕໃດ ເປັນ ໂຕຜູ້ ເເລະ ໂຕໃດ ເປັນ ໂຕເເມ່ ນອກຈາກ ສັນທັດ ກໍຣະນີ ( ຜູ້ຮອບຮູ້ ທຸກ ດ້ານ ) ເເຕ່ວ່າ ເຂົາ ຮຽກ ເເມງກອກ ເເມງຄາມ ຫລື ເເມງສະຄາມ ເເລະ ຈຸດຈີ່ ເປັນ ໂຕຜູ້ ໄດ້ ເພາະວ່າ ມັນ ມີ ເຂົາ

ຂ. ຕົວຢ່າງ ຂອງ ປຸງລິງຄະນາມ ທີ່ ໃຊ້ ຮ່ວມ ກັບ ນາມ ອື່ນ ເພື່ອ ບອກ ວ່າ ນາມ ກ່ຽວຂ້ອງ ເປັນ ນາມ ເພດຊາຍ ຄື

  • ຊຽງ ==> ເມື່ອ ຈົວ ສິກ ເເລ້ວ ເພິ່ນ ຮຽກ ຊຽງ ດັ່ງ ຊຽງຫມັ້ນ ຊຽງອັ້ງ ເປັນຕົ້ນ
  • ຊາຍ ==> ຜູ້ຊາຍ
  • ບາ ==> ຄຣູບາ ບາຄານ
  • ບັກ ==> ບັກຫໍາ ບັກກິ ບັກຫລ້າ ບັກເເຫລ້ ( ບັກຫ່າ ມຶງ ຊຶ່ງ ຫມາຍເຖິງ ການດ່າ ຜູ້ຊາຍ ອີກ ຜູ້ນຶ່ງ )
  • ບ່າວ ==> ຜູ້ບ່າວ ( ຜູ້ບ່າວ ຜູ້ເເພວ? ) ນ້າບ່າວ ບ່າວສອນ ບ່າວເເພວ ບ່າວປັນ ບ່າວອູດ ເປັນຕົ້ນ
  • ທິດ ==> ເມື່ອ ເຈົ້າຫົວ (ຄຣູບາ) ສິກ ເເລ້ວ ເພິ່ນ ຮຽກ ທິດ ດັ່ງ ທິດຫນູໄຜ່ ທິດຄໍາພາ ເປັນຕົ້ນ
  • ຈານ ==> ເມື່ອ ເຈົ້າຫົວ ຖືກ ຫົດ ທາງການ ເທື່ອນຶ່ງ ເພິ່ນ ຮຽກ ສໍາເດັດ ເເລະ ເມື່ອ ສໍາເດັດ ສິກ ອອກ ເເລ້ວ ເພິ່ນ ຮຽກ ຈານ ດັ່ງ ຈານຊາ ຈານຄຣູ ຈານທ່ານ ຕາມ ສັມນະສັກ ຂອງ ເພິ່ນ ຕິດຕາມ ດ້ວຍ ຊື່ ເເທ້ ຂອງ ເພິ່ນ ເພີ່ມເຕີມ
  • ຂຸນ ==> ຂຸນເສິກ ຂຸນພິທັກ ຕໍາຣວດ ເອກ
  • ຫລວງ ==> ຫລວງພໍ່
  • ພໍ່ ==> ພໍ່ບ້ານ ພໍ່ອອກ ພໍ່ນ້າ ພໍ່ລ້ຽງ ພໍ່ຮັກ ພໍ່ສ່ຽວ ພໍ່ບຸນທັມ ພໍ່ສື່ ພໍ່ຈໍ້າ
  • ພຍາ ==> ພຍາ ອິນເເປງ ສຸຣິຍະທັຍ ພຍາ ຄໍາສິງ ຊນະນິກອນ
  • ເພັຽ ==> ເພັຽ ສົມບຸນ ໄຊສນັ່ນ
  • ເເສນ ==> ເເສນ ພູວັງ ອິນທິຣາດ
  • ຫມື່ນ ==> ຫມື່ນ ວິເສດ ພູທອນ
  • ທ້າວ ==> ທ້າວ ຄໍາເເພວ ພູເພັຊຣລິນທອງ

ຄ. ປຸງລິງຄະນາມ ພິເສດ ດັ່ງ ອີ່ພໍ່ ອີ່ລູງ ອີ່ຕາ ທີ່ ເພິ່ນ ໃຊ້ ໃນ ກໍຣະນີ ພິເສດ ຄື
ນາມ ປະເພດ ອະໄວຍະຍະ ຊຶ່ງ ຄໍາອຸປສັກ ( ຄໍາ ນໍາຫນ້າ ) ເປັນ ນາມ ເພດຍິງ ທີ່ ສາມາດ ປອມ ເປັນ ນາມ ເພດຊາຍ ໄດ້ ຄື ນາມ ເພດຍິງ ນໍາຫນ້າ ນາມ ເພດຊາຍ ເເລະ ກໍ ເເອບເເຝງ ເປັນ ນາມ ເພດຊາຍ ໄປ ໃນ ຕົວ ເລີຍ ດັ່ງ ຄໍາ

  • ອີ່ພໍ່ ==> ຕ້ອງ ເເມ່ນ ລູກຄີງ ເປັນ ຜູ້ເວົ້າ ຈັ່ງ ໄດ້ ຫລື ເເມ່ນ ຄົນ ໃນ ຄອບຄົວ ດຽວ ດັ່ງ ລູກລ້ຽງ ລູກຮັກ
    • ອີ່ພໍ່ ມາ ກິນເຂົ້າ ( ຂຽນ ອີ່ພໍ່ ເເຕ່ ອ່ານ ອີ່ປໍ່ ສໍາລັບ ສໍານຽງ ໄທເຫນືອ ເເລະ ຢ່າ ໄປ ຂຽນ ຕາມ ສຽງ ທ້ອງຖິ່ນ ເດັດຂາດ )
    • ອີ່ນາງ ພໍ່ໂຕ ໄປ ໃສ ? ລູງ ເອີຍ ! ອີ່ພໍ່ ກະ ບໍ່ ຢູ່ ອີ່ເເມ່ ກະ ບໍ່ ຢູ່ ( ອີ່ເເມ່ ກະ ຊິ ມາ ອີ່ພໍ່ ກະ ຊິ ມາ “ເເຕ່ ໃຫ້ ອ່ານ ເປັນ ສຽງ ຂອງ ໄທເມືອງຫລວງ” )
  • ອີ່ລູງ ==> ຫລານ ເອີ້ນ ລູງ ຄີງໆ ຂອງ ໂຕເອງ
  • ອີ່ຕາ ==> ຮ້ອງ ນ້າບ່າວ ຄີງໆ ກະ ໄດ້ ( ພໍ່ຕາ ເເມ່ນາຍ ) ເມື່ອ ເພິ່ນ ມີ ລູກ ເເລະ ມີ ອາຍຸ ສູງ ເເລ້ວ ເເຕ່ຫາກວ່າ ເມື່ອ ເຮົາ ເອີ້ນ ຄົນ ອື່ນ
    • ທີ່ ເຮົາ ບໍ່ ຮູ້ຈັກ ເຂົາ ວ່າ ອີ່ຕາ ນີ້ ວະລີ ດັ່ງກ່າວ ຈະ ຫມາຍເຖິງ ຄວາມດູຖູກ ຫລາຍກວ່າ
    • ທີ່ ເຮົາ ຮູ້ຈັກ ກັນ ດີ ດັ່ງ ຫມູ່ກອງ ເປັນຕົ້ນ ວະລີ ດັ່ງກ່າວ ຈະ ຫມາຍເຖິງ ການເວົ້າໃສ່ ກັນ ຫລື ການວ່າ ກັນ ການຢອກ ກັນ ສັນນັ້ນ
  • ອີ່ປູ່ ==> ຫລານ ຄີງ ຈຶ່ງ ເອີ້ນ ໄດ້

ນອກຈາກ ນາມ ຕ່າງໆ ເຫລົ່ານີ້ ເເລ້ວ ກ່ອນ ເຮົາ ຈະ ຮູ້ຈັກ ຄໍາເວົ້າ ຕ່າງໆ ໃຫ້ ລະອຽດ ດີ ນັ້ນ ພວກ ທີ່ ເຮັດ ອາຊີບ ໃດ ຕ້ອງ ຂຽນ ຄໍາສັບ ຂອງ ອາຊີບ ນັ້ນ ປະ ໄວ້ ມັນ ຈຶ່ງ ຈະ ຊ່ວຍກັນ ເເກ້ໄຂ ບັນຫາ ເພື່ອ ທ້ອນໂຮມ ຄໍາສັບ ຕ່າງໆ ໄດ້ ບໍ່ດັ່ງນັ້ນ ຄໍາສັບ ທັງຫລາຍ ກໍ ຈະ ສູນເສັຽ ໄປ ນໍາ ການລ່ວງລັບ ຂອງ ຄົນລາວ ທີ່ ຮູ້ຈັກ ສໍານວນ ຄໍາເວົ້າ ຕ່າງໆ ເເທ້ ເເລ

໑໐໓- ນາມ ອິດຖີລິງ ຫລື ອິດຖີລິງຄະນາມ
ກ. ຕົວຢ່າງ ຂອງ ອິດຖີລິງຄະນາມ ຫລື ຂອງ ນາມ ທີ່ ບອກ ເພດຍິງ ໄປ ໃນ ຕົວ ຂອງ ມັນເອງ ຄື

  • ອິດຖີລິງຄະນາມ ທີ່ ເປັນ ຄໍາລາວ ເເທ້
    • ຍ່າ ເເມ່ ປ້າ ອາ ສາວ ເອື້ອຍ ໃພ້ ຍິງ ເມັຽ

  • ອິດຖີລິງຄະນາມ ທີ່ ເປັນ ຄໍາບາລີ
    • ກິນນາຣີ ກຸມາຣີ(ລ.ກຸມມະຣີ) ສາມະເນຣີ ຍັກຂິນີ ທາຍິກະ ພິກຂຸນີ ຣາຊິນີ ອຸປາສິກາ ຯລຯ ==> ( ລ. ຫມາຍເຖິງ ຄໍາ ທີ່ ໃຊ້ ເປັນ ທາງການ ໃນ ພາສາ ລາວ )

ຣູປຕາ ໗ - ອິດຖິ ເເລະ ອິດຖີ ດ້ວຍ ຫນັງສື ທັມ

  • ອິດຖີລິງຄະນາມ ທີ່ ໃຊ້ ສໍາລັບ ເດັຽຣະສານ(ສັດ)
    • ເເມ່(ຄວາຍເເມ່ ໄກ່ເເມ່) ພັງ(ຊ້າງ-)

ຂ. ຕົວຢ່າງ ຂອງ ອິດຖີລິງຄະນາມ ທີ່ ໃຊ້ ຮ່ວມ ກັບ ນາມ ອື່ນ ເພື່ອ ບອກ ວ່າ ນາມ ກ່ຽວຂ້ອງ ເປັນ ເພດຍິງ

  • ຍິງ ==> ເເມ່ຍິງ ຜູ້ຍິງ ( ເເຕ່ວ່າ ນັກຜູ້ຍິງ ເເລະ ນັກຍິງ ນັ້ນ ເປັນ ຄໍາເວົ້າ ປະເພດ ນຶ່ງ ຕ່າງຫາກ )
  • ອີ່ ==> ອີ່ນາງ
  • ນ້າ ==> ນ້າສາວ
  • ນາງ ==> ນາງສາວ ນາງຫລ້າ ນາງອໍ ນາງຈັນທະລອນ ນາງສີບຸນເຮືອງ ນາງເເພງສີ ນາງວົງເດືອນ
  • ເເມ່ ==> ເເມ່ບ້ານ ເເມ່ເຮືອນ ເເມ່ອອກ ເເມ່ນ້າ ເເມ່ຮັກ ເເມ່ລ້ຽງ ເເມ່ສ່ຽວ ເເມ່ບຸນທັມ ( ຜູ້ເເມ່ ) ເເມ່ລູກອ່ອນ ເເມ່ຈໍ້າ ເເມ່ສື່ ເເມ່ຈ້າງ ເເມ່ມານ ຯລຯ

ຄ. ອິດຖີລິງຄະນາມ ພິເສດ ດັ່ງ ອີ່ເເມ່ ອີ່ປ້າ ອີ່ນາຍ ທີ່ ເພິ່ນ ໃຊ້ ໃນ ກໍຣະນີ ພິເສດ ຄື

  • ອີ່ເເມ່ ==> ລູກ ຄີງ ຫລື ຄົນ ໃນ ຄອບຄົວ ດຽວ ກັນ ຈຶ່ງ ເວົ້າ ໄດ້
  • ອີ່ປ້າ ==> ຕາມທີ່ຈິງ ຫລານ ຄີງ ຂອງ ເພິ່ນ ຈະ ເວົ້າ ອີ່ເເມ່ປ້າ
  • ອີ່ນາຍ ==> ຕ້ອງ ເເມ່ນ ຫລານ ຄີງໆ ຈຶ່ງ ເວົ້າ ໄດ້ ( ອີ່ນາຍ = ເເມ່ນາຍ ດັ່ງ ພໍ່ຕາ ເເມ່ນາຍ ທີ່ ເປັນ ນ້ອງ ຂອງ ເເມ່ເຮົາ ) ຜິວ່າ ເເມ່ນ ຄົນ ອື່ນ ເວົ້າ ມັນ ຫມາຍເຖິງ ການດູລ່າຜ່າເປັຽ ກັນ ຫລາຍກວ່າ ເເລະ ຜິວ່າ ຫມູ່ ຮັກເເພງ ກັນ ເວົ້າ ຫມາຍເຖິງ ການຢອກ ກັນ
  • ອີ່ຫີຄຽວ ==> ເເຕ່ ຢ່າ ໄປ ເວົ້າ ອີ່ຫີ+ຄຸນນາມ [5] ເເທ້ ເນີ ເພາະ ມັນ ເປັນ ການດ່າວ່າ ກັນ ດິດອກ

ປຸງລິງຄະນາມ ເເລະ ອິດຖີລິງຄະນາມ ທີ່ ເປັນ ຄໍາບາລີ ເເທ້ໆ
ປຸງລິງຄະນາມ ຄື ນາມ ທີ່ ເປັນ ເພດຊາຍ
ອິດຖີລິງຄະນາມ
ອຸປາສະກະ[upāsaka] ອຸປາສິກາ[upāsikā]
ກຸມາຣະ[kumāra] (ກຸມມານ ໃນ ພາສາ ລາວ ) ກຸມາຣີ[kumārī]
ກິນນະຣະ[kinnara/kinnarā] & ຍັກຂະ[yakkha] ກິນນະຣີ[kinnarī]
ຍັກຂະ[yakkha] ( ຍັກ ໃນ ພາສາ ລາວ ) ຍັກຂິນີ[yakkhinī]
ທາຍະກະ[dāyaka] ທາຍິກາ[dāyikā]
ພິກຂຸ[bhikkhu] ພິກຂຸນີ[bhikkhunī]
ພຣະມະ[brahma] ( ພຣາມ ໃນ ພາສາ ລາວ )
( ບໍ່ ມີ )
ຣາຊາ[rājā] ຣາຊິນີ[rājinī]
ສາມະເນຣະ[sāmanera] ສາມະເນຣີ[sāmanerī]
ສາວະກະ[sāvaka] ສາວິກາ[sāvikā]
ເເຜງ ໑ – ຕົວຢ່າງ ນາມ ເພດຊາຍ ເເລະ ເພດຍິງ ໃນ ພາສາ ບາລີ

ດັ່ງ ຕົວຢ່າງ ຂ້າງເທິງ ນີ້ ( ເເຜງ ໑ ) ນາມ ທີ່ ເປັນ ຄໍາດຽວ ເເລະ ທີ່ ເປັນ ເພດຍິງ ເເລະ ເພດຊາຍ ພ້ອມໆ ກັນ ພ້ອມທັງ ມີ ຄວາມຫມາຍ ອັນດຽວ ກັນ ຈະ ມີ ພຽງເເຕ່ ຄໍາ ທີ່ ມາ ຈາກ ພາສາ ອິນດູຢູໂຣປກະ ຢ່າງດຽວ ( fr. langues indoeuropéennes ) ເຊັ່ນ ຄໍາບາລີ ເປັນຕົ້ນ ສ່ວນ ນາມ ທີ່ ເປັນ ຄໍາລາວ ເເທ້ໆ ເເລະ ທີ່ ເປັນ ຄໍາດຽວ ກັນ ພ້ອມທັງ ມີ ຄວາມຫມາຍ ຢ່າງດຽວ ກັນ ນັ້ນ ບໍ່ ມີ ໃນ ພາສາລາວ ຫາກ ມີ ກໍ ເປັນ ຄໍາ ຕ່າງ ກັນ ດັ່ງ ຍິງ ເເລະ ຊາຍ ເປັນຕົ້ນ

໑໐໔- ນາມ ນະປຸງສະກະລິງ ຫລື ນະປຸງສະກະລິງຄະນາມ
ໃນ ປຶ້ມ ໄວຍາກອນ ຂອງ ກະຊວງ ສຶກສາທິການ ເເຫ່ງ ຊາດ ສະບັບ ທີ່ ຖືກ ພິມ ເມື່ອ ຄ.ສ. ໑໙໗໒ ເພິ່ນ ໃຊ້ ຄໍາ ນະປຸງສະກະລິງ ຊຶ່ງ ຄໍາ ນະປຸງສະກະ[napuŋsaka/napuṁsaka] ເປັນ ຄຸນນາມ ( fr. adjectif ) ເພື່ອ ໃຊ້ ບອກ ນາມ ທີ່ ບໍ່ ມີ ເພດ ຫລື ນາມ ທີ່ ສາມາດ ໃຊ້ ເປັນ ເພດຍິງ ເເລະ ໃຊ້ ເປັນ ເພດຊາຍ ໄດ້

ກ. ນະປຸງສະກະລິງຄະນາມ ທີ່ ມາ ຈາກ ພາສາ ລາວ ເເທ້ ເເລະ ທີ່ ບໍ່ ມີ ເພດ ຄື

  • ເຮືອນ ບ້ານ ເມືອງ ຖິ່ນ ເເກ່ວ ກິ່ວ ພູ ດອຍ ຊ້າງ ມ້າ ງົວ ຄວາຍ ຫມູ ຫມາ ເປັດ ໄກ່ ເເມງໄມ້ ນົກ ຫນູ ເຈັຽ ເເຮ້ງ ກາ ເເຫລວ ໄມ້ຄ້ອນ ໄມ້ຄານ ກະດູກ ກົບ ປະຕູ ຫົນທາງ ເຂົາ ຄົນ ຜີ ຂວັນ ທ້ອງຟ້າ ສີຟ້າ ກະເເສ ເລືອດ ດິນ ນໍ້າ ລົມ ໄຟ ຯລຯ

ເເຕ່ຫາກວ່າ

  • ເເມ່ ==> ເເມ່ ເປັນ ນາມ ເພດຍິງ ເເຕ່ ເເມ່ທັບ ຈະ ບໍ່ ມີ ເພດ ເພາະວ່າ ຖ້າ ຂຸນເສິກ ເປັນ ເເມ່ຍິງ ຫລື ເປັນ ຜູ້ຊາຍ ເພິ່ນ ກໍ ຈະ ຮຽກ ເເມ່ທັບ ທັງນັ້ນ ເເຕ່ ສ່ວນຫລາຍ ເເລ້ວ ເເມ່ນ ຜູ້ຊາຍ ເປັນ ເເມ່ທັບ ( ໃຫ້ ເກັບ ໄປ ສຶກສາ ຊ່ວຍກັນ )

ຂ. ນະປຸງສະກະລິງຄະນາມ ທີ່ ມາ ຈາກ ພາສາ ລາວ ເເທ້ ເເລະ ທີ່ ໃຊ້ ປະສົມ ນາມ ອື່ນ ເພື່ອ ໃຫ້ ກາຍເປັນ ເພດໃດ ກໍ ໄດ້ ຄື

  • “ນ້ອງ” ດັ່ງ ນ້ອງຊາຍ ນ້ອງສາວ ນ້ອງຍິງ ນ້ອງໃພ້ ນ້ອງເຂີຍ ນ້ອງຜົວ ນ້ອງເມັຽ ນ້ອງຮັກ ນ້ອງເຊື້ອນ້ອງ ເເລະ ອື່ນໆ ອີກ ເເຕ່ຫາກວ່າ “ນ້ອງງົວ” ຫມາຍເຖິງ ຮົກ (ຖົງ) ທີ່ ມັນ ໂອບ ງົວນ້ອຍ ຄວາຍນ້ອຍ ຄົນນ້ອຍ ຢູ່ ໃນ ທ້ອງເເມ່ ຂອງ ມັນ ຮຽກ ນ້ອງງົວ ນ້ອງຄວາຍ ນ້ອງຄົນ ( ພີ່ນ້ອງ ເຊື້ອນ້ອງ )
  • “ນ້າ” ຫມາຍເຖິງ ຜູ້ ທີ່ ມີ ອາຍຸ ຕໍ່າກວ່າ ອາຍຸ ຂອງ ເເມ່ເຮົາ ເເລະ ທີ່ ໃຊ້ ໄດ້ ສອງ ຢ່າງ ຄື ຜິວ່າ ຄໍາເວົ້າ ຄໍາໃດ ມີ “ນ້າ” ຢູ່ ຫນ້າ ຄໍານັ້ນ ຈະ ຫມາຍເຖິງ ນ້ອງ ຄີງໆ ຂອງ ເເມ່ເຮົາ ດັ່ງ ນ້າບ່າວ ນ້າສາວ ເເລະ ເມື່ອ ຄໍາໃດ ໃຊ້ “ນ້າ” ຢູ່ ທ້າຍຄໍາ ຄໍານັ້ນ ຈະ ຫມາຍເຖິງ ຄົນ ທີ່ ບໍ່ ມີ ສາຍເລືອດ ດຽວກັນ ກັບ ເຮົາ ດັ່ງ ພໍ່ນ້າ ເເມ່ນ້າ ອາວນ້າ ລູກນ້າ ເອື້ອຍນ້າ ຯລຯ
  • “ພີ່” ດັ່ງ ພີ່ນ້ອງ ຊຶ່ງ ເປັນ ຄໍາປະສົມ (ພີ່ + ນ້ອງ) ທີ່ ຫມາຍເອົາ ພີ່ ຄື ອ້າຍ ໃນ ນາມ ເຊື້ອອ້າຍ ເເລະ ນ້ອງ ພາຍໃນ ເຊື້ອນ້ອງ ທັງມວນ ມາ ປະກອບ ເຂົ້າກັນ ຈຶ່ງ ຮຽກ ເປັນ ພີ່ນ້ອງ ເເຕ່ ໃນ ບັ້ນນີ້ ຂ້າພະເຈົ້າ ກໍ ມີ ຂໍ້ ສົງໄສ ເເນວນຶ່ງ ວ່າ ຫາກ ເຮົາ ຮຽກ ປູ່ຍ່າຕາຍາຍ ເປັນ ພີ່ນ້ອງ ຄົງ ຈະ ບໍ່ ສອດຄ່ອງ ກັບ ພີ່ນ້ອງ ( fr. cousins et cousines “germains” ou lointains ) ໃນ ເຊື້ອອ້າຍ ເເລະ ເຊື້ອນ້ອງ ເຖິງຢ່າງໃດ ເຮົາ ກໍ ຮຽກ ພວກເພິ່ນ ເປັນ ປູ່ຍ່າຕາຍາຍ ພໍ່ເຖົ້າ ເເມ່ເຖົ້າ ຢູ່ເເລ້ວ
    • ພີ່ ==> ພີ່ອ້າຍ(ອ້າຍເຂີຍ) ພີ່ເອື້ອຍ(ເອື້ອຍໃພ້) ພີ່ຊາຍ(ອ້າຍ)
  • ນາຍ ==> ນາຍບ້ານ ນາຍຊ່າງ ນາຍຫມໍ ຊຶ່ງ ນາຍ ມີ ເຄົ້າ ມາ ຈາກ ພາສາ ບາລີ ດັ່ງ ນາຍະກະ[Nāyaka] ຫລື ນາຍົກ ເປັນຕົ້ນ

ເມື່ອ ເຮົາ ຮູ້ຈັກ ວ່າ ນາມໃດ ມີ ເພດໃດ ຫລື ບໍ່ ມີ ເພດ ເຮົາ ກໍ ສາມາດ ໃຊ້ ຄໍາສັບ ໃນ ການຂີດຂຽນ ໄດ້ດີ ເພາະວ່າ ທຸກສິ່ງຢ່າງ ໃນ ຫົວ ຂອງ ເຮົາ ເເຈ້ງ ເເລະ ຊັດເຈນ ຢູ່ເເລ້ວ ອັນນີ້ ຄື ຄວາມສໍາຄັນ ອັນ ເເທ້ຈິງ ຂອງ ພາສາ ທຸກໆ ພາສາ ເເລະ ເມື່ອ ຄວາມຄິດ ຂອງ ເຮົາ ເເຈ້ງດີ ເເລ້ວ ເຮົາ ກໍ ບໍ່ ໄປ ຄິດ ເສັຽ ວ່າ ຄໍານັ້ນ ເເລະ ຄໍານີ້ ເປັນ ຄໍາໄທຍ ຫລື ບໍ່ ເເມ່ນ ຄໍາລາວ ດັ່ງນີ້ ເປັນຕົ້ນ ຊຶ່ງ ສ່ວນຫລາຍ ເເລ້ວ ຄໍາລາວ ເເທ້ໆ ຈະ ຮັ່ງມີ ກວ່າ ຄໍາໄທຍ ເເລະ ມີ ມາ ເເຕ່ ດຶກດໍາບັນ ນັ້ນເອງ ( ຄໍາໄທຍ ສ່ວນຫລາຍ ຖືກ ຢືມ ມາ ຈາກ ພາສາ ບາລີ ເເລະ ສັນສະກຣິດ ເເລະ ຄົນໄທຍ ຈະ ໃຊ້ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ຂອງ ພວກ ຄົນລາວຊາວໄທ ເເທ້ໆ ເປັນ ສ່ວນ ນ້ອຍ )

ນອກຈາກນີ້ ສຽງ ຂອງ ການປາກເວົ້າ ໃນ ພາສາ ລາວ ກໍ ມີ ຢ່າງ ຫລວງຫລາຍ ທີ່ ຈະ ຫາ ພາສາ ເພື່ອນບ້ານ ເເລະ ພາສາ ໃນ ໂລກ ນີ້ ທຽບ ໄດ້ ຍາກ ( ພາສາ ເເກວ ບໍ່ ມີ ຕົວສໍ ຕົວປໍ ຕົວຜໍ ຕົວພໍ ເເລະ ສຽງ ຄໍາເວົ້າ ກໍ ບໍ່ ຮັ່ງມີ ເຫມືອນ ກັບ ສຽງ ຂອງ ພາສາ ລາວ ເມື່ອ ຄົນລາວ ບໍ່ ເຄີຍ ສຶກສາ ພາສາ ຊາດ ຂອງ ຕົນ ໃຫ້ ຖນັດ ຕົນ ກໍ ມັກ ດູຖູດ ດູມິ່ນ ພາສາ ຂອງ ໂຕເອງ ອັນນີ້ ຄື ຄວາມເປັນຈິງ ຊຶ່ງ ປະຕິກິຣິຍາ ເເບບນີ້ ເເອບຕິດ ເເລະ ເເຝງ ຢູ່ ກັບ ຄົນ ດ້ອຍ ພັທນາ ສເມີ ໄປ )

໑໐໕- ເເບບຢ່າງ ການໃຊ້ ວັຈນະ ຫລື ພົດ
ສ່ວນຫລາຍ ເເລ້ວ ນາມ ທີ່ ເປັນ ຄໍາລາວ ເເທ້ ຈະ ເປັນ ນາມ ອະວັຈນະ ຄື ນາມ ທີ່ ບໍ່ ກໍານົດ ຈໍານວນ ໄດ້ ເເຕ່ ຄັນ ເຮົາ ຢາກ ໃຫ້ ນາມ ມີ ຈໍານວນ ໄດ້ ກໍ ຕໍ່ ໃນ ເມື່ອ ເຮົາ ຕື່ມ ສັງຂຍາຄຸນນາມ ( ຕົວເລກ ເເລະ ລໍາດັບ ) ຫລື ປະມານຄຸນນາມ ( ທັງຫລາຍ ທັງປວງ ) ປະກອບ ກັບ ນາມ ດັ່ງກ່າວ ມັນ ຈຶ່ງ ເກີດ ມີ ວັຈນະ ໄດ້

ສະນັ້ນ ຫົວຂໍ້ ຕ່າງໆ ວ່າດ້ວຍ ວັຈນະ ກ່ຽວກັບ ນາມ ຂ້າງລຸ່ມ ນີ້ ຈະ ເກີດ ມີ ຄວາມສໍາຄັນ ຂຶ້ນ ມາ ໄດ້ ກໍ ໃນ ເມື່ອ ທ່ານ ເຂົ້າໃຈ ຄວາມຫມາຍ ຂອງ ວັກ ຂ້າງເທິງ ນີ້ ດີ ເສັຽ ກ່ອນ ເພາະ ສິ່ງ ທີ່ ຂຽນ ໄວ້ ຂ້າງລຸ່ມ ນີ້ ເປັນ ພຽງ ຕົວຢ່າງ ເພື່ອ ອໍານວຍ ຄວາມເຂົ້າໃຈ ຢ່າງດຽວ

໑໐໖- ເອກວັຈນະ ຫລື ເອກພົດ|| Singulier / Singular
ເອກວັຈນະ[ເອກ-ກະ-ວັດ-ຈະ-ນະ] ຫມາຍເຖິງ ເຄື່ອງຫມາຍ ທີ່ ບອກ ໃຫ້ ເຮົາ ຮູ້ຈັກ ວ່າ ຈໍານວນ ຂອງ ນາມ ດັ່ງກ່າວ ບໍ່ ເກີນ ນຶ່ງ ຄືດັ່ງ

  • ດຽວ ==> ຄົນດຽວ ຜູ້ດຽວ ອັນດຽວ ເເນວດຽວ ຫມູ່ດຽວ ພວກດຽວ ຄນະດຽວ ຝູງດຽວ ຫນ້ອຍດຽວ ຯລຯ
  • ນຶ່ງ ==> ຄົນນຶ່ງ ຜູ້ນຶ່ງ ອັນນຶ່ງ ເເນວນຶ່ງ ຫມູ່ນຶ່ງ ພວກນຶ່ງ ຄນະນຶ່ງ ຝູງນຶ່ງ ຯລຯ
  • ປ່ຽວ ==> ຫ່າງຫມູ່ ໄກຫມູ່ ໂດດດ່ຽວ

ເເຕ່ ຢ່າ ລືມ ວ່າ ຄໍາ ເຫລົ່ານີ້ ບໍ່ ເປັນ ນາມ ຢ່າງໃດ ທັງສິ້ນ

໑໐໗- ທວີວັຈນະ ຫລື ທວີພົດ || Duel, duo / Dual, duo
ສ່ວນຫລາຍ ເພິ່ນ ໃຊ້ ທວີວັຈນະ ສໍາລັບ ກໍຣະນີ ຂອງ ສັພນາມ ຫລາຍກວ່າ ເເລະ ທວີວັຈນະ ຫມາຍເຖິງ ເຄື່ອງຫມາຍ ທີ່ ບອກ ໃຫ້ ເຮົາ ຮູ້ຈັກ ວ່າ ຈໍານວນ ຂອງ ນາມ ດັ່ງກ່າວ ມີ ພຽງ ເເຕ່ ສອງ ເທົ່ານັ້ນ ຄືດັ່ງ

  • ຄູ່ ==> ຄູ່ນຶ່ງ ສອງຄູ່ ຊຶ່ງ “ຄູ່” ເປັນ ນາມ
  • ກໍຣະນີ ສັພນາມ ທີ່ ເຮົາ ຈະ ເຫັນ ໃນ ຂັ້ນ ຕໍ່ໄປ ( ກໍຣະນີ ດຽວ ນີ້ ກໍ ມີ ໃນ ໄວຍາກອນ ບາລີ ເຊັ່ນດຽວ ກັນ )
    • ເຜືອ ເຜືອຂ້າ ==> ພວກເຮົາ ທັງສອງ ( ມີ ເເຕ່ ສອງ ຄົນ ເທົ່ານັ້ນ )
    • ເຂືອ ເຂືອເຈົ້າ ==> ພວກເຈົ້າ ທັງສອງ
    • ຂາເຈົ້າ ==> ພວກເຂົາ ທັງສອງ ຫລື ພວກເຂົາ ທັງ ສອງກໍ້າສອງຝ່າຍ ( fr. les deux parties ) ເເຕ່ຫາກວ່າ
      • ໄພ້ ວົງນຶ່ງ ສາມ ຂາ ເເລະ ຂາ ໂຕນີ້ ເດ ເເມ່ນ ຂາ ອັນໃດ ກັນ ເເທ້ ? ເພາະວ່າ ຈໍານວນ ກາຍ ສອງ ເເລ້ວ
        • ຂາປະຈໍາ
        • ຂາຫນ້າ ສໍາລັບ ອຸປກອນ ຍິງ ລູກຫນ້າ
        • ຂາຄູ່ ( ສະເພາະ ວົງໄພ້ )
        • ຂາຫນ້າ ຂາຫລັງ ຫມາຍເຖິງ ຂາ ຂອງ ສັດ ສີ່ ຕີນ
        • ຂາສອຍ ຂາອອກ ຂາເຂົ້າ ຯລຯ

໑໐໘- ພະຫຸວັຈນະ ຫລື ພະຫຸພົດ || Pluriel / Plural
ພະຫຸວັຈນະ ຫມາຍເຖິງ ເຄື່ອງຫມາຍ ທີ່ ບອກ ໃຫ້ ເຮົາ ຮູ້ຈັກ ວ່າ ຈໍານວນ ຂອງ ນາມ ດັ່ງກ່າວ ເລີ້ມ ເເຕ່ ສອງ ຂຶ້ນໄປ ຖ້າ ຈັດ ນາມ ດັ່ງກ່າວ ໄວ້ ຂ້າງຫລັງ ຂອງ ຄໍາ ຂ້າງລຸ່ມ ນີ້ ຄືດັ່ງ

  • ປົກຕິສັງຂຍາ ( fr. adjectif numéral cardinal ) ເເຕ່ ສອງ ຂຶ້ນໄປ ເເລະ ຢ່າ ລືມ ວ່າ ຄໍາ ເຫລົ່ານີ້ ບໍ່ ເປັນ ນາມ ເເຕ່ ເປັນ ສັງຂຍາຄຸນນາມ ( fr. adjectifs numéraux ) ຕ່າງຫາກ
    • ສອງ ສາມ ສີ່ ຫ້າ ຫົກ … ອະສົງໄຂ (∞)
      • ສອງຫົວ ສີ່ຕີນ ສາມຢ່າງ ລ້ານກີບ ເຈັດຕື້ ຯລຯ
  • ພະຫຸວັຈນະ ທີ່ ເປັນ ຄໍາລາວ ເເທ້ ເເລະ ຢ່າ ລືມ ວ່າ ຄໍາ ເຫລົ່ານີ້ ເປັນ ສະມຸຫະນາມ
    • ຄໍາ ທີ່ ເປັນ ສະມຸຫະນາມ ຄື ກອງ ບັນດາ ພວກ ຫມູ່ ຫມວດ ຝູງ ໆລໆ ( ເບິ່ງ ຄໍາອະທິບາຍ ຂ້າງລຸ່ມ ໑໐໘ )
      • ຂີ້ຊາຍ ສາມ ກອງ
    • ການໃຊ້ ນາມ ປະກອບ ຄຸນນາມ
      • ເຮືອນ ຫລາຍ ຫລັງ ຯລຯ
      • ນັກທ່ອງທ່ຽວ ຢູ່ ໃນເມືອງ ມີ ມາກ
    • ການໃຊ້ ນາມ ປະກອບ ປະມານຄຸນນາມ ( fr. adjectifs quantitatifs )
      • ທັງຫລາຍ ທັງມວນ ທັງຫມົດ ທັງປວງ
        • ຄົນ ທັງຫລາຍ
        • ດິນ ຂອງ ລາວ ທັງຫມົດ ເປັນ ຂອງ ຄົນລາວ
        • ຄົນລາວ ທັງມວນ ກໍ ເປັນ ລາວ ດັ່ງດຽວ ກັບ ເຮົາ ນັ້ນ ລະ
        • ຄົນລາວ ທັງປວງ ຄວນ ຮຽນ ພາສາ ລາວ ໃຫ້ ຖນັດ
    • ເຫລົ່ານີ້ ເຫລົ່ານັ້ນ (???)

໑໐໙- ອະວັຈນະ ຫລື ອະພົດ || Sans nombre / without number
ຫມາຍເຖິງ ນາມ ທີ່ ໃຊ້ ໄດ້ ໂດຍ ບໍ່ ກໍານົດ ຈໍານວນ ໃດໆ ທັງສິ້ນ ຄັນ ຢາກ ໃຫ້ ມີ ຈໍານວນ ກໍ ຕ້ອງ ຫັນ ໄປ ໃຊ້ ກໍຣະນີ ຂອງ ວັກ ວັຈນະ ຕ່າງໆ ຂ້າງເທິງ ນີ້

  • ຄົນ ບ້ານ ເມືອງ ຕົ້ນໄມ້ ພູ ຜາ ຝາ ດິນ ນໍ້າ ລົມ ໄຟ ຯລຯ

ດ້ວຍເຫດນີ້ ເຮົາ ຄວນ ເຂົ້າໃຈ ວ່າ ບົດຮຽນ ກ່ຽວກັບ ວັຈນະ ວ່າດ້ວຍ ນາມ ເປັນ ພຽງ ວິທີ ໃຊ້ ນາມ ໂດຍ ຜ່ານ ຕົວເລກ ( ສັງຂຍາ ) ເເລະ ຄຸນນາມ ເເຕ່ ບໍ່ ເເມ່ນ ນາມ ທີ່ ກໍານົດ ວັຈນະ ໄດ້ ໂດຍ ຕຣົງ ຍົກເວັ້ນ ສະມຸຫະນາມ ຢ່າງດຽວ ເເຕ່ ເຖິງ ປານນັ້ນ ການໃຊ້ ສະມຸຫະນາມ ເພິ່ນ ກໍ ຍັງ ສາມາດ ຕື່ມ ສັງຂຍາ ເເລະ ຄຸນນາມ ເສີມ ໄດ້ ຊຶ່ງ ຫມາຍຄວາມວ່າ ສະມຸຫະນາມ ກໍ ຍັງ ເປັນ ສະມຸຫະນາມ ດັ່ງເດີມ ເເລະ ວັຈນະ ກໍ ຕ້ອງການ ສັງຂຍາ ເເລະ ຄຸນນາມ ເພື່ອ ໃຊ້ ເປັນ ພະຫຸວັຈນະ ໂດຍ ທົ່ວໄປ ອັນນີ້ ຄື ຄວາມເເຕກຕ່າງ ຣະຫວ່າງ ພະຫຸວັຈນະ ເເລະ ສະມຸຫະນາມ

໑໑໐- ສລຸບຄວາມ || Conclusion
ຄໍາລາວ ທີ່ ມີ ເພດ ໃນ ຕົວ ຂອງ ມັນເອງ ມີ ຈໍານວນ ຈໍາກັດ ດັ່ງ ທີ່ ໄດ້ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ເເຕ່ ເມື່ອ ເຮົາ ຢາກ ໃຫ້ ນາມ ມີ ເພດ ຫລື ມີ ວັຈນະ ຕາມ ຈຸດປະສົງ ເເລ້ວ ເຮົາ ຕ້ອງ ໃຊ້ ເຄື່ອງຫມາຍ ທີ່ ເປັນ ເພດ ເເລະ ເປັນ ວັຈນະ ຢູ່ເເລ້ວ ປະກອບ ມັນ ຈຶ່ງ ຈະ ສນອງ ຄວາມຕ້ອງການ ຂອງ ເຮົາ ໄດ້

ຄົນລາວ ສ່ວນມາກ ຮູ້ຈັກ ໃຊ້ ເພດ ເເລະ ວັຈນະ ປະກອບ ນາມ ໄດ້ດີ ເເຕ່ວ່າ ສິ່ງ ທີ່ ຄົນລາວ ຂາດ ທີ່ສຸດ ກໍ ຄື ການໃຊ້ ລັກສນະນາມ ໃຫ້ ຖືກຕ້ອງ ກັບ ການປາກເວົ້າ ພາສາ ລາວ ເເລະ ໃນ ສະພາບ ປັດຈຸບັນ ນີ້ ການປາກເວົ້າ ພາສາ ລາວ ໂດຍ ຄົນລາວ ເເມ່ນ ອີງ ໃສ່ ການເເປ ຈາກ ພາສາ ອື່ນ ທັງນັ້ນ ໂດຍ ທີ່ ເພິ່ນ ບໍ່ ນັບຖື ຫລັກ ຂອງ ການປາກເວົ້າ ພາສາ ລາວ ຢ່າງໃດ ທັງສິ້ນ ( fr. la logique de la langue ) ຊຶ່ງ ສິ່ງນີ້ ເເລ ຈະ ພາ ໃຫ້ ພາສາ ລາວ ເສື່ອມ ເເລະ ກໍ ຄ່ອຍ ດັບ ໄປ ເທື່ອ ລະເລັກ ລະນ້ອຍ

ໄວຍາກອນ ເປັນ ກົດ ຄໍ້າປະກັນ ການຂີດຂຽນ ເເລະ ການອ່ານ ໃຫ້ ສອດຄ່ອງ ກັບ ຫລັກ ພາສາ ຊາດ ຂອງ ເຂົາ ( fr. la logique de la langue ) ທີ່ ມີ ມາ ເເຕ່ ດັ້ງເດີມ ດັ່ງດຽວ ກັບ ຫົນທາງ ກໍ ຕ້ອງ ມີ ກົດ ຈາຣະຈອນ ເພື່ອ ຄໍ້າປະກັນ ການສັນຈອນ ໃຫ້ ເຂົ້າ ກັບ ກົດຫມາຍ ບ້ານເມືອງ ຂອງ ເພິ່ນ ເເລະ ກໍ ບໍ່ ເເມ່ນ ວ່າ ມີ ຫົນທາງ ເເລ້ວ ຢາກ ເເລ່ນ ເບື້ອງຊ້າຍ ຫລື ເບື້ອງຂວາ ກໍ ເເລ່ນ ໂລດ ຜິວ່າ ຢູ່ ໃນ ກໍຣະນີ ນີ້ ເເນ່ນອນ ຕ້ອງ ມີ ອຸປຕິເຫດ ທີ່ ຈະ ເກີດ ຈາກ ການສັນຈອນ ຫລາຍ ທີ່ສຸດ ຊຶ່ງ ຫລັກ ການສັນຈອນ ກໍ ບໍ່ ຕ່າງ ຫຍັງ ກັບ ຫລັກ ໄວຍາກອນ ເເທ້ ເເລ ບໍ່ ເເມ່ນ ວ່າ ຢາກ ຂຽນ ເເບບໃດ ກໍ ຂຽນ ໄປ ຕາມ ລໍາພັງ ໂລດ ເຫມືອນດັ່ງ ຄົນປ່າ ຄົນດົງ


ຂໍ້ມູນ || Sources

ຂໍ ຂອບໃຈ ເປັນ ພິເສດ ເເດ່ ຍາອ້າຍ ສົມບຸນ ໄຊສນັ່ນ ( Somboun Saisananh ) ທີ່ ໄດ້ປະກອບສ່ວນ ວ່າດ້ວຍ ຄໍາເວົ້າ ທ້ອງຖິ່ນ ປະເພນີ ທ້ອງຖິ່ນ ເເລະ ອື່ນໆ ອີກ ຊຶ່ງ ທ່ານເອງ ຈະ ເອົາ ການຂີດຂຽນ ຂອງ ທ່ານ ໃນ ໄວໆ ນີ້ ນໍາ ມາ ລົງ ບົນ ເວັບໄຊ ຕານີ້

ເຖິງຢ່າງໃດ ກໍດີ ທ່ານ ກໍ ເປັນ ຜູ້ນຶ່ງ ທີ່ ປະກອບ ສ່ວນ ເຮັດ ເວັບໄຊ ຕານີ້ ມາ ຕລອດ ເເລະ ເປັນ ຜູ້ສົ່ງເສີມ ພາສາ ລາວ ຢ່າງ ບໍ່ ລົດລະ ພ້ອມທັງ ເປັນ ທີ່ປຶກສາ ພິເສດ ຂອງ ຂ້າພະເຈົ້າ ອີກດ້ວຍ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ບັນທຶກ /Notes

[1] napuŋsaka : The student’s Pali-English dictionary by Maung Tin M. A., Professor of Pali, Rangoon College, British Burma Press, Rangoon, 1920, page 117

[2] vevacana : A history of pali litterature ; Bimala Churn Law – PhD. ; KEGAN PAUL, TRENCH, TRUBNER & Co., Ltd. ; 38, Great Russell Street ; London, W.C. 1. ; 1933

[3] ເອກະວາກຍະ[ekavākya] : Héritage du Sanskrit - Dictionnaire sanskrit-français - Gérard Huet – 8 octobre 2008 – Vol. II - Version 229

[4] ອິນດູຢູໂຣປກະ ເປັນ ຄໍາ ທີ່ ຂ້າພະເຈົ້າ ເເຕ່ງ ຂຶ້ນ ມາ ເອງ

[5] ຄຸນນາມ = fr. adjectif ຊຶ່ງ adjectif ນີ້ ເພິ່ນ ໃຊ້ ຄໍາ ເເຕກຕ່າງ ກັນ ໃນ ໄວຍາກອນ ລາວ ເເລະ ໄທຍ ຄື ຄຸນນາມ ຄຸນສັບ ຫລື ຄໍາວິເສດ ເເຕ່ ຂ້າພະເຈົ້າ ຈະ ໃຊ້ ຄຸນນາມ ຕລອດ ໄປ ຄອບ ມັນ ມີ ການກ່ຽວເນື່ອງ ກັບ ນາມ ເປັນ ຈຸດ ສໍາຄັນ ຫກ ເຮົາ ໃຊ້ ຄໍາວິເສດ ມັນ ພັດ ມີ ຄໍາ “ວິເສດ” ຫລາຍໂພດ ເກີນ ໄປ ເຖິງຢ່າງໃດ ກໍດີ ສໍາລັບ ຂ້າພະເຈົ້າ ເເມ່ນ ບໍ່ ມີ ຄໍາໃດ ຖືກໃຈ ຂ້າພະເຈົ້າ ເເຕ່ຫາກວ່າ ຄັນ ໃຫ້ ເລືອກ ຄໍາ ນຶ່ງ ພາຍໃນ ສາມ ຄໍາ ນີ້ ຂ້າພະເຈົ້າ ຕ້ອງ ເລືອກ “ຄຸນນາມ” ເພາະ ຄໍາ ນີ້ ເຫມາະສົມ ຫລາຍກວ່າ ຄໍາ ອື່ນໆ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0