ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ໄວຍາກອນ ລາວ - Grammaire lao - Lao grammar > ໑໐- ອັກຂຣະວິທີ > ໙໑- ວິທີ ຈັດ ລໍາດັບ > ເເບບຢ່າງ ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ

ເເບບຢ່າງ ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ

ວັນພຸດ ທີ ໕ ເດືອນ ກັນຍາ/septembre  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຄໍາອະທິບາຍ || Explication / Explanation
ເມື່ອ ຄສ. ໒໐໐໘ ຂ້າພະເຈົ້າ ໄດ້ຊອກຫາ ວິທີ ຈັດ ລໍາດັບ ຄໍາເວົ້າ ລາວ ໃນ ວັຈນານຸກົມ ( fr. Ordre lexicographique ) ທັງ ໄດ້ປຽບທຽບ ກັບ ການຈັດ ລໍາດັບ ໃນ ວັຈນານຸກົມ ຝຣັ່ງ ເເລະ ໄທຍ ເເລະ ກໍ ໄດ້ຂຽນ algorithme ຜົນສຸດທ້າຍ ເມື່ອ ເຮົາ ມາ ຄິດ ດີໆ ໃສ່ la logique de la langue ເຮົາ ຈຶ່ງ ສາມາດ ເຂົ້າໃຈ ວ່າ ເຮົາ ບໍ່ ຕ້ອງ ຊອກຫາ ໃຫ້ ມັນ ເຈັບ ຫົວ ລ້າໆ ເນື່ອງຈາກວ່າ

  • ພຍັນຊນະລໍາດັບ ກໍ ມີ ຢູ່ ເເລ້ວ
  • ສຣະລໍາດັບ ກໍ ມີ ຢູ່ ເເລ້ວ
  • ລໍາດັບ ຂອງ ເເມ່ທັງເເປດ ກໍ ມີ ຢູ່ ເເລ້ວ

ມີ ເເຕ່ ເຮັດ ຢ່າງໃດ ມັນ ຈຶ່ງ ຈະ ສອດຄ່ອງ ກັບ ການຮຽນ ພາສາ ລາວ ຊຶ່ງ ຄໍາ ສອດຄ່ອງ ໃນ ທີ່ນີ້ ຫມາຍເຖິງ ການຮຽນ ພຍັນຊນະ ໒໗ ຕົວ ນຶ່ງ ການຮຽນ ສຣະ ໒໘ ຕົວ ປາສຈາກ ການເເຍກ ເປັນ ອັກຂຣະ ຕົວໃຜຕົວມັນ ນຶ່ງ ເເລະ ການຮຽນ ເເມ່ທັງເເປດ ປາສຈາກ ການເເຍກ ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ເປັນ ອັກຂຣະ ຕົວໃຜຕົວມັນ ນຶ່ງ ເເລະ ເຣື່ອງ ຂອງ ມັນ ກໍ ຕົກ ໄປ ເອງ ສັນນັ້ນ

ການຈັດ ລໍາດັບ ເເບບ ນີ້ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການຊອກຫາ ຄໍາເວົ້າ ໄດ້ ງ່າຍດາຍ ເເຕ່ ມີ ຂໍ້ສັງເກດ ພຽງ ເລັກນ້ອຍ ຄື ເມື່ອ ຄໍາເວົ້າ ສອງ ຄໍາ ຖືກ ຂຽນ ຄືກັນ ເເຕ່ ມີ ຄໍານຶ່ງ ຂຽນ ດ້ວຍ ພຍັນຊນະ ປະສົມ ເເລະ ຄໍາ ທັງສອງ ນີ້ ຈະ ບໍ່ ຢູ່ ບ່ອນດຽວກັນ ດັ່ງ ເເຫນ(ນາມ==>ພືດ) ກັບ ເເຫນ(ກິຣິຍາ==>“ຫວງ”ເເຫນ) ເເລະ ເຫມັນ[ເຫ-ມັນ ຣະດູ ຫນາວ] ກັບ ເຫມັນ(ຄຸນນາມ ຊຶ່ງ ກົງກັນຂ້າມ ກັບ ຫອມ) ເປັນຕົ້ນ ນອກຈາກນີ້ ມັນ ກໍ ມີ ເເຕ່ ເເງ່ ດີ ທັງນັ້ນ ( ຢ່າ ໃຫ້ ເຂົາ ຜູກ ສອກ ຄວາມຄິດ ຂອງ ເຮົາ ເເລະ ຢ່າ ໃຫ້ ຄວາມຄິດ ຂອງ ເຮົາ ຖືກ ຂັງ ຢູ່ ໃນ ວົງ ເເຄບ ອັນ ນີ້ )

ເຖິງຢ່າງໃດ ກໍດີ ກໍຣະນີ ດັ່ງກ່າວ ນີ້ ຍັງ ຈະ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການອ່ານ ເພີ່ມເຕີມ ເພາະ ພວກມັນ ຢູ່ ບ່ອນ ຕ່າງກັນ ນຶ່ງ ເເລະ ຄວາມຫມາຍ ຂອງ ພວກມັນ ກໍ ຕ່າງກັນ ອີກດ້ວຍ ນຶ່ງ ເເຕ່ ຢ່າ ໄປ ຄິດ ໃສ່ ຄໍາ ທີ່ ຂຽນ ດ້ວຍ ຫນັງສື ລາເເຕັງ ຫລື ລາຕິນ ເພາະວ່າ ມັນ ບໍ່ ຢູ່ ໃນ logique ອັນດຽວກັນ

ອີງ ຕາມ ການຈັດ ເເບບ ນີ້ ເຮົາ ກໍ ມີ ພຽງເເຕ່ ຊອກ ຂຽນ algorithme ໃຫ້ ເຂົ້າ ກັບ ເເບບ ນີ້ ຫລື ໃຫ້ ມັນ ເດີນ ໄດ້ ເເບບ ນີ້ ກໍ ເເລ້ວ ເຣື່ອງ ເເຕ່ ຂ້າພະເຈົ້າ ບໍ່ ໄດ້ເວົ້າ ວ່າ ການຂຽນ algo ນັ້ນ ເປັນ ຂອງ ງ່າຍ

ສໍາລັບ ການຈັດ ລໍາດັບ ດ້ວຍ ຕົນເອງ ໃຫ້ ຖື ເປັນ ຂອງ ງ່າຍ ມີ ພຽງເເຕ່ ໃຫ້ ທ່ານ ເອົາ ຕາຕະຣາງ ຂອງ ພຍັນຊນະ ( ຣູປຕາ ໑ ) ພ້ອມດ້ວຍ ຕາຕະຣາງ ຂອງ ເເມ່ທັງເເປດ ຊຶ່ງ ມີ ສຣະລໍາດັບ ຢູ່ ໃນ ນັ້ນ ( ເເຜງ ໒ ) ມາ ປະ ໄວ້ ຂ້າງຫນ້າ ກໍ ເເລ້ວ ກັນ

( ເບິ່ງ ຮູບ ໂຄງຮ່າງ ຂອງ ພຍາງ ທີ່ນີ້ )


ຂໍ້ ພິເສດ - ວັນນະຍຸດ
ໃນ ການຈັດ ລໍາດັບ ນີ້ ຂ້າພະເຈົ້າ ໄດ້ຈັດ ຈໍາພວກ ວັນນະຍຸດ ເປັນ ຂໍ້ ພິເສດ ເເລະ ກໍ ໄດ້ນໍາ ມັນ ຂຶ້ນ ມາ ເວົ້າ ກ່ອນ ຫມູ່ ທັງນີ້ ກໍ ເພາະວ່າ ຕາມ ທັມມະດາ ເເລ້ວ ຕາບໃດ ທີ່ ພຍາງ ຍັງ ບໍ່ ເປັນ ຕົນຕົວ ຂຶ້ນ ມາ ໄດ້ ຕາບນັ້ນ ວັນນະຍຸດ ກໍ ບໍ່ ມີ ນໍ້າຫນັກ ເເລະ ບໍ່ ມີ ຄວາມສໍາຄັນ ອັນໃດ ທັງສິ້ນ ເຖິງເເມ່ນວ່າ ວັນນະຍຸດ ຈະ ຖືກ ຫມາຍ ໄວ້ ໃນ ໄວຍາກອນ ກໍດີ

ສະນັ້ນ ເຮົາ ຕ້ອງ ເຂົ້າໃຈ ສິ່ງ ສໍາຄັນ ຢ່າງ ນຶ່ງ ວ່າ ການຜັນ ສຽງ ໃດໆ ຫມາຍເຖິງ ການກົດ ວັນນະຍຸດ ໃສ່ ຄໍາເວົ້າ ຫລື ໃສ່ ພຍາງ ຫລາຍກວ່າ ໃສ່ ພຍັນຊນະ ນັ້ນເອງ

ອີກປະການນຶ່ງ ການຈັດ ລໍາດັບ ຂອງ ວັນນະຍຸດ ທັງ ສີ່ ນີ້ ຫມາຍເຖິງ ການຈັດ ພຍາງ ທີ່ ປະກອບ ວັນນະຍຸດ ເເລະ ຕ້ອງ ຈັດ ພຍາງ ດັ່ງກ່າວ ພາຍໃນ ພຍາງ ທີ່ ເລີ້ມຕົ້ນ ດ້ວຍ ພຍັນຊນະ ຕົ້ນພຍາງ ຕົວ ດຽວກັນ ດັ່ງນີ້ ຄື

  1. ຈັດ ພຍາງ ສາມັນ ທີ່ ບໍ່ ມີ ວັນນະຍຸດ ໃດໆ ຂຶ້ນ ກ່ອນ ນຶ່ງ
  2. ຈັດ ພຍາງ ທີ່ ປະກອບ ວັນນະຍຸດ ເອກ ນຶ່ງ
  3. ຈັດ ພຍາງ ທີ່ ປະກອບ ວັນນະຍຸດ ໂທ ນຶ່ງ
  4. ຈັດ ພຍາງ ທີ່ ປະກອບ ວັນນະຍຸດ ຕຣີ ນຶ່ງ
  5. ຈັດ ພຍາງ ທີ່ ປະກອບ ວັນນະຍຸດ ຈັຕວາ ນໍາ ຫລັງ ຫມູ່ ນຶ່ງ

ຕາມ ຫລັງ ກັນ ໄປ ດັ່ງ ທີ່ ໄດ້ກ່າວ ມາ ຂ້າງເທິງ ນີ້

ຣູປຕາ ໒ – ຢາກ ສະເເດງ ຄວາມຫມາຍ ຢ່າງ ນຶ່ງ ອີກ ຂອງ ຄໍາ ເຟື້ອງ ໃຫ້ ເຫັນ


໑- ພຍັນຊນະລໍາດັບ
ພຍັນຊນະ ທີ່ ຖືກ ຮັບຮູ້ ເພື່ອ ໃຊ້ ເປັນ ທາງການ ມີ ພຽງ ໒໗ ຕົວ ເທົ່ານີ້ ຕາມ ລໍາດັບ ດັ່ງນີ້ ຄື

ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ຣ ລ ວ ຫ ອ ຮ

ສ່ວນ ພຍັນຊນະ ຕົວ ອື່ນໆ ທີ່ ຄົນລາວ ຍັງ ນິິຍົມ ໃຊ້ກັນ ໃນ ປັດຈຸບັນ ນີ້ ບໍ່ ໃຫ້ ໄລ່ ເຂົ້າ ສົມທົບ ກັບ ຈໍານວນ ໒໗ ຕົວ ດັ່ງກ່າວນີ້ ທັງນີ້ ກໍ ເພາະວ່າ ເມື່ອ ເວລາ ເຮົາ ຈັດ ຄໍາເວົ້າ ຕາມ ລໍາດັບ ເຮົາ ບໍ່ ສາມາດ ຈະ ຈັດ ຄໍາເວົ້າ ທີ່ ຂຽນ ດ້ວຍ ພຍັນຊນະ ດັ່ງກ່າວ ຕາມ ລໍາດັບ ໄດ້ ນັ້ນເອງ ເເລະ ພຍັນຊນະ ດັ່ງກ່າວ ນັ້ນ ມີ ສີ່ ຕົວ ຄື

  1. ໜ => ຕົວຫນໍເຟື້ອງ
  2. ໝ => ຕົວຫມໍເຟື້ອງ
  3. ຼ => ຕົວລໍເຟື້ອງ ຊຶ່ງ ຄາວກ່ອນ ເພິ່ນ ມັກ ໃຊ້ ຂຽນ ປະກອບ ກັບ ຕົວພໍ ດັ່ງ ◌ພຼ◌ ເເລະ ຕົວຫໍ ດັ່ງ ◌ຫຼ◌
  4. ◌ຽ => ຕົວຍໍເຟື້ອງ ຊຶ່ງ ຄາວກ່ອນ ເພິ່ນ ໃຊ້ ຂຽນ ປະກອບ ກັບ ຕົວຫໍ (◌ຫ◌) ຄືດັ່ງ ◌ຫຽ◌

ເພິ່ນ ຖື ພຍັນຊນະ ໒໗ ຕົວ ນີ້ ເປັນ ພຍັນຊນະ ຕົ້ນພຍາງ ພື້ນຖານ ເເຕ່ຫາກວ່າ ມັນ ຍັງ ມີ ພຍັນຊນະ ໒ ຕົວ ຖິດກັນ ທີ່ ສາມາດ ກາຍ ເປັນ ພຍັນຊນະ ຕົ້ນພຍາງ ໄດ້ ເຫມືອນກັນ ດ້ວຍ ການປະກອບ ພຍັນຊນະ ຕ່າງໆ ພາຍໃນ ໒໗ ຕົວ ນີ້ ເຂົ້າ ກັນເອງ ເເລະ ເພິ່ນ ຮຽກ ພຍັນຊນະ ດັ່ງກ່າວ ນັ້ນ ວ່າ ພຍັນຊນະ ນໍາ ທີ່ ເເບ່ງ ອອກ ເປັນ ໓ ຫມວດ ດ້ວຍກັນ ຄື ພຍັນຊນະ ຄວບ ພຍັນຊນະ ຈູງ ເເລະ ພຍັນຊນະ ປະສົມ ຊຶ່ງ ພຍັນຊນະ ທັງ ສາມ ຫມວດ ນີ້ ຈະ ມີ ພຍັນຊນະ ຕົ້ນພຍາງ ໒ ຕົວ ຖິດກັນ ສເມີ ດັ່ງນີ້

  1. ພຍັນຊນະ ຄວບ
    ເນື່ອງຈາກວ່າ ພຍັນຊນະ ຕົ້ນພຍາງ ຂອງ ພຍັນຊນະ ນໍາ ມີ ສອງ ຕົວ ດ້ວຍກັນ ເພິ່ນ ຈະ ຮຽກ ພຍັນຊນະ ຕົວ ທີນຶ່ງ ຂອງ ພຍັນຊນະ ຄວບ ວ່າ ຕົວຫນ້າ ເເລະ ຕົວ ທີສອງ ວ່າ ຕົວຫລັງ ປາສຈາກ ສຣະ ໃດໆ ຂັ້ນ ກາງ ສ່ວນ ຕົວສະກົດ ນັ້ນ ເພິ່ນ ຮຽກ ວ່າ ຕົວທ້າຍ ຕົວກໍ້າ ຫລື ຕົວສະກົດ ຊຶ່ງ ເອົາ ມາ ຈາກ ເເມ່ທັງເເປດ ນັ້ນເອງ

    ພຍັນຊນະ ຄວບ ຫມາຍເຖິງ ພຍັນຊນະ ຕົວຫນ້າ ທີ່ ສາມາດ ປະກອບ ເຂົ້າ ກັບ ຕົວຫລັງ ຊຶ່ງ ມີ ຢູ່ ດ້ວຍກັນ ພຽງ ສາມ ຕົວ ເທົ່ານັ້ນ ຄື ◌ຣ◌ ◌ລ◌ ◌ວ◌ ດັ່ງ ກວາງ ກວ້າງ ເເກວ່ງ ເເກວດ (ອັກ)ຂຣະ (ຂັດ)ຂວາງ ເເຂວງ ຂວັນ ຂວັ້ນ ຄຣູ ເເຄວ້ນ ຊວາ (ໄມ້)ຕຣີ ຕວາ ! ຕວ໊າ ! ທວາຍ ປຣະມານູ ຝຣັ່ງ(ອ່ານ ເປັນ ພຍັນຊນະ ຈູງ ວ່າ ຝາຫລັ່ງ) ພຣະ ພລັນ(ພັນກັນ ພນັນກັນ) ລວາ ອວ່າຍ ຮວາຍ(ໄຂ່) ຮວາດ

  2. ພຍັນຊນະ ຈູງ
    ເນື່ອງຈາກວ່າ ພຍັນຊນະ ຕົ້ນພຍາງ ຂອງ ພຍັນຊນະ ນໍາ ມີ ສອງ ຕົວ ດ້ວຍກັນ ເພິ່ນ ຈະ ຮຽກ ພຍັນຊນະ ຕົວ ທີນຶ່ງ ຂອງ ພຍັນຊນະ ຈູງ ວ່າ ຕົວຫນ້າ ເເລະ ຕົວ ທີສອງ ວ່າ ຕົວຫລັງ

    ພຍັນຊນະ ຈູງ ຫມາຍເຖິງ ພຍັນຊນະ ຕົວຫນ້າ ທີ່ ສາມາດ ປະກອບ ເຂົ້າ ກັບ ຕົວຫລັງ ຊຶ່ງ ມີ ຢູ່ ດ້ວຍກັນ ພຽງ ເຈັດ ຕົວ ເທົ່ານັ້ນ ຄື ◌ງ◌ ◌ຍ◌ ◌ນ◌ ◌ມ◌ ◌ຣ◌ ◌ລ◌ ◌ວ◌ ດັ່ງ ຂຍາຍ ຂນະ ຂນົມ ຂເເນງ ຂນານ ສງ່າ ສຍາມ ສເນ ສເນ່ ສເນີ ສນິດສນົມ ສເມີ ສໄມ ສມຽນ ສຣະ(ສະ-ຫຣະ) ສລະ(ສະ-ຫລະ) ສວ່າງ ຊນິດ ຕລາດ ຕລອດ ຖນອມ ຖເເລງ ຖວາຍ ປມາດ ປລາດ ປວັດ ຜຍາ ຜລິດ ພຍາ ພນະທ່ານ

  3. ພຍັນຊນະ ປະສົມ
    ເນື່ອງຈາກວ່າ ພຍັນຊນະ ຕົ້ນພຍາງ ຂອງ ພຍັນຊນະ ນໍາ ມີ ສອງ ຕົວ ດ້ວຍກັນ ເພິ່ນ ຈະ ຮຽກ ພຍັນຊນະ ຕົວ ທີນຶ່ງ ຂອງ ພຍັນຊນະ ປະສົມ ວ່າ ຕົວຫນ້າ ເເລະ ຕົວ ທີສອງ ວ່າ ຕົວຫລັງ ປາສຈາກ ສຣະ ໃດໆ ຂັ້ນ ກາງ

    ພຍັນຊນະ ປະສົມ ຫມາຍເຖິງ ຕົວຫນ້າ ຕົວດຽວ ທີ່ ເປັນ ຕົວຫໍ ( ◌ຫ◌ ) ເເລະ ທີ່ ປະກອບ ເຂົ້າ ກັບ ຕົວຫລັງ ເຈັດ ຕົວ ຄື ຕົວ ◌ງ◌ ◌ຍ◌ ◌ນ◌ ◌ມ◌ ◌ຣ◌ ◌ລ◌ ◌ວ◌ ເປັນ ຕົວ ◌ຫງ◌ ◌ຫຍ◌ ◌ຫນ◌ ◌ຫມ◌ ◌ຫຣ◌ ◌ຫລ◌ ◌ຫວ◌ ດັ່ງ ເຫງົາ ຫຍອງ ຫນອງ ຫມາງ ຫຣຽນ ຫລາຍ ຫວີ

໒- ສຣະລໍາດັບ
ການອ່ານ ສຣະ ໒໘ ຕົວ ຈະ ເລີ້ມຕົ້ນ ຕາມ ລໍາດັບ ດັ່ງນີ້

ຖ້າ ເຮົາ ເເຍກ ອັກຂຣະ ຕ່າງໆ ທີ່ ເປັນ ສ່ວນປະກອບ ຂອງ ສຣະ ເເຕ່ລະຕົວ ອອກ ຈາກ ກັນ ເພື່ອ ຈັດ ລໍາດັບ ຕາມ ເເບບ ຫນັງສື ລາເເຕັງ ຫລື ລາຕິນ ເຮົາ ຈະ ຮຽກ ອັກຂຣະ ດັ່ງກ່າວ ນີ້ ວ່າ ສຣະ ຕໍ່ໄປ ອີກ ບໍ່ ໄດ້ ດັ່ງນັ້ນ ເຮົາ ຕ້ອງ ນັບຖື ລໍາດັບ ຂອງ ຈໍາພວກ ສຣະ ທັງຫມົດ ນີ້ ຕາມ ທີ່ ເຮົາ ໄດ້ຮຽນ ມາ


໓- ການຈັດ ລໍາດັບ ຂອງ ເເມ່ກະກາ
ເເມ່ກະກາ ຫມາຍເຖິງ ພຍາງ ຫລື ຄໍາເວົ້າ ທີ່ ປະກອບ ດ້ວຍ ພຍັນຊນະ ເເລະ ດ້ວຍ ສຣະ ຢ່າງດຽວ ຊຶ່ງ ຄໍາເວົ້າ ລາງຄໍາ ກໍ ຖືກ ຜັນ ສຽງ ຄື ປະກອບ ວັນນະຍຸດ ເພີ່ມເຕີມ

ອີງ ຕາມ ພຍັນຊນະລໍາດັບ ພ້ອມດ້ວຍ ສຣະລໍາດັບ ການຈັດ ລໍາດັບ ຂອງ ເເມ່ກະກາ ໂດຍ ສັງເຂບ ເພື່ອ ໃຊ້ ເປັນ ຕົວຢ່າງ ດັ່ງນີ້

  • ກະເເຈະ(ເມືອງ Kratié ຢູ່ ຂເມນ) ກະເເຈ ກະຈຽວ ກະເຈົາ ກະຈໍາ(ກິ່ວ ກະຈໍາ) ກ໊ະ ! ກາ ກ້າ ກ໋າ ! ກິ ກີ່ ກີ້ ກື ກຸຕິ ກູ ກູລາ(ຜັກຫອມ ຊນິດ ນຶ່ງ) ກູ້ ເກະກະ ເກເລ ເເກະ ເເກ ເເກ່ ເເກ້ ໂກະ ໂກ້ ໂກ້ເກ້ ເກາະ ເກ໊າະ ! ກໍ ກໍ່ ກໍ້ ກົວ ກົ່ວ ເກືອ ໄກ ໄກ່ ໄກ້ ໃກ້ ເກົາ ເກົ່າ ເກົ້າ ກໍາ ກໍ່າ ກໍ້າ ກວ່າ ໄກວ
  • ຂະ(ຜັກຂະ) ຂາ ຂ່າ(ຂ່າຂີງ ປາຂ່າ) ຂ້າ ຂີ ຂີ່ ຂີ້ ຂື່ ຂຸ ເເຂ ເເຂ້ ໂຂະ ເຂາະ ຂໍ ຂໍ່(ຂໍ່ມື#ປາຄໍ່) ຂໍ້ ເຂັ່ຽ ຂົວະ ຂົວ ຂົ້ວ ເຂືອ ໄຂ(ມັນ) ໄຂ່(ສັດ) ໄຂ້ ເຂົາ ເຂົ່າ ເຂົ້າ ຂໍາ ຂຍາຍ ຂນະ ຂມອງ (ອັກ)ຂຣະ ຂລາມ ຂວາ ໄຂວ່(ລາງເທື່ອ ກໍ ເຫັນ ຂຽນ ດ້ວຍ ຕົວຄໍ ໄຄວ່) ຂວໍ້າ
  • ຯລຯ
ຜິວ່າ ເຮົາ ເເຍກ ສຣະ ເເຕ່ລະຕົວ ອອກ ເປັນ ອັກຂຣະ ຕົວໃຜຕົວມັນ ໂດຍ ຈຸດປະສົງ ຢາກ ຖື ເອົາ ອັກຂຣະລໍາດັບ ເປັນ ຫລັກ ໃນ ການຈັດ ລໍາດັບ ເຫມືອນ ດັ່ງດຽວ ກັບ ການຈັດ ລໍາດັບ ຄໍາເວົ້າ ທີ່ ຂຽນ ດ້ວຍ ອັກຂຣະ ລາເເຕັງ ເເລ້ວ ມັນ ຈະ ໄປກັນ ໃຫຍ່ ດັ່ງ ນັກກ່າຍ ວັຈນານຸກົມ ທັງຫລາຍ ທີ່ ເຄີຍ ເຮັດ ມາ ເພາະວ່າ ມັນ ບໍ່ ຢູ່ ໃນ logique ອັນ ດຽວກັນ


໔- ລໍາດັບ ຂອງ ເເມ່ທັງເເປດ
ເເມ່ທັງເເປດ ມີ ຄື ເເມ່ກັກ ເເມ່ກັງ ເເມ່ກາຍ ເເມ່ກັດ ເເມ່ກັນ ເເມ່ກັບ ເເມ່ກັມ ເເລະ ເເມ່ກາວ ສ່ວນ ຕົວສະກົດ ນັ້ນ ມີ ຢູ່ ດ້ວຍກັນ ໘ ຕົວ ຕາມ ລໍາດັບ ດັ່ງນີ້ ◌ກ◌ ◌ງ◌ ◌ຍ◌ ◌ດ◌ ◌ນ◌ ◌ບ◌ ◌ມ◌ ◌ວ◌ ເເຕ່ ສິ່ງ ສໍາຄັນ ສໍາລັບ ການຈັດ ລໍາດັບ ນັ້ນ ບໍ່ ເເມ່ນ ຕົວສະກົດ ເເຕ່ ເເມ່ນ ລູກ ຂອງ ມັນ ທີ່ ພວກ ເຮົາ ຮຽກກັນ ວ່າ ໄມ້ ຕ່າງໆ ຂອງ ເເມ່ສະກົດ ເເຕ່ລະເເມ່ ນັ້ນເອງ

ການຈັດ ລໍາດັບ ໃຫ້ ຄັດ ເອົາ ໄມ້ ທໍາອິດ ຂອງ ເເມ່ກັກ ຂຶ້ນຫນ້າ ( ັກ ) ເເລະ ຕາມ ດ້ວຍ ໄມ້ ທີສອງ ( ◌າກ ) ຈົນ ຈົບ ຮອດ ໄມ້ ສຸດທ້າຍ ( ເືອກ ) ເເລ້ວ ຈຶ່ງ ຍ້າຍ ໄປ ໃສ່ ເເມ່ກັງ ( ັງ ) ເເລະ ກໍ ດໍາເນີນ ໄປ ເເບບເກົ່າ ຈົນ ໄປ ຮອດ ໄມ້ ສຸດທ້າຍ ຂອງ ເເມ່ກາວ ( ◌ຽວ ) ຄື ເເມ່ ສຸດທ້າຍ ນັ້ນເອງ

ຜິວ່າ ເຮົາ ເເຍກ ໄມ້ ຕ່າງໆ ເຫລົ່ານີ້ ອອກ ເປັນ ອັກຂຣະ ຕົວໃຜຕົວມັນ ເຮົາ ຈະ ອ່ານ ເປັນ ສຽງ ບໍ່ ໄດ້ ສະນັ້ນ ເຮົາ ຄວນ ຮັກສາ ລໍາດັບ ດັ່ງກ່າວ ໄວ້ ເຫມືອນເດີມ ໃນ ການຈັດ ລໍາດັບ ຄໍາເວົ້າ ຕ່າງໆ ໃນ ວັຈນານຸກົມ ຕາມ ທີ່ ເຮົາ ເຫັນ ຢູ່ ຂ້າງເທິງ ນີ້


໕- ການຈັດ ລໍາດັບ ຂອງ ຄໍາເວົ້າ ທີ່ ມີ ຕົວສະກົດ ຫລື ຕົວກໍ້າ
ຄໍາເວົ້າ ຫລື ພຍາງ ທີ່ ມີ ຕົວສະກົດ ຫລື ທີ່ ມີ ຕົວກໍ້າ ຫມາຍເຖິງ ຄໍາເວົ້າ ທີ່ ປະກອບ ດ້ວຍ ພຍັນຊນະ ເເລະ ດ້ວຍ ໄມ້ໃດໄມ້ນຶ່ງ ໃນ ເເມ່ທັງເເປດ ນັ້ນເອງ ຊຶ່ງ ຄໍາເວົ້າ ລາງຄໍາ ກໍ ຖືກ ຜັນ ສຽງ ຄື ປະກອບ ວັນນະຍຸດ ເພີ່ມເຕີມ

ອີງ ຕາມ ພຍັນຊນະລໍາດັບ ພ້ອມດ້ວຍ ລໍາດັບ ຂອງ ລູກ ຕ່າງໆ ຂອງ ເເມ່ທັງເເປດ ຫລື ລໍາດັບ ຂອງ ໄມ້ ຕ່າງໆ ໃນ ເເມ່ ທັງ ເເປດ ຕົວຢ່າງ ໃນ ການຈັດ ລໍາດັບ ຂອງ ຄໍາເວົ້າ ຊນິດ ນີ້ ປະກົດ ໂດຍ ສັງເຂບ ດັ່ງນີ້

  • ກັກ ກາກ ກ້າກ(ຮ້ອງ ກ້າກໆ) ກິກ ກົກ ໂກກ ກອກ ເກືອກ ກັ້ງ ກາງ ກ້າງ ກິ່ງ ກິ້ງ ກຶງ ກຶ້ງ ກຸງ(ຕອງ-) ກຸ້ງ ເກັ່ງ ເກງ ເເກ່ງ(ນໍ້າ-) ເເກ້ງ ກົງ ກົ່ງ ກົ້ງ(ຕາກົ້ງ) ໂກງ ກອງ ກ່ອງ ກ້ອງ ເກິ່ງ ເກີ້ງ ກ້ຽງ ກາຍ ກ່າຍ ກ້າຍ ກຸຍ ໂກ້ຍ ກອຍ ກ້ອຍ ເກີຍ ກັດ ກາດ ກ໊າດ ! ກິດ ກີດ ກຸດ ກູດ ເກັດ ເກດ ເເກັດ ກົດ ໂກດ ກອດ ເກີດ ກຽດ ກວດ ກັນ ການ ກິນ ກິ່ນ ກິ້ນ ກຶ້ນ ກືນ ກຸ່ນ ເກນ ເເກນ ເເກ່ນ ກົນ ກົ່ນ ກົ້ນ ໂກນ ກອນ ກ່ອນ ກ້ອນ ເກິນ(ບ້ານ) ກຽນ ກ້ຽນ ກວນ ກັບ ກາບ ກີບ ກືບ ກຸບ ເກັບ ເເກັບ(ຫມວກ) ເເກບ ກົບ ໂກບ ກອບ ເກີບ ເກືອບ ກັມ(ບາລີ) ກາມ(ບາລີ) ກ້າມ ກຸມ ກຸ່ມ ກຸ້ມ ເເກມ ເເກ່ມ ເເກ້ມ ກົມ ກົ້ມ ກ່ອມ ກ້ອມ ເກີ້ມ ກຽມ ກ້ຽມ ກວມ ເກື້ອມ ກາວ ກ່າວ ກ້າວ ກິ່ວ ເເກວ ເເກ່ວ ເເກ້ວ ກຽວ ກ່ຽວ ກ້ຽວ ກວັກ ກວາງ(ສັດ#ກວງໄກກວງເຮືອນ) ກວ້າງ ເເກວ່ງ ກວາດ ເເກວດ ກວານ ກວ້ານ ກວຽນ
  • ຂິກ ເຂກ ເເຂກ ຂອກ ເຂີກ ... ຂຍັນ ຂຍັບຂຍາຍ ຂເເນງ ຂນາດ ຂນານ ຂນາບ ຂນົບທັມນຽມ ຂນົມ ຂມອງ ຂເມນ ຂມັບ ຂວາກ ຂວາງ ເເຂວງ ຂວັນ ຂວັ້ນ ຂວານ ເເຂວນ
  • ຯລຯ

໖- ການຈັດ ລໍາດັບ ຄໍາລາວ ໂດຍ ທົ່ວໄປ
ມີ ພຽງເເຕ່ ຈັດ ຕາມ ລໍາດັບ ຂອງ ພຍັຊນະ ຕົ້ນພຍາງ ຮ່ວມ ກັບ ສຣະລໍາດັບ ເເລະ ຕໍ່ ໃສ່ ລໍາດັບ ຂອງ ລູກ ຫລື ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ນັ້ນເອງ ໂດຍ ຖື ເອົາ ລໍາດັບ ຂອງ ວັນນະຍຸດ ເຂົ້າ ນໍາ ຜິວ່າ ຄໍາເວົ້າ ຄໍາໃດ ປະກອບ ວັນນະຍຸດ

  1. ໑- ຈັດ ຄໍາເວົ້າ ຕາມ ລໍາດັບ ຂອງ ພຍັນຊນະ ຕົ້ນພຍາງ ທີ່ ມີ ຕົວດຽວ ໃຫ້ ຈົນຫມົດ ຈົນກ້ຽງ ເສັຽກ່ອນ ຈະ ເປັນ ເເມ່ກະກາ ຫລື ຄໍາເວົ້າ ທີ່ ມີ ຕົວສະກົດ ກໍດີ ຫລັງຈາກນັ້ນ ຈຶ່ງ ຈັດ ພຍັນຊນະ ຕົ້ນພຍາງ ທີ່ ເປັນ ພຍັນຊນະ ນໍາ ( ຣູປຕາ ໒ ) ຊຶ່ງ ມີ ສອງ ຕົວ

  2. ໒- ຈັດ ຄໍາເວົ້າ ຕາມ ສຣະລໍາດັບ ເເລະ ຕາມ ລໍາດັບ ຂອງ ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ( ເເຜງ ໒ )

  3. ໓- ຈັດ ຄໍາເວົ້າ ທີ່ ຂຽນ ດ້ວຍ ພຍັນຊນະ ນໍາ ( ໄວ້ ທ້າຍ ຄໍາ ອື່ນໆ ພາຍໃນ ຄໍາເວົ້າ ທີ່ ຂຽນ ດ້ວຍ ພຍັນຊນະ ຕົ້ນພຍາງ ຕົວຫນ້າ ຕົວດຽວກັນ )

    • ກ ກຣ ກລ ກວ => ຂ ປະສົມ ກັບ ສຣະ ເເລະ ເເມ່ທັງເເປດ ຈົນ ຫມົດ ເເລ້ວ ຈຶ່ງ ໂງ ມາ ໃສ່ ຂຍ ຂນ ຂມ ຂຣ ຂລ ຂວ ( ເອົາ ໄວ້ ທ້າຍ ຕົວຂໍ ເສັດ ເເລ້ວ ຈຶ່ງ ຕໍ່ ໄປ ໃສ່ ຕົວຄໍ )
    • ຄ ຄນ ຄຣ ຄວ => ງ => ຈ => ສ ສຍ ສນ ສມ ສຣ ສລ ສວ => ຊ ຊນ ຊວ ຯລຯ ດັ່ງດຽວກັນ ກັບ ກໍຣະນີ ຂ້າງເທິງ ນີ້
      • ຄະລໍາ ຄ່າ ຄີ ຄໍ ຄົວ ຄາງ ຄວຍ ຄ້ອຍ ເເຄນ ເເຄ້ນ ຄວນ ເຄື່ອນ ເຄື້ອນ ຄວາ ຄວ້າ ຄວາຍ ຄວັນ ເເຄວ້ນ ຯລຯ ເສັດ ເເລ້ວ ຈຶ່ງ ຕໍ່ ໄປ ໃສ່ ຕົວງໍ
    • ຯລຯ
    • ຫ ປະສົມ ກັບ ສຣະ ເເລະ ເເມ່ທັງເເປດ ຈົນ ຫມົດ ເເລ້ວ ຈຶ່ງ ໂງ ມາ ໃສ່ ຫງ ຫຍ ຫນ ຫມ ຫຣ ຫລ ຫວ ( ຈັດ ໄວ້ ທ້າຍ ຕົວຫໍ ເສັດ ເເລ້ວ ຈຶ່ງ ໄປ ເລີ້ມ ຕົວອໍ )
    • ດັ່ງນີ້ ຕໍ່ໆ ໄປ

ບາງທີ ການຈັດ ລໍາດັບ ສໍາລັບ ພວກ ທີ່ ບໍ່ ມີ logique ໃນ ຫົວ ຈະ ພາ ໃຫ້ ຫົວ ຂອງ ເພິ່ນ ຫຍຸ້ງ ໄປ ຫລາຍ ເຕີບ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ໄດ້ ເເຕ້ມ ຮ່າງ ຂອງ ພຍັນຊນະລໍາດັບ ເເລະ ຂອງ ເເມ່ທັງເເປດ ຂຶ້ນ ມາ (_ເເຜງ_໒_) ຊຶ່ງ ມີ ສຣະລໍາດັບ ໃນ ທີ່ນັ້ນ ທັງນີ້ ກໍ ເພື່ອ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການຈັດ ລໍາດັບ ໂດຍ ບໍ່ ໃຊ້ ເຄື່ອງຈັກ ອັນໃດ ທັງສິ້ນ

  • ກະ ກະເເຈະ(ເມືອງ Kratié ຢູ່ ຂເມນ) ກະເເຈ ກະຈຽວ ກະເຈົາ ກະຈໍາ(ກິ່ວ ກະຈໍາ) ກ໊ະ ! ກາ ກ້າ ກ໋າ ! ກິ ກີ່ ກີ້ ກື ກຸຕິ ກູ ກູລາ(ຜັກຫອມ ຊນິດ ນຶ່ງ) ກູ້ ເກະກະ ເກເລ ເເກະ ເເກ ເເກ່ ເເກ້ ໂກະ ໂກ້ ໂກ້ເກ້ ເກາະ ເກ໊າະ ! ກໍ ກໍ່ ກໍ້ ກົວ ກົ່ວ ເກືອ ໄກ ໄກ່ ໄກ້ ໃກ້ ເກົາ ເກົ່າ ເກົ້າ ກໍາ ກໍ່າ ກໍ້າ ກັກ ກາກ ກ້າກ(ຮ້ອງ ກ້າກໆ) ກິກ ກົກ ໂກກ ກອກ ເກືອກ ກັ້ງ ກາງ ກ້າງ ກິ່ງ ກິ້ງ ກຶງ ກຶ້ງ ກຸງ(ຕອງ) ກຸ້ງ ເກັ່ງ ເກງ ເເກ່ງ(ນໍ້າເເກ່ງ) ເເກ້ງ ກົງ ກົ່ງ ກົ້ງ(ຕາ-) ໂກງ ກອງ ກ່ອງ ກ້ອງ ເກິ່ງ ເກີ້ງ ກ້ຽງ ກວງ(ໄກ ກວງເຮືອນ) ກາຍ ກ່າຍ ກ້າຍ ກຸຍ ໂກ້ຍ ກອຍ ກ້ອຍ ເກີຍ ກັດ ກາດ ກ໊າດ ! ກິດ ກີດ ກຸດ ກູດ ເກັດ ເກດ ເເກັດ ກົດ ໂກດ ກອດ ເກີດ ກຽດ ກວດ ກັນ ການ ກິນ ກິ່ນ ກິ້ນ ກຶ້ນ ກືນ ກຸ່ນ ເກນ ເເກນ ເເກ່ນ ກົນ ກົ່ນ ກົ້ນ ໂກນ ກອນ ກ່ອນ ກ້ອນ ເກິນ(ບ້ານ-) ກຽນ ກ້ຽນ ກວນ ກັບ ກາບ ກີບ ກືບ ກຸບ ເກັບ ເເກັບ(ຫມວກ-) ເເກບ ກົບ ໂກບ ກອບ ເກີບ ເກືອບ ກັມ(ບາລີ) ກາມ(ບາລີ) ກ້າມ ກຸມ ກຸ່ມ ກຸ້ມ ເເກມ ເເກ່ມ ເເກ້ມ ກົມ ກົ້ມ ກ່ອມ ກ້ອມ ເກີ້ມ ກຽມ ກ້ຽມ ກວມ ເກື້ອມ ກາວ ກ່າວ ກ້າວ ກິ່ວ ເເກວ ເເກ່ວ ເເກ້ວ ກຽວ ກ່ຽວ ກ້ຽວ ເກຣັກ(ພາສາ fr. grec) “ສັ”ກຣາດ(ສັກ-ກະ-ຫຣາດ ຜິວ່າ ເປັນ ພຍັນຊນະ ຈູງ) ກລ່າວ(ກ່າວ) ກວ່າ ໄກວ ກວັກ ກວາງ(ສັດ#ກວງໄກກວງເຮືອນ) ກວ້າງ ເເກວ່ງ ກວາດ ເເກວດ(Quota) ກວານ ກວ້ານ ກວຽນ ຯລຯ ( ດັ່ງນີ້ ຕໍ່ໆ ໄປ )
  • ຂະ(ຜັກຂະ) ຂາ ຂ່າ(ຂ່າຂີງ ປາຂ່າ) ຂ້າ ຂ້າຣາຊການ ຂີ ຂີ່ ຂີ້ ຂື່ ຂຸ ຂູ່(ນາບ-) ເເຂ ເເຂ້ ໂຂະ ເຂາະ ຂໍ ຂໍ່(ຂໍ່ມື#ປາຄໍ່) ຂໍ້ ເຂັ່ຽ ຂົວະ ຂົວ ຂົ້ວ ເຂືອ ໄຂ(ມັນ) ໄຂ່(ສັດ) ໄຂ້ ເຂົາ ເຂົ່າ ເຂົ້າ ຂໍາ ຂິກ(ຫມາກ-) ເຂກ ເເຂກ ໂຂກ ຂອກ ເຂີກ ຂວກ ຂັງ ຂາງ ຂ້າງ ຂີງ ຂີ້ງ ຂຶງ ເຂັງ ເຂ້ງ ເເຂງ ເເຂ່ງ ຂົງ ໂຂງ ຂອງ ຂ້ອງ ເຂິງ ເຂີ້ງ ຂຽງ ຂວງ ຂາຍ ຂ່າຍ ຂຸ່ຍ(ເປົ່າ) ຂ້ອຍ(-ໃຊ້) ເຂີຍ ຂວຍ(ມົດ#ຂົນຂວາຍ) ຂັດ ຂາດ ຂີດ ຂຸດ ຂູດ ເຂັດ(ສັກສິດ) ເຂດ(ບາລີ) ຂອດ ຂຽດ ຂວດ ຂັນ ຂັ້ນ ຂີນ ຂຶ້ນ ຂືນ ຂື່ນ ຂຸນ ຂຸ້ນ ເຂັນ ເຂັ່ນ ເຂນ(ໄມ້ກາງເຂນ) ເເຂນ ເເຂ້ນ ຂົນ ຂົ່ນ(ຂາ) ໂຂນ(-ດອກ) ຂອນ ຂ້ອນ ເຂີນ ຂຽນ ຂ່ຽນ ຂ້ຽນ ເຂືອນ ເຂື່ອນ(ໄຟຟ້າ) ຂັບ ຂາບ ເເຂບ ຂົບ ໂຂບ ຂອບ ຂຽບ ຂວບ ເຂືອບ ຂາມ ຂ້າມ ຂຶມ ຂຸມ ເຂັມ ຂົມ ຂົ່ມ ໂຂມ ຂອມ ຂາວ ຂ່າວ ຂ້າວ ຂິວ ເເຂ້ວ ຂຽວ ຂ້ຽວ ຂຍອງ ຂຍາຍ ຂຍັນ ຂຍັບຂຍາຍ ຂນະ ຂເເນງ ຂນາດ ຂນານ ຂນາບ ຂນົບທົມນຽມ ຂນົມ ຂມອງ ຂເມນ ຂມັບ ຂມ່ອມ ຂຣ(ເບິ່ງ ອັກຂຣະ) ຂລາມ ຂວາ ໄຂວ່(ລາງເທື່ອ ກໍ ເຫັນ ຂຽນ ດ້ວຍ ຕົວຄໍ) ຂວໍ້າ ຂວາກ ຂວາງ ເເຂວງ ຂວາຍ ຂວັນ ຂວັ້ນ ຂວານ ເເຂວນ ຯລຯ ( ດັ່ງນີ້ ຕໍ່ໆ ໄປ )
  • ຄາ ຄ່າ ຄ້າ ຄີ ຄື ຄຸ ຄູ(ຄັນນາ) ຄູ່ ຄູ້(ຜັກ ອີ່ຄູ້) ເເຄ ເຄາະ ຄໍ ຄໍ່(ປາຄໍ່#ຂໍ່ເເຂນ) ຄໍ້(ຫມາກຄໍ້) ຄົວ ເຄືອ ໄຄ ໃຄ້ ເຄົາ ເຄົ້າ ຄໍາ(ໂລຫະ) ຄາກ ຄຸກ ຄົກ ໂຄກ ຄອກ ຄັງ ຄາງ ຄີງ ໂຄງ ໂຄ່ງ ໂຄ້ງ ຄອງ ຄ່ອງ ຄ້ອງ ໂຄັຍ ຄອຍ ຄ່ອຍ ຄ້ອຍ ຄຸດ(ບາລີ) ໂຄດ(ໂຄຕຕະ) ຄາຕກອນ ຄາຕກັມ ຄານ(ໄມ້) ຄຸນ(ຄຸນະ) ເເຄນ ຄົນ ຄອນ ຄ້ອນ ຄັບ ຄາບ ຄີບ ຄືບ ຄຸບ ຄອບຄົວ ຄຸມ ຄຸ້ມ ຄົມ ຄຸຍ ຄຸ້ຍ ໂຄມ(ໄຟ) ຄາວ ຄິ້ວ ຄນະ ຄຣູ ຄວາຍ ຯລຯ
  • ສະ(ຫນອງສະ) ສ່າ(ເຫລົ້າ) ສິຣິ ສີ ສີສຽດ ສີ່ ສີ້ ສື ສື່(information) ສຸ ສູ ສູ່ ສູ້ ເສຣີພາບ ເສ້ ເເສະ ເເສ້(ຜູ່ເເສ້ຜູ່ສາວ) ໂສ ໂສ້ ເສາະ ສໍ ສໍ່(ສັບ#ຊໍ່ຟ້າ) ສໍ້ ເສັຽ ເສັ້ຽ(ອາ) ເສືອ ເສື່ອ(ປູນອນ) ເສື້ອ ໄສ່ ໄສ້(ຕັບໄຕໄສ້ພຸງ) ໃສ ໃສ່(ກ.ເອົາ-) ໃສ້(ມື້ໃສ້້/ປີໃສ້) ເສົາ ເສົ່າ(ງາບໆ) ເສົ້າ ສໍານຽງ ສໍ່າ(ເທົ່າກັນ) ສັກ(ສັກຕິ) ສາກ ສິກ(ລາອອກ) ສີກ(ຂີ້-) ສຶກສາ ສຸກ ເສກ(ບາລີ) ສົກ(ບາລີ) ໂສກ(ກາບກອບ ຕົກໂສກ) ສອກ ເສິກ ສຽກ ເສືອກ ສັງກະສີ ສາງ ສິງ ສິ່ງຂອງ ເເສງ ສົ້ງ ສາຍ ສ້ອຍ ສັດ ສາດ ສິດ(ບາລີ) ສູດ(ບາລີ) ສັນ ສິນ(ສິລະ) ສິ້ນ ສູນສັມນາ ສົ້ນ ສວນ ສັບ(ຄໍາສັບ ບາລີ) ສົບ ສອບ(ກະ-) ສິມ ສຽມ ສ້ວມ ສາວ ສ້າວ ສ່ຽວ ສງ່າ ສງຽມຈຽມຕົວ ສຍາມ ສນົມ ສມອງ ສຣະ ສລຶງ(ຄໍາ ໓ ສລຶງ) ສວີງ ຯລຯ
  • ຫາ ຫ່າ(ຫູງ#ຮ່າຝົນ) ຫ້າ ຫິມະ ຫີ ຫູ ເຫມັນ(ເຫ-ມັນ ຣະດູ ຫນາວ) ເເຫ ເເຫ່ ໂຫ່ ໂຫ້ ຫໍ ຫໍ່(ເກືອ#ຮັກຮໍ່) ຫໍ້ ຫົວ ເຫື່ອ ໄຫ ໄຫ້ ເຫົາ ເຫົ່າ ຫໍາ ຫັກ ຫາກ ຫຶກ ຫູກ ເເຫກ ໂຫກ(ເຈັບຫມາກໂຫກ) ຫອກ ເຫືອກ(ຫລື ເຫງືອກ) ຫາງ ຫ່າງ ຫ້າງ ຫິງຫ້ອຍ ຫີ້ງ(ປາ ຢູ່ ບົນ ຄີໄຟ) ຫຶງ ຫູງ ເຫັງ ເເຫງ ເເຫ່ງ ເເຫ້ງ ຫົງ ຫົ້ງ ຫອງ ຫ້ອງ ເຫິງ ຫຽງ(ຄໍ-) ຫວງ ຫວງເເຫນ ຫ່ວງ ຫາຍ ຫ່າຍ ໂຫຍ ຫອຍ ຫ້ອຍ ເຫີຍ ຫວຍ ຫ້ວຍ ຫາດ ຫິດ ຫືດ ຫູດ ເຫັດ ເຫດ(ບາລີ) ຫົດ ໂຫດ ຫວດ ຫັນ ຫານ ຫ່ານ ຫ້ານ ຫີນ ຫຸນ ຫຸ່ນ ຫຸ້ນ ເຫັນ ເເຫ້ນ ຫົນ(ຫົນທາງ ຫົນໃຕ້ ຫົນເຫນືອ) ໂຫນ(ຫມໍໂຫນ - ບາລີ) ຫອນ ຫ້ຽນ ຫວນ ຫາບ ຫີບ ຫຸບ ຫູບ ເຫັບ ເເຫບ ໂຫບ ຫອບ ເຫີບ ຫາມ ຫ້າມ ຫຸມ ຫົມ(ຜັກ-) ຫົ່ມ(ຜ້າ-) ຫອມ ຫ້ອມ ຫາວ(ງ້າບໆ/ກາງຫາວ) ຫ່າວ(ເຮັດ) ຫ້າວ ຫິວ ຫິ້ວ ເຫວ ເເຫ່ວ ເເຫ້ວ ເຫງົ້າ ເຫງືອກ ເຫງັນ(ສັດ/ບໍ່ ເເມ່ນ ເຫັນ) ຫຍາ ຫຍ້າ ຫຍຶ(-ດັງ) ເເຫຍ້ ເຫຍື່ອ ຫຍິກ(ສຽງ ທ້ອງຖິ່ນ ຂອງ ຢິກ) ຫນາ ຫນ້າ ຫນີ້ ຫນູ ເເຫນ(ຜືດ) ໂຫນະ ຫນໍ່ ເຫນືອ ຫນັກ ຫນັອກ ຫນອກ ຫນວກ ຫນັງ ຫນັງສື ຫນິ້ງ ຫນຶ້ງ ເເຫນງ ເເຫນ່ງ(ຕໍາ-) ໂຫນ້ງ ຫນອງ ຫນ້ອງ ເຫນີ້ງ ຫນຽງ ຫນ້ຽງ ຫນ້ອຍ ຫນ່ວຍ ຫນາດ(ໃບ-) ຫນວດ ຫນານ ເເຫນ້ນ ຫນອນ ຫນຽວ ຫມາ ຫມີ ຫມີ່ ຫມື້ ຫມູ່ ໂຫມະ(ຫີ-/ຕົກ-) ເຫມາະສົມ ຫມໍ ຫມໍ້ ໄຫມ(ຜ້າ-/ປັບໃຫມ) ຫມໍ້າ ຫມາກ ຫມົກ ຫມອກ ຫມວກ ຫມາງ(ບາດ-) ຫມົ້ງ ຫມັ້ອງ ຫມອງ ເຫມືອງ ຫມາຍ ຫມ້າຍ ຫມອຍ ເຫມີ້ຍ(ໄທ- /ຕາມທີ່ຈິງ ເເລ້ວ ເເມ່ນ ໄທເມີ້ຍ) ຫມ້ວຍ(ອີ່-) ເຫມືອຍ(ເມີຍ) ເຫມື່ອຍ ຫມັດ ຫມາດ ຫມວດ ຫມິດ(ຂີ້ຫມິດຫມໍ້) ຫມຶດຫມັດ ຫມົດ(ສຽງ ທ້ອງຖິ່ນ ເເມ່ນ ເຫມິດ ເເລະ ເບິດ) ຫມິ້ນ(ຂີ້-) ຫມື່ນ ເຫມັນ ເຫມັ້ນ ຫມອນ ຫມູບ ເຫມບ ເເຫມບ(ດັງ-) ຫມອບ ຫມຸມ ເເຫມວ(ຫມັດ-) ຫຣຽນ ຫລາ ຫລ່າ(ຫນ້າ) ຫລ້າ ຫລື ຫລຸ ໂຫລ ຫລໍ່ ເຫລີ ຫລົວ ຫລົ້ວ ເຫລືອ ໄຫລ(ລ່ອງ-) ເຫລົາ ເຫລົ່າ(ເຮັດ#ໃຮ່) ເຫລົ້າ ຫລໍາ ຫລັກ ຫລາກ ຫລີກ ເຫລັກ ເເຫລກ ຫລົກ ຫລອກ ຫລັງ ຫລັ່ງ(ໄຫລ) ເເຫລ່ງ ເເຫລ້ງ ເຫລີ່ງ ຫລອດ ຫລານ ເຫລນ ຫລ້ອນ ຫລັບ ຫລາບ ຫລິບ ຫລືບ ຫລຸບ ຫລູບ ເເຫລບ ຫລົບ ຫລາມ ຫລຶມ ຫລື້ມ ຫລຸມ ເເຫລມ(-ທອງ ອິນດູຈີນ) ຫລົມ ໂຫລ້ມ ຫລອມ ຫລ່ຽມ ເຫລືອມ ເຫລື້ອມ ຫລາວ ເເຫລວ ຫລຽວ ຫວ້າ(ຫມາກ-) ຫວີ ໂຫວ້ ເຫວີ(ສົບ-) ຫວັງ ຫວາງ ຫວາຍ ຫວັດ ຫວີດ(ຫມາກ-) ໂຫວດ ຫວານ ຫວ້ານ ເເຫວນ
ດ້ວຍເຫດນີ້ ເພິ່ນ ຈຶ່ງ ເຊົາ ໃຊ້ ພຍັນຊນະ ເຟື້ອງ ຢ່າງ ເປັນ ທາງການ ຍ້ອນວ່າ ເຮົາ ບໍ່ ສາມາດ ຈະ ຈັດ ມັນ ຢູ່ ໃນ ຈໍາພວກ ພຍັນຊນະ ເຫລົ່ານີ້ ໄດ້ ( ນາສອງເຫມືອງ ເມືອງສອງເຈົ້າ ບໍ່ດີ ເເລ )

ອີກປະການນຶ່ງ ພຍັນຊນະ ຫມວດນີ້ ປະກອບ ວັນນະຍຸດ ໄດ້ ພຽງເເຕ່ ໄມ້ເອກ ເເລະ ໄມ້ໂທ ຢ່າງດຽວ ສ່ວນ ໄມ້ຕຣີ ເເລະ ໄມ້ຈັຕວາ ນັ້ນ ເຮົາ ບໍ່ ມີ ສິດ ຈະ ກົດ ໃສ່ ພຍັນຊນະ ຫມວດ ນີ້
  • ຯລຯ ( ດັ່ງນີ້ ຕໍ່ໆ ໄປ ຈົນ ຮອດ ຕົວຮໍ )

໗- ສລຸບຄວາມ
ໃຫ້ ຈັດ ລໍາດັບ ຄໍາເວົ້າ ລາວ ທັງຫມົດ ທັງປວງ ໂດຍ ອີງ ຕາມ ລໍາດັບ ຂອງ ພຍັນຊນະ ຕົ້ນພຍາງ ຊຶ່ງ ຖື ເປັນ ຫລັກ ພື້ນຖານ ອັນ ສໍາຄັນ ຄື ເປັນ ລໍາດັບ ນຶ່ງ ຕາມ ດ້ວຍ ສຣະລໍາດັບ ຄື ລໍາດັບ ສອງ ເສັດ ເເລ້ວ ຈຶ່ງ ຕໍ່ ໄປ ໃສ່ ລໍາດັບ ຂອງ ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ຄື ລໍາດັບ ຂອງ ໄມ້ສະກົດ ເເລະ ທັງຫມົດ ນີ້ ໃຫ້ ຖື ວ່າ ເປັນ ລໍາດັບ ຂອງ ຄໍາເວົ້າ ທີ່ ປະກອບ ພຽງເເຕ່ ພຍາງ ສາມັນ ເທົ່ານັ້ນ ສ່ວນ ພຍາງ ທີ່ ປະກອບ ວັນນະຍຸດ ນັ້ນ ໃຫ້ ຈັດ ພວກມັນ ຫລັງຈາກ ພຍາງ ສາມັນ ຂອງ ເເຕ່ ລະ ຈໍາພວກ ( ຈໍາພວກ ເເມ່ກະກາ ເເລະ ຈໍາພວກ ທີ່ ປະກອບ ໄມ້ສະກົດ )

ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ ເເບບ ນີ້ ຖືກ ກັບ la logique de la langue lao ດີ ຊຶ່ງ ຫມາຍຄວາມວ່າ ສອດຄ່ອງ ກັນ ດີ ເເລະ ເຫນືອກວ່າ ການຈັດ ຄໍາລາວ ໃນ ວັຈນານຸກົມ ຕ່າງໆ ທີ່ ເຮົາ ເຄີຍ ໄດ້ເຫັນ ມາ ນັ້ນເອງ


ຮ່າງ ພິເສດ
ຮູບ ຂ້າງລຸ່ມ ນີ້ ( ຣູປຕາ ໑ ) ເເລະ ( ເເຜງ ໒ ) ໄດ້ຖືກ ເເຕ້ມ ເປັນ ຮ່າງ ປະ ໄວ້ ເພື່ອ ໃຊ້ ໃນ ການຈັດ ລໍາດັບ ໂດຍ ບໍ່ ຕ້ອງ ໃຊ້ ເຄື່ອງຈັກ ອັນໃດ ຊ່ວຍ ເເລະ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້ ( ໂດຍ ອີງ ເອົາ ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ) ເເຕ່ ຕ້ອງ ໃຫ້ ເຂົ້າໃຈ ຢ່າງນຶ່ງ ວ່າ ຈໍາພວກ ຄໍາເວົ້າ ທີ່ ປະກອບ ດ້ວຍ ພຍັນຊນະ ຄວບ ກັບ ຕົວຣໍ (ຣ) ເເລະ ຕົວຣໍ (ລ) ທີ່ ໃຊ້ ຂຽນ ຄໍາ ຕ່າງດ້າວ ໃຫ້ ທ່ານ ເປັນ ຜູ້ ກໍານົດ ເອົາ ເອງ



ຜິວ່າ ທ່ານ ຢາກ ເຮັດ ວັຈນານຸກົມ ເພື່ອ ໃຊ້ ສໍາລັບ ຄັອມພິວເຕີ ໃຫ້ ທ່ານ ກ່າຍ ເອົາ ຄໍາເວົ້າ ໃນ ບົດຄວາມ ນີ້ ເເລະ ໃຫ້ ເອົາ ໄປ ຂຽນ ຄໍາເວົ້າ ໃສ່ ຕື່ມ ເພາະວ່າ ການຂຽນ ວັຈນານຸກົມ ສໍາລັບ ຄັອມພິວເຕີ ກໍ ຂຽນ ເເບບ ນີ້ ຢູ່ ເເລ້ວ ເເຕ່ວ່າ ມັນ ບໍ່ ພຽງພໍ ກັບ ຄວາມຕ້ອງການ ( ສິ່ງ ທີ່ ຂພຈ ຂຽນ ເເລ້ວ ກໍ ໃຊ້ ໄດ້ ເເຕ່ ມັນ ບໍ່ ຄົບ )


ສາກ ເອກສານ ຣະບົບ PDF ກ່ຽວກັບ ເຣື່ອງ ນີ້ ລົງ ມາ ໄວ້ ໃຊ້
Télécharger cet article en format PDF
Download this article in PDF

------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣານຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

3 ສານ ຈາກ ໂຟຣັອມ ພາຍໃນ /Messages de forum

  • ເເບບຢ່າງ ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ ໑໒ ເດືອນ ກັນຍາ/septembre  ຄສ. 2012 06:00, ໂດຍ ກັດຕຸ ຂຸນຫລວງ

    ຂໍຂອບໃຈອາຈານຄໍາເເພວ ຫລາຍໆ

    ເມື່ອໄດ້ອ່ານບົດຄວາມຂອງທ່ານເເຕ່ລະບົດເເລ້ວ ໂຕເອງກໍມີຄວາມຮູ້ສຶກ ສະອື້ນຕື້ນຕັນໃຈຫລາຍທີ່ສຸດ ທີ່ຍັງມີຄົນລາວ ຫ່ວງໃຍ ນໍາໂຊກຊາຕາກັມ ຂອງບ້ານເມືອງ ຈົນໄດ້ເສັຽສລະເວລາສ່ວນຕົວ ເພື່ອຜົນປໂຍດສ່ວນຮວມ ເຊິ່ງເປັນສິ່ງທີ່ຫາຄຸນຄ່າອັນໃດ ປຽບທຽບໄດ້ຍາກ ເນື່ອງໃນການເຜີຍເເຜ່ຫນັງສືນີ້ ຜູ້ຂ້າຂໍໂມທະນາ ຮ່ວມສິນກິນທານ ເພື່ອກຸສົນຜົນບຸນ ດ້ວຍການບອກເລົ່າໃຫ້ຝູງຊົນຄົນລາວທັງຫລາຍ ກັບມາສົນໃຈ ໃນພາສາລາວ ທີ່ທ່ານຂຽນນີ້ ເເລະ ຂໍໃຫ້ທ່ານເເລະຄອບຄົວຈົ່ງໄດ້ຮັບເເຕ່ ຄວາມສຸກຄວາມຈະເຣີນ ຕລອດກາລະນານດ້ວຍເຖີ້ນ ສາທຸ ສາທຸ ສາທຸ

    ຕອບສານ ສະບັບນີ້

  • ເເບບຢ່າງ ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ ໑໘ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2012 09:55

    ຢາກໃຫ້ອາຈານຄໍາເເພວ ຂຽນວັດຈະນານຸກົມລາວໃຫ້ເປັນຕົວຢ່າງ ຄົງຈະບໍ່ມີບັນຫານໍ

    ຕອບສານ ສະບັບນີ້

  • ເເບບຢ່າງ ການຈັດ ລໍາດັບ ຄໍາເວົ້າ ໃນ ພາສາ ລາວ ໒໗ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2012 08:01

    ການຄົ້ນພົບຂອງອາຈານຄໍາເເພວ ກ່ຽວກັບເຣື່ອງນີ້ ຄົງພາໃຫ້ການສຶກສາພາສາລາວ ພັທນາໄວຂຶ້ນກວ່າເກົ່າ ຍ້ອງຍໍສັລເສີນເປັນພິເສດ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0