ພາສາ ລາວ - La langue lao ບົນ ລາວເເພນ

ນາມ

ວັນພຸດ ທີ ໑ ເດືອນ ສິງຫາ/août  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology

  • “ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ ນາມະ ຊຶ່ງ ເປັນ ພາສາ ທີ່ ບັນຈຸ ຢູ່ ໃນ ຈໍາພວກ ພາສາ ອິນດູຢູໂຣປກະ ( ຝຣັ່ງ. Langues indo-européennes ) ຫມາຍຄວາມວ່າ ເປັນ ພາສາ ທີ່ ສາມາດ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ທຸກໆ ຄໍາ ຈະ ເປັນ ຄໍາປະສົມ ຫລື ຄໍາເວົ້າ ປະເພດໃດ ກໍດີ ມັນ ກໍ ຮັກສາ ຄວາມຫມາຍ ເຄົ້າ ໄວ້ ໄດ້ ເຫມືອນກັນ
    ຣູປຕາ ໑

ໂຄສະຖານ || Phonétique / Phonetics
ການກົດ ສຽງ ຂອງ ຄໍາ ເຫລົ່ານີ້ ຂ້າພະເຈົ້າ ກົດ ດ້ວຍ ຫນັງສື ລາວ ເເລະ ກໍ ຍັງ ບໍ່ ທັນ ໄດ້ໃຊ້ ຣະບົບ ສາກົນ ເທື່ອ ໂດຍ ໃຊ້ ຕົວຫນັງສື ລາຕິນ ຫລື ລາເເຕັງ ຂຽນ ຖ້າ ຂ້າພະເຈົ້າ ມີ ເວລາ ພຽງພໍ ຈຶ່ງ ຈະ ໄດ້ ສຶກສາ ຕື່ມ ອີກ ເພື່ອ ນໍາ ມາ ໃຊ້ ໃນ ທີ່ນີ້ ຈຶ່ງ ຂໍ ບອກ ໃຫ້ ຊາບ

  • “ຄໍາ” ມີ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງກາງ
  • “ນາມ” ມີ ສຽງຍາວ ເເລະ ສຽງສູງຢ່ອນ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງສູງ ເເລະ ກໍ ດັກ ລົງ ມາ ຈົບ ຢູ່ ສຽງກາງ

ຄວາມຫມາຍ || Définition / Definition
ຕາມ ຄວາມເປັນຈິງ ເເລ້ວ ນາມ ເປັນ ຫົວຫນ້າຫມູ່ ຫລື ຫົວຫນ້າ ຂອງ ຄໍາ ອື່ນໆ ດັ່ງ ກິຣິຍາ ເເລະ ຄຸນນາມ ເປັນຕົ້ນ ທີ່ ເຮົາ ໃຊ້ ໃນ ປໂຍກ ນຶ່ງໆ ເນື່ອງຈາກວ່າ ສ່ວນມາກ ເເລ້ວ ນາມ ເປັນ ປະທານ ຂອງ ກິຣິຍາ ເເລະ ຂອງ ປໂຍກ ນັ້ນເອງ ດັ່ງ ຕົວຢ່າງ ຕໍ່ໄປ ນີ້ ຄື ປາໃຫຍ່ ກິນ ປານ້ອຍ ຊຶ່ງ ຫມາຍຄວາມວ່າ ປາໃຫຍ່ ເປັນ ຜູ້ຄຸມ ທຸກຢ່າງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ປາ ໂຕໃຫຍ່ ເປັນ ເຈົ້າຂອງ ຂອງ ກິຣິຍາ ກິນ ຊຶ່ງ ຄໍາເວົ້າ “ເຈົ້າຂອງ” ເປັນ ສິ່ງ ສໍາຄັນ ທີ່ສຸດ ສໍາລັບ ສັດສາວາສິ່ງ ທີ່ ຢູ່ ໃນ ໂລກມະນຸດ ນີ້

ນາມ ຫມາຍເຖິງ ຖ້ອຍຄໍາ ເເລະ ວະລີ ຕ່າງໆ ທີ່ ໃຊ້ ເປັນ ຊື່ ຕາມ ຄວາມເປັນຈິງ ໃນ ໂລກມະນຸດ ຂອງ ສິ່ງ ທີ່ ເຫັນ ດ້ວຍ ຕາເປົ່າ ຊຶ່ງ ທາງ ພຣະທັມ ຮຽກ ຣູປະ[Rūpa] ຄື ສິ່ງ ທີ່ ມີ ຮູບ ເເລະ ຊື່ ຂອງ ສິ່ງ ທີ່ ບໍ່ ເຫັນ ດ້ວຍ ຕາເປົ່າ ຊຶ່ງ ທາງ ພຣະທັມ ຮຽກ ອະຣູປະ[Arūpa] ຄື ສິ່ງ ທີ່ ບໍ່ ມີ ຮູບ ( ຄົນລາວ ດຽວນີ້ ຮຽກ ຮູບນາມ )

ຄໍາອະທິບາຍ || Explication / Explanation
ເພິ່ນ ຮຽກ ຄໍານາມ ຄໍາເວົ້າ ທີ່ ເປັນ ນາມ ໃນ ພາສາ ລາວ ຫລື ນາມ ລ້າໆ ກໍ ໄດ້ ເຫມືອນກັນ ເເຕ່ ເມື່ອໃດ ເຮົາ ຕ້ອງການ ຄວາມເເນ່ນອນ ເມື່ອນັ້ນ ເຮົາ ຈຶ່ງ ໃຊ້ “ຄໍານາມ” ໃນ ການອະທິບາຍ ຕ່າງໆ

ນາມ ມີ ຢູ່ ດ້ວຍກັນ ສອງ ຢ່າງ ຄື

  • ສາມັນຍະນາມ ຊຶ່ງ ເປັນ ຊື່ ໂດຍ ທົ່ວໄປ ປາສຈາກ ກັມມະສິດ ຂອງ ຜູ້ໃດ ຜູ້ນຶ່ງ ( ເຮົາ ຕ້ອງ ຂຽນ ຊື່ ຫລື ນາມ ຈໍາພວກ ນີ້ ໃຫ້ ຖືກ ຕາມ ຫລັກ ໄວຍາກອນ ) || ຝຣັ່ງ. Nom commun
  • ວິສາມັນຍະນາມ ຊຶ່ງ ເປັນ ຊື່ ສະເພາະ ເຈາະຈົງ ສໍາລັບ ເເນວໃດ ເເນວນຶ່ງ ເທົ່ານັ້ນ ເເຕ່ ບາງຄັ້ງ ຊື່ ດັ່ງກ່າວ ຈະ ເປັນ ກັມມະສິດ ຂອງ ຄົນອື່ນ ຫລື ຂອງ ຄົນ ກຸ່ມໃດ ກຸ່ມນຶ່ງ ກໍ ເປັນ ໄດ້ ດັ່ງ ຊື່ຄົນ ຊື່ປະເທດ ຊື່ບໍຣິສັດ ເປັນຕົ້ນ ( ເຮົາ ມີ ສິດ ຂຽນ ຊື່ ຫລື ນາມ ຈໍາພວກ ນີ້ ອອກ ນອກ ຫລັກ ໄວຍາກອນ ເເຕ່ວ່າ ເຮົາ ບໍ່ ມີ ສິດ ທີ່ ຈະ ດັດເເປງ ຊື່ ຫລື ນາມ ຈໍາພວກ ເຫລົ່ານີ້ ທີ່ ເພິ່ນ ໄດ້ຂຽນ ໄວ້ ເເລ້ວ ຊຶ່ງ ຫມາຍຄວາມວ່າ ເຮົາ ຕ້ອງ ຂຽນ ຕາມ ທີ່ ເຈົ້າຂອງ ເຂົາ ໄດ້ຂຽນ ໄວ້ ເເລ້ວ ) || ຝຣັ່ງ. Nom propre

ສາມັນຍະນາມ || Nom commun

ທາຕຸສາດ || Etymologie / Etymology
ສາມັນຍະນາມ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ “ສາມັນຍະ” ເເລະ “ນາມະ” ເເລະ ຄໍາ ຕ່າງໆ ທີ່ ສົມມຸດ ເປັນ ຄໍາປະສົມ ຂ້າພະເຈົ້າ ຈະ ຮຽກ ຄໍາປະສົມ ຢ່າງດຽວ ປາສຈາກ ການພິສູດ ວ່າ ຄໍາ ກ່ຽວຂ້ອງ ບັນຈຸ ຢູ່ໃນ ອະໄວຍະຍະ ຕັດທິດ ເເລະ ກິດົກ ຫລືບໍ່ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງນີ້

  • “ສາມັນຍະ” ມາ ຈາກ ເຄົ້າ ບາລີ ສາມັຍ̣ຍ̣ະ[Sāmañña] ທີ່ ອ່ານ ວ່າ ສາ-ມັນ-ຍະ ເເລະ ທີ່ ໄດ້ຖືກ ເເຜງ ເປັນ ຄໍາລາວ ສາມັນ ລ້າໆ ເເຕ່ ເມື່ອ ເພິ່ນ ຕ້ອງການ ຂຽນ ເປັນ ຄໍາປະສົມ ເພິ່ນ ຈຶ່ງ ໃຊ້ ພຍາງ “ຍະ” ປະກອບ ເເຕ່ ສະເພາະ ຄໍານີ້ ເຮົາ ໃຊ້ ສາມັນ ລ້າໆ ກໍ ໄດ້ ເຫມືອນກັນ ເເຕ່ ຕ້ອງ ຂຽນ ເປັນ ສອງ ຄໍາ ຕ່າງຫາກ ຄື ສາມັນ ນາມ ( “ສາມັນຍະນາມ” ຫລື “ສາມັນ ນາມ” )
    ຣູປຕາ ໒

  • “ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ ນາມະ[Nāma] ທີ່ ອ່ານ ວ່າ ນາ-ມະ ເເລະ ທີ່ ເພິ່ນ ເເຜງ ເປັນ ຄໍາລາວ “ນາມ” ນັ້ນເອງ
    ຣູປຕາ ໓


ຄວາມຫມາຍ || Définition / Definition
“ສາມັນຍະນາມ” ຫລື “ສາມັນນາມ” ລ້າໆ ກໍ ໄດ້ ເຫມືອນກັນ ຫມາຍເຖິງ ຄໍາເວົ້າ ທີ່ ເປັນ ຊື່ ໂດຍ ທົ່ວໄປ ປາສຈາກ ກັມມະສິດ ຂອງ ຜູ້ໃດຜູ້ນຶ່ງ ເຊັ່ນ ສັດ ດິນ ນໍ້າ ລົມ ໄຟ ໂລຫະ ຣົດ ຄົນ ບ້ານ ໄທເມືອງ ປະເທດ ປະເທສຣາດ ເມືອງລາວ ພົລເມືອງ ຣາສດອນ ໄມ້ກົກຊີ້ຕາຍປາຍຊີ້ເປັນ ເປັນຕົ້ນ

ເພິ່ນ ເເບ່ງ ສາມັນຍະນາມ ອອກ ເປັນ ສີ່ ຫມວດ ຄື

  1. ປົກຕິນາມ[ປົກ-ກະ-ຕິ-ນາມ]
  2. ສະມຸຫະນາມ[ສະ-ມຸ-ຫະ-ນາມ]
  3. ລັກສນະນາມ[ລັກ-ສະ-ນະ-ນາມ]
  4. ອາກາຣະນາມ ຫລື ອາການນາມ ( ກໍ ໄດ້ )

໑- ປົກຕິນາມ
ຄໍາເວົ້າ ທີ່ ເປັນ ນາມ ທັມມະດາ ເເລະ ທີ່ ເປັນ ຊື່ ໂດຍ ທົ່ວໄປ ດັ່ງ ກໍ ກິ່ງ ຄົນ ດິນ ນໍ້າ ລົມ ໄຟ ບ້ານ ເມືອງ ພາສາ ລໍາ ຕົ້ນ ຫລັງ ເປັນຕົ້ນ ຊຶ່ງ ປົກຕິ ມີ ເຄົ້າ ມາ ຈາກ ຄໍາບາລີ ປະກະຕິ[Pakati] ທີ່ ເປັນ ອິດຖິລິງ ຄື ນາມ ເພດຍິງ ເເລະ ທີ່ ເເຜງ ເປັນ ຄໍາລາວ ປກຕິ ເເລະ ປົກຕິ ທີ່ ເເປວ່າ ຕາມເຄີຍ ທັມມະດາ ( ບໍ່ ມີ ການປ່ຽນເເປງ / ຍັງ ເປັນ ຄື ເກົ່າ ຢູ່ ) || ອັງກິດ. Pakati, f. Original or natural form [1]

ຣູປຕາ ໔

໒- ສະມຸຫະນາມ
“ສະມູຫະນາມ” ຖືກ ເເຜງ ມາ ໃຊ້ ໃນ ພາສາ ລາວ ເປັນ ສະມຸຫະນາມ ທີ່ ມາ ຈາກ ເຄົ້າ ບາລີ ສະມູຫະ[Samūha] ເເລະ ນາມະ[Nāma] ຊຶ່ງ “ສະມູຫະ” ເເປ ຕາມໂຕ ວ່າ ຝູງ ຫມູ່ ຈຸ້ມ ຊຸມ || Samūheti, v. to gather, to collect. Samūha, m. multitude, mass.

ຣູປຕາ ໕

ສະມຸຫະນາມ ຫມາຍເຖິງ ຄໍາເວົ້າ ທີ່ ເປັນ ນາມ ເເລະ ທີ່ ບອກ ຈຸ້ມໃດຈຸ້ມນຶ່ງ ຫລື ຊຸມໃດຊຸມນຶ່ງ ນຶ່ງ ( ຄໍາ ທີ່ ເເທນ ຝູງ ເເທນ ຫມູ່ ) ເເລະ ຫມາຍເຖິງ ຄໍາເວົ້າ ທີ່ ເປັນ ຊື່ໂຮມ ນຶ່ງ ດັ່ງ

ກະຊວງ ກະຊວງ ສຶກສາທິການ
ກໍ ໂຄດເຫງົ້າເຫລົ່າກໍ / ກໍໄຜ່
ກອງ ກອງ ທະຫານ / ກອງ ບັນຊາການ / ເຂົ້າເປືອກ ໒ ກອງ
ກຸ່ມ ທະຫານ ໔ ກຸ່ມ / ກຸ່ມ ກອງທັບ ເເຫ່ງ ຊາດ / ກຸ່ມ ເປັນກາງ / ກຸ່ມ ທະຫານ ທິມ / ກຸ່ມ ເເນວລາວຮັກຊາດ / ກຸ່ມ ນະຈໍາສັກ / ກຸ່ມ ເມືອງຫລວງ / ກຸ່ມ ຂາຍຊາດຂາຍເເຜ່ນດິນ
ກົມ ກົມ ວັນນະຄະດີ ລາວ / ກົມນາ[ກົມ-ມະ-ນາ]
ໂຄດ ໂຄດເຫງົ້າເຫລົ່າກໍ ( fr. arbre généalogique, ເຫງົ້າຕະກຸນ = fr. généalogie ) / ເຈົ້າໂຄດລູງຕາ ( ຜູ້ ທີ່ ເຈຣະຈາ ໃນ ມື້ ເພິ່ນ ມາ ຂໍ ຫມັ້ນ ຄູ່ ບ່າວສາວ ) / ໂຄດ ນຶ່ງ ມີ ເຈັດ ເຊັ່ນ ດັ່ງ ( ບາລີ ວ່າ ໂຄຕຕະ[gotta] (ໂຄດ-ຕະ) ເເລະ ສະໂຄຕຕະ[Sagotta] ຖ້າ ເເຜງ ເປັນ ຄໍາລາວ ວ່າ ສະໂຄດ ຊຶ່ງ ເເປວ່າ ໂຄດ ດຽວກັນ )
  1. ເຊັ່ນທວດ ນຶ່ງ
  2. ເຊັ່ນພໍ່ເຖົ້າເເມ່ເຖົ້າ ເເລະ ພໍ່ປູ່ເເມ່ຍ່າ ນຶ່ງ
  3. ເຊັ່ນພໍ່ເຊັ່ນເເມ່ ນຶ່ງ
  4. ເຊັ່ນລູກ ນຶ່ງ
  5. ເຊັ່ນຫລານ ນຶ່ງ
  6. ເຊັ່ນເຫລັນ ນຶ່ງ ເເລະ
  7. ເຊັ່ນຫລ້ອນ ນຶ່ງ

ຊຶ່ງ ປະເພນີ ການຮຽກ ຊື່ ໂດຍ ອີງ ຕາມ ຄວາມນັບຖື ຈະ ຖືກ ຮຽກ ຕາມ ລໍາດັບ ຂອງ ເຊັ່ນ ເຫລົ່າ ນີ້

ຖ້າ ຈະ ເຮັດ ໃຫ້ ມັນ ສອດຄ່ອງ ເເທ້ໆ ມັນ ຕ້ອງ ເປັນ ຮູບ ເເນວນີ້
(-໓)— ເຊັ່ນ ທວດ
(-໒)— ເຊັ່ນ ພໍ່ເຖົ້າເເມ່ເຖົ້າ ເເລະ ພໍ່ປູ່ເເມ່ຍ່າ
(-໑)— ເຊັ່ນ ເເມ່ ເເລະ ພໍ່
( ໐ )— ເຊັ່ນ ຕົນເອງ
( ໑ )— ເຊັ່ນ ລູກ
( ໒ )— ເຊັ່ນ ຫລານ
( ໓ )— ເຊັ່ນ ເຫລັນ
( ໔ )— ເຊັ່ນ ຫລ້ອນ

ຫມາຍຄວາມວ່າ ຕົນເອງ ເປັນ ຜູ້ ຮຽກ ເຊັ່ນ ອື່ນໆ ພາຍໃນ ໂຄດ ຂອງ ຕົນ ເເຕ່ ຍັງ ຂາດ ພຽງ ການຮຽກ ຊື່ ຂອງ ພວກ ທີ່ ເປັນ ລູກ ເເລະ ເປັນ ອ້າຍເອື້ອຍນ້ອງ ຂອງ ເເຕ່ລະເຊັ່ນ ເທົ່ານັ້ນ ເມື່ອ ທ່ານ ເຂົ້າໃຈ ການຮຽກ ນາມ ຂອງ ເເຕ່ລະເຊັ່ນ ເເລ້ວ ທ່ານ ຈະ ເຂົ້າໃຈ ໂດຍ ອັຕໂນມັດ ວ່າ ຄໍາ “ຂວງ” ຫລື “ເຂັດຂວງ” ( fr. qui porte malheur ເເລະ ກໍ ບໍ່ ເເມ່ນ ຂັດຂວາງ = “Obstacle” = ອຸປສັກ ) ມີ ຄວາມສໍາຄັນ ຫລາຍທີ່ສຸດ ສໍາລັບ ການຮຽກ ຊື່ ຂອງ ເຊັ່ນ ຕ່າງໆ ພາຍໃນ ໂຄດ ນຶ່ງໆ ຊຶ່ງ ມັນ ເກີດ ເປັນ ຜົນສະທ້ອນ ຂອງ ສັງຄົມ ທີ່ ມີ ສີຊັ້ນວັນນະ ຫລື ທີ່ ມີ ການນັບຖື ຊຶ່ງກັນເເລະກັນ ເເລະ ສ່ວນມາກ ເເມ່ນ ການເອົາຜົວເອົາເມັຽ ຣະຫວ່າງ ຄົນ ພາຍໃນ ໂຄດ ດຽວກັນ ( fr. La société lao était une société très hiérarchisée. Donc, une société structurée autour d’un système politique. Ce qui n’est pas vrai pour les montagnards du Laos ; les anthropologues appellent ce type de société, une société égalitaire qui n’a pas de système politique - “ຖ້າ ມີ ເວລາ ພຽງພໍ ຈະ ຂຽນ ເຣື່ອງນີ້ ໂດຍ ສະເພາະ” )

ເນື່ອງຈາກວ່າ ຄົນລາວ ມັກ ເອີ້ນ ພໍ່ເຖົ້າເເມ່ເຖົ້າ ເລີຍໆ ຂ້າພະເຈົ້າ ຈຶ່ງ ຂຽນ ໄວ້ ດັ່ງນີ້

  • ຄໍາ ວ່າ ປູ່ຍ່າຕາຍາຍ ເດ ຢູ່ ບ່ອນໃດ ? ມັນ ຢູ່ ບ່ອນ ໃຫມ່
  • ເມື່ອ ນ້າບ່າວ ນ້າສາວ ເເກ່ໂຕ ມາ ເຮົາ ພາ ລູກ ເອີ້ນ ພໍ່ຕາ ເເມ່ນາຍ
  • ເມື່ອ ອາວ ເເລະ ອາ ເເກ່ໂຕ ມາ ເຮົາ ພາ ລູກ ເອີ້ນ ເພິ່ນ ວ່າ ພໍ່ອາວ ເເມ່ອາ

ພວກລູກ ຕ້ອງ ຮຽກ ຕາມພໍ່ຕາມເເມ່ ສເມີ ຊຶ່ງ ພວກພໍ່ເເມ່ ຕ້ອງ ພາ ລູກ ຂອງ ຕົນ ເອີ້ນ ເເລະ ກໍ ບໍ່ ເເມ່ນ ຈະ ເອີ້ນ ນ້ອງເມັຽ ຂອງ ຕົນ ນາງນັ້ນນາງນີ້ ຕ້ອງ ພາ ລູກ ເອີ້ນ ນ້າສາວ ເຖິງເເມ່ນວ່າ ຕົນ ຈະ ຫລົງ ມັກ ນ້ອງເມັຽ ຂອງ ຕົນ ກໍຕາມ : )

ຄນະ ຄນະ ດົນຕຣີ / ຄນະຫມໍລໍາເຣື່ອງ / ສົງ ໓ ຄນະ
ຈຸ ຈຸ ໄທດໍາ / ຈຸ ໄທເເດງ / ຈຸ ໄທດ່ອນ / ໄທເຫນືອ ໓ ຈຸ
ຈຸ້ມ ຈຸ້ມ ໄທລາວ / ຈຸ້ມ ໄທໃຕ້ / ໄທເຫນືອ ໕ ຈຸ້ມ
ສະໂມສອນ ສະໂມສອນ ລາວ / ສະໂມສອນ ທະຫານ
ສັງຄົມ ສັງຄົມ ລາວ ເມືອງນອກ / ສັງຄົມ ບັນດິດ / ສັງຄົມ ນັກສຶກສາ / ສັງຄົມ ພວກຫນຸ່ມ / ສັງຄົມ ສົງເຄາະ
ສົງ ສົງ ໒ ນິກາຍ / ສົງ ເຖຣະວາດ
ຊຸມ ຊຸມຊົນ / ຊຸມມະຫາຊົນ / ໄພ້ ໓ ຊຸມ
ນິກາຍ ສົງ ໒ ນິກາຍ / ນິກາຍ ມະຫາຍານ
ບໍຣິສັດ ພຸທບໍຣິສັດ / ບໍຣິສັດ ນໍ້າມັນ
ຝູງ ຝູງ ນົກ / ຝູງ ຊ້າງ / ຄວາຍ ໓ ຝູງ
ພັກ ພັກ ສັງຄົມນິຍົມ / ພັກ ເເນວລາວຮັກຊາດ / ພັກ ລາວນິຍົມ / ພັກ ການເມືອງ ໓ ພັກ / ເເຕ່ວ່າ ຂັ້ນໄດ ໓ ພັກ ນັ້ນ ເປັນ ເຣື່ອງ ນຶ່ງ ອີກ ຕ່າງ ຫາກ
ພວກ ພວກ ຜູ້ໃຫຍ່ / ພວກຫນຸ່ມນ້ອຍ / ປັນຍາຊົນ ສາມ ພວກ
ຣັຖບານ ຣັຖບານ ສາທາຣະນະຣັດ ເເຫ່ງ ປະຊາຊົນ ລາວ / ຣັຖບານ ພຣະຣາຊອານາຈັກ ລາວ
ວົງ ດົນຕຣີ ສາມ ວົງ / ວົງ ດົນຕຣີ ສາມ ວົງ
ເຫງົ້າ ເຫງົ້າຂີງ / ເຫງົ້າຂ່າ / ເຫງົ້າຕະກຸນ / ຫົວສີໃຄ ເຫງົ້າ ນຶ່ງ
ຫມູ່ ຫມູ່ກອງ / ຫມູ່ ນັກຮຽນ ( ນໍາກັນ) / ຫມູ່ເຈົ້າ
ຫມວດ ຫມວດ ນາຍສິບ / ທະຫານ ສາມ ຫມວດ
ຯລຯ ( ໃຫ້ ຊ່ວຍກັນ ຊອກຫາ ຄໍາເວົ້າ ຕ່າງໆ ຕໍ່ໄປ )
ເເຜງ ໑

( ຈົງ ພຍາຍາມ ພາກັນ ປັບປຸງ ເເລະ ຄັດເລືອກ ເອົາ ເເຕ່ ຄໍາ ທີ່ ເປັນ ສະມຸຫະນາມ ມາ ຂຽນ ປະ ໄວ້ ໃຫ້ ຫລາຍ ເທົ່າ ທີ່ ຈະ ຫລາຍ ໄດ້ )

໓- ລັກສນະນາມ
ນາມ ທັງຫມົດ ບັນຈຸ ຢູ່ ໃນ ຈໍາພວກ ປົກຕິນາມ ເເລະ ຈໍາພວກ ສະມຸຫະນາມ ທີ່ ເພິ່ນ ໃຊ້ ວາງ ຢູ່ ຂ້າງຫລັງ ຂອງ ຕົວເລກ ທີ່ ມີ ຈໍານວນ ສູງ ກວ່າ ນຶ່ງ ( ນັບ ເເຕ່ ສອງ ຂຶ້ນ ໄປ ) ເເລະ ທີ່ ເພິ່ນ ວາງ ໄວ້ ຂ້າງຫນ້າ ຂອງ ຈໍານວນ ເລກ ທີ່ ຕໍ່າກວ່າ ສອງ ຄື ຈໍານວນ ທີ່ ເທົ່າ ກັບ ນຶ່ງ

ລັກສນະນາມ ຫມາຍເຖິງ ນາມ ທີ່ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ວ່າ ຊນິດ ຫມວດ ເເລະ ສັນຖານ ຂອງ ນາມ_໑ ເປັນ ເເບບໃດ ເເທ້ ດັ່ງ ຮູບ ຂ້າງລຸ່ມ ນີ້ ( ຣູປຕາ ໖ )

ຣູປຕາ ໖ - ລັກສນະນາມ ທີ່ ມີ ຈໍານວນ ສໍ່າ ກັບ ໒ ເເລະ ສູງ ກວ່າ

ຜິວ່າ ການໃຊ້ ຄໍາ ດັ່ງກ່າວ ນີ້ ບໍ່ ສອດຄ່ອງ ກັບ ພາສາ ລາວ ( Qui ne répond pas à la logique de la langue lao ) ເມື່ອ ເຮົາ ຟັງ ເເລະ ອ່ານ ປໂຍກ ຕ່າງໆ ມັນ ຈະ ຂັດ ຫູ

ລັກສນະ ເປັນ ຄໍາສັນສະກຣິດ ເເຕ່ ຄໍາບາລີ ຈະ ເວົ້າ ວ່າ ລັກຂະນ̣ະ[Lakkhaṇa] ທີ່ ເປັນ ນາມ ອະລິງ ( ອະລິງຄະ ) ຊຶ່ງ ຫມາຍຄວາມວ່າ ບໍ່ ເປັນ ເພດຊາຍ ເເລະ ກໍ ບໍ່ ເປັນ ເພດຍິງ ເເລະ ທີ່ ເເປວ່າ ເຄື່ອງຫມາຍ ທີ່ ບອກ ເເນວ ສະເພາະເຈາະຈົງ ຫລື ປະເພດ ( ເເບບໃດ ) || ອັງກິດ. Lakkhaṇa, nt. A sign, mark, caracteristic, a quality [1]

ຣູປຕາ ໗

ຂ້າພະເຈົ້າ ລອງ ເກັບກໍາ ຄໍາ ທີ່ ໃຊ້ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ເເລະ ເເນ່ນອນ ວ່າ ມັນ ຍັງ ມີ ຄໍາ ອື່ນໆ ອີກ ຫລາຍໆ ຄໍາ ທີ່ ຂ້າພະເຈົ້າ ບໍ່ ຮູ້ຈັກ ເທື່ອ ອີກປະການນຶ່ງ ມັນ ຄົງ ມີ ຄໍາໃດ ຄໍານຶ່ງ ຜິດ ພາຍໃນ ຣາຍຊື່ ຂ້າງລຸ່ມ ນີ້ ສ່ວນ ເຄື່ອງຫມາຍ ອັນນີ້ “[]” ເເປວ່າ “ບໍ່ ເເນ່ນອນ ວ່າ ຄໍານີ້ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ໄດ້” ເເລະ ເຄື່ອງຫມາຍ ຫມາຍຖາມ ( ? ) ເເປວ່າ ຍັງ ບໍ່ ມີ ຄໍາຕອບ ອັນ ເເນ່ນອນ ເທື່ອ ເພາະ ມັນ ຍັງ ເປັນ ຄໍາຖາມ ຫລາຍ ຄໍາຖາມ ຢູ່ ( ທີ່ ຍັງ ສົງໄສ )

  1. ກໍ [ກໍາ] ??? ກຶກ [ກັ໊ອກ] ກອກ ກິ່ງ ກົງ ກອງ ກ້ານ ກ້ອນ ກັບ ກີບ ກຸ່ມ [ກົມ] ??? ໆລໆ
  2. [ຂອດ] ??? ຂໍ້
  3. ຄູ່ ຄໍາ(ເຂົ້າ) ຄນະ ຄັນ
  4. [ງ່າ] ງິມ
  5. ຈານ ?? ຈຸ
  6. ສໍາລັບ ສິ່ງ ເສັ້ນ
  7. ຊັ່ງ ( ມີ ຮູບຮອຍ ຢູ່ ຫົວຂໍ້ “ລັກສນະ ທີ່ ບອກ ຊນິດ” ) ເເຊງ
  8. ໂຍດ ຍອດ ເຍື່ອງ
  9. [ດອກ] ດາງ ດວງ [ດົ້ນ] [ດ້າມ]
  10. ໂຕ ຕົນ ຕົ້ນ ຕັບ ຕົວ
  11. [ໄຖ່ເຂົ້າ] ??? ( ຄ່າໄຖ່ ) ຖົງ
  12. ເເທ່ງ ທ່ອນ
  13. ນິກາຍ ເເນວ
  14. ໃບ ບັ້ງ ເເບກ ບອກ(ກະບອກ)
  15. ເປົ໋າ ??? ປ້ອງ ???
  16. [ຜູກ] ຜືນ ເເຜ່ນ
  17. ຝູງ
  18. ພວກ ພວງ ພູດ ພົ້ວ
  19. ຟ ???
  20. ມັດ [ເມັດ]
  21. ຢ່າງ
  22. ເຣື່ອງ
  23. ລໍາ
  24. ວົງ(ດົນຕຣີ) ວົງ(ເເຫວນ)
  25. ຫົວ ຫາບ [ຫີບ]
    • ເຫງົ້າ
    • ຫນອງ => (ບວກ ສາມ ຫນອງ ??) ຫນ່ວຍ ເເຫນບ(ຕັບ)
    • ຫມູ່ ຫມວດ
    • [ຫຣຽນ] ຫລັງ ຫລາບ ເຫລັ້ມ
    • ຫວີ
  26. ອົງ ອັນ
  27. ຮ່າ [ຮັງ] [ຮາງ] ຮູບ ໆລໆ

ຕົວຢ່າງ ໑ – ກໍຣະນີ ທີ່ ລັກສນະນາມ ມີ ຈໍານວນ ເທົ່າ ກັບ ໒ ຂຶ້ນ ໄປ
ເຖິງຢ່າງໃດ ກໍດີ ກ່ອນ ການປາກເວົ້າ ຂອງ ເຮົາ ຈະ ຖືກ ກັບ ຫລັກ ຂອງ ພາສາ ລາວ ( La logique de la langue ) ເຮົາ ຈໍາເປັນ ຕ້ອງ ເວົ້າ ຕ້ອງ ເອີ່ຍ “ນາມ_໑” ( ຣູປຕາ ໘ ) ຂຶ້ນ ກ່ອນ ຕາມ ດ້ວຍ ຈໍານວນ ເເລ້ວ ຈຶ່ງ ເອີ່ຍ “ນາມ_໒” ຕາມຫລັງ ຈໍານວນ ຊຶ່ງ “ນາມ_໒” ເປັນ ນາມ ທີ່ ບອກ ລັກສນະ ຂອງ ນາມ ທີ່ ຢູ່ ຂ້າງຫນ້າ ຄື “ນາມ_໑” ນັ້ນເອງ ເເຕ່ວ່າ ຄໍາ(ເວົ້າ) ທັງສອງ ຕ້ອງ ເປັນ ນາມ ຕາຍຕົວ ຈຶ່ງ ຈະ ເຮັດ ໄດ້

ຣູປຕາ ໘

ກໍຣະນີ ໑
ຕົວຢ່າງ ຂອງ ຄໍາ ທີ່ ເປັນ ນາມ ຂ້າງຫນ້າ ຕ່າງ ກັບ ຄໍາ ທີ່ ເປັນ ນາມ ຂ້າງຫລັງ ດັ່ງນີ້

  • ກັ໊ອກ
    • ດື່ມ ເຫລົ້າ ໒ ກັ໊ອກ => ( ບອກ ປະຣິມານ ຫລາຍກວ່າ )
  • ຄັນ
    • ຣົດ ຄັນ ໑ / ຣົດ ໒ ຄັນ / ຣົດ ຄັນ ນັ້ນ / ຣົດ ຄັນ ດຽວ
    • ໄມ້ຄານ ຄັນ ໑ / ໄມ້ຄານ ໒ ຄັນ / ໄມ້ຄານ ຄັນ ນີ້ / ໄມ້ຄານ ຄັນ ດຽວ
  • ຄົນ
    • ສ່ຽວ ໓ ຄົນ ( ຖ້າ ຄຶດ ຫາ ນາມ ທີ່ ບອກ ລັກສນະ ບໍ່ ໄດ້ ເຮົາ ສາມາດ ເວົ້າ ໄດ້ ວ່າ “ສ່ຽວ ໓ ສ່ຽວ” ເເຕ່ ມັນ ບໍ່ ມ່ວນ ຫູ ເເລະ ມັນ ກໍ ບໍ່ ຜິດ ເເຕ່ຫາກວ່າ ຫ້າມ ເດັດຂາດ ຂຶ້ນ ປໂຍກ ດ້ວຍ “໓ ສ່ຽວ” ລ້າໆ ຢ່າງ ທີ່ ບໍ່ ໄດ້ເອີ່ຍ ຄໍານາມ ຂ້າງຫນ້າ ມາ ກ່ອນ ( ເບິ່ງ ກໍຣະນີ ນາມ_໑ ເປັນ ຄໍາດຽວ ກັບ ນາມ_໒ ) )
    • ຕໍາຣວດ ຄົນ ໑ / ທະຫານ ໓ ຄົນ / ເຈົ້ານາຍ ຄົນ ນັ້ນ / ນັກຮຽນ ຄົນ ດຽວ
    • ໄທລື້ ໓ ຄົນ / ໄທດໍາ ຄົນ ນັ້ນ / ໄທລາວ ຄົນ ນີ້ / ຄົນລາວ ຄົນ ດຽວ
  • ໃບ => ເງິນ ເຈັ້ຽ ຈານ ໃບໄມ້ ຜັກກາດ ຯລຯ ໃຊ້ ນາມ “ໃບ” ບອກ ລັກສນະ ຂອງ ນາມ ຂ້າງຫນ້າ
    • ເງິນ ໓ ໃບ => “ໃບ” ຊຶ່ງ ເປັນ ນາມ ຂ້າງຫລັງ ( ນາມ_໒ ) ບອກ ລັກສນະ ຂອງ ນາມ ຂ້າງຫນ້າ “ເງິນ” ( ນາມ_໑ )
    • ຈານ ໃບ ໑ / ຖ້ວຍ ໓ ໃບ / ຖ້ວຍ ໃບ ດຽວ / ຖ້ວຍ ໃບ ນັ້ນ
    • ຜັກກາດ ໓ ໃບ => “ໃບ” ຊຶ່ງ ເປັນ ນາມ ຂ້າງຫລັງ ( ນາມ_໒ ) ບອກ ລັກສນະ ຂອງ ນາມ ຂ້າງຫນ້າ “ຜັກກາດ” ( ນາມ_໑ )
    • ພູ ໓ ໃບ => “ໃບ” ຄື ນາມ_໒ ຊຶ່ງ ເປັນ ນາມ ຂ້າງຫລັງ ທີ່ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ “ພູ” ( ນາມ_໑ )
    • ໃບໄມ້ ໃບ ໑ / ໃບໄມ້ ໓ ໃບ / ໃບໄມ້ ໃບ ດຽວ / ໃບໄມ້ ໃບ ນັ້ນ
  • ບາດ => ຄໍາ ໓ ບາດ ( ບອກ ນໍ້າຫນັກ ສະນັ້ນ “ບາດ” ບໍ່ ເປັນ ນາມ ທີ່ ບອກ ລັກສນະ ໄດ້ )
  • ລໍາ => ເຮືອ ໓ ລໍາ
  • ຫລັງ
    • ເຮືອນ ໒ ຫລັງ / ເຮືອນ ຫລັງ ໑ / ເຮືອນ ຫລັງ ດຽວ / ເຮືອນ ຫລັງ ນີ້
  • ເຫລັ້ມ ( ຕາມ ທີ່ຈິງ “ເຫລັ້ມ” ເປັນ ລັກສນະນາມ ທີ່ ໃຊ້ ກັບ ຂອງນ້ອຍ ເເຕ່ ກໍ ມີ ລາງຄົນ ໃຊ້ ກັບ ຂອງໃຫຍ່ ດັ່ງ “ເຮືອ ໓ ເຫລັ້ມ” ເເລະ ກໍ ຂໍ ໃຫ້ ເຂົ້າໃຈ ວ່າ ມັນ ຄົງ ບໍ່ ກົງ ກັບ ຄວາມເປັນຈິງ )
    • ກະສວຍ ເຫລັ້ມ ໑ / ກະສວຍ ໒ ເຫລັ້ມ / ກະສວຍ ເຫລັ້ມ ນັ້ນ ງາມ ຫລາຍ / ກະສວຍ ເຫລັ້ມ ດຽວ
    • ກວຽນ ເຫລັ້ມ ໑ / ກວຽນ ໓ ເຫລັ້ມ / ກວຽນ ເຫລັ້ມ ດຽວ / ກວຽນ ເຫລັ້ມ ນີ້
    • ເຂັມ ເຫລັ້ມ ໑ / ເຂັມ ໓ ເຫລັ້ມ / ເຂັມ ເຫລັ້ມ ດຽວ / ເຂັມ ເຫລັ້ມ ນີ້
  • ຯລຯ

ກໍຣະນີ ຈໍາເປັນ ທີ່ ລັກສນະນາມ ຕົກ ຢູ່ ໃນ ກໍຣະນີ ໒
ຫມາຍເຖິງ ກໍຣະນີ ທີ່ ນາມ ຂ້າງຫນ້າ ເປັນ ຄໍາດຽວ ກັບ ຄໍາ ທີ່ ເປັນ ນາມ ຂ້າງຫລັງ ຕາບໃດ ທີ່ ເຮົາ ຊອກ ຄໍາເວົ້າ ທີ່ ບອກ ລັກສນະ ບໍ່ ໄດ້ ຕາບນັ້ນ ເຮົາ ຈໍາເປັນ ຕ້ອງ ໃຊ້ ຄໍາດຽວ ກັນ ເຖິງເເມ່ນວ່າ ມັນບໍ່ ມ່ວນ ຫູ ກໍດີ ເເຕ່ຫາກວ່າ ກໍຣະນີ ນີ້ ໃຊ້ ໄດ້ ສະເພາະ ຕົວເລກ ທີ່ ມີ ຈໍານວນ ສູງ ກວ່າ ນຶ່ງ ຂຶ້ນ ໄປ ເທົ່ານັ້ນ ( ຣູປຕາ ໙ ) ນອກຈາກ ວະລີ “ຄົນ ສອງ ຄົນ

ເຖິງຢ່າງໃດ ກໍດີ ເພື່ອ ຄວາມງົດງາມ ເເລະ ຄວາມອອນຊອນ ຂອງ ພາສາ ລາວ ເຮົາ ຄວນ ເວັ້ນ ການໃຊ້ ວະລີ ຂ້າງລຸ່ມ ນີ້

  • ສ່ຽວ ໒ ສ່ຽວ => ເພື່ອ ໃຊ້ ຕາງ “ສ່ຽວ ໒ ຄົນ” ກໍ ໄດ້ ເຫມືອນກັນ ເເຕ່ ຕ້ອງ ເວົ້າ ຄໍາ “ສ່ຽວ” ອອກ ຫນ້າ ກ່ອນ ຕົວເລກ ສເມີ
  • ບ້ານ ໓ ບ້ານ
  • ເມືອງ ໓ ເມືອງ
  • ຣົດ ໓ ຣົດ
  • ວັດ ໒ ວັດ => ( ຄໍາ ທີ່ ເຫມາະສົມ ນັ້ນ ເພິ່ນ ຄົງ ຈະ ເວົ້າ “ວັດ ໒ ເເຫ່ງ/ບ່ອນ” ? )
  • ຯລຯ

ຣູປຕາ ໙ – ກໍຣະນີ ທີ່ ຈໍານວນ ຕໍ່າກວ່າ ໒


ຕົວຢ່າງ ໒ – ກໍຣະນີ ທີ່ ລັກສນະນາມ ມີ ຈໍານວນ ຕໍ່າກວ່າ ໒ ລົງ ມາ
ຕາມ ທີ່ຈິງ ເຮົາ ບໍ່ ສາມາດ ທີ່ ຈະ ໃຊ້ ນາມ ທັງສອງ ເປັນ ຄໍາດຽວກັນ ໃນ ກໍຣະນີ ທີ່ ຈໍານວນ ຕໍ່າກວ່າ ສອງ ເເລະ ອີງ ຕາມ ຫລັກ ຂອງ ການປາກເວົ້າ ພາສາ ລາວ ເຮົາ ຈໍາເປັນ ຈະ ຕ້ອງ ຮູ້ ນາມ ທີ່ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ຊຶ່ງ ເຣື່ອງນີ້ ກໍ ຕັ້ງ ເປັນ ບັນຫາ ໃຫ້ ຄົນລາວ ຄາວນີ້ ບໍ່ ຫລາຍ ກໍ ຫນ້ອຍ ( ຣູປຕາ ໑໐ ) ນອກຈາກ ວະລີ “ຄົນ ຄົນ ນຶ່ງ”

ຣູປຕາ ໑໐

  • ໄກ່ => “ໄກ່ ໄກ່ ໑” ບໍ່ ໄດ້ => ຕ້ອງ ເວົ້າ “ໄກ່ ໂຕ ໑” => ດັ່ງນັ້ນ ຄໍາເວົ້າ “ໄກ່” ເປັນ ລັກສນະນາມ ບໍ່ ໄດ້
  • ກັ໊ອກ => ເຫລົ້າ ກັ໊ອກ ໑ => ບອກ ປະຣິມານ ຫລາຍກວ່າ ???
  • ຄົນ => ຄົນ ຄົນ ໑ ( ໄດ້ ເຣື່ອງ )
  • ໃບ => ຜັກກາດ ເຈັ້ຽ ໃບໄມ້ ເງິນ ຈານ => ໃບ ໑ ຊຶ່ງ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ
    • ເງິນ ໃບ ໑
    • ຈານ ໃບ ໑
    • ໃບໄມ້ ໃບ ໑
    • ຜັກກາດ ໃບ ໑
    • ພູ ໃບ ໑ ( ໃບພູ ທີ່ ເພິ່ນ ເອົາ ມາ ຄ້ຽວ )
  • ບາດ => ຄໍາ ບາດ ໑ => ບອກ ນໍ້າຫນັກ ( ບໍ່ ໄດ້ ເຣື່ອງ )
  • ລໍາ => ເຮືອ ລໍາ ໑ => ( ເຮືອ ເຮືອ ໑ ບໍ່ ໄດ້ ) => ດັ່ງນັ້ນ ຄໍາ “ເຮືອ” ທີ່ ເປັນ ນາມ ຢູ່ ເເລ້ວ ຍັງ ບໍ່ ສາມາດ ເປັນ ລັກສນະນາມ ໄດ້
  • ຯລຯ

ຂໍ້ ສັງເກດ
ເຮົາ ຈະ ຕັ້ງ ຄໍາຖາມ ເເນວໃດ ເພື່ອ ໃຫ້ ເຮົາ ຮູ້ຈັກ ດ້ວຍ ຄວາມເເນ່ນອນ ວ່າ ຄໍາເວົ້າ ຄໍາໃດ ເເທ້ ທີ່ ເຮົາ ສາມາດ ໃຊ້ ເປັນ ລັກສນະນາມ ໄດ້ ?

ການໃຊ້ ລັກສນະນາມ
ດັ່ງ ທີ່ ໄດ້ກ່າວ ມາ ເເລ້ວ ຂ້າງເທິງ ນີ້ ລັກສນະນາມ ຫມາຍເຖິງ ນາມ ຂ້າງຫລັງ ທີ່ ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ຂອງ ປໂຍກ ຫລື ວະລີ ນຶ່ງໆ ວ່າ ມັນ ເປັນ ເເບບໃດ ກຸ່ມໃດ ຫລື ຊນິດໃດ ເເທ້ ສະນັ້ນ ການໃຊ້ ວະລີ ທີ່ ມີ ລັກສນະນາມ ປະກອບ ຢູ່ດ້ວຍ ຕ້ອງ ມີ ນາມ ຢູ່ ດ້ວຍກັນ ສອງ ຄໍາ ເເຕກຕ່າງກັນ ສເມີ ເເລະ ເພິ່ນ ໄດ້ຈັດ ນາມ ເເບບ ນີ້ ອອກ ເປັນ ສາມ ຫມວດ ດັ່ງ ຂ້າງລຸ່ມ ນີ້

ລັກສນະນາມ ທີ່ ບອກ ສັນຖານ
“ສັນຖານ” ໃນ ທີ່ນີ້ ຫມາຍເຖິງ ກະທູ້ ທີ່ ເຮົາ ຕັ້ງ ຂຶ້ນ ເພື່ອ ຖາມກັນ ວ່າ ນາມ ຂ້າງຫນ້າ ມີ ຮູບ ເເບບໃດ ຫລື ເເນວໃດ ? ຊຶ່ງ “ສັນຖານ” ເປັນ ຄໍາປະສົມ ຣະຫວ່າງ ຄໍາ ບາລີ ສອງ ຄໍາ ຄື ສໍ+ຖ̣ານະ = ສັນ̣ຖ̣ານະ[Saṇṭhāna] ຊຶ່ງ ບັນຈຸ ຢູ່ ໃນ ຈໍາພວກ ອະໄວຍະຍະ ເເລະ ໄດ້ຖືກ ເເຜງ ເປັນ ຄໍາລາວ ສັນຖານ ທີ່ ຫມາຍເຖິງ ເເບບ ເເນວ ໃນ ຖານດຽວ ກັນນັ້ນ ດັ່ງ ຕົວຢ່າງ ລັກສນະນາມ ທີ່ ບອກ ສັນຖານ ໂດຍ ສັງເຂບ ຂ້າງລຸ່ມ ນີ້ || Saṇṭhāna, nt. Shape, form, position

ຣູປຕາ ໑໑
  • ກອກ ( ຢາ ຫ້າ ກອກ / ຢາ ກອກ ນຶ່ງ / ຢາ ກອກ ດຽວ / ຢາ ກອກ ນີ້ )
  • ກ້ອນ ( ຂີ້ຫີນ ສອງ ກ້ອນ / ນໍ້າຕານ ກ້ອນ ນຶ່ງ / ຂີ້ຫີນ ກ້ອນ ດຽວ / ຂີ້ຫີນ ກ້ອນ ນັ້ນ )
  • ຄັນ ( ໄມ້ຄານ ໒ ຄັນ / ຣົດ ຄັນ ໑ / ຣົດ ຄັນ ດຽວ / ຣົດ ຄັນ ນັ້ນ ເເມ່ນ ຣົດ ຫລວງ )
  • ເສັ້ນ ( ຝ້າຍ ໓ ເສັ້ນ / ຜົມ ເສັ້ນ ໑ / ຝ້າຍ ເສັ້ນ ດຽວ / ຜົມ ເສັ້ນ ນີ້ )
  • ດາງ ( ເເຫ ໓ ດາງ / ເເຫ ດາງ ໑ / ມອງ ດາງ ດຽວ / ມຸ້ງ ດາງ ນີ້ )
  • ດວງ ( ສຽມ ໓ ດວງ / ພ້າ ດວງ ໑ / ຫລົ້ວ ວິນຍານ ດວງ ໑ / ( ໄປ ຕາມ ດວງ ??? ) )
  • ເເທ່ງ ( ສໍຂາວ ເເທ່ງ ດຽວ / ສໍຂາວ ເເທ່ງ ໑ / ຄໍາ ໓ ເເທ່ງ / ຄໍາ ເເທ່ງ ນີ້ )
  • ຜືນ ( ຜ້າ ຜືນ ໑ / ເສື້ອ ໓ ຜືນ / ສາດ ຜືນ ນີ້ / ສິ້ນ ຜືນ ດຽວ )
  • ເເຜ່ນ ( ຄໍາ ເເຜ່ນ ໑ / ເຈັ້ຽ ໒ ເເຜ່ນ / ເເຜ່ນສຽງ ເເຜ່ນ ນັ້ນ / ຈານສຽງ ເເຜ່ນ ດຽວ )
  • ລໍາ ( ເຮືອ ລໍາ ໑ / ຍົນ ໒ ລໍາ / ໄມ້ໄຜ່ ລໍາ ນັ້ນ ) - [ ຄໍາ ນີ້ ມີ ຢູ່ ໃນ ຈໍາພວກ ທີ່ ບອກ ຊນິດ ]
  • ວົງ ( ເເຫວນ ວົງ ໑ / ອີ່ເກີ້ງ ໒ ວົງ ?? ) - [ ຄໍານີ້ ມີ ຢູ່ ໃນ ຈໍາພວກ ທີ່ ບອກ ຫມວດ ເເຕ່ ວິທີ ໃຊ້ ຕ່າງກັນ ! ຕ້ອງ ຣະວັງ ]
  • ຫລັງ ( ເຮືອນ ຫລັງ ໑ / ເຮືອນ ໒ ຫລັງ / ເຮືອນ ຫລັງ ນີ້ / ເຮືອນ ຫລັງ ດຽວ )
  • ຯລຯ

ລັກສນະນາມ ທີ່ ບອກ ຊນິດ
ນາມ ຂ້າງຫລັງ ( ນາມ_໑ ) ບອກ ລັກສນະ ຂອງ ນາມ ຂ້າງຫນ້າ ວ່າ “ ນາມ_໒” ເປັນ ປະເພດ ໃດ ຫລື ຊນິດ ໃດ

  • ກີບ ( ເງິນ ກີບ ດຽວ / ເງິນ ກີບ ໑ / ກີບສົ້ງ ໓ ກີບ / ກີບສົ້ງ ກີບ ນີ້ )
  • ຂໍ້ ( ອ້ອຍ ໓ ຂໍ້ / ໄມ້ໄຜ່ ຂໍ້ ໑ / ຄໍາຖາມ ຂໍ້ ດຽວ / ຄໍາຖາມ ຂໍ້ ນີ້ )
  • ຄູ່ ( ເກີບ ຄູ່ ດຽວ / ເກີບ ຄູ່ ໑ / ຜົວເມັຽ ໒ ຄູ່ / ຜົວເມັຽ ຄູ່ ນີ້ )
  • ຈຸ ( ໄທເຫນືອ ໓ ຈຸ / ໄທດໍາ ຈຸ ໑ / ໄທເເດງ ຈຸ ດຽວ / ໄທດ່ອນ ຈຸ ນັ້ນ )
  • ຊັ່ງ ( ຫມາຍເຖິງ ນໍ້າຫນັກ ສະນັ້ນ ຂໍ ໃຫ້ ຖື ວ່າ ມັນ ບໍ່ ເປັນ ລັກສນະນາມ )
    ຣູປຕາ ໑໒

  • ເຍື່ອງ ( ເຄື່ອງກິນ ເຍື່ອງ ໑ / ເຄື່ອງກິນ ເຍື່ອງ ດຽວ / ເຄື່ອງກິນ ໔ ເຍື່ອງ / ເຄື່ອງກິນ ເຍື່ອງ ນີ້ )
  • ໂຍດ ( ໄກ ໕ ໂຍດ / ຍ່າງ ໄດ້ ໂຍດ ໑ / ເເລ່ນ ໄດ້ ໂຍດ ດຽວ / ເເລ່ນ ເເລ້ວ ໂຍດ ນີ້ ) ຊຶ່ງ ມັນ ບໍ່ ບອກ ລັກສນະ ໃນ ທີ່ນີ້ ສະນັ້ນ “ໂຍດ” ບໍ່ ເປັນ ລັກສນະນາມ
    • ຄໍາຖາມ
      • ການຕວງ ໄລຍະ ໄກ ຫລື ໃກ້ : ລາງຄົນ ກໍ ຕອບ ວ່າ ໄກເຕີບ ເເລະ ເຕີບນຶ່ງ ເທົ່າ ກັບ ຫຍັງ ເເທ້ ?
        • ເຕີບ ນຶ່ງ ເທົ່າກັນ ກັບ “ນຶ່ງຊົ່ວງົວຮ້ອງ” ສົມ ໃສ່ “ນຶ່ງຊົ່ວຄ້ອງດັງ” ຈຶ່ງ ເວົ້າ ໄດ້ ວ່າ ໄກເຕີບ ( ງົວຮ້ອງຊົ່ວນຶ່ງ + ຄ້ອງດັງຊົ່ວນຶ່ງ )
      • ຫນັກເຕີບ ເດ ?
        • ການຊັ່ງ ນໍ້າຫນັກ ຄື ເຕີບນຶ່ງ ເທົ່າ ກັບ “ສາມຫາບສີ່ຫິ້ວ” :)
    • ຕາມທີ່ຈິງ ໂຍດ ນຶ່ງ ປະມານ ໑໐ miles ຫລື ໑໖ ກິໂລເເມັດ ( ໂຍຊະນະ[Yojana] => ໂຍຊນະ => ໂຍຊນ => ໂຍຊ => ໂຍດ )
  • ຕາ ( ເເຫ ໓ ຕາ / ຂ້ອຍ ໄດ້ຫລິ້ນ ຕາ ດຽວ / ຂ້ອຍ ໄດ້ກິນ ຕາ ໑ / ຫລິ້ນ ຕາ ນີ້ ເເລ້ວ ຈະ ເຊົາ )
  • ຕົວ ( ພຣະ ໓ ຕົວ / ພຣະພຸທຣູບ ຕົວ ໑ / ພຣະ ຕົວ ດຽວ / ພຣະ ຕົວ ນີ້ ??? )
  • ຕົນ ( ຈົວ ໓ ຕົນ / ຈົວ ຕົນ ໑ / ຈົວ ຕົນ ດຽວ / ຈົວ ຕົນ ນີ້ )
  • ຕົ້ນ ( ກະລະພຶກ ໓ ຕົ້ນ / ຕົ້ນດອກຊ້ອນ ຫລື ດອກຊ້ອນ ຕົ້ນ ໑ / ຕົ້ນກ້ວຍ ຕົ້ນ ດຽວ / ກ້ວຍ ຕົ້ນ ນີ້ )
  • ເເນວ ( ເຂົ້າປູກ ໔ ເເນວ / ເຂົ້າປູກ ເເນວ ໑ / ເຂົ້າປູກ ເເນວ ດຽວ / ເຂົ້າປູກ ເເນວ ນີ້ )
  • ໃບ ( ເຈັ້ຽ ໓ ໃບ / ເງິນ ໃບ ໑ / ເງິນ ໃບ ດຽວ / ເງິນ ໃບ ນີ້ )
  • ບອກ ( ປືນ ໓ ບອກ ຫລື ກະບອກ / ປືນ ບອກ ໑ / ປືນ ບອກ ດຽວ / ປືນ ບອກ ນີ້ )
  • ເມັດ ( ໃນ ຫມາກຂາມ ໓ ເມັດ / ຢາ ເມັດ ໑ / ຢາ ເມັດ ດຽວ / ຢາ ເມັດ ນີ້ )
  • ເຣື່ອງ ( ເພິ່ນ ໄດ້ເລົ່າ ນິທານ ໓ ເຣື່ອງ / ນິທານ ເຣື່ອງ ໑ / ນິທານ ເຣື່ອງ ດຽວ / ນິທານ ເຣື່ອງ ນີ້ )
  • ລໍາ ( ເຮືອ ໓ ລໍາ / ຍົນ ລໍາ ໑ / ຍົນ ລໍາ ດຽວ / ຍົນ ລໍາ ນີ້ ) - [ ຄໍານີ້ ມີ ຢູ່ ໃນ ຈໍາພວກ ທີ່ ບອກ ສັນຖານ ]
  • ຫົວ ( ປຶ້ມ ໑໓ ຫົວ / ປຶ້ມ ຫົວ ໑ / ປຶ້ມ ຫົວ ດຽວ / ປຶ້ມ ຫົວ ນີ້ ( ຫົວ ທີ່ ອະເມີຣິກາ ຊອກ ກວ່າ ຫມູ່ ເເມ່ນ ຫຍັງ ? ໑- ດອກກັນຊາ ທີ່ ເປັນ ກ້ອນ ເເຫນ້ນ ດີ ຮຽກ “ຫົວນົກເຄົ້າ”) )
  • ຫາບ ( ເຂົ້າເປືອກ ໒ ຫາບ / ນໍ້າ ຫາບ ໑ / ນໍ້າ ຫາບ ດຽວ / ນໍ້າ ຫາບ ນີ້ )
  • ຫນ່ວຍ ( ຫມາກກ້ຽງ ໔ ຫນ່ວຍ / ຫມາກມ່ວງ ຫນ່ວຍ ໑ / ຫມາກໄມ້ ຫມາກ ດຽວ / ຫມາກໄມ້ ຫນ່ວຍ ນີ້ / ຫົວຫນ່ວຍ(?) )
  • ເຫລັ້ມ ( ເຂັມ ໓ ເຫລັ້ມ / ປຶ້ມ ເຫລັ້ມ ໑ / ກວຽນ ເຫລັ້ມ ດຽວ / ກວຽນ ເຫລັ້ມ ນີ້ )
  • ອົງ ( ຄຣູບາ ໗ ອົງ / ພຣະພຸທຣູບ ອົງ ໑ / ພຣະ ອົງ ດຽວ / ອາຈານ ອັງ ນັ້ນ )
  • ຯລຯ

ລັກສນະນາມ ທີ່ ບອກ ຫມວດ ເເລະ ຫມູ່
ຫມາຍເຖິງ ນາມ ທີ່ ຢູ່ ໃນ ຈໍາພວກ ສະມຸຫະນາມ ນຶ່ງ ເເລະ ນາມ ທີ່ ບອກ ລັກສນະ ການເຕົ້າໂຮມ ນຶ່ງ

  • ກໍ (ຫຍ້າ ຫ້າ ກໍ / ໄມ້ສ້າງໄພ ກໍ ນຶ່ງ / ໄມ້ໄຜ່ ກໍ ດຽວ / ໄມ້ໄລ່ ກໍ ນີ້ )
  • ກໍາ ?? ( ເຂົ້າສານ ໔ ກໍາ / ເຂົ້າເປືອກ ກໍາ ໑ / ໃນຫມາກຂາມ ກໍາ ດຽວ / ຫມາກພິກ ກໍາ ນີ້ )
  • ກອງ ( ເຂົ້າເປືອກ ສິບ ກອງ / ຂີ້ຊາຍ ກອງ ນຶ່ງ / ກາເຟ ກອງ ນີ້ || fr. Tas )
  • ກົມ ??? ( ກົມ ພັທນາ ໓ ກົມ / ກົມ ສ້າງຊາດ ກົທ ໑ / ກົມ ສຶກສາ ກົມ ນີ້ || fr. Département )
  • ຄູ່ ( ເກີບ ໓ ຄູ່ / ທຽນ ຄູ່ ໑ / ດອກໄມ້ ຄູ່ ດຽວ / ຜົວເມັຽ ຄູ່ ນີ້ || fr. Couple )
  • ຄນະ ( ລໍາເຣື່ອງ ໓ ຄນະ / ພວກ ດົນຕຣີ ຄນະ ໑ / ນັກກິລາ ຄນະ ດຽວ / ນັກດົນຕຣີ ຄນະ ນີ້ )
  • ສໍາລັບ ( ເຄື່ອງນຸ່ງ ໓ ສໍາລັບ ( ຊຸດ ມາ ຈາກ ພາສາ ອັງກິດ ເເຕ່ ສໍາລັບ ທີ່ ເເປວ່າ ເພື່ອ ຖ້າ ຈະ ໃຫ້ ຖືກ ເເທ້ ຕ້ອງ ຂຽນ ສໍາຫລັບ ) / ເຄື່ອງນຸ່ງ ສໍາລັບ ໑ / ເຄື່ອງນຸ່ງ ສໍາລັບ ດຽວ / ເຄື່ອງນຸ່ງ ສໍາລັບ ນີ້ || fr. Ensemble )
  • ເເຊງ ( ຫມາກຄ້ຽວ ໒ ເເຊງ / ຫມາກຕາວ ເເຊງ ໑ / ຫມາກພ້າວ ເເຊງ ດຽວ / ຫມາກພ້າວ ເເຊງ ນີ້ )
  • ຕັບ ( ເງິນ ໘ ຕັບ / ເຈັ້ຽ ຕັບ ໑ / ເງິນ ຕັບ ດຽວ / ເຈັ້ຽ ຕັບ ນີ້ || fr. Ramette )
  • ຊຸມ ( ໄພ້ ໓ ຊຸມ / ໄພ້ ຊຸມ ໑ / ໄພ້ ຊຸມ ດຽວ / ໄພ້ ຊຸມ ນີ້ )
  • ເເບກ ( ຫລົວ ໓ ເເບກ / ຟືນ ເເບກ ໑ / ຟືນ ເເບກ ດຽວ / ຟືນ ເເບກ ນີ້ )
  • ຝູງ ( ຊ້າງ ໕ ຝູງ / ງົວ ຝູງ ໑ / ຄວາຍ ຝູງ ດຽວ / ລີງ ຝູງ ນີ້ || fr. Troupe )
  • ພວກ ( ນັກສຶກສາ ໓ ພວກ / ນັກຮຽນ ພວກ ໑ / ນັກເລງ ພວກ ດຽວ / ຄົນ ພວກ ນີ້ || fr. Groupe )
  • ພວງ ??? ( ດອກໄມ້ ໓ ພວງ / ພວງມະໄລ ພວງ ໑ / ພວງມະໄລ ພວງ ດຽວ / ດອກໄມ້ ພວງ ນີ້ )
  • ພູດ ( ຊີ້ນ ໓ ພູດ / ປາ ພູດ ໑ / ປາດຸກ ພູດ ດຽວ / ປານາງ ພູດ ນີ້ )
  • ພົ້ວ ( ຫມາກອາງຸ່ນ ໓ ພົ້ວ / ຫມາກຍົມ ພົ້ວ ໑ / ດອກໄມ້ ພົ້ວ ດຽວ / ດອກໄມ້ ພົ້ວ ນີ້ ) || fr. Grappe
  • ມັດ ( ຜັກບົ້ງ ໓ ມັດ / ຜັກຊີ ມັດ ໑ / ເຕີຍ ມັດ ດຽວ / ຢານາງ ມັດ ເຄິ່ງ / ຜັກບົ້ງ ເຄິ່ງ ມັດ / ສີສຽດ ມັດ ນີ້ )
  • ວົງ ( ດົນຕຣີ ໓ ວົງ / ລໍາເຣື່ອງ ວົງ ໑ / ດົນຕຣີ ວົງ ດຽວ / ດົນຕຣີ ວົງ ນີ້ ) - [ ຄໍາ “ວົງ” ມີ ຢູ່ ໃນ ຈໍາພວກ ສັນຖານ ເເຕ່ ວິທີ ໃຊ້ ຕ່າງກັນ ຄື “ວົງ” ໂຕນີ້ ຫມາຍເຖິງ ສິ່ງ ຕ່າງໆ ທີ່ ເຕົ້າໂຮມ ຫລື ຈຸ້ມ ຢູ່ ບ່ອນດຽວ ກັນ ]
  • ເຫງົ້າ ( ຂີງ ໒ ເຫງົ້າ / ຂ່າ ເຫງົ້າ ໑ / ຫວ້ານ ເຫງົ້າ ດຽວ / ຫວ້ານ ເຫງົ້າ ນີ້ )
  • ຫມູ່ ( ຫມາ ໒ ຫມູ່ / ຫມາ ຫມູ່ ໑ / ເເມວ ຫມູ່ດຽວ / ສັດ ຫມູ່ ນີ້ )
  • ຫມວດ ( ຕໍາຣວດ ໓ ຫມວດ / ທະຫານ ຫມວດ ໑ / ນັກຮຽນ ຫມວດ ດຽວ / ທະຫານ ຫມວດ ນີ້ || fr. Section )

ຄໍາສລຸບ
ພວກ ທີ່ ໄດ້ຮຽນ ພາສາ ຝຣັ່ງ ໃນ ຄາວ ກ່ອນ ກໍ ມັກ ເວົ້າ ລາວ ໂດຍ ເເປ ຄໍາຝຣັ່ງ ອອກ ເປັນ ພາສາ ລາວ ເເລ້ວ ກໍ ນໍາ ມາ ເວົ້າ ເເລະ ຄາວນີ້ ພວກ ທີ່ ໄດ້ຮຽນ ພາສາ ເເກວ ກໍ ພາກັນ ໃຊ້ ພາສາ ເເກວ ຕາງ ພາສາ ລາວ ໂດຍ ບໍ່ ຄໍານຶງ ເຖິງ ຫລັກ ຂອງ ພາສາ ລາວ ທີ່ ມີ ມາ ເເຕ່ ດັ້ງເດີມ ( Sans prendre en compte la logique de la lange lao ) ເພາະສະນັ້ນ ການປາກເວົ້າ ຂອງ ຄົນລາວ ຈຶ່ງ ເປັນ ຜິດໆຖືກໆ ເເຕ່ ພວກເຂົາເຈົ້າ ບໍ່ ຮູ້ຈັກ ວ່າ ອັນໃດ ຖືກ ເເທ້ ຍ້ອນ ພວກເຂົາ ຂາດ ພື້ນຖານ ການສຶກສາ ໄວຍາກອນ ລາວ ນັ້ນເອງ

ຈຸດ ລັກສນະນາມ ເປັນ ຈຸດ ສໍາຄັນ ທີ່ສຸດ ໃນ ການປາກເວົ້າ ພາສາ ລາວ ຊຶ່ງ ພວກ ອາຈານ ທີ່ ສອນ ພາສາ ລາວ ທັງຫລາຍ ບໍ່ ໃຄ່ ສົນໃຈ ໂດຍ ຄິດວ່າ ຕົນ ເຂົ້າໃຈ ເເລ້ວ ເເລະ ເຮັດ ຖືກ ເເລ້ວ ຊຶ່ງ ມັນ ເປັນ ພຽງເເຕ່ ຄວາມຄິດ ຂອງ ເພິ່ນ ເທົ່ານັ້ນ ເເລະ ກໍ ບໍ່ ເເມ່ນ ຄວາມເຂົ້າໃຈ ອັນ ເເທ້ຈິງ ຂອງ ເພິ່ນ ( ຖ້າ ເພິ່ນ ເຂົ້າໃຈ ເເທ້ ເພິ່ນ ກໍ ສາມາດ ຂຽນ ປຶ້ມ ກ່ຽວກັບ ໄວຍາກອນ ລາວ ໄດ້ )

ເມື່ອ ເຮົາ ຂາດ ຫລັກ ພື້ນຖານ ໄວຍາກອນ ອັນເເທ້ຈິງ ການປາກເວົ້າ ປະຈໍາວັນ ຂອງ ພວກ ເຮົາ ກໍ ຕ້ອງ ຜິດ ເເລະ ມັນ ຍັງ ພາ ໃຫ້ ການປາກເວົ້າ ຂອງ ພວກ ຫນຸ່ມນ້ອຍ ຫລື ພວກ ພາຍຊ້ອຍ ຜິດ ໄປ ຕາມໆ ກັນ ເເທ້ເເລ ໂດຍ ບໍ່ ຮູ້ຈັກ ວ່າ ມັນ ຍັງ ຈະ ຜິດ ໄປ ອີກ ຈັກ ເຊັ່ນ ຄົນ ເວັ້ນເສັຽ ກໍຣະນີ ທີ່ ເມືອງລາວ ຖືກ ກືນກິນ ຢ່າງ ສິ້ນເຊີງ ຈາກ ປະເທດ ເພື່ອນບ້ານ ( ກໍຣະນີ ທີ່ ກະຊວງ ສຶກສາ ຂອງ ລາວ ຂຶ້ນ ກັບ ກະຊວງ ສຶກສາ ຂອງ ວຽດ ) ເເລະ ການຜິດ ອັນນີ້ ຍັງ ຈະ ດໍາເນີນ ອີກ ຕໍ່ໄປ ຖ້າ ບໍ່ ມີ ໃຜ ສົນໃຈ ດ້ານນີ້ ( ຖ້າ ບໍ່ ມີ ໃຜ ມີ ສະຕິ ຕື່ນ )

ພວກເຮົາ ຜູ້ຮັກຫອມ ຄວາມເປັນລາວ ພ້ອມທັງ ນັກຮຽນຮູ້ ທັງຫລາຍ ຈົງ ພຍາຍາມ ຊ່ວຍກັນ ຮັກສາ ມູນເຄົ້າ ຂອງ ການປາກເວົ້າ ພາສາ ລາວ ໃຫ້ ຖືກ ກັບ ຫລັກ ເດີມ ຂອງ ພາສາ ( La logique de la lange lao ) ນັບ ເເຕ່ ນີ້ ຕໍ່ໄປ


໔- ອາກາຣະນາມ
ຄໍາເວົ້າ ທີ່ ປະກອບ ດ້ວຍ ຄໍານໍາຫນ້າ ຫລື ອຸປສັກ ຊຶ່ງ ມີ ຢູ່ ດ້ວຍກັນ ສາມ ຄໍາ ຄື “ການ” “ຄໍາ” ເເລະ “ຄວາມ” ສ່ວນ ຄໍາຫລັງ ທີ່ ປະກອບ ກັບ ອຸປສັກ ທັງສາມ ນີ້ ສາມາດ ເປັນ ກິຣິຍາ ກິຣິຍາວິເສດ ຄຸນນາມ ເເລະ ອະລິງຄະນາມ ຫລື ນາມ ອະລິງ ຊຶ່ງ ຫມາຍເຖິງ ນາມ ທີ່ ບໍ່ ເປັນ ເພດຊາຍ ເເລະ ທີ່ ບໍ່ ເປັນ ເພດຍິງ ເເຕ່ວ່າ ອະລິງຄະນາມ ກ່ຽວຂ້ອງ ຕ້ອງ ເປັນ ຄໍາເວົ້າ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ຫລື ພາສາ ສັນສະກຣິດ ຢ່າງດຽວ

“ອາກາຣະນາມ” ເປັນ ຄໍາປະສົມ ຣະຫວ່າງ ຄໍາບາລີ “ອາກາຣະ” ເເລະ ນາມະ[ນາ-ມະ] ຊຶ່ງ ອາກາຣະ[Ᾱkāra] ກາຍ ເປັນ “ອາກາຣ” ເເລະ ເເຜງ ເປັນ ຄໍາລາວ “ອາການ”

“ອາການ” ໃນ ພາສາ ລາວ ເພິ່ນ ຫມາຍເຖິງ ຄວາມເປັນໄປ ຂອງ ສິ່ງໃດສິ່ງນຶ່ງ ຫລື ການດໍາເນີນ ຂອງ ສິ່ງ ທີ່ ເກີດ ຂຶ້ນ ໃນ ຕົນຕົວ ດັ່ງ ອາການໄຂ້ ອາການເຈັບ ເປັນຕົ້ນ || Ᾱkāra, m. manner, condition, state, appearance

ຣູປຕາ ໑໓

ເເຕ່ວ່າ ອີງ ຕາມ ຄວາມເຂົ້າໃຈ ສ່ວນຕົວ ເເລ້ວ ຄໍາເວົ້າ ທີ່ ປະກອບ ຄໍາ ອຸປສັກ ດັ່ງກ່າວ ນີ້ ບໍ່ ສາມາດ ຈະ ເປັນ ອາກາຣະນາມ ຄື ນາມ ທີ່ ບອກ ອາການ ໄດ້ ທຸກໆ ຄໍາ ( ເເລະ ເຮັດ ຢ່າງໃດ ເຮົາ ຈຶ່ງ ຈະ ຮູ້ ດ້ວຍ ຄວາມເເນ່ນອນ ໄດ້ ວ່າ ອັນໃດ ເປັນ ອັນໃດ ເພາະ ການອະທິບາຍ ຂອງ ເພິ່ນ ບໍ່ ມີ ຫຍັງ ເເຈ້ງ ພໍ ທີ່ ຈະ ເຮັດ ໃຫ້ ເຮົາ ເຂົ້າໃຈ ? )

  • ອຸປສັກ “ການ” ທີ່ ບອກ ອາການ
    ຣູປຕາ ໑໔

    • ການ + ກິນ ( ກິຣິຍາ ) = ການກິນ
    • ການ + ຢູ່ ( ກິຣິຍາ ) = ການຢູ່
    • ການ + ຍອມຈໍານົນ ( ກິຣິຍາ ) = ການຍອມຈໍານົນ
    • ການ + ຍິນຍອມ ( ກິຣິຍາ ) = ການຍິນຍອມ ( ຄວາມຍິນຍອມ )
    • ການ + ໄປ ( ກິຣິຍາ ) = ການໄປ
    • ການ + ມາ ( ກິຣິຍາ ) = ການມາ
    • ການ + ໄປ ( ກິຣິຍາ ) + ມາ ( ກິຣິຍາ ) = ການໄປມາ
    • ການ + ເວົ້າ ( ກິຣິຍາ ) = ການເວົ້າ ( ຄໍາເວົ້າ ຄວາມເວົ້າ )
    • ການ + ເວົ້າເກັ່ງ ( ກິຣິຍາວິເສດ ) = ການເວົ້າເກັ່ງ
    • ການ + ເຮັດເກັ່ງ ( ກິຣິຍາວິເສດ ) = ການເຮັດເກັ່ງ
    • ການ + ຢູ່ດີ ( ກິຣິຍາວິເສດ ) + ມີເເຮງ ( ກິຣິຍາວິເສດ ) => ການ + ຢູ່ດີມີເເຮງ = ການຢູ່ດີມີເເຮງ
    • ການ + ເວົ້ານົວ ( ກິຣິຍາວິເສດ ) + ຫົວມ່ວນ ( ກິຣິຍາວິເສດ ) => ການ + ເວົ້ານົວຫົວມ່ວນ = ການເວົ້ານົວຫົວມ່ວນ
    • ຯລຯ

ກິຣິຍາວິເສດ ຫມາຍເຖິງ ກິຣິຍາ ທີ່ ຂັດທ້າຍ ດ້ວຍ ຄຸນນາມ ດັ່ງ ກິນດີ ເເລ່ນຫັນ ປາກກ້າ ເປັນຕົ້ນ ຊຶ່ງ ຄໍາ “ດີ ຫັນ ກ້າ” ເປັນ ຄຸນນາມ || fr. Adverbe

  • ອຸປສັກ “ຄໍາ” ທີ່ ບອກ ອາການ
    ( ສໍາລັບ ຂ້າພະເຈົ້າ ເເລ້ວ ຄໍາເວົ້າ ເຫລົ່ານີ້ ບໍ່ ບອກ ອາການ ເເລະ ຂ້າພະເຈົ້າ ກໍ ຈະ ບໍ່ ຖື ວ່າ ຄໍາເວົ້າ ເຫລົ່ານີ້ ເປັນ ອາກາຣະນາມ ເເຕ່ວ່າ ຂ້າພະເຈົ້າ ຂຽນ ໄວ້ ກໍ ເນື່ອງຈາກວ່າ ກົມ ວັນນະຄະດີ ລາວ ໄດ້ຂຽນ ໄວ້ ຢ່າງນີ້ )
    ຣູປຕາ ໑໕

    • ຄໍາ + ເວົ້າ ( ກິຣິຍາ ) = ຄໍາເວົ້າ ( ຄວາມເວົ້າ ການເວົ້າ )
    • ຄໍາ + ອວຍພອນ ( ກິຣິຍາ ) = ຄໍາອວຍພອນ ( ຄວາມອວຍພອນ )
    • ຄໍາ + ອ້ອນວອນ ( ກິຣິຍາ ) = ຄໍາອ້ອນວອນ ( ຄວາມອ້ອນວອນ )
    • ຯລຯ

ຄໍາ ໃນ ທີ່ນີ້ ຫມາຍເຖິງ ຄໍາເວົ້າ ທີ່ ເພິ່ນ ໃຊ້ ສໍາລັບ ກ່າວ ເເນວໃດເເນວນຶ່ງ ຫລື ສິ່ງ ທີ່ ເພິ່ນ ຈະ ປ່ອນ ເຂົ້າ ປາກ ດັ່ງ

  • ຄໍາອະທິບາຍ ຫມາຍເຖິງ ຄໍາເວົ້າ ທີ່ ເພິ່ນ ໃຊ້ ອະທິບາຍ ເເນວໃດເເນວນຶ່ງ
  • ຄໍາອວຍພອຍ ເເມ່ນ ຄໍາເວົ້າ ທີ່ ເພິ່ນ ໃຊ້ ອວຍພອນ ໃຫ້ ເເກ່ ຜູ້ໃດຜູ້ນຶ່ງ
  • ຄໍາຫມາກ ຫມາຍເຖິງ ເຄື່ອງ ທີ່ ເພິ່ນ ເອົາມາ ຄ້ຽວ ຫມາກ ນັ້ນເອງ
  • ຄໍາເຂົ້າ ຫມາຍເຖິງ ກ້ອນເຂົ້າ ລ້າໆ ຫລື ກ້ອນເຂົ້າ ທີ່ ປັນ ກັບ ເເນວໃດເເນນຶ່ງ ທີ່ ເພິ່ນ ຈະ ເອົາ ເຂົ້າ ປາກ

ເເຕ່ວ່າ ຄໍາເວົ້າ ເຫລົ່າ ນີ້ ບອກ ອາການ ບໍ ? ຄໍາປະສົມ ເຫລົ່ານີ້ ເປັນ ນາມ ເເທ້ ເເຕ່ ຂ້າພະເຈົ້າ ບໍ່ ເຫັນ ຄໍາໃດ ບອກ ອາການ ( [ອຸປສັກ + ຄໍາເວົ້າ = ອະໄວຍະຍະ] )

  • ຄໍາ + ສອນ ( ກິຣິຍາ ) = ຄໍາສອນ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ສອນ ຄົນ
  • ຄໍາ + ສລຸບ ( ກິຣິຍາ ) = ຄໍາສລຸບ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ສລຸບ
  • ຄໍາ + ຕອບ ( ກິຣິຍາ ) = ຄໍາຕອບ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ຕອບ ຄົນ
  • ຄໍາ + ຖາມ ( ກິຣິຍາ ) = ຄໍາຖາມ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ຖາມ
  • ຄໍາ + ປອບໃຈ ( ກິຣິຍາ ) = ຄໍາປອບໃຈ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ເພື່ອ ປອບໃຈ ຄົນ
  • ຄໍາ + ອະທິບາຍ ( ກິຣິຍາ ) = ຄໍາອະທິບາຍ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ອະທິບາຍ
  • ຄໍາ + ຫມັ້ນ ( ກິຣິຍາ ) = ຄໍາຫມັ້ນ => ຄໍາເວົ້າ ປະເພດ ສັນຍາ
  • ຄໍາ + ສັນຍາ ( ກິຣິຍາ ) = ຄໍາສັນຍາ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ສັນຍາ ກັນ
  • ຄໍາ + ຫມັ້ນສັນຍາ ( ກິຣິຍາ(ນຸເຄາະ?) ) = ຄໍາຫມັ້ນສັນຍາ => ຄໍາເວົ້າ ປະເພດ ສັນຍາ
  • ຯລຯ

ເເລະ ອັນໃດ ເປັນ ອັນໃດ ກັນ ເເທ້ ?
“ຄໍາກິຣິຍາ” ມີ ສອງ ພຍາງ ເເລະ ປະກອບ ດ້ວຍ “ຄໍາ” ທີ່ ເປັນ ນາມ ເເລະ “ກິຣິຍາ” ທີ່ ເປັນ ນາມ ເຊັ່ນດຽວ ກັນ ດັ່ງນັ້ນ ເຮົາ ຈະ ຮຽກ ຄໍາປະສົມ ທີ່ ປະກອບ ດ້ວຍ ນາມ ທັງຫລາຍ ເເນວໃດ ເເທ້ໆ ຫລືວ່າ ເປັນ ນາມ ຊນິດໃດ ເເທ້ ດັ່ງ “ຄໍາກິຣິຍາ” ເປັນຕົ້ນ ເພາະວ່າ ເພິ່ນ ບໍ່ ໄດ້ບັນຍັດ ໄວ້ ໃນ ປຶ້ມ ໄວຍະກອນ ເຫລັ້ມນີ້ ເເຕ່ຫາກວ່າ ເມື່ອ ຂ້າພະເຈົ້າ ໄດ້ເເຕ່ງ ຄໍາອະໄວຍະຍະ ເຂົ້າໃສ່ ໃນ ໄວຍາກອນ ລາວ “ຄໍາກິຣິຍາ” ກໍ ກາຍເປັນ ນາມ ຊນິດ ອະໄວຍະຍະ ຫລື ອະໄວຍະຍະນາມ ນັ້ນເອງ ( [ອຸປສັກ + ຄໍາເວົ້າ = ອະໄວຍະຍະ] ) ເເລະ ການຈັດ ຈໍາພວກ ຄໍາເວົ້າ ຕ່າງໆ ກໍ ເເຈ້ງ ຂຶ້ນ ກວ່າເກົ່າ ເເຕ່ ຕ້ອງ ໃຫ້ ເຂົ້າໃຈ ວ່າ ນາມ ຕົວໃດ ທີ່ ຂັດຫົວ ດ້ວຍ ອຸປສັກ “ຄໍາ” ຕົວນັ້ນ ບໍ່ ເເມ່ນ ອາກາຣະນາມ

  • ຄໍາ + ກິຣິຍາ ( ນາມ ) = ຄໍາກິຣິຍາ => ຄໍາເວົ້າ ປະເພດ ທີ່ ເປັນ ກິຣິຍາ
  • ຄໍາ + ກອນ ( ນາມ ) = ຄໍາກອນ => ຄໍາເວົ້າ ປະເພດ ກອນ
  • ຄໍາ + ສັນທານ ( ນາມ ) = ຄໍາສັນທານ => ຄໍາເວົ້າ ທີ່ ເປັນ ສັນທານ
  • ຄໍາ + ສົນທິ ( ນາມ ) = ຄໍາສົນທິ => ຄໍາເວົ້າ ທີ່ ເປັນ ສົນທິ
  • ຄໍາ + ສັພນາມ = ຄໍາສັພນາມ => ຄໍາເວົ້າ ທີ່ ເປັນ ສັພນາມ
  • ຄໍາ + ນາມ ( ນາມ ) = ຄໍານາມ => ຄໍາເວົ້າ ທີ່ ເປັນ ນາມ
  • ຄໍາ + ບຸພບົດ ( ນາມ ) = ຄໍາບຸພບົດ => ຄໍາເວົ້າ ປະເພດ ບຸພບົດ
  • ຄໍາ + ປະສົມ ( ກິຣິຍາ ) = ຄໍາປະສົມ => ຄໍາເວົ້າ ທີ່ ຖືກ ປະສົມ ເຂົ້າກັນ
  • ຄໍາ + ອຸທານ ( ນາມ ) = ຄໍາອຸທານ => ຄໍາເວົ້າ ປະເພດ ອຸທານ
  • ຄໍາ + ວິພາກ ( ກິຣິຍາ ) = ຄໍາວິພາກ => ຄໍາເວົ້າ ທີ່ ເພິ່ນ ໃຊ້ ວິພາກ

ຄໍາສລຸບ
ເມື່ອ ຄໍາໃດ ປະກອບ ດ້ວຍ ອຸປສັກ “ຄໍາ” ທີ່ ຕົກ ຢູ່ ໃນ ກໍຣະນີ ອະໄວຍະຍະ ບໍ່ ໃຫ້ ຖື ຄໍານັ້ນ ເປັນ ອາກາຣະນາມ

  • ອຸປສັກ “ຄວາມ” ທີ່ ບອກ ອາການ
    ຣູປຕາ ໑໖

ຄວາມ + ເເກ່ ( ກິຣິຍາ ) = ຄວາມເເກ່ ການເເກ່
ຄວາມ + ເກີດ ( ກິຣິຍາ ) = ຄວາມເກີດ ການເກີດ
ຄວາມ + ກິນ ( ກິຣິຍາ ) = ຄວາມກິນ ການກິນ
ຄວາມ + ເຈັບ ( ກິຣິຍາ ) = ຄວາມເຈັບ ການເຈັບ
ຄວາມ + ເຈັບ ( ກິຣິຍາ ) + ໄຂ້ ( ກິຣິຍາ ) = ຄວາມເຈັບໄຂ້ ການເຈັບໄຂ້
ຄວາມ + ເຈັບໂພດ ( ກິຣິຍາວິເສດ ) = ຄວາມເຈັບໂພດ ການເຈັບໂພດ
ຄວາມ + ສຸກ ( ອະລິງຄະນາມ ) = ຄວາມສຸກ
ຄວາມ + ຊົ່ວ ( ຄຸນນາມ ) = ຄວາມຊົ່ວ
ຄວາມ + ຍິນຍອມ ( ກິຣິຍາ ) = ຄວາມຍິນຍອມ ການຍິນຍອມ
ຄວາມ + ດີ ( ຄຸນນາມ ) = ຄວາມດີ (໑)
ຄວາມ + ດີໂພດ ( ກິຣິຍາວິເສດ ) ຄວາມດີໂພດ ການດີໂພດ ?
ຄວາມ + ຕົກໃຈ ( ກິຣິຍາ ) = ຄວາມຕົກໃຈ ການຕົກໃຈ
ຄວາມ + ຕື່ນເຕັ້ນ ( ກິຣິຍາ ) = ຄວາມຕື່ນເຕັ້ນ ການຕື່ນເຕັ້ນ
ຄວາມ + ຕາຍ ( ກິຣິຍາ ) = ຄວາມຕາຍ ການຕາຍ
ຄວາມ + ທຸກ ( ອະລິງຄະນາມ ) = ຄວາມທຸກ ( ການທຸກຍາກ )
ຄວາມ + ເປັນ ( ກິຣິຍາ ) = ຄວາມເປັນ ການເປັນ
ຄວາມ + ເປັນ ( ກິຣິຍາ ) + ມາ ( ກິຣິຍາ ) = ຄວາມເປັນມາ (໒)
ຄວາມ + ມັກໃຫຍ່ ( ກິຣິຍາວິເສດ ) + ໃຝ່ສູງ ( ກິຣິຍາວິເສດ ) = ຄວາມມັກໃຫຍ່ໃຝ່ສູງ ການມັກໃຫຍ່ໃຝ່ສູງ
ຄວາມ + ຢູ່ ( ກິຣິຍາ ) = ຄວາມຢູ່ ການຢູ່
ຄວາມ + ຢູ່ ( ກິຣິຍາ ) + ກິນ ( ກິຣິຍາ ) = ຄວາມຢູ່ກິນ ການຢູ່ກິນ
ຄວາມ + ຢູ່ດີ ( ກິຣິຍາວິເສດ ) + ມີເເຮງ ( ກິຣິຍາວິເສດ ) = ຄວາມຢູ່ດີມີເເຮງ ການຢູ່ດີມີເເຮງ
ຄວາມ + ເວົ້າ ( ກິຣິຍາ ) = ຄວາມເວົ້າ ການເວົ້າ ຄໍາເວົ້າ
ຯລຯ
ເເຜງ ໒


(໑) ເເຕ່ ຢ່າ ລືມ ວ່າ ໃນ ພາສາ ລາວ ຄຸນນາມ “ດີ” ຖືກ ໃຊ້ ເຫມືອນ ກິຣິຍາ ( ມັນ ບໍ່ ດີ ດອກ / ເພິ່ນ ເປັນ ຄົນ ດີ / ລາວ ເປັນ ຄົນ ດີຫລາຍ ) ຕາມທີ່ຈິງ “ດີ” ຕ້ອງ ເປັນ ຄຸນນາມ ສເມີ

(໒) ທີ່ໄປ ທີ່ມາ ທີ່ຢູ່( ຊຶ່ງ ຄົນລາວ ເອີ້ນ “ບ່ອນຢູ່” ) ບໍ່ ເປັນ ນາມ ເເລະ ນາມ ນຶ່ງໆ ບໍ່ ສາມາດ ປະກອບ ດ້ວຍ ອຸປສັກ “ທີ່” ຂຶ້ນຫນ້າ ຊຶ່ງ “ທີ່” ເປັນ ບຸພບົດ ອີກປະການນຶ່ງ ຄໍາ “ທີ່” ບໍ່ ສາມາດ ຈະ ເປັນ ຄໍາ “ອຸປສັກ” ໄດ້


ວິສາມັນຍະນາມ || Nom propre

ທາຕຸສາດ || Etymologie / Etymology
ສາມັນຍະນາມ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ “ສາມັນຍະ” ເເລະ “ນາມະ” ເເລະ ຄໍາ ຕ່າງໆ ທີ່ ສົມມຸດ ເປັນ ຄໍາປະສົມ ຂ້າພະເຈົ້າ ຈະ ຮຽກ ຄໍາປະສົມ ຢ່າງດຽວ ປາສຈາກ ການພິສູດ ວ່າ ຄໍາ ກ່ຽວຂ້ອງ ບັນຈຸ ຢູ່ໃນ ອະໄວຍະຍະ ຕັດທິດ ເເລະ ກິດົກ ຫລືບໍ່ ຈຶ່ງ ຂໍ ໃຫ້ ເຂົ້າໃຈ ໄປ ໃນ ທໍານອງນີ້

  • “ສາມັນຍະ” ມາ ຈາກ ເຄົ້າ ບາລີ ສາມັຍຍະ[Sāmañña] ທີ່ ເເຜງ ເປັນ ຄໍາລາວ ສາມັນ ລ້າໆ ເເຕ່ ເມື່ອ ເພິ່ນ ຕ້ອງການ ຂຽນ ເປັນ ຄໍາປະສົມ ເພິ່ນ ຈຶ່ງ ໃຊ້ ພຍາງ “ຍະ” ປະກອບ
  • “ນາມ” ມີ ເຄົ້າ ມາ ຈາກ ພາສາ ບາລີ “ນາມະ” ທີ່ ເພິ່ນ ເເຜງ ເປັນ ຄໍາລາວ “ນາມ” ປາສຈາກ ສຣະອະ ( ◌ະ ) ຢູ່ ທ້າຍ ຄໍາ
  • “ວິສາມັນຍະນາມ” ຫມາຍເຖິງ ນາມ ພິເສດ ( “ນາມ” ຕ່າງ ຫມູ່ ) ທີ່ ເເຕກຕ່າງ ກັບ ນາມ ສາມັນ ທັມມະດາ ນັ້ນເອງ
    • Jésus[ເຍຊູ ຫລື ພຣະເຍຊູເຈົ້າ] ເປັນ ວິສາມັນຍະນາມ ( fr. Nom propre ຫມາຍຄວາມວ່າ ຊື່ ຫລື ນາມ ຂອງ ພຣະອົງ ອົງ ນຶ່ງ )
    • Buddha[ພຸດທະ ຫລື ພຣະພຸດ ຫລື ພຣະພຸທເຈົ້າ] ເປັນ ສາມັນຍະນາມ ດັ່ງດຽວ ກັບ ຄໍາ “ພຣະສົງ”( fr. Nom commun ຫມາຍຄວາມວ່າ ເປັນ ນາມ ທີ່ ຄົນ ທັງຫລາຍ ນໍາ ມາ ໃຊ້ ໂດຍ ທົ່ວໄປ ເຊັ່ນ ກິນ ນອນ ກ້ອນຫີນ ເເປ້ນ ຊາຍເເດນ ດັ່ງນີ້ ເປັນຕົ້ນ ເເລະ “ພຣະພຸທເຈົ້າ” ບໍ່ ເປັນ ວິສາມັນຍະນາມ ເພາະ ເພິ່ນເອງ ຊື່ ວ່າ ຫລື ມີ ນາມ ວ່າ ສິດທັດຖະ ໂຄຕະມະ ທີ່ ເປັນ ວິສາມັນຍະນາມ )

ຄວາມຫມາຍ || Définition / Definition
“ວິສາມັນຍະນາມ” ຫລື “ວິສາມັນນາມ” ລ້າໆ ກໍ ໄດ້ ເຫມືອນກັນ ( ເພາະວ່າ ມັນ ເຂົ້າ ພາສາລາວ ດີ ຢູ່ ) ຫມາຍເຖິງ ຊື່ ສະເພາະເຈາະຈົງ ຂອງ ເເນວໃດ ເເນວນຶ່ງ ເເລະ ເປັນ ກັມມະສິດ ຂອງ ຜູ້ໃດ ຜູ້ນຶ່ງ ເຊັ່ນ

ຊື່ ທີ່ ເປັນ ວິສາມັນຍະນາມ ຄໍາອະທິບາຍ
ກະເເຈະ ຊື່ເມືອງ
ຊຽງເເຕງ ຊື່ເມືອງ
ອຸບົນ ຣາຊທານີ ຊື່ເມືອງ
ໂຄຣາດ ຊື່ເມືອງ
ຣາຊສິມາ ຊື່ເມືອງ
ໄລ່ເຈົ້າ ຊື່ເມືອງ
ກາວບັງ ຊື່ເມືອງ
ປາກເຊ ຊື່ເມືອງ
ເມືອງເເຖ່ງ ຊື່ເມືອງ
ເມືອງລາວ ຊື່ເມືອງ
ເມືອງພິນ ຊື່ເມືອງ
ເມືອງຫລວງ ຊື່ເມືອງ
ທົ່ງໄຫຫີນ ຊື່ຖິ່ນ
ດົງບໍຣິເວນ ຊື່ຖິ່ນ
ອະຣ່ອຍດີ “ອະຣ່ອຍດີ” ເປັນ ຊື່ ບໍຣິສັດ
ໄອບີເເອັມ[IBM] “IBM” ເປັນ ຊື່ ບໍຣິສັດ
ທ້າວ ຄໍາພູ “ຄໍາພູ” ເປັນ ຊື່ ຂອງ ຄົນ
ນາງ ຄໍາພາ “ຄໍາພາ” ເປັນ ຊື່ ຄົນ
ຫລວງພໍ່ ຂີ້ຫອມ “ຂີ້ຫອມ” ເປັນ ຊື່ຄົນ
ນາຍພົນ ບຸນປອນ “ບຸນປອນ” ເປັນ ຊື່ຄົນ
ຯລຯ
ເເຜງ ໓

ສລຸບ ເເລ້ວ ວິສາມັນຍະນາມ ຫມາຍເຖິງ ຊື່ ຈໍາເພາະ ເເນວໃດເເນວນຶ່ງ ຖ້າ ເປັນ ນາມ ຂອງ ຄົນ ( ຊື່ຄົນ ) ຫລື ນາມສະກຸນ ກໍດີ ເຮົາ ບໍ່ ມີ ສິດ ດັດເເປງ ຊື່ ຂອງ ເຂົາເຈົ້າ ເນື່ອງຈາກວ່າ ມັນ ເປັນ ກັມມະສິດ ຂອງ ເຂົາ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  • ຄໍາເເພວ ພູເພັຊຣລິນທອງ ==> ເຮົາ ບໍ່ ມີ ສິດ ຂຽນ “ພູເພັດລິນທອງ” ຕ້ອງ ຂຽນ ຕາມ ທີ່ ເຈົ້າຂອງ ເພິ່ນ ໄດ້ຂຽນ ມາ
  • ຄໍາເເພວ ພູເພັຊຣ໌ລິນທອງ ==> ເຖິງເເມ່ນວ່າ ເພິ່ນ ເຊົາ ໃຊ້ ໄມ້ກາຣັນ ເເຕ່ ດົນ ເເລ້ວ ກໍຈິງ ເຮົາ ຕ້ອງ ຂຽນ “ພູເພັຊຣ໌ລິນທອງ” ຕາມ ທີ່ ເຈົ້າຂອງ ເພິ່ນ ໄດ້ຂຽນ ໄວ້
  • ທ້າວ ບົວສວັນ ==> ເຮົາ ບໍ່ ມີ ສິດ ຂຽນ “ບົວສວັຣຣຄ໌” ຫລື ເເນວໃດເເນວນຶ່ງ ນອກຈາກ ເເນວດຽວ ຄື ເເນວ ທີ່ ເຈົ້າຂອງ ຊື່ ຂອງ ເຂົາ ໄດ້ຂຽນ ມາ ນັ້ນ


ສລຸບຄວາມ
“ນາມ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ “ນາມະ” ເເລະ ທີ່ ເເປວ່າ “ຊື່” ໃນ ພາສາ ລາວ ຊຶ່ງ ນາມ ເຫລົ່ານີ້ ຈະ ເປັນ ໂຕການ ອັນ ສໍາຄັນ ຕລອດ ໄປ ໃນ ການປາກເວົ້າ ເເລະ ການຂຽນ ປໂຍກ ຕ່າງໆ ເພື່ອ ໃຫ້ ຖືກຕ້ອງ ກັບ ຫລັກ ຂອງ ພາສາ ລາວ ໂດຍ ບໍ່ ອີງ ໃສ່ ຫລັກ ຂອງ ພາສາ ອື່ນໃດ

ສ່ວນຫລາຍ ເເລ້ວ ນາມ ເປັນ ເຈົ້າຂອງ ຂອງ ກິຣິຍາ ເເລະ ຍັງ ສາມາດ ເປັນ ຜູ້ ບັງຄັບ ພ້ອມທັງ ເປັນ ຜູ້ ຖືກ ບັງຄັບ ອີກດ້ວຍ ເຊັ່ນດຽວ ກັບ ຊີວິດ ຂອງ ຄົນ ຄົນ ນຶ່ງ

ດັ່ງນັ້ນ ຜິວ່າ ເຮົາ ຂາດ ພື້ນຖານ ການໃຊ້ “ນາມ” ເເລ້ວ ຄື ໃຊ້ ບໍ່ ຖືກ ກັບ ຫລັກ ທີ່ ເຮົາ ຄວນ ໃຊ້ ນັ້ນ ມັນ ກໍ ປຽບ ເຫມືອນ ກັບ ສິ່ງໃດສິ່ງນຶ່ງ ທີ່ ປະກົດ ຢູ່ ໃນ ໂລກ ນີ້ ເເຕ່ ມັນ ບໍ່ ມີ ຊື່ ເເລະ ກໍ ບໍ່ ໃຜ ຮູ້ ມັນ ຖ້າ ເປັນ ຄົນ ກໍ ບໍ່ ຕ່າງ ຫຍັງ ກັບ ມະນຸດ ທີ່ ບໍ່ ມີ ຫູ ບໍ່ ມີ ຕາ ບໍ່ ມີ ດັງ ບໍ່ ມີ ປາກ ບໍ່ ມີ ຂມອງ ຊຶ່ງ ຫມາຍຄວາມວ່າ ບໍ່ ມີ ຫົວ ນັ້ນເອງ ເເລະ ຈະ ເຮັດ ອັນໃດ ກໍ ບໍ່ ສາມາດ ຈະ ເຮັດ ໄດ້

ອີກປະການນຶ່ງ ຄໍາເວົ້າ ທີ່ ຄົນລາວ ນິຍົມ ໃຊ້ກັນ ໃນ ປັດຈຸບັນ ເເລະ ທີ່ ພວກ ເພິ່ນ ປຽບ ເປັນ ນາມ ນັ້ນ ດັ່ງ ຄໍາ “ທີ່ມາ” ເເລະ ຄໍາ “ທີ່ໄປ” ບໍ່ ເປັນ ນາມ ຢ່າງໃດ ທັງສິ້ນ ເພາະ ເພິ່ນ ໃຊ້ ຄໍາ “ທີ່” ເປັນ ບຸພບົດ ຊຶ່ງ ທ່ານ ຈະ ເຫັນ ໃນ ບົດບັ້ນ ຕໍ່ໄປ

ສິ່ງ ສໍາຄັນ ທີ່ສຸດ ກໍ ຄື ເມື່ອ ຄໍາໃດ ເປັນ ນາມ ເຮົາ ສາມາດ ຂຽນ ຄໍານັ້ນ ເປັນ ຄໍານຶ່ງຄໍາດຽວ ໄດ້ ເເລະ ຂຽນ ປະ ໄວ້ ໃນ ວັຈນານຸກົມ ລາວ ໄດ້ ເຫມືອນກັນ


( ມັນ ມີ ຕໍາຣາ ກ່ຽວກັບ ການຕັ້ງ ຊື່ ຫລື ການຕັ້ງ ນາມ ທີ່ ເພິ່ນ ອີງໃສ່ ອັກຂຣະ ບາລີ ທັງຫມົດ ຊຶ່ງ ຄົນລາວ ໄດ້ປັບ ເອົາ ອັກຂຣະ ລາວ ເຂົ້າ ບັນຈຸ ໃສ່ ໃນ ຈໍາພວກ ອັກຂຣະ ບາລີ ດັ່ງກ່າວ ເເລະ ການຕັ້ງ ນາມ ຕ່າງໆ ຕ້ອງ ອີງ ຕາມ ວັນເກີດ ຄື ເມື່ອ ຜູ້ໃດ ເກີດ ວັນໃດ ທ່ານ ຫລື ຜູ້ຕັ້ງຊື່ ຄວນ ຄັດເລືອກ ເອົາ ເເຕ່ ອັກຂຣະ ທີ່ ເປັນ ມຸງຄຸນ ສໍາລັບ ຜູ້ ເກີດ ໃນ ວັນນັ້ນ ເເລະ ເວັ້ນ ອັກຂຣະ ທີ່ ເປັນ ອະວະມຸງຄຸນ ສະເພາະ ວັນນັ້ນ

ຂ້າພະເຈົ້າ ບໍ່ ໄດ້ຂຽນ ໃສ່ ໃນ ບົດຄວາມ ບົດນີ້ ເພາະວ່າ ບົດນີ້ ກໍ ມີ ຄວາມຍາວ ຫລາຍເເລ້ວ )


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong




ຣູປນາມ[ຣູ-ປະ-ນາມ] ຄື ຄໍາ(ເວົ້າ) ທີ່ ເປັນ ຊື່ ຂອງ ສິ່ງ ທີ່ ເຫັນ ດ້ວຍ ຕາເປົ່າ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  1. ( ການຈັດ ລໍາດັບ ຄໍາເວົ້າ ໂດຍ ອີງ ເອົາ ຕາມ ລໍາດັບ ຂອງ “ພຍັນຊນະ ຕົ້ນພຍາງ” ພ້ອມທັງ “ສຣະລໍາດັບ” ເເລະ “ລໍາດັບ ຂອງ ເເມ່ທັງເເປດ” ) ການຈັດ ລໍາດັບ ເເບບ ນີ້ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການຊອກຫາ ຄໍາເວົ້າ ໄດ້ ງ່າຍດາຍ ເເຕ່ ມີ ຂໍ້ ທີ່ ຂັດ ພຽງ ເລັກນ້ອຍ ກໍ ຄື ເມື່ອ ຄໍາເວົ້າ ສອງ ຄໍາ ຂຽນ ເເບບດຽວ ກັນ ເເຕ່ ມີ ຄໍານຶ່ງ ຂຽນ ດ້ວຍ ພຍັນຊນະ ປະສົມ ຄໍາ ທັງສອງ ຈະ ບໍ່ ຢູ່ ບ່ອນດຽວກັນ ອັນນີ້ ຄື ເເງ່ ລົບ ດັ່ງ ເເຫນ(ນາມ=>ພືດ) ກັບ ເເຫນ(ກິຣິຍາ=>“ຫວງ”ເເຫນ) ເເລະ ເຫມັນ[ເຫ-ມັນ ຣະດູ ຫນາວ] ກັບ ເຫມັນ(ຄຸນນາມ ຊຶ່ງ ກົງກັນຂ້າມ ກັບ ຫອມ) ເປັນຕົ້ນ ນອກຈາກນີ້ ມັນ ກໍ ມີ ເເຕ່ ເເງ່ ດີ ທັງນັ້ນ (ຄວາມຄິດ ຕາເວັນຕົກ)

    ເຖິງຢ່າງໃດ ກໍດີ ກໍຣະນີ ຂອງ ຕົວຢ່າງ ດັ່ງກ່າວ ຍັງ ຈະ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການອ່ານ ເພີ່ມເຕີມ ເພາະ ພວກມັນ ຢູ່ ບ່ອນ ຕ່າງກັນ ນຶ່ງ ເເລະ ຄວາມຫມາຍ ຂອງ ພວກມັນ ກໍ ຕ່າງກັນ ອີກດ້ວຍ ນຶ່ງ ເເຕ່ ຢ່າ ໄປ ຄິດ ໃສ່ ຄໍາ ທີ່ ຂຽນ ດ້ວຍ ຫນັງສື ລາເເຕັງ ຫລື ລາຕິນ ເພາະ ມັນ ບໍ່ ຢູ່ ໃນ logique ອັນດຽວກັນ
     [2]

    • ກະເເຈະ(ເມືອງ Kratié ຢູ່ ຂເມນ) ກະເເຈ ກະຈຽວ ກະເຈົາ ກະຈໍາ(ກິ່ວ ກະຈໍາ) ກະຈອກ(ຈອກ) ກະຈັງ ກະຈາຍ ກະຈາດ ກະຈັບປີ່ ກະຈາບ(ນົກ) ກະຈິບ(ນົກ) ກະໂຈມ ກະເເສ ກະເສາະ(ຫມາກມ່ວງ) ກະສວຍ(ສວຍ) ກະສຸນ ກະສຽນ ກະສອບ ກະຊ້າ ກະເຊີ ກະໂຊ້ ກະຊຽງ ກະຊັງ ກະຊວຍ(ຊວຍ) ກະຊອນ ກະຍື ກະດໍ່(ຫມາກກະດໍ່ ຂອງ ກູ ກ໊ະ ມີ) ກະເດົາ ກະດູກ(ດູກ) ກະດັ້ງ ກະດິງ(ຕົ້ນໄມ້ ເເກ້ງ ຫລື ເຄື່ອງ ທີ່ ຮຽກ ຫມາກກະດິງ) ກະດິ່ງ ກະດຸ້ງ ກະດົ້ງ ກະດອງ ກະດາດ ກະເດີດ ກະດວດ(ພໍ່ກະດວດ) ກະດັນ(ຂາ) ກະດານ ກະດົ້ນ(ງ່ອນ) ກະໂດນ ກະດ້າມ(ໄມ້) ກະດຸມ ກະຕ່າ ກະເເຕ ກະເຕາະ ກະຕໍ(ຕໍ) ກະຕໍ້ ກະໄຕ(ຄາງ) ກະເຕົາ(ປາ) ກະຕັກ ກະຕິກ(ນໍ້າ) ກະໂຕກ ກະຕ່ອງ ກະຕ່າຍ ກະຕອດ ກະຕິບ(ຕິບ) ກະເເຕັບ ກະຕິ້ວ ກະຕ່ຽວ ກະຖັງ(ຖັງ) ກະຖາງ ກະຖຸ້ງ ກະຖາດ(ຖາດ) ກະຖິນ ກະຖຸນ ກະໂຖນ ກະທະ ກະທາ(ນົກ) ກະທິ ກະທູ້ ກະທໍ ກະທ້າງ ກະທິງ ກະທົງ ກະເທືອຍ(ໄທຍ ເອີ້ນ ກະເທີຍ) ກະທູບ(ທູບ) ກະນູນ(ສຽງ ທ້ອງຖິ່ນ ຂອງ ເເມງຄະນູນ) ກະບະ ກະເບື້ອ ກະໂບກ ກະບອກ(ບອກ) ກະບັ້ງ(ບັ້ງ) ກະບຸງ(ບຸງ) ກະບອງ ກະໂບງ(ຕາ) ກະເບື້ອງ ກະບວຍ(ບວຍ) ກະບົດ ກະບິ່ນ(ມີດ) ກະບຽນ ກະປິ ກະປູ(ປູ) ກະໂປະ ກະເປົ໋າ(ເປົ໋າ) ກະປຸກ ກະປ໋ອງ(ປ໋ອງ) ກະໂປ່ງ ກະປອມ ກະປຸ່ມ(ປຸ່ມ) ກະປ່ອມ(ປ່ອມ) ກະເພາະ ກະໂພກ ກະພອກ ກະລໍ່າປີ ກະເລັນ ກະຫຣີ່ ກະຫລີ່(ເເມ່ຈ້າງ) ກະໂຫລກ ກະໂຫລ່ງ(?) ກະອຸບ ກະຮອກ ຯລຯ

    • ກາ ກິ ກີ່ ກີ້ ກື ກຸຫລາບ ກູລາ(ຜັກຫອມ) ເເກະ ເເກ ໂກະ ເກາະ ກໍ ເກືອ ກໍາ ກໍ້າ ກາກ ກົກ ໂກກ ກັ໊ອກ ກອກ ກິ່ງ ກຸ້ງ ກົງ ກົ່ງ ກົ້ງ(ຕາກົ້ງ) ກອງ ກ້ອງ ເກີ້ງ ກ້ຽງ ກາຍ(ຕົນໂຕ) ກອຍ ເກີຍ ກາດ(ໄມ້) ກູດ(ຜັກ) ເກັດ ເກດ(ບາລີ) ກົດ ກຽດ ກ້ານ ກິ່ນ ກົນ(ເລ້) ກົ້ນ ກອນ ກ້ອນ ກັບ ກາບ ກີບ ກຸບ ເເກບ ກົບ ເກີບ ກັມ ກົມ ກ້ຽມ ກາວ ກາວບັງ(Cao Bang ຢູ່ ວຽດນາມ ເປັນ ດິນລາວ ເກົ່າກີ້ ຊຶ່ງ ພວກ ໄທຂາວ ຢູ່) ກ້າວ ກິ່ວ(ກະຈໍາ) ເເກວ ເເກ່ວ ເເກ້ວ ກຽວ ກ່ຽວ ກວາງ ກວ້າຍ ເເກວດ[Quota] ກວຽນ ຯລຯ

  2. ຂະ(ຜັກຂະ) ຂາ ຂ່າ(ຂ່າຂີງ ປາຂ່າ) ຂ້າຣາຊການ ຂື່ ເເຂ ເຂາະ ຂໍ ຂົວ ເຂືອ ໄຂ(ມັນ) ເຂົາ ເຂົ່າ ເຂົ້າ ຂິກ ເເຂກ ຂອກ ຂວກ ຂາງ ຂ້າງ ຂີງ ຂີ້ງ ເຂັງ ຂົງ ໂຂງ ຂອງ ຂ້ອງ ເຂິງ ເຂີ້ງ ຂຽງ ຂ່າຍ ຂ້ອຍ(ໃຊ້) ເຂີຍ ຂວຍ(ມົດ#ຂົນຂວາຍ) ເຂດ(ບາລີ) ຂອດ ຂຽດ ຂວດ ຂັນ ຂຸນ ເເຂນ ຂົນ ໂຂນ(ດອກ) ຂອນ ເຂື່ອນ(ໄຟຟ້າ) ຂັບ ຂອບ ຂຽບ ຂວບ ຂາມ ຂຸມ ໂຂມ ຂອມ ເຂັມ ຂ້າວ ເເຂ້ວ ຂນະ ຂເເນງ ຂນາດ ຂນານ ຂນົບ ຂນົມ ຂມອງ ຂເມນ ຂມັບ ຂມ່ອມ ຂຣ(ເບິ່ງ ອັກຂຣະ) ຂລາມ ຂວາກ ເເຂວງ ຂວັນ ຂວັ້ນ ຯລຯ

  3. ຄ່າ ຄີ ຄຸ ຄູ(ຄັນນາ) ຄູ່ ຄູ້(ຜັກ ອີ່ຄູ້) ເເຄ ເຄາະ ຄໍ ຄໍ່(ປາຄໍ່#ຂໍ່ເເຂນ) ຄໍ້(ຫມາກຄໍ້) ຄົວ ເຄືອ ໄຄ ໃຄ້ ເຄົາ ເຄົ້າ ຄໍາ(ໂລຫະ) ຄາກ ຄຸກ ຄົກ ໂຄກ ຄອກ ຄັງ ຄາງ ຄີງ ໂຄງ ຄອງ ຄ້ອງ ໂຄັຍ ຄ້ອຍ ຄຸດ(ບາລີ) ໂຄດ(ໂຄຕຕະ) ຄາຕກອນ ຄາຕກັມ ຄານ(ໄມ້) ຄຸນ(ຄຸນະ) ເເຄນ ຄົນ ຄອນ ຄ້ອນ ຄາບ ຄືບ ຄອບຄົວ ຄຸ້ມ ຄົມ ໂຄມ(ໄຟ) ຄາວ ຄິ້ວ ຄນະ ຄຣູ ຄວາຍ ຯລຯ

  4. ງາ ງ່າ ງູຈົງອາງ ງົວ ໃງ່ ເງົາ ງອກ ເງືອກ ງ້ຽງ ງວງ ງາຍ ງວດ ໂງນ ເງິນ ງ້ວນ ງົບປະມານ ງານ ງິມ ງ້າວ ງິ້ວ ງ້ຽວ ຯລຯ

  5. ຈ່າ ຈິດີດ ຈິນາຍ ຈິລໍ່ ຈຸ ເເຈ ຈໍ ເຈັຽ ຈົວ ເຈື້ອ ໃຈ ເຈົ້າ ເຈັກ ຈົກ ຈອກ ຈຽງ ຈວງ ຈ້າຍ ຈິດ(ຈິຕຕະ) ຈານ ໂຈນ(ບາລີ) ຈອນ(ບາລີ) ຈອນຟອນ ຈິບ ຈາມ ຈຸ້ມ ຈອມ ຈາວ ເເຈ່ວ ຈຽວ ຯລຯ

  6. ສະ(ຫນອງສະ) ສ່າ(ເຫລົ້າ) ສີ ສີສຽດ ສື່(information) ເເສ້(ຜູ່ເເສ້ຜູ່ສາວ) ໂສ້ ສໍ ເສືອ ເສື່ອ(ປູນອນ) ເສື້ອ ໄສ່ ໄສ້ ເສົາ ສັກ(ສັກຕິ) ສາກ ສີກ(ຂີ້) ສົກ(ບາລີ) ໂສກ(ກາບກອບ ຕົກໂສກ) ສອກ ເສິກ ສັງກະສີ ສາງ ສິງ ສິ່ງຂອງ ເເສງ ສົ້ງ ສາຍ ສ້ອຍ ສັດ ສາດ ສິດ(ບາລີ) ສູດ(ບາລີ) ສັນ ສິນ(ສິລະ) ສິ້ນ ສູນສັມນາ ສົ້ນ ສວນ ສັບ(ຄໍາສັບ ບາລີ) ສົບ ສອບ(ກະສອບ) ສິມ ສຽມ ສ້ວມ ສາວ ສ້າວ ສ່ຽວ ສຍາມ ສນົມ ສມອງ ສຣະ ສລຶງ(ຄໍາ ໓ ສລຶງ) ສວີງ ຯລຯ

  7. ຊະກະ(ຫມາກຊະກະ) ຊາ ຊ້າ(ປ່າຊ້າ) ຊີ(ອຸປກອນ) ໂຊ້(ກະໂຊ້) ຊໍ ຊົ້ວ(ເເກງ) ເຊື້ອ ໄຊ ໄຊ່ ເຊົ້າ ຊາກ ຊີກ ເເຊກ ເຊືອກ ຊັ່ງ ຊ້າງ ຊິ່ງ(ຫມາກຊິ່ງ) ເເຊງ ຊອງ ຊ້ອງ ຊຽງ ຊາຍ ຊວຍ(ກະຊວຍ) ຊາດ(ຊາຕິ) ຊອດ ຊວດ(ປີ) ຊັ້ນ ຊານ ຊິນ(ບາລີ) ຊີ້ນ ຊືນ ເຊັ່ນ ຊຸບ ຊາມ ຊຸມ ຊຸ່ມ(ກະຊຸ່ມ ???) ເເຊມ ຊາວ ຊິວ ຊິ່ວ ຊນິດ ຊວາ(ເມືອງຊວາ) ຯລຯ

  8. ຍາ ຍ່າ ຍີ່ ຍູ(ຄັນ) ໂຍທາ ຍໍ(ຫມາກ) ເຍັຽ ໃຍ ເຍົາ(ຫມາກ) ຍັກ(ບາລີ) ຍຸກ(ບາລີ) ເເຍກ ໂຍກ ຍາງ ຍິງ ຍູງ ຍອງ ເຍືອງ(ສັດປ່າ) ເຍື່ອງ ຍາຍ ຍອຍ ຍາດ(ຍາຕິ) ຍົດ(ບາລີ) ໂຍດ ຍອດ ຍັນ ຍານເກາະ ຍົນ ຍາມ ຍົມພິບານ ຯລຯ

  9. ດາ(ເເມງ) ດໍ ດັກເເດ້ ດາກ ດຸກ(ປາ) ດູກ ເດັກ ເດິກ ດັງ ດັ້ງ ດາງ ດົງ ດອງ(ເປັນດອງກັນ) ດວງ ດອຍ ເດືອຍ ເເດດ ດວດ(ເຮືອນ) ດາບ ດ້າມ ດຸມ ດາວ ດ້າວ ຯລຯ

  10. ຕະກຽງ ຕາ ຕ່າ ເເຕະ ເເຕ້ ໂຕະ ຕໍ ຕໍ້ ໃຕ ເຕົາ ເຕົ້າ ຕືກ(ຂີ້ກະຕືກ) ໂຕກ ຕອກ ເເຕງ ຕົງ ຕົງໂຕຍ ຕຽງ ຕາດ ຕູດ ເເຕດ ຕົດ ຕານ ເເຕນ ຕົນ ຕອນ ຕັບ ຕິບ ຕູບ ຕົບ ຕູມ ຕົມ ຕາວ ຕິ້ວ ຕ່ຽວ(ກະຕ່ຽວ) ຕລາດ ຯລຯ

  11. ໂຖ ເຖາະ(ປີ) ຖໍ່ ຖົ່ວ ໄຖ ເຖົ່າ ຖໍ້າ ຖາກ ເຖິກ ຖັງ ຖົງ ຖຽງ(ນາ) ຖ້ອຍ ຖ້ວຍ ຖາດ ເຖີດ ຖັນ ຖານ(ບາລີ) ຖ່ານ ຖ້ານ ຖິນ(ກະຖິນ) ຖິ່ນ ເເຖນ ເຖີ້ນ ເເຖບ ເຖບ ຖ້າມ ຖ່າວ(ສາວຖ່າວບ່າວກໍ) ເເຖວ ຖ້ຽວ ຖນົນ ຯລຯ

  12. ໂທ(ເຫລົ້າໂທ) ທໍ ເທື່ອ ໄທ່(ເຂົ້າ) ໄທ້ ເທົາ ເທົ້າ(ບາລີ ຕີນ) ທາກ ທາງ ທິງ(ງົວກະທິງ) ທຸງ(ບາລີ / ລາວ ຮຽກ ເກີ) ເເທ່ງ ທົ່ງ ທອງ ທ້ອງ ທ່ຽງ(ຍາມ) ທາຍ(ຝາປະທາຍ) ທ້າຍ ທອຍ ທາດ ທິດ(ບາລີ) ທູດ ໂທດ(ບາລີ) ທວດ ທ່ານ ທຶນ ເເທ່ນ ທຽນ ທີບ ທົບ ທຽມ(ນາງທຽມ) ທ້າວ ຯລຯ

  13. ນາ ນ້າ ນ້າບ່າວ ນ້າສາວ ນໍ ເນື້ອ ນໍ້າ ນັກ ນາກ(ນາຄະ / ລາວ ຮຽດ ໂຣງ ດັ່ງ ມະໂຣງ) ນົກ ນາງ ນົງຄານ ນ່ອງ(ຄະນ່ອງ) ນ້ອງ ນາຍ ເນີຍ ນັດ(ມີນັດ) ນາດ(ນ້ອງ) ນັອດ ເເນນ ນາມ ນົມ ນວມ ນາວ ນິ້ວ ເເນວ ຯລຯ

  14. ບາ ບ້າ(ຫມາກບ້າ) ບີ ບີ້ ເເບ້ ເບາະ ບໍ່ ເບັ້ຽ ບົວ ບົ່ວ ເບືອ ເບື້ອ(ເເມງ) ໃບ ເບົ້າ ເເບກ ບົກ ບອກ ບວກ ບ່າງ ບ້າງ ບຶງ ບຸງ ເບັງ(ຫມາກ) ບ້ອງ ບ່ວງ ບ້ວງ ເບື້ອງ ບ່າຍ ບວຍ ບາດ(ຄໍາ ໓ ບາດ) ເບັດ ໂບດ ບານ ບ້ານ ບຸນ(ບາລີ) ບຸ້ນ ເເບ້ນ ບົນ ບ່ອນ ບາບ ເເບບ ບວບ ບ່າວ ຯລຯ

  15. ປະຕິການ ປາ ປ່າ ປ້າ ປີ ປີ່ ປີ້ ປູ ປູ່ ປູ້ ເເປ(ເຮືອນ) ໂປ່ ໂປ້ ປໍ ເປົ້າ ປາກ ປີກ ເເປກ ປອກ ປວກ ເປືອກ ປັງ(ຂນົມປັງ) ປາງ ປີງ ໂປ່ງ ປ່ອງ ປ້ອງ ເປີງ ເປື້ອງ ປາຍ ປ້າຍ ປຸຍ ເປັດ ປອດ ປືນ ປູນ ເເປັບ(ນໍ້າ) ເເປບ ປຽບ ປຶ້ມ(ຂຽນ) ປຸ່ມ ປູມ ປ່ອມ ປ້ອມ ເເປ້ວ ຯລຯ

  16. ຜະເດັດການ ຜີ ຜື ເເຜ ໂຜະ ຜົວ ຜໍ້າ ຜັກ ຜັກຕູ ຜັກໂຕກ ຜາກ(ຫນ້າຜາກ) ຜູກ ຜຽກ ເຜືອກ ຜັງ(ເເຜນຜັງ) ເເຜງ ຜົງ ຜົ້ງ ເຜິ້ງ ຜ້ຽງ ຜຸຍ ຜືນ ເຜັດ(ຫມາກເຜັດ) ຜຸນ ຜ້ຽນ ຜາມ ຜົມ ຜິວ ເເຜວ ຜຍາ ຯລຯ

  17. ຝາ ຝ່າຕີນ ຝ້າ ຝີ ເຝື້ອ ຝັກ ຝັ່ງ ຝາງ(ຫມາກຝາງ) ຝູງ ຝາຍ ຝ່າຍ ຝ້າຍ ຝອດ ຝິ່ນ ຝຸ່ນ ຝົນ ຝຣັ່ງ ຯລຯ

  18. ພາເຂົ້າ ພາໂຕກ ພ້າ ພູ ເເພ ໂພ(ຕົ້ນ) ເພັຽ ພົ້ວ ໄພ່ ເພົາ ພັກ ພາກ(ບາລີ) ພິກ ພົກ ພວກ ພຸງ ເພງ ພວງ ພາຍ(ຜີພາຍ & ສີພາຍ) ເພດ(ບາລີ) ເເພດ(ບາລີ) ພວດ ພານ ພິນ ເພນ ເເພນ ໂພນ ພວນ ເພື່ອນ ພັບ(ປຶ້ມ) ພັບເເພບ ພາບ(ບາລີ) ພາພຍົນ ພົບ(ບາລີ) ພາມ(ບາລີ) ພູມ(ບາລີ) ພົມ(ໄຫມພົມ) ພາວ ພ້າວ ເເພວ ພຍາ ພນະທ່ານ ພຣະ ພັຣຍາ(ພະຣິຍາ ບາລີ) ຯລຯ

  19. ຟ້າ ໄຟ ຟາກ ຟົກ ຟອງ ເຟືອງ ເຟື້ອງ ຟຸຍ(ຝຣັ່ງ) ຟອຍ ຟານ ຟືນ ຟືມ ຟຸ່ມ ຯລຯ

  20. ມະເສັງ ມະເເມ ມະເມັຽ ມະໂຣງ ມະນຸດ ມ້າ ມີ່ ມີ້(ຫມາກ) ມື ມື້ ເເມ່ ມໍຣະດົກ ເມັຽ ໄມ້ ເມົ່າ ມຶກ(ນໍ້າມຶກ) ມູກ ເມກ ມວກ(ນໍ້າມວກ) ມັ່ງ ມຸ້ງ ເເມງ ໂມງ ໂມ່ງ(ຂ້ອງ) ມອງ ມ່ວງ(ຫມາກ) ເມືອງ ເມີຍ ເມີ້ຍ ມວຍ ມັດ ມີດ ເມັດ ມົດ ມອດ ມານ(ບາລີ) ມູນ(ມູລະ) ເມັນ ເເມນ ມອນ ມ້ວນ ມ້າມ ມຸມ ເມມ ເເມວ ເເມ້ວ ຯລຯ

  21. ຢາ ໂຢກ ຢວກ ຢາງ ຢອດ ຢຽດ ໂຢບ ຢ້າວ ຯລຯ

  22. ຣະດູ ຣະດັບ ຣາຊາ ຣາຊາທິຣາດ ຣາຊິນີ ຣືກ(ງາມຍາມດີ) ໂຣງ(ໂຮງຄົນຕາຍ) ໂຣງ(ນາກ ປີມະໂຣງ ເເຕ່ ໄທລາວ ອອກສຽງ ເປັນ ໂລງ) ເຣື່ອງ ຣິດ(ເດດ) ຣັຖບານ ຣັຖມົນຕຣີ (ຈະ ມີ ເເຕ່ ຄໍາທີ່ ມີ ເຄົ້າມາ ຈາກ ພາສາ ບາລີ ເປັນ ສ່ວນມາກ) ຯລຯ

  23. ໂລ(ຣົດໂລ) ລໍ ລໍ້ ໄລ່(ບ່າໄລ່) ເລົາ ເລົ້າ ລໍາ ລູກ ເລກ ໂລກ ລີງ ລູງ ເເລງ ລາຍ ລາດ(ຕລາດນັດ) ລວດ ລວາ ຯລຯ

  24. ວາ ວີ ໂວ້ ວັກ(ບາລີ) ວັງ ວົງ ເວີງ ວຽງ ວັດ ວິດ ວັນ(ສັນສະກຣິດ) ວານ ເວນ(ບາລີ) ເເວ່ນ ເວີນ ເເວວ ຯລຯ

  25. ຫ່າ(ຫູງ#ຮ່າຝົນ) ຫິມະ ຫີ ຫູ ເເຫ ຫໍ ຫໍ່(ເກືອ#ຮັກຮໍ່) ຫໍ້ ຫົວ ເຫື່ອ ໄຫ ເຫົາ ຫໍາ ຫູກ ໂຫກ(ເຈັບຫມາກໂຫກ) ຫອກ ເຫືອກ(ຫລື ເຫງືອກ) ຫາງ ຫ້າງ ຫີ້ງ ເເຫ່ງ ຫົງ ຫ້ອງ ຫຽງ(ຄໍຫຽງ) ຫອຍ ຫວຍ ຫ້ວຍ ຫາດ ຫິດ ຫືດ ເຫັດ ເຫດ(ບາລີ) ຫວດ ຫີນ ຫຸນ ຫຸ່ນ ຫຸ້ນ ຫົນ(ຫົນທາງ ຫົນໃຕ້ ຫົນເຫນືອ) ໂຫນ(ຫມໍໂຫນ - ບາລີ) ຫອນ ຫາບ ຫີບ ຫູບ ເຫັບ ໂຫບ ຫອບ ເຫີບ ຫົມ(ຜັກ) ຫາວ(ກາງຫາວ) ເຫວ ເເຫ້ວ ເຫງົ້າ ເຫງືອກ ຫຍ້າ ເຫຍື່ອ ຫນ້າ ຫນີ້ ຫນູ ເເຫນ ຫນໍ່ ຫນອກ ຫນັງ ຫນັງສື ຫນຽງ ເເຫນງ ຫນອງ ຫນ້ອງ ຫນ່ວຍ ຫນວດ ຫນານ ຫມາ ຫມີ ຫມີ່ ຫມື້ ຫມູ່ ຫມໍ ຫມໍ້ ໂຫມະ(ຕົກ) ໄຫມ ຫມໍ້າ ຫມາກ ຫມົກ ຫມອກ ຫມວກ ຫມົ້ງ ຫມັ້ອງ ເຫມືອງ ຫມາຍເຫດ ຫມ້າຍ ຫມອຍ ເຫມືອຍ(ເມີຍ) ຫມັດ ຫມວດ ຫມື່ນ ເຫມັ້ນ ຫມອນ ຫຣຽນ ຫລາ ຫລ້າ ໂຫລ ເຫລົ່າ(ເຮັດ#ໃຮ່) ເຫລົ້າ ຫລັກ ເຫລັກ ຫລັງ ເເຫລ່ງ ເເຫລ້ງ ຫລອດ ຫລານ ເຫລັນ ຫລ້ອນ ຫລາບ ຫລຸມ ເເຫລມ(ທອງ ອິນດູຈີນ) ຫລ່ຽມ ຫລື້ມ ຫລາວ ເເຫລວ ຫລົວ ຫລົ້ວ ຫວ້າ(ຫມາກ) ຫວີ ໂຫວ້ ຫວາຍ ຫວ້ານ ເເຫວນ ຯລຯ

  26. ອາ ເເອ ໂອ ເອາະ ເອັຽະ ອົກ ໂອກ(ຂາໂອກ ຂາໂອ໊ກ) ເອິກ ເອງ ເເອບ(ເເອບປາ = ກັບປາ) ອາວ ເເອວ ຯລຯ

  27. ຮະ(ຫມາກຮະ) ຮ່າ ຮີ ຮູ ໄຮ ໄຮ່ ໄຮ້ ໃຮ່ ເຮົາ ຮໍາ ຮາກ ຮັງ ຮາງ ຮ່າງ ເເຮງ ໂຮງ ຮຽງ ຮວງ ຮ່ວງ ຮ້ວງ(ຊື່ມື້ ເເລະ ຊື່ປີ) ເຮືອງ ຮອຍ ຮ້ອຍກອງ ຮ້ອຍເເກ້ວ ຮ້ອຍຕຣີ ຮ້ອຍໂທ ຮີດ ເເຮດ ເຮືອດ ຮ້ານ ຮີ້ນ ຮຸ້ນ ເຮືອນ ເຮື້ອນ(ຂີ້) ຮູບ ຮອບ ຮາມ ຮິມ ເເຮມ ຮົ່ມ ຮາວ ເເຮ້ວ ຮຽວ ຮວາຍ(ໄຂ່) ຮວາດ ຯລຯ




ອະຣູປນາມ[ອະ-ຣູ-ປະ-ນາມ] ຄື ຄໍາ(ເວົ້າ) ທີ່ ເປັນ ຊື່ ຂອງ ສິ່ງ ທີ່ ບໍ່ ເຫັນ ດ້ວຍ ຕາເປົ່າ ດັ່ງ ຕົວຢ່າງ ຂ້າງລຸ່ມ ນີ້

  1. ກ ກິ່ນ ຯລຯ
  2. ຂ ຯລຯ
  3. ຄ ຄວາມຕາຍ(ເເຂນ ຄໍ...) ຄວາມເປັນ ຄວາມເຢັນ ຄວາມຫນາວ ຄວາມຮ້ອນ ຯລຯ
  4. ງ ຯລຯ
  5. ຈ ຈິດ ເຈຕສິກ ຯລຯ
  6. ສ ສຽງ ສັງຂານ ສັນຍາ ສັບເພທັມມາ ຯລຯ
  7. ຊ ຯລຯ
  8. ຍ ຍົມພິບານ ຯລຯ
  9. ດ ຯລຯ
  10. ຕ ຯລຯ
  11. ຖ ຯລຯ
  12. ທ ເທວະດາ ຯລຯ
  13. ນ ຯລຯ
  14. ບ ຯລຯ
  15. ປ ຯລຯ
  16. ຜ ຜີ ຯລຯ
  17. ຝ ຯລຯ
  18. ພ ພຍາດ ພຣະເຈົ້າ ພຣະພົມ ພຣະອິນ ຯລຯ
  19. ຟ ຯລຯ
  20. ມ ຯລຯ
  21. ຢ ຯລຯ
  22. ຣ ຣົດ(ຊາດ) ຣົດນິຍົມ ຯລຯ
  23. ລ ເລ້ກົນ ??? ເລ້ຫລ່ຽມ ??? ລົມ ຯລຯ
  24. ວ ເວທນາ ວິນຍານ ຯລຯ
  25. ຫ ຯລຯ
  26. ອ ອາກາດ ອາຣົມ ອິນທະ ຯລຯ
  27. ຮ ຯລຯ


ບັນທຶກ /Notes

[1]

Concise Pali-English dictionary – A.P. Buddhadatta Mahāthera – Motilal Banarsidass Publishers – Private limited – Delhi – 1989 – ISBN : 81-208-0604-2 & 81-208-0605-0

[2]

ເມື່ອ ຄສ. ໒໐໐໘ ຂ້າພະເຈົ້າ ໄດ້ຂຽນ algorithme ສໍາລັບ ການຈັດ ລໍາດັບ ຄໍາເວົ້າ ລາວ ໃນ ວັຈນານຸກົມ ທັງ ໄດ້ປຽບທຽບ ກັບ ການຈັດ ລໍາດັບ ຂອງ ວັຈນານຸກົມ ຝຣັ່ງ ເເລະ ໄທຍ ຜົນສຸດທ້າຍ ເມື່ອ ເຮົາ ມາ ຄິດ ດີໆ ໃສ່ la logique de la langue ເຮົາ ຈຶ່ງ ສາມາດ ເຂົ້າໃຈ ວ່າ ເຮົາ ບໍ່ ຕ້ອງ ຊອກຫາ ໃຫ້ ມັນ ເຈັບ ຫົວ ລ້າໆ ເນື່ອງຈາກວ່າ
  • ພຍັນຊນະລໍາດັບ ກໍ ມີ ຢູ່ ເເລ້ວ
  • ສຣະລໍາດັບ ກໍ ມີ ຢູ່ ເເລ້ວ
  • ລໍາດັບ ຂອງ ເເມ່ທັງເເປດ ກໍ ມີ ຢູ່ ເເລ້ວ

ມີ ເເຕ່ ເຮັດ ຢ່າງໃດ ມັນ ຈຶ່ງ ຈະ ສອດຄ່ອງ ກັບ ການຮຽນ ພາສາ ລາວ ຊຶ່ງ ຄໍາ ສອດຄ່ອງ ໃນ ທີ່ນີ້ ຫມາຍເຖິງ ການຮຽນ ພຍັນຊນະ ໒໗ ຕົວ ນຶ່ງ ການຮຽນ ສຣະ ໒໘ ຕົວ ປາສຈາກ ການເເຍກ ເປັນ ອັກຂຣະ ຕົວໃຜຕົວມັນ ນຶ່ງ ເເລະ ການຮຽນ ເເມ່ທັງເເປດ ປາສຈາກ ການເເຍກ ໄມ້ ຕ່າງໆ ຂອງ ເເມ່ທັງເເປດ ເປັນ ອັກຂຣະ ຕົວໃຜຕົວມັນ ນຶ່ງ ເເລະ ເຣື່ອງ ຂອງ ມັນ ກໍ ຕົກ ໄປ ເອງ ສັນນັ້ນ

ອີງ ຕາມ ການຈັດ ເເບບ ນີ້ ເຮົາ ກໍ ມີ ພຽງເເຕ່ ຊອກ ຂຽນ algorithme ໃຫ້ ເຂົ້າ ກັບ ເເບບ ນີ້ ຫລື ໃຫ້ ມັນ ເດີນ ໄດ້ ເເບບ ນີ້ ກໍ ເເລ້ວ ເຣື່ອງ ເເຕ່ ຂ້າພະເຈົ້າ ບໍ່ ໄດ້ເວົ້າ ວ່າ ການຂຽນ algo ນັ້ນ ເປັນ ຂອງ ງ່າຍ

ສໍາລັບ ການຈັດ ລໍາດັບ ດ້ວຍ ຕົນເອງ ໃຫ້ ຖື ເປັນ ຂອງ ງ່າຍ ມີ ພຽງເເຕ່ ໃຫ້ ທ່ານ ເອົາ ຕາ ຕະຣາງ ຂອງ ສຣະ ພ້ອມດ້ວຍ ຕາ ຕະຣາງ ຂອງ ເເມ່ທັງເເປດ (ເບິ່ງ ຢູ່ ນີ້) ມາ ປະ ໄວ້ ຂ້າງຫນ້າ ກໍ ເເລ້ວ ກັນ ສ່ວນ ລໍາດັບ ຂອງ ພຍັນຊນະ ນັ້ນ ຂ້າພະເຈົ້າ ຖື ວ່າ ທ່ານ ຮູ້ຈັກ ຄັກເເນ່ ເເລ້ວ ຜິວ່າ ຍັງ ບໍ່ຮູ້ ກໍ ໃຫ້ ທ່ານ ຂຽນ ພຍັນຊນະ ໒໗ ຕົວ ປະ ໄວ້ ຢູ່ ຕໍ່ ຫນ້າ ຂອງ ທ່ານ ( ເບິ່ງ ຮູບ ຂ້າງລຸ່ມ ນີ້ )

ເເລະ ການຈັດ ພຍັນຊນະ ຕົ້ນພຍາງ ເດ ?
*** ໃຫ້ ທ່ານ ຈັດ ຕາມ ລໍາດັບ ຂອງ ມັນ ສ່ວນ ການຈັດ ພຍັນຊນະ ນໍາ ນັ້ນ ຄື ພຍັນຊນະ ຄວບ ພຍັນຊນະ ຈູງ ເເລະ ພຍັນຊນະ ປະສົມ ກໍ ໃຫ້ ຈັດ ຕາມ ພຍັນຊນະລໍາດັບ ດັ່ງນີ້

  • ກ ກຣ ກລ ກວ => ຂ ປະສົມ ກັບ ສຣະ ເເລະ ເເມ່ທັງເເປດ ຈົນ ຫມົດ ເເລ້ວ ຈຶ່ງ ໂງ ມາ ໃສ່ ຂຍ ຂນ ຂມ ຂຣ ຂລ ຂວ (ເອົາ ໄວ້ ທ້າຍ ຕົວຂໍ ເສັດ ເເລ້ວ ຈຶ່ງ ຕໍ່ ໄປ ໃສ່ ຕົວຄໍ)
  • ຄ ຄນ ຄຣ ຄວ => ງ => ຈ => ສ ສຍ ສນ ສມ ສຣ ສລ ສວ => ຊ ຊນ ຊວ ຯລຯ ດັ່ງດຽວກັນ ກັບ ກໍຣະນີ ຂ້າງເທິງ ນີ້
    • ຄະລໍາ ຄ່າ ຄີ ຄໍ ຄົວ ຄາງ ຄວຍ ຄ້ອຍ ເເຄນ ເເຄ້ນ ຄວນ ເຄື່ອນ ເຄື້ອນ ຄວາ ຄວ້າ ຄວາຍ ຄວັນ ເເຄວ້ນ ຯລຯ ເສັດ ເເລ້ວ ຈຶ່ງ ຕໍ່ ໄປ ໃສ່ ຕົວງໍ
  • ຯລຯ
  • ຫ ປະສົມ ກັບ ສຣະ ເເລະ ເເມ່ທັງເເປດ ຈົນ ຫມົດ ເເລ້ວ ຈຶ່ງ ໂງ ມາ ໃສ່ ຫງ ຫຍ ຫນ ຫມ ຫຣ ຫລ ຫວ (ຈັດ ໄວ້ ທ້າຍ ຕົວຫໍ ເສັດ ເເລ້ວ ຈຶ່ງ ໄປ ເລີ້ມ ຕົວອໍ)
  • ດັ່ງນີ້ ຕໍ່ໆ ໄປ

ເຖິງຢ່າງໃດ ກໍດີ ທ່ານ ຕ້ອງ ມີ ຕາ ຕະຣາງ ຂອງ ຈໍາພວກ ສຣະ ພ້ອມດ້ວຍ ເເມ່ທັງເເປດ ຢູ່ ໃນ ກໍາມື ຂອງ ທ່ານ ເພື່ອ ດໍາເນີນ ການຈັດ ລໍາດັບ ໃຫ້ ລຸລ່ວງ ໄປ ໂດຍ ດີ

ຣູປຕາ ໑໗

1 ສານ /Message

  • ນາມ --------- || Nom / Name ( in Lao ) ໒໔ ເດືອນ ສິງຫາ/août  ຄສ. 2012 22:53

    ສະບາຍດີ ທ່ານ ຄໍາເເພວ ພູເພັຊຣລິນທອງ

    ທ່ານວ່າໃຫ້ຕິຊົມ ກະບໍ່ຮູ້ຈັກຈະຕິເເນວໃດລະ ເພາະໂຕເອງກະບໍ່ມີຣະດັບເເນ່ ເເລະ ທ່ານເອງກໍຂຽນໄດ້ດີຫລາຍ ຈົນເວົ້າໄດ້ວ່າ ທ່ານທັງສາມນີ້ ເປັຽງິນມະຫາຈັນກັບມະຫາສີລາ ຄົງຈະສູ້ທ່ານຜູ້ດຽວບໍ່ໄດ້ດອກ ເພາະວ່າ ໂຕເອງກໍເຄີຍໄດ້ຮຽນນໍາທ່ານທັງສາມນີ້ມາກ່ອນເເລ້ວ ອາຍຸກໍກາຍເລກ 7 ເເລ້ວ ມີພຽງເເຕ່ຂໍສນັບສນູນທ່ານຢ່າງດຽວດ້ວຍໃຈຈິງ

    ກ່ອນຈະຂຽນໄດ້ສໍ່ານີ້ ກໍໃຊ້ເວລາເເຕ່ເຊົ້າຈົນຄໍ່າຈົນເດິກຈຶ່ງຂຽນຖືກ ເເລະ ຂໍຕິດຕາມການຂຽນຂອງທ່ານ ຕໍ່ໄປ ພ້ອມທັງ ຈະປ່າວເຕືອນພວກຫນຸ່ມນ້ອຍ ໃຫ້ຮູ້ຈັກການຂຽນຂອງທ່ານ

    ມີຄວາມພາກພູມໃຈຫລາຍທີ່ສຸດໃນຕົວຂອງທ່ານ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0