ພາສາ ລາວ - La langue lao ບົນ ລາວເເພນ

ຄໍາກິດົກ

ວັນສຸກ ທີ ໑໓ ເດືອນ ກໍຣະກະດາ/ກໍຣະກົດ/juillet  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ

  • “ກິດົກ” ມາ ຈາກ ເຄົ້າ ບາລີ ກິຕະກະ[Kitaka] ຊຶ່ງ ຫມາຍເຖິງ ຄໍາປະສົມ ຊນິດ ນຶ່ງ ທີ່ ໃຊ້ ເຫງົ້າ ຂອງ ກິຣິຍາ ເພື່ອ ດັດເເປງ ໃຫ້ ເປັນ ຄໍາໃຫມ່ || ຝຣັ່ງ/ອັງກິດ. Dérivés verbaux / Verbal derivatives

  • “ນິບາດ” ມາ ຈາກ ເຄົ້າ ບາລີ ນິປາຕະ[Nipāta] ຊຶ່ງ ຫມາຍເຖິງ ເຫງົ້າ ຂອງ ກິຣິຍາ ທີ່ ພາສາ ຝຣັ່ງ ຮຽກ Abverbe ເເລະ ທີ່ ພາສາ ອັງກິດ ຮຽກ Adverb ( ເເລະ ທີ່ ເພິ່ນ ຮຽກ ກິຣິຍາວິເສດ ໃນ ໄວຍາກອນ ລາວ )
    ນິບາດ ໃນ ໄວຍາກອນ ບາລີ ຫມາຍເຖິງ ຄໍາ ທີ່ ຜັນເເປ ບໍ່ ໄດ້ ເເລະ ສາມາດ ໃຊ້ ເພື່ອ ປະກອບ ຫນ້າຄໍາ ເເລະ ທ້າຍຄໍາ ຂອງ ຄໍາໃດ ຄໍານຶ່ງ || In gram. Term for adverbs, conjunctions & interjections in English “grammar”

  • ປັດໄຈ ມີ ເຄົ້າ ມາ ຈາກ ພາສາ ບາລີ ປັຈຈະຍະ[Paccaya] ທີ່ ເເປວ່າ ຕິດກັບ ເເລະ ທີ່ ຂ້າພະເຈົ້າ ບໍ່ ຮູ້ ວ່າ ເປັນ ຄໍາດຽວ ກັບ ປັດໄຈ ໃນ ສັດທາ ຂອງ ຄົນ ນັ້ນ ຫລືບໍ່ ( ປັຈຈະຍະ ===> ປັຈຈຍ = ປັດຈັຍ = ປັດໄຈ )
    ຕາມ ຄວາມຄິດ ສ່ວນຕົວ ເເລ້ວ ເຮົາ ຄວນ ໃຊ້ ພຽງ ຄໍາດຽວ ທີ່ ຊີ້ ບອກ ຫນ້າທີ່ ດຽວ ຊຶ່ງ ຄົນຝຣັ່ງ ຮຽກ Suffixe ເນື່ອງຈາກວ່າ ມັນ ຖືກ ໃຊ້ ໃນ ທາງ ອື່ນ ຢູ່ ເເລ້ວ ອີກປະການນຶ່ງ ຄໍາ ທີ່ ຄົນຝຣັ່ງ ຮຽກ Suffixe ນີ້ ກໍ ຖືກ ຄົນລາວ ພາກັນ ຮຽກ ເຖິງ ສອງ ຢ່າງ ຄື ຄໍາປັດໄຈ ນຶ່ງ ເເລະ ຄໍາ ວິພັດ ນຶ່ງ

  • ວິພັດ ກໍ ເປັນ ຄໍານຶ່ງ ອີກ ທີ່ ຄົນລາວ ໃຊ້ ເປັນ ຄໍາ ທີ່ ຝຣັ່ງ ຮຽກ Suffixe ຊຶ່ງ ຄໍາວິພັດ ມາ ຈາກ ເຄົ້າ ບາລີ ວິພັຕຕິ[Vibhatti] ເເລະ ທີ່ ເເປວ່າ ຫມວດ ກອງ ( division ) ເເລະ ທີ່ ເເປວ່າ ຄວາມຕ່າງ ( distinction )
    ຄົນໄທຍ ເເປ ຄໍາຝຣັ່ງ Suffixe ເປັນ ວິພັຕຕິ[Vibhatti] ຄື ຄໍາວິພັດ ນັ້ນເອງ

ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງສັ້ນ ເເລະ ສຽງ ສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ຂອງ ຄໍານີ້ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
  • “ກິ” ມີ ສຽງສັ້ນ ເເລະ ສຽງຫອງ ຊຶ່ງ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຈົບ ຢູ່ ສຽງສູງ
  • “ດົກ” ມີ ສຽງສັ້ນ ເເລະ ສຽງຫອງ ຊຶ່ງ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຈົບ ຢູ່ ສຽງສູງ
  • “ກິດົກ” ມີ ສຽງສັ້ນ ເເລະ ສຽງຫອງ ທັງ ສອງ ພຍາງ ຊຶ່ງ ສຽງຫອງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງ ຕໍ່າສຸດ ເເລະ ເຈີດ ຂຶ້ນ ໄປ ຈົບ ຢູ່ ສຽງ ສູງສຸດ ( ອີງ ຕາມ ຄື້ນສຽງ ຂອງ ຄໍາເວົ້າ ໃນ ພາສາ ລາວ )

ລວງຍາວ ຂອງ ສຽງສັ້ນ ເເລະ ສຽງຍາວ ມີ ສໍ່າກັນ ເເຕ່ ເພິ່ນ ຈະ ອ່ານ ຄໍາ ທີ່ ມີ ສຽງສັ້ນ ໄວ ກວ່າ ຄໍາ ທີ່ ມີ ສຽງຍາວ

ຄວາມຫມາຍ || Définition / Definition
ຫມາຍເຖິງ ຄໍາປະສົມ ຊນິດ ນຶ່ງ ທີ່ ເພິ່ນ ເອົາ ກິຣິຍາ ມາ ດັດເເປງ ເພື່ອ ເເຕ່ງ ເປັນ ຄໍາໃຫມ່ ໂດຍ ຄັດເອົາ ວິພັດ ຫລື ປັດໄຈ ມາ ປະກອບ ເຂົ້າ ໃສ່ ທ້າຍ ຂອງ ກິຣິຍາ || ຝຣັ່ງ/ອັງກິດ. Dérivés verbaux / Verbal derivatives

ຣູປຕາ ໑ - ຫລັກ ກິດົກ ໃນ ພາສາ ບາລີ

ຕົວຢ່າງ ໑ - ລັກສນະ ຂອງ ກິດົກ ບາລີ
ຫມາຍເຖິງ ຄໍາປະສົມ ຊນິດນຶ່ງ ອີກ ທີ່ ເພິ່ນ ໄດ້ເເຕ່ງ ຂຶ້ນ ດ້ວຍ ການຕື່ມ ວິພັດ ຫລື ປັດໄຈ ໃສ່ ທ້າຍ ຂອງ ກິຣິຍາ

ຄໍາວິພັດ ຫລື ຄໍາປັດໄຈ ກໍ ມີ ຢູ່ດ້ວຍກັນ ຫລາຍໆ ຄໍາ ເເຕ່ ໃນ ທີ່ນີ້ ມັນ ເປັນ ພຽງ ຕົວຢ່າງ ດັ່ງນີ້ [1]

  1. “ອະ[A]” ທີ່ ຫມາຍເຖິງ ຜູ້ຄົນ || Agent ທີ່ ກໍາກັບ ຫນ້າທີ່ ເເນວໃດ ເເນວນຶ່ງ ຫລື ເຄື່ອງມື ຕ່າງໆ
    • ພູ[Bhū] + ອະ = ພະວະ[bhava] ( ພວ ==> ພພ ==> ພົພ ==> ພົບ ( ພິພົບ ) = ການເປັນ ການກາຍເປັນ “ການເກີດ ເປັນ ເເນວນັ້ນເເນວນີ້” ( ເບິ່ງ “ກັບ” ) [2] ເເລະ ພູ[Bhū] ຫມາຍເຖິງ ບ່ອນ ທີ່ ກັບ ມາ ເກີດ ໃຫມ່ ໃນ ເເຫ່ງໃດ ເເຫ່ງນຶ່ງ ທີ່ ມີ ຊີວິດ ຫລື ບ່ອນ ທີ່ ໃຊ້ ຊີວິດ || Becoming, existence, process of becoming, state of existence. Bhū, to be, lit., means a place where beings exist )
    • ທຸສະ[Dusa] + ອະ = ໂທສະ[Dosa] ( ໂທສ ===> ໂທດ ຊຶ່ງ ເເປ ຕາມໂຕ ວ່າ ຄວາມເຄືອງໃຈ ຄວາມໂຮດ ຄວາມເເຄ້ນ )
    • ຊິ[Ji] + ອະ = ຊະຍະ[Jaya] ( ຊຍ ===> ຊັຍ ===> ໄຊ = ເເພ້ || Victoire / Victory )
    • ລຸພະ[Lubha] + ອະ = ໂລພະ[Lobha] ( ໂລພ ===> ໂລບ ຄວາມໂລບ ຄວາມຫລົງຕົວ )
    • ປະຕະ[Pata] + ອະ = ປາຕະ[Pāta] ( ປະນະ[Pana] + ອິຕິ[iti] = ປານະ[Pāna] ===> ປານາຕິປາຕາເວຣະມະນີ )
    • ປະທະ[Pada] + ອະ = ປາທະ[Pāda] ( ປາທ ===> ບາທ ===> ບາດ )
    • ຣຸຊະ[Ruja] + ອະ = ໂຣຄະ[Roga] ( ໂຣຄ ===> ໂຣກ )

  2. “ອະ[A]” ທີ່ ສາມາດ ເເຜງ ອັກຂຣະ ໄດ້
    • ພະລັງ[Balaŋ] + ທາ[Dhā] + ອະ = ພະລະທະ[Balada] ( ພລທະ = ພົລທະ [ພົນ-ລະ-ທະ] ===> ຜູ້ໃຫ້ກໍາລັງ ດັ່ງດຽວ ກັບ ພົລເມືອງ ຄື ເມືອງ ຫລື ປະເທດ ທີ່ ມີ ກໍາລັງ ຫມາຍຄວາມວ່າ ທີ່ ມີ ຈໍານວນ ປະຊາຊົນ “ທີ່ ເປັນ ຄົນລາວ ເເທ້” ພຽງພໍ ກັບ ຄວາມຕ້ອງການ ນັ້ນເອງ ເພາະ ວ່າ ຄັນ ປະເທດໃດ ຫລື ເມືອງໃດ ຂາດ ປະຊາຊົນ ເເລ້ວ ເຈັກເເກວ ມັນ ກໍ ຍຶດ ເອົາ ຢ່າງ ສະບາຍໆ )

    • ທັມມັງ[Dhammaŋ] + ທະຣະ[Dhara] + ອະ= ທັມມະທະຣະ[Dhammadhara] ( ທັມມະທຣ = ທັມມະທອນ [ທໍາ-ມະ-ທອນ] ===> ຄາຖານຶ່ງ ຫລື ຄໍາສອນ ຂໍ້ນຶ່ງ ເເຫ່ງ ທັມມະ )
    • ທິນັງ[Dinaŋ] + ກະຣະ[Kara] + ອະ = ທິນະກະຣະ[Dinakara] ( ທິນກຣ ===> ທິນກອນ[ທິນ-ນະ-ກອນ] ດັ່ງ ປະຕິ + ທິນະ = ປະຕິທິນ )
    • ກຸມພັງ[Kumbhaŋ] + ກະຣະ[Kara] + ອະ = [Kumbhakāra] ( ===> ຊ່າງປັ້ນໄຫ ຊ່າງປັ້ນຫມໍ້ || Potier / Potter )

  3. “ອະ[A]” ໂຕນີ້ ຂັດທ້າຍ ສາມາດ ເຮັດ ໃຫ້ ພຍາງ ປ່ຽນ ໄດ້ ຫລື ທີ່ ສາມາດ ເເຜງ ພຍາງ ໄດ້ ດັ່ງນີ້
    • ປາເທນະ[Pādena] + ປາ[Pā] + ອະ = ປາທະປະ[Pādapa] ( ບາທປ ===> ບາດທັບ = ດື່ມ ກັບ ຕີນ || Drinking with foot / Boire à pied )
    • ພຸເຊນະ[Bhujena] + ຄະມຸ[Gamu] + ອະ = ພຸຊະຄະ[Bhujaga] ( ພຸຊະຄະ ===> ງັອກເເງັກ ໄປເເບບງູ )
    • ກັມມະໂຕ[Kammato] + ຊະນະ[Jana] + ອະ = ກັມມະຊະ[Kammaja] ( ກັມມຊ ===> ກັມມັຊ- = ເກີດ ກັມ || Action-born / Action-né ? )
    • ວະນະ[Vane] + ຈະຣະ[Cara] + ອະ = ວະນະຈະຣະ[Vanacara] ( ວັນຈຣ ===> ວັນ-ນະ-ຈອນ = ເດີນ ໃນ ປ່າ || Forest-wanderer / Forêt-voyageur ?? “ຫິມພານ” ກໍ ມາ ຈາກ ຄໍານີ້ ເຫມືອນກັນ )
    • ວາຣິມຫິ[Vārimhi] + ຊະນະ[Jana] + ອະ = ວາຣິຊະ[Vārija] ( ວາຣິຊ / ພາຣິຊ ===> ວາຣິດ / ພາຣິດ ??? = ເກີດ ໃນ ນໍ້າ || Water-born, aquatic )

  4. “ອະກະ[Aka]” ເເລະ “ຕຸ[Tu]” ຊຶ່ງ “ຕຸ” ຫມາຍຄວາມວ່າ ເຈົ້າຂອງເອງ ເປັນ ຜູ້ ເຮັດເອງ ເເລະ ກໍ ບໍ່ ເເມ່ນ ເປັນ ຜູ້ສະເເດງ ( ຜູ້ອື່ນ ເປັນ ຄົນຂຽນ ເເລະ ມີ ຜູ້ໃຫມ່ ເອົາ ການຂຽນ ດັ່ງກ່າວ ມາ ສະເເດງ ເປັນ ລະຄອນ ຮຽກ ສະເເດງ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ບໍ່ ເເມ່ນ ຂອງເເທ້ )
    • ທາ[Dā] + ອະກະ = ທາຍະກະ[Dāyaka] ( ທາຍກ===> ທາຍົກ = ຜູ້ໃຫ້ ຜູ້ຄໍ້າຊູ ຜູ້ສນັບສບູບ ຜູ້ນັບຖື )
    • [Ni] + ອະກະ = ນາຍະກະ[Nāyaka] ( ນາຍກ ===> ນາຍຍົກ ຊຶ່ງ ນາຍະ[Nāya] ກໍ ເເຜງ ເປັນ ຄໍາລາວ ນາຍ )
    • [Sa] + ອະກະ = ສາວະກະ[Sāvaka] ( ສາວກ ===> ສາວົກ )
    • ພຸຊິ[Bhuji] + ອະນະ = ໂພຊະກະ[Bhojaka] ( ===> ຜູ້ກິນ || Mangeur / Eater )
    • ຄະມຸ[Gamu] + ອະນະ = ຄະມະກະ[Gamaka] ( ===> ຜູ້ເດີນໄປ || Goer )
    • ຊະນະ[Jana] + ອະນະ = ຊະນະ[Janaka] ( ===> ຜູ້ຜລິດ || Producteur / Producer)
    • ກະຣະ[Kara] + ອະນະ = ກາຣະກະ[Kāraka] ( ກາຣກ ===> ກາຣົກ ຜູ້ສະເເດງ || Acteur(-trice) / Actor )
    • [Su] + ຕຸ = ໂສຕຸ[Sotu] ( ຜູ້ຟັງ )
    • [Kara] + ຕຸ = ກັຕຕຸ[Kattu] ( ຜູ້ໄດ້ລົງມື ໂຕການ = Auteur )
    • [Vācā] + ຕຸ = ວັຕຕຸ[Vattu] ( ຜູ້ເວົ້າ ໂຄສົກ ===> ວາຈົກ ຊຶ່ງ ມາ ຈາກ ວາຈາ+ກະ )

  5. “ອະນະ[Ana]” ເເລະ “ຕິ[Ti]” ປະກອບ ກັບ ຄໍາທາຕຸ ສາມາດ ເເຜງ ອັກຂຣະ ໄດ້ ເເລະ ຕິ ຂັດທ້າຍ ສາມາດ ເຮັດ ໃຫ້ ທາຕຸ ປ່ຽນ ເປັນ ຕົວຕໍ ໄດ້
    • ທາ[Dā] + ອະນະ = ທານະ[Dāna] ( ທານ ===> ເເຈກ ລ້າ )
    • ນີ[Nī] + ອະນະ = ນະຍະນະ[Nayana] ( ນາຍ ===> ນໍາພາ || Leading )
    • ສຸ[Su] + ອະນະ = ສະວະນະ[Savana] ( ===> )
    • ຄະມຸ[Gamu] + ອະນະ = ຄະມະນະ[Gamana] ( ຄົມນາ ===> ເດີນ || Going )
    • ກະຣະ[Kara] + ອະນະ = ກະຣະນະ[Karaṇa] ( ກຣນ ===> ການ / ກອນ || Doing )
    • ມະຣະ[Mara] + ອະນະ = ມະຣະນະນະ[Maraṇana] ( ມໍຣະນະ ===> ຕາຍ ການຕາຍ || Dying, death )

    • ຄະມຸ[Gamu] + ຕິ = ຄະຕິ[Gati] ( ===> ຄະຕິ || Gait, condition of birth )
    • ສະຣະ[Sara] + ຕິ = ສະຕິ[Sati] ( ===> [Sara] = to remember )
    • ສຸ[Su] + ຕິ = ສຸຕິ[Suti] ( ສຸຕິ ===> || Hearing )
    • ຖາ[Thā] + ຕິ = ຖິຕິ[Ṭhiti] ( ===> ຖິຕິ || State )

  6. “ອະນີຍະ[Anīya]” ເເລະ “ຍະ[Ya]” ມັນ ຈະ ເເປ ໄປ ໃນ ທໍານອງ ພໍດີ ເຫມາະສົມ ຫນ້າ+ກິຣິຍາ ພໍ ສົມຄວນ
    • ປູຊາ[Pūja] + ອະນີຍະ = ປູຊານີຍະ[Pūjanīya] ( ບູຊານີຍະ ===> ບູຊານີ || Worthy to offering )

      ສ່ວນ “ຍະ” ມັກ ຈະ ກາຍ ເປັນ ເອຍຍະ[ໄອ-ຍະ] ຫລື ອັຍ ດັ່ງນີ້
    • ທາ[Dā] + ອະນີຍະ = ເທຍຍະ[Deyya] ( ໄທຍະ ===> ໄທຍ = ທັຍ = ໄທ = ພໍ ທີ່ ຈະ ເອົາ ໃຫ້ ໄດ້ ( ພໍ ພຣະໄທ ) || fit to be given )

  7. “ອິ[I]” ເເລະ “ອະນະ[Ana]” ຕີ ຄວາມຫມາຍ ໄປ ໃນ ທໍານອງ “ພ້ອມ ທີ່ ຈະ” ຫລື “ເຄີຍ-” ( ຄວາມລຶ້ງເຄີຍ )
    • ປາປະ ກະຣະ[Pāpa kara] + ອິ = [ປາປະກາຣີPāpakārī] ( ປາປກາຣີ ===> ບາບກາຣີ || Evil-doer, one who is disposed to evil )
    • ຄຸສະ[Ghusa] + ອະນະ = ໂຄສະນາ[Ghosana] ( ໂຄສະນາ || sounding, noisy )

  8. “ຕຸງ[Tuŋ]” ເເລະ “ກະມະ[Kama]” ປະກອບ ເຂົ້າກັນ ມັນ ຈະ ເເປ ໄປ ໃນ ທໍານອງ ທີ່ວ່າ ຢາກ ຫວັງ ໃຄ່
    • ຄັນຕຸງ[Gantuŋ] + ກາມະ[Kāma] = ຄັນຕຸກາມະ[Gantukāma] ( ຄັນຕຸກາມ = ໃຄ່ ໄປ || Desirous of going, wishing to go )
    • ກາຕຸງ[Kātuŋ] + ກາມະ[Kāma] = ກັຕຕຸກາມະ[Kattukāma] ( ກັດຕຸກາມ = ຢາກ ເຮັດ || Wishing to do )

ຕົວຢ່າງ ໒ - ລັກສນະ ຂອງ ກິດົກ ລາວ
ກິດົກ ທີ່ ເປັນ “ຄໍາມູນ” ກໍ ຕັ້ງ ຢູ່ ໃນ ລັກສນະ ດຽວ ກັບ ກີດົກ ບາລີ ຄື ໃຫ້ ເອົາ ກິຣິຍາ ເປັນ ຄໍາຫນ້າ ເເລະ ໃຫ້ ຄັດເອົາ ຄໍາໃດ ທີ່ ເປັນ ວິພັດ ຫລື ປັດໄຈ ມາ ຄັດໃສ່ ທ້າຍ ຂອງ ກິຣິຍາ ນັ້ນ ເເລະ ຄໍາປະສົມ ດັ່ງກ່າວ ກໍ ກາຍເປັນ ຄໍາກິດົກ ເເລະ ເປັນ ຄໍານຶ່ງ ຄໍາດຽວ ທີ່ ຈະ ຂຽນ ເເຍກກັນ ບໍ່ ໄດ້

ກິຣິຍາ ຫມາຍເຖິງ ສິ່ງ ທີ່

  • ເຮົາ ຄິດ
  • ເຮົາ ເຮັດ
  • ເຮົາ ສັ່ງການ ໃຫ້ ຄົນອື່ນ ເຮັດ
  • ເຮົາ ຖືກ ຄົນອື່ນ ຫລື ເເນວອື່ນ ບັງຄັບ ເຮົາ ເຮັດ

ດັ່ງ ຕົວຢ່າງ

  • ຂ້ອຍ ກິນ
  • ຂ້ອຍ ນອນ
  • ຂ້ອຍ ເເລ່ນ
  • ຂ້ອຍ ຕໍ່ສູ້ ກັບ ສັດຕຣູ
  • ຂ້ອຍ ປາບ ມານ ເພື່ອ ໃຫ້ ມັນ ອອກ ຈາກ ປະເທດ
  • ຂ້ອຍ ຊ່ອຍ ຄົນລາວ ດ້ວຍກັນ
  • ຂ້ອຍ ບໍ່ ປະຫັດປະຫານ ຄົນລາວ ດ້ວຍກັນ
  • ເເກວ ບັງຄັບ ພໍ່ຂ້ອຍ ໄປ ສູນສັມນາ
  • ພໍ່ຂ້ອຍ ຖືກ ຂ້າ ຢູ່ ສູນສັມນາ
  • ຯລຯ

ຊຶ່ງ ຄໍາສັບ ກິນ ນອນ ເເລ່ນ ຕໍ່ສູ້ ປາບ ຊ່ອຍ ປະຫັດປະຫານ ບັງຄັບ ຂ້າ ເປັນ ກິຣິຍາ ທັງນັ້ນ ສ່ວນ ຄໍາ ທີ່ ເປັນ ວິພັດ/ປັດໄຈ ນັ້ນ ເພິ່ນ ເອົາ ມາ ຊ້ອນ ໃສ່ ທ້າຍ ຂອງ ເຫລົ່າ ກິຣິຍາ ທັງຫລາຍ ນັ້ນເເລ

ຣູປຕາ ໒ - ຫລັກ ກິດົກ ພາຍໃນ ຄໍາລາວ

ຄໍາເວົ້າ ໃນ ພາສາ ລາວ ທີ່ ສາມາດ ເປັນ ວິພັດ ຫລື ປັດໄຈ ໄດ້ ມີ ດັ່ງນີ້

  1. “ການ” ເປັນ ວິພັດ ຫລື ປັດໄຈ ເເລະ ຍັງ ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກາຣະ ຫລື ກະຣະນະ ( ກາຣ ຫລື ກຣນ = ການ ) ເເລະ ບາງຄັ້ງ ກໍ ເເຜງ ຈາກ ເຄົ້າ ກາລະ ( ກາລ = ການ ທີ່ ຫມາຍເຖິງ ເວລາ )
    • ຈັດການ ===> ກິຣິຍາ ( ເພາະວ່າ “ຈັດ” ເປັນ ກິຣິຍາ ເເລະ “ການ” ເປັນ ວິພັດ/ປັດໄຈ )
    • ຈິນຕະນາການ ===> ນາມ ( ຈິ ຈິນຕະ ເປັນ ກິຣິຍາ ເເຕ່ວ່າ ຈິນຕະນາ ເປັນ ນາມ ສະນັ້ນ ຈິນຕະນາການ ບໍ່ ເປັນ ກິດົກ )
    • ສຶກສາທິການ ===> ນາມ ( “ສຶກສາ” ເປັນ ກິຣິຍາ ເເລະ “ການ” ເປັນ ວິພັດ/ປັດໄຈ )
    • ສັ່ງການ ===> ກິຣິຍາ ( “ສັ່ງ” ເປັນ ກິຣິຍາ ເເລະ “ການ” ເປັນ ວິພັດ/ປັດໄຈ )
    • ຊີ້ການ ===> ກິຣິຍາ
    • ຕ້ອງການ ===> ( ຄໍາລາວ + ຄໍາບາລີ “ກາຣະ” ທີ່ ຖືກ ເເຜງ ເປັນ ຄໍາລາວ “ການ” )
    • ບໍຣິການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາກິດົກ ) ເພາະ “ບໍຣິ” ມາ ຈາກ “ປະຣິ” ຊຶ່ງ ເປັນ ຄໍາ ອຸປສັກ
    • ບົ່ງການ ===> ກິຣິຍາ
    • ປະຈໍາການ ===> ກິຣິຍາ
    • ປະຕິການ ===> ນາມ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນ “ປະຕິ” ເປັນ ຄໍາອຸປສັກ
    • ປະສົບການ ===> ນາມ
    • ຜູ້ຈັດການ ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ຜູ້” ເປັນ ຄໍາອຸປສັກ
    • ຜູ້ປະສາດການ ( ຝຣັ່ງ. Recteur ) ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ )
    • ພັທນາການ ===> ນາມ
    • ວິວັທນາການ[ວິ-ວັດ-ທະ-ນາ-ການ] ===> ນາມ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນ “ວິ” ເປັນ ຄໍາອຸປສັກ
    • ອະດີຕການ[ອະ-ດີດ-ຕະ-ການ] ===> ນາມ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນ “ອະຕິ” ເປັນ ຄໍາ ອຸປສັກ
    • ອະນາຄົຕການ[ອະ-ນາ-ຄົດ-ຕະ-ການ] ===> ນາມ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນ “ອະນາ” ບໍ່ ເປັນ ກິຣິຍາ

    • ຯລຯ

ການໃຊ້ ຄໍາ ສອງ ຄໍາ ເເຕກຕ່າງ ກັນ ເພື່ອ ຊີ້ບອກ ເເນວນຶ່ງ ເເນວດຽວ ບໍ່ ເຫມາະສົມ ເເລະ ພາ ໃຫ້ ນັກຮຽນຮູ້ ເຂົ້າໃຈ ຍາກ ສະນັ້ນ ເຮົາ ບໍ່ ຄວນ ໃຊ້ “ປັດໄຈ” ອີກ ຕໍ່ໄປ ໃນ ໄວຍາກອນ ລາວ ເເຕ່ ໃຫ້ ໃຊ້ “ວິພັດ” ຍ້ອນວ່າ ເພິ່ນ ໃຊ້ “ປັດໄຈ” ໄປ ທາງ ອື່ນ ຢູ່ ເເລ້ວ ( ຣູປຕາ ໓ )

ຣູປຕາ ໓ - ( ຄວນ ໃຊ້ ຄໍານຶ່ງ ຄໍາດຽວ )

ສະນັ້ນ ນັບ ເເຕ່ນີ້ ຕໍ່ໄປ ພວກເຮົາ ມາ ເລີ້ມ ໃຊ້ “ວິພັດ” ຄໍາດຽວ ສ່ວນ “ປັດໄຈ” ໃຫ້ ພວກເຮົາ ປະ ມັນ ໄວ້ ໃຊ້ ເເນວອື່ນ ຄື ການໃຫ້ທານ ເປັນຕົ້ນ ມັນ ຈຶ່ງ ຈະ ບໍ່ ສັບສົນປັນເຈືອ ກັນ ອີກຕໍ່ໄປ ເເລະ ການປາກເວົ້າ ກໍ ຈະ ຊັດເເຈ້ງ ຂຶ້ນ ກວ່າເກົ່າ ( ຣູປຕາ ໔ )

ຣູປຕາ ໔ - ( ໃຊ້ “ວິພັດ” ເປັນ ຄໍາ ຂັດທ້າຍ )

  • “ໃຈ” ເປັນ ຄໍາມູນ ເເລະ ເປັນ ນາມ ເເລະ ການ ທີ່ ເຮົາ ເອົາ ຄໍານີ້ ໄປ ຈຸ ໃສ່ ທ້າຍ ຂອງ ຄໍາກິຣິຍາ ຫລື ເອົາ ໄປ ຂັດທ້າຍ ກິຣິຍາ ມັນ ຈຶ່ງ ເປັນ ຄໍາຕັດທິດ ໄດ້ ເເຕ່ວ່າ ຄໍາຕັດທິດ ທຸກໆ ຄໍາ ບໍ່ ສາມາດ ຈະ ຮັກສາ ຄວາມຫມາຍ ເດີມ ຂອງ ຄໍາຫນ້າ ໄວ້ ໄດ້ ຕລອດ ໄປ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

    1. ເກງໃຈ ກັບໃຈ ກຸ້ມໃຈ
      • “ກັ້ນໃຈ” ຄົງ ບໍ່ ເປັນ ຄໍາກິດົກ ເພາະວ່າ ເຮົາ ສາມາດ ເວົ້າ ກັ້ນຕົດ ກັ້ນຂີ້ ກັ້ນຍ່ຽວ ກັ້ນນໍ້າຕາ ກັ້ນໄຫ້ ກໍ ໄດ້ ເຫມືອນກັນ ເເຕ່ ບໍ່ ເເມ່ນ ໄຫ້ກັ້ນ ຫມາຍຄວາມວ່າ ໃນ ກໍຣະນີ ນີ້ ມັນ ເປັນ ຄໍາໃຜ ຄໍາມັນ ໄດ້ ( ມັນ ບໍ່ ເປັນ ຄໍານຶ່ງ ຄໍາດຽວ )
    2. ເຂັນໃຈ ຂົ່ມໃຈ
    3. ຄາໃຈ ຄັກໃຈ
      • “ຄຸງໃຈ” ຄໍານີ້ ຈະ ບໍ່ ເປັນ ຄໍາກິດົກ ເພາະວ່າ ຄຸງ ຫມາຍເຖິງ ວັດຖຸ ຫລື ພາກສ່ວນ ຂອງ ຮ່າງກາຍ ທີ່ ເປັນຕົນເປັນໂຕ ໄປ ຂັດກັນ ເມື່ອ ເພິ່ນ ໃຊ້ “ຄຸງ” ເພິ່ນ ປຽບ ຄື ມີ ເເນວໃດ ເເນວນຶ່ງ ທີ່ ສາມາດ ເຫັນ ດ້ວຍ ຕາເປົ່າ ໄປຄຸງ ໄປເເຍ່ ຫມາກຫົວໃຈ ຂອງ ເພິ່ນ ໃນ ຕອນນັ້ນ
      • “ເຄືອງໃຈ” ຈະ ບໍ່ ເປັນ ກິດົກ ເພາະ ເຮົາ ສາມາດ ເວົ້າ ເຄືອງ ກໍ ໄດ້ ປາສຈາກ “ໃຈ” ຄັດທ້າຍ ເເລະ “ເຄືອງ” ຫມາຍເຖິງ ເຄືອງໃຈ ຕາຍໂຕ ເພິ່ນ ເວົ້າ ເຄືອງໃຈ ກໍ ເພື່ອ ຢາກ ໃຫ້ ເຮົາ ເຂົ້າໃຈ ງ່າຍ ເພິ່ນ ກໍ ເລີຍ ຕື່ມ “ໃຈ” ໃສ່ ທ້າຍ ຄໍາ

    4. ຈັບໃຈ ເຈັບໃຈ
    5. ເສັຽໃຈ ເສົ້າໃຈ ສັງຫອນໃຈ ສົນໃຈ ສຽບໃຈ ສົມໃຈ
    6. ຊໍ້າໃຈ ຊອບໃຈ
    7. ຍາກໃຈ
    8. ຕັ້ງໃຈ ຕ້ອງໃຈ
    9. ຖືກໃຈ
    10. ບາດໃຈ
    11. ປົງໃຈ ປຶ້ມໃຈ
    12. ຜານໃຈ
    13. ພູມໃຈ
    14. ຟື້ນໃຈ
    15. ຣະງັບໃຈ
    16. ລອງໃຈ
    17. ໄວ້ໃຈ ວາງໃຈ
    18. ອຶດອັດໃຈ

    19. ຯລຯ


  • “ກັມ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ກັມມະ ທີ່ ເເປວ່າ ການເຮັດ ການກະທໍາ
    • ຢູ່ກັມ[ຢູ່-ກໍາ]
    • ອອກກັມ[ອອກ-ກໍາ]
    • ມີກັມ[ມີ-ກໍາ]
      • ( ຄໍາ ເຫລົ່ານີ້ ຄົງ ບໍ່ ເປັນ ກິດົກ ໄດ້ ເຮົາ ຕ້ອງ ສຶກສາ ໃຫ້ ດີ ເເລະ ຜິວ່າ “ກັມ” ສາມາດ ຂັດທ້າຍ ກິຣິຍາ ໄດ້ ມັນ ຕ້ອງ ມີ ກິດົກ ຫລາຍ ຄໍາ ກວ່າ ນີ້ ອີກ ສລຸບ ເເລ້ວ ກິຣິຍາ ທີ່ ປະກອບ ດ້ວຍ ວິພັດ “ກັມ” ບໍ່ ມີ ຊຶ່ງ ຫມາຍຄວາມວ່າ ບໍ່ ມີ ກິດົກ ຂັດທ້າຍ ດ້ວຍ ວິພັດ “ກັມ” ນັ້ນເອງ )


  • “ບານ” ມີ ເຄົ້າ ມາ ຈາກ ພາສາ ບາລີ ປາລະ ຊຶ່ງ ເເຜງ ມາ ເປນ ຄໍາລາວ ບາລ ເເລະ ບານ ຍ້ອນ ເພິ່ນ ຂຽນ ຕົວປໍ ( ◌ປ◌ ) ບາລີ ເປັນ ຕົວບໍ ( ◌ບ◌ ) ໃນ ພາສາ ລາວ
    • ອະນຸບານສຶກສາ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນວ່າ “ອະນຸ” ບໍ່ ເປັນ ກິຣິຍາ ນຶ່ງ ເເລະ ມັນ ເປັນ ອຸປສັກ ອີກ ນຶ່ງ
    • ສາຣະບານ ( ບໍ່ ເເມ່ນ ຄໍາກິດົກ )
    • ປະຈັນບານ
      • ຖ້າ ມີ ເເຕ່ “ປະຈັນບານ” ຄໍາດຽວ ຫມາຍຄວາມວ່າ “ບານ” ບໍ່ ສາມາດ ຈະ ເປັນ ວິພັດ ໄດ້ ສໍາລັບ ຕັດທິດ ເເລະ “ປະຈັນບານ” ຈະ ຕົກ ຢູ່ ໃນ ກໍຣະນີ ຂອງ ຄໍາປະສົມ ນັ້ນເເລ
    • ອະນຸບານ ( ບໍ່ ເເມ່ນ ຄໍາກິດົກ )
    • ໂຮງພຍາບານ ( ບໍ່ ເເມ່ນ ຄໍາກິດົກ ) ຍ້ອນ “ໂຮງ” ເປັນ ຄໍາອຸປສັກ
    • ມັນ ບໍ່ ມີ ກິດົກ ຂັດທ້າຍ ດ້ວຍ ວິພັດ “ບານ” ຊຶ່ງ ຫມາຍຄວາມວ່າ ປະຈັນບານ ເປັນ ຄໍາປະສົມ ສາມັນ ນັ້ນເອງ


  • “ພາບ” ເເຜງ ມາ ຈາກ ເຄົ້າ ບາລີ ພາວະ
    • ສາຣະພາບ ( ບໍ່ ເເມ່ນ ຄໍາກິດົກ ) ຖ້າ ມີ ເເຕ່ ສາຣະພາບ ຄໍາດຽວ “ພາບ” ບໍ່ ສາມາດ ຈະ ເປັນ ວິພັດ ໄດ້ ຫມາຍຄວາມວ່າ “ສາຣະພາບ” ເປັນ ຄໍາປະສົມ
    • ມໍຣະນະພາບ ( ມະຣະ ທີ່ ເເຜງ ເປັນ ມໍຣະ ໃນ ພາສາ ລາວ ເປັນ ກິຣິຍາ ເເຕວ່າ ມໍຣະນະ ເປັນ ນາມ ຜິວ່າ ເຮົາ ອີງເອົາ ຕາມ ພາສາ ບາລີ ມັນ ຈະ ບໍ່ ມີ ກິດົກ ປະເພດ ນີ້ ເເລະ ຜິວ່າ ມີ ກິດົກ ປະເພດ ນີ້ ໃນ ພາສາ ລາວ ມັນ ຕ້ອງ ມີ ກິດົກ ຫລາຍ ຄໍາ ກວ່າ ນີ້ )
    • ກິດົກ ຂັດທ້າຍ ດ້ວຍ “ພາບ” ຄົງ ບໍ່ ມີ ໃນ ພາສາ ລາວ


  • “ຣາດ” ເເຜງ ມາ ຈາກ ເຄົ້າ ບາລີ ຣາຊະ ເເລະ ກາຍມາ ເປັນ ຄໍາລາວ ຣາດ
    • ອຸປຣາດ ( ອຸປຮາດ ຫມາຍເຖິງ ຜູ້ຣອງ ເຈົ້າເມືອງ ເເຕ່ວ່າ ອຸປຣາດ ປຽບ ເຫມືອນ ເຈົ້າຊີວິດ ຜູ້ ທີສອງ ກໍ ວ່າ ໄດ້ ) ( ບໍ່ ເເມ່ນ ຄໍາກິດົກ )
    • ຣາຊາທິຣາດ ( ຣາຊະ + ອະທິ + ຣາຊະ = ຣາຊາທິ + ຣາຊະ ) ( ບໍ່ ເເມ່ນ ຄໍາກິດົກ )
      • ດັ່ງດຽວ ກັບ ກໍຣະນີ ຂ້າງເທິງ ນີ້ “ຣາດ” ບໍ່ ສາມາດ ຈະ ເປັນ ວິພັດ ໄດ້
    • ກິດົກ ຂັດທ້າຍ ດ້ວຍ “ຣາດ” ຄົງ ບໍ່ ມີ ໃນ ພາສາ ລາວ


  • “ຍັງ ມີ ວິພັດ ຄໍາອື່ນ ອີກ ຢູ່ ບໍ ທີ່ ສາມາດ ຂັດທ້າຍ ກິຣິຍາ ໄດ້ ???”

ຫມາຍເຫດ
ບົດຄວາມ ບົດນີ້ ເເລະ ບົດ ກ່ອນໆ ນັບ ເເຕ່ ບົດ ຄໍາເເຜງ ຄໍາປະສົມ ຄໍາສມາດ ຄໍາອະໄວຍະຍະ ຄໍາຕັດທິດ ຄໍາກິດົກ ເເລະ ຄໍາສົນທິ ເຮົາ ຄວນ ຂຽນ ບົດ ເຫລົ່ານີ້ ວາງ ໄວ້ ທ້າຍເຫລັ້ມ ວາຈີວິພາກ ເພື່ອ ເວັ້ນ ການໃຊ້ ສັບ ທີ່ ເຮົາ ຍັງ ບໍ່ ທັນ ໄດ້ຮຽນ ເທື່ອ ດັ່ງ ນາມ ສັພນາມ ກິຣິຍາ ເປັນຕົ້ນ

ເເຕ່ ຢ່າ ລືມ ວ່າ ເຮົາ ຄວນ ຫລື ບໍ່ ຄວນ ຈັດ ຄໍາສມາດ ກັບ ຄໍາປະສົມ ເຂົ້າ ເປັນ ບົດດຽວ ກັນ ເເລະ ຄໍາສົນທິ ກັບ ຄໍາເເຜງ ຫລື ການເເຜງ ອັກສອນ ເຂົ້າ ເປັນ ບົດດຽວກັນ

  • ໃນ ສ່ວນຕົວ ຂອງ ຂ້າພະເຈົ້າ ເເລ້ວ ເຮົາ ຄວນ ຈັດເຂົ້າ ເປັນ ບົດນຶ່ງ ບົດດຽວ ຄື

    • ການເເຜງ ອັກສອນ ເເລະ ສົນທິ ເປັນ ອັນດຽວ ເເລະ ຄວນ ຮຽກ ສົນທິ ຢ່າງດຽວ ໃນ ຫົວຂໍ້ ຕ່າງໆ ເເຕ່ວ່າ ການເເຜງ ອັກສອນ ທີ່ ເປັນ ຄໍາມູນ ເຮົາ ຈຶ່ງ ຮຽກ ການເເຜງ ອັກສອນ ເເລະ/ຫລື ຄໍາເເຜງ ນັ້ນເອງ

    • ຄໍາປະສົມ ເເລະ ຄໍາສມາດ ເປັນ ອັນດຽວ ເເລະ ຄວນ ຮຽກ ສມາດ ຢ່າງດຽວ ຄື ໃສ່ ຫົວຂໍ້ ບົດຄວາມ ດ້ວຍ ສມາດ ຢ່າງດຽວ ເເຕ່ວ່າ ສມາດ ທີ່ ເປັນ ພາສາ ລາວ ເຮົາ ຈຶ່ງ ຮຽກ ຄໍາປະສົມ

ສລຸບຄວາມ
ການນໍາຮອຍ ໄວຍາກອນ ບາລີ ສະເພາະ ບົດບັ້ນ ເຫລົ່ານີ້ ຈະ ເປັນ ປໂຍດ ຫລາຍ ທີ່ສຸດ ສໍາລັບ ພາສາ ລາວ ທັງນີ້ ກໍ ເພາະວ່າ ມັນ ເຮັດ ໃຫ້ ຄວາມຄິດ ຂອງ ເຮົາ ເເຈ້ງ ດີ ເເລະ ເຮົາ ກໍ ຈະ ຮູ້ຈັກ ວ່າ ຄໍາໃດ ທີ່ ເຮົາ ສາມາດ ຂຽນ ເປັນ ຄໍານຶ່ງ ຄໍາດຽວ ໄດ້ ເເລະ ອີກ ຄໍາໃດ ເພິ່ນ ຮຽກກັນ ເເນວໃດ ອີກປະການນຶ່ງ ເມື່ອ ເຮົາ ໃຊ້ ຫນັງສື ລາເເຕັງ ຫລື ລາຕິນ ຂຽນ ເປັນ ພາສາ ລາວ ເຮົາ ກໍ ຮູ້ ໂດຍ ທັນທີ ວ່າ ຄໍາໃດ ເປັນ ຄໍານຶ່ງ ທີ່ ຄວນ ຍະ ວ່າງ ເເລະ ຄໍາໃດ ທີ່ ມີ ພຍາງ ຫລາຍຕົວ ອັນນີ້ ຄື ຈຸດ ເດັ່ນ ທີ່ ສາມາດ ພາ ໃຫ້ ນັກຮຽນຮູ້ ຜລິດຄິດສ້າງ ການສົມມຸດ ເເນວໃດ ເເນວນຶ່ງ ຂຶ້ນ ມາ ໄດ້ ງ່າຍດາຍ ( Convention, règles )

ນອກຈາກນີ້ ເຮົາ ມີ ພຽງ ສຶກສາ ຄໍາ ປະເພດ ນີ້ ໃຫ້ ຖນັດ ຫລາຍກວ່າ ນີ້ ອີກ ຫລື ໃຫ້ ຂຽນ ວັຈນານຸກົມ ສະເພາະ ຄໍາ ປະເພດ ນີ້ ຢ່າງ ດຽວ ກໍ ຍິ່ງ ດີ ສໍາລັບ ຜູ້ ຢາກ ເຮັດ ເເລະ ມັນ ຍັງ ຈະ ດີ ສໍາລັບ ຜູ້ອ່ານ ເເລະ ນັກຮຽນຮູ້ ທຸກ ຄົນ ອີກດ້ວຍ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ບັນທຶກ /Notes

[1] ການຈັດ ຄໍາບາລີ ຂ້າງລຸ່ມນີ້ ຖືກ ອີງ ເອົາ ຕາມ ປຶ້ມ ຂອງ ພຣະ ເຖຣະ Nārada - “An elementary pali course” - October, 1952 ( This work is provided as Public domain under terms of GNU - Dec. 1996 )

[2] ກັປປະ[Kappa] ==> ກັບ ດັ່ງ ກັບ ເພດ ເປັນ ຄົນ ຊຶ່ງ ກັປປະ ຫມາຍເຖິງ ການກັບ ຫລື ການຫມູນວຽນ ມາ ເກີດ ອີກ ເທື່ອໃຫມ່ ໃນ ໂລກສົງສານ ເປັນ ສັດ ເປັນ ຄົນ ຫລື ເປັນ ເເນວອື່ນ
|| 1. an aeon, world-aeon, world-age, world-cycle, world-period. 2. the life-term, life-period, the duration of life ( ເເປ ພາສາ ອັງກິດ ໂດຍ ພຣະມະຫາປຣະຍຸທທ໌̣ ປ. ອາຣະຍາງກູຣ - Thai–English, Buddhist Dictionary ; “พระมหาประยุทธ์ ป. อารยางกูร ๒ มีนาคม ๒๕๐๖” )

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0