ພາສາ ລາວ - La langue lao ບົນ ລາວເເພນ

ຄໍາຕັດທິດ

ວັນອັງຄານ ທີ ໓ ເດືອນ ກໍຣະກະດາ/ກໍຣະກົດ/juillet  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ
  • “ຕັດທິດ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ຕັທທິຕະ[Taddhita] ຊຶ່ງ ເປັນ ຄໍາປະສົມ ບາລີ ຊນິດ ນຶ່ງ ອີກ

  • ຄໍາປັດໄຈ[Paccaya] ຊຶ່ງ ເປັນ ຄໍາບາລີ ທີ່ ເເປວ່າ ຕິດກັບ ເເລະ ທີ່ ຂ້າພະເຈົ້າ ບໍ່ ຮູ້ ວ່າ ເປັນ ຄໍາດຽວ ກັບ ປັດໄຈ ໃນ ສັດທາ ຂອງ ຄົນ ນັ້ນ ຫລືບໍ່
    ຕາມ ຄວາມຄິດ ສ່ວນຕົວ ເເລ້ວ ເຮົາ ຄວນ ໃຊ້ ພຽງ ຄໍາດຽວ ທີ່ ຊີ້ ບອກ ຫນ້າທີ່ ດຽວ ຊຶ່ງ ຄົນຝຣັ່ງ ຮຽກ Suffixe ເນື່ອງຈາກວ່າ ມັນ ຖືກ ໃຊ້ ໃນ ທາງ ອື່ນ ຢູ່ ເເລ້ວ ອີກປະການນຶ່ງ ຄໍາ ທີ່ ຄົນຝຣັ່ງ ຮຽກ Suffixe ນີ້ ກໍ ຖືກ ຄົນລາວ ພາກັນ ຮຽກ ເຖິງ ສອງ ຢ່າງ ຄື ຄໍາປັດໄຈ ນຶ່ງ ເເລະ ຄໍາ ວິພັດ ນຶ່ງ
  • ຄໍາວິພັດ ກໍ ເປັນ ຄໍານຶ່ງ ອີກ ທີ່ ຄົນລາວ ໃຊ້ ເປັນ ຄໍາ ທີ່ ຝຣັ່ງ ຮຽກ Suffixe ຊຶ່ງ ຄໍາວິພັດ ມາ ຈາກ ເຄົ້າ ບາລີ ວິພັຕຕິ[Vibhatti] ເເລະ ທີ່ ເເປວ່າ ຫມວດ ກອງ ( division ) ຫລື ທີ່ ເເປວ່າ ຄວາມຕ່າງ ( distinction ) ກໍ ໄດ້ ເຫມືອນກັນ
    ຄົນໄທຍ ເເປ ຄໍາຝຣັ່ງ Suffixe ເປັນ ວິພັຕຕິ[Vibhatti] ຄື ຄໍາວິພັດ ນັ້ນເອງ

ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງສັ້ນ ເເລະ ສຽງ ສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ຂອງ ຄໍານີ້ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
  • “ຕັດ” ມີ ສຽງສັ້ນ ເເລະ ສຽງຫອງ ຊຶ່ງ ເລີ້ມ ຈາກ ສຽງ ຕໍ່າສຸດ ຈຶ່ງ ເຈີດ ຂຶ້ນ ໄປ ຫາ ສຽງ ສູງສຸດ
  • “ທິດ” ມີ ສຽງສັ້ນ ເເລະ ສຽງສູງຢ່ອນ ຄື ສຽງ ທີ່ ເລີ້ມ ຈາກ ສຽງສູງ ດັກ ລົງ ມາ ໃສ່ ສຽງຕໍ່າ
  • “ຕະ” ມີ ສຽງສັ້ນ ເເລະ ສຽງຫອງ ຄື ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຈົບ ຢູ່ ສຽງສູງ

ສຽງສັ້ນ ເເລະ ສຽງຍາວ ມີ ລວງຍາວ ສໍ່າກັນ ເເຕ່ ເພິ່ນ ຈະ ອ່ານ ຄໍາ ທີ່ ມີ ສຽງສັ້ນ ໄວ ກວ່າ ຄໍາ ທີ່ ມີ ສຽງຍາວ

ຄວາມຫມາຍ || Définition / Definition
ຄໍາປະສົມ ອີກ ປະເພດ ນຶ່ງ ໃນ ຫລັກ ໄວຍາກອນ ບາລີ ຊຶ່ງ ຄໍາປະສົມ ຊນິດ ນີ້ ເປັນ ພຽງ ການຈຸ ຣະຫວ່າງ ຄໍາ ສອງ ຄໍາ ດ້ວຍ ການເເຜງ ອັກຂຣະ ທີ່ ຂຶ້ນ ກັບ ຫລັກ ສົນທິ ທັງນັ້ນ ຊຶ່ງ ຄໍາຫນ້າ ເປັນ ນາມ ເເລະ ຄໍາທ້າຍ ຕ້ອງ ເປັນ ຄໍາປັດໄຈ ( ບາລີ. Paccaya ) ຫລື ຄໍາວິພັດ ( ບາລີ. Vibhatti ) ທີ່ ຝຣັ່ງ ຮຽກ Suffixe || ຝຣັ່ງ/ອັງກິດ. Dérivés nominaux / Nominal derivatives

ຣູປຕາ ໑

ຄໍາອະທິບາຍ
ອີງ ຕາມ ຫລັກ ໄວຍາກອນ ບາລີ ຄໍາຕັດທິດ ເປັນ ພຽງ ເເຕ່ ການເອົາ ຄໍາປັດໄຈ ( ຝຣັ່ງ/ອັງກິດ. Suffixe / Suffix ) ມາ ຈຸ ໃສ່ ທ້າຍ ຂອງ ຄໍານາມ ( ຫລື ນາມ ລ້າໆ ) ເທົ່ານັ້ນ ( ຣູປຕາ ໑ ) ດັ່ງ ຄໍາຝຣັ່ງ ami, amical, amicalement, amitié, construction, reconstruction, constructible, construire, reconstruire ດັ່ງນີ້ ຕໍ່ໆ ໄປ

ເເຕ່ ຢ່າ ລືມ ວ່າ ກ່ອນ ຄໍາ ຕ່າງດ້າວ ຄໍາໃດ ຄໍານຶ່ງ ຈະ ກາຍມາ ເປັນ ຄໍາລາວ ໄດ້ ມັນ ຕ້ອງ ຜ່ານ ການເເຜງ ອັກຂຣະ ສເມີ ທັງນີ້ ກໍ ເພື່ອ ໃຫ້ ຄໍາ ດັ່ງກ່າວ ເຂົ້າ ກັບ ສຽງ ເເລະ ສໍານຽງ ຂອງ ພາສາ ລາວ ນັ້ນເອງ

ຕົວຢ່າງ ໑ - ລັກສນະ ຂອງ ຄໍາຕັດທິດ ບາລີ
ຄໍາຕັດທິດ ຫມາຍເຖິງ ການເເຜງ ທ້າຍ ຂອງ ຄໍານາມ ດ້ວຍ ການຕື່ມ ຄໍາປັດໄຈ (Suffixe / Suffix ) ເພື່ອ ໃຫ້ ມັນ ກາຍ ເປັນ ຄໍາໃຫມ່ ທີ່ ຮັກສາ ຄໍາເຄົ້າ ( ຝຣັ່ງ. Racine, radical ) ໄວ້ ເຫມືອນເດີມ || ຝຣັ່ງ/ອັງກິດ. Dérivés nominaux / Nominal derivatives [1]

  1. ອະ[A] ຊີ້ ບອກ ສິ່ງ ທີ່ ເຮົາ ມີ
    • ປັຍຍາ[Paññā] + ອະ = ປັຍຍະ ===> ( ປັນຍະ ( ພະຫຸ = pluriel / plural ) ເເລະ ປັນໂຍ ( ສໍາລັບ ຜູ້ດຽວ )
    • ສັທທາ[Saddhā] + ອະ = ສັທທະ ===> ( ສັດທະ ( ພະຫຸ = pluriel / plural ) ເເລະ ສັດໂທ ( ສໍາລັບ ຜູ້ດຽວ )


  2. ອິກະ[Ika] ເເປວ່າ ຖືກ ຊອບ
    • ນາວາ[Nāvā] + ອິກະ = ນາວິກະ[Nāvika] ===> ( Navigateur / Navigator “ຝຣັ່ງ ຮຽກ Mozilla Firefox ວ່າ Navigateur ເເຕ່ ອະເມຣິກາ ວ່າ Browser” )
    • ທັມມະ[dhamma] + ອິກະ = ທັມມິກະ[dhammika] ===> ( ຜູ້ຊອບທັມ )

    • ມັຄຄະ[Magga] + ອິກະ = ມັຄຄິກະ[Maggika] ===> ( ມັກຄິກະ = ນັກທ່ອງທ່ຽວ Traveller )


  3. ອິມະ[Ima] ເເລະ ອິຍະ[Iya] ໃຊ້ ສໍາລັບ ຄວາມກົມກຽວ ຄວາມກ່ຽວຂ້ອງ ກັບ ສິ່ງໃດ ສິ່ງນຶ່ງ
    • ມັຊຊະ[Majjha] +ອິມະ = ມັຊຊິມະ[Majjhima] ===> ( ມັດຊິມະ = ຮາມ ກາງ ຜ້ານກາງ Middle, central )
    • ອັນຕະ[Anta] + ອິມະ = ອັນຕິມະ[Antima] ===> ( ໂຈກ ສຸດທ້າຍ Last )
    • ໂລກິ[Loka] + ອິຍະ = ໂລກິຍະ[Lokiya] ===> ( ໂລກິຍະ = ທາງໂລກ Worldly )


  4. ອີ[I], ອິກະ[Ika], ອິມະ[Ima], ມັນຕຸ[Mantu], ວັນຕຸ[Vantu] & ວີ[Vī] ໃຊ້ ສໍາລັບ ບອກ ສິ່ງ ທີ່ ເຮົາ ມີ ຫລື ສິ່ງ ທີ່ ຢູ່ ພາຍໃຕ້ ການຄອບຄອງ ຂອງ ເຮົາ
    • ຈັຕຕະ[Chatta] + ອີ = ຈັຕຕີ[Chattī] ===> ( ຜູ້ ມີ ຄັນຮົ່ມ )
    • ປຸຕຕະ[Putta] + ອິກະ = ປຸຕຕິກະ[Puttika] ===> ( ບຸດຕິກະ = ຜູ້ ມີ ລູກຊາຍ )
    • ປຸຕຕະ[Putta] + ອິມະ = ປຸຕຕິມະ[Puttima] ===> ( ບຸດຕິມະ = ຜູ້ ມີ ລູກຊາຍ )
    • ພັນທຸ[Bandhu] + ມັນຕຸ = ພັນທຸມັນຕຸ[Bandhumantu] ===> ( ຜູ້ ມີ ພີ່ນ້ອງ )
    • ຄຸນະ[Guṇa] + ວັນຕຸ[Vantu] = ຄຸນະວັນຕຸ[Guṇavantu] ===> ( ຜູ້ ມີ ໂຊກ )
    • ເມທາ[Medhā] + ວີ = ເມທາວີ[Medhāvī] ===> ( ຜູ້ ມີ ຫົວດີ )


  5. ມະຍະ[Maya] ໃຊ້ ໃນ ທໍານອງ ທີ່ ວ່າ “ເຮັດ ດ້ວຍ”
    • ສຸວັນນະ[Suvaṇṇa] + ມະຍະ = ສຸວັນນະມະຍະ[Suvaṇṇamaya] ===> ( ສຸວັນນະໄມ = ເຮັດ ດ້ວຍ ຄໍາ )
    • ທາຣຸ[Dāru] + ມະຍະ = ທາຣຸມະຍະ[Dārumaya] ===> ( ທາຣຸໄມ = ເຮັດ ດ້ວຍ ໄມ້ )
    • ມະນະ[Mana] + ມະຍະ = ມະໂນມະຍະ[Manomaya] ===> ( ມະໂນໄມ )


  6. ຕາ[Tā] ທີ່ ເເຜງ ເປັນ ຄໍາລາວ ດາ ເເລະ ທີ່ ເເປວ່າ ເເຫ່ງ ຊຶ່ງ ເປັນ ບຸພບົດ
    • ທັມມະ[Dhamma] + ຕາ = ທັມມະຕາ[Dhammatā] ===> ( ທັມມະດາ = ເເຫ່ງ ຄວາມຈິງ )
    • ມະນຸສສະ[Manusa] + ຕາ = ມະນຸສສະຕາ[Manussatā] ===> ( ມະນຸສດາ= ເເຫ່ງ ມະນຸດ )


  7. ຕຕະ[Tta] & ຍະ[Ya] ໃຊ້ ສໍາລັບ ບອກ ຄຸນ ຂອງ ເເນວໃດ ເເນວນຶ່ງ
    • ມະນຸສສະ[Manussa] + ຕຕະ = ມະນຸສສັຕຕະ[Manussatta] ===> ( ຄຸນວຸດທິ Manhood )
    • ປັນດິຕະ[Paṇḍita] + ຍະ = ປັນດິຕຍະ[Paṇḍitaya] ຫລື ປັນດິຈຈະ[Paṇḍicca] ===> ( ບັນດິດ = ໃນ ວັຈນານຸກົມ ເເປວ່າ ຜູ້ ມີ ປັນຍາ ເເຕ່ ຂ້າພະເຈົ້າ ເເປວ່າ ຜູ້ ມີ ຄວາມຮູ້ ສູງ ເເລະ ຖນັດ ດີ ທີ່ ສາມາດ ເເຕ່ງ ເເລະ ຜລິດ ເເນວໃດ ເເນວນຶ່ງ ໄດ້ || Paṇḍita ຫລື Paṇḍicca ເເປ ພາສາ ຝຣັ່ງອັງກິດ ວ່າ Erudition )


  8. [Tara] & [Iya] - [Tama] & [Iṭṭha]
    • ( ເພິ່ນ ໃຊ້ ຄໍາ ເຫລົ່ານີ້ ໃນ ການປຽບທຽບ ຕອນ ເພິ່ນ ກ່າວ ເປັນ ກິຣິຍາ ເເລະ ກິຣິຍາວິເສດ ຊຶ່ງ ເພິ່ນ ບໍ່ ໃຊ້ ໃນ ພາສາ ລາວ ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ບໍ່ ຂຽນ ຕົວຢ່າງ ຂອງ ຄໍາ ເຫລົ່ານີ້ ເຊັ່ນ ດີກວ່າ ຫລາຍກວ່າ ເລີດກວ່າ ຯລຯ ເເລະ ຖ້າ ເປັນ ພາສາ ຝຣັ່ງອັງກິດ ມັນ ຈະ ວ່າ Grand / Big ( ໃຫຍ່ ), plus grand / bigger ( ໃຫຍ່ກວ່າ ), le plus grand / the biggest ( ໃຫຍ່ສຸດ ) ດັ່ງນີ້ ເປັນຕົ້ນ

      ເຮົາ ໃຊ້ ຄໍາລາວ ບໍ່ ໄດ້ ຍ້ອນວ່າ ມັນ ບໍ່ ເປັນ ຄໍານຶ່ງ ຄໍາດຽວ )


      ເເຕ່ຫາກວ່າ ເຮົາ ສາມາດ ຕັດສິນໃຈ ຂຽນ ເເບບ ຕົວຢ່າງ ຂ້າງລຸ່ມນີ້ ໄດ້ ເເຕ່ວ່າ ເມື່ອ ເຮົາ ຕັດສິນໃຈ ຂຽນ ເເບບນີ້ ເຮົາ ກໍ ຕ້ອງ ຂຽນ ເເບບດຽວກັນ ຫມົດ ຄື ໃຫ້ ເປັນ ຄໍານຶ່ງ ຄໍາດຽວ ສໍາລັບ ຄໍາລາວ ທຸກໆ ຄໍາ ທີ່ ຕົກ ຢູ່ ໃນ ກໍຣະນີ ດຽວກັນ

    • | ໃຫຍ່ | ໃຫຍ່ກວ່າ | ໃຫຍ່ສຸດ |
    • | ໄວ | ໄວກວ່າ | ໄວສຸດ |
    • | ເເດງ | ເເດງກວ່າ | ເເດງສຸດ |
    • | ຫວານ | ຫວານກວ່າ | ຫວານສຸດ |

      ບາດ ໃຫຍ່ ທີ່ສຸດ ເດ ຈະ ຂຽນ ເເນວ ໃດ ?


  9. ກະ[Ka] ເເປວ່າ ຫມວດ ຫມູ່ ຈໍາພວກ ( ທີ່ ເພິ່ນ ຫມາຍ ໃສ່ ປຶ້ມ )
    • ເອກະ[Eka] + ກະ = ເອກະກະ[Ekaka] ===> ( ຫມວດນຶ່ງ )
    • ທວິ[Dvi] + ກະ = ທວິກະ[Dvika] ===> ( ຫມວດສອງ “ທເວກະ ກໍ ໄດ້” )
    • ຕິ[Ti] + ກະ = ຕິກະ[Tika] ===> ( ຫມວດສາມ )
    • ຈະຕຸ[Catu] + ກະ = ຈະຕຸກະ[Catuka] ===> ( ຫມວດສີ່ )
    • ປັນຈະ[Pañca] + ກະ = ປັນຈະກະ[Pañcaka] ===> ( ຫມວດຫ້າ )
    • ສັຕຕະ[Satta] + ກະ = ສັຕຕະກະ[Sattaka] ===> ( ສັດຕະກະ = ຫມວດເຈັດ )
    • ທະສະ[Dasa] + ກະ = ທະສະກະ[Dasaka] ===> ( ທົສກະ = ຫມວດສິບ )


  10. ກຂັຕຕຸງ[Kkhattuṃ] ໃຊ້ ສໍາລັບ ຄໍາສັງຂຍາ
    • ເອກະ[Eka] + ກຂັຕຕຸງ = ເອກັກຂັຕຕຸງ[Ekakkhattuŋ] ===> ( ບາດດຽວ ເທື່ອດຽວ once )
    • ທວິ[Dvi] + ກຂັຕຕຸງ = ທວິກຂັຕຕຸງ[Dvikkhattuŋ] ===> ( ສອງເທື່ອ twice )


  11. ທາ[Dhā] ເເລະ [So] ເເລະ [Thā] ທີ່ ໃຊ້ ສໍາລັບ ຄໍາສັງຂຍາ
    • ເອກະ[Eka] + ທາ = ເອກະທາ[Ekadhā] ===> ( ໃນ ທາງດຽວ in one way )
    • ປັຍຈະ[Pañca] + ທາ = ປັຍຈະທາ[Pañcadhā] ===> ( ປັນຈະທາ = ພາຍໃນ ທາງ ຫ້າສາຍ in 5 ways )
    • ສັພພະ[Sabba] + ໂສ = ສັພພໂສ[Sabbaso] ===> ( ສັພໂສ = ໃນ ທາງ ທຸກ ເສັ້ນ in every way )
    • ສັພພະ[Sabba] + ຖາ = ສັພພຖາ[Sabbathā] ===> ( ສັພຖາ = ໃນ ທາງ ທຸກ ເສັ້ນ in every way )


ຕົວຢ່າງ ໒ - ຄໍາຕັດທິດ ລາວ
ສິ່ງ ທີ່ ເຮົາ ຄວນ ສຶກສາ ໃຫ້ ຖນັດ ດີ ກໍ ຄື ຄໍາໃດ ເເທ້ ທີ່ ເຮົາ ຈະ ໃຊ້ ເປັນ ຄໍາປັດໄຈ ຫລື ຄໍາວິພັດ ໄດ້ ສະເພາະ ຄໍາຕັດທິດ ທີ່ ເປັນ ຄໍາມູນ

ຣູປຕາ ໒

ຄັນ ເຮົາ ອີງ ເອົາ ຕາມ ຮູບຮອຍ ຂ້າງເທິງນີ້ ( ຣູປຕາ ໒ ) ຄໍາປັດໄຈ ຫລື ຄໍາວິພັດ ໃນ ພາສາ ລາວ ບໍ່ ມີ ຫລາຍ ດັ່ງ ຕົວຢ່າງ ຕໍ່ໄປ ນີ້ ຄື

  1. “ການ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກາຣະ ຫລື ກະຣະນະ ( ກາຣ ຫລື ກຣນ = ການ ) ເເລະ ບາງຄັ້ງ ກໍ ເເຜງ ຈາກ ເຄົ້າ ກາລະ ( ກາລ = ການ ທີ່ ຫມາຍເຖິງ ເວລາ )
    • ກິຈການ [ກິດ-ຈະ-ການ] ===> ນາມ
    • ກັມມະການ[ກໍາ-ມະ-ການ] ===> ນາມ
    • ຈິນຕະນາການ ===> ນາມ ( ຈິ ຈິນຕະ ຈິນຕາ ເປັນ ກິຣິຍາ ເເຕ່ວ່າ ຈິນຕະນາ ເປັນ ນາມ )
    • ທັມມະການ [ທໍາ-ມະ-ການ] ===> ນາມ
    • ບັນນາການ ===> ນາມ ??????
    • ປີການ ===> ນາມ
    • ປັດຈຸບັນການ[ປັດ-ຈຸ-ບັນ-ນະ-ການ] ===> ນາມ ??????
    • ປວັດການ[ປະ-ຫວັດ-ການ] ===> ນາມ
    • ຜະເດັດການ ===> ນາມ
    • ເເຜນການ ===> ນາມ
    • ພຸທການ[ພຸດ-ທະ-ການ] ===> ນາມ
    • ມາດຕຣາການ ===> ນາມ
    • ຣັຊການ[ຣັດ-ຊະ-ການ] ===> ນາມ
    • ຣາຊການ[ຣາດ-ຊະ-ການ] ===> ນາມ
    • ຣັຖການ[ຣັດ-ທະ-ການ] ===> ນາມ
    • ວິຊາການ ===> ນາມ
    • ອຸດົມການ

    • ຂ້າຣາຊການ[ຂ້າ-ຣາດ-ຊະ-ການ] ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ເພາະ “ຂ້າ” ເປັນ ຄໍາອຸປສັກ ໄດ້
    • ຈັດການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ ) ເພາະ “ຈັດ” ເປັນ ກິຣິຍາ
    • ສຶກສາທິການ ( ບໍ່ ເເມ່ນ ຄໍາຕັດທິດ )
    • ສັ່ງການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ )
    • ຊີ້ການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ )
    • ບໍຣິການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ ) ເພາະ “ບໍຣິ” ມາ ຈາກ “ປະຣິ” ຊຶ່ງ ເປັນ ຄໍາ ອຸປສັກ
    • ບົ່ງການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ )
    • ປະຈໍາການ ===> ກິຣິຍາ ( ບໍ່ ເເມ່ນ ຄໍາຕັດທິດ )
    • ປະຕິການ ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ປະຕິ” ເປັນ ຄໍາອຸປສັກ
    • ປະສົບການ ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ )
    • ຜູ້ຈັດການ ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ຜູ້” ເປັນ ຄໍາອຸປສັກ
    • ຜູ້ປະສາດການ ( ຝຣັ່ງ. Recteur ) ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ )
    • ພັທນາການ ( ບໍ່ ເເມ່ນ ຄໍາຕັດທິດ )
    • ວິວັທນາການ[ວິ-ວັດ-ທະ-ນາ-ການ] ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ວິ” ເປັນ ຄໍາອຸປສັກ
    • ອະດີຕການ[ອະ-ດີດ-ຕະ-ການ] ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ອະຕິ” ເປັນ ຄໍາ ອຸປສັກ
    • ອະນາຄົຕການ[ອະ-ນາ-ຄົດ-ຕະ-ການ] ===> ນາມ ( ບໍ່ ເເມ່ນ ຄໍາຕັດທິດ )

    • ເເລະ ຄໍາ ຂາຍຊາດການ[ຂາຍ-ຊາ-ດະ-ການ] ເດ ເປັນ ຄວາມລາວ ບໍ ?

    • ຯລຯ


  2. “ກອນ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກະຣະ ( ກຣ = ກອນ )
    • ກະສິກອນ
    • ກັມມະກອນ[ກໍາ-ມະ-ກອນ]
    • ຄາຕກອນ[ຄາດ-ຕະ-ກອນ]
    • ສັມນາກອນ[ສໍາ-ມະ-ນາ-ກອນ] ===> ນັກໂທດ ທີ່ ສູນສັມນາ
    • ຕາສກອນ ( ຝຣັ່ງ. Terroriste )
    • ປະຊາກອນ
    • ພານິຊກອນ[ພາ-ນິດ-ຊະ-ກອນ]
    • ພຍາກອນ[ພະ-ຍາ-ກອນ] ( ຝຣັ່ງ. Prédire, prophétiser ) ===> ກິຣິຍາ
    • ລູກກອນ ( ບໍ່ ເເມ່ນ ຄໍາຕັດທິດ ) ເພາະ “ລູກ” ເປັນ ອຸປສັກ ດັ່ງ ລູກນ້ອງ ລູກຈ້າງ ລູກຄ້າ ເປັນຕົ້ນ
    • ລິຂກອນ[ລິກ-ຂະ-ກອນ] ( Editeur / Editor )
    • ຣັຖກອນ[ຣັດ-ຖະ-ກອນ]
    • ຯລຯ


  3. “ກັມ” ທີ່ ອ່ານ ວ່າ ກໍາ ພ້ອມທັງ ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກັມມະ ເເລະ ທີ່ ເພິ່ນ ໃຊ້ ປະກອບ ທ້າຍ ພຍາງ
    • ກະສິກັມ
    • ຄາຕກັມ[ຄາດ-ຕະ-ກໍາ]
    • ຈໍຣະກັມ[ຈໍ-ຣະ-ກໍາ]
    • ຕາສກັມ[ຕາດ-ສະ-ກໍາ] ( ຝຣັ່ງ. Terrorisme )
    • ທຸຣະກັມ[ທຸ-ຣະ-ກໍາ]
    • ພານິຊກັມ[ພາ-ນິດ-ຊະ-ກໍາ]
    • ພິໄນກັມ
    • ຢູ່ກັມ[ຢູ່-ກໍາ] ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ຢູ່” ເປັນ ກິຣິຍາ
    • ລິຂກັມ[ລິກ-ຂະ-ກໍາ] ( Edition )
    • ວັນນະກັມ
    • ເວນກັມ[ເວນ-ກໍາ] ???
    • ຫັຖກັມ[ຫັດ-ຖະ-ກໍາ] ເເຕ່ ສ່ວນຫລາຍ ຄົນລາວ ມັກ ອ່ານ ເປັນ [ຫັດ-ທະ-ກໍາ]
    • ອອກກັມ[ອອກ-ກໍາ] ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ອອກ” ເປັນ ກິຣິຍາ
    • ຯລຯ


  4. “ໃຈ” ເປັນ ຄໍາມູນ ເເລະ ເປັນ ນາມ ເເຕ່ ເມື່ອ ເອົາ ຄໍານີ້ ໄປ ຈຸ ໃສ່ ທ້າຍ ຂອງ ນາມ ມັນ ຈະ ກາຍ ເປັນ ຄໍາຕັດທິດ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້
    • ນໍ້າໃຈ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ໃຈ” ໃນ ຖານນີ້ ບໍ່ ສາມາດ ຈະ ເປັນ ວິພັດ ໄດ້ “ນໍ້າໃຈ” ເປັນ ຄໍາປະສົມ ຫລາຍກວ່າ
    • ຫົວໃຈ ( ບໍ່ ເເມ່ນ ຄໍາຕັດທິດ ເພາະ ມັນ ເປັນ ຄໍາປະສົມ ) ຍ້ອນ “ໃຈ” ໃນ ຖານນີ້ ບໍ່ ສາມາດ ຈະ ເປັນ ວິພັດ ໄດ້ ຖ້າ “ໃຈ” ເປັນ ວິພັດ ມັນ ຈະ ມີ ຄໍາຕັດທິດ ຫລາຍ ກວ່າ ນີ້
    • ຯລຯ


  5. “ສຶກສາ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ສິກສາ ຊຶ່ງ ເເປວ່າ ຮໍ່າຮຽນ
    • ລາວສຶກສາ
    • ໄທສຶກສາ
    • ປະຖົມສຶກສາ
    • ມັທຍົມສຶກສາ
    • ອະນຸບານສຶກສາ ( ບໍ່ ເເມ່ນ ຄໍາຕັດທິດ )
    • ອຸດົມສຶກສາ
    • ຯລຯ


  6. “ສາດ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ ສາຕຣະ[Sātra] ທີ່ ເເປວ່າ ຄວາມຮູ້
    • ຄະນິດສາດ
    • ຍຸທສາດ[ຍຸດ-ທະ-ສາດ]
    • ສັງຄົມສາດ
    • ດາຣາສາດ
    • ພາສາສາດ
    • ພູມີສາດ
    • ປວັດສາດ[ປະ-ຫວັດ-ສາດ]
    • ມະນຸດສາດ
    • ຣັຖສາດ[ຣັດ-ຖະ-ສາດ]
    • ວິທຍາສາດ[ວິດ-ທະ-ຍາ-ສາດ]
    • ໂຫຣະສາດ
    • ອັກສອນສາດ
    • ຯລຯ


  7. “ຊາດ” ມີ ເຄົ້າ ມາ ຈາກ ພາສາ ບາລີ ຊາຕິ ຊຶ່ງ ເເປວ່າ ເກີດ
    • ສັຕວະຊາດ[ສັດ-ຕະ-ວະ-ຊາດ]
    • ທັມມະຊາດ[ທໍາ-ມະ-ຊາດ]
    • ມະນຸດຊາດ
    • ພຶກສາຊາດ ???
    • ຯລຯ


  8. “ນິຍົມ”
    • ຈັກພັດນິຍົມ[ຈັກ-ກະ-ພັດ-ນິ-ຍົມ]
    • ສັງຄົມນິຍົມ
    • ຊາດນິຍົມ
    • ທຶນນິຍົມ
    • ອຸຕຸນິຍົມ
    • ຯລຯ


  9. “ບານ” ເປັນ ຄໍາເເຜງ ທີ່ ໄດ້ມາ ຈາກ ເຄົ້າ ບາລີ ປາລະ ຊຶ່ງ ເເປວ່າ ຜູ້ຮັກສາ ຫລື ທີ່ ເຂັ້ມເເຂງ
    • ກັມມະບານ[ກໍາ-ມະ-ບານ]
    • ຍົມຜິບານ ???
    • ສາຣະບານ ( ບໍ່ ເເມ່ນ ຄໍາຕັດທິດ )
    • ເທສບານ[ເທດ-ສະ-ບານ]
    • ທັມມະບານ[ທໍາ-ມະ-ບານ]
    • ນາງພຍາບານ ( ບໍ່ ເເມ່ນ ຄໍາຕັດທິດ )
    • ປະຈັນບານ ( ບໍ່ ເເມ່ນ ຄໍາຕັດທິດ )
    • ພຍາບານ ????
    • ມົນທຽນບານ
    • ຣັຖບານ[ຣັດ-ຖະ-ບານ] ເເຕ່ ຄົນລາວ ສ່ວນຫລາຍ ມັກ ອ່ານ ເປັນ ຣັດ-ທະ-ບານ
    • ອະນຸບານ ( ບໍ່ ເເມ່ນ ຄໍາຕັດທິດ )
    • ໂຮງພຍາບານ ( ບໍ່ ເເມ່ນ ຄໍາຕັດທິດ ) ຍ້ອນ “ໂຮງ” ເປັນ ຄໍາອຸປສັກ
    • ຯລຯ


  10. “ພາບ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ຈາກ ຄໍາບາລີ ພາວະ
    • ສະເຖັຽຣະພາບ
    • ສາຣະພາບ ( ບໍ່ ເເມ່ນ ຄໍາຕັດທິດ )
    • ສຸຂພາບ[ສຸກ-ຂະ-ພາບ] ?
    • ສັນຕິພາບ
    • ສເມີພາບ[ສະ-ເຫມີ-ພາບ]
    • ປະສິດທິພາບ
    • ປົກຕິພາບ[ປົກ-ກະ-ຕິ-າບ] ???
    • ພັນທະພາບ ( ຝຣັ່ງ. Engagement )
    • ມິຕພາບ[ມິດ-ຕະ-ພາບ]
    • ພາຣາດອນພາບ ( ຝຣັ່ງ. Fraternité )
    • ເອກພາບ[ເອກ-ກະ-ພາບ]
    • ອິສຣະພາບ[ອິດ-ສະ-ຣະ-ພາບ]
    • ຯລຯ


  11. “ຣາດ” ເປັນ ຄໍາເເຜງ ທີ່ ມີ ເຄົ້າ ຈາກ ຄໍາບາລີ ຣາຊະ ( ຣາຊ )
    • ມັດຈຸຣາດ
    • ປະເທສຣາດ[ປະ-ເທດ-ສະ-ຣາດ]
    • ເອກຣາດ[ເອກ-ກະ-ຣາດ]
    • ອຸປຣາດ ( ອຸປຣາດ ຫມາຍເຖິງ ຜູ້ຣອງ ເຈົ້າຊີວິດ ເເຕ່ວ່າ ອຸປຮາດ ຫມາຍເຖິງ ຜູ້ຣອງ ເຈົ້າເມືອງ ) ( ບໍ່ ເເມ່ນ ຄໍາຕັດທິດ ) ເພາະ “ອຸປະ” ໃຊ້ ສໍາລັບ ອະໄວຍະຍະ
    • ຣາຊາທິຣາດ ( ຣາຊະ + ອະທິ + ຣາຊະ = ຣາຊາທິ + ຣາຊະ ) ( ບໍ່ ເເມ່ນ ຄໍາຕັດທິດ )
    • ຯລຯ


  12. “ວິທຍາ” ເປັນ ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ສັນສະກຣິດ (Vidya) ທີ່ ເເປວ່າ ວິຊາ
    • ຈິຕວິທຍາ[ຈິດ-ຕະ-ວິດ-ທະ-ຍາ]
    • ເລືອມຕາວິທຍາ
    • ຯລຯ

  • ຯລຯ

ຫມາຍເຫດ
ເພິ່ນ ໃຊ້ ຄໍາຕັດທິດ ເເທນ ບ່ອນ ຄໍາອະໄວຍະຍະ ໃນ ປຶ້ມ ໄວຍາກອນ ລາວ

ຖ້າ ເຮົາ ໃຊ້ ຫລັກ ເເບບນີ້ ໃນ ການສຶກສາ ຫາ ຄວາມເຂົ້າໃຈ ສິ່ງໃດ ສິ່ງນຶ່ງ ໂດຍ ຊອກເອົາ ເເຕ່ ຈໍາພວກ ຄໍາເວົ້າ ສະເພາະ ເຈາະຈົງ ເທົ່ານັ້ນ ຄວາມເຂົ້າໃຈ ຂອງ ເຮົາ ຈະ ມີ ຄວາມຫນັກເເຫນ້ນ ດີ

ສລຸບຄວາມ
ວິທີ ປະສົມ ຄໍາຕັດທິດ ບາລີ ມີ ຈໍານວນ ຈໍາກັດ ເເຕ່ ຄໍາຕັດທິດ ທີ່ ເປັນ ຄໍາມູນ ມີ ຈໍານວນ ຫນ້ອຍ ເເລະ ເຮົາ ຈໍາເປັນ ຕ້ອງ ຂຽນ ຄໍາຕັດທິດ ລາວ ໃຫ້ ລະອຽດ ທຸກຢ່າງ ທັງນີ້ ກໍ ເພື່ອ ເຮັດ ໃຫ້ ຄວາມເເຈ່ມເເຈ້ງ ມີ ຄວາມເເນ່ນອນ ຫລາຍ ຂຶ້ນ ເເລະ ເພື່ອ ເວັ້ນ ການຖຽງ ກັນ ເເບບ ອັປໂຍດ ນັ້ນເອງ

ເມື່ອ ຄໍາໃດ ກາຍ ເປັນ ຄໍາຕັດທິດ ເເລ້ວ ຊຶ່ງ ຫມາຍຄວາມວ່າ ເຮົາ ມີ ສິດ ຂຽນ ເປັນ ຄໍານຶ່ງ ຄໍາດຽວ ເເລະ ເຮົາ ກໍ ມີສິດ ຂຽນ ມັນ ໄວ້ ໃນ ວັຈນານຸກົມ ລາວ ໄດ້


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ບັນທຶກ /Notes

[1] An elementary pali course - Nārada Thera - October, 1952 - This work is provided as Public domain under terms of GNU - Dec. 1996.

1 ສານ /Message

  • ຄໍາຕັດທິດ ໑໑ ເດືອນ ກໍຣະກະດາ/ກໍຣະກົດ/juillet  ຄສ. 2012 07:14, ໂດຍ ກັດຕຸ ກຸ່ມລາວຮັກຊາດ

    ສະບາຍດີ ທ່ານ ຄໍາເເພວ ພູເພັຊຣລິນທອງ

    ຂໍຍ້ອງນໍ້າໃຈອັນປະເສີດຂອງທ່ານ ທີ່ທ່ານໄດ້ເສັຽສລະເວລາຮັບໃຊ້ຜົນປໂຍດສ່ວນລວມ ຂອງຄົນລາວ ທຸກຖ້ວນຫນ້າ ຈະຫາຄົນລາວຜູ້ນຶ່ງ ກໍຍັງບໍ່ມີທີ່ເຮັດເເບບທ່ານ ຖ້າມີ ເພິ່ນກໍເຮັດໃນສິ່ງທີ່ມັນຍືນໄດ້ພຽງຊົ່ວຄາວເທົ່ານັ້ນ ເເຕ່ສິ່ງທີ່ທ່ານເຮັດຢູ່ນີ້ ເດັກນ້ອຍກໍໄດ້ປໂຍດ ພໍ່ເເມ່ຂອງເຂົາກໍໄດ້ປໂຍດ ຄົນໃນຄອບຄົວຂອງເຂົາກໍໄດ້ປໂຍດ ຄົນໃນຊາດກໍໄດ້ປໂຍດ ຄົນໃນໂລກກໍໄດ້ປໂຍດຖ້າເຂົາສົນໃຈຮຽນພາສາລາວ ປໂຍດອັນນີ້ເເມ່ນປໂຍດກວມໂລກ

    ສະນັ້ນ ຜູ້ຂ້າພ້ອມດ້ວຍພັກພວກບາງຄົນທີ່ຢູ່ໃນ ເເລະ ນອກປະເທດ ຖືທ່ານເປັນຜູ້ສັກສິດຜູ້ນຶ່ງ ເເລະ ໄດ້ສາບານຕົວຮ່ວມກັນ ໂດຍເອົາຊີວິດເປັນເດີມພັນ ເພື່ອປ້ອງກັນທ່ານ ຫາກຜູ້ຂ້າຫລືພວກຜູ້ຂ້າ ໄດ້ຍິນໄດ້ເຫັນ ສິ່ງທີ່ບໍ່ຈົບບໍ່ງາມ ພວກຜູ້ຂ້າຈະເປັນຜູ້ຈັດການມັນເອງ ຢ່າງລຶບລັບ ໂດຍບໍ່ໃຫ້ທ່ານຫຍຸ້ງກ່ຽວນໍາເເນວໃດ ເເລະ ທ່ານຈະບໍ່ຮູ້ອີກວ່າ ພວກເຮົາເປັນໃຜກັນເເທ້ ພ້ອມທັງເຊີນຊັກຊວນ ເພື່ອນຮ່ວມຊາດທັງຫລາຍ ຈົ່ງຮ່ວມມືກັນປ້ອງກັນເເລະໃຫ້ກຽດທ່ານ ເປັນພິເສດ ນັບເເຕ່ນີ້ຕໍ່ໄປ

    ດ້ວຍຄວາມນັບຖື ເເລະ ຄວາມໂຄຣົບ
    ກຸ່ມລາວຮັກຊາດ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0