ພາສາ ລາວ - La langue lao ບົນ ລາວເເພນ

ຄໍາອະໄວຍະຍະ ຫລື ອັພຍະຍະ

ວັນສຸກ ທີ ໒໙ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology

  • “ຄໍາ” ເປັນ ນາມ ເເລະ ເປັນ ຄໍາລາວ ເເທ້ໆ ມາ ເເຕ່ ດັ້ງເດີມ ຫມາຍຄວາມວ່າ ມາ ເເຕ່ ໃດໆ ເເລ້ວ ຈົນ ເຮົາ ນໍາ ຮອຍ ບໍ່ ເຖິງ ຫລື ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ມີ ມາ ເເຕ່ ມື້ ກໍາເນີດ ຂອງ ຄົນລາວຊາວໄທ ກໍ ວ່າ ໄດ້ ເຫມືອນກັນ
  • ອະໄວຍະຍະ[Avyaya] ຫລື ເອົາວະຍະຍະ ( ອວຍະຍະ[ເອົວຍະຍະ] ດັ່ງ “ເອົາ ອາວ” ໃນ ເເມ່ກາວ ຂອງ ເເມ່ທັງເເປດ ນັ້ນເອງ ຫລື ◌ວ(ເອົາ) ◌າວ(ອາວ) ) ເປັນ ຄໍາປະສົມ ບາລີ ຊນິດ ນຶ່ງ ອີກ ຖ້າ ເຮົາ ເເຜງ ຕົວວໍ ເປັນ ຕົວພໍ ມັນ ກໍ ກາຍ ເປັນ ອະພຍະຍະ ( ຕາມທີ່ຈິງ ເເລ້ວ ເພິ່ນ ອ່ານ ຄໍາ avyaya ເປັນ “ເອົາວະຍະຍະ” ເເຕ່ ໃຫ້ ອ່ານ ສຽງ “ວະ” ສັ້ນ ທີ່ສຸດ ເກືອບ ຈົນ ຊິ ບໍ່ ໄດ້ຍິນ ສຽງ “ວະ” ພໍ ພຽງເເຕ່ ໃຫ້ ຄົນ ຮູ້ຈັກ ວ່າ ສຽງ “ເອົາ” ສະກົດ ດ້ວຍ ຕົວວໍ (ວ) ເທົ່ານັ້ນ ເເຕ່ວ່າ ຄໍາ ນີ້ ຖືກ ເເຜງ ເປັນ “ອັພຍະຍະ[ອັບ-ພະ-ຍະ-ຍະ]” )
    • ຍ້ອນ ເພິ່ນ ເເຜງ ຕົວວໍ ມາ ເປັນ ຕົວພໍ ທາງ ພາສາ ລາວ ເເລະ ເພິ່ນ ຮຽກ ຄໍານີ້ ເປັນ ອັພຍະຍະສັທໂທ ຫລື ອັພຍະຍະສັບ ທັງ ສາມ ນີ້ ຄື ອຸປສັກ ນິບາດ ເເລະ ປັດໄຈ ນັ້ນເອງ

  • ຄໍາອຸປສັກ ມີ ເຄົ້າ ມາ ຈາກ ພາສາ ບາລີ ອຸປສັຄຄະ[Upasagga] ທີ່ ເເປວ່າ ເເນວ ກີດກັ້ນ ( ຝຣັ່ງ. Obstacle ) ເເລະ ທີ່ ຫມາຍເຖິງ ບຸພບົດ ໃນ ພາສາ ລາວ || ຝຣັ່ງ/ອັງກິດ. Préfixe / Prefix

  • ຄໍານິບາດ ມີ ເຄົ້າ ຈາກ ພາສາ ບາລີ ນິປາຕະ[Nipāta] || ຝຣັ່ງ/ອັງກິດ. Adverbes / Adverbs ໃນ ໄວຍາກອນ ຝຣັ່ງ ເເລະ ອັງກິດ
    ນິບາດ ໃນ ໄວຍາກອນ ບາລີ ຫມາຍເຖິງ ຄໍາ ທີ່ ຜັນເເປ ບໍ່ ໄດ້ ເເລະ ສາມາດ ໃຊ້ ເພື່ອ ປະກອບ ຫນ້າຄໍາ ເເລະ ທ້າຍຄໍາ ຂອງ ຄໍາໃດ ຄໍານຶ່ງ || In gram. Term for adverbs, conjunctions & interjections in English “grammar”

ໂຄສະຖານ || Phonétique / Phonetics

  • “ຄໍາ” ມີ ສຽງສັ້ນ ເເລະ ສຽງ ສູງຢ່ອນ ຊຶ່ງ ຫມາຍຄວາມວ່າ ສຽງ ຂອງ ຄໍານີ້ ເລີ້ມ ຈາກ ສຽງສູງ ເເລະ ດັກ ລົງ ມາ ຢຸດ ຢູ່ ສຽງກາງ
  • “ອະ” ມີ ສຽງສັ້ນ ເເລະ ສຽງຫອງ ຊຶ່ງ ເລີ້ມ ຈາກ ສຽງ ຕໍ່າສຸດ ຈຶ່ງ ເຈີດ ຂຶ້ນ ໄປ ຫາ ສຽງ ສູງສຸດ
  • “ໄວຍະຍະ” ມີ ສາມ ພຍາງ ທີ່ ມີ ສຽງດຽວກັນ ທັງນັ້ນ ຄື ສຽງສັ້ນ ເເລະ ສຽງ ສຄງຢ່ອນ ພ້ອມ ທັງ ເປັນ ສຽງຕານ ອີກດ້ວຍ

ຄວາມຫມາຍ || Définition / Definition
ຫມາຍເຖິງ ຄໍາປະສົມ ປະເພດ ນຶ່ງ ຊຶ່ງ ເປັນ ພຽງ ການຈຸ ຣະຫວ່າງ ຄໍາ ທັງສອງ ປາສຈາກ ການເເຜງ ອັກຂຣະ ໃດໆ ທັງສິ້ນ ຊຶ່ງ ຄໍາຫນ້າ ເປັນ ຄໍາອຸປສັກ ທີ່ ຝຣັ່ງ ຮຽກ Préfixe

ຄໍາອະທິບາຍ
ຄໍາອະໄວຍະຍະ ເປັນ ພຽງເເຕ່ ການເອົາ ຄໍາອຸປສັກ ( ຝຣັ່ງ/ອັງກິດ. Préfixe / Prefix ) ມາ ຈຸ ໃສ່ ຂ້າງຫນ້າ ຂອງ ຄໍາໃດ ຄໍານຶ່ງ ເທົ່ານັ້ນ ປາສຈາກ ການເເຜງ ອັກຂຣະ ຂອງ ຄໍາອຸປສັກ ( ຣູປຕາ ໑ )

ເເຕ່ ຢ່າ ລືມ ວ່າ ກ່ອນ ຄໍາ ຕ່າງດ້າວ ຄໍາໃດ ຄໍານຶ່ງ ຈະ ກາຍມາ ເປັນ ຄໍາລາວ ໄດ້ ມັນ ຕ້ອງ ຜ່ານ ການເເຜງ ອັກຂຣະ ສເມີ ທັງນີ້ ກໍ ເພື່ອ ໃຫ້ ຄໍາ ດັ່ງກ່າວ ເຂົ້າ ກັບ ສຽງ ເເລະ ສໍານຽງ ຂອງ ພາສາ ລາວ ນັ້ນເອງ

ຣູປຕາ ໑

  1. ຝຣັ່ງ/ອັງກິດ. Un indéclinable “Avyaya” est celui dont la forme reste la même dans tous les genres, des nombres et des cas sans subir aucun changement. / An indeclinable “Avyaya” is that whose form remains the same in all genders, numbers and cases without undergoing any change. [1]

  2. Indéclinable : Qui, dans une langue à flexion, ne se décline pas. Anton. déclinable. Adjectif latin indéclinable. Les prépositions ne sont autre chose, que des adjectifs devenus indéclinables (Destutt de Tr., Idéol. 2,1803, p. 118). ຄໍາອະໄວຍະຍະ ຫມາຍເຖິງ ຈໍາພວກ ຄໍາບຸພບົດ ທີ່ ເປັນ ຄຸນນາມ ( ຊຶ່ງ ບໍ່ ມີ ການຜັນເເປ ເມື່ອ ເຮົາ ເອົາ ມັນ ໄປ ຈຸ ໃສ່ ຫນ້າ ຄໍາອື່ນ )

ຕົວຢ່າງ ໑ - ລັກສນະ ຂອງ ຄໍາອະໄວຍະຍະ ບາລີ
ຄໍາ ອະໄວຍະຍະ ຫມາຍເຖິງ ຄໍາປະສົມ ທີ່ ໄດ້ມາ ຈາກ ການຕື່ມ ຄໍາໃດ ຄໍານຶ່ງ ໃສ່ ຂ້າງຫນ້າ ຂອງ ຄໍາໃດ ຄໍານຶ່ງ ອີກ ຊຶ່ງ ຄໍາ ດັ່ງກ່າວ ເປັນ ຄໍາ ທີ່ ຜັນເເປ ບໍ່ ໄດ້ ( ຝຣັ່ງ/ອັງກິດ. indéclinable / indeclinable ) ເເລະ ມີ ຢູ່ ດ້ວຍກັນ ສອງ ຊນິດ ຄື ຄໍາອຸປສັກ ( ຝຣັ່ງ. Préfixe ) ເເລະ ຄໍານິບາດ ( ຝຣັ່ງ. Adverbe ) ຊຶ່ງ ຈໍານວນ ຂອງ ຄໍາ ທັງສອງ ນີ້ ມີ ທັງຫມົດ ຊາວ ຄໍາ ນອກຈາກ ຄໍາ ທັງຊາວ ນີ້ ຄໍາ ອື່ນ ທີ່ ໃຊ້ ໃນ ກໍຣະນີ ດຽວກັນ ຈະ ເປັນ ຄໍານິບາດ ທັງນັ້ນ || ຝຣັ່ງ/ອັງກິດ. Indéclinables / Indeclinables

ເເຕ່ ໃນ ໄວຍາກອນ ລາວ ເພິ່ນ ຈະ ຖື ເເລະ ຈະ ຮຽກ ຄໍາ ທັງສອງນີ້ ເປັນ ຄໍາອຸປສັກ ( ຝຣັ່ງ. Préfixe ) ຢ່າງດຽວ

  1. ສໍ “ອ່ານ ສັງ” ( “ສໍ” = ສະ ສັງ ສັນ ສັມ ) ທີ່ ເເປວ່າ ດ້ວຍ ນໍາກັນ ຮ່ວມກັບ ຄືກັນ ຄ້າຍ(ຄືກັນ) ພ້ອມ
    ສໍ + ຄະມະ = ສັງຄະມະ[Saŋgama] = ສັງຄມ ===> ( ສັງຄົມ )
    ສໍ + ຄະຫະ = ສັງຄະຫະ[Saŋgaha] = ສັງຄຫ ===> ( ສົງເຄາະ )
    ສໍ + ຄາມະ = ສັງຄາມະ[Saŋgāma] = ສັງຄາມ ===> ( ສົງຄາມ = ເສິກ )
    ສໍ + ຈະຣະ = ສັນຈະຣະ[Sancara] ( Cāra ກໍ ໄດ້ ) = ສັນຈຣ ===> ( ສັນຈອນ )
    ສໍ + ສາຣະ = ສັງສາຣະ[Saŋsāra] = ສັງສາຣ ===> ( ‘ໂລກ’ສົງສານ / “Saṃsara” ຊຶ່ງ ມີ ສວັນຊັ້ນຟ້າ ໂລກມະນຸດ ເເລະ ນາຣົກ ສ່ວນ ນິບພານ ບໍ່ ຢູ່ ໃນ ໂລກສົງສານນີ້ ເເລະ ຈະ ຢູ່ ເຫນືອ ໂລກສົງສານ ນີ້ ເເລະ ນິບພານ ກໍ ມີ ສອງ ຢ່າງ ດ້ວຍກັນ ເນື່ອງຈາກວ່າ ຂ້າພະເຈົ້າ ຍັງ ບໍ່ ຮູ້ ດ້ວຍ ຄວາມເເນ່ນອນ ວ່າ ນິບພານ ຂອງ ພຣະອໍຣະຫັນ ຢູ່ ຣະດັບ ໃດ ເເທ້ ຈຶ່ງ ໄດ້ເເຕ້ມ ຮູບ ສອງ ຢ່າງ ມາ ໃຫ້ ເບິ່ງ ດັ່ງ ຣູປຕາ ຂ້າງລຸ່ມ ນີ້ )

    ສໍ + ຍາ (ຮູ້ || Savoir / To know / Latin, cognoscere ) = ສັຍ̣ຍ̣າ[Saññā] ===> ( ສັນຍາ )
    ສໍ + ໂຍຄະ = ສັງໂຍຄ[Saŋyoga]??? ===> ( ສັງໂຍກ )
    ສໍ + ຖ̣ານະ = ສັນ̣ຖ̣ານະ[Saṇṭhāna] ===> ( ສັນຖານ ) || Saṇṭhāna, nt. ອະລິງຄະນາມ ຫລື ນາມ ອະລິງ. ອັງກິດ. Shape, form, position
    ສໍ + ພາສະ = ສັມພາສະ[Sambhāsa] = ສັມພາສ ===> ( ສັມພາດ )
    ສໍ + ພັນທະ = ສັມພັນທະ[Sambandha] = ສັມພັນທ ===> ( ສັມພັນ )
    ສໍ + ພຸທທະ = ສັມພຸທທະ[Sambuddha] = ສັມພຸທ ===> ( ສັມພຸດທາ )
    ສໍ + ວະຣະ = ສັງວະຣະ[Saŋvara] = ສັງວຣ ===> ( ສັງວອນ )
    ສໍ + ອາຄະມະ = ສະອາຄະມະ[ Sa+ā+gama] = ສະມາຄມ ===> ( ສະມາຄົມ )
    ຯລຯ

  2. ສຸ[Su] ທີ່ ເເປວ່າ ດີ ຈົບ(ງາມ) [ງ່າຍ]
    ສຸ + ຄະຕິ = ສຸຄຄະຕິ[Suggati] ===> ( ສຸຄະຕິ = ເເຫ່ງຫົນດີ )
    ສຸ + ຈະຣິຕະ = ສຸຈຣິຕ ===> ( ສຸຈຣິດ )
    ສຸ + ພາວະ[Bhāva] = ສຸພາວ ===> ສຸພາພ ===> ( ສຸພາບ )
    ຯລຯ

  3. ທຸ[Du] ທີ່ ເເປວ່າ ບໍ່ດີ ຊົ່ວ ຮ້າຍ ຍາກ [ເຫມັນ]
    ທຸ + ຄະຕິ = ທຸຄຄະຕິ[Duggati] ===> ( ທຸຄະຕິ )
    ທຸ + ຈະຣິຕະ = ທຸຈຣິຕ ===> ( ທຸຈຣິດ )
    ທຸ + ຍະສະ[Yasa] = ທຸຣະຍະສະ = ທໍຣະຍສ ===> ( ທໍຣະຍົດ )
    ທຸ + ຊະນະ[Jana] = ທຸຊະນະ = ທຸຊນ ===> ( ທຸຊົນ )
    ທຸ + ວິສະ[Visa] = ທຸວິສ = ທຸຣະວິສ ===> ( ທໍຣະພິດ = ພິດຮ້າຍ )
    ຯລຯ

  4. ນິ[Ni] ທີ່ ເເປວ່າ ຂ້າງຫນ້າ ໃນ ຜ່ານເຂົ້າໄປ ໄລ ໄກ ເຫີນຫ່າງ ອອກຈາກ ຕົກຕໍ່າ ຕໍ່າຕ້ອຍ ໄຮ້ ໃຫຍ່
    ນິ+ ຣ + ອາຫາຣະ = ນິຣາຫາຣະ[Nirāhāra] = ນິຣາຫາຣ ===> ( ນິຣາຫານ = ໄຮ້ ອາຫານ )
    ນິ + ຣ + ເທສະ[Desa] = ນິຣະເທສະ = ນິຣະເທດ ===> ( ເນຣະເທດ )
    ນິ + ຄະມະ = ນິຄະມະ[Nigama] ===> ( ນິຄົມ = ຕລາດ ໃຫຍ່ ດັ່ງ ອານານິຄົມ ເປັນຕົ້ນ )
    ນິ + ຄຸນະ[Guṇa] = ນິຄຸນ = ນິຣະຄຸນ ===> ( ເນຣະຄຸນ )
    ນິ + ໂທສະ = ນິຣະໂທສ ===> ( ນິຣະໂທດ = ຍົກໂທດ ໃຫ້ )
    ນິ + ທຸກຂະ = ນິທຸຂ = ນິຣະທຸຂ ===> ( ນິຣະທຸກ = ປາສຈາກ ຄວາມທຸກ )
    ນິ + ວານະ[Vāna] = ນິພານະ = ນິພພານ ===> ( ນິບພານ )
    ຯລຯ

  5. ນີ[Nī] ທີ່ ເເປວ່າ ຫ່າງ ອອກໄປຂ້າງນອກ ອອກຈາກ ເຊົາ ປາສຈາກ
    ນີ + ໂຣຄະ = ນີໂຣຄະ[Nīroga] = ນີໂຣຄ ===> ( ນີໂຣກ = ປາສຈາກ ການເຈັບປ່ວຍ )
    ຯລຯ

  6. ປະ[Pa] ທີ່ ເເປວ່າ ,ajm ຂ້າງຫນ້າ ຕຣົງໄປຫນ້າ ໃນ ເຈົ້າຈອມ ຫລື ຫົວຫນ້າ
    ປະ + ປາລະ = ປະບາລະ[Pabala] = ປະບາລ ===> ( ປະບານ = ເຂັ້ມເເຂງ )
    ປະ + ເທສະ[Desa] = ປະເທສະ[Padesa] = ປະເທສ ===> ( ປະເທດ = ປະເທດ ທີ່ ມີ ເຈົ້າຈອມ ເປັນ ໃຫຍ່ ຫລື ປະເທດ ທີ່ ມີ ເຈົ້າຂອງ ທີ່ ເປັນ ນາຍ ຕົນເອງ ຫລື ປະເທດ ທີ່ ບໍ່ ຖືກ ຄຸມ ຈາກ ປະເທດ ອື່ນ ດັ່ງ ເເກວ ເປັນຕົ້ນ ອີກປະການນຶ່ງ ຄໍາ “ອະທິ+ປະ+ໄຕຍະ” ກໍ ຖືກ ປະສົມ ດ້ວຍ ຄໍາ “ປະ” ເຊັ່ນ ດຽວກັນ ເເຕ່ ພາຍໃຕ້ ກໍຣະນີ ອັນໃຫມ່ ຊຶ່ງ “ໄຕຍະ” ເເປວ່າ ສາມ ທີ່ ມາ ຈາກ ຕະຍະ[Taya] ເເລະ ກໍ ບໍ່ ເເມ່ນ ເຕຍຍະ[Teyya] ເຫມືອນ ດັ່ງ ທີ່ ຄົນ ທັງຫລາຍ ເຂົ້າໃຈ )
    ຯລຯ

  7. ປະຣາ[Parā] ທີ່ ເເປວ່າ ນອກ ຕ້ານ ກັນ ຕີກັບ “ກະທົບ”
    ປະຣາ + ໄຊຍະ = ປະຣາໄຊຍະ[Parājaya] = ປະຣາໄຊຍ ===> ( ປະຣາໄຊ = ຜ່າຍ[ເເພ້] )
    ຯລຯ

  8. ປະຣິ[Pari] ທີ່ ເເປວ່າ ດັບ ເຕັມປັ່ຽງ [ອ້ອມ ຮອບ]
    ປະຣິ + ສຸທທະ[Suddha] = ປະຣິສຸທ ===> ( ບໍຣິສຸດ )
    ປະຣິ + ນິພພານະ = ປະຣິນິພພານະ[Parinibbāna] ===> ( ປະຣິນິບພານ )
    ຯລຯ

  9. ປະຕິ[Pati] ທີ່ ເເປວ່າ ເຫີນຫ່າງ ທາງຂ້າງ ຕ້ານ ຕອບໂຕ້ ທ່ວງດຶງ ກົງກັນຂ້າມ ທວນ ຕີກັບ
    ປະຕິ + ກາຣະ = ປະຕິກາຣ[Patikāra] = ປະຕິກາຣ ===> ( ປະຕິການ = ການຕ້ານ )
    ປະຕິ + ຣາຊະ = ປະຕິຣາຊະ[Patirāja] = ປະຕິຣາຊ ===> ( ປະຕິຣາດ = ຣາຊາ ທີ່ ບໍ່ ດີ )
    ຯລຯ

  10. ວິ[Vi] ທີ່ ເເປວ່າ ຕລອດ ຕ່າງ ຕ້ານ ເເຈ່ມເເຈ້ງ ພິເສດ ວົນວຽນ ເເຍກ
    ວິ + ວິທະ + ພັນດະ = ວິວິທພັນດ ===> ( ພິພທພັນ = ເຄື່ອງ ເເປກປລາດ )
    ວິ + ອາ + ກາໂຣຕິ = ວິຍາກາໂຣຕິ[Vyākaroti] ===> ( ໄວຍາກອນ )
    ຯລຯ

  11. ອາ[Ᾱ] ທີ່ ເເປວ່າ ຂຶ້ນເທິງ ໄກເເສນໄກ ປີ້ນ
    ອາ + ຄະມະ = ອາຄມ ===> ( ອາຄົມ = ມາ )
    ຯລຯ

  12. ອະພິ[Abhi] ທີ່ ເເປວ່າ ສູງກວ່າ ໃຫຍ່ ພິເສດ ເຫນືອ
    ອະພິ + ມັງຄະລະ = ອະພິມັງຄະລະ[abhimaŋgala] ===> ( ເເຜງ ເປັນ ຄໍາລາວ ອະພິມຸງຄຸນ )
    ອະພິ + ປາລະ = ອະພິບາລ ===> ( ອະພິບານ = ຄຸ້ມຄອງ / ສຸກຂະ ອະພິ ປາລະ = ສຸຂພິບານ )
    ຯລຯ

  13. ອະທິ[Adhi] ທີ່ ເເປວ່າ ຍິ່ງໃຫຍ່ ໄທ້ ຈອມ
    ອະທິ + ມານະ = ອະທິມານະ[Adhimāna] ===> ( ຕີ ຣາຄາ ຕົນເອງ ສູງ ເກີນ ໄປ )
    ອະທິ + ຣາຊະ = ອະທິຣາຊະ[Adhirāja] = ອະທິຣາຊ ===> ( ອະທິຣາດ )
    ຯລຯ

  14. ອະນຸ[Anu] ທີ່ ເເປວ່າ ຫລັງຈາກ ລຸນຫລັງ ຢູ່ກ້ອງ ຜູ້ລອງ
    ອະນຸ + ຊະ = ອະນຸຊະ ===> ( ອະນຸຊາ = ຜູ້ ເກີດ ລຸນຫລັງ / ນ້ອງຊາຍ )
    ອະນຸ + ນາຍະກະ[Nāyaka] = ອະນຸນາຍະກະ = ອະນຸນາຍກ ===> ( ອະນຸນາຍຍົກ = ນາຍ ນ້ອຍ ຫລື ນາຍ ຜູ້ສໍາລອງ )
    ຯລຯ

  15. ອະປະ[Apa] ທີ່ ເເປວ່າ ຫ່າງອອກ ລະໄລ
    ອະປະ + ມານະ[Māna] = ອະປະຣິມານະ[Aparimāna] ===> ( ອັປຣິມານ = ຈໍານວນ ທີ່ ກໍານົດ ບໍ່ ໄດ້ = ອັບ-ປະ-ຣິ-ມານ )
    ອະປະ + ອະຍະ[aya] = ອະບາຍະ[Apāya] ===> ( ອະບາຍ = ຄວາມພັດພາກຈາກໄປ )
    ຯລຯ

  16. ອະປິ[Api] ທີ່ ເເປວ່າ ເກີນ ເຫນືອກວ່າ ໃກ້ຖັດ ( ທີ່ ມີ ຄໍາ ທຽບເທົ່າ ໃນ ພາສາ ຝຣັ່ງ ເເລະ ພາສາ ເກຣັກ épi )
    ອະປິ + ທານະ = ອະປິທານະ[Apidhāna] = ອະປິທານ ===> ( ລ້ອມ ຝາອ້ອມ )
    ອະປິ + ຫິຕະ = ອະປິຫິຕະ[Apihita] = ອະປິຫິຕ ===> ( ຖືກ ຄອບຄຸມ )
    ຯລຯ

  17. ອະຕິ[Ati] ທີ່ ເເປວ່າ ເກີນ ໂພດ ເຫນືອກວ່າ
    ອະຕິ + ສຸນທະຣະ[Sundara] = ອະຕິສຸນທະຣະ ===> ( ອະຕິສຸນທະຣາ = ງາມໂພດ ງາມ ເຫລືອເກີນ )
    ອະຕິ + ຕະ = ອະຕິຕ ===> ( ອະດີດ )
    ອະຕິ + ມານະ = ອະຕິມານະ[Atimāna] ===> ( ຖືຕົວ ສູງ ເກີນ ໄປ )
    ຯລຯ

  18. ອະວະ[Ava] ທີ່ ເເປວ່າ ໃຕ້ ໄກ ມອດ ປິດ ຈົບ(ສິ້ນ) ອ້ອມເເອ້ມ
    ອະວະ + ສາຣະ[Sāra] = ອະວະສາຣະ = ອະວະສາຣ ===> ( ອະວະສານ = ສິ້ນສຸດ ລົງ )
    ອະວະ + ຊານາຕິ[Jānāti] =ອິວະຊານາຕິ ===> ( ອະວະຊານ = ຊານ ທີ່ ຮູ້ ດີ ຫລື ຮູ້ )
    ຯລຯ

  19. ອຸ[U] ທີ່ ເເປວ່າ ເທິງ ບົນ ເຫນືອ
    ອຸ + ທະຍະ = ອຸທະຍະ[Udaya] = ອຸທັຍ ===> ( ອຸໄທ )
    ຯລຯ

  20. ອຸປະ[Upa] ທີ່ ເເປວ່າ ຖັດ ໃກ້ ຕໍ່ໄປ ຜູ້ຣອງ
    ອຸປະ + ສາຂາ = ອຸປະສາຂາ[Upasākhā] ===> ( ອຸປສາຂາ )
    ອຸປະ + ຣາຊາ = ອຸປະຣາຊາ[Uparājā] = ອຸປຣາຊ ===> ( ອຸປຣາດ [ອຸບ-ປະ-ຣາດ] )
    ຯລຯ

ຕົວຢ່າງ ໒ - ຄໍາອະໄວຍະຍະ ລາວ
ເຮົາ ຕ້ອງ ສຶກສາ ໃຫມ່ ເພື່ອ ໃຫ້ ຮູ້ ດ້ວຍ ຄວາມເເນ່ນອນ ວ່າ ເຮົາ ມີ ສິດ ເອົາ ຄໍາໃດ ເເທ້ ເປັນ ຄໍາອຸປສັກ ທີ່ ມາ ຈາກ ຄໍາມູນ

ອີງ ຕາມ ຣູປຕາ ໑ ເເລ້ວ ຄໍາອະໄວຍະຍະ ເປັນ ພຽງເເຕ່ ການເອົາ ຄໍາອຸປສັກ ມາ ຈຸ ໃສ່ ຂ້າງຫນ້າ ຂອງ ຄໍາໃດ ຄໍານຶ່ງ ເທົ່ານັ້ນ ໂດຍ ບໍ່ ມີ ການເເຜງ ອັກຂຣະ ໃດໆ ທັງສິ້ນ ຂອງ ຄໍາ ອຸປສັກ ( ຝຣັ່ງ/ອັງກິດ. Préfixe / Prefix )

ຄັນ ເບິ່ງ ເພີນໆ ເເລ້ວ ຄໍາອຸປສັກ ໃນ ພາສາ ລາວ ກໍ ມີ ຫລາຍ ຄໍາ ດ້ວຍກັນ ເເຕ່ວ່າ ລາງຄໍາ ຈະ ບໍ່ ມີ ຄວາມຫມາຍ ອັນໃດ ທັງສິ້ນ ດັ່ງ ຕົວຢ່າງ ຕໍ່ໄປ ນີ້ ຄື

  • ກະ ລ້າໆ ບໍ່ ມີ ຄວາມຫມາຍ ຍົກເວັ້ນ ກະ ທີ່ ເປັນ ກິຣິຍາ ດັ່ງ ກະຕວງ ເປັນຕົ້ນ
    • ກະກູນ(ຕະກຸນ) ກະເເຈະ(ເມືອງ Kratié ຢູ່ ຂເມນ) ກະເເຈ ກະຈຽວ ກະເຈົາ ກະຈໍາ(ກິ່ວ ກະຈໍາ) ກະຈອກ(ຈອກ) ກະຈັງ ກະຈາຍ ກະຈາດ ກະຈັບປີ່ ກະຈາບ(ນົກ) ກະຈິບ(ນົກ) ກະໂຈມ ກະເເສ ກະເສາະ(ຫມາກມ່ວງ) ກະສວຍ(ສວຍ) ກະສັດ ກະສຸນ ກະສຽນ ກະສອບ ກະເສີມ ກະຊ້າ ກະເຊີ ກະໂຊ້ ກະຊັງ ກະຊ່າງ ກະຊຽງ ກະຊວຍ(ຊວຍ) ກະຊອນ ກະຍື ກະດໍ່(ຫມາກກະດໍ່ ຂອງ ກູ ກ໊ະ ມີ) ກະເເດະ ກະເດົາ ກະດັກກະດໍ້ ກະດູກ(ດູກ) ກະດັ້ງ ກະດ້າງ ກະດິງ(ຕົ້ນໄມ້ ເເກ້ງ ຫລື ເຄື່ອງ ທີ່ ຮຽກ ຫມາກກະດິງ) ກະດິ່ງ ກະດຸ້ງ ກະດຸ້ງກະດິ້ງ ກະດັ້ງ ກະດົ້ງ ກະດອງ ກະດາດ ກະເດີດ ກະດວດ(ພໍ່ກະດວດ) ກະດັນ(ຂາ) ກະດານ ກະດົ້ນ(ງ່ອນ) ກະໂດນ ກະດ້າມ(ໄມ້) ກະດຸມ ກະດຽມ ກະເດ່ວ ກະເເດ່ວ ກະຕ່າ ກະຕືລືລົ້ນ ກະເເຕ ກະເຕາະ ກະຕໍ(ຕໍ) ກະຕໍ້ ກະໄຕ(ຄາງ) ກະເຕົາ(ປາ) ກະຕັກ ກະຕາກ ກະຕິກ(ນໍ້າ) ກະໂຕກ ກະຕ່ອງ ກະຕວງ ກະຕ່າຍ ກະຕອດ ກະຕັນຍູກະຕະເວທີ ກະຕິບ(ຕິບ) ກະເເຕັບ ກະຕາມ ກະຕ່ຽວ ກະຕິ້ວ ກະຖັງ(ຖັງ) ກະຖາງ ກະຖຸ້ງ ກະຖາດ(ຖາດ) ກະຖິນ ກະຖຸນ ກະໂຖນ ກະທະ ກະທາ(ນົກ) ກະທິ ກະທູ້ ກະທໍ ກະທໍາ ກະທັ່ງ ກະທ້າງ ກະທິງ ກະທົງ ກະເທືອຍ(ໄທຍ ເອີ້ນ ກະເທີຍ) ກະທັນຫັນ ກະເທີນ ກະທູບ(ທູບ) ກະທົບ(ກະເທືອນ) ກະນູນ(ສຽງ ທ້ອງຖິ່ນ ຂອງ ເເມງຄະນູນ) ກະບະ ກະເບື້ອ ກະໂບກ ກະບອກ(ບອກ) ກະບັ້ງ(ບັ້ງ) ກະບຸງ(ບຸງ) ກະບອງ ກະໂບງ(ຕາ) ກະເບື້ອງ ກະບວຍ(ບວຍ) ກະບົດ ກະບິ່ນ(ມີດ) ກະບຽນ ກະປິ ກະປູ(ປູ) ກະໂປະ ກະເປົ໋າ(ເປົ໋າ) ກະປຸກ ກະປ໋ອງ(ປ໋ອງ) ກະໂປງ(ອ່ານ ກະໂປ່ງ) ກະປອມ ກະປຸ່ມ(ປຸ່ມ) ກະປ່ອມ(ປ່ອມ) ກະເພາະ ກະໂພກ ກະພອກ ກະຣຸນາ ກະລໍ່າປີ ກະລວດກະລາດ ກະເລັນ ກະຫຣີ່ ກະຫລີ່(ເເມ່ຈ້າງ) ກະວົນກະວາຍ ກະໂຫລກ ກະໂຫລ່ງ ກະອຸບ ກະຮອກ ຯລຯ

  • ກົກ ( ??? ) ຫມາຍເຖິງ ບ່ອນ ເລີ້ມຕົ້ນ ຂອງ ເເນວໃດ ເເນວນຶ່ງ
    • ກົກຂາ ກົກເເຂນ ກົກເເຂ້ວ ກົກເຄົ້າ ກົກເສົາ ກົກເເນນ(ມິ່ງເເນນ)
    • ກົກໄມ້ ( ຕາມ ທີ່ຈິງ ເພິ່ນ ບໍ່ ເວົ້າ “ກົກໄມ້” ເພິ່ນ ເວົ້າ “ຕົ້ນໄມ້” ( Un arbre / A tree ) ຊຶ່ງ “ກົກ” ໃນ ຄໍາ “ກົກໄມ້” ຫມາຍເຖິງ ສົ້ນ ຂອງ ຕົ້ນໄມ້ ທີ່ ຢູ່ ໃກ້ ຮາກ ໃກ້ ດິນ ດັ່ງ ຄໍາເວົ້າ “ເເກ່ ໄມ້ ທາງປາຍ” ເປັນຕົ້ນ )
    • ກົກຫູ ກົກຫູກ ຯລຯ
  • ກອງ ຫມາຍເຖິງ ສິ່ງ ຕ່າງໆ ທີ່ ມາ ເຕົ້າໂຮມ ຢູ່ ເເຫ່ງ ດຽວກັນ ຫລື ທີ່ ມາ ຈຸ້ມ ຢູ່ ພາຍໃຕ້ ເເນວໃດເເນວນຶ່ງ ເເລະ ສິ່ງ ທີ່ ພູນກັນ ຂຶ້ນ
    • ກອງຂີ້ຊາຍ ກອງເຂົ້າ ກອງສີພາຍ ກອງສັງຂານ ກອງສິນຫ້າ ກອງຍາວ ກອງດຸຣິຍາງ ກອງດິນ ກອງເຖີ້ງ(?) ກອງທະຫານ ກອງທຸກ(ທັມມະ) ກອງທັບ ກອງທຸ້ມ ກອງບັນຊາການ ກອງບັນນາທິການ ກອງປະຊຸມ ກອງປະສານງານ ກອງປົດປ່ອຍ ກອງປົດເເອກ(ອອກ ຈາກ ການຂຶ້ນ ກັບ ປະເທດ ອື່ນ) ກອງຜັກ ກອງພັນ ກອງພົນ ກອງຟອນ ກອງໄມ້ ກອງລໍາລຽງ ກອງເວທນາ ກອງວິນຍານ ກອງຫາງ ກອງຫນ້າ ກອງຫລັງ(ກອງຫນູນຫລັງ) ກອງຫລອນ ກອງຮ້ອຍ(ກອງຣ້ອຍ) ( ເເຕ່ ຢ່າ ລືມ ຄໍາວ່າ “ຫມູ່ກອງ” ເນີ )
    • ຯລຯ
  • ການ ຫມາຍເຖິງ ອາການ ເເລະ ສິ່ງ ທີ່ ຄົນ ເຮັດ ເເລະ ປະຕິບັດ
    1. ການກະທໍາ ການກໍ່ສ້າງ ການເເກ້ ການເເກ້ໄຂ ການກືນກິນ ການເກັບກໍາ
    2. ການຂ້າ ການຂົ້ວ ການຂາຍ(ຊາດ) ການຂົ່ມຂືນ
    3. ການຄ້າ ການຄານ ການໂຄ່ນລົ້ມ ການຄົມນາຄົມ
    4. ການງານ (???) ການງົມງາຍ
    5. ການຈໍານອງ ການຈັ້ງ ການເຈືອດ ການຈົມ
    6. ການສູ້ ການສ້າງ ການສິ້ນສຸດ
    7. ການຊິດ ການເຊີດຊູ
    8. ການຍຸເເຍ່ ການຍາດເເຍ່ງ ການຍຶດຄອງ
    9. ການດີ້ນ ການເດີນທາງ
    10. ການຕົວະ ການຕໍາ ການຕາຍ ການຕ່ອຍ ການຕ້ານ ການຕົບ ການຕົ້ມ
    11. ການຖູ ການໄຖ ການໄຖ່
    12. ການທ້າທາຍ ການທໍາລາຍ(ຊາດ)
    13. ການນາ ການເເນະນໍາ ການນໍາພາ ການນອງເລືອດ
    14. ການເບາະ ການບ້ານ ( ການເຮືອນ < ການບ້ານ < ການເມືອງ ) ການໂບ່ມ
    15. ການປົວ ການໄປ ການປໍ້າ ການເເປງ ການປົດເເອກ ການປາດ ການປີ້ນ ການປ່ຽນເເປງ
    16. ການຜັດ ການຜັນ ການຜັນເເປ
    17. ການຝອຍ ການຝືດເຄືອງ ການຝົນ(ພ້າ)
    18. ການເເພ້ ການພ່າງ ການພ່າຍ ການພິມ
    19. ການຟູ ການຟໍ່ ການຟົດ ການຟາດ ການຟື້ນຟູ ການຟຸມເຟືອຍ
    20. ການມາ ການມີ ການເມົາ ການເມືອງ
    21. ການຢັ່ງ ການຢັ້ງ ການຢືນ ການຢ້ຽມຢາມ
    22. ການຣະວັງ ການຣະງັບ ການຣຽບຣຽງ
    23. ການລະ ການລ່າ(ຫົວເມືອງຂຶ້ນ) ການລໍາ ການລໍາອຽງ ການລອຍ ການລອດຕາຍ ການຈົມ
    24. ການເວົ້າ ການວາງເເຜນ
    25. ການເຫິງ(ຫວງ) ການຫວງເເຫນ ການຫ້າມ
    26. ການອໍາ ການອວຍພອນ ການອ່ານ
    27. ການໃຮ່ ການຮໍ່າຮຽນ ການເຮືອນ ຯລຯ
  • ຂີ້ ຫມາຍເຖິງ ຄຸນພາບ ອັນ ຮ້າຍ ທີ່ ມີ ຫລາຍ ເເລ້ວ ໃນ ສິ່ງໃດ ສິ່ງນຶ່ງ
    • ຂີ້ກາກ ຂີ້ໂກງ
    • ຂີ້ຂ້າ(ຕາຂາວ)
    • ຂີ້ຄຸຍ ຂີ້ຄ້ານ
    • ຂີ້ງໍ້ ຂີ້ໂງ່
    • ຂີ້ສໍ້
    • ຂີ້ຕົມ ຂີ້ຕົວະ
    • ຂີ້ຢາ ຂີ້ຢ້ານ
    • ຂີ້ໂມ້ ຂີ້ເມົາ
    • ຂີ້ລັກ ຂີ້ໂລບ
    • ຂີ້ຫິດ ຂີ້ຫມິນ(ຫມໍ້) ຂີ້ຫມິ້ນ ຂີ້ຫລັກ
    • ຂີ້ອ້າງ ຂີ້ໂອ່ງ ຂີ້ອວດ ຯລຯ
  • ຂອງ ຫມາຍເຖິງ ວັດຖຸ ຫລື ພາກສ່ວນ ຂອງ ເລົາຄີງ
    • ຂອງກິນ ຂອງໃຊ້ ຂອງຫລິ້ນ ຯລຯ
  • ເຄື່ອງ ຫມາຍເຖິງ ວັດຖຸ ທີ່ ເຮົາ ໃຊ້
    • ເຄື່ອງກິນ ເຄື່ອງໃຊ້ ເຄື່ອງຫລິ້ນ ຯລຯ
  • ຄວາມ ຫມາຍເຖິງ ສະພາບ ຂອງ ເເນວໃດ ເເນວນຶ່ງ
    • ຄວາມກ້າຫານ
    • ຄວາມຂົມຂື່ນ
    • ຄວາມຄ້ານ
    • ຄວາມງາມ
    • ຄວາມຈົບ
    • ຄວາມບໍ່ພໍໃຈ
    • ຄວາມໂລບ
    • ຄວາມຫລົງ
    • ຯລຯ
  • ໃຈ ຫມາຍເຖິງ ສະພາບ ຂອງ ຈິດ ຂອງ ຄວາມຮູ້ສຶກ ຂອງ ຄວາມນຶກຄິດ
    • ໃຈກວ້າງ
    • ໃຈງ່າຍ
    • ໃຈນ້ອຍ
    • ໃຈເບົາ
    • ໃຈໃຫຍ່
    • ໃຈລອຍ
    • ໃຈວາຍ
    • ໃຈຮ້າຍ
    • ຯລຯ
  • ເຈົ້າ ຫມາຍເຖິງ ເຈົ້າຂອງ ຫລື ຜູ້ ເປັນ ໄທ້ ເປັນ ຈອມ
    • ເຈົ້າຈໍ້າ ເຈົ້າຊີວິດ ເຈົ້າບ້ານ ເຈົ້າພາບ ເຈົ້າຟ້າ ເຈົ້າຣາຊບຸດ ເຈົ້າຣາຊພາຄີໄນ ເຈົ້າເຮືອນ ຯລຯ
  • ຊ່າງ ຫມາຍເຖິງ ຜູ້ ມີ ອາຊີບ ຫາກິນ ດ້ວຍ ວິຊາ ດັ່ງກ່າວ
    • ຊ່າງກໍ່ ຊ່າງກວຽນ ຊ່າງເຄາະ ຊ່າງຄໍາ(ຊ່າງຕີຄໍາ) ຊ່າງເເຄນ ຊ່າງຄວັດ ຊ່າງເງິນ ຊ່າງຕີຄໍາ(ຊ່າງຄໍາ) ຊ່າງຈອດ ຊ່າງຕັດເຄື່ອງ ຊ່າງຕັດຜົມ ຊ່າງເເຕ້ມ ຊ່າງຖ່າຍຮູບ ຊ່າງປືນ ຊ່າງປັ້ນ ຊ່າງພ້າ ຊ່າງໄມ້ ຊ່າງມີດ ຊ່າງຫຍິບ ຊ່າງເຫລັກ ຊ່າງຣົດ ຊ່າງເຮືອນ ຯລຯ
  • ຊາວ ຫມາຍເຖິງ ຄົນ ທີ່ ຢູ່ ເເຄວ້ນໃດ ເເຄວ້ນນຶ່ງ ຫລື ປະເທດໃດ ປະເທດນຶ່ງ
    • ຊາວກາໂຕລິກ ຊາວເຈັກ ຊາວເເກວ ຊາວຂເມນ ຊາວຈີນ ຊາວສວນ ຊາວຍີ່ປຸ່ນ ຊາວດອຍ ຊາວໄທຍ ຊາວນາ ຊາວບ້ານ ຊາວຜິວຂາວ ຊາວຝຣັ່ງ ຊາວພະມ້າ ຊາວພູຊາວຜາ ຊາວພຸດ ຊາວເມືອງ ຊາວຢູໂຣບ(ຊາວເອີຣົບ) ຊາວລັງກາ ຊາວລາວ ຯລຯ
  • “ທີ” ທີ່ ໃຊ້ ກັບ ສັງຂຍາ ຢ່າງດຽວ ( ຄົງ ບໍ່ ເປັນ ຄໍາອະໄວຍະຍະ ) ຕ້ອງ ສຶກສາ ບົດ ກ່ຽວກັບ ສັງຂຍາ ເສັຽກ່ອນ
    • ທີນຶ່ງ ທີສອງ ທີສາມ ທີສີ່ ຯລຯ
    • ທີໂຈກ ທີໂຫລ້ຍ ທີຫລັງ ( “ທີເເລ້ວ” ຫລື “ທີ ເເລ້ວ” ??? )
    • ທີດຽວ ( ຫົວທີ ?) ຯລຯ
  • ໄທ ຫມາຍເຖິງ ຄົນລາວຊາວໄທ ໂດຍ ທົ່ວໄປ ຊຶ່ງ ຄໍາ ໄທ ອາດ ຈະ ຫມາຍເຖິງ ຄົນ ໂດຍ ທົ່ວໄປ ເເລະ ຄໍາ ຄົນ ອາດ ຈະ ມີ ເຄົ້າ ຈາກ ພາສາ ບາລີ ປຸຄຄະລະ ທີ່ ເເຜງ ເປັນ ບຸກຄລ ຫລື ບຸກຄົນ ຊຶ່ງ ໄທລາວ ນິຍົມ ຕັດ ຄໍາເວົ້າ ເປັນ ຄົນ ສ່ວນ ຄໍາຫມາຍ ຂອງ ຄໍາ ປຸຄຄະລະ ນັ້ນ ໃຫ້ ທ່ານ ຊອກ ເຂົ້າໃຈ ເອົາເອງ
    • ໄທກະເເຈະ ໄທກະໄດ ໄທຂັນຕີ ໄທເຂີນ ໄທຈວງ ໄທສາຣະວັນ ໄທສຍາມ(ຫລື “ໄທຍ” ເເຕ່ ຢ່າ ຂຽນ “ໄທ”) ໄທດໍາ ໄທເເດງ ໄທດ່ອນ(ໄທຂາວ) ໄທຊຽງເເຕງ ໄທໃຕ້ ໄທນາ ໄທນົ້ງ ໄທບ້ານ ໄທບ້ານນອກ ໄທບ້ານເເມ່ທວດ ໄທພວນ ໄທເມືອງ ໄທເມືອງຫລວງ ໄທມ່ຽນ ໄທຢີ່ ໄທລື້ ໄທລ້ານຊ້າງ ໄທລ້ານນາ ໄທລາວ ໄທວຽງ ໄທເຫນືອ ໄທຫລົງ ໄທອັຕປື ໄທອາຫົມ ໄທອິສານ ໄທເຮືອນ(ໄທຊານ) ( ເເຕ່ ເພິ່ນ ບໍ່ ເວົ້າ ຈັກເທື່ອ ວ່າ ໄທເເມ້ວ ໄທເເກວ ໄທເຈັກ ໄທພະມ້າ ໄທຂເມນ ) ຯລຯ
  • ນໍ້າ ຫມາຍເຖິງ ນໍ້າ ເເລະ ຄຸນສົມບັດ
    • ນໍ້າກະທິ ນໍ້າກ໊ອກ ນໍ້າກົດ ນໍ້າກັ່ນ ນໍ້າກິນ ນໍ້າກິນເຫລັກກິນທອງ(ໃນ ນິທານ) ນໍ້າກ້ອນ(ນໍ້າເເຂງ) ນໍ້າເເກ່ງ(ເເກ່ງ) ນໍ້າເຂົ້າປຸ້ນ ນໍ້າຂອງ ນໍ້າຂຶ້ນ ນໍ້າຂ້ຽວ ນໍ້າຄໍາ ນໍ້າຄັນ ນໍ້າຄານ(ນໍ້າເຊຄານ) ນໍ້າເຄືອບ ນໍ້າເຄັມ ນໍ້າງື່ມ(ນໍ້າເຊງື່ມ) ນໍ້າໃຈ ນໍ້າຈືດ ນໍ້າຈັນ ນໍ້າຈັ້ນ(ອອກ ຈາກ ບໍ່ນ້ອຍ) ນໍ້າສະ ນໍ້າສີ ນໍ້າສາບານ ນໍ້າສຽງ ນໍ້າສົ້ມ ນໍ້າຊາ ນໍ້າເຊ ນໍ້າຊັນ(ນໍ້າເຊຊັນ) ນໍ້າຍ້ອມ(ສີ) ນໍ້າຍ່ຽວ ນໍ້າດໍາ(ນໍ້າເຊດໍາ) ນໍ້າຕາ ນໍ້າເຕົ້າ ນໍ້າຕົກ(ອາຫານ) ນໍ້າຕົກຕາດ ນໍ້າຕານ ນໍ້າຕັບ ນໍ້າຕົ້ມ ນໍ້າຖ້ວມ(?) ນໍ້າທະເລ(ນໍ້າຢາ) ນໍ້າທ່າ ນໍ້ານອງ ນໍ້າມູນ ນໍ້ານົມ ນໍ້ານົມຂຸ້ນ ນໍ້ານົມສົດ ນໍ້າບໍ່ ນໍ້າບຸ້ນ ນໍ້າເເບ້ນ ນໍ້າປາ ນໍ້າປາກ ນໍ້າເຜິ້ງ ນໍ້າຜາຍ ນໍ້າຝົນ ນໍ້າພຸ ນໍ້າມາ(ນໍ້າເຊມາ ດັ່ງ ເຊກະຫມານ ເຊກອງ ເຊເສັດ ເເລະ ເຊຣະບໍາ ເປັນຕົ້ນ) ນໍ້າມື ນໍ້າມຶກ ນໍ້າມາກ ນໍ້າມູກ(ນໍ້າຂີ້ມູກ) ນໍ້າມວກ ນໍ້າມອກ ນໍ້າມັນ ນໍ້າມົນ ນໍ້າຢາ ນໍ້າຢາດ ນໍ້າຣົດ ນໍ້າລົງ ນໍ້າລາຍ ນໍ້າເຫື່ອ(ນໍ້າເເຮງ) ນໍ້າຫາງ ນໍ້າຫອມ(ນໍ້າອົບນໍ້າຫອມ) ນໍ້າຫນ້າ ນໍ້າຫນັກ ນໍ້າຫນອງ ນໍ້າຫມາກ ນໍ້າຫມາກໄມ້ ນໍ້າຫມອກ ນໍ້າຫວານ ນໍ້າອ້ອຍ ນໍ້າຮ້ອນ ຯລຯ
  • ນັກ ຫມາຍເຖິງ ຜູ້ ທີ່ ມັກ ເຮັດ ເເລະ ສເເວງຫາ ເຮັດ ຢ່າງນັ້ນ ຢູ່ ຕລອດ ( ຫມາຍເຖິງ ວິຊາ ພິເສດ ຫລື ວິຊາ ຫາກິນ ຂອງ ມັນ ຮຽກ ນັກ )
    • ນັກກິລາ ນັກກູ້ຊາດ ນັກການທູດ ນັກກິນ ນັກຂ້າ ນັກຂີ້ສໍ້ ນັກຂູດຮີດ ນັກຂຽນ ນັກຄົ້ນຄວ້າ ນັກສະເເດງ(ຫນັງ) ນັກສູ້ ນັກສຶກສາ ນັກສອຍ ນັກສືບ ນັກເສບ ນັກຊົກ ນັກຊົດ ນັກຊ່ຽວຊານ ນັກດົນຕຣີ ນັກຕ່ອຍ ນັກເຕັ້ນລໍາ ນັກຕົບ ນັກທໍຣະນີວິທຍາ ນັກໂທດ ນັກທ່ອງທ່ຽວ ນັກໂບຣານຄະດີ ນັກບວດ ນັກບິນ ນັກປະພັນ ນັກປາດ ນັກປຸ້ນ ນັກປຣັຊຍາ ນັກປວັດສາດ ນັກພຶກສາຊາດ ນັກມວຍ ນັກຣ້ອງ ນັກຣົບ ນັກລ່າເນື້ອ ນັກລ່າຫົວເມືອງຂຶ້ນ ນັກເລງ ນັກເວົ້າ ນັກວິທຍາສາດ ນັກຮຽນ ຯລຯ
  • ນາຍ ຫມາຍເຖິງ ຜູ້ ມີ ຫນ້າທີ່ ກໍາກັບ ເເນວໃດເເນວນຶ່ງ ( ຫມາຍເຖິງ ຫນ້າທີ່ ຮັບຜິດຊອບ )
    • ນາຍຄັງ ນາຍຄຣູ ນາຍຈ່າ ນາຍສິບ ນາຍຊ່າງ ນາຍຍົກ ນາຍດ່ານ ນາຍຕໍາຣວດ ນາຍທະຫານ ນາຍທ້າຍ ນາຍບ້ານ(ໄທຍ ເວົ້າ ຊຶ່ງ ຄົນລາວ ເວົ້າ ພໍ່ບ້ານ) ນາຍເເພດ ນາຍພັນ ນາຍພົນ ນາຍຫນ້າ ນາຍຫມູ່ ນາຍຫມໍ ນາຍຫມວດ ນາຍຮ້ອຍ(ນາຍຣ້ອຍ) ຯລຯ
  • ໃບ ຫມາຍເຖິງ ຄໍາເວົ້າ ທີ່ ບອກ ຮູບ ບອກ ລັກສນະ
    • ໃບຂັບຂີ່ ໃບຄໍ້າປະກັນ ໃບສມັກ ໃບຊາຕາ(ໃບລາຍເກີດ) ໃບຕອງ ໃບຕອງກ້ວຍ ໃບຕອງກຸງ ໃບໄມ້ ໃບປະກາດ ໃບປິວ ໃບລານ ໃບອະນຸຍາດ ໃບຮັບ ໃບຮັບຮອງ ຯລຯ
  • ບັກ ຫມາຍເຖິງ ຄໍາເວົ້າ ເພື່ອ ໃຊ້ ດູຖູກ ຄົນໃດ ຄົນນຶ່ງ
    • ບັກຂີ້ອວດ ບັກໂງ່ ບັກຈ້າ ບັກຫ່າ ບັກຫນວດ ນັກອຶກກະທຶກ ( ເເລ້ວ ເເຕ່ ຊິ ເວົ້າ ) ຯລຯ
  • ບາງ ຫມາຍເຖິງ ສິ່ງ ທີ່ ມີ ເລັກ ມີ ຫນ້ອຍ
    • ບາງຄັ້ງ ບາງຄາວ ບາງທີ ບາງເທື່ອ ບາງເບົາ ຯລຯ
  • ເເມ່ ຫມາຍເຖິງ ຄົນ ທີ່ ເປັນ ອໍານາດ ຫລື ສິ່ງຂອງ ທີ່ ນໍາພາ ສິ່ງ ທັງຫລາຍ ເຫລົ່ານັ້ນ ເເລະ ທີ່ ໃຫ້ ກໍາເນີດ ເເນວໃດ ເເນວນຶ່ງ
    • ເເມ່ກະກາ ເເມ່ກັກ ເເມ່ກັງ ເເມ່ກາຍ ເເມ່ກັດ ເເມ່ກັນ ເເມ່ກັບ ເເມ່ກັມ ເເມ່ກາວ ເເມ່ຂາວ ເເມ່ຄ້າ ເເມ່ຄົວ ເເມ່ຈ້າງ ເເມ່ສື່ ເເມ່ຊີ ເເມ່ຍ່າ ເເມ່ຍິງ ເເມ່ຕູ້ ເເມ່ເຖົ້າ ເເມ່ທັງເເປດ ເເມ່ທັບ ເເມ່ທ້ອງ ເເມ່ທູນຫົວ ເເມ່ນໍ້າ ເເມ່ນົມ ເເມ່ບ້ານ ເເມ່ໂປ່ ເເມ່ເປັ້ງ ເເມ່ເຜິ້ງ ເເມ່ພິມ ເເມ່ພຍາດ ເເມ່ມົດ ເເມ່ມານ ເເມ່ລູກອ່ອນ ເເມ່ລ້ຽງ ເເມ່ລ່າມ ເເມ່ຫມ້າຍ ເເມ່ເຫລັກ ເເມ່ອອກ ເເມ່ຮ້າງ ເເມ່ເຮືອນ ຯລຯ
  • ຜ້າ ຫມາຍເຖິງ ເເພ ທີ່ ບອກ ຊນິດ ຂອງ ເເພ
    • ຜ້າກັ້ງ
    • ຜ້າຂະມ້າ ຫລື ຜ້າຕາລ່ອງ ( ເອີ້ນ ຕາມ ຕາ ຂອງ ມັນ ວ່າ ຜ້າຕາລ່ອງ ຊຶ່ງ ຄົນລາວ ສ່ວນຫລາຍ ມັກ ເອົາ ມັນ ມາ ມັດ ເເອວ ຈົນ ກາຍເປັນ ສັນຍາລັກ ຂອງ ລາວ ເເຕ່ ເມື່ອ ເວລາ ມັນ ຮ້ອນ ມາ ເຂົາ ກໍ ເອົາ ມາ ມັດ ຫົວ ອີກເເນວນຶ່ງ ໃນ ຄາວກ່ອນ ເມື່ອ ຄົນເຮົາ ຂີ່ ມ້າ ທີ່ ບໍ່ ມີ ອານ ເຂົາ ກໍ ເອົາ ຜ້າ ອັນນີ້ ປູ ໃສ່ ຫລັງມ້າ ເພື່ອ ນັ່ງ ຢອງ ກົ້ນ ໂຕເອງ ຫັນ ຕວ໊າ )
    • ຜ້າສະບົງ ຜ້າສໍາລີ ຜ້າເຊັດມື ຜ້າປ່າ ຜ້າປູ ຜ້າເເພ ຜ້າພັນຄໍ ຜ້າພັນບາດ ຜ້າພັນຫົວ
    • ຜ້າມົນ ຫລື ຜ້າສີ່ເເຈ ຫລື ຜ້າສີ່ເເຈ່ງ ຫລື ຜ້າເຊັດຂີ້ມູກ || ຝຣັ່ງ. Mouchoir
    • ຜ້າຫົ່ມ ຜ້າອ້ອມ ຯລຯ
  • ຜູ້ ນາມ ທີ່ ຫມາຍເຖິງ ຄົນ ທີ່ ເປັນ ເເນວນັ້ນ ເເນວນີ້
    • ຜູ້ກົກ ຜູ້ກາງ ຜູ້ກວດກາ ຜູ້ຂາຍຊາດ ຜູ້ສື່ຂ່າວ ຜູ້ສມັກ ຜູ້ສລາດ ຜູ້ຊາຍ ຜູ້ຍິງ ຜູ້ຍັງ ຜູ້ໃດ ຜູ້ດຽວ ຜູ້ຕາງຫນ້າ ຜູ້ຕາຍ ຜູ້ຕັດສິນ ຜູ້ເຖົ້າ ຜູ້ໄທ ຜູ້ເເທນ ຜູ້ນ້ອຍ ຜູ້ປົກຄອງ ຜູ້ລີ້ໄພ ຜູ້ເລັກ ຜູ້ລາວ ຜູ້ເວົ້າ ຜູ້ໃຫຍ່ ຜູ້ຫລ້າ ຜູ້ໄວ້ໃຈ ຜູ້ຮັກຊາດ ຯລຯ
  • ພໍ່ ຫມາຍເຖິງ ຜູ້ຮັບຜິດຊອບ ຫນ້າທີ່ ອັນ ສໍາຄັນ
    • ພໍ່ຄ້າ ພໍ່ຄົວ ພໍ່ຈ້າງ ພໍ່ສື່ ພໍ່ສ່ຽວ ພໍ່ຕາ ພໍ່ຕູ້ ພໍ່ເຖົ້າ ພໍ່ທູນຫົວ ພໍ່ນາ ພໍ່ບ້ານ ພໍ່ບຸນທັມ ພໍ່ໂປ່ ພໍ່ລ້ຽງ ພໍ່ລ່າມ ພໍ່ຫມ້າຍ ພໍ່ອາວ ພໍ່ໃຮ່ ພໍ່ຮັກ ພໍ່ຮ້າງ ພໍ່ເຮືອນ ຯລຯ
  • ລູກ ຫມາຍເຖິງ ຄົນ ຫລື ສິ່ງຂອງ ທີ່ ໄດ້ມີ ກໍາເນີດ ຫລື ທີ່ ເຕົ້າ ຢູ່ ບ່ອນ ດຽວກັນ ພາຍໃຕ້ ອໍານາດ ຂອງ ຜູ້ໃດ ຜູ້ນຶ່ງ ຫລື ຂອງ ສິ່ງໃດ ສິ່ງນຶ່ງ
    • ລູກກະເເຈ ລູກກະສຸນ ລູກໄກ່ ລູກກໍາພ້າ ລູກກໍາພອຍ ລູກກົກ ລູກກາງ ລູກກອນ ລູກເຂີຍ ລູກຄ້າ ລຸກຄິດ ລູກຄົນ ລູກເເຄນ ລູກຈ້າງ ລູກສັດ ລູກສິດ ລູກສອນ ລູກສູບ ລູກສາວ ລູກຊູ້ ລູກຊີດ ລູກເເຊດ(?) ລູກຊອດ ລູກຊີ້ນ ລູກຊາຍ ລູກດິ່ງ ລູກເເຕກ ລູກໂທນ ລູກນ້ອງ ລູກບ້ານ ລູກເປັດ ລູກປືນ ລູກຝາເເຝດ ລູກໃພ້(ລູກສະໃພ້) ລູກໄມ້ ລູກລ້ຽງ ລູກຫົວສາວ ລູກຫນ້າ ລູກຫລ້າ ລູກເເຫລ້ງ ລູກຫລອດ ລູກຫວ່ານ ລູກຮັກ ຯລຯ
  • ລາງ ເເປວ່າ ບາດມີ ບາດບໍ່ມີ ( ຄົງ ບໍ່ ເປັນ ອະໄວຍະຍະ )
    • ລາງຄົນ ລາງເທື່ອ ລາງມື້ ຯລຯ
  • ຫົວ ຫມາຍເຖິງ ທາງເຫນືອ ຂອງ ເເມ່ນໍ້າ ນຶ່ງ ເເຄວ້ນ ທີ່ ມີ ເຈົ້າເມືອງ ນຶ່ງ ເເລະ ຜູ້ນໍາພາ ຫມູ່ ເຮັດ ເເນວນັ້ນ ເເນວນີ້
    • ຫົວກະທິ ຫົວກະລໍ່າປີ ຫົວກະໂຫລກ ຫົວກື ຫົວກໍາປັ່ນ ຫົວກອຍ ຫົວການຄ້າ ຫົວການເມືອງ ຫົວກ້ອນເສົ້າ ຫົວກຸດ ຫົວໂກດ ຫົວກົບ ຫົວຂ່າ ຫົວຂີ້ເລື່ອຍ ຫົວຂີ້ຫມິ້ນ ຫົວຂີ້ເຫລົ້າ ຫົວຂໍ່(ປາຄໍ່) ຫົວຂໍ້ ຫົວຂົວ ຫົວເຂົ່າ ຫົວເຂົ້າ ຫົວຂີງ ຫົວເເຂງ ຫົວຂອງ ຫົວຂາດ ຫົວຂັ້ນໄດ ຫົວໂຂນດອກ ຫົວຂອດ ຫົວຂາວ(ຫົວດ່ອນ) ຫົວຂວັນ ຫົວຂວັ້ນ ຫົວຄໍ່າ ຫົວຄ້ອຍ ຫົວຄິດ(ເເຕ່ ບໍ່ ເເມ່ນ ຫົວຄຶດ) ຫົວໂຄັຍ ຫົວຄົນ ຫົວໃຈ ຫົວໂຈກ(ຫົວໂປ່) ຫົວສີໃຄ ຫົວເສັຽ(?) ຫົວສູງ ຫົວເເສນ ຫົວສັດ ຫົວສິບ ຫົວສ້ວມ(ຫົວວິດ) ຫົວຊາ(ຢ່າ ໄປ ຫົວຊາ ມັນ ເຖາະ) ຫົວເຊີ້(ຫົວຊ້າ) ຫົວຊຽງຫມ້ຽງ ຫົວຍົນ ຫົວດີ ຫົວດື້(ຫົວດ້ານ) ຫົວດໍາ ຫົວດ່ອນ ຫົວດ່າງ ຫົວຕິ່ວ ຫົວຕື ຫົວຕັງ ຫົວຕົງ ຫົວຕຽງ ຫົວທີ ຫົວທຽນ ຫົວນາ ຫົວນໍ້າ ຫົວນົມ ຫົວບ້ານ ຫົວເເບ້ນ ຫົວບອນ ຫົວບ່ອນນອນ ຫົວປີ ຫົງໂປ່ ຫົວໂປ້ຕີນ ຫົວໂປ້ມື ຫົວປິ່ນ ຫົວຜັກ ຫົວເຜືອກ ຫົວພູ(ຫົວຜາ) ຫົວພັນ ຫົວເມືອງ ຫົວມັນ ຫົວເຢັນ ຫົວເຣື່ອງ ຫົວຣົດ ຫົວຣົດໄຟ ຫົວລ້ານ ຫົວລ້ານເເຍ່ ຫົວລົມ ຫົວລ້ຽວ(ຫົວຕໍ່) ຫົວວິດ ຫົວຫງອກ ຫົວຫນ້າ ຫົວຫນ່ວຍ ຫົວຫມອຍປົ່ງ ຫົວຫມື່ນ ຫົວຫລັກຫົວເເຫລມ ຫົວໂຫລ້ນ ຫົວເເຫລມ ຫົວຫວ້ານ ຫົວອາຫານ ຫົວອົກ ຫົວເຮືອ ຫົວຮໍາ ຫົວຮ້ອຍ(ຫົວຣ້ອຍ) ຫົວຮ້ອນ ຫົວເຮືອນ ຯລຯ
  • ຫມໍ ຫມາຍເຖິງ ຜູ້ ຮູ້ ວິຊາໃດ ວິຊານຶ່ງ ຖນັດ ດີ ( ຊໍານານ )
    • ຫມໍກອນ ຫມໍເເຂ້ວ(ຫມໍປົວເເຂ້ວ) ຫມໍເເຄນ ຫມໍງູ ຫມໍດູ ຫມໍຕາ(ຫມໍປົວຕາ) ຫມໍເດົາ ຫມໍນວດ ຫມໍບີບ ຫມໍປາດ ຫມໍຜີ ຫມໍພອນ ຫມໍມໍ ຫມໍມົນ ຫມໍຢາ ຫມໍລໍາ ຯລຯ
  • ຫມາກ ຫມາຍເຖິງ ສິ່ງ ທີ່ ເກີດ ເປັນ ຫນ່ວຍ ອອກ ຈາກ ຕົ້ນໄມ້ ( ຜົລໄມ້ ) ຫລື ລີລາການຫລິ້ນ ຕ່າງໆ
    • ຫມາກກະດອງໃຈ ຫມາກກະຖຸນ ຫມາກກິນເມືອງ ຫລື ຫມາກຍາດເມືອງ ຫມາກໄຂ່ຫໍາ ຫມາກໄຂ່ຫລັງ ຫມາກເຂືອ ຫມາກຄ່າງ ຫມາກຄວາຍຊົນຄວາຍ ຫລື ຫມາກຄວາຍເຊີງຄວາຍ ຫມາກຈິລຸນ ຫມາກເສືອກິນຫມູ ຫມາກໄສ ຫມາກສຸກ ຫມາກສົບໄຖ ຫມາກຊະກະ ຫລື ຫມາກຊະກາ ຫມາກດາມ ຫມາກຕານ ຫມາກຖົ່ວດິນ ຫມາກຖົ່ວຣຽນ ຫມາກນໍ້າເຕົ້າ ຫມາກນັດ ຫມາກບ້າ ຫມາກເບັງ ຫມາກເເບ້ນ ຫມາກໂຜະ ຫມາກຝາງ ຫມາກພ້າວ ຫມາກໄມ້ ຫມາກລະຄັງ ຫມາກລີ້ ຫມາກລໍາໄຍ ຫມາກເຫັບ ຫມາກຫລອດ ຫມາກວີດ ຫມາກຫວ້າ ຫມາກຫວ່ານ ຫມາກໃຮ່ນາ ຯລຯ
  • ອີ່ ນອກຈາກ ອີ່ພໍ່ ອີ່ເເມ່ ອີ່ປ້າ ອີ່ລູງ ອີ່ຫລ້າ ອີ່ຄໍາ ເເລ້ວ ມັນ ຈະ ໃຊ້ ໃນ ການດູຖູກ ທັງນັ້ນ ຫລື ຍ້ອນ ຂາດ ຄວາມນັບຖື ສໍາລັບ ການໃຊ້ ຄໍາ ອີ່ພໍ່ ອີ່ເເມ່ ອີ່ປ້າ ອີ່ລູງ ອີ່ຫລ້າ ອີ່ຄໍາ ຈະ ມີ ພຽງເເຕ່ ຄົນ ໃກ້ຊິດ ທີ່ສຸດ ເເລະ/ຫລື ທີ່ ມີ ຄວາມຮັກ ສນິດສນົມ ພ້ອມດ້ວຍ ຄວາມນັບຖື ອີກດ້ວຍ ( ດັ່ງ ລູກ ເປັນ ຕົ້ນ ) ຈຶ່ງ ໃຊ້ ຄໍານີ້ ໄດ້
    • ອີ່ຄໍາ ອີ່ເເມ່ ອີ່ປ້າ ອີ່ພໍ່ ອີ່ລູງ ອີ່ຫລ້າ ອີ່ຫລີ(ອີ່ຫລໍ)
    • ອີ່ຈອງຫອງ ອີ່ສໍາຫາວ ອີ່ຊາດຊົ່ວ ອີ່ຕາ ອີ່ນາຍ ອີ່ເເມ່ຈ້າງ ອີ່ຫີຄຽວ ອີ່ຫນ້າມ້າ ອີ່ຫນ້າຫມາ
    • ຯລຯ

  • ( ໃຫ້ ຊອກ ຕໍ່ໄປ ) ຯລຯ

ຫມາຍເຫດ
ເຮົາ ຄວນ ສຶກສາ ໃຫມ່ ຫມົດ ດ້ວຍ ການຕັ້ງ ຄໍາຖາມ ໃຫມ່ ອີກ ຫລາຍ ຂໍ້ ດ້ວຍກັນ

  • ເມື່ອ ເຮົາ ເອົາ ຄໍາອຸປສັກ ທີ່ ເປັນ ພາສາ ລາວ ຕື່ມ ໃສ່ ເເລ້ວ ຄໍາອະໄວຍະຍະ ຍັງ ຈະ ຮັກສາ ຄວາມຫມາຍ ເດີມ ໄວ້ ຄືເກົ່າ ຫລືບໍ່ ຫລື ຈະ ໃຫ້ ມັນ ຮັກສາ ໄວ້ ຫມົດ ທັງສອງ ອັນ ຄື ຄວາມຫມາຍ ເດີມ ເເລະ ມັນ ສາມາດ ປ່ຽນ ຄວາມຫມາຍ ໃຫມ່ ໄດ້ ?
  • “ເບື້ອງ” ເປັນ ນາມ ເເລະ ມີ ຄວາມຫມາຍ ອີກ ຢ່າງນຶ່ງ
  • “ກະ” ຖ້າ ເປັນ ກິຣິຍາ ຈຶ່ງ ຈະ ມີ ຄວາມຫມາຍ ເເຕ່ ໃນ ທີ່ນີ້ “ກະ” ເປັນ ຄໍາອຸປສັກ ເເລະ ກໍ ບໍ່ ມີ ຄວາມຫມາຍ ຢ່າງໃດ
    • ກະ + ເບື້ອງ = ກະເບື້ອງ ເມື່ອ ເຮົາ ເອົາ ຄໍາ ທັງສອງ ມາ ຈຸ ໃສ່ ກັນ ຄວາມຫມາຍ ຂອງ ຄໍາ ອະໄວຍະຍະ ຄໍານີ້ ປ່ຽນ ຈາກ ຄວາມຫມາຍ ເດີມ ເເຕ່ວ່າ “ກະທໍ” ຫລື “ທໍ” ຈະ ບໍ່ ປ່ຽນ ຄວາມຫມາຍ

ອີກປະການນຶ່ງ ຄັນ ເຮົາ ອີງ ເອົາ ຕາມ ຄໍາເວົ້າ ຂ້າງເທິງນີ້ “ຄໍາອະໄວຍະຍະ ຫມາຍເຖິງ ຈໍາພວກ ຄໍາບຸພບົດ ທີ່ ເປັນ ຄຸນນາມ ( ຊຶ່ງ ບໍ່ ມີ ການຜັນເເປ ເມື່ອ ເຮົາ ເອົາ ມັນ ໄປ ຈຸ ໃສ່ ຫນ້າ ຄໍາອື່ນ )” ເເລະ ເຮົາ ຈະ ຫາ ຄໍາ ທີ່ ເປັນ ຄຸນນາມ ເເລະ ທີ່ ເປັນ ຄໍາອຸປສັກ ໄດ້ ຍາກ ໃນ ພາສາ ລາວ

  • ຫນັກ + ໃຈ = ຫນັກໃຈ
  • ຊື່ນ + ໃຈ = ຊື່ນໃຈ
  • ດີ + ໃຈ = ດີໃຈ
  • ຫລາຍ + ໃຈ = ຫລາຍໃຈ
  • ສອງ(???) + ຫົວ = ສອງຫົວ ດັ່ງ ນົກສອງຫົວ
  • ຯລຯ

ສລຸບຄວາມ || Conclusion
ຕາມທີ່ຈິງ ເພິ່ນ ໃຊ້ ຄໍາອະໄວຍະຍະ ສະເພາະ ຫລັກ ໄວຍາກອນ ບາລີ ເເຕ່ ເມື່ອ ເຫັນ ບັນດາ ຣາຊບັນດິດ ໄດ້ໃຊ້ ໃນ ໄວຍາກອນ ລາວ ຂ້າພະເຈົ້າ ກໍ ໄດ້ພິສູດ ເຫັນວ່າ ມັນ ເຂົ້າກັນ ດີ ເເລະ ມັນ ຍັງ ເປັນ ຄວາມຄິດ ທີ່ ດີ ໃນ ການກໍານົດ ກົດເກນ ຂອງ ໄວຍາກອນ ລາວ ໃຫ້ ເເຈ່ມເເຈ້ງ ຂຶ້ນ ກວ່າເກົ່າ ນັ້ນເອງ

ເມື່ອ ຄໍາ ດັ່ງກ່າວ ກາຍມາ ເປັນ ຄໍາອະໄວຍະຍະ ເເລ້ວ ເຮົາ ກໍ ມີ ສິດ ຂຽນ ໃສ່ ໃນ ວັຈນານຸກົມ ໄດ້ ເນື່ອງຈາກວ່າ ຄໍາ ດັ່ງກ່າວ ໄດ້ກາຍມາ ເປັນ ຄໍານຶ່ງ ຄໍາດຽວ ນັ້ນເອງ ເເລະ ການຂຽນ ຄໍາອະໄວຍະຍະ ນີ້ ( ການສະກົດ ) ຕ້ອງ ຂຽນ ຕິດກັນ ສເມີ ປາສຈາກ ການຍະວ່າງ ໃດໆ ທັງສິ້ນ ( ອັນນີ້ ຄື ຈຸດ ທີ່ ເຮົາ ຄວນ ຄຶດ ໃຫ້ ລະອຽດ ກ່ອນ ການຕັດສິນໃຈ ໃດໆ ) ເເລະ ຄວາມຫມາຍ ຂອງ ຄໍາສັບ ເເຕ່ລະຄໍາ ຈະ ມີ ຄວາມເເນ່ນອນ ກວ່າເກົ່າ ເເລະ ຄວາມເເນ່ນອນ ໃນ ການຂຽນ ຄໍາລາວ ກໍ ຈະ ມີ ຫລາຍ ຂຶ້ນ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ບັນທຶກ /Notes

[1] An elementary pali course - Nārada Thera - October, 1952 - This work is provided as Public domain under terms of GNU - Dec. 1996.

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0