ພາສາ ລາວ - La langue lao ບົນ ລາວເເພນ

ຄໍາສມາດ

ວັນເສົາ ທີ ໒໓ ເດືອນ ມິຖຸນາ/juin  ຄສ. 2012, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ລັກສນະ ຂອງ ຄໍາເວົ້າ
“ວາຈີວິພາກ” ເປັນ ນາມ ເເລະ ເປັນ ຄໍາປະສົມ ທີ່ ໄດ້ມາ ຈາກ ຄໍາບາລີ “ວາຈີ/ວາຈາ” ທີ່ ເເປວ່າ ຄໍາເວົ້າ ເເລະ “ວິພາກ” ທີ່ ເເປວ່າ ອະທິບາຍ ຢ່າງ ເເຈ່ມເເຈ້ງ ເເລະ ເປັນ ບັ້ນໃຜບັ້ນມັນ ໄປ || ຝຣັ່ງ/ອັງກິດ. Narrer / Narate ( Narrateur / Narrator ) ຊຶ່ງ ວາຈີວິພາກ ຫມາຍເຖິງ ການວິພາກ ຄໍາເວົ້າ ( ໃຫ້ ລະອຽດ ) ນັ້ນເອງ ເພາະວ່າ ການເເປ ຄໍາບາລີ ຕ້ອງ ເລີ້ມ ເເປ ຈາກ ພຍາງທ້າຍ ໄປ ຫາ ພຍາງຫນ້າ ສເມີ

ທາຕຸສາດ || Etymologie / Etymology

  • “ສມາດ” ອ່ານວ່າ ສະ-ຫມາດ ເເຕ່ ໃຫ້ ອ່ານ ພຍາງ ສະ ບໍ່ ໃຫ້ ເຕັມຄໍາ ຄື ອ່ານ ໄວໆ ນັ້ນເອງ

    “ສມາດ” ມີ ສອງ ພຍາງ ດ້ວຍກັນ ຄື ພຍາງ ສະ ເເລະ ພຍາງ ຫມາດ ອີກປະການນຶ່ງ ຄໍາໃດ ທີ່ ຂຽນ ດ້ວຍ ພຍັນຊນະ ຕົວຕົ້ນ ທີ່ ເປັນ ພຍັນຊນະ ຈູງ ພຍາງຫນ້າ ຂອງ ຄໍານັ້ນ ຈະ ບໍ່ ມີ ຄວາມຫມາຍ ຢ່າງໃດ ທັງສິ້ນ ( “ສະ” ບໍ່ ມີ ຄວາມຫມາຍ ຫຍັງ ເເຕ່ຫາກວ່າ ຜິວ່າ “ສະ” ເປັນ ຄໍານຶ່ງ ຄໍາດຽວ ເເລະ ເປັນ ຄໍາລາວ ມັນ ຈະ ເເປວ່າ ບ່ອນ ທີ່ ມີ ນໍ້າ ນັ້ນເອງ ຄື ຫນອງສະ )
  • ສມສ[samas] V. ເປັນ ຄໍາສັນສະກຣິດ ເເລະ ທີ່ ຖືກ ເເຜງ ມາ ເປັນ ຄໍາລາວ “ສມາດ” ຊຶ່ງ ສະກົດ ດ້ວຍ ຕົວດໍ ( ◌ດ◌ ) ໃນ ເເມ່ກັດ ອັນ ມີ ຄໍາທາຕຸ ສັມ[Sam] ປະກອບ ຢູ່ ດ້ວຍ ຊຶ່ງ “ສັມ” ເເປວ່າ ດ້ວຍກັນ ນໍາກັນ ຮ່ວມກັນ ດັ່ງນັ້ນ “ສມາດ” ຈະ ເເປ ໄດ້ ວ່າ ປະກອບ ປະສົມ ສົມທົບ ໂຮມໃສ່ກັນ || ຝຣັ່ງ. combiner, composer, réunir
  • ສະມາສະ[Samāsa] ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເປວ່າ ປະສົມ ປະກອບ ເເລະ ຖືກ ເເຜງ ເປັນ ຄໍາລາວ ສມາດ || ຝຣັ່ງ/ອັງກິດ. Composé, combination / Compound, comnination

ໂຄສະຖານ || Phonétique / Phonetics

  • “ສະ” ມີ ສຽງສັ້ນ ເເລະ ມີ ສຽງຫອງ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຫາ ສຽງສູງ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ
  • “ຫມາດ” ມີ ສຽງຍາວ ເເລະ ສຽງຫອງ ຊຶ່ງ ຫມາຍເຖິງ ສຽງ ທີ່ ເລີ້ມ ຈາກ ສຽງຕໍ່າ ເເລະ ເຈີດ ຂຶ້ນ ໄປ ຫາ ສຽງສູງ ເເລະ ກໍ ສິ້ນສຸດ ລົງ ຢູ່ ທີ່ນັ້ນ

ສຽງສັ້ນ ເເລະ ສຽງຍາວ ມີ ລວງຍາວ ເທົ່າທຽມກັນ ເເຕ່ ເພິ່ນ ຈະ ອ່ານ ຄໍາ ທີ່ ມີ ສຽງສັ້ນ ໄວ ກວ່າ ຄໍາ ທີ່ ມີ ສຽງຍາວ

ຄວາມຫມາຍ || Définition / Definition
ອີງ ຕາມ ຫລັກ ໄວຍາກອນ ບາລີ ເເລ້ວ ຄໍາສມາດ ຫມາຍເຖິງ ຄໍາປະສົມ ອັນ ເເທ້ຈິງ ຊຶ່ງ ໄດ້ມາ ຈາກ ການປະສົມ ຣະຫວ່າງ ຈໍາພວກ ຄໍາ ສອງ ຄໍາ ຂຶ້ນ ໄປ ( ຣູປຕາ ໑ ) || ຝຣັ່ງ/ອັງກິດ. Mots composés / Compound words

ຫມາຍເຫດ
ເນື່ອງຈາກວ່າ ຫລັກ ການປະສົມ ຄໍາສມາດ ໃນ ພາສາ ລາວ ເເຕກຕ່າງ ຈາກ ຫລັກ ໄວຍາກອນ ບາລີ ຂ້າພະເຈົ້າ ຈຶ່ງ ໄດ້ ປັບ ຫລັກ ການປະສົມ ອັນນີ້ ໃຫ້ ເຂົ້າ ກັບ ຫລັກ ໄວຍາກອນ ບາລີ ທັງນີ້ ກໍ ເພາະວ່າ ເພິ່ນ ໃຊ້ ຄໍາບາລີ ນັ້ນເອງ ຜິວ່າ ເພິ່ນ ບໍ່ໃຊ້ ຄໍາບາລີ ໃນ ການປະກອບ ຄໍາປະສົມ ປະເພດ ນີ້ ຂ້າພະເຈົ້າ ສາມາດ ປະ ໄວ້ ເຫມືອນເດີມ ໄດ້


ລັກສນະ ຂອງ ຄໍາສມາດ
ລັກສນະ ຂອງ ຄໍາສະມາດ ມີ ຢູ່ ດ້ວຍກັນ ດັ່ງນີ້

  • ຄໍາ ທີ່ ເພິ່ນ ເອົາ ມາ ຈຸ ເຂົ້າ ກັບ ຄໍາອື່ນ
  • ຄໍາ ທີ່ ເພິ່ນ ເອົາ ມາ ຫຍໍ້ ເຂົ້າກັນ

ສ່ວນ ວິທີ ປະສົມ ເເບບ ອື່ນ ມັນ ບໍ່ ເຂົ້າ ກັບ ພາສາ ລາວ ຈຶ່ງ ບໍ່ ໄດ້ກ່າວ ເຖິງ ໃນ ທີ່ນີ້

ຣູປຕາ ໑ - ຫລັກ ການປະສົມ ຄໍາສມາດ


ຄໍາ ທີ່ ເພິ່ນ ເອົາ ມາ ຈຸ ເຂົ້າ ກັບ ຄໍາອື່ນ

  • ສຸ-ຊາໂນ = ສຸຊາໂນ ===> ເເຜງ ເປັນ ຄໍາລາວ ສຸຊົນ ( ຄົນດີ )
  • ດາຣຸນີ-ກັນຍາ = ດາຣຸນະກັນຍາ ( ສາວນ້ອຍ )
  • ໄຕໂຍ-ໂລກາ = ຕິໂລກັງ

ຄໍາ ເຫລົ່ານີ້ ເປັນ ພຽງ ຕົວຢ່າງ ທີ່ ເພິ່ນ ໃຊ້ ໃນ ພາສາ ລາວ ນອກຈາກນັ້ນ ເຮົາ ຈະ ເຫັນ ໃນ ສູດ ເເລະ ການເທດ ຕ່າງໆ ເເຫ່ງ ພຸທສາສນະພິທີ ຂ້າພະເຈົ້າ ຈຶ່ງ ບໍ່ ໄດ້ຂຽນ ໃນ ທີ່ນີ້

ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ສັນສະກຣິດ

  • ຍຸທທະ + ວິທີ = ຍຸທທະວິທີ ===> ( ຍຸທວິທີ = ຍຸດ-ທະ-ວິ-ທີ )
  • ຍຸທທະ + ສາດຕາ = ຍຸທທະສາດ ===> ( ຍຸທສາດ = ຍຸດ-ທະ-ສາດ )
  • ສາສນະ + ວິທີ = ສາສນະພິທີ ===> ( ສາດ-ຊະ-ນະ-ພິ-ທີ )
  • ສຸກຂະ + ພາວະ = ສຸກຂະພາບ ===> ( ສຸຂພາບ = ສຸກ-ຂະ-ພາບ )
  • ສັງຄະມະ + ສາດຕາ = ສັງຄະມະສາດຕາ ===> ( ສົງຄົມສາດ = ສັງ-ຄົມ-ສາດ )
  • ຣະສະ + ນິຍະມະ = ຣະສະນິຍະມະ ===> ( ຣົດນິຍົມ = ຣົດ-ນິ-ຍົມ )
  • ຣາຊະ + ກາຣະ = ຣາຊະກາຣະ ===> ( ຣາຊການ = ຣາດ-ຊະ-ການ )
  • ຣາຊະ + “ໂອຣົດ” = ຣາຊໂອຣົດ ===> ( ຣາດ-ຊະ-ໂອ-ຣົດ )
  • ຣັຕຖະ + ປາລະ = ຣັຕຖະປາລະ ===> ( ຣັຖບານ = ຣັດ-ຖະ-ບານ )
  • ຣັຕຖະ + “ມົນຕຣີ” = ຣັຖມົນຕຣີ ===> ( ຣັດ-ທະ-ມົນ-ຕຣີ )
  • ວິທຍະ[Vidya] + ສາຕຣະ = ວິທຍາສາຕຣະ[Sk. Vidyaṣātra] ===> ( ວິທຍາສາດ = ວິດ-ທະ-ຍາ-ສາດ ( ຄໍາບາລີ ວ່າ Vidha ຫລື vijjā[ວິຊາ] ) )
  • ວັນນະ + ຄະຕິ = ວັນນະຄະດີ ===> ( ວັນ-ນະ-ຄະ-ດີ )
  • ອາຊີວະ + ສິກສາ = ອາຊີວະສຶກສາ ===> ( ອາ-ຊີ-ວະ-ສຶກ-ສາ )
  • ອັກຂຣະ + ວິທີ = ອັກຂຣະວິທີ ===> ( ອັກ-ຂະ-ຣະ-ວິ-ທີ )
  • ອັກສຣະ + ສາດຕາ = ອັກສອນສາດ ===> ( ອັກ-ສອນ-ສາດ )
  • ຯລຯ

ຄໍາ ທີ່ ເພິ່ນ ເອົາ ມາ ຫຍໍ້ ເຂົ້າກັນ
ໃນ ທີ່ນີ້ ຂ້ພະເຈົ້າ ທ້ອນໂຮມ ເອົາ ທັງ ຄໍາລາວ ເເລະ ບາລີ ຫລື ສັນສະກຣິດ ເຂົ້າ ໃນ ບັ້ນດຽວກັນ

  • ຈັນໂທ ສະ ສຸຣິໂຍ ສະ = ຈັນທະສຸຣິຍາ ( ພຣະຈັນ ເເລະ ພຣະອາທິດ || ຝຣັ່ງ. Luni-solaire / Lune et soleil )

    ຊຶ່ງ ເປັນ ຄໍາ ທີ່ ເພິ່ນ ຫຍໍ້ ເຂົ້າ ກັນ

ສ່ວນ ຄໍາຫຍໍ້ ທີ່ ເປັນ ຄໍາລາວ ມີ ດັ່ງນີ້

  • ຂ້າໃຊ້ ===> ຂ້ອຍ ທີ່ ມາ ຮັບໃຊ້
  • ຂ້ານ້ອຍ ===> ຂ້ອຍ ຜູ້ນ້ອຍ ທີ່ ປຽບ ເຫມືອນ ຂ້າໃຊ້ ຜູ້ນຶ່ງ ຢູ່ ຕໍ່ຫນ້າ ສາຍຕາ ຂອງ ທ່ານ
  • ຂ້າພະເຈົ້າ ===> ຂ້າ ຜູ້ນ້ອຍ ທີ່ ເປັນ ຜູ້ ຕໍ່າຕ້ອຍ ດ້ອຍວາສນາ ເເລະ ຢູ່ ຕໍ່ຫນ້າ ທ່ານ ຊຶ່ງ ປຽບ ເຫມືອນ ພຣະເຈົ້າ
  • ຂີ້ຫມາກຫມັ້ນ ===> ນາມ
  • ຂີ້ຫມາກເຫລືອງ ===> ນາມ
  • ຂີ້ສໍ້ຕໍ່ເເຫລະ ===> ນາມ
  • ເຈົ້າຊີວິດ ===> ເຈົ້າຂອງ ຊີວິດ ຂອງ ຄົນ ທີ່ ຢູ່ ໃນ ເເຄວ້ນໃດ ເເຄວ້ນນຶ່ງ ຫລື ປະເທດໃດ ປະເທດນຶ່ງ
  • ສັດປ່າ ===> ສັດ ທີ່ ຢູ່ ໃນ ປ່າ ຫຍໍ້ ມາ ເປັນ ສັດປ່າ
  • ເຕົາໄຟ ===> ເຕົາ ສໍາລັບ ດັງ ໄຟ ຫຍໍ້ ມາ ເປັນ ເຕົາໄຟ
  • ນໍ້າກ້ອນ ===> ນໍາ ທີ່ ເປັນ ກ້ອນ
  • ມ້າໃຊ້ ===> ຄົນ ທີ່ ໃຊ້ ມ້າ ເພື່ອ ຂີ່ ໄປມາ ທາງນັ້ນ ທາງນີ້ ໂດຍ ເເນ ໃສ່ ຄວາມວ່ອງໄວ ຂອງ ມ້າ
  • ຣົດໄຟ ===> ຣົດ ທີ່ ເເລ່ນ ໄດ້ ຍ້ອນ ການດັງໄຟ ເຜົາ ສິ່ງໃດ ສິ່ງນຶ່ງ
  • ຣົດຈັກ ===> ຣົດ ທີ່ ເເລ່ນ ໄດ້ ດ້ວຍ ເຄື່ອງຈັກ
  • ຣົດຖີບ ===> ຣົດ ທີ່ ເເລ່ນ ໄດ້ ດ້ວຍ ການເອົາ ຕີນ ຖີບ
  • ຣົດມ້າ ===> ຣົດ ທີ່ ເເກ່ ດ້ວຍ ມ້າ ຫຍໍ້ ມາ ເປັນ ຣົດມ້າ

ເເຕ່ວ່າ ຄໍາ ລາງຄໍາ ພາຍໃນ ຈໍານວນ ນີ້ ກໍ ເປັນ ຄໍາປະສົມ ເຫມືອນກັນ ຊຶ່ງ ສິ່ງ ເຫລົ່ານີ້ ຊີ້ບອກ ເຖິງ ຄວາມບໍ່ສອດຄ່ອງ ທີ່ ຈະ ພາ ໃຫ້ ຜູ້ ຮໍ່າຮຽນ ເຂົ້າໃຈ ຍາກ

ຄໍາສມາດ ລາວ ຈະ ມີ ທັງ ການປະສົມ ຄໍາບາລີ ເເລະ ຄໍາສັນສະກຣິດ ພ້ອມ ທັງ ການປະສົມ ຄໍາລາວ ເພີ່ມເຕີມ ສ່ວນ ສມາດ ຂອງ ໄທຍ ນັ້ນ ຈະ ມີ ພຽງ ຫລັກ ຂອງ ການປະສົມ ຄໍາບາລີ ເເລະ ສັນສະກຣິດ ຢ່າງດຽວ

ສລຸບຄວາມ || Conclusion
ຄໍາສາມາດ ເປັນ ຄໍາ ທີ່ ເຮົາ ສາມາດ ຮຽກ ເປັນ ພາສາ ຝຣັ່ງ ວ່າ Mot composé ຊຶ່ງ ມີ ( Trait d’union ) ຂັ້ນ ກາງ ນັ້ນເອງ ດັ່ງ ຄໍາ Franco-lao ເເລະ pique-nique ເປັນຕົ້ນ ເເລະ ຄໍາ ທີ່ ບໍ່ ມີ ຂີດຕໍ່ ຂັ້ນ ກາງ ດັ່ງ Périmètre, périphérique, périphrase ເປັນຕົ້ນ

ຄໍາສມາດ ໃນ ໄວຍາກອນ ບາລີ ຫມາຍເຖິງ ຄໍາປະສົມ ຊນິດ ນຶ່ງ ຊຶ່ງ ຫລັກ ການປະສົມ ຈະ ຖື ເອົາ ຕາມ ກົດເກນ ຂອງ ຄໍາສົນທິ ທັງນັ້ນ

ເເຕ່ ເຖິງຢ່າງໃດ ກໍດີ ຈະ ເປັນ ຄໍາສມາດ ຫລື ຄໍາອື່ນໆ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ເເລະ ພາສາ ສັນສະກຣິດ ຄໍາ ຕ່າງໆ ເຫລົ່ານີ້ ກ່ອນ ມັນ ຈະ ໃຊ້ໃນ ພາສາ ລາວ ໄດ້ ມັນ ຕ້ອງ ຜ່ານ ການເເຜງ ອັກສອນ ເສັຽກ່ອນ ອັນນີ້ ຄື ຫລັກ ອັນ ສໍາຄັນ ຂອງ ຄໍາປະສົມ ທຸກໆ ເເບບ

ຕາມທີ່ຈິງ ຄໍາປະສົມ ກັບ ຄໍາສມາດ ເເມ່ນ ອັນດຽວກັນ

ສະນັ້ນ ເຮົາ ຄວນ ສຶກສາ ໃຫມ່ ຫມົດ ເເລະ ຄວນ ຕັ້ງ ກົດເກນ ໃຫ້ ດີ ເເລະ ໃຫ້ ມີ ຄວາມເເນ່ນອນ ຫລາຍ ກວ່າ ເກົ່າ ສໍາລັບ ຄໍາປະສົມ ຄໍາສມາດ ເເລະ ຄໍາສົນທິ ວ່າ ອັນໃດ ເປັນ ອັນໃດ ກັນເເທ້


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ເມັຽ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ເເລະ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ພ້ອມດ້ວຍ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ຂອງ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

ເເດ່ ຄຣູ ອາຈານ ນັກຮຽນ ນັກສຶກສາ ນັກຂຽນ ນັກຂ່າວ ນັກປະພັນ ນັກຣ້ອງ
ທີ່ ໃຊ້ ພາສາ ລາວ ເປັນ ປະຈໍາ ທຸກໆ ຄົນ

Par K. Phouphetlinthong

ຖ້າ ທ່ານ ມີ ຄວາມຄິດ ເເນວໃດ ຫລື ຢາກ ຕື່ມ ເເນວໃດ ກະຣຸນາ ໃຫ້ ທ່ານ ດິກ ໃສ່ “ອອກ ຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້” ກ່ອນ ທ່ານ ຈະ ສາມາດ ຂຽນ ເນື້ອຫາສາຣະ ໄດ້


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0