ພາສາ ລາວ - La langue lao ບົນ ລາວເເພນ

ເອາະຫລາມ “ອາໄພ”

ວັນອາທິດ ທີ ໒໙ ເດືອນ ເມສາ/avril  ຄສ. 2012, ໂດຍ ກັດຕຸ ຫນູໃຜ່ ສີຣະປັນຍາ

ຄໍາອະທິບາຍ
ເອາະຫລາມ ມີ ກຳເນີດ ມາຈາກ ເຜົ່າ ຂະຫມຸ ຫລື ອີກ ຊື່ນຶ່ງ ເພິ່ນ ເອີ້ນວ່າ ເຜົ່າ ລາວເທິງ ຊຶ່ງ ເປັນ ທີ່ ນິຍົມ ເອີ້ນກັນ ໃນ ປັດຈຸບັນນີ້

ຄາວກ່ອນກີ້ ຫມໍ້ແກງ ທີ່ ເຮັດ ດ້ວຍ ດິນຫນຽວ ຫລື ດິນດາກ ຫລື ທີ່ ເຮັດ ດ້ວຍ ເຫລັກ ຂາງ ແລະ ອື່ນໆ ອາດ ຈະ ໄປ ບໍ່ ທົ່ວເຖິງກັນ ສະນັ້ນ ເມື່ອ ຊົນເຜົ່າ ຂະຫມຸ ຄົວກິນ ເຊັ່ນ ແກງ ຕົ້ມ ເອາະ ອ່ອມ ເປັນຕົ້ນ ເຂົາເຈົ້າ ມັກ ຈະ ໃຊ້ ບັ້ງໄມ້ໄຜ່ເປັນ ຫລື ບັ້ງໄມ້ໄຜ່ດິບ ຕາງ ຫມໍ້ແກງ ເເລະ ການ ທີ່ ເພິ່ນ ຮຽກ ເອາະຫລາມ ກໍ ຫມາຍເຖິງ ການເອົາ ເຄື່ອງ ທີ່ ເຮົາ ຈະ ເຮັດ ເອາະ ນັ້ນ ໃສ່ ໃນ ບັ້ງໄມ້ໄຜ່ ແລ້ວ ປິດ ປາກ ດ້ວຍ ວິທີໃດວິທີນຶ່ງ ຈຶ່ງ ເອົາ ໄປ ຫລາມ ຊຶ່ງ “ຫລາມ” ແປວ່າ ‘ເອົາ ໄປ ເຜົາ ໄຟ ໃຫ້ສຸກ’ ຄັນ ສຸກແລ້ວ ເພິ່ນ ກໍ ເອົາອອກ ມາ ຮັບ ປະທານ ໄດ້ ດັ່ງນັ້ນ ຄຳວ່າ ເອາະຫລາມ ຈຶ່ງ ສືບທອດ ມາເຖິງ ເທົ່າທຸກວັນນີ້

ເອາະຫລາມ ສໍາລັບ ຫ້າ ຄົນ
ຜິວ່າ ທ່ານ ຢາກ ເຮັດ ເອາະຫລາມ ສໍາລັບ ຈໍານວນ ຄົນ ຫລາຍກວ່ານີ້ ຫລື ຫນ້ອຍກວ່ານີ້ ໃຫ້ ໄລ່ ສເລັ່ຽ ເອົາເອງ

ເຄື່ອງປະກອບ
ເຮົາ ບໍ່ ຈຳເປັນ ຈະ ຕ້ອງ ມີ ຈໍາພວກ ຜັກມີ່ ຂ້າງລຸ່ມນີ້ ຄົບຫມົດ ຈຶ່ງ ຈະ ເຮັດ ໄດ້ ຄັນ ເຮົາ ມີ ແນວໃດ ເຮົາ ກໍ ໃສ່ ເເນວນັ້ນ ມີ ແຕ່ວ່າ ເຮົາ ເພີ່ມ ຜັກ ທີ່ ເຮົາ ມີ ຢູ່ນັ້ນ ຕື່ມອີກ ຕົວຢ່າງ ຜັກຕຳນິນ ໓ ມັດ ເຮົາ ເພີ່ມ ອີກ ໑ ມັດ ເປັນ ໔ ມັດ ( ໃຫ້ ກະ ເອົາ )

- ປະເພດ ຜັກ ມີ

  • ຫມາກເຂືອ ປະມານ ໔໐໐ ກຣາມ
  • ຫມາກແຄ້ງ ປະມານ ໕໐ ກຣາມ
  • ຫມາກຖົ່ວຍາວ ປະມານ ໑ ມັດ ( ຖ້າເປັນຖົວສັ້ນກະເອົາ ປະມານ ໓໐໐ ກຣາມ )
  • ຍອດບຸ່ນ ໑ ມັດ ຖ້າມີ
  • ຍອດຫວາຍ ໑ ມັດ ຖ້າມີ
  • ສະຄ່ານ ໑ ທ່ອນ ປະມານ ໒໐໐ ກຣາມ
  • ຜັກຊີ ໒ ມັດ
  • ຜັກຕຳນິນ ໓ ມັດ
  • ຜັກບົ່ວ ໑ ມັດ
  • ເຫັດຫູຫນູ ໕໐ ກຣາມ
  • ຫມາກເຜັດ ຫນ່ວຍໃຫຍ່ ໕ ຫນ່ວຍ

- ປະເພດ ຊີ້ນ ມີ ຂຽບຫມູ ຫນັງແຫ້ງ ຊີ້ນງົວ ຊີ້ນນົກຄໍ່ ແລະ ຊີ້ນ ອື່ນໆ ສຸດແລ້ວແຕ່ ຜູ້ ຈະ ໃສ່

- ຂຽບຫມູ ໑ ຖົງ

- ຫນັງແຫ້ງ ໒໐໐ ກຣາມ ກັບ ຊີ້ນງົວ ( ຊີ້ນຂາລາຍ ) ໑ ກິໂລ ຫລື ຫນັງແຫ້ງ ໒໐໐ ກຣາມ ກັບ ຊີ້ນ ນົກຄໍ່ ໑ ກິໂລ ( ຫນັງເເຫ້ງ ຕ້ອງ ໄປ ນໍາກັນ ກັບ ຊີ້ນຂາລາຍ )

- ປະເພດ ອື່ນ ມີ ເຂົ້າຈີ່ ຄື ເອົາ ເຂົ້າຫນຽວ ທີ່ ເຮົາ ຫນຶ້ງ ສຸກແລ້ວ ປະມານ ສໍ່າ ຫນ່ວຍ ຫມາກບານ “ເຕັນນິສ” ມາປັ້ນ ເປັນ ກ້ອນ ແປໆ ແລ້ວ ຈຶ່ງ ເອົາໄປຈີ່ ເເຕ່ ຢ່າ ໃຫ້ ມັນ ໄຫມ້ ພໍ ເເຕ່ ໃຫ້ ມັນ ເຫລືອງ ພໍ ສົມຄວນ

ການກະກຽມ
ຖ້າ ຢາກ ເຮັດ ໃຫ້ ມັນ ໄວ ຂຶ້ນ ກວ່າເກົ່າ ກໍ ໃຫ້ ກະ ເບິ່ງ ວ່າ ທ່ານ ຈະ ເລີ້ມ ອັນໃດ ກ່ອນ ເມື່ອ ຕອນ ທີ່ ທ່ານ ກໍາລັງ ຕົ້ມ ນໍ້າ ຢູ່ນັ້ນ

  • ເອົາ ຫນັງ ແຊ່ ນໍ້າ ຈົນ ໃຫ້ ມັນ ອ່ອນ ( ປະມານ ໔ ຫາ ໕ ຊົ່ວໂມງ ກ່ອນ ການກະກຽມ )
  • ປີ້ງ ຊີ້ນງົວ ເເລະ ຊີ້ນນົກຄໍ່ ພໍ ສຳລາ ຊຶ່ງ ແປວ່າ ສຸກແນ່ ບໍ່ ສຸກແນ່ ຫລັງຈາກນັ້ນ ກໍ ຕັດ ເປັນ ຕ່ອນ ສ່ວນ ຂນາດ ໃຫ້ ຕັດ ຕາມໃຈ ມັກ ( ໃຊ້ ເວລາ ທັງຫມົດ ປະມານ ຈັກ ໔ ຫາ ໕ ນາທີ )
  • ລ້າງ ຜັກ ຕ່າງໆ ເເລະ ກໍ ຕັດ ໃສ່ ຖ້ວຍໃຜ ຖ້ວຍມັນ ປະ ໄວ້
  • ແຊ່ ເຫັດ ຫູຫນູ ຈົນ ໃຫ້ ມັນ ອ່ອນ ຫລັງຈາກນັ້ນ ກໍ ສ້ອມ ຕີນ ຂອງ ມັນ ເເລ້ວ ກໍ ລ້າງ ໃຫ້ ສະອາດ ( ໃຊ້ ເວລາ ທັງຫມົດ ປະມານ ຈັກ ໗ ຫາ ໘ ນາທີ )
  • ຕັດ ຫມາກຖົ່ວຍາວ ຫລື ຫມາກຖົ່ວສັ້ນ ຜັກບົ່ວ ຜັກຊີ ຜັກຕຳນິນ ເປັນ ທ່ອນ ປະມານ ໒,໕ ຫາ ໓ cm ສະຄ່ານ ( ຈະບໍ່ເປັນລຳຕົ້ນ ) ເປັນ ເຄືອ ຕ້ອງ ຂູດ ເປືອກມັນ ອອກ ເເລະ ລ້າງ ໃຫ້ ສະອາດ ເສັດແລ້ວ ຈຶ່ງ ຕັດເອົາ ທ່ອນນຶ່ງ ປະມານ ໔ cm ແລ້ວ ກໍ ເອົາມາຜ່າ ເປັນ ຊີກ ປະມານ ໑ cm ປະໄວ້
  • ເເປ້ງນົວ ປາເເດກ ນໍ້າປາ ( ປາເເດກ ລວກ ນໍ້າຮ້ອນ ປະ ໄວ້ ກ່ອນ )
  • ເຂົ້າຈີ່ ( ຖ້າ ບິ ໃສ່ ຫມໍ້ ບາດດຽວ )
  • ຕົ້ມ ຫມາກເຜັດ ໃສ່ ຫມໍ້ ຕ່າງຫາກ ຍິ່ງດີ ເພາະວ່າ ຖ້າ ມັນ ສຸກ ເເລ້ວ ເຮົາ ຈະ ໄດ້ ທາວ ເອົາ ມັນ ອອກມາ ນ່ຽນ ໃສ່ ຄົກ ເພື່ອ ໃຫ້ຕົ້ວ ເພື່ອ ໄວ້ ໃສ່ ໃນ ຫມໍ້ແກງ

ວິທີ ເຮັດ
ສຳລັບ ຈໍານວນ ຄົນ ໕ ຄົນ ຈະ ໃຊ້ ນໍ້າ ໓ ຫລິດ ( ໃຫ້ ເຮົາ ກະ ເອົາ )
ສຳລັບ ຈໍານວນ ຄົນ ໓ ຄົນ ຈະ ໃຊ້ ນໍ້າ ໑,໕ ຫລິດ ຫາ ໒ ຫລິດ

  • ການໄລ່ ສເລັ່ຽ ທີ່ ໃຊ້ Règle de trois : a*d = b*c ==> d = (b*c)/a ດັ່ງ ຕົວຢ່າງ
    • ໕ ຄົນ = ໓ ຫລິດ ==> ໕*໑ = ໓*໑ ຫລື ໕/໕ = ໓/໕
    • ==> ໑ ຄົນ = ໓ ຫລິດ / ໕ ຄົນ ( ໑=໓/໕ )
    • ==> ໓ ຄົນ = ໓/໕ * ໓ ຄົນ ( ໓ = ໓/໕ * ໓ ) ຊຶ່ງ ໓/໕*໓=໑,໘ ຫລິດ ນັ້ນເອງ

ຫມໍ້ ສຳລັບ ເຮັດ ເອາະຫລາມ ເພື່ອ ຄົນ ໕ ຄົນ ຕ້ອງເອົາ ອ່າວໃຫຍ່ແດ່ ຄວາມກວ້າງ ໒໕ ຫາ ໓໐ cm ຄວາມເລິກ ປະມານ ໑໕ cm ( ອ່າວ ຫມາຍເຖິງ ການ ທີ່ ຫມໍ້ ສາມາດ ບັນຈຸ ໄດ້ “ຂນາດໃດ” )

  1. ເອົາ ນໍ້າ ໃສ່ ຫມໍ້ ປະມານ ( ໓ ຫລິດ ເພື່ອ ໕ ຄົນ ) ເເລະ ຕົ້ມ ນໍ້າ ໃຫ້ ຟົດ
  2. ເອົາ ສະຄ່ານ ເເລະ ຫນັງເເຊ່ ລົງ ໃສ່ ຫມໍ້ນໍ້າ ທີ່ ຟົດ ຢູ່ນັ້ນ ເເລະ ຕົ້ມ ຈົນ ໃຫ້ ມັນ ເປື່ອຍ ( ຫລັງຈາກນັ້ນ ຈຶ່ງ )
  3. ເອົາ ຊີ້ນງົວ ເເລະ ຊີ້ນນົກຄໍ່ ລົງ ໃສ່ ຈົນ ໃຫ້ ມັນ ສຸກ ( ປະມານ ໑໐ ນາທີ )

    ໃສ່ ພ້ອມກັນ ( ໔ ຫາ ໖ )
  4. ເອົາ ປາແດກ ທີ່ ຕຽມ ໄວ້ ເເລ້ວ ລົງ ໃສ່ ( ປະມານ ໒ ນາທີ ) ຈຶ່ງ
  5. ໃສ່ ແປ້ງນົວ ( ຖ້າ ຢາກ ໃສ່ ຫລື ບໍ່ ໃສ່ ກໍ ໄດ້ )
  6. ບິ ເຂົ້າຈີ່ ລົງໃສ່

  7. ເອົາ ຍອດບຸ່ນ ເເລະ/ຫລື ຍອດຫວາຍ ໃສ່ ຖ້າມີ
  8. ເອົາ ເຫັດ ຫູຫນູ ໃສ່ ໃນ ຫມໍ້
  9. ເອົາ ຫມາກເຂືອ ຫມາກເຜັດ ທີ່ ຕົ້ວ ໄວ້ ແລ້ວ ລົງ ໃສ່ ໃນ ຫມໍ້ແກງ ( ຕົ້ວ ຫມາຍຄວາມວ່າ ເຮັດໃຫ້ ມັນ ມຸ່ນ ເຂົ້າກັນ ເຮັດໃຫ້ ເປັນ ອັນ ດຽວກັນ )
  10. ເອົາ ຫມາກຖົ່ວຍາວ ຫລື ຫມາກຖົ່ວສັ້ນ ຜັກບົ່ວ ຜັກຊີ ຜັກຕຳນິນ

ເເລະ ປະໄວ້ ປະມານ ໕ ຫາ ໑໐ ນາທີ ເຮົາ ກໍ ມາ ຊີມເບິ່ງ ຣົດຊາດ ຂອງ ເອາະຫລາມ ຖ້າວ່າ ມັນ ນົວ ພໍ ສົມຄວນ ແລ້ວ ເຮົາ ກໍ ເອົາ ອອກມາ ຮັປທານ ໄດ້

ພ້ອມດຽວກັນນີ້ ມັນ ຍັງ ເປັນ ຢາ ບູຮານ ໃຊ້ ປະຈຳ ຄອບຄົວ ອີກ ຄື “ເດັກນ້ອຍ ກໍ ກິນ ໄດ້ ຜູ້ໃຫຍ່ ກໍ ກິນ ດີ” ເເຕ່ ສຳລັບ ຄົນ ທີ່ ເປັນ ຂີ້ຫມາກເຫລືອງ ກິນເຂົ້າບໍ່ແຊບ ນອນບໍ່ຫລັບ ໃນ ມື້ນັ້ນ ຄັນວ່າ ໄດ້ກິນ ເອາະຫລາມ ຄືວ່າ ຫັນໃຈ ຫມ່ອນ ວ່າຊັ້ນເທາະໄປ໋

ໃຊ້ ເວລາ ທັງຫມົດ ຈັກ ໓໐ ນາທີກວ່າ ກໍ ເປັນ ອັນວ່າ ສຳເຣັດ

ຄໍາອຸທິດ
ຄາວກ່ອນ ຊາວບ້ານ ອາໄພ ເເຫ່ງ ເມືອງ ຫລວງພຣະບາງ ທີ່ ປະເທດ ລາວ ໃຊ້ ສູດ ເອາະຫລາມ ອັນນີ້ ( ກ່ອນ ຄສ. ໑໙໗໕ ) ເເຕ່ ບໍ່ ຮູ້ຈັກ ວ່າ ພວກ ເພິ່ນ ຍັງ ພາກັນ ເຮັດ ເອາະຫລາມ ເເບບນີ້ ຄືເກົ່າ ຢູ່ ຫລື ບໍ່ ເຖິງຢ່າງໃດ ກໍດີ ຂ້າພະເຈົ້າ ຂໍ ອຸທິດ ຜົນງານ ອັນ ນ້ອຍໆ ອັນນີ້ ເເດ່ ຊາວບ້ານ ອາໄພ ທຸກໆ ຄົນ

ກ່ອນ ການຂຽນ ກ່ຽວກັບ ສູດ ເອາະຫລາມ ອັນນີ້ ຈະ ເກີດ ຂຶ້ນມາ ໄດ້ ກໍ ຍ້ອນ ນາງ ສ້ອຍ ສີສມຸດ ແລະ ຍາເອື້ອຍ ຣັດສມີ ເພັງແສງເດືອນ ທີ່ ໄດ້ໃຫ້ ການແນະນຳ ແລະ ຍານ້ອງ ຄຳແພວ ພູເພັຊຣລິນທອງ ຊຶ່ງ ເປັນ ຜູ້ ກວດກາ ເເລະ ແກ້ໄຂ

Par Nouphay Sirapannha

1 ສານ /Message

  • ເອາະຫລາມ ໓໐ ເດືອນ ເມສາ/avril  ຄສ. 2012 04:55, ໂດຍ ກັດຕຸ ບຸນຄ້າຍ

    ສະບາຍດີ ຍາອ້າຍ ຄຳແພວ, ຍາ ອ້າຍ ຫນູໃຜ່, ຍາອ້າຍ ຄຳໃບ ແລະ ທຸກທ່ານໆ ທີ່ນັບຖື-ຮັກແພງ,
    ຂໍຊົມເຊີຍ ຄວາມມີມານະອົດທົນ ແລະ ຄວາມເສຍສຣະ ເວລາອັນມີຄຸນຄ່າ ຂອງ ພວກທ່ານ ຕໍ່ການແບ່ງປັນຄວາມຮູ້ສະຕິປັນຍາ ແລະ ສິ່ງທີ່ດີມີປໂຍດ ຕໍ່ປວງຊົລເຊື້ອຊາຕ໌ ຕກູລລາວ ຕລອດມາ.
    ຂ້າພະເຈົ້າ ຍັງບໍ່ມີຄວາມຮູ້ຄວາມສາມາດ ເພື່ອນຳມາແລກປ່ຽນ ຫລື ສົນທະນາໂດຍຕຣົງກັບ ພວກທ່ານໃນເວລານີ້, ສນັ້ນ ກໍຂໍເປັນກຳລັງໃຈ ແລະ ເປັນຜູ້ອ່ານ ເປັນຜູ້ສຶກສາຮຽນຮູ້ ຈາກປສົບການຂອງພວກທ່ານ ໄປກ່ອນເນາະ...ຫລື ເວົ້າແບບຊາວບ້ານເຮົາ ກໍແມ່ນ ເປັນຜູ້ເກັບກ່ຽວເອົາຜົລປໂຍດນັ້ນເອງ.
    ຂໍພອນອັນສັກສິດ ຂອງອົງຄ໌ສົມເດັດສັມມາສັມພຸທເຈົ້າ ແລະ ຂອງ ພຣະອໍຣະຫັນ ທຸກພຣະອົງຄ໌ ຈົ່ງປົກປ້ອງ-ປົກປັກຮັກສາ ແລະ ຄຸ້ມຄອງທຸກທ່ານ-ທຸກຄອບຄົວ ຈົ່ງ ມີຄວາມສຸຂ, ຄວາມຈເຣີນ, ອາຍຸ-ວັນນະ-ພາຣະ ແລະ ສືບຕໍ່ເປັນສູນແຫ່ງຂໍ້ມູນ ແລະ ການສຶກສາ ໃຫ້ແກ່ນ້ອງໆ ຫລື ຊົລລູ້ນຫລັງ ຕໍ່ໄປເທີ້ນ.
    ດ້ວຍຄວາມນັບຖື-ຮັກແພງທຸກໆທ່ານ,
    ບຸນຄ້າຍ ຈເຣີນສຸຂ໌

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0