ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ວັນນະກັມ > ກອນ ເພງ ການອ່ານຫນັງສື / Poème, chant, chanson > ວິທີ ໃຫ້ ຄະເເນນ ເເບບນຶ່ງ ໃນ ການປະກວດ ກອນ ເເລະ ເພງ

ວິທີ ໃຫ້ ຄະເເນນ ເເບບນຶ່ງ ໃນ ການປະກວດ ກອນ ເເລະ ເພງ

ວັນພະຫັດ ທີ ໒໙ ເດືອນ ທັນວາ/décembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຜາຣົບ || Introduction
ຂ້າພະເຈົ້າ ລອງ ເເຕ່ງ ວິທີ ໃຫ້ ຄະເເນນ ສໍາລັບ ການປະກວດ ກອນ ຕ່າງໆ ເພື່ອ ຊີງ ເອົາ ຣາງວັນ ຊຶ່ງ ມະຕິ ກ່ຽວກັບ ກົດເກນ ການເເຕ່ງ ເເລະ ການສມັກ ເຂົ້າ ເປັນ ຜູ້ເເຂ່ງຂັນ ຈະ ຖືກ ປະກາດ ອອກ ໂດຍ ກັມມະການ ການຈັດຕັ້ງ

ວິທີ ເເບບນີ້ ເປັນ ເເບບຢ່າງ ທີ່ ຂ້າພະເຈົ້າ ໄດ້ ເເຕ່ງ ຂຶ້ນ ເພື່ອ ອໍານວຍ ຄວາມສະດວກ ໃຫ້ ເເກ່ ການຈັດຕັ້ງ ໃນ ການປະກວດ ກາບກອນ ທາງ ດ້ານ ວັນນະກັມ ຂອງ ລາວ ເຮົາ ເເລະ ທ່ານ ສາມາດ ເອົາ ເເບບຢ່າງ ອັນ ນ້ອຍໆ ອັນ ນີ້ ໄປ ດັດເເປງ ເພື່ອ ເຮັດ ໃຫ້ ມັນ ເເຈ້ງ ຂຶ້ນ ກວ່າເກົ່າ ເພື່ອ ໃຫ້ ທຸກ ຄົນ ເຂົ້າໃຈ ໄດ້ ຢ່າງ ງ່າຍດາຍ ເເລະ ເພື່ອ ໃຫ້ ເຂົ້າ ກັບ ຄວາມຕ້ອງການ ຂອງ ທ່ານ ໄດ້ ທຸກ ໂອກາດ

ວິທີ ດັ່ງກ່າວ ນີ້ ເຮັດ ໃຫ້ ຄົນ ທີ່ ມີ ຄວາມສາມາດ ຫນ້ອຍ ຢູ່ ເເລ້ວ ທາງ ດ້ານ ກາບ ດ້ານ ກອນ ສາມາດ ກາຍ ເປັນ ຜູ້ກວດ ຊ່ວຍ ຜູ້ ມີ ຄວາມສາມາດ ຫລາຍ ໄດ້ ໃນ ການຈັດຕັ້ງ ກ່ຽວກັບ ເຣື່ອງ ນີ້

ອີກປະການນຶ່ງ ເຮົາ ສາມາດ ປັບປຸງ ວິທີ ນີ້ ເພື່ອ ໃຊ້ ໃນ ການປະກວດ ເພງ ລາວ ກໍ ໄດ້ ເຫມືອນກັນ

ມັນ ຈະ ເປັນ ເພງ ເປັນ ກາບ ຫລື ເປັນ ກອນ ເເບບໃດ ກໍດີ ທີ່ ມີ ສີ່ວັກ ຫລື ທີ່ ມີ ສີ່ເເຖວ ໃນ ບົດ ນຶ່ງໆ ດັ່ງ ກອນ(ເຈັດ) ເເລະ ກອນວິດຊຸມາລີ ເປັນຕົ້ນ ເຮົາ ສາມາດ ເຮັດ ໃຫ້ ການກວດ ເເລະ ການໃຫ້ ຄະເເນນ ງ່າຍ ຂຶ້ນ ກວ່າເກົ່າ ດັ່ງນີ້

ວ່າດ້ວຍ ນັກກະວີ
ຕາມທີ່ຈິງ ນັກກະວີ ຄົນໃດ ມີ ອາຍຸ ພົ້ນ ກະສຽນ ເເລ້ວ ບໍ່ ມີ ສິດ ເຂົ້າຮ່ວມ ການປະກວດ ກັບ ພວກ ເດັກນ້ອຍ ເເຕ່ວ່າ ເດັກນ້ອຍ ມີ ສິດ ເຂົ້າຮ່ວມ ປະກວດ ກັບ ພວກ ຜູ້ໃຫຍ່ ໄດ້ ສະນັ້ນ ກັມມະການ ຕ້ອງ ກໍານົດ ອາຍຸ ຂອງ ກັດຕຸ ຜູ້ຂຽນ ສເມີ ເເລະ ກໍຣະນີ ທີ່ ກັດຕຸ ບໍ່ ມີ Compte ຢູ່ ຄັງ

໑- ຖ້າວ່າ ຈໍານວນ ນັກກະວີ ມີ ຫນ້ອຍ ເກີນໄປ ກັມມະການ ທຸກຄົນ ກໍ ມີ ສິດ ສົ່ງ ກອນ ຂອງຕົນ ເຂົ້າ ໄປ ປະກວດ ເພື່ອ ຊີງ ເອົາ ຣາງວັນ ນໍາຫມູ່ ໄດ້ ເຫມືອນກັນ ທັງນີ້ ກໍ ເພື່ອ ການຟື້ນຟູ ເເລະ ສົ່ງເສີມ ການຂຽນ ກອນ ນັ້ນເອງ

ໃນ ກໍຣະນີ ທີ່ ກັມມະການ ຄົນໃດ ໄດ້ສົ່ງ ກອນ ຂອງຕົນ ເຂົ້າ ປະກວດ ນັກກະວີ ຄົນນັ້ນ ບໍ່ ມີ ສິດ ໃຫ້ ຄະເເນນ ກອນ ຂອງຕົນ ທີ່ ຕົນ ໄດ້ສົ່ງ ເຂົ້າ ປະກວດ ຢ່າງ ເດັດຂາດ ເເຕ່ວ່າ ຖ້າ ພໍ ຫລີກ ກໍຣະນີ ນີ້ ໄດ້ ກໍ ຕ້ອງ ບໍ່ ໃຫ້ ມີ ກໍຣະນີ ໑ ນີ້

໒- ຖ້າ ນັກກະວີ ຄົນໃດ ໃຊ້ ນາມເເຝງ ຫລື ນາມປາກກາ ກະຣຸນາ ໃຫ້ ທ່ານ ຕັ້ງ ກົດ ອັນນຶ່ງ ຂຶ້ນ ທີ່ ປະກອບ ດ້ວຍ ເລກ ສາມຕົວ ເເລະ ພຍັນຊນະ ຫ້າຕົວ ເເລະ ໃຫ້ ທ່ານ ສົ່ງ ກົດ ອັນນັ້ນ ໃຫ້ ທ່ານ ຄໍາເເພວ ພູເພັຊຣລິນທອງ ພຽງ ຜູ້ດຽວ ເທົ່ານັ້ນ ຊຶ່ງ ກົດ ດັ່ງກ່າວ ຈະ ຖືກ ໃຊ້ ເມື່ອ ຕອນ ທີ່ ທ່ານ ໄດ້ຮັບ ຣາງວັນ ເເລະ ເພື່ອ ສົ່ງ ເງິນ ໂດຍ ຜ່ານ ຊື່ ເເທ້ ຂອງ ທ່ານ ( ທັງນີ້ ກໍ ເພື່ອ ປົກປ້ອງ ຮັກສາ ຊື່ ເເທ້ ຂອງ ທ່ານ ນັ້ນເອງ ບໍ່ດັ່ງນັ້ນ ທ່ານ ຕ້ອງ ມີ Compte Paypal )

ວ່າດ້ວຍ ຣາງວັນ
ຣາງວັນ ພ້ອມດ້ວຍ ການສົ່ງ ຣາງວັນ ເຖິງ ຜູ້ກ່ຽວຂ້ອງ ຕ່າງໆ ຈະ ຕ້ອງ ຂຽນ ລົງ ເປັນ ຣະບຽບ ຢ່າງ ຂາວເເຈ້ງ ຕາມ ມະຕິ ທີ່ ໄດ້ຕົກລົງ ກັນ ໃນ ກອງ ປະຊຸມ ເເຕ່ ໃນ ທີ່ນີ້ ຂ້າພະເຈົ້າ ຈະ ໃຫ້ ມີ ພຽງເເຕ່ ຣາງວັນ ສາມ ຣາງວັນ ເທົ່ານັ້ນ ສ່ວນ ຣາງວັນ ອອຍໃຈ ຈະ ບໍ່ ມີ ( ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ )

໓- ຣາງວັນ

500€ ສໍາລັບ ຣາງວັນ ທີນຶ່ງ
300€ ສໍາລັບ ຣາງວັນ ທີສອງ
100€ ສໍາລັບ ຣາງວັນ ທີສາມ

໔- ຖ້າ ມີ ການມອບ ຣາງວັນ ໃຫ້ ຄາທີ່ ເເລະ ໃນ ກໍຣະນີ ທີ່ ນັກກະວີ ຄົນໃດ ໄດ້ຮັບ ຣາງວັນ ຄົນນັ້ນ ຈະ ຖືກ ສໍາພາດ ເເລະ ຖືກ ສອບຖາມ ກ່ຽວກັບ ການຂຽນ ຕ່າງໆ ຂອງເພິ່ນ ເເລະ ຖ້າ ມີ ສຽງ 3/4 ຂອງ ຈໍານວນ ກັມມະການ ທັງຫມົດ ທີ່ ຢູ່ ໃນ ການມອບ ນັ້ນ ເຫັນວ່າ ບໍ່ ເເມ່ນ ກອນ ຂອງ ຜູ້ກ່ຽວ ເປັນ ກັດຕຸ ຜູ້ຂຽນ ຣາງວັນ ດັ່ງກ່າວ ຈະ ຖືກ ມອບ ເປັນ ຣາງວັນ ຂອງ ຜູ້ຕໍ່ໄປ ຄື ຍ້າຍ ຣະດັບ ຂອງ ຜູ້ ທີ່ ຢູ່ ຕໍ່ ຣອງ ລົງ ໄປ ຂຶ້ນ ເເທນ

( ໃນ ກໍຣະນີ ທີ່ ຜູ້ກ່ຽວ ບໍ່ ມາ ຮັບເອົາ ຣາງວັນ ເດ ຈະ ເຮັດ ເເນວໃດ ? ຄນະ ຈັດຕັ້ງ ຕ້ອງ ປະກາດ ເຈຕນາ ຂອງຕົນ ອອກ ຢ່າງ ເເຈ່ມເເຈ້ງ ເພື່ອ ໃຫ້ ຄົນ ທັງຫລາຍ ຊາບ ລ່ວງຫນ້າ )

ວ່າດ້ວຍ ບົດກອນ ວິດຊຸມາລີ
ບົດກອນ ຫມາຍເຖິງ ສິດ ຕ່າງໆ ຂອງ ນັກກະວີ ນຶ່ງ ເເລະ ຂອງ ຄນະ ກັມມະການ ນຶ່ງ ຖ້າ ກັມມະການ ຈະ ເອົາ ກອນ ທີ່ ໄດ້ຖືກ ສົ່ງ ມາ ໄປ ພິມ ຈໍາຫນ່າຍ ເພື່ອ ຂາຍ ຫາ ຣາຍໄດ້ ກໍ ຕ້ອງ ບອກ ໃຫ້ ນັກກະວີ ຊາບ ຢ່າງ ລະອຽດ ກ່ຽວກັບ ສິດ ຂອງ ເຂົາ ເເລະ ຖ້າ ນັກກະວີ ມີ ສິດ ຂຽນ ເຣື່ອງ ຕາມໃຈ ຫລື ກ່ຽວກັບ ເຣື່ອງໃດເຣື່ອງນຶ່ງ ພ້ອມດ້ວຍ ຄໍາ ທີ່ ບໍ່ ຄວນ ໃຊ້ ໃນ ກອນ ນັ້ນ ກັມມະການ ກໍ ຕ້ອງ ປະກາດ ໃຫ້ ທຸກຄົນ ຊາບ

໕- ຖ້າ ທ່ານ ສົ່ງ ກອນ ຂອງທ່ານ ເຂົ້າ ປະກວດ ຫມາຍຄວາມວ່າ ທ່ານ ໃຫ້ ສິດ ເເກ່ ກັມມະການ ເພື່ອ ເອົາ ກອນ ຂອງ ທ່ານ ໄປ ລົງ ໃນ ເວັບໄຊ ລາວເເພນ ໄດ້ ( http://laophaen.free.fr/Dico/ ) ເເລະ ທາງ ຄນະ ກັມມະການ ຣັບຣອງ ວ່າ ຈະ ບໍ່ ນໍາ ໄປ ພິມ ຈໍາຫນ່າຍ ເພື່ອ ຂາຍ ຫາ ຣາຍໄດ້ ໂດຍ ທາງຕຣົງ ຫລື ໂດຍ ທາງອ້ອມ

໖- ເຣື່ອງ ກ່ຽວກັບ ການເເຕ່ງ ບົດກອນ ເເມ່ນ “ການສຶກສາ ຂັ້ນ ໂຮງຮຽນ ປະຖົມ ເເຫ່ງ ປະເທດລາວ”

໗- ການເເຕ່ງ ກອນ ຕ້ອງ ໃຫ້ ມີ ຫ້າສິບ ບົດ ຕໍ່າສຸດ ( ໕໐ ) ເເລະ ໃນ ກໍຣະນີ ທີ່ ທ່ານ ຂຽນ ສິບ ບົດ ເກີນ ກໍານົດ ທາງ ຄນະ ກັມມກະການ ຈະ ພິດຈາຣະນາ ເປັນ ພິເສດ ຊຶ່ງ ຄະເເນນ ທີ່ ຈະ ໃຫ້ ຕື່ມ ຄະເເນນ ທັງຫມົດ ຈະ ບໍ່ ເກີນ ສອງ ຄະເເນນ ຢ່າງ ສູງສຸດ

໘- ພາກສ່ວນ ທີ່ ເປັນ ຄໍາບຸພບົດ ຄໍາກອນ ເເລະ ຄໍາສ້ອຍ ທ່ານ ຕ້ອງ ຂຽນ ໃຫ້ ພາກສ່ວນ ທັງສາມ ຕຣົງກັນ ຕລອດ ຈົນ ເຖິງ ບົດ ສຸດທ້າຍ ເເລະ ສິ່ງ ສໍາຄັນ ກໍ ຄື ຄໍາກອນ ກໍ ໃຫ້ ຕຣົງ ກັບ ຄໍາກອນ ບໍ່ ດັ່ງນັ້ນ ທ່ານ ຈະ ເສັຽ ສອງ ຄະເເນນ ( ສັນ = Colonne / Column )

ວ່າດ້ວຍ ການຂຽນ ເເລະ ການສະກົດ
໙- ຖ້າ ທ່ານ ຂຽນ ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ທາງ ຄນະ ກັມມະການ ສາມາດ ໃຫ້ ຄະເເນນ ພິເສດ ສູງສຸດ ສອງ ຄະເເນນ ເເກ່ ທ່ານ ຕື່ມ ກັບ ຄະເເນນ ສຸດທ້າຍ ທີ່ ໄດ້ຮັບ ຈາກ ຜົນ ຂອງ ການປະກວດ

໑໐- ທ່ານ ສາມາດ ຂຽນ ຕາມ ດັ່ງ ທີ່ ເຮົາ ຮຽກກັນ ວ່າ ການສະກົດ ຕາມໃຈ ເເບບ ເມືອງລາວ ຫລື ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ( ສະກົດ ຕາມໃຈ ຍ້ອນວ່າ ຍັງ ບໍ່ ມີ ຫລັກ ໄວຍາກອນ ເທື່ອ )

໑໑- ທາງ ຄນະ ກັມມະການ ບໍ່ ຮັບ ການສະກົດ ຕາມ ເຄົ້າ

໑໒- ສໍາລັບ ພຍັນຊນະ ປະສົມ ທາງ ຄນະ ກັມມະການ ບໍ່ ຮັບ ຄໍາ ຫລື ພຍາງ ທີ່ ຂຽນ ດ້ວຍ ຫນັງສື ເຟື້ອງ ເຊັ່ນ ໃຫຽ່ ໃໝ່ ໜີ ໄຫຼ ເປັນຕົ້ນ ນອກຈາກນັ້ນ ຄໍາ ຫລື ພຍາງ ທີ່ ປະກອບ ດ້ວຍ ຕົວເຟື້ອງ ທີ່ ທາງ ກັມມະການ ຮັບຮູ້ ມີ ຄື ເັຽະ ເັຽ ັຽກ ◌ຽກ ັຽງ ◌ຽງ ັຽດ ◌ຽດ ັຽນ ◌ຽນ ັຽບ ◌ຽບ ັຽມ ◌ຽມ ັຽວ ◌ຽວ ຊຶ່ງ ມີ ຕົວຍໍເຟື້ອງ ເປັນ ສ່ວນປະກອບ

໑໓- ຕົວຫນັງສື ຫລື ເເມ່ພິມ ຢູນິກົດ ຢ່າງດຽວ ທີ່ ທ່ານ ສາມາດ ໃຊ້ ໃນ ການຂີດຂຽນ ກອນ ຂອງ ທ່ານ ຖ້າວ່າ ບໍ່ ເເມ່ນ ເເມ່ພິມ ຢູນິກົດ ກອນ ຂອງ ທ່ານ ຈະ ບໍ່ ຖືກ ນັບ ໃນ ການປະກວດ ຊຸດນີ້ ຊຶ່ງ ພາສາ ຝຣັ່ງ ເເລະ ພາສາ ອັງກິດ ເວົ້າວ່າ Police de caractères lao Unicode / The Unicode Lao font

໑໔- ພວກເຮົາ ບໍ່ ຮັບ ກອນ ທີ່ ອັດ ເປັນ ສຽງ ນອກຈາກ ການຂຽນ ດ້ວຍ ຄັອມພິວເຕີ ຫລື ດ້ວຍ ມື ຢ່າງດຽວ

໑໕- ທ່ານ ສາມາດ ຂຽນ ດ້ວຍ ໂປຣກຣາມ ຣຽບຣຽງ ຫນັງສື ສາມ ຢ່າງ ເທົ່ານັ້ນ ຄື Open Office ຫລື Libre Office ຫລື MS Office ນອກຈາກ ສາມຢ່າງ ນີ້ ທາງ ຄນະ ກັມມະການ ບໍ່ ຮັບ

ວ່າດ້ວຍ ການສົ່ງ ຕ່າງໆ
໑໖-ທ່ານ ຕ້ອງ ສົ່ງ ກອນ ຂອງ ທ່ານ ຫາ ຂ້າພະເຈົ້າ ພຽງ ຜູ້ດຽວ ທີ່ ເປັນ ຜູ້ກໍາກັບ ການສົ່ງ ຕໍ່ ໃຫ້ ກັມມະການ ຄົນອື່ນ ໂດຍ ຜ່ານ ສານ ອິນເທີເເນັດ ເຖິງ khampheo@free.fr ( ສານອິນ ? )

໑໗- ການສົ່ງ ຣາງວັນ ທີ່ ເປັນ ເງິນ ໄປ ໃຫ້ ທ່ານ ໃນ ກໍຣະນີ ທີ່ ທ່ານ ໄດ້ຮັບ ຣາງວັນ ທາງ ຄນະ ເຮົາ ສາມາດ ສົ່ງ ໃຫ້ ທ່ານ ໄດ້ ໂດຍ ຜ່ານ ຄັງ ຂອງ ທ່ານ ຫລື ຜ່ານ Paypal ເທົ່ານັ້ນ ເເລະ ທາງ ຄນະ ກັມມະການ ຂໍ ສົມທົບ ຄ່າສົ່ງ ເງິນ ຈໍານວນ ດັ່ງກ່າວ ສິບ ເອີໂຣ ສ່ວນ ທີ່ ຍັງ ເຫລືອນັ້ນ ເເລະ ຖ້າ ມັນ ມີ ກໍ ເປັນ ຈໍານວນ ນ້ອຍ ຈະ ຖືກ ຕັດ ເອົາ ໃນ ຣາງວັນ ຂອງ ທ່ານ

ວ່າດ້ວຍ ກັມມະການ ກອງປະກວດ
ຄນະ ກັມມະການ ກອງປະກວດ ມີ ຢູ່ ດ້ວຍກັນ ສີ່ ກອງ ດັ່ງນີ້ ຄື

  1. ກອງປະກວດ ຂໍ້ບັງຄັບ ບ່ອນຢູ່ ຂອງ ໄມ້ເອກ ເເລະ ໄມ້ໂທ
  2. ກອງປະກວດ ການສັມຜັດນອກ
  3. ກອງປະກວດ ການຂຽນ ຄໍາສັບ ລາວ ໃຫ້ ຖືກ
  4. ກອງປະກວດ ເນື້ອຫາສາຣະ ( Le contenu / The content )
  • ກອງປະກວດ ການສະກົດ ຕາມ ຫລັກ ໄວຍາກອນ ຫລື ຕາມໃຈ ທາງ ເມືອງລາວ

ຂ້າພະເຈົ້າ ສາມາດ ເຮັດ ຜູ້ດຽວ ໄດ້ ສະເພາະ ຂໍ້ນຶ່ງ ຂໍ້ສອງ ເເລະ ຂໍ້ສາມ ຖ້າ ຈໍານວນ ຜູ້ເເຂ່ງຂັນ ບໍ່ ເກີນ ໕໐ ຄົນ ອີກປະການນຶ່ງ ຂໍ້ ທັງສອງ ທໍາອິດ ຂ້າງເທິງນີ້ ສາມາດ ຖືກ ກວດກາ ດ້ວຍ ຄົນ ທີ່ ບໍ່ ມີ ຄວາມຊໍານິຊໍານານ ໄດ້ ຖ້າ ເຮົາ ເຮັດ ເເບບຢ່າງ ໃຫ້ ພວກທ່ານ ເຫລົ່ານີ້ ສ່ວນ ຂໍ້ສາມ ເເລະ ການຂຽນ ຕາມ ຫລັກ ໄວຍາກອນ ນັ້ນ ຂ້າພະເຈົ້າ ຄິດ ວ່າ ຄົງ ຈະ ມີ ຂ້າພະເຈົ້າ ຄົນດຽວ ທີ່ ສາມາດ ເຮັດ ໄດ້ ໃນ ກໍຣະນີ ປັດຈຸບັນນີ້ ຖ້າ ມີ ຄົນອື່ນ ກໍ ຂໍ ຍໍ ມື ສາທຸ ທີ່ ຂ້າພະເຈົ້າ ຈະ ມີ ຜູ້ຊ່ວຍ ສ່ວນ ຂໍ້ສີ່ນັ້ນ ຜູ້ກວດ ຕ້ອງ ຮູ້ຈັກ ເເລະ ເຂົ້າໃຈ ເຣື່ອງ ເປັນບັ້ນເປັນຕອນ ເເບບ ຕິດຕໍ່ຫນໍ່ເນືອງ ກັນໄປ ຈຶ່ງ ຈະ ເຮັດ ໄດ້ ຫລື ບໍ່ດັ່ງນັ້ນ ກໍ ນັກປະພັນ ເເລະ ພວກ ທີ່ ມີ ຄຸນາວຸໂສ ໃນ ພາສາ ລາວ ກໍ ສາມາດ ເຮັດ ໄດ້ ເຫມືອນກັນ

ເຖິງຢ່າງໃດ ກໍດີ ການຜິດພາດ ໃນ ຂໍ້ສີ່ ຄົງ ຈະ ບໍ່ ເກີນ ຂອບເຂດ ເພາະວ່າ ຜູ້ກວດ ມີ ສິດ ໃຫ້ ຄະເເນນ ພຽງ ໑ ( point ) ເທົ່ານັ້ນ ສໍາລັບ ບົດນຶ່ງໆ ຖ້າ ມີ ສາມ ຄົນ ກວດ ເຮົາ ກໍ ເອົາ ຄະເເນນ ທັງຫມົດ ຫານ ສາມ ເເລະ ຖ້າ ມີ ສີ່ ຄົນ ກວດ ເຮົາ ກໍ ຫານ ສີ່ ກໍ ສິ້ນ ເຣື່ອງ

ການກວດ ຂໍ້ນຶ່ງ ຂໍ້ສອງ ຂໍ້ສາມ ເເລະ ຂໍ້ສີ່ ໃນ ກໍຣະນີ ທີ່ ມີ ຫລາຍ ຄົນ ກວດ ກໍ ເຮັດ ເເບບ ດຽວກັນ ໃຫ້ ເອົາ ຄະເເນນ ທັງຫມົດ ຫານ ໃຫ້ ຈໍານວນ ຜູ້ກວດ ຫມາຍຄວາມວ່າ ຄະເເນນ ຂອງ ກອນ ບົດນຶ່ງ ບໍ່ ສາມາດ ຈະ ເກີນ ໔ ( points ) ໄດ້ ຖ້າ ອີງ ຕາມ ກໍຣະນີ ຂ້າງ ເທິງນີ້

ວ່າດ້ວຍ ຄະເເນນ
ດັ່ງ ທີ່ ໄດ້ກ່າວ ມາ ເເລ້ວ ຂ້າງເທິງນີ້ ຄະເເນນ ກໍ ມີ ຫລາຍຢ່າງ ດ້ວຍກັນ ຄື ຄະເເນນ ວ່າດ້ວຍ “ຂໍ້ບັງຄັບ ບ່ອນຢູ່ ຂອງ ໄມ້ເອກ ເເລະ ໄມ້ໂທ” ເເລະ “ການສັມຜັດນອກ” ຊຶ່ງ ສອງ ຂໍ້ນີ້ ເປັນ ຂໍ້ ສໍາຄັນ ທີ່ ສຸດ ເເລະ ຍັງ ມີ ຂໍ້ ສໍາຄັນ ອີກ ຂໍ້ນຶ່ງ ຄື “ເນື້ອຫາ(ສາຣະ)” ຫລື “ເນື້ອໃນໃຈຄວາມ” ນັ້ນເອງ ເເຕ່ວ່າ ຂໍ້ທ້າຍນີ້ ຜູ້ກວດ ຈະ ໃຫ້ ຄະເເນນ ຕາມ ຄວາມຮູ້ສຶກ ສ່ວນຕົວ ຂອງ ຜູ້ກ່ຽວ ເເລະ ທາງ ຄນະເຮົາ ບໍ່ ສາມາດ ຈະ ຕັ້ງ ກົດເກນ ອັນ ເເນ່ນອນ ໄດ້ ສໍາລັບ ຂໍ້ນີ້ ສ່ວນ ຂໍ້ ອື່ນໆ ນັ້ນ ພວກເຮົາ ສາມາດ ຕັ້ງ ເປັນ ກົດເກນ ອັນເເນ່ນອນ ໄດ້ ທັງນີ້ ກໍ ເພື່ອ ເວັ້ນ ການສໍ້ໂກງ ຕ່າງໆ ນານາ ປະການ ນັ້ນເອງ

໑໘- ກອນ ເເຕ່ລະບົດ ຊຶ່ງ ກອນ ບົດນຶ່ງ ມີ ສີ່ເເຖວ ຫລື ສີ່ວັກ ຈະ ໄດ້ ຄະເເນນ ດັ່ງ ຕໍ່ໄປນີ້ ຄະເເນນ ໑ ( point ) ສໍາລັບ ຂໍ້ບັງຄັບ ບ່ອນປະຈໍາ ຂອງ ໄມ້ເອກ ເເລະ ໄມ້ໂທ ຄະເເນນ ໑ ( point ) ສໍາລັບ ການສັມຜັດນອກ ຄະເເນນ ໑ ( point ) ສໍາລັບ ການຂຽນ ຄໍາລາວ ຖືກ ທຸກຄໍາ ຄະເເນນ ໑ ( point ) ສໍາລັບ ເນື້ອຫາ ( ເນື້ອຄວາມ )

ຄະເເນນ ປະກວດ
ຄະເເນນ ທີ່ ໄດ້ ຈາກ ຄນະ ກອງປະກວດ ມີ ດັ່ງນີ້ ຄື ໄດ້ ຈາກ ຂໍ້ ໑໘ ນຶ່ງ ເເລະ ໄດ້ ຈາກ ການຂຽນ ບົດກອນ ເກີນ ກໍານົດ ສິບບົດ ຢ່າງ ຕໍ່າສຸດ ນຶ່ງ ເເລະ ໄດ້ ຈາກ ການສະກົດ ຕາມ ຫລັກໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ນຶ່ງ

ກອນ ບົດນຶ່ງໆ ໄດ້ ຄະເເນນ ໑ ( point ) ຫມາຍຄວາມວ່າ ກອນ ວັກນຶ່ງ ຫລື ເເຖວນຶ່ງ ຕ້ອງ ໄດ້ ຄະເເນນ ໐,໒໕ ( points ) ຊຶ່ງ ເປັນ ຜົນຮັບ ທີ່ ໄດ້ ຈາກ ໑ ຫານ ໃຫ້ ໔ ເເຖວ ນັ້ນເອງ ( ໑/໔=໐,໒໕ )

ເກນ ສໍາລັບ ຂໍ້ນຶ່ງ ເເລະ ຂໍ້ສອງ
  • ຖ້າ ກອນ ເເຖວໃດ ຖືກ ກັບ ກົດຣະບຽບ ເເຖວນັ້ນ ຕ້ອງ ໄດ້ ຮັບ ໐,໒໕ ( points ) ກົງກັນຂ້າມ ຖ້າ ກອນ ເເຖວໃດ ບໍ່ ຖືກ ກັບ ກົດຣະບຽບ ຕ້ອງ ໃຫ້ ຄະເເນນ ເເຖວນັ້ນ ສູນ ທັນທີ ໂດຍ ບໍ່ ມີ ການໂຍະຍານ

ເກນ ສໍາລັບ ຂໍ້ສີ່

  • ຖ້າ ກອນ ເເຖວໃດ ທີ່ ທ່ານ ຄິດວ່າ ຂຽນ ໄດ້ດີ ເເຖວນັ້ນ ຕ້ອງ ໄດ້ ຮັບ ໐,໒໕ ( points ) ກົງກັນຂ້າມ ກັບ ກອນ ເເຖວໃດ ທີ່ ທ່ານ ຄິດວ່າ ຂຽນ ບໍ່ ໄດ້ດີ ທ່ານ ຕ້ອງ ໃຫ້ ຄະເເນນ ເເຖວນັ້ນ ສູນ ທັນທີ ໂດຍ ບໍ່ ມີ ການໂຍະຍານ

ການຂຽນ ກອນ ໄດ້ດີ ກໍ ມີ ຫລາຍຢ່າງ ດ້ວຍກັນ ຄື

  • ການສັມຜັດ ພຍັນຊນະ
  • ການສັມຜັດ ໃນ
  • ຄໍາສັບ ທີ່ ເພິ່ນ ຊອກຫາ ( ເນື້ອຫາ ) ມາໃຊ້ ໃນ ກອນ
  • ການເລົ່າ ເຣື່ອງ ເປັນບົດເປັນບັ້ນ ພ້ອມດ້ວຍ ຄວາມອອນຊອນ ດັ່ງນີ້ ເປັນຕົ້ນ

ເກນ ສໍາລັບ ຂໍ້ສາມ

  • ຖ້າ ເເຖວໃດ ບໍ່ ມີ ຄໍາ ທີ່ ນັກກະວີ ໄດ້ຂຽນ ຜິດ ເເຖວນັ້ນ ຕ້ອງ ໄດ້ ຮັບ ໐,໒໕ ( points ) ທັນທີ ກົງກັນຂ້າມ ຖ້າ ກອນ ເເຖວໃດ ມີ ພຽງ ຄໍານຶ່ງຄໍາດຽວ ທີ່ ນັກກະວີ ໄດ້ຂຽນ ຜິດ ຕ້ອງ ໃຫ້ ຄະເເນນ ເເຖວນັ້ນ ສູນ ທັນທີ ໂດຍ ບໍ່ ມີ ການໂຍະຍານ

ຕາມທີ່ຈິງ ຂ້າພະເຈົ້າ ຢາກ ໃຫ້ ຄະເເນນ ລົບ ໐,໐໐໕ ( points ) ສໍາລັບ ຄໍາໃດ ຜິດ ເພາະວ່າ ມັນ ຄົງ ຈະ ມີ ການຜ່ອນຜັນ ຫລາຍ ກວ່າ ວິທີ ການໃຫ້ ຄະເເນນ ໐,໒໕ ( points ) ໂດຍ ເຫດຜົນ ທີ່ ວ່າ ຄົນລາວ ສ່ວນມາກ ໃຫຍ່ ລ້າໆ ເເຕ່ ບໍ່ ມີ ຣະດັບ ນັ້ນເອງ

ທວນຄືນ

  1. ສໍາລັບ ກອງກວດ ເເຕ່ລະຄນະ ໃຫ້ ທ່ານ ເອົາ ຄະເເນນ ທັງຫມົດ ຂອງ ເເຕ່ລະຄົນ ສົມເຂົ້າກັນ ເເລະ ເອົາ ຜົນຮັບ ດັ່ງກ່າວ ຫານ ໃຫ້ ຈໍານວນ ຜູ້ກວດ ຈຶ່ງ ຈະ ກາຍ ເປັນ ຄະເເນນ ທັງຫມົດ ຂອງ ກອງກວດ ກອງນຶ່ງໆ
  2. ເອົາ ຄະເເນນ ທັງຫມົດ ຂອງ ເເຕ່ລະກອງ ມາ ສົມເຂົ້າກັນ ເເລະ ຜົນຮັບ ດັ່ງກ່າວ ກໍ ກາຍ ເປັນ ຄະເເນນ ສຸດທ້າຍ ( Le total / The final score )

ຄະເເນນ ພິເສດ
ຖ້າ ກໍຣະນີໃດ ທີ່ ຂ້າງລຸ່ມນີ້ ບໍ່ ມີ ຫມາຍຄວາມວ່າ ຄະເເນນ ຂອງ ກໍຣະນີນັ້ນ ກໍ ບໍ່ ມີ ເຫມືອນກັນ ເເລະ ກັມມະການ ຕ້ອງ ເຂົ້າໃຈ ໄປ ໃນ ທໍານອງນີ້

  • ຄະເເນນ ເສີມ ໒ ( points ) ຢ່າງ ສູງສຸດ ສໍາລັບ ການສະກົດ ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ເເຕ່ວ່າ ນັກກະວີ ຕ້ອງ ຂຽນ ລົງ ເປັນ ຢ່າງດີ ເພື່ອ ບອກ ໃຫ້ ກັມມະການ ຮູ້ວ່າ ຕົນ ຈະ ຂຽນ ຕາມ ຫລັກ ໄວຍາກອນ ຂອງ ກົມ ວັນນະຄະດີ ລາວ ( ຂຽນ ໃສ່ ໃນ ຫນ້າ ທໍາ ອິດ ໂລດ )
  • ຄະເເນນ ເສີມ ໒ ( points ) ຢ່າງ ສູງສຸດ ສໍາລັບ ຈໍານວນ ບົດກອນ ທີ່ ມີ ຈໍານວນ ໑໐ ບົດ ຂຶ້ນ ໄປ ເກີນ ຈໍານວນ ທີ່ ເພິ່ນ ໄດ້ກໍານົດ ໄວ້
  • ຄະເເນນ ເສັຽ ໒ ( points ) ຖ້າ ການຂຽນ ຄໍາກອນ ຂອງ ທ່ານ ບໍ່ ຕຣົງກັນ ( ຫມາຍຄວາມວ່າ ປະ ປົນກັນ ຢູ່ ໂລເລ ເຊັ່ນ ຄໍາກອນ ຢູ່ ຕຣົງ ກັບ ຄໍາບຸພບົດ ຢ່າງນີ້ )

ຄະເເນນ ທັງຫມົດ
ຄະເເນນ ທັງຫມົດ ມາ ຈາກ ການປະສົມ ຄະເເນນ ປະກວດ ກັບ ຄະເເນນ ພິເສດ ຊຶ່ງ ຜົນຮັບ ໂຕນີ້ ເປັນ ຄະເເນນ ຕາຍຕົວ ໃນ ການປະກວດ ກອນ ຊຸດນີ້

ສລຸບຄວາມ
ເຮົາ ສາມາດ ດັດເເປງ ວິທີ ໃຫ້ ຄະເເນນ ເເບບນີ້ ເພື່ອ ໃຫ້ ເຂົ້າ ກັບ ຄວາມຕ້ອງການ ຂອງເຮົາ ໃນ ການປະກວດ ກອນ ເເລະ ເພງ ລາວ ຕ່າງໆ

ພາກສ່ວນ ທີ່ ໃຫ້ ຄົນ ຊາບ ນໍາ ນັ້ນ ມີ ຢູ່ ສອງ ພາກ ຄື ພາກສ່ວນ ທີ່ ຄວນ ໃຫ້ ຄນະ ກັມມະການ ຊາບ ເເລະ ພາກສ່ວນ ທີ່ ຄວນ ໃຫ້ ຜູ້ສມັກ ເຂົ້າ ເເຂ່ງຂັນ ຊາບ ຫລັງຈາກນັ້ນ ກໍ ມີ ພຽງເເຕ່ ປັບ ເເບບຢ່າງ ອັນນີ້ ໃຫ້ ເຂົ້າ ກັບ ມະຕິ ຂອງ ກອງປະຊຸມ ເພາະວ່າ ການໃຫ້ ຄະເເນນ ເເບບນີ້ ສາມາດ ປ້ອງກັນ ການຂີ້ຫລັກ ດ້ວຍ ກັມມະການ ໄດ້ ບໍ່ຫລາຍກໍຫນ້ອຍ ເເລະ ຫວັງວ່າ ຈະ ໄດ້ ຍິນ ການປະກວດ ກອນ ຫລື ເພງ ໃນ ໄວໆ ນີ້ເອງ


ກອນ ວິດຊຸມາລີ
ກອນ ວິດຊຸມາລີ ( ຣູປຕາ ໒ ) ກໍ ມີ ຂໍ້ບັງຄັບ ທາງ ດ້ານ ບ່ອນປະຈໍາ ຂອງ ໄມ້ເອກ ເເລະ ໄມ້ໂທ ເຫມືອນ ດັ່ງດຽວ ກັນ ກັບ ກອນ ອ່ານ ສາມັນ ທີ່ ມີ ເຈັດ ຄໍາ ໃນ ວັກ ນຶ່ງໆ ( ຣູປຕາ ໑ ) ເເລະ ບ່ອນປະຈໍາ ຂອງ ວັນນະຍຸດ ທັງ ສອງ ນີ້ ຈະ ຕັ້ງ ຢູ່ ຈຸດ ເກົ່າ ຫລື ຢູ່ ໃນ ຖັນເເຖວ ດຽວ ກັນ ກັບ ຖັນເເຖວ ຂອງ ກອນ ເຈັດ

ຣູປຕາ ໑ - ໂຄງ ການເເຕ່ງ ກອນ

ຕ່າງ ເເຕ່ວ່າ ການສັມຜັດ ນອກ ຂອງ ກອນ ວິດຊຸມາລີ ຈະ ບາ ເເຖວ ນຶ່ງ ຄື

  • ຄໍາທ້າຍ ຂອງ ເເຖວນຶ່ງ ຈະ ໄປ ສັມຜັດ ກັບ ຄໍານຶ່ງ ຄໍາສອງ ຄໍາສີ່ ຫລື ຄໍາຫ້າ ຂອງ ເເຖວສາມ
  • ຄໍາທ້າຍ ຂອງ ເເຖວສອງ ຕ້ອງ ໄປ ສັມຜັດ ກັບ ຄໍານຶ່ງ ຄໍາສາມ ຫລື ຄໍາຫ້າ ຂອງ ເເຖວສີ່
  • ຄໍາທ້າຍ ຂອງ ເເຖວສາມ ຕ້ອງ ໄປ ສັມຜັດ ກັບ ຄໍາສອງ ຄໍາສີ່ ຫລື ຄໍາຫ້າ ໃນ ເເຖວທໍາອິດ ຂອງ ວັກ ຕໍ່ໄປ
  • ຄໍາທ້າຍ ຂອງ ເເຖວສີ່ ຕ້ອງ ໄປ ສັມຜັດ ກັບ ຄໍານຶ່ງ ຄໍາສອງ ຄໍາສີ່ ຫລື ຄໍາຫ້າ ຂອງ ເເຖວສອງ ໃນ ວັກ ຕໍ່ໄປ

ຣູປຕາ ໒ - ໂຄງ ກອນ ວິດຊຸມາລີ ຊຶ່ງ ມີ ຄໍາບຸພບົດ ເເລະ ຄໍາສ້ອຍ ເເບບດຽວ ກັບ ກອນ ອື່ນໆ

ອີກປະການນຶ່ງ ກອນ ວິດຊຸມາລີ ກໍ ມີ ຄໍາບຸພບົດ ເເລະ ຄໍາສ້ອຍ ເຫມືອນກັນ ຊຶ່ງ ຄໍາບຸພບົດ ສາມາດ ມີ ສີ່ ຄໍາ ຢ່າງ ສູງສຸດ ເເລະ ຄໍາສ້ອຍ ສາມາດ ມີ ສອງ ຄໍາ ເທົ່ານັ້ນ “ຢ່າງ ສູງສຸດ”

ສ່ວນ ການອະທິບາຍ ກອນ ວິດຊຸມາລີ ໂດຍ ລະອຽດ ໃຫ້ ທ່ານ ຊອມ ອ່ານ ຢູ່ ຫົວຂໍ້ ທີ່ ວ່າດ້ວຍ ໄວຍາກອນ ລາວ ເຫລັ້ມ ສາມ ກ່ຽວກັບ ສັນທະລັກສນະ ນັ້ນເອງ


------ oOo ------
ຄໍາອຸທິດ
------ oOo ------

ຂໍ ອຸທິດ ຜົນງານ ອັນ ເລັກໆ ນ້ອຍໆ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ອ້າຍ ເອື້ອຍ ນ້ອງ ໃພ້ ເຂີຍ ພ້ອມທັງ ຫລານ ທຸກຄົນ
ເເດ່ ຍາດຕິພີ່ນ້ອງ ເເລະ ຫມູ່ເພື່ອນ ຂອງ ຂ້າພະເຈົ້າ ທຸກຄົນ
ເເດ່ ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ພ້ອມດ້ວຍ ທວດ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ທີ່ ໄດ້ມາ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0