ພາສາ ລາວ - La langue lao ບົນ ລາວເເພນ
ຫນ້າທໍາອິດ > ປະເພນີ > ມື້ ມະຫາ ສັກຣາດ ເເຫ່ງ ຄສ. ໒໐໑໑ ເດືອນ ໑໑ ພຶສຈິກາ ຫາ ເດືອນ ໑໒ ທັນວາ

ມື້ ມະຫາ ສັກຣາດ ເເຫ່ງ ຄສ. ໒໐໑໑ ເດືອນ ໑໑ ພຶສຈິກາ ຫາ ເດືອນ ໑໒ ທັນວາ

ວັນພະຫັດ ທີ ໓ ເດືອນ ພຶສຈິກາ/ພະຈິກ/novembre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
  • “ມື້” ເປັນ ຄໍາມູນ ເເຕ່ “ວັນ” ມາ ຈາກ ເຄົ້າ ສັນສະກຣິດ ວາຣະ ທີ່ ມີ ຄວາມຫມາຍ ອັນດຽວກັນ ກັບ ມື້
  • “ມະຫາ” ເເປວ່າ ຫລວງ ໃນ ພາສາ ລາວ ຊຶ່ງ ມີ ເຄົ້າ ອັນດຽວກັນ ກັບ ພາສາ ສັນສະກຣິດ ເເລະ ພາສາ ບາລີ
  • “ສັກຣາດ”[ສັກ-ກະ-ຫລາດ] ສະກົດ ດ້ວຍ ຕົວກໍ ( ກ ) ເເລະ ພຍັນຊນະ ຕົວນີ້ ເປັນ ທັງ ຕົວສະກົດ ທັມມະດາ ເເລະ ເປັນ ທັງ ຕົວສະກົດ ພິເສດ ຊຶ່ງ ພຍາງ ຣາດ ຈະ ຕ້ອງ ອ່ານ ເປັນ ສຽງສູງ ຄື “ຫລາດ” ( ຄົນລາວ ໃນ ປັດຈຸບັນ ມັກ ອ່ານ ຫັນລີ້ນ ຄື “ຫຣາດ” ) ເຫມືອນ ກັບ ການອ່ານ ພຍັນຊນະ ຈູງ ສ່ວນ ເຄົ້າ ຂອງ ຄໍາປະສົມ ຄໍານີ້ ຂ້າພະເຈົ້າ ຍັງ ບໍ່ ຮູ້ວ່າ ມີ ເຄົ້າ ຈາກ ຄໍາໃດເເທ້

ສິ່ງ ທີ່ ເຮົາ ຄວນ ຄິດ ກໍ ຄື ເຮົາ ໃຊ້ “ມື້ຫລວງ” ໄດ້ ບໍ ຫລືວ່າ ຄໍາ ມື້ຫລວງ ຄໍານີ້ ເພິ່ນ ເຄີຍ ໃຊ້ ເພື່ອ ຊີ້ ບອກ ເເນວອື່ນ ໄປເເລ້ວ ໃນ ປະເພນີ ລາວ

ຄໍາອະທິບາຍ || Explication / Explanation
ຂ້າພະເຈົ້າ ເຄີຍ ໄດ້ຂຽນ ບົດຄວາມ ກ່ຽວກັບ ປະຕິທິນ ມະຫາ ສັກຣາດ ມາເເລ້ວ ເພື່ອ ບອກ ຊື່ ປີ ເເລະ ຊື່ ມື້ ເທື່ອນີ້ ຂ້າພະເຈົ້າ ຈະ ໂງ ຄືນ ມາ ເພື່ອ ບອກ ວິທີ ການໃຊ້ ມື້ ຕ່າງໆ ໃນ ປະເພນີ ລາວ ພຽງ ເລັກນ້ອຍ ເພື່ອ ໃຫ້ ທ່ານ ຜູ້ສົນໃຈ ສາມາດ ດໍາເນີນ ເເລະ ກະຈາຍ ວຽກ ດັ່ງກ່າວ ດ້ວຍ ຕົນເອງ ເເຕ່ ຢ່າ ລືມ ວ່າ ຊື່ປີ ກັບ ຊື່ມື້ ຈະ ມີ ຊື່ ເເບບດຽວກັນ

ອີກປະການນຶ່ງ ຊື່ ມື້ ເເຫ່ງ ມະຫາ ສັກຣາດ ນີ້ ຈະ ເປັນ ປໂຍດ ຫລາຍ ທີ່ສຸດ ໃນ ການພິສູດ ວັນທີ ເເຫ່ງ ຈັນທະຄະຕິ ວ່າ ມື້ໃດ ເເທ້ ເປັນ ມື້ ເທົ່ານັ້ນ ຄໍ່າ ຄື ຂຶ້ນ ເທົ່ານັ້ນ ຄໍ່າ ຫລື ເເຮມ ເທົ່ານັ້ນ ຄໍ່າ ເພາະວ່າ ມື້ ເເບບນີ້ ບໍ່ ຂຶ້ນ ກັບ ພຣະຈັນ ເເລະ ກັບ ພຣະອາທິດ ອັນໃດ ທັງສິ້ນ ເເຕ່ ມັນ ຂຶ້ນ ກັບ ຢ່າງດຽວ ເທົ່ານັ້ນ ຄື “ມືດເເຈ້ງ” ຫລື ກາງຄືນ ເເລະ ກາງເວັນ ນັ້ນເອງ

ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ຖ້າ ເຮົາ ໄລ່ “ຄໍ່າ” ຜິດ ເເລະ ຖ້າ ເພິ່ນ ໄດ້ຫມາຍ ມື້ ມະຫາ ສັກຣາດ ໄວ້ ນໍາ ເຮົາ ກໍ ສາມາດ ອີງໃສ່ ມື້ ເເຫ່ງ ມະຫາ ສັກຣາດ ໄດ້ ເພາະ ມັນ ຈະ ໃຫ້ ຄວາມເເນ່ນອນ ຫລາຍ ກວ່າກັນ ຍ້ອນວ່າ ການໄລ່ “ຄໍ່າຂຶ້ນ ຄໍ່າເເຮມ” ກໍ ຂຶ້ນ ຢູ່ ກັບ ສູດ ວິທຍາສາດ ຖ້າ ສູດ ບໍ່ ຕຣົງ ກັບ ເວລາ ຂອງ ພຣະອາທິດ ເເລະ ພຣະຈັນ ມັນ ກໍ ຜິດຜ້ຽນ ໄປ ປີ ລະ ຊົ່ວໂມງ ສອງ ຊົ່ວໂມງ ເເລະ ຫລາຍ ປີ ຜ່ານໄປ ມັນ ກໍ ກາຍ ເປັນ ມື້ ໄດ້ ( ມັນ ຈະ ເປັນ ປໂຍດ ຫລາຍ ທີ່ສຸດ ໃຫ້ ເເກ່ ການພິສູດ ວັນທີ ອັນ ສໍາຄັນ ທາງ ດ້ານ ປວັດສາດ )

“ບໍ່ ຂຶ້ນ ກັບ ພຣະຈັນ ເເລະ ກັບ ພຣະອາທິດ” ຫມາຍຄວາມວ່າ ບໍ່ ຂຶ້ນ ກັບ ເວລາ ເເຫ່ງ ການຫມູນວຽນ ຂອງ ພຣະຈັນ ( ເດືອນ ) ເເລະ ຂອງ ພຣະອາທິດ ( ຕາເວັນ ) ມີ ເເຕ່ ຂຶ້ນ ກັບ ມື້ນຶ່ງ ຊຶ່ງ ປະກອບ ດ້ວຍ ກາງຄືນ ເເລະ ກາງເວັນ ເທົ່ານັ້ນ

ມື້ ເເຫ່ງ ມະຫາ ສັກຣາດ ຈະ ມີ ຮວດນຶ່ງ ໖໐ ມື້ ເເລະ ເເຕ່ລະມື້ ກໍ ມີ ຊື່ໃຜຊື່ມັນ ເເຕກຕ່າງກັນ ດັ່ງນີ້ ຕລອດ ໄປ ຫມາຍຄວາມວ່າ ຖ້າ ມັນ ມາ ຈວບ ຄົບຮອບ ໖໐ ມື້ ມັນ ກໍ ຕັ້ງຕົ້ນ ໃຫມ່ ໄປ ດັ່ງນີ້ ຢ່າງ ບໍ່ ມີ ວັນ ສິ້ນສຸດ ເເບບ ຕາຍຕົວ ດັ່ງນັ້ນ ມັນ ຈຶ່ງ ມີ ຄວາມເເນ່ນອນ ຫລາຍ ທີ່ສຸດ ໃນ ການພິສູດ ວັນທີ ຕ່າງໆ ດັ່ງ ຕົວຢ່າງ ການພິສູດ ວັນເກີດ ຂອງ ພຣະເຈົ້າ ຈັກພັດ ເເຜ່ນເເຜ້ວ ຈະ ຖືກ ຈັກ ຄໍ່າ ເເລະ ມື້ໃດ ກັນເເທ້ ຖ້າ ວັນເກີດ ຂອງ ເພິ່ນ ຖືກ ຫມາຍ ຊື່ ມື້ ເເຫ່ງ ມະຫາ ສັກຣາດ ໄວ້ ດ້ວຍ ກໍ ພຽງພໍ ກັບ ຄວາມຕ້ອງການ ໄດ້

ມື້ ຂອງ ເດືອນ ພຶສຈິກາ ປີ ຮ້ວງເຫມົ້າ* / Novembre 2011

ວັນ ໒
ຈັນ
ວັນ ໓
ອັງຄານ
ວັນ ໔
ພຸດ
ວັນ ໕
ພະຫັດ
ວັນ ໖
ສຸກ
ວັນ ໗
ເສົາ
ວັນ ໑
ອາທິດ
1
ກົດສັນ
2
ຮ້ວງເຮົ້າ
3
ເຕົ່າເສັດ
4
ກ່າໃຄ້
5
ກາບໃຈ້
6
ຮັບເປົ້າ
7
ຮວາຍຍີ
8
ເມິງເຫມົ້າ
9
ເປິກສີ
10
ກັດໃສ້
11
ກົດສະງ້າ
12
ຮ້ວງມົດ
13
ເຕົ່າສັນ
14
ກ່າເຮົ້າ
15
ກາບເສັດ
16
ຮັບໃຄ້
17
ຮວາຍໃຈ້
18
ເມິງເປົ້າ
19
ເປິກຍີ
20
ກັດເຫມົ້າ
21
ກົດສີ
22
ຮ້ວງໃສ້
23
ເຕົ່າສະງ້າ
24
ກ່າມົດ
25
ກາບສັນ
26
ຮັບເຮົ້າ
27
ຮວາຍເສັດ
28
ເມິງໃຄ້
29
ເປິກໃຈ້
30
ກັດເປົ້າ
ເເຜງ ໑

ມື້ ເເຫ່ງ ເດືອນ ທັນວາ ປີ ຮ້ວງເຫມົ້າ* / Décembre 2011

ວັນ ໒
ຈັນ
ວັນ ໓
ອັງຄານ
ວັນ ໔
ພຸດ
ວັນ ໕
ພະຫັດ
ວັນ ໖
ສຸກ
ວັນ ໗
ເສົາ
ວັນ ໑
ອາທິດ



1
ກົດຍີ
2
ຮ້ວງເຫມົ້າ
3
ເຕົ່າສີ
4
ກ່າໃສ້
5
ກາບສະງ້າ
6
ຮັບມົດ
7
ຮວາຍສັນ
8
ເມິງເຮົ້າ
9
ເປິກເສັດ
10
ກັດໃຄ້
11
ກົດໃຈ້
12
ຮ້ວງເປົ້າ
13
ເຕົ່າຍີ
14
ກ່າເຫມົ້າ
15
ກາບສີ
16
ຮັບໃສ້
17
ຮວາຍສະງ້າ
18
ເມິງມົດ
19
ເປິກສັນ
20
ກັດເຮົ້າ
21
ກົດເສັດ
22
ຮ້ວງໃຄ້
23
ເຕົ່າໃຈ້
24
ກ່າເປົ້າ
25
ກາບຍີ
26
ຮັບເຫມົ້າ
27
ຮວາຍສີ
28
ເມິງໃສ້
29
ເປິກສະງ້າ
30
ກັດມົດ
31
ກົດສັນ

ເເຜງ ໒

  1. (*) ປີນີ້ ເປັນ ປີ ຮ້ວງເຫມົ້າ ເເລະ ປີ ຮ້ວງເຫມົ້າ ກົງ ກັບ ປີເຖາະ ຊຶ່ງ ຣາສີ ກະຕ່າຍ
  2. ວັນ ໑ ຫລື ວັນທໍາອິດ ເເຫ່ງ ສັປດາ ເເມ່ນ ວັນ “ອາທິດ” ຊຶ່ງ ເປັນ ລໍາດັບ ວັນ ພາຍໃນ ສັປດາ ນຶ່ງໆ ເຫມືອນ ດັ່ງດຽວກັນ ກັບ ລໍາດັບ ວັນ ຂອງ ຊາວຕາເວັນຕົກ ວັນ ໒ ກໍ ເປັນ ວັນຈັນ ເປັນຕົ້ນ ເເລະ ວັນ ໗ ເປັນປາຍ ຊຶ່ງ ເປັນ ວັນເສົາ ສະນັ້ນ ຖ້າ ທ່ານ ອ່ານ ເອກສານ ເກົ່າ ເພິ່ນ ຈະ ຫມາຍ ວັນນຶ່ງ ວັນສອງ ວັນສາມ ວັນສີ່ ວັນຫ້າ ວັນຫົກ ວັນເຈັດ ເເຕ່ ເພິ່ນ ຈະ ຫມາຍ ລໍາດັບ ເປັນ ຕົວເລກ ຫລາຍກວ່າ ຕ້ອງ ໃຫ້ ທ່ານ ອີງ ເອົາ ຕາມນີ້
  3. “ສະງ້າ” ຊຶ່ງ ເອກສານ ລາງອັນ ກໍ ຂຽນ “ສະງ້າ” ເເຕ່ ຂ້າພະເຈົ້າ ຕັດສິນ ຂຽນ ສະງ້າ ຕາມ ຄວາມສະດວກ ໃນ ການອ່ານ
  4. “ຍີ” ຊຶ່ງ ເອກສານ ລາງອັນ ກໍ ຂຽນ ຍີ່ ທີ່ ເເປວ່າ ສອງ ຫລື ລໍາດັບ ສອງ ເເຕ່ ຂ້າພະເຈົ້າ ຕັດສິນ ຂຽນ “ຍີ” ເພາະວ່າ ຄໍານີ້ ບໍ່ ມີ ການພົວພັນ ກັບ ຄໍາ ຍີ່

ເເຜນ ການໃຊ້ || Planning d’utilisation
ຂ້າພະເຈົ້າ ມີ ຂໍ້ສັງເກດ ອັນນຶ່ງ ທີ່ ເຮົາ ຄວນ ຄິດ ດ້ວຍກັນ ຄື ສິ່ງ ທີ່ ໄດ້ກ່າວ ໃນ ປຶ້ມ ພົງສາວະດານ ໂດຍ ມະຫາ ສີລາ ນັ້ນ ຄ້າຍໆ ເເບບນີ້ ວ່າ “ເມື່ອ ພຣະເຈົ້າ ຟ້າງຸ່ມ ເຫັນ ຄົນລາວ ຖື ຜີ ຫລາຍ” ( ເພາະ ຂ້າພະເຈົ້າ ບໍ່ ຈື່ ເນື້ອຄວາມ ອັນເເທ້ ) ຂ້າພະເຈົ້າ ຄິດວ່າ ອາດ ຈະ ເປັນ ຍ້ອນ ໂຄງຮ່າງ ໃນ ປະຕິທິນ ມະຫາ ສັກຣາດ ນີ້ເອງ ຊຶ່ງ ເປັນ ເເຜນ ເພື່ອ ວາງ ການກະທໍາ ການເຮັດ ເກືອບ ທຸກຢ່າງ ໃນ ສັງຄົມ ລາວ ໃຫ້ ຖືກ ຕາມ ມື້ ຕ່າງໆ ເເລະ ໃຫ້ ຖືກ ກັບ ເວລາ ( ຍາມ ) ວັນ ເດືອນ ປີ ອີກດ້ວຍ ດັ່ງ ທີ່ ທ່ານ ຈະ ເຫັນ ໂດຍ ສັງເຂບ ຂ້າງລຸ່ມນີ້ ເເຕ່ ຂ້າພະເຈົ້າ ຈະ ກ່າວ ເຖິງ ພຽງ ສະເພາະ ການໃຊ້ ມື້ ເເຫ່ງ ມະຫາ ສັກຣາດ ຢ່າງດຽວ

ຈາມື້ໄປເວົ້າຄວາມຫລິ້ນເບັ້ຽ [1]
“ຈາມື້ໄປເວົ້າຄວາມຫລິ້ນເບັ້ຽ” ຫມາຍເຖິງ ມື້ ທີ່ ຈະ ໄປ ເວົ້າ ຄວາມ ຫລື ມື້ ທີ່ ຈະ ໄປ ຫລິ້ນ ເບັ້ຽ
  • ກູລີງ ມຶງເເມງບົ້ງ ວ່າ ອັນເເພ້ເເລ
  • ມື້ສີ ມື້ເສັດ ໃຫ້ນັ່ງຫົນໃຕ້ ອວ່າຍຫນ້າ ເມືອ ອຸດອນ ( ເຫນືອ ) ເເລະ ກໍ ຄິດ ໃນ ໃຈ ວ່າ ກູຣາຊສີ ມຶງຊ້າງ ວ່າ ອັນເເພ້ເເລ ( ຫມາຍຄວາມວ່າ ຫລັງຈາກ ຄິດ ໃນ ໃຈ ເເລ້ວ ກໍ ເວົ້າ “ອັນເເພ້ເເລ” ເປັນ ຖ້ອຍຄໍາ ອອກມາ )
  • ມື້ໃສ້ ມື້ໃຄ້ ໃຫ້ນັ່ງ ຫົນ ຫໍຣະດີ ( ຕາເວັນຕົກ ສ່ຽງໃຕ້ ) ອວ່າຍຫນ້າ ເມືອ ອິສານ ເເລະ ກໍ ຄິດ ໃນ ໃຈ ວ່າ ກູເສືອ ມຶງງົວ ວ່າ ອັນເເພ້ເເລ

ຣູປຕາ ໑
  • ມື້ສີ ມື້ເສັດ ມື້ໃສ້ ມື້ໃຈ້ ຫມາຍເຖິງ ລູກມື້ ທີ່ ເພິ່ນ ວາງ ໄວ້ ຂ້າງຫລັງ ຂອງ ພຍາງ ກ່ຽວຂ້ອງ ດັ່ງ
    • ມື້ໃຈ້ ມີ ຢູ່ ດ້ວຍກັນ ໕ ມື້ ຄື
      • ກາບໃຈ້ ຮວາຍໃຈ້ ເປິກໃຈ້ ກົດໃຈ້ ເຕົ່າໃຈ້
    • ມື້ສີ ມີ ຢູ່ ດ້ວຍກັນ ໕ ມື້ ຄື
      • ເປິກສີ ກົດສີ ເຕົ່າສີ ກາບສີ ຮວາຍສີ
    • ມື້ໃສ້ ມີ ຢູ່ ດ້ວຍກັນ ໕ ມື້ ຄື
      • ກັດໃສ້ ຮ້ວງໃສ້ ກ່າໃສ້ ຮັບໃສ້ ເມິງໃສ້
    • ມື້ເສັດ ມີ ຢູ່ ດ້ວຍກັນ ໕ ມື້ ຄື
      • ກາບເສັດ ຮວາຍເສັດ ເປິກເສັດ ກົດເສັດ ເຕົ່າເສັດ

ວ່າດ້ວຍ ວັນທີ ເເຫ່ງ ຈັນທະຄະຕິ ຫລື ເຣື່ອງ “ຂຶ້ນ ເທົ່ານັ້ນ ຄໍ່າ ເເຮມ ເທົ່ານັ້ນ ຄໍ່າ ຂອງ ຄົນລາວ” ໃຫ້ ທ່ານເອງ ເປັນ ຜູ້ ຫມາຍ ໃສ່ ເເລະ ສິ່ງ ທີ່ ທ່ານ ຄວນ ຫມາຍ ເພີ່ມເຕີມ ນັ້ນ ກໍ ຄື ຄໍ່າ ທີ່ ຝຣັ່ງ ເເລະ ຈີນ ຫມາຍ ໄວ້ ໃນ ປະຕິທິນ ຂອງ ເຂົາ ເພື່ອ ການປຽບທຽບ ນັ້ນເເລ ເພາະ ມັນ ຈະ ພາ ໃຫ້ ເຮົາ ມີ ຄວາມຄິດ ເເບບໃຫມ່ ອີກ


ຈາມື້ບໍ່ຄວນຍ້າຍຄົວເຮືືອນ [1]
“ຈາມື້ບໍ່ຄວນຍ້າຍຄົວເຮືືອນ” ຫລື “ມື້ ທີ່ ບໍ່ ຄວນ ຍ້າຍ ຄົວເຮືອນ” ເເປວ່າ ຖ້າ ເດືອນໃດ ຖືກ ມື້ ທີ່ ເພິ່ນ ຫມາຍໄວ້ ນີ້ ເພິ່ນ ເຕືອນ ທ່ານ ເພື່ອ ບໍ່ ຢາກ ໃຫ້ ທ່ານ ຍ້າຍ ຄົວເຮືອນ ຂອງ ທ່ານ ໃນ ມື້ ເຫລົ່ານີ້ ເພາະ ມັນ ຈະ ບໍ່ ເປັນ ມຸງຄຸນ ໃຫ້ ເເກ່ ຄົນ ໃນ ຄອບຄົວ ຂອງ ທ່ານ

ເດືອນຈຽງ ມື້ໃຈ້ ມື້ໃຄ້
ເດືອນຍີ່ ມື້ເຮົ້າ ມື້ສະງ້າ
ເດືອນສາມ ມື້ເຫມົ້າ ມື້ເຮົ້າ ມື້ຍີ ມື້ໃສ້
ເດືອນສີ່ ມື້ເຮົ້າ ມື້ສະງ້າ ມື້ໃສ້
ເດືອນຫ້າ ມື້ໃຄ້ ມື້ເສັດ ມື້ສະງ້າ
ເດືອນຫົກ ມື້ເສັດ ມື້ເຫມົ້າ ມື້ມົດ
ເດືອນເຈັດ ມື້ໃຈ້ ມື້ໃສ້ ມື້ຍີ
ເດືອນເເປດ ມື້ສະງ້າ ມື້ມົດ ມື້ເສັດ ມື້ເຮົ້າ ມື້ສີ
ເດືອນເກົ້າ ມື້ຍີ ມື້ເຫມົ້າ ມື້ສີ ມື້ເສັດ
ເດືອນສິບ ມື້ຍີ ມື້ເຫມົ້າ ມື້ໃຄ້
ເດືອນສິບເອັດ ມື້ໃຄ້ ມື້ເຮົ້າ ມື້ໃຈ້
ເດືອນສິບສອງ ມື້ສັນ ມື້ໃສ້ ມື້ເປົ້າ
ເເຜງ ໓

ຈາ ມື້ດີ ເດືອນດີ
ເດືອນຈຽງ ມື້ເຫມົ້າ
ເດືອນຍີ່ ມື້ເຫມົ້າ ມື້ເປົ້າ
ເດືອນສາມ ມື້ໃຈ້ ມື້ເປົ້າ
ເດືອນສີ່ ມື້ເຮົ້າ ມື້ເສັດ ມື້ໃຈ້ ມື້ໃຄ້
ເດືອນຫ້າ ມື້ເປົ້າ ມື້ໃສ້ ມື້ເຫມົ້າ ມື້ໃຈ້
ເດືອນຫົກ ມື້ສີ ມື້ໃສ້
ເດືອນເຈັດ ມື້ມົດ ມື້ສະງ້າ
ເດືອນເເປດ ມື້ເປົ້າ ມື້ສັນ
ເດືອນເກົ້າ ມື້ເປົ້າ ມື້ສັນ ມື້ໃຄ້
ເດືອນສິບ ມື້ໃຈ້ ມື້ໃຄ້ ມື້ເຫມົ້າ
ເດືອນສິບເອັດ ມື້ໃຈ້ ມື້ເປົ້າ ມື້ເຫມົ້າ
ເດືອນສິບສອງ ມື້ໃຄ້ ມື້ສີ
ມື້ດີ ເດືອນດີ ຫມົດທໍ່ນີ້ ເຮັດ ອັນໃດ ດີ ຊູ່ອັນເເລ
ເເຜງ ໔

ອັນນີ້ ເປັນ ພຽງ ຕົວຢ່າງ ອັນ ເລັກໆ ນ້ອຍໆ ທີ່ ຂ້າພະເຈົ້າ ໄດ້ລອກ ຈາກ ປຶ້ມ ຫົວນຶ່ງ ເທົ່ານັ້ນ ສ່ວນ ຄວາມເຂັດ ຄວາມເເມັ້ນ ຄວາມຄິ້ວ ວ່າດ້ວຍ ການດູການເດົາ ຂ້າງເທິງນີ້ ຈະ ກົງ ກັບ ການຂຽນ ຫລືບໍ່ ນັ້ນ ຂ້າພະເຈົ້າ ບໍ່ ມີ ຫຍັງ ກ່ຽວຂ້ອງ ຖ້າ ທ່ານ ເຮັດ ທ່ານ ທົດລອງ ກໍ ຖືວ່າ ທ່ານ ເປັນ ຜູ້ຮັບຜິດຊອບ ທຸກສິ່ງຢ່າງ ນັ້ນເເລ

ສລຸບຄວາມ
ມື້ ຕ່າງໆ ເຫລົ່ານີ້ ຍັງ ມີ ອີກ ມາກມາຍກາຍກອງ ທີ່ ເພິ່ນ ໄດ້ວາງ ເປັນ ເເຜນ ໄວ້ ຢ່າງ ຕາຍຕົວ ສະເພາະ ກໍຣະນີໃດກໍຣະນີນຶ່ງ ເຊັ່ນ

  • ການໄປ ເເຮກນາ
  • ການດໍານາ
  • ການຕັດ ຜົມ
  • ການອອກ ບ້ານ
  • ການລ່າ ເນື້ອ
  • ການປຸກເຮືອນ ( “ປຸກເຮືອນ” ທີ່ ມີ ສຽງສັ້ນ ເເລະ ກໍ ບໍ່ ເເມ່ນ “ປູກເຮືອນ” ທີ່ ມີ ສຽງຍາວ ) ຯລຯ

ດ້ວຍເຫດນີ້ ຂ້າພະເຈົ້າ ຈຶ່ງ ຄິດ ວ່າ ເມື່ອ ພຣະເຈົ້າ ຟ້າງຸ່ມ ເຂົ້າມາ ເມືອງລາວ ເພິ່ນ ຈຶ່ງ ໄດ້ສັງເກດ ເຫັນ ຄົນລາວ ທັງຫລາຍ ບໍ່ ເຮັດງານ ບາງສິ່ງບາງຢ່າງ ໃນ ມື້ ຕ່າງໆ ນັ້ນ ເພິ່ນ ຈຶ່ງ ໄດ້ສລຸບ ວ່າ ຄົນລາວ ຖື ຜີ ຫລາຍ ກວ່າ ຖື ສິ່ງ ອື່ນໆ ເພາະ ຄົນລາວ ເຄີຍ ໃຊ້ ຄໍາ “ຄະລໍາ” ຫລາຍເກີນໄປ ໃນ ການເປັນຢູ່ ຂອງ ເຂົາເຈົ້າ ເເລະ ເຂົາເຈົ້າ ກໍ ອີງ ເອົາ ຕາມ ເເຜນ ເເລະ ໂຄງຮ່າງ ຂອງ ປະຕິທິນ ມະຫາ ສັກຣາດ ນີ້ ວ່າ ມື້ໃດ ເປັນ “ມື້ງາມຍາມດີ” ຄື ເປັນ ມຸງຄຸນ ເຂົາ ຈຶ່ງ ລົງມື ເຮັດນັ້ນເຮັດນີ້

ອີກປະການນຶ່ງ ຄໍາ ຄະລໍາ ພາ ໃຫ້ ຂ້າພະເຈົ້າ ຄິດ ວ່າ ຄົນລາວ ທັງຫລາຍ ກໍ ເປັນ ຄົນໃຈນ້ອຍ ມາ ຕັ້ງ ເເຕ່ດົນເເຕ່ນານ ເເທ້ ເເລ້ວ ເເລະ ຈະ ເປັນ ເນື່ອງ ຈາກ ຂໍ້ມູນ ອັນໃດ ເເທ້ ຂ້າພະເຈົ້າ ກໍ ບໍ່ ຮູ້ ເເຕ່ ຂໍ ຍົກ ຂໍ້ສັງເກດ ຢ່າງນຶ່ງ ມາ ເປັນ ຕົວຢ່າງ ຄື ເມື່ອ ຄົນເຮົາ ທ່າຍເເລ້ວ ເຮົາ ຈະ ດຶງ ນໍ້າ ລົງ ເພື່ອ ລ້າງ ອຸດຈາຣະ ( ຂີ້ ) ໃນ ຫົວວິດ ເເຕ່ ເຮົາ ບໍ່ ມັກ ອັດຝາ ກ່ອນ ດຶງ ນໍ້າ ລົງ ເເລະ ສິ່ງນີ້ ຈະ ພາໃຫ້ ຄວາມເຫມັນ ປິວ ໄປ ຄູ່ ເເຈ ຖ້າ ມີ ຜູ້ໃດ ໄປ ທ້ວງ ເພິ່ນ ວ່າ ຕ້ອງ ອັດຝາ ກ່ອນ ເຈົ້າ ຈຶ່ງ ດຶງ ນໍ້າ ລົງ ເເມ ! ຜູ້ກ່ຽວ ຈະ ເກີດ ມີ ຄວາມບໍ່ພໍໃຈ ຂຶ້ນ ທັນທີ ຈົນ ບາງຄັ້ງ ເພິ່ນ ກໍ ຈະ ຕອບ ຄືນ ໄປ ວ່າ ຢ່າ ມາ ສັ່ງສອນ ກັນ ເເມ ! ດັ່ງນີ້ ເປັນຕົ້ນ

ເມື່ອ ເປັນ ດັ່ງນີ້ ຜູ້ເຖົ້າຜູ້ເເກ່ ຈຶ່ງ ໄດ້ໃຊ້ ສະຕິ ປັນຍາ ເເບບໃຫມ່ ຄື ຕ້ອງ ໃຊ້ ຄໍາ ຄະລໍາ ນັ້ນເອງ ເພາະ ຄົນລາວ ຢ້ານ ຄໍານີ້ ຢ່າງວ່າ ໂອ ທ້າວເອີຍ ນາງເອີຍ ! ເຈົ້າ ເຮັດ ເເນວນີ້ ຄະລໍາ ໃດ໋ ມັນ ຈະ ບໍ່ ຂຶ້ນ ບໍ່ ເກີນ ນໍາຫມູ່ “ຫລືວ່າ ຊວຍໃດ໋” ໃຫ້ ເຈົ້າ ອັດ ມັນ ກ່ອນ ເນີ ຈຶ່ງ ດຶງ ນໍ້າ ລົງ ເຮົາ ເຮັດ ຫຍັງ ມັນ ຈຶ່ງ ຂຶ້ນ ຈຶ່ງ ເກີນ ອັນນີ້ ເເລ ຫມາຍເຖິງ ສັນຍາຣັກ ເເຫ່ງ ການໃຊ້ ສະຕິ ປັນຍາ ກັບ ຄົນຖ່ອຍ ດັ່ງນັ້ນ ເຮົາ ຈຶ່ງ ເຫັນ ຄໍາ ຄະລໍາ ເຕັມບ້ານເຕັມເມືອງ ( ຄາວ ຂ້າພະເຈົ້າ ຍັງ ນ້ອຍ )

ສາກ ເອກສານ ກ່ຽວກັບ ປີ ຕ່າງໆ ເເຫ່ງ ມະຫາ ສັກຣາດ ລົງ ໄວ້ ໃຊ້

ຈະ ຜິດ ຫລື ເເນວໃດ ກໍດີ ກ່ຽວກັບ ເຣື່ອງ ພຣະເຈົ້າ ຟ້າງຸ່ມ ນີ້ ກະຣຸນາ ໃຫ້ ທ່ານ ອອກ ຄວາມຄິດເຫັນ ນໍາກັນ ນະ ຂ້າງລຸ່ມນີ້

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ນ້າບ່າວນ້າສາວ
ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ເເລະ ເເດ່ ຫມູ່ເພື່ອນ ທຸກຄົນ
ເເລະ ພິເສດສຸດ ເເດ່ ພະຣິຍາ ເມັຽ ພ້ອມດ້ວຍ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong


ບັນທຶກ /Notes

[1] ຕໍາລາ ຫາລື-ຫາຍາມ ບູຮານລາວ ຮິບໂຮມ ເເລະ ຮຽບຮຽງ ໂດຍ ດວງຈັນ ວັນນະບຸບຜາ ພິມທີ່ ໂຮງພິມ ຫນຸ່ມລາວ ຕາມ ໃບອະນຸຍາດ ເລກທີ 1051/ຖວກພ ລົງວັນທີ 27-08-2002

1 ສານ /Message

  • ສະບາຍດີ ນອ້ງ ຄຳເເພ້ວ

    ຂໍຍ້ອງຍໍສັນລະເສີນ ໃນການເເນະນຳ ຂອງນອ້ງ ບໍ່ວ່າເເຕ່ ບົດຄວາມນີ້ ຍັງມີອີກຫຼາຍບົດ
    ມີທັງເປັນປະໂຍດ ໄຫ້ຄວາມຮູ້ອັນສະເເດງອອກເຖີງຄວາມເປັນລາວ ເເລະຮັກຊາດລາວ
    ຢ່າງເເໜ້ນເເຟ້ນ ບໍ່ວ່າເຮົາຈະໃປຕົກຢູ່ໃສ ເເຕ່ ປີໃດ ຫຼືເເຕ່ສັຕວັດໃດ ເມື່ອເຮົາເວົ້າພາສາລາວ
    ເຮົາກໍຄືຄົນລາວ

    ຍົກໂຕຢ່າງລາວ ອີ່ສານ
    ຂໍສນັບສນຸນ
    ຈາກເອຶ້ອຍ ດາຣາ

    ຕອບສານ ສະບັບນີ້

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0