ພາສາ ລາວ - La langue lao ບົນ ລາວເເພນ

ພຍັນຊນະ ນໍາ

ວັນອາທິດ ທີ ໓໐ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ຣູປຕາ ໑
( ໃຫ້ ອ່ານ ເບິ່ງ ບົດຄວາມ ກ່ຽວຂ້ອງ ນະ ເເຫ່ງນີ້ )
ເເຕ່ ຢ່າ ລືມ ອ່ານ ຂໍ້ສລຸບ ຂອງ ມັນ


ທາຕຸສາດ || Etymologie / Etymology
“ນໍາ” ເປັນ ຄໍາມູນ ຊຶ່ງ ຄໍາມູນ ຫມາຍເຖິງ ຄໍາລາວ ເເທ້ ມາ ເເຕ່ດັ້ງເດີມ ນັ້ນເອງ ເຊັ່ນວ່າ ໄປນໍາ ມານໍາ ກິນນໍາ ນອນນໍາ ນໍາກົ້ນ ນໍາຕາມຮອຍພຣະເເກ້ວ ນໍາຫລັງ ນໍາກິນ ( ນໍາໄປກິນ ) ດັ່ງນີ້ ເປັນຕົ້ນ ເເລະ ການໃຊ້ “ນໍາ” ກໍ ມີ ຫລາຍຢ່າງ ດ້ວຍກັນ
  • ຕົວຢ່າງ
    • ເເກວ ກິນນໍາ ລາວ
    • ລາວ ກິນນໍາຫລັງ ເເກວ
    • ລາວ ບໍ່ ໄດ້ກິນນໍາ ລາວ

ຣູປຕາ ໒


ຄໍາອະທິບາຍ || Explication / Explanation
“ນໍາ” ຫມາຍເຖິງ ສິ່ງ ທີ່ ຢູ່ ຮ່ວມກັນ ສອງຢ່າງ ຕໍ່າສຸດ ເເລະ ພາຍໃນ ສອງຢ່າງນັ້ນ ຈະ ຕ້ອງ ມີ ສິ່ງນຶ່ງ ນໍາຫນ້າ ( ຈູງ ຫລື ຈູງດັງ ) ເເລະ ສິ່ງນຶ່ງ ນໍາຫລັງ ຕາມກົ້ນ ໄປ ( ຜູ້ ຖືກ ຈູງ ດັງ ) ເເຕ່ ມີ ກໍຣະນີ ດຽວ ທີ່ ຜູ້ຈູງດັງ ປັນ ໃຫ້ ຜູ້ ທີ່ ຖືກ ຈູງ ດັງ ກິນ ໄດ້ ນໍາກັນ ຄື ກໍຣະນີ ຂອງ ພຍັນຊນະ ຄວບ ເຖິງຢ່າງໃດກໍດີ ພຍັນຊນະ ນໍາຫນ້າ ກໍ ນໍາຫນ້າ ຕລອດ ການ ເເລະ ຕົວນໍາຫລັງ ກໍ ມີ ຫນ້າທີ່ ນໍາຫລັງ ເຈົ້າຜອງ ຕາຍ ນັ້ນເເລ

ພຍັນຊນະ ນໍາ ປະກອບ ດ້ວຍ ພຍັນຊນະ ສາມ ຢ່າງ ດ້ວຍກັນ ຄື

ພຍັນຊນະ ນໍາ ມີ ຫລັກ ການຂຽນ ເເລະ ການອ່ານ ຢ່າງ ເປັນ ຣະບຽບ ຊຶ່ງ ຫລັກ ອັນນີ້ ຈະ ພາໃຫ້ ເຮົາ ສາມາດ ມີ ຄວາມເຂົ້າໃຈ ເລິກ ຈະ ເປັນ ທາງ ດ້ານ ພາສາ ບາລີ ຝຣັ່ງ ອັງກິດ ກໍ ເເລ້ວເເຕ່ ເພາະ ສິ່ງ ເຫລົ່ານີ້ ກໍ ຄ້າຍ ເຫມືອນກັນ ກັບ ຫລັກ ໄວຍາກອນ ຂອງ ພາສາ ຊາດ ທີ່ ຈະເຣີນ ທຸກໆ ຊາດ ນັ້ນເອງ ດັ່ງ ພາສາ ຝຣັ່ງ ເປັນຕົ້ນ

ເມື່ອ ຄົນລາວ ມີ ພຍັນຊນະ ນໍາ ຢ່າງນີ້ ຂ້າພະເຈົ້າ ກໍ ຂໍ ວິ່ງວອນ ໃຫ້ ຄົນລາວ ມີ ຜູ້ນໍາ ທີ່ ເປັນ ຄົນລາວເເທ້ ເເລະ ເປັນ ຜູ້ບົ່ງການ ຜູ້ກໍາ ອໍານາດ ອັນ ເເທ້ຈິງ ປາສຈາກ ການເເຊກເເຊງ ເເລະ ການບີບບັງຄັບ ຂອງ ປະເທດ ເພື່ອນບ້ານ ນັ້້ນເເລ

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ນ້າບ່າວນ້າສາວ
ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ເເລະ ເເດ່ ຫມູ່ເພື່ອນ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0