ພາສາ ລາວ - La langue lao ບົນ ລາວເເພນ

ເເມ່ທັງເເປດ

ວັນສຸກ ທີ ໒໘ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
ເເມ່ ເຫມືອນດັ່ງ ເເມ່ເຮືອນ ເເມ່ຊື່ ເເມ່ຈ້າງ ເເມ່ນໍ້າ ເເມ່ທັບ ເເມ່ມົດ ເປັນຕົ້ນ ຫມາຍເຖິງ ການເຕົ້າໂຮມ ຂອງ ຄົນ ສັດ ຫລື ສິ່ງຂອງ ທັງຫລາຍ ຢູ່ ບ່ອນ ດຽວກັນ ເເລະ ພາຍໃຕ້ ສິ່ງ ດຽວກັນ ດັ່ງນັ້ນ ເເມ່ກັກ ກໍ ມີ ໄມ້ສຽງ ຫລື ລູກໄມ້ ທັງຫລາຍ ທີ່ ມີ ລັກສນະ ຢ່າງດຽວກັນ ເຕົ້າໂຮມ ຢູ່ ພາຍໃຕ້ ເເມ່ ດຽວກັນ

ຣູປຕາ ໑

- ກຸ່ມ ໙ ເປັນ ກຸ່ມ ຂອງ ບັນດາ ພຍັນຊນະ ທີ່ ເພິ່ນ ໃຊ້ ເປັນ ຕົວສະກົດ ຊຶ່ງ ມີ ຈໍານວນ ພຽງ ເເປດ ຕົວ ຄື ກ ງ ຍ ດ ນ ບ ມ ວ ເເຕ່ວ່າ ບັນດາ ພຍັນຊນະ ເຫລົ່ານີ້ ເພິ່ນ ໄດ້ຄັດ ຈາກ ກຸ່ມ ພຍັນຊນະ ທີ່ ມີ ຢູ່ ເເລ້ວ ສ່ວນ ຕົວວໍ ( ວ ) ຂ້າພະເຈົ້າ ໄດ້ຈັດ ເປັນ ອັດທະສຣະ ເພາະວ່າ ມັນ ເປັນ ຕົວປະກອບ ສຣະ ເພີ່ມເຕີມ ກັບ ການ ທີ່ ເປັນ ພຽງເເຕ່ ພຍັນຊນະ ຢ່າງດຽວ

ຣູປຕາ ໒

- “ສະກົດ” ມີ ເຄົ້າ ມາ ຈາກ ຄໍາປະສົມ ບາລີ ຊຶ່ງ ມີ ຄໍາອຸປສັກ ( ຝຣັ່ງ. Préfixe ) “ສະ” ທີ່ ມີ ເຄົ້າ ຈາກ “ສັງ” ເເລະ ທີ່ ເເປວ່າ ນໍາກັນ ຮ່ວມກັນ ດ້ວຍກັນ ພ້ອມກັນ ຄວບກັນ ດັ່ງນີ້ ເປັນຕົ້ນ ເເລະ ຄໍາ “ກະຕະ” ທີ່ ເເປວ່າ ເຮັດເເລ້ວ ໄດ້ເຮັດ ໄດ້ກະທໍາ ຜ່ານໄປເເລ້ວ ( ກະຕະກັນຍູ ກະຕະເວທີ ) ດັ່ງນັ້ນ ຄໍາ ສະກະຕະ ທີ່ ເເຜງ ມາ ເປັນ ສະກັຕ ເເລະ ສະກົດ ໃນ ພາສາ ລາວ ກໍ ເເປວ່າ “ໄດ້ເຮັດ ຮ່ວມກັນ ເເລະ ພ້ອມກັນ” ( ຄວບກັນ ) ເເຕ່ວ່າ ເເມ່ນ ເຮັດ ອັນໃດ ກັນເເທ້ ? ເຮັດ ໃຫ້ ສຽງ ຂອງ ພຍາງ ທີ່ ໄດ້ປະກອບ ພຽງເເຕ່ ສຣະ ປ່ຽນ ໄປ ເປັນ ສຽງໃຫມ່ ເມື່ອ ເພິ່ນ ເອົາ ຕົວສະກົດ ເຂົ້າໃສ່ ( “ກິ” ສະກົດ ດ້ວຍ ◌ນ◌ ເປັນ “ກິນ” ) ສ່ວນ ຄໍາລາວ ທີ່ ມີ ຄວາມຫມາຍ ເເບບດຽວກັນນີ້ ເພິ່ນ ຮຽກ ຕົວກໍ້າ ເພາະວ່າ ເພິ່ນ ເອົາ ຕົວ ເຫລົ່ານີ້ ກົດ ໃສ່ ກໍ້າທ້າຍ ຂອງ ພຍາງໃດພຍາງນຶ່ງ ເເຕ່ ຢ່າ ລືມ ວ່າ ກັດຕຸ ຜູ້ເຮັດນັ້ນ ເເມ່ນ ຕົວສະກົດ ( ກັດຕຸ ເເປ ພາສາ ຝຣັ່ງ ວ່າ auteur ເເລະ ກາຣົກ ວ່າ acteur )

ການກົດ ໃສ່ ກໍ້າທ້າຍ ກໍ ບໍ່ ຕ່າງ ຫຍັງ ໃນ ສິ່ງ ທີ່ ເກີດ ຂຶ້ນ ທາງ ເມືອງລາວ ປັດຈຸບັນນີ້ ຣັຖບານ ເເກວ ເອົາ ຄົນເຂົາ ມາ ກົດ ໃສ່ ທ້າຍ ຄົນລາວ ມັນ ກໍ ພາໃຫ້ ການເມືອງ ລາວ ຫັນ ປ່ຽນ ໄປ ຕາມ ຈຸດປະສົງ ຂອງ ຜູ້ກົດ ຜູ້ກໍ້າ ນັ້ນເເລ ( ເເກວ ຂັດທ້າຍ ລາວ )

ຄໍາອະທິບາຍ || Explication / Explanation
ເພິ່ນ ຮຽກ ເເມ່ສະກົດ ທັງເເປດ ຫລື ເເມ່ທັງເເປດ ເນື່ອງຈາກວ່າ ເເມ່ ເຫລົ່ານີ້ ມີ ພຽງເເຕ່ ເເປດ ເເມ່ ເທົ່ານັ້ນ ຍ້ອນ ຕົວສະກົດເອງ ກໍ ມີ ພຽງເເຕ່ ເເປດ ຕົວ ທີ່ ເພິ່ນ ໃຊ້ ປະກອບ ກັບ ສຣະ ຈໍານວນ ຊາວສີ່ ຕົວ ເພື່ອ ໃຫ້ ໄດ້ ເເມ່ສຽງ ຕ່າງໆ ຕາມ ຄວາມຕ້ອງການ ຂອງ ການຂີດຂຽນ ໃນ ພາສາລາວ

ເເມ່ທັງເເປດ ບໍ່ ໄດ້ ຫມາຍເຖິງ ພຍາງ ເເມ່ທັງເເປດ ບໍ່ ເປັນ ຖ້ອຍຄໍາ ເເລະ ເຮົາ ຈະ ອ່ານ ມັນ ໂດຍ ລໍາພັງ ກໍ ບໍ່ ໄດ້ ຍ້ອນວ່າ ເຮົາ ອ່ານ ສຣະ ໂດຍ ລໍາພັງ ບໍ່ ໄດ້ ດັ່ງນັ້ນ ເພິ່ນ ຈຶ່ງ ຄັດ ເອົາ ພຍັນຊນະ ຕົວທໍາອິດ ມາ ປະກອບ ກັບ ໄມ້ສຽງ ຂອງ ເເຕ່ລະເເມ່ ເພື່ອ ໃຫ້ ອ່ານ ເປັນ ຖ້ອຍຄໍາ ໄດ້ ສ່ວນ ໄມ້ທໍາອິດ ທີ່ ປະກອບ ກັບ ຕົວກໍ ຂອງ ເເຕ່ລະເເມ່ນັ້ນ ເພິ່ນ ເອົາ ຜົນຮັບ ດັ່ງກ່າວ ມາຕັ້ງ ເປັນ ຊື່ ຂອງ ເເມ່ ເເຕ່ລະເເມ່ ຄືດັ່ງ ພຍັນຊນະ ຕົວທໍາອິດ ຊຶ່ງ ເປັນ ຕົວກໍ ( ◌ກ◌ ) ປະສົມ ກັບ
- ໄມ້ ທໍາອິດ ຂອງ ເເມ່ ທໍາອິດ ຊຶ່ງ ເປັນ ໄມ້ອັກ ( ັກ ) ຊື່ວ່າ ເເມ່ກັກ
- ໄມ້ ທໍາອິດ ຂອງ ເເມ່ ທີສອງ ຊຶ່ງ ເປັນ ໄມ້ອັງ ( ັງ ) ຊື່ວ່າ ເເມ່ກັງ
- ໄມ້ ທໍາອິດ ຂອງ ເເມ່ ທີສາມ ຊຶ່ງ ເປັນ ໄມ້ອາຍ ( ◌າຍ ) ຊື່ວ່າ ເເມ່ກາຍ
- ໄມ້ ທໍາອິດ ຂອງ ເເມ່ ທີສີ່ ຊຶ່ງ ເປັນ ໄມ້ອັດ ( ັດ ) ຊື່ວ່າ ເເມ່ກັດ
- ໄມ້ ທໍາອິດ ຂອງ ເເມ່ ທີຫ້າ ຊຶ່ງ ເປັນ ໄມ້ອັນ ( ັນ ) ຊື່ວ່າ ເເມ່ກັນ
- ໄມ້ ທໍາອິດ ຂອງ ເເມ່ ທີຫົກ ຊຶ່ງ ເປັນ ໄມ້ອັບ ( ັບ ) ຊື່ວ່າ ເເມ່ກັບ
- ໄມ້ ທໍາອິດ ຂອງ ເເມ່ ທີເຈັດ ຊຶ່ງ ເປັນ ໄມ້ອັມ ( ັມ ) ຊື່ວ່າ ເເມ່ກັມ
- ໄມ້ ທໍາອິດ ຂອງ ເເມ່ ທີເເປດ ຊຶ່ງ ເປັນ ໄມ້ອາວ ( ◌າວ ) ຊື່ວ່າ ເເມ່ກາວ

ວິທີ ປະສົມ ໄມ້ສຽງ ຂອງ ເເມ່ທັງເເປດ
ວິທີ ການປະສົມ ສຣະ ກັບ ຕົວກໍ້າ ຫລື ຕົວສະກົດ ທັງເເປດ ນີ້ ເພິ່ນ ຈະ ຕັ້ງ ສຣະ ລົງ ກ່ອນ ເເລ້ວ ເພິ່ນ ຈະ ເອົາ ຕົວກໍ້າ ມາ ກົດ ໃສ່ ທ້າຍ ຂອງ ສຣະ ດັ່ງກ່າວ ນັ້ນ ກໍ ຫມົດ ພຽງ ເທົ່ານີ້ ນອກຈາກ ບັນດາ ສຣະ ເ◌ະ ເເ◌ະ ໂ◌ະ ເ◌າະ ໍ ເັຽະ ົວະ ທີ່ ມີ ການ ປ່ຽນເເປງ ພຽງ ເລັກນ້ອຍ ດັ່ງນີ້

  1. ການປ່ຽນ ສຣະອະ ( ◌ະ ) ເປັນ ໄມ້ກັນ ( ັ )
    1. ເ◌ະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ເັກ
    2. ເເ◌ະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ເເັກ
    3. ໂ◌ະ ປະສົມ ກັບ ຕົວກໍ້າ ◌ຍ◌ ເປັນ ໂັຍ
    4. ໂ◌ະ ປະສົມ ກັບ ຕົວກໍ້າ ◌ວ◌ ເປັນ ໂັວ

  2. ການປ່ຽນ ສຣະອະ ( ◌ະ ) ເປັນ ໄມ້ກົງ ( ົ ) ເເຕ່ ລຶບ ສຣະ ຕົວນຶ່ງ ອອກ
    1. ໂ◌ະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ົກ ( ລຶບ ສຣະໂອ )

  3. ການປ່ຽນ ສຣະອະ ( ◌ະ ) ເປັນ ໄມ້ກັນ ( ັ ) ເເລະ ການລຶບ ສຣະ ຕົວນຶ່ງ ອອກ
    1. ເ◌າະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ັອກ ເເລະ ອ່ານວ່າ ໄມ້ອັອກ ( ລຶບ ສຣະເອ )
    2. ເັຽະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ັຽກ ເເລະ ອ່ານວ່າ ໄມ້ອັຽກ ( ລຶບ ສຣະເອັຽະ )

  4. ການປ່ຽນ ສຣະອໍ ( ໍ ) ເປັນ ຕົວອໍ
    1. ໍ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ◌ອກ ເເລະ ອ່ານວ່າ ໄມ້ອອກ ( ລຶບ ສຣະອໍ )

  5. ການປ່ຽນ ສຣະອະ ( ◌ະ ) ເປັນ ໄມ້ກັນ ( ັ ) ເເລະ ການລຶບ ໄມ້ຍຸດ ຕົວນຶ່ງ ອອກ
    1. ົວະ ປະສົມ ກັບ ຕົວກໍ້າ ◌ກ◌ ເປັນ ັວກ ເເລະ ອ່ານວ່າ ໄມ້ອັວກ ( ລຶບ ໄມ້ກົງ )

ເເມ່ທັງເເປດ - Mae thang 8

ຣູປຕາ ໓

ວິທີ ດັ່ງກ່າວນີ້ ກໍ ຖືກ ຮຽກ ເຫມືອນກັນ ວ່າ ການເເຜງ ອັກສອນ ( ຣູປຕາ ໓ ) ສ່ວນ ລູກ ຕ່າງໆ ຂອງ ເເຕ່ລະເເມ່ ນັ້ນ ເພິ່ນ ຮຽກ ໄມ້ ຫລື ໄມ້ສຽງ ດັ່ງ

  • ໄມ້ຈຽງ ຂອງ ເເມ່ອັກ ເພິ່ນ ຮຽກ ໄມ້ອັກ
  • ໄມ້ຍີ່ ຂອງ ເເມ່ອັກ ເພິ່ນ ຮຽກ ໄມ້ອາກ
  • ໄມ້ສາມ ຂອງ ເເມ່ອັກ ເພິ່ນ ຮຽກ ໄມ້ອິກ ຕໍ່ໆ ໄປ ດັ່ງນີ້ ເເລະ ໄມ້ສຽງ ຂອງ ເເມ່ອື່ນໆ ກໍ ຮຽກ ໃນ ທໍານອງ ດຽວກັນ

ເເມ່ທັງເເປດ ປາສຈາກ ວັນນະຍຸດ
ເເຜງ ຂ້າງລຸ່ມນີ້ ( ເເຜງ ໑ ) ເປັນ ຕົວຢ່າງ ຂອງ ເເມ່ທັງເເປດ ທີ່ ບໍ່ ໄດ້ປະກອບ ວັນນະຍຸດ

ເເມ່ສະກົດ ທັງເເປດ
ຈໍານວນເເມ່ກະກາ ເເມ່ກັກເເມ່ກັງເເມ່ກາຍເເມ່ກັດເເມ່ກັນເເມ່ກັບເເມ່ກັມເເມ່ກາວ
ກ ກໍ້າ ງ ກໍ້າ ຍ ກໍ້າ ດ ກໍ້າ ນ ກໍ້າ ບ ກໍ້າ ມ ກໍ້າ ວ ກໍ້າ
ກະ ກັກ ກັງ ກັດ ກັນ ກັບ ກັມ
ກາ ກາກ ກາງ ກາຍ ກາດ ການ ກາບ ກາມ ກາວ
ກິ ກິກ ກິງ ກິດ ກິນ ກິບ ກິມ ກິວ
ກີ ກີກ ກີງ ກີດ ກີນ ກີບ ກີມ ກີວ
ກຶ ກຶກ ກຶງ ກຶຍ ກຶດ ກຶນ ກຶບ ກຶມ
ກື ກືກ ກືງ ກືຍ ກືດ ກືນ ກືບ ກືມ
ກຸ ກຸກ ກຸງ ກຸຍ ກຸດ ກຸນ ກຸບ ກຸມ
ກູ ກູກ ກູງ ກູຍ ກູດ ກູນ ກູບ ກູມ
ເກະ ເກັກ ເກັງ ເກັດ ເກັນ ເກັບ ເກັມ ເກັວ
໑໐ ເກ ເກກ ເກງ ເກດ ເກນ ເກບ ເກມ ເກວ
໑໑ ເເກະ ເເກັກ ເເກັງ ເເກັດ ເເກັນ ເເກັບ ເເກັມ ເເກັວ
໑໒ ເເກ ເເກກ ເເກງ ເເກດ ເເກນ ເເກບ ເເກມ ເເກວ
໑໓ ໂກະ ໂກັກ ໂກັງ ໂກັຍ ໂກັດ ໂກັນ ໂກັບ ໂກັມ ໂກັວ
໑໔ ໂກ ໂກກ ໂກງ ໂກຍ ໂກດ ໂກນ ໂກບ ໂກມ ໂກວ
໑໕ ເກາະ ກັອກ ກັອງ ກັອຍ ກັອດ ກັອນ ກັອບ ກັອມ
໑໖ ກໍ ກອກ ກອງ ກອຍ ກອດ ກອນ ກອບ ກອມ
໑໗ ເກິ ເກິກ ເກິງ ເກິຍ ເກິດ ເກິນ ເກິບ ເກິມ
໑໘ ເກີ ເກີກ ເກີງ ເກີຍ ເກີດ ເກີນ ເກີບ ເກີມ
໑໙ ເກັຽະ ກັຽກ ກັຽງ ກັຽດ ກັຽນ ກັຽບ ກັຽມ ກັຽວ
໒໐ ເກັຽ ກຽກ ກຽງ ກຽດ ກຽນ ກຽບ ກຽມ ກຽວ
໒໑ ກົວະ ກັວກ ກັວງ ກັວຍ ກັວດ ກັວນ ກັວບ ກັວມ
໒໒ ກົວ ກວກ ກວງ ກວຍ ກວດ ກວນ ກວບ ກວມ
໒໓ ເກຶອ ເກຶອກ ເກຶອງ ເກຶອຍ ເກຶອດ ເກຶອນ ເກຶອບ ເກຶອມ
໒໔ ເກືອ ເກືອກ ເກືອງ ເກືອຍ ເກືອດ ເກືອນ ເກືອບ ເກືອມ
໒໔ ໄມ້ ໒໔ ລູກ ໑໕ ໄມ້ ໒໔ ລູກ ໒໔ ໄມ້ ໒໔ ລູກ ໒໔ ໄມ້ ໑໑ ໄມ້
ເເຜງ ໑

ເພິ່ນ ຮຽກ ລູກ ຕ່າງໆ ຂອງ ເເມ່ ເເຕ່ລະເເມ່ ໃນ ເເຜງ ຂ້າງເທິງນີ້ ( ເເຜງ ໔ ) ຕາມ ການຂຽນ ຄື ລູກຈຽງ ຂອງ ເເມ່ກັກ ເພິ່ນ ຮຽກ ໄມ້ກັກ ດັ່ງນີ້ ຕໍ່ໄປ ຊຶ່ງ ໄມ້ກັກ ເປັນ ພຍາງນຶ່ງ ເເຕ່ວ່າ ໄມ້ອັກ ບໍ່ ເປັນ ພຍາງ ຢ່າງໃດ ທັງສິ້ນ ເເລະ ການ ທີ່ ເພິ່ນ ຮຽກ ເເມ່ກັກ ໄມ້ກັກ ໄມ້ກາກ ນີ້ ກໍ ເນື່ອງ ມາ ຈາກ ເພິ່ນ ໄດ້ເອົາ ຕົວກໍ້າ ໄປ ສະກົດ ໃສ່ ເເມ່ກະກາ ນັ້ນເອງ

ເເມ່ທັງເເປດ ກັບ ວັນນະຍຸດ
ດັ່ງ ທີ່ ໄດ້ກ່າວ ມາ ເເລ້ວ ໃນ ບົດຄວາມ “ການຜັນສຽງ” ວ່າ ດັ່ງນີ້

  • ພຍັນຊນະ ຫມວດກໍ ສາມາດ ປະກອບ ວັນນະຍຸດ ໄດ້ ທຸກຮູບ ( ່ ້ ໊ ໋ )
  • ພຍັນຊນະ ຫມວດຂໍ ເເລະ ຫມວດຄໍ ສາມາດ ຜັນສຽງ ໄດ້ ພຽງເເຕ່ ສອງຮູບ ເທົ່ານັ້ນ ຄື ໄມ້ເອກ ເເລະ ໄມ້ໂທ ຢ່າງດຽວ
ຕົວຢ່າງ ພຍັນຊນະ ຫມວດກໍ ທີ່ ສາມາດ ປະກອບ ວັນນະຍຸດ ໄດ້
ເເມ່ທັງເເປດພຍາງ ສາມັນ ໄມ້ເອກໄມ້ໂທ ໄມ້ຕຣີ ໄມ້ຈັຕວາ
ເເມ່ກັກ ກາກ ກາກ (1*) ກ້າກ
ເເມ່ກັງ ກາງ ກ່າງ ກ້າງ ກ໊າງ ກ໋າງ
ເເມ່ກາຍ ກາຍ ກ່າຍ ກ້າຍ ກ໊າຍ ກ໋າຍ
ເເມ່ກັດ ກາດ ກາດ (2*) ກ້າດ
ເເມ່ກັນ ການ ກ່ານ ກ້ານ ກ໊ານ ກ໋ານ
ເເມ່ກັບ ກາບ ກາບ (3*) ກ້າບ
ເເມ່ກັມ ກາມ ກ່າມ ກ້າມ ກ໊າມ ກ໋າມ
ເເມ່ກາວ ກາວ ກ່າວ ກ້າວ ກ໊າວ ກ່າວ
ເເຜງ ໒

ລາງຄົນ ກໍ ກົດ ໄມ້ຕຣີ ເເລະ ໄມ້ຈັຕວາ ໃສ່ ເທິງຫົວ ຂອງ ພຍາງ ທີ່ ສະກົດ ດ້ວຍ ພຍັນຊນະ ສາມຕົວນີ້ ສໍາລັບ ພຍັນຊນະ ຂ້າພະເຈົ້າ ເເລ້ວ ຂ້າພະເຈົ້າ ຄິດວ່າ ເຮົາ ບໍ່ ຄວນ ກົດ ວັນນະຍຸດ ອື່ນ ໃສ່ ເທິງຫົວ ຂອງ ພຍາງ ຈໍາພວກນີ້ ນອກຈາກ ວັນນະຍຸດ ໂທ ຢ່າງດຽວ ຖ້າບໍ່ ເພິ່ນ ຈະ ບໍ່ ຮຽກ ພຍາງ ຕາຍ ນັ້ນເອງ

ຕົວຢ່າງ ພຍັນຊນະ ຫມວດຂໍ ທີ່ ສາມາດ ປະກອບ ວັນນະຍຸດ ໄດ້
ເເມ່ທັງເເປດພຍາງ ສາມັນ ໄມ້ເອກໄມ້ໂທ
ເເມ່ກັກ ຂາກ ຂາກ (1*)
ເເມ່ກັງ ຂາງ ຂ່າງ ຂ້າງ
ເເມ່ກາຍ ຂາຍ ຂ່າຍ ຂ້າຍ
ເເມ່ກັດ ຂາດ ຂາດ (2*)
ເເມ່ກັນ ຂານ ຂ່ານ ຂ້ານ
ເເມ່ກັບ ຂາບ ຂາບ (3*)
ເເມ່ກັມ ຂາມ ຂ່າມ ຂ້າມ
ເເມ່ກາວ ຂາວ ຂ່າວ ຂ້າວ
ເເຜງ ໓

ຕົວຢ່າງ ພຍັນຊນະ ຫມວດຄໍ ທີ່ ສາມາດ ປະກອບ ວັນນະຍຸດ ໄດ້
ເເມ່ທັງເເປດພຍາງ ສາມັນ ໄມ້ເອກໄມ້ໂທ
ເເມ່ກັກ ຄາກ ຄາກ (1*)
ເເມ່ກັງ ຄາງ ຄ່າງ ຄ້າງ
ເເມ່ກາຍ ຄາຍ ຄ່າຍ ຄ້າຍ
ເເມ່ກັດ ຄາດ ຄາດ (2*)
ເເມ່ກັນ ຄານ ຄ່ານ ຄ້ານ
ເເມ່ກັບ ຄາບ ຄາບ (3*)
ເເມ່ກັມ ຄາມ ຄ່າມ ຄ້າມ
ເເມ່ກາວ ຄາວ ຄ່າວ ຄ້າວ
ເເຜງ ໔

(1*) : ພຍາງໃດ ທີ່ ສະກົດ ດ້ວຍ ຕົວກໍ ພຍາງນັ້ນ ເປັນ ພຍາງ ຕາຍ ຍ້ອນວ່າ ມັນ ບໍ່ ສາມາດ ທີ່ ຈະ ປະກອບ ກັບ ວັນນະຍຸດ ໄດ້ ທຸກຮູບ ນັ້ນເອງ ເເລະ ພ້ອມດຽວກັນ ພຍາງນັ້ນ ກໍ ປຽບ ເຫມືອນ ພຍາງ ທີ່ ປະກອບ ດ້ວຍ ໄມ້ເອກ ເເຕ່ ເພິ່ນ ບໍ່ ກົດ ໄມ້ເອກ ປະການໃດ ໃສ່ ຫົວ ຂອງ ພຍາງ ສາມັນນັ້ນ ຫລືວ່າ ພຍາງ ສຽງເອກ ກໍ ວ່າ ໄດ້ ເຫມືອນກັນ

(2*) : ພຍາງໃດ ທີ່ ສະກົດ ດ້ວຍ ຕົວດໍ ພຍາງນັ້ນ ເປັນ ພຍາງ ຕາຍ ຍ້ອນວ່າ ມັນ ບໍ່ ສາມາດ ທີ່ ຈະ ປະກອບ ກັບ ວັນນະຍຸດ ໄດ້ ທຸກຮູບ ນັ້ນເອງ ເເລະ ພຍາງນັ້ນ ກໍ ປຽບ ເຫມືອນ ພຍາງ ທີ່ ມີ ສຽງເອກ ປາສຈາກ ວັນນະຍຸດ ເອກ

(3*) : ພຍາງໃດ ທີ່ ສະກົດ ດ້ວຍ ຕົວບໍ ພຍາງນັ້ນ ເປັນ ພຍາງ ຕາຍ ຍ້ອນວ່າ ມັນ ບໍ່ ສາມາດ ທີ່ ຈະ ປະກອບ ກັບ ວັນນະຍຸດ ໄດ້ ທຸກຮູບ ນັ້ນເອງ ເເລະ ພຍາງນັ້ນ ກໍ ປຽບ ເຫມືອນ ພຍາງ ທີ່ ມີ ສຽງເອກ ປາສຈາກ ວັນນະຍຸດ ເອກ

ຣູປຕາ ໔

ສລຸບຄວາມ || Conclusion
ພຍາງໃດ ທີ່ ສະກົດ ດ້ວຍ ຕົວ ◌ກ◌ ◌ດ◌ ◌ບ◌ ພຍາງນັ້ນ ເປັນ ພຍາງ ຕາຍ ນຶ່ງ ເເລະ ພຍາງນັ້ນ ເປັນ ພຍາງ ສຽງເອກ ນຶ່ງ ຊຶ່ງ ເພິ່ນ ຈະ ບໍ່ ໃສ່ ວັນນະຍຸດ ເອກ ປະການໃດ ທັງສິ້ນ ເເຕ່ວ່າ ເພິ່ນ ສາມາດ ກົດ ວັນນະຍຸດ ໂທ ໃສ່ ພຍາງ ລາງໂຕ ໃນ ຈໍາພວກນີ້ ໄດ້ ເຫມືອນກັນ

ເມື່ອ ເຮົາ ຮູ້ວ່າ ເເມ່ກະກາ ຫມາຍເຖິງ ພຍາງ ທີ່ ມີ ພຽງ ພຍັນຊນະ ປະກອບ ກັບ ສຣະ ຢ່າງດຽວ ບັດນີ້ ເເມ່ທັງເເປດ ຈະ ຫມາຍເຖິງ ພຍາງ ຫລື ອັນໃດ ກັນເເທ້ ?

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ນ້າບ່າວນ້າສາວ
ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ເເລະ ເເດ່ ຫມູ່ເພື່ອນ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ທຸກຢ່າງ ເເດ່ ລູກ ທຸກໆ ຄົນ

K. Phouphetlinthong


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0