ພາສາ ລາວ - La langue lao ບົນ ລາວເເພນ

ເເມ່ກະກາ

ວັນສຸກ ທີ ໒໘ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
“ເເມ່” ເປັນ ຄໍາມູນ ຄື ຄໍາ ລາວເເທ້ ເເລະ ຄໍາ ທີ່ ເປັນ ມູນມໍຣະດົກ ຂອງ ຄົນລາວ ມາ ເເຕ່ ດັ້ງເດີມ ນັ້ນເອງ ເເລະ ຄໍາ ວ່າ “ມາເເຕ່ ດັ້ງເດີມ” ກໍ ຫມາຍຄວາມວ່າ ຄໍາ ດັ່ງກ່າວ ບໍ່ ໄດ້ຖືກ ຢືມ ຈາກ ພາສາ ອື່ນ ເພື່ອ ນໍາ ມາ ໃຊ້ ໃນ ພາສາ ລາວ

“ເເມ່” ຫມາຍເຖິງ ການ ທີ່ ມີ ສິ່ງໃດສິ່ງນຶ່ງ ຢູ່ ພາຍໃຕ້ ຄວາມຄວບຄຸມ ຂອງ ອັນດຽວກັນ ຫລື ຂອງ ຜູ້ກ່ຽວ ເອງ “ຖ້າ ເປັນ ມະນຸດ” ດັ່ງ ເເມ່ມົດ ເເມ່ທັບ ເເມ່ເຮືອນ ເເມ່ລູກອ່ອນ ເເລະ ເເມ່ນໍ້າ ເປັນຕົ້ນ

ຄໍາອະທິບາຍ || Explication / Explanation
ດັ່ງ ທີ່ ໄດ້ກ່າວ ມາເເລ້ວ ໃນ ບົດຄວາມ ວ່າດ້ວຍ ສຣະ ກ່ຽວກັບ ຈໍານວນ ສຽງ ຕ່າງໆ ທີ່ ສຣະ ສາມາດ ສນອງ ຄວາມຕ້ອງການ ຂອງ ພາສາ ລາວ ໄດ້

“ສຣະ” ກໍ ຮຽກ ສຣະ ເຫມືອນເດີມ ສຣະ ບໍ່ ເປັນ ພຍາງ ສຣະ ບໍ່ ເປັນ ຖ້ອຍຄໍາ ເເລະ ຈະ ອ່ານ ສຣະ ໂດຍ ລໍາພັງ ກໍ ບໍ່ ໄດ້ ເຫມືອນກັນ

ກ່ອນອື່ນຫມົດ ເເມ່ກະກາ ຫມາຍເຖິງ ພຍາງ ທີ່ ໄດ້ມາ ຈາກ ການປະກອບ ສຣະ ຕົວໃດຕົວນຶ່ງ ກັບ ພຍັນຊນະ ຕົ້ນພຍາງ ປາສຈາກ ຕົວສະກົດ ໃດໆ ທັງສິ້ນ ຮຽກວ່າ ເເມ່ກະກາ

ເພື່ອ ເວັ້ນ ການຕີຄວາມຫມາຍ ຕາມໃຈ ເພິ່ນ ໄດ້ເອົາ ຕົວກໍ ( ກ ) ປະກອບ ກັບ ສຣະ ຕົວ ທໍາອິດ ເຊັ່ນ ສຣະອະ ( ◌ະ ) ປະກອບ ກັບ ພຍັນຊນະກໍ ຈຶ່ງ ອ່ານ ເປັນ “ກະ” ສຣະອາ ປະກອບ ກັບ ພຍັນຊນະກໍ ຈຶ່ງ ອ່ານ ເປັນ “ກາ” ເເລະ ທັງຫມົດນີ້ ອ່ານເປັນ “ກະກາ” ຊຶ່ງ ນໍາ ດ້ວຍ ຄໍາ “ເເມ່” ຈຶ່ງ ກາຍ ເປັນ “ເເມ່ກະກາ”

ສລຸບເເລ້ວ ເເມ່ກະກາ ຫມາຍເຖິງ ພຍາງ ທີ່ ປະກອບ ພຽງເເຕ່ ພຍັນຊນະ ກັບ ສຣະ ຊຶ່ງ ພຍາງ ດັ່ງກ່າວ ຈະ ຖືກ ຜັນສຽງ ຫລືບໍ່ ກໍຕາມ

ຕົວຢ່າງ ເເມ່ກະກາ ປາສຈາກ ວັນນະຍຸດ

ເເມ່ກະກາ ( ພຍາງ ໃນ ເເມ່ກະກາ ) ສຣະ ທີ່ ໃຊ້ ປະກອບ ຈໍານວນ
ຂາເປະ ລະ ໄລ ໄກ ເສົາ ພໍ ເຫງົາ ກໍ ມາ ◌ະ ◌າ ເ◌ະ ໍ ໄ◌ ເົາ ໐໖ ຕົວ
ສູ ດີໃຈ ບໍ ເພາະ ເປາະ ຫມູ ຂາເຄ ໄປ ຈຸ ເເຫ ເຂົາ ີ ຸ ູ ເ◌ ແ◌ ເ◌າະ ໃ◌ ໐໗ ຕົວ
ເມົາມົວ ຕົວະ ເຂົາ ເລັຽ ເອາະ ເເລະ ຍະ ຂາ ຄາ ປະຕູ ເເ◌ະ ເັຽ ົວະ ົວ ໐໔ ຕົວ
ເຜືອ ຈາ ເພິ ເເປະ ເເຈ ກໍໄຮ ເິ ເືອ ໐໒ ຕົວ
ຄຸ ຫມໍ ຫໍາໂປ ເບົາ ຄື ກະໂປະ ເພາະ ເຂົາ ເຜີ ື ໂ◌ະ ໂ◌ ເີ ໍາ ໐໕ ຕົວ
ເອຶອ ມະເຂັຽ ເປັຽະ* ເເລະ ຊິ ເລາະ ໄປ ໄຫລ ເເພ ສຶໂດກຶ ິ ຶ ເັຽະ ເຶອ ໐໔ ຕົວ
໒໘ ຕົວ

* ມະເຂັຽ ເປັຽະ [1]

ຕົວຢ່າງ ເເມ່ກະກາ ທີ່ ປະກອບ ດ້ວຍ ວັນນະຍຸດ
ດັ່ງ ທີ່ ໄດ້ກ່າວ ມາ ເເລ້ວ ໃນ ບົດຄວາມ “ການຜັນສຽງ” ວ່າ ດັ່ງນີ້

  • ພຍັນຊນະ ຫມວດກໍ ສາມາດ ປະກອບ ວັນນະຍຸດ ໄດ້ ທຸກຮູບ
  • ພຍັນຊນະ ຫມວດຂໍ ເເລະ ຫມວດຄໍ ສາມາດ ຜັນສຽງ ໄດ້ ພຽງເເຕ່ ສອງຮູບ ເທົ່ານັ້ນ ຄື ໄມ້ເອກ ເເລະ ໄມ້ໂທ ຢ່າງດຽວ

- ກູ ຊິ ໄປ ກູ້ ຫນີ້ ນໍາ ຫມູ່ ( ກູ້ ຫນີ້ ຫມູ່ )
- ຕູ ຫຍໍ້າ ເຂົ້າ ( ຫຍໍ້າ ເຂົ້າ )
- ເຂົາ ຊິ ຂ້າ ຊິ ເອົາ ກົ່ວ ເບື່ອ ເຈົ້າ ( ກົ່ວ ຂ້າ ເບື່ອ ເຈົ້າ )

ເເມ່ກະກາ ທີ່ ໃຊ້ ພຍັນຊນະ ຫມວດກໍ ຜັນສຽງ
ຈໍານວນຫມວດກໍ ພຍາງ ສາມັນເອກ ໂທ ຕຣີ ຈັຕວາ
ກາ ກ່າ ກ້າ ກ໊າ ກ໋າ
ຈາ ຈ່າ ຈ້າ ຈ໊າ ຈ໋າ
ດາ ດ່າ ດ້າ ດ໊າ ດ໋າ
ຕາ ຕ່າ ຕ້າ ຕ໊າ ຕ໋າ
ບາ ບ່າ ບ້າ ບ໊າ ບ໋າ
ປາ ປ່າ ປ້າ ປ໊າ ປ໋າ
ຢາ ຢ່າ ຢ້າ ຢ໊າ ຢ໋າ
ອາ ອ່າ ອ້າ ອ໊າ ອ໋າ

ຄໍາ ທີ່ ໄດ້ຫມາຍ ໄວ້ ຂ້າງເທິງນີ້ ເປັນ ພຽງ ຕົວຢ່າງ ເເລະ ກໍ ບໍ່ ຖືກ ກັບ ການຜັນສຽງ ທຸກ ຄໍາ ເພາະວ່າ ພຍັນຊນະ ຫມວດກໍ ບໍ່ ສາມາດ ທີ່ ຈະ ຜັນສຽງ ໄດ້ ທຸກ ຕົວ ນັ້ນເອງ ສ່ວນມາກ ຕົວ ທີ່ ຜັນສຽງ ໄດ້ ທຸກ ສຽງ ມີ ຕົວ ກ ບ ຕ ສ່ວນ ຕົວ ອື່ນໆ ໃນ ຫມວດ ດຽວກັນ ອາດ ຈະ ບໍ່ ສາມາດ ປະກອບ ກັບ ວັນນະຍຸດ ໄດ້ ທຸກ ຮູບ ມັນ ຈະ ຂຶ້ນ ຢູ່ ກັບ ກໍຣະນີ ຂອງ ພາສາ ລາວ ວ່າ ມີ ຄໍານັ້ນ ຄໍານີ້ ຫລືບໍ່

ຂ້າພະເຈົ້າ ບໍ່ ກ້າ ຈະ ຂຽນ ຕົວຢ່າງ ການຜັນສຽງ ຂອງ ເເມ່ກະກາ ທີ່ ກົດ ດ້ວຍ ຣັດສະສຣະ ເພາະວ່າ ບໍ່ ໄດ້ສຶກສາ ໃຫ້ ເຖິງຖອງ ມີ ເເຕ່ ຢາກ ໃຫ້ ຄວາມເຫັນ ເເກ່ ຜູ່ອ່ານ ວ່າ ໄມ້ຕຣີ ເເລະ ໄມ້ຈັຕວາ ທັງສອງ ໄມ້ນີ້ ເພິ່ນ ໃຊ້ ໄວ້ ຂຽນ ຄໍາໃດ ທີ່ ບໍ່ ມີ ສຽງ ເເນ່ນອນ ເຊັ່ນ ຄໍາທັກທາຍ ຄໍາອັສຈັນ ເປັນຕົ້ນ ສະນັ້ນ ການໃຊ້ ທຸກຢ່າງ ຂໍ ໃຫ້ ທ່ານ ຄິດ ຊ່ວຍກັນ ຄື ໃຫ້ ທ່ານ ຟ້ອງ ເອົາ ເອງ

ອີກປະການນຶ່ງ ຄົນລາວ ມັກ ໃຊ້ ໄມ້ຕຣີ ໄມ້ດຽວ ເເລະ “ຫນ້ອຍຫນັກຫນ້ອຍຫນາ” ເພິ່ນ ຈຶ່ງ ໃຊ້ ໄມ້ຈັຕວາ ເພື່ອ ຂຽນ ຄໍາອຸທານ ຊຶ່ງ ຫມາຍເຖິງ ຄໍາທັກທາຍ ຄໍາຕື່ນເຕັ້ນຕົກໃຈ ເປັນຕົ້ນ ( ເຖິງ ຈະ ມີ ສຽງ ບໍ່ ກົງກັນ ກໍຕາມ ຄືດັ່ງ “ໂຕະ” ກັບ “ໂຕ໊ະ” ເປັນຕົ້ນ ຈຶ່ງ ບອກ ມາ ເພື່ອ ຊາບ )

ເມື່ອ ທ່ານ ມີ ຄວາມຄິດເຫັນ ອັນໃດ ກໍດີ ທ່ານ ສາມາດ ຂຽນ ຢູ່ ທ້າຍ ຫນ້າ ຂອງ ບົດຄວາມ ເເຕ່ລະບົດ ໄດ້

ເເມ່ກະກາ ທີ່ ໃຊ້ ພຍັນຊນະ ຫມວດຂໍ ຜັນສຽງ
ຈໍານວນຫມວດຂໍ ພຍາງ ສາມັນເອກ ໂທ
ຂາ ຂ່າ ( ພືດ ) ຂ້າ ( ຕັດ ຊີວິດ )
ສາ ສ່າ ( ເຫລົ້າ ) ສ້າ ( ເລືອດ )
ຖາ ຖ່າ ( ຄົງ ບໍ່ ມີ ) ຖ້າ ( ຄອຍ ລໍ )
ຜາ ຜ່າ ( ຜ່າຟືນ ) ຜ້າ ( ຜືນເເພ )
ຝາ ຝ່າ ( ຝ່າມື ຝ່າຕີນ ) ຝ້າ ( ເຂົ້າຝ້າ )
ຫາ ຫ່າ ( ຫ່າ ພຍາດ ) “ຮ່າຝົນ” ຫ້າ ( ຈໍານວນ )
ເເມ່ກະກາ ທີ່ ໃຊ້ ພຍັນຊນະ ຫມວດຄໍ ຜັນສຽງ
ຈໍານວນຫມວດຄໍ ພຍາງ ສາມັນເອກ ໂທ
ຄາ ຄ່າ ( ຣາຄາ ) ຄ້າ ( ຊື້ຂາຍ )
ງາ ງ່າ ( ເເຫນງ ) ງ້າ ( ຕີ່ອອກ )
ຊາ ຊ່າ ( ຊ່າລື ) ຊ້າ ( ໄປຊ້າ ປ່າຊ້າ ກະຊ້າ )
ຍາ ຍ່າ ( ເມັຽປູ່ ) ຍ້າ
ທາ ທ່າ ( ທ່າເຮືອ ທ່າທີ ) ທ້າ ( ທ້າທາຍ )
ນາ ນ່າ ນ້າ ( ພີ່ ນ້າ ພີ່ນ້ອງ ນ້າບ່າວ ນ້າສາວ )
ພາ ພ່າ ພ້າ ( ພ້າອີ່ໂຕ້ )
ຟາ ຟ່າ ຟ້າ ( ເຈົ້າຟ້າ ທ້ອງຟ້າ ສີຟ້າ )
ມາ ມ່າ ( “ຫມ່າເຂົ້າ ?” ) ມ້າ ( ສັດ ສີ່ຕີນ )
໑໐ ຣາ ຣ່າ ຣ້າ
໑໑ ລາ ລ່າ ( ລ່າເນື້ອ ) ລ້າ ( ໄຮ້ ການຊື້ຈ້າງ )
໑໒ ວາ ວ່າ ( ວ່າຄວາມ ) ວ້າ
໑໓ ຮາ ຮ່າ ( ຮ່າຝົນ ) ຮ້າ ( ອິສຣະ )

ເເມ່ກະກາ ມາຕຖານ[ມາດ-ຕະ-ຖານ]
ເພິ່ນ ເອົາ ພຍັນຊນະ ຕົວທໍາອິດ ຄື ຕົວກໍ ( ◌ກ◌ ) ມາ ປະສົມ ກັບ ຈໍາພວກ ສຣະ ໑໒ ຄູ່ ເເລະ ເພິ່ນ ກໍ ຮຽກ ພຍາງ ຫລື ຄໍາ ທີ່ ໄດ້ມາ ຈາກ ການປະສົມ ນັ້ນ ວ່າ ເເມ່ກະກາ ເເລະ ກໍ ເເມ່ນ ຄໍາ ຕ່າງໆ ໃນ ເເມ່ກະກາ ອັນນີ້ເອງ ທີ່ ເພິ່ນ ຈະ ຕ້ອງ ໃຊ້ ໃນ ການປະສົມ ເເມ່ສະກົດ ທັງເເປດ

ພຍາງ ເເມ່ກະກາ
ຈໍານວນພຍັນຊນະ ຕົວທໍາອິດ ສຣະ ເເມ່ກະກາ
◌ກ◌ ປະສົມ ◌ະ ກະ
◌ກ◌ ປະສົມ ◌າ ກາ
◌ກ◌ ປະສົມ ກິ
◌ກ◌ ປະສົມ ກີ
◌ກ◌ ປະສົມ ກຶ
◌ກ◌ ປະສົມ ກື
◌ກ◌ ປະສົມ ກຸ
◌ກ◌ ປະສົມ ກູ
◌ກ◌ ປະສົມ ເ◌ະ ເກະ
໑໐ ◌ກ◌ ປະສົມ ເ◌ ເກ
໑໑ ◌ກ◌ ປະສົມ ເເ◌ະ ເເກະ
໑໒ ◌ກ◌ ປະສົມ ເເ◌ ເເກ
໑໓ ◌ກ◌ ປະສົມ ໂ◌າະ ໂກະ
໑໔ ◌ກ◌ ປະສົມ ໂ◌ ໂກ
໑໕ ◌ກ◌ ປະສົມ ເ◌າະ ເກາະ
໑໖ ◌ກ◌ ປະສົມ ກໍ
໑໗ ◌ກ◌ ປະສົມ ເິ ເກິ
໑໘ ◌ກ◌ ປະສົມ ເີ ເກີ
໑໙ ◌ກ◌ ປະສົມ ເັຽະ ເກັຽະ
໒໐ ◌ກ◌ ປະສົມ ເັຽ ເກັຽ
໒໑ ◌ກ◌ ປະສົມ ົວະ ກົວະ
໒໒ ◌ກ◌ ປະສົມ ົວ ກົວ
໒໓ ◌ກ◌ ປະສົມ ເຶອ ເກຶອ
໒໔ ◌ກ◌ ປະສົມ ເືອ ເກືອ

ສລຸບຄວາມ || Conclusion
ເຮົາ ຕ້ອງ ເຂົ້າໃຈ ວ່າ ອັນໃດ ເປັນ ສຣະ ເເລະ ອັນໃດ ເປັນ ເເມ່ກະກາ ຊຶ່ງ ຄໍາ ທັງສອງ ນີ້ ມັກ ພາໃຫ້ ນາຍຄຣູ ຜູ້ສອນ ອະທິບາຍ ຜິດໆ ຖືກໆ ຢູ່ ເລື້ອຍໆ ທັງນີ້ ກໍ ຍ້ອນວ່າ ບໍ່ ມີ ໃຜ ຊອກ ເຂົ້າໃຈ ໄວຍາກອນ ລາວ ໃຫ້ ຖນັດ ຄັກເເນ່ ດີ ເເລະ ມີ ເເຕ່ ຜູ້ ຕ້ອງຕິ ເເລະ ຜູ້ ຢາກ ດັດເເປງ ໄວຍາກອນ ຫລັກນີ້ ເເບບ ໄຮ້ ຄວາມເຂົ້າໃຈ ອັນເເທ້ຈິງ ກ່ອນ ເຮົາ ຈະ ດັດເເປງ ໄດ້ ຫລືວ່າ ກ່ອນ ເຮົາ ຈະ ປະຕິບັດ ຫນ້າທີ່ ໄດ້ດີ ເຮົາ ກໍ ຕ້ອງ ມີ ຄວາມເຂົ້າໃຈ ດີເເທ້ ໃນ ສິ່ງ ທີ່ ເຮົາ ເຮັດ ບໍ່ດັ່ງນັ້ນ ການດັດເເປງ ທີ່ ທ່ານ ຈະ ດໍາເນີນ ໄປນັ້ນ ຕ້ອງ ເປັນ ການທໍາຣາຍ ຢ່າງ ຕາຍຕົວ

ຫວັງວ່າ ຄໍາອະທິບາຍ ຂ້າງເທິງນີ້ ຄົງ ເປັນ ປໂຍດ ໃນ ການຂີດຂຽນ ພາສາ ລາວ ຫລາຍເຕີບ

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ພໍ່ ເເລະ ຄຸນງາມຄວາມດີ ຂອງ ເເມ່
ເເດ່ ນັກຮຽນ ເເລະ ນັກສຶກສາ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ນ້າບ່າວນ້າສາວ
ບຸນຄຸນ ຂອງ ພໍ່ຕູ້ເເມ່ຕູ້ ປູ່ຍ່າຕາຍາຍ ເເລະ ເເດ່ ຫມູ່ເພື່ອນ ທຸກຄົນ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ທ້າຍສຸດນີ້ ຂ້າພະເຈົ້າ ຂໍ ອຸທິດ ກຸສົນ ຜົນບຸນ ອັນນີ້ ເເດ່ ຜູ້ ເປັນ ລູກ ທຸກຢ່າງ

K. Phouphetlinthong


ບັນທຶກ /Notes

[1] ເອຶອ ມະເຂັຽ ເປັຽະ ກູ ຊິ ເລາະ ໄປ ໄຫລ ເເພ ສຶໂດກຶ - "ເອຶອ ຫມາກເຂືອ ເປັຽະ" ການເຮັດ ຫມາກເຂືອ ເປັຽະ ກໍ ເປັນ ເເບບ ດຽວກັນ ກັບ ການເຮັດ ຫມາກຂາມ ເປັຽະ ເເລະ ຈະ ເວົ້າ ໄດ້ ອີກຢ່າງນຶ່ງ ວ່າ ຫມາກຂາມ ກວນ ນັ້ນເອງ ສ່ວນ ຫມາກ "ສຶໂດກຶ" ຫມາຍເຖິງ ການຫລິ້ນ ທີ່ ລຽນ ຕົວເລກ ເພື່ອ ບໍ່ ໃຫ້ ເລກ ຕົວ ດຽວກັນ ຕົກ ຢູ່ ໃນ ເເຖວ ດຽວກັນ ເເລະ ຕົກ ຢູ່ ໃນ ສັນ (colonne, column) ດຽວກັນ ເເລະ ຕົກ ຢູ່ ໃນ ຫນ້າພຽງ ອັນດຽວກັນ ອີກດ້ວຍ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0