ພາສາ ລາວ - La langue lao ບົນ ລາວເເພນ

ສຣະ - Les voyelles - The Lao vowels

ວັນພຸດ ທີ ໒໖ ເດືອນ ຕຸລາ/octobre  ຄສ. 2011, ໂດຍ ກັດຕຸ Phouphetlinthong - ຄໍາເເພວ ພູເພັຊຣລິນທອງ

ທາຕຸສາດ || Etymologie / Etymology
ຄໍາ ສຣະ ທີ່ ໃຊ້ ໃນ ພາສາ ລາວ ມາ ຈາກ ຄໍາ ບາລີ ສຣ[ສະ-ຣະ/sara] ເເຕ່ວ່າ ຄໍາ ສັນສະກຣິດ ເປັນ ສວຣ[ສະ-ວະ-ຣະ/svara] ເເຕ່ ລາງເທື່ອ ເພິ່ນ ຈະ ຂຽນ ຄໍາ ສັນສະກຣິດ ເປັນ ສວາຣະ[ສວາ-ຣະ] ຊຶ່ງ “ສວ” ເປັນ ພຍັນຊນະ ຄວບ

ສຣະ ຂຽນ ເປັນ ພາສາ ບາລີ ສຣ[ສະ-ຣະ] ເເລະ ເເປວ່າ ຕະຫນ່າງ ເເຜງ ສຽງ ສະ ເລົາ ລໍາ ( ໄມ້ໄຜ່ ຫວາຍ ໄມ້ຄ້ອນເທົ້າ ) ອື່ນໆ ເເລະ ອັກສອນ ທີ່ ໃຊ້ ປະກອບ ກັບ ພຍັນຊນະ

ຣູປຕາ ໑

ຄວາມຫມາຍ || Définition / Definition
“ສຣະ” ຈະ ເເປ ໂດຍ ສັງເຂບ ດັ່ງນີ້ ຄື ອັກຂຣະ ຫລື ອັກສອນ ທີ່ ເຮົາ ໃຊ້ ປະກອບ ກັບ ພຍັນຊນະ ນຶ່ງ ລໍາ ຂອງ ຕົ້ນໄມ້ ຕົ້ນນ້ອຍໆ ທີ່ ມີ ເລົາ ນຶ່ງ ຊຶ່ງ ສ່ວນຫລາຍ ຄົນລາວເຮົາ ມັກ ເອົາ ເຮັດ ໄມ້ຄ້ອນເທົ້າ ຫລື ເຮັດ ເລົາເເຄນ ເເລະ ຍັງ ມີ ຄວາມຫມາຍ ອື່ນໆ ອີກ ( ໃຫ້ ທ່ານ ຊອກຫາ ຄວາມເຂົ້າໃຈ ເອົາເອງ )

ທາງ ດ້ານ ພາສາ ສຣະ ຫມາຍເຖິງ ສຽງ ທີ່ ຜລິດ ດ້ວຍ ຮູຄໍ ປາສຈາກ ສຽງ ຂອງ ພຍັນຊນະ ປະກອບສ່ວນ ເຊັ່ນ ◌ະ[ອະ] ິ[ອິ] ຶ[ອຶ] ຸ[ອຸ] ເ◌[ເອ] ໂ◌[ໂອ] ໍ[ອໍ] ດັ່ງນີ້ ເປັນຕົ້ນ ຖ້າ ເຮົາ ອ່ານ ສຣະ ໂດຍ ລໍາພັງ ມັນ ຈະ ບໍ່ ມີ ສຽງ ອັນໃດ ທັງສິ້ນ ທີ່ ຈະ ເປັນ ຖ້ອຍຄໍາ ເເລະ ທີ່ ພໍ ໃຫ້ ເຮົາ ເຂົ້າໃຈ ໄດ້ ດັ່ງນັ້ນ ເຮົາ ຕ້ອງ ຂຽນ ສຣະ ປະກອບ ກັບ ພຍັນຊນະ ມັນ ຈຶ່ງ ຈະ ອ່ານ ເປັນ ພຍາງນຶ່ງໆ ເເລະ ເປັນ ຖ້ອຍຄໍາ ໄດ້ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ຄື

  • “ເສົາ ເມືອ ນາ” ຖ້າ ຂຽນ ພຽງເເຕ່ ສຣະ ຢ່າງດຽວ ມັນ ຈະ ເປັນ “ເົາ ເືອ ◌າ” ດ້ວຍເຫດນີ້ ເພິ່ນ ຈຶ່ງ ວ່າ ອ່ານ ໂດຍ ລໍາພັງ ບໍ່ ໄດ້

ການຮຽກຊື່ || Désignation / Designation
ສຣະ ໃນ ພາສາ ລາວ ມີ ຢູ່ ດ້ວຍກັນ ຊາວເເປດ ຕົວ ເເລະ ລຽນ ຕາມ ລໍາດັບ ດັ່ງນີ້ ຄື ◌ະ ◌າ ິ ີ ຶ ື ຸ ູ ເ◌ະ ເ◌ ເເ◌ະ ເເ◌ ໂ◌ະ ໂ◌ ເ◌າະ ໍ ເິ ເີ ເັຽະ ເັຽ ົວະ ົວ ເຶອ ເືອ ໄ◌ ໃ◌ ເົາ ໍາ

ກ່ອນ ຈະ ອ່ານ ຈໍາພວກ ສຣະ ຂ້າງລຸ່ມນີ້ ໃຫ້ ເປັນ ສຽງ ເຮົາ ຕ້ອງ ຕື່ມ ພຍັນຊນະ ◌ອ◌ ປະກອບ ເພາະວ່າ ການອ່ານ ສຣະ ໂດຍ ລໍາພັງ ຈະ ບໍ່ ອອກສຽງ ເປັນ ຖ້ອຍຄໍາ ເເນວໃດ ທັງສິ້ນ ເພາະ ມັນ ຕ້ອງ ມີ ພຍັນຊນະ ເຂົ້າຮ່ວມ ເນື້ອຄວາມ ກ່ຽວຂ້ອງ ຈຶ່ງ ຈະ ປະກົດ ຂຶ້ນ ມາ ໄດ້

ການສົມມຸດ ຊື່ສຽງລຽງນາມ
ລໍາດັບສຣະ ຮຽກວ່າ ອ່ານວ່າ ຫລື ອ່ານວ່າ
◌ະ ອະ ສຣະອະ ອະ
◌າ ອາ ສຣະອາ ອາ
ອິ ສຣະອິ ອິ
ອີ ສຣະອີ ອີ
ອຶ ສຣະອຶ ອຶ
ອື ສຣະອື ອື
ອຸ ສຣະອຸ ອຸ
ອູ ສຣະອູ ອູ
ເ◌ະ ເອະ ສຣະເອະ ເອະ
໑໐ ເ◌ ເອ ສຣະເອ ເອ
໑໑ ເເ◌ະ ເເອະ ສຣະເເອະ ເເອະ
໑໒ ເເ◌ ເເອ ສຣະເເອ ເເອ
໑໓ ໂ◌ະ ໂອະ ສຣະໂອະ ໂອະ
໑໔ ໂ◌ ໂອ ສຣະໂອ ໂອ
໑໕ ເ◌າະ ເອາະ ສຣະເອາະ ເອາະ
໑໖ ອໍ ສຣະອໍ ອໍ
໑໗ ເິ ເອິ ສຣະເອິ ເອິ
໑໘ ເີ ເອີ ສຣະເອີ ເອີ
໑໙ ເັຽະ ເອັຽະ ສຣະເອັຽະ ເອັຽະ
໒໐ ເັຽ ເອັຽ ສຣະເອັຽ ເອັຽ
໒໑ ົວະ ອົວະ ສຣະອົວະ ອົວະ
໒໒ ົວ ອົວ ສຣະອົວ ອົວ
໒໓ ເຶອ ເອຶອ ສຣະເອຶອ ເອຶອ
໒໔ ເືອ ເອືອ ສຣະເອືອ ເອືອ
໒໕ ໄ◌ ໄອ ສຣະໄອ ໄມ້ມະໄລ ໄອ ໄມ້ມະໄລ
໒໖ ໃ◌ ໃອ ສຣະໄອ ໄມ້ມ້ວນ ໄອ ໄມ້ມ້ວນ
໒໗ ເົາ ເອົາ ສຣະເອົາ ເອົາ
໒໘ ໍາ ອໍາ ສຣະອໍາ ອໍາ

ຫມາຍເຫດ
  • ສຣະເອັຽະ ( ເັຽະ ) ທີ່ ເພິ່ນ ໃຊ້ກັນ ທາງ ເມືອງລາວ ເປັນ ເເນວນີ້ ຄື ສຣະເອັຍ ( ເັຍ ) ສຽງສັ້ນ ເເລະ ສຣະເອັຽ ( ເັຽ ) ສຽງຍາວ ທີ່ ເພິ່ນ ໃຊ້ກັນ ທາງ ເມືອງລາວ ເປັນ ເເບບນີ້ ຄື ສຣະເອຍ ( ເ◌ຍ ) ຊຶ່ງ ພາສາ ບາລີ ໃຊ້ ຂຽນ ສຽງ ໄອ ດັ່ງ ໄວຍາກອນ ເປັນ ບາລີ ດັ່ງນີ້ ຄື “ເວຍຍາກຣ”
  • ຄົນລາວ ມັກ ຮຽກ ສຣະ ຕົວນີ້ ( ໄ◌ ) ວ່າ ສຣະໄອ ໄມ້ມາຍ ເເຕ່ ຊື່ ຈິງ ຂອງ ມັນ ເເທ້ ເເມ່ນ ສຣະໄອ ໄມ້ມະໄລ
  • ການລຽນ ລໍາດັບ ຈະ ຕ້ອງ ເອົາ ສຣະໄອ ໄມ້ມະໄລ ( ໄ◌ ) ຂຶ້ນ ກ່ອນ ສຣະໄອ ໄມ້ມ້ວນ ( ໃ◌ ) ຍ້ອນວ່າ ສຣະໄອ ໄມ້ມ້ວນ ໃຊ້ໄວ້ ຂຽນ ຄໍາໃດ ທີ່ ໄທໃຕ້ ອ່ານ ອອກ ສຽງໄອ ເເລະ ໄທເຫນືອ ອ່ານ ອອກ ສຽງເອີ ຊຶ່ງ ມີ ສຽງຍາວ ເເລະ ສຽງຍາວ ຕ້ອງ ຖືກຈັດໄວ້ ຕາມຫລັງ ສຽງສັ້ນ ສເມີ

ຊນິດ ຂອງ ສຣະ || Types de voyelles / Types of vowels
ເມື່ອ ສຽງ ຂອງ ສຣະ ຊາວເເປດ ຕົວນີ້ ມີ ທັງ ສຽງສັ້ນ ທີ່ ເພິ່ນ ຮຽກວ່າ ຣັດສະສຣະ ເເລະ ມີ ທັງ ສຽງຍາວ ທີ່ ເພິ່ນ ຮຽກວ່າ ທີຄະສຣະ ປະປົນກັນ ຢູ່ ຢ່າງນີ້ ເພິ່ນ ຈຶ່ງ ຈັດເອົາ ພຽງເເຕ່ ຈໍາພວກ ສຣະ ສຽງສັ້ນ ໄປ ປະໄວ້ ຢູ່ ກຸ່ມ ຣັດສະສຣະ ເເລະ ຈັດເອົາ ຈໍາພວກ ສຣະ ສຽງຍາວ ໄປ ປະໄວ້ ຢູ່ ກຸ່ມ ທີຄະສຣະ ເພາະວ່າ ການປາກເວົ້າ ພາສາລາວ ຈະ ອີງໃສ່ ສຽງສັ້ນ ເເລະ ສຽງຍາວ ສເມີ ຊຶ່ງ ເພິ່ນ ຖື ເປັນ ຫລັກ ພື້ນຖານ ອັນ ສໍາຄັນ ສໍາລັບ ການສຶກສາ ພາສາ ຂອງ ຄົນລາວຊາວໄທ ໂດຍ ທົ່ວໄປ

“ຣັດສະ” ມາຈາກ ຄໍາ ບາລີ “ຣັສສ” ຊຶ່ງ ເເປວ່າ ສັ້ນ ເເລະ ຣັດສະສຣະ ຫມາຍເຖິງ ສຣະ ທີ່ ມີ ສຽງສັ້ນ ສ່ວນ ຄໍາ ບາລີ “ທີຄ” ຈະ ເເປວ່າ ຍາວ ເເລະ ທີຄະສຣະ ກໍ ຫມາຍເຖິງ ສຣະ ທີ່ ມີ ສຽງຍາວ

ການຈັດ ສຣະ ເພິ່ນ ຈະ ຈັດ ຣັດສະສຣະ ຂຶ້ນກ່ອນ ທີຄະສຣະ ສເມີ ດັ່ງນີ້

ການຈັດ ປະເພດ ສຣະ
ຄູ່ ( ສຣະ ທີ່ ມີ ຄູ່ ) ຣັດສະສຣະ ຫລື ສຣະ ສຽງສັ້ນ ທີຄະສຣະ ຫລື ສຣະ ສຽງຍາວ
◌ະ [ອະ] ◌າ [ອາ]
ິ [ອິ] ີ [ອີ]
ຶ [ອຶ] ື [ອື]
ຸ [ອຸ] ູ [ອູ]
ເ◌ະ [ເອະ] ເ◌ [ເອ]
ເເ◌ະ [ເເອະ] ເເ◌ [ເເອ]
ໂ◌ະ [ໂອະ] ໂ◌ [ໂອ]
ເ◌າະ [ເອາະ] ໍ [ອໍ]
ເິ [ເອິ] ເີ [ເອີ]
໑໐ ເັຽະ [ເອັຽະ] ເັຽ [ເອັຽ]
໑໑ ົວະ [ອົວະ] ົວ [ອົວ]
໑໒ ເຶອ [ເອຶອ] ເືອ [ເອືອ]
໑໓ ໄ◌ [ໄອ] ( ບໍ່ ມີ ຄູ່ )
໑໔ ໃ◌ [ໃອ]
໑໕ ເົາ [ເອົາ]
໑໖ ໍາ [ອໍາ]

ສຣະ ພິເສດ || Les voyelles spéciales / The special vowels
ຈໍາພວກ ຣັດສະສຣະ ສີ່ຕົວ ທີ່ ບໍ່ ມີ ຄູ່ ສຣະ ສຽງຍາວ ນໍາຫມູ່ ເຊັ່ນ ໄ◌ ໃ◌ ເົາ ໍາ ເພິ່ນ ຮຽກວ່າ ສຣະ ພິເສດ

ສິ່ງ ທີ່ ກ່າວ ມາ ຂ້າງເທິງນີ້ ຄື ບັ້ນປາຍ ຂອງ ຈໍາພວກ ສຣະ ລາວ ທັງຫມົດທັງປວງ ຊຶ່ງ ມີ ຊາວເເປດ ຕົວ ດ້ວຍກັນ ເເລະ ກໍ ໃຫ້ ຖື ເອົາ ຈໍາພວກ ດັ່ງກ່າວນີ້ ເປັນ ພື້ນຖານ ໃນ ການຂີດຂຽນ ພາສາ ລາວ

ບັ້ນ ຕໍ່ໄປນີ້ ຂ້າພະເຈົ້າ ຈະ ຫວນ ກັບ ມາ ກ່າວ ເຖິງ ຄວາມເປັນມາ ຂອງ ຈໍາພວກ ສຣະ ທັງຫມົດນີ້ ວ່າ ໄດ້ມາ ຈາກ ໃສ ກັນ ເເທ້ ຈົນວ່າ ມີ ສຽງ ເຖິງ ຈໍານວນ ໒໘ ສຽງ ຊຶ່ງ ສຽງ ທັງ ໒໘ ສຽງນີ້ ໃຫ້ ຄວາມພໍໃຈ ຫລາຍ ທີ່ສຸດ ເເກ່ ພາສາ ລາວ ເພາະວ່າ ຖ້າ ເຮົາ ຈະ ທຽບ ໃສ່ ພາສາ ອື່ນໆ ໃນ ໂລກນີ້ ເຮົາ ຈະ ເຫັນ ໄດ້ ວ່າ ພາສາ ອື່ນ ຈະ ບໍ່ ມີ ສຽງ ຫລາຍ ຂນາດນີ້ ເເລະ ສຽງ ສຣະ ໃນ ພາສາ ລາວ ມີ ສຽງ ເກືອບ ຄົບຖ້ວນ ດ້ວຍເຫດນີ້ ເຮົາ ຈິ່ງ ເຫັນ ຄົນລາວ ສາມາດ ປາກ ພາສາ ອື່ນ ໄດ້ໄວ ນອກຈາກນີ້ ເມື່ອ ເພິ່ນ ເອົາ ສຽງ ຕ່າງໆ ເຫລົ່ານີ້ ໄປ ປະກອບ ໃສ່ ຕົວສະກົດ ສຽງ ຂອງ ພາສາ ລາວ ຍິ່ງ ຮັ່ງມີ ຂຶ້ນ ຕື່ມ ອີກ

  • ຈໍານວນ ສຽງ ຂອງ ເເມ່ທັງເເປດ
    1. ເເມ່ນຶ່ງ ມີ ໑໒ ຄູ່ = 24 ສຽງ
    2. ເເມ່ສະກົດ ທີ່ ມີ ໒໔ ສຽງ ມີ ໖ ເເມ່
    3. ເເມ່ກາຍ ມີ ໑໕ ສຽງ
    4. ເເມ່ກາວ ມີ ໑໑ ສຽງ
    • ຮວມ ສຽງ ຂອງ ເເມ່ທັງເເປດ ທັງຫມົດ ເປັນ ( ໒໔ x ໖ + ໑໕ + ໑໑ = ໑໗໐ ສຽງ )
    • ພາຍໃນ ໑໗໐ ສຽງນີ້ ຈະ ມີ ຢ່າງ ຕໍ່າສຸດ ຈໍານວນ ເຄິ່ງນຶ່ງ ທີ່ ສາມາດ ຜັນສຽງ ໄດ້
  • ຈໍານວນ ສຽງ ຂອງ ສຣະ
    1. ສຣະ ມີ ສຽງ ທັງຫມົດ ( ໒໔ ສຽງ + ໔ ສຽງ ຂອງ ສຣະ ພິເສດ = ໒໘ ສຽງ )
    • ພາຍໃນ ໒໘ ສຽງ ຈະ ມີ ຢ່າງຕໍ່າສຸດ ໑໖ ສຽງ ທີ່ ຜັນສຽງ ໄດ້ ບໍ່ຫລາຍກໍຫນ້ອຍ ເເລະ ໃຫ້ ທ່ານ ຄິດ ເອົາເອງ ວ່າ ຄວາມຮັ່ງມີ ໃນ ພາສາ ລາວ ມີ ຫລາຍ ຂນາດໃດ !

ສຽງ ດັ່ງກ່າວນີ້ ເປັນ ສຽງ ຂອງ ຖ້ອຍຄໍາ ຫລື ຂອງ ຄໍາເວົ້າ ທີ່ ເຮົາ ສາມາດ ເຂົ້າໃຈ ໄດ້ ເເລະ ກໍ ບໍ່ ເເມ່ນ ຄື້ນ ຂອງ ສຽງ ດັ່ງ ທີ່ ໄດ້ກ່າວ ໃນ ບົດຄວາມ “ສຽງ ຂອງ ພຍັນຊນະ ເເລະ ພຍາງ ຕ່າງໆ

( ອ່ານ ບົດຄວາມ ວ່າດ້ວຍ ເເມ່ກະກາ ເພື່ອ ເຮັດ ໃຫ້ ຄວາມເຂົ້າໃຈ ຫນັກເເຫນ້ນ ຂຶ້ນ ກວ່າເກົ່າ )

---- o ---------- oOo ---------- o ----

ຄວາມເປັນມາ || Historique / The feed back
ສຣະ ລາວ ທັງຫມົດ ໄດ້ມາ ຈາກ ການປະສົມ ສຣະປ່ຽວ ກັບ ອັດທະສຣະ ດັ່ງ ທ່ານ ຈະ ເຫັນ ໃນ ຂັ້ນ ຕໍ່ໄປນີ້

ຣູປຕາ ໒

  • ກຸ່ມ ໒ ຫມາຍເຖິງ ກຸ່ມ ທີ່ ບັນຈຸ ພຍັນຊນະ ທີ່ ເປັນ ຕົວເຟື້ອງ ເເລະ ທີ່ ເພິ່ນ ໃຊ້ ໄວ້ ໃນ ການລອກກ່າຍ ເອກສານ ອັນ ເກົ່າເເກ່ ຢ່າງດຽວ ເວັ້ນ ເສັຽ ເເຕ່ ຕົວຍໍເຟື້ອງ ( ◌ຽ◌ ) ຕົວດຽວ ທີ່ ເພິ່ນ ໃຊ້ ປະກອບ ເປັນ ສຣະ
  • ກຸ່ມ ໓ ຫມາຍເຖິງ ກຸ່ມ ສຣະປ່ຽວ ລ້ວນໆ ຫລື ຈະ ເວົ້າ ໄດ ອີກຢ່າງນຶ່ງ ວ່າ ສຣະເຄົ້າ ຊຶ່ງ ມີ ພຽງ ໑໑ ຕົວ ເທົ່ານັ້ນ ຄື ◌ະ ◌າ ິ ີ ຸ ູ ເ◌ ໂ◌ ໍ ໄ◌ ໃ◌ ເເລະ ເປັນ ກຸ່ມ ທີ່ ເຮົາ ຈະ ສະເເດງ ການກະຈາຍ ສຣະ ລາວ ທັງຫມົດທັງປວງ ນັ້ນເອງ | Voyelles simples / The simple vowels
  • ກຸ່ມ ໔ ເປັນ ກຸ່ມ ໄມ້ຍຸດ ທີ່ ບັນຈຸ ໄມ້ກັນ ( ັ ) ເເລະ ໄມ້ກົງ ( ົ ) ຊຶ່ງ ຄໍາ ຍຸດ ມາ ຈາກ ເຄົ້າ ບາລີ ຍຸຕຕ[ຍຸດຕະ] ທີ່ ເເປວ່າ ຜູກໃສ່ ມັດໃສ່ ກໍ້າເທິງ ຂອງ ພຍັນຊນະ ເຫມືອນດັ່ງດຽວ ກັບ ຈໍາພວກ ວັນນະຍຸດ ເເຕ່ ໃນ ທີ່ນີ້ ຂ້ພະເຈົ້າ ໄດ້ຈັດ ເຂົ້າ ໃນ ກຸ່ມ ໄມ້ຍຸດ ທັງນີ້ ກໍ ເພື່ອ ອໍານວຍ ຄວາມສະກວດ ໃນ ການລຽນ ລໍາດັບ ອັກຂຣະ ລາວ ອັນ ເເນ່ໃສ່ ເປົ້າຫມາຍ ການລຽນ ລໍາດັບ ຄໍາລາວ ນັ້ນເອງ ເເລະ ໄມ້ຍຸດ ທັງສອງນີ້ ຈະ ເປັນ ຕົວປະກອບ ຂອງ ສຣະ ລາວ

    Called in English “vowel sign” according to the translation from the lao vocabularies. But for me, the word “sign” in the Lao language is not appropriate. So I inclued both of them in the set of the semivowels.
  • ກຸ່ມ ໘ ເປັນ ກຸ່ມ ຂອງ ຈໍາພວກ ອັດທະສຣະ ຊຶ່ງ ເກັບ ມາ ຈາກ ກຸ່ມອື່ນ ທີ່ ມີ ຕົນຕົວ ເເລ້ວ ເເຕ່ ອັກຂຣະ ທີ່ ຈະ ເປັນ ຕົວປະກອບ ສຣະ ນັ້ນ ມີ ພຽງ ຕົວວໍ ( ວ ) ຕົວອໍ ( ອ ) ຕົວຍໍເຟື້ອງ ( ຽ ) ໄມ້ກັນ ( ັ ) ເເລະ ໄມ້ກົງ ( ົ ) || Semi-voyelles / Semivowels

    ຖ້າ ເຮົາ ລຽນ ລໍາດັບ ໃຫ້ ຖືກ ຕາມ ກຸ່ມ ຕ່າງໆ ໃນ ຣູປຕາ ໒ ນີ້ ລໍາດັບ ຂອງ ອັດທະສຣະ ທີ່ ເຮົາ ຈະ ນໍາມາ ຫປສົມ ກັບ ສຣະປ່ຽວ ຈະ ເປັນ ດັ່ງນີ້ ຄື ◌ວ◌ ◌ອ◌ ◌ຽ◌ ັ ົ ເເຕ່ ໃນ ຄວາມເປັນຈິງເເລ້ວ ມັນ ເປັນ ໄປ ເເບບໃຫມ່ ເພາະວ່າ ເພິ່ນ ຈັດ ໄມ້ຍຸດ ຂຶ້ນກ່ອນ ຄື ັ ົ ◌ຽ◌ ◌ວ◌ ◌ອ◌

ກຸ່ມ ທັງສາມ ນີ້ ຈະ ເປັນ ກາຣົກ ( ຝຣັ່ງ. acteur ) ສໍາຄັນ ໃນ ການປະສົມ ສຣະ ລາວ ທີ່ ເຮົາ ໃຊ້ກັນ ທຸກວັນນີ້ ( ກັດຕຸ ເເປ ເປັນ ພາສາ ຝຣັ່ງ ວ່າ auteur )

ການປະສົມ ສຣະ || Formation des voyelles / Vowels composition
ສຽງ ຂອງ ສຣະປ່ຽວ ສິບເອັດຮູບ ຂ້າງເທິງນີ້ ບໍ່ ສາມາດ ສນອງ ຄວາມຕ້ອງການ ຂອງ ພາສາລາວ ໄດ້ ສະນັ້ນ ເພິ່ນ ຈຶ່ງ ໄດ້ເອົາ ອັກສອນ ຫ້າຕົວ ເຂົ້າມາ ປະສົມ ກັບ ສຣະປ່ຽວ ເພື່ອ ໃຫ້ ໄດ້ ສຽງ ສຣະ ຕາມ ຄວາມຕ້ອງການ

ວິທີ ປະສົມ ດັ່ງກ່າວນີ້ ຈະ ເຮັດ ທ່ານ ມອງເຫັນ ຄວາມເປັນມາ ຂອງ ສຣະ ລາວ ທັງຫມົດ ເເລະ ຍັງ ຈະ ເຮັດ ໃຫ້ ຄວາມເຂົ້າໃຈ ກ່ຽວກັບ ການລຽນ ລໍາດັບ ຫນັກເເຫນ້ນ ຂຶ້ນດີ

ສຣະປ່ຽວ ປະສົມກັນເອງ
( ໃຫ້ ອ່ານວ່າ ສຣະອະ ປະສົມ ກັບ ສຣະເອ ເປັນ ສຣະເອະ ດັ່ງນີ້ ຕໍ່ໆ ໄປ )
໑- ◌ະ ປະສົມ ກັບ ເ◌ ເປັນ ເ◌ະ
໒- ◌ະ ປະສົມ ກັບ ໂ◌ ເປັນ ໂ◌ະ
໓- ◌າ ປະສົມ ກັບ ໍ ເປັນ ໍາ
໔- ິ ປະສົມ ກັບ ໍ ເປັນ ຶ
໕- ີ ປະສົມ ກັບ ໍ ເປັນ ື
໖- ເ◌ ປະສົມ ກັບ ເ◌ ເປັນ ເເ◌
໗- ເ◌ ປະສົມ ກັບ ເ◌ ເເລະ ◌ະ ເປັນ ເເ◌ະ
໘- ເ◌ ປະສົມ ກັບ ິ ເປັນ ເິ
໙- ເ◌ ປະສົມ ກັບ ີ ເປັນ ເີ
໑໐- ເ◌ ປະສົມ ກັບ ◌າ ເເລະ ◌ະ ເປັນ ເ◌າະ

ສຣະປ່ຽວ ປະສົມ ກັບ ໄມ້ຍຸດ ທີ່ ເປັນ ອັດທະສຣະ
໑- ◌າ ປະສົມ ກັບ ົ ເເລະ ເ◌ ເປັນ ເົາ
໒- ເ◌ ປະສົມ ກັບ ັ ເເລະ ◌ຽ◌ ເປັນ ເັຽ
໓- ເ◌ ປະສົມ ກັບ ັ ກັບ ◌ຽ◌ ເເລະ ◌ະ ເປັນ ເັຽະ

ສຣະປ່ຽວ ປະສົມ ກັບ ພຍັນຊນະ ທີ່ ເປັນ ອັດທະສຣະ
໑- ເ◌ ປະສົມ ກັບ ິ ກັບ ໍ ເເລະ ◌ອ◌ ເປັນ ເຶອ
໒- ເ◌ ປະສົມ ກັບ ີ ກັບ ໍ ເເລະ ◌ອ◌ ເປັນ ເືອ

ສຣະປ່ຽວ ປະສົມ ກັບ ພຍັນຊນະ ເເລະ ກັບ ໄມ້ຍຸດ
໑- ◌ະ ປະສົມ ກັບ ັ ເເລະ ◌ວ◌ ເປັນ ົວະ
໒- ົ ປະສົມ ກັບ ◌ວ◌ ເປັນ ົວ

ຄໍາສລຸບ

  • ຈໍານວນ ສຣະປະສົມ ທີ່ ໄດ້ ຈາກ ການປະສົມ ສຣະ ຣະຫວ່າງ ສຣະປ່ຽວ ເເລະ ອັດທະສຣະ ທັງຫ້າ ມີ ທັງຫມົດ ສິບເຈັດຕົວ ດ້ວຍກັນ ຄື ຶ ື ເ◌ະ ເເ◌ະ ເເ◌ ໂ◌ະ ເ◌າະ ເິ ເີ ເັຽະ ເັຽ ົວະ ົວ ເຶອ ເືອ ເົາ ໍາ
  • ຈໍານວນ ສຣະປ່ຽວ ທີ່ ມີ ຢູ່ເເລ້ວ ໑໑ ຮູບ

ຣວມ ສຣະ ທັງຫມົດ ເປັນ ໒໘ ຮູບ =( ໑໗+໑໑ ) ອັນນີ້ເເລ ຄື ຄວາມເປັນມາ ຂອງ ສຣະ ລາວ ທັງຫມົດທັງປວງ ທີ່ ຄົນລາວ ໃຊ້ ໃນ ການຂີດຂຽນ ປັດຈຸບັນນີ້ ສະນັ້ນ ເຮົາ ຄວນ ຫລືບໍ່ ຈະ ພັທນາ ພາສາ ຊາດ ຂອງ ລາວ ໃຫ້ ກ້າວຫນ້າ ກວ່າເກົ່າ ຫລື ຈະ ຄວນ ສົ່ງເສີມ ພາສາ ເເກວ ໃຫ້ ຫລາຍຂຶ້ນ ໃນ ບ້ານເກີດເມືອງນອນ ຂອງ ຕົນ ທີ່ ຕົນເອງ ເປັນ ເຈົ້າຂອງ

ການໃຊ້ ສຣະ
ສຣະ ໃຊ້ໄວ້ ຂຽນ ປະກອບ ກັບ ພຍັນຊນະ ຕົ້ນພຍາງ ເພື່ອ ໃຫ້ອ່ານ ອອກສຽງ ໄດ້ ເເລະ ສຣະ ໃນ ຫນັງສືທັມ ຂອງລາວ ມີ ສອງຢ່າງ ດ້ວຍກັນ ຄື ສຣະລອຍ ນຶ່ງ ເເລະ ສຣະຈົມ ນຶ່ງ ສະເພາະ ພາສາລາວເເລ້ວ ສຣະ ທັງຫມົດ ລ້ວນເເລ້ວ ເເຕ່ ເປັນ ສຣະຈົມ ທັງນັ້ນ ຊຶ່ງ ສຣະຈົມ ຫມາຍເຖິງ ສຣະ ທີ່ ສາມາດ ຂຽນ ຢູ່ຫນ້າ ຢູ່ຫລັງ ຢູ່ເທິງ ເເລະ ຢູ່ລຸ່ມ ພຍັນຊນະ ດັ່ງນີ້ ຄື
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ກາງ ພຍັນຊນະ ມີ ຄື ◌ເ◌ ◌ໄ◌ ( ສເມືອນ ສໄມ )
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ເທິງ ພຍັນຊນະ ມີ ຄື ິ ີ ຶ ື ໍ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ເທິງ ເເລະ ຢູ່ ຫລັງ ພຍັນຊນະ ມີ ຄື ົວະ ົວ ໍາ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ລຸ່ມ ພຍັນຊນະ ມີ ຄື ຸ ູ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ຫນ້າ ພຍັນຊນະ ມີ ຄື ເ◌ ເເ◌ ໂ◌ ໄ◌ ໃ◌
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ຫນ້າ ເເລະ ຢູ່ ເທິງ ພຍັນຊນະ ມີ ຄື ເິ ເີ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ຫນ້າ ຢູ່ ເທິງ ເເລະ ຢູ່ ຫລັງ ພຍັນຊນະ ມີ ຄື ເັຽະ ເັຽ ເຶອ ເືອ ເົາ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ຫນ້າ ເເລະ ຢູ່ ຫລັງ ພຍັນຊນະ ມີ ຄື ເ◌ະ ເເ◌ະ ໂ◌ະ ເ◌າະ
- ຈໍາພວກ ສຣະ ທີ່ ຂຽນ ຢູ່ ຫລັງ ພຍັນຊນະ ມີ ຄື ◌ະ ◌າ

ສລຸບຄວາມ
ສຽງ ຂອງ ສຣະ ທັງຫມົດນີ້ ມີ ໒໘ ສຽງ ດ້ວຍກັນ ( ຊາວເເປດ ) ເເລະ ສາມາດ ໃຫ້ ຄວາມພໍໃຈ ເເກ່ ການຂີດຂຽນ ພາສາລາວ ຍິ່ງໄປກວ່ານັ້ນ ເມື່ອໃດ ສຣະ ເຫລົ່ານີ້ ຖືກ ປະກອບ ດ້ວຍ ຕົວສະກົດ ທັງເເປດ ເມື່ອນັ້ນ ສຽງ ຂອງ ສຣະ ຊາວເເປດຕົວນີ້ ຈະ ປ່ຽນ ໄປເປັນ ສຽງໃຫມ່ ເພີ່ມເຕີມ ກັບ ການຜັນສຽງ ດັ່ງ ທີ່ ໄດ້ກ່າວ ມາເເລ້ວ ຂ້າງເທິງນີ້

ການ ທີ່ ຂ້າພະເຈົ້າ ເລີ້ມ ຂຽນ ທາງປີ້ນ ກໍ ເພາະວ່າ ຢາກ ໃຫ້ ຜູ້ອ່ານ ເຂົ້າໃຈ ເເລະ ມອງ ເຫັນ ຄວາມສໍາຄັນ ເສັຽກ່ອນ ທ່ານ ຈຶ່ງ ຈະ ມີ ຄວາມສົນໃຈ ຫລາຍຂຶ້ນ ປາສຈາກ ຄວາມເຂົ້າໃຈ ເຮົາ ຈະ ຫາ ອັນໃດ ມາ ຊື້ ຄວາມສາມັກຄີ ເເລະ ສະຕິຊາດ ກໍ ຄົງ ຈະ ເປັນ ໄປ ໄດ້ ຍາກ ທີ່ສຸດ

ການຕັດສິນໃຈ ທຸກຢ່າງ ຂຶ້ນ ຢູ່ ກັບ ທ່ານເອງ ທ່ານ ຈະ ຂຽນ ເເບບໃດ ກໍດີ ເເຕ່ ສິ່ງ ສໍາຄັນ ເຮົາ ຕ້ອງ ເຂົ້າໃຈ ຫລັກ ໄວຍາກອນ ຫລັກນຶ່ງ ໃຫ້ ໄດ້ ດີ ເພື່ອ ໃຊ້ ເປັນ ພື້ນຖານ ເເປ້ນຢັນ ໃນ ການຂີດຂຽນ ທຸກຢ່າງ ໃນ ພາສາ ລາວ ເເລະ ທ້າຍສຸດນີ້ ຂ້າພະເຈົ້າ ມີ ຄວາມຫວັງ ຢ່າງນຶ່ງ ວ່າ ຄົນລາວ ທີ່ ເປັນ ເຈົ້າຂອງ ພາສາ ເເລະ ເຈົ້າຂອງ ຜືນເເຜ່ນດິນ ເເຫ່ງນີ້ ຄົງ ຈະ ປົກປ້ອງ ເເລະ ຮັກສາ ສິ່ງ ເຫລົ່ານີ້ ໄວ້ ໄດ້ ( Préserver / To preserve )

------ oOo ------

ຄໍາອຸທິດ

ຂໍ ອຸທິດ ຜົນງານ ອັນ ເລັກນ້ອຍ ອັນນີ້ ເເດ່ ຄົນລາວ ທີ່ ຮັກຫອມ ຄວາມເປັນລາວ ທຸກຄົນ
ເເດ່ ພຣະເຖຣະນຸເຖຣະ ທຸກໆ ອົງ
ເເດ່ ຄົນໃດ ທີ່ ຮຽນ ພາສາ ລາວ ທຸກຄົນ
ເເດ່ ຄົນ ໃນ ຄອບຄົວ ຂອງ ຂ້າພະເຈົ້າ ທຸກຄົນ ພ້ອມດ້ວຍ ພີ່ນ້ອງ ລູງປ້າອາວອາ ເເລະ ນ້າບ່າວນ້າສາວ
ເເລະ ພິເສດສຸດ ເເດ່ ເດັກນ້ອຍ ລາວ ທີ່ ກໍາລັງ ຮຽນ ພາສາ ລາວ ໃນ ປັດຈຸບັນນີ້
ພ້ອມດ້ວຍ ພໍ່ເເມ່ ເເລະ ເດັກນ້ອຍ ລາວ ເເຫ່ງ ປະເທດ ລາວ ທຸກໆ ຄົນ

K. Phouphetlinthong


ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0