ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໗

ວັນອາທິດ ທີ ໑໓ ເດືອນ ກຸມພາ/février  ຄສ. 2011, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ນະວະນິຍາຍສັ້ນ ( ຫນ້າ ໗ )

ດ. ການຍ່າງ ເລາະເບິ່ງ ຕູບພັກເຊົາ ເເລະ ການໂອ້ລົມກັນ ເຣື່ອງ ພາສາ ລາວ


  • ຫານໄຊ: ເປັນ ຈັ່ງໃດ ທິວາວັນ! ມ້ຽນເຄື່ອງເເລ້ວ ຫລື ຍັງ? ຕູບ ທະຫານ ບໍ່ນ້ອຍໄປໂພດບໍ? ດຽວນີ້ ຫາກໍ ໑໖ ໂມງ ໔໐ ນາທີ ຖ້າ ເຈົ້າ ບໍ່ ຂັດຂ້ອງ ຂ້ອຍ ຢາກ ພາ ເຈົ້າ ໄປ ກວດເບິ່ງ ຄ້າຍ ເເລະ ໄປ ຮູ້ຈັກ ຮັກເເພງ ກັບ ກອງຮ້ອຍ ບັນຊາການ ທີ່ ຍັງ ພັກເຊົາ ລໍຖ້າ ພວກເຮົາ ຢູ່ ທີ່ນີ້ ດັ່ງ ທີ່ ເຈົ້າ ໄດ້ຮູ້ໄດ້ຍິນ ກອງຮ້ອຍນຶ່ງ ເເລະ ກອງຮ້ອຍສອງ ໄດ້ອອກ ເຄື່ອນທີ່ ໄປກ່ອນເເລ້ວ ເເຕ່ ມື້ເຊົ້ານີ້ ເເລ້ວ ມື້ອື່ນເຊົ້າ ກໍ ເເມ່ນ ຜ້ຽນ ກອງຮ້ອຍ ບັນຊາການ
  • ທິວາວັນ: ຂ້ອຍ ຄິດວ່າ ກະດີ ຄືກັນ ເພາະ ຈະ ຮູ້ຈັກ ເເລະ ເຫັນຫນ້າເຫັນຕາ ຫມົດທຸກຄົນ ສ່ວນວ່າ ຕູບ ທະຫານນັ້ນ ເຖິງເເມ່ນ ມັນ ຈະນ້ອຍ ມັນ ກໍ ປຸກໄດ້ ເເຫນ້ນຫນາດີ ສະອາດດີ ເເລະ ສ້າງໄດ້ດີ ໃສ່ບ່ອນ ທີ່ ມີ ການກັ້ງບັງດີ ອີກດ້ວຍ ດຽວນີ້ ເຮົາ ກໍ ຍັງ ມີ ເວລາ ພຽງພໍຢູ່ ກ່ອນ ຕາເເວັນ ຊິຕົກດິນ ຖ້າ ທະຫານ ຜູ້ໃດ ຢາກ ໄປຫາ ພວກ ນາຍພຍາບານ ກໍ ໄປໄດ້ ຂ້ອຍ ໄດ້ບອກ ພວກເຂົາ ຫ້າງຫາ ຕຣຽມພ້ອມ ໄວ້ເເລ້ວ ມື້ນີ້ ພວກເຮົາ ໄດ້ ພາກັນ ຍ່າງໄວ ເເລະ ໃຊ້ ເຫື່ອເເຮງ ຫລາຍໂພດ ເເລງມື້ນີ້ ຂ້ອຍ ຄິດຢ້ານວ່າ ເເຕ່ລະຄົນ ຄົງຈະຫລັບນອນກັນ ປານຕາຍ ພຸ້ນລະ!
  • ຫານໄຊ: ຄັນຊັ້ນ ກໍ ໄປ ກັນເທາະ! ຂ້ອຍ ຊິ ບອກ ພວກທະຫານເຂົາດອກ ໃຫ້ ພາກັນໄປຫາ ນາຍພຍາບານ ຖ້າ ມີ ບັນຫາ ດ້ານ ສຸຂພາບ
    • ເເມ່ນ ຄວາມເຈົ້າ ໃດເນາະ ຕູບນ້ອຍ ເຫລົ່ານີ້ ມັນ ເເຫນ້ນຫນາດີເເທ້ ຫລັງຄາ ກໍ ມຸງດີ ຝາກໍຖີ່ ເເລະ ກັນລົມໄດ້ດີ ເເລງມື້ນີ້ ຕ້ອງ ໄດ້ນອນ ລົງພື້ນ ເຈົ້າ ຊິ ບໍ່ ຈົ່ມວ່າ ເຈັບຫລັງ ເຈັບເເອວ ບໍລະ ເເລະ ເຈົ້າ ຈະໄດ້ນອນ ປານຕາຍ ໄດ້ບໍ່ລະ?
  • ທິວາວັນ: ເບິ່ງ ເເມ່ນ ທະຫານ ທຸກຄົນ ມີ ຣະບຽບ ຣຽບຣ້ອຍດີ ເມື່ອ ພວກ ເຂົາເຈົ້າ ເຫັນ ພວກເຮົາ ຍ່າງ ຜ່ານ ກາຍມາ ທຸກຄົນ ກໍ ລຸກ ຖາມ ສະບາຍ ພ້ອມທັງ ຍໍມືນົບ! ເຈົ້າ ຮູ້ ບໍວ່າ ປັດຈຸບັນນີ້ ຢູ່ ຮາໂນຍ ຣັຖບານ ບອກໃຫ້ ຖາມ ສະບາຍກັນ ເເບບ ປະຕິວັດ ຄື ເອີ້ນໃສ່ກັນເອົາວ່າ ສຸຂພາບ ເຂັ້ມເເຂງ ສອງ ຫາ ສາມເທື່ອ ເເລ້ວ ກໍ ຟ້າວຍ່າງກາຍກັນໄປ ເເບບ ຫ້າວຫັນ? ເພາະ ເຂົາ ວ່າ ການຍໍມື ນົບກັນນັ້ນ ມັນ ບໍ່ ເຂັ້ມເເຂງ ພຽງພໍ ເເຕ່ວ່າ ວັດວາ ອາຣາມ ບ່ອນ ຊາວພຸດ ພາກັນໄປ ນົບໄຫວ້ນັ້ນ ກໍ ຍັງ ມີ ເຫລືອໄວ້ ຢູ່ ຄຣູບາ ອາຈານ ເເລະ ພວກ ຜູ້ເຖົ້າ ທີ່ ໄປ ວັດ ໄປວາ ກໍ ໄດ້ ລີ້ໆ ລັບໆ ໄປ ທຸກຄົນ ຕ້ອງ ໄປຊອກ ພັທນາ ຫາຢູ່ ຫາກິນເອງ ເວົ້າສັ້ນໆ ເເລ້ວ ກໍ ຄືວ່າ ຕ້ອງ ໄປ ຟັງ ເພິ່ນ ເວົ້າ ການເມືອງ ຫລາຍກວ່າ ໄປ ຟັງເທດ ຢູ່ວັດ ບາງເທື່ອ ຂ້ອຍ ກໍ ເຫັນພ້ອມນໍາຢູ່ ເພາະວ່າ ເເມ່ນຍາມ ສົງຄາມ ຍາມຕໍ່ສູ້ ຂັບໄລ່ ພວກ ຈັກພັດ ເເລະ ປົດປ່ອຍ ວຽດນາມໃຕ້ ເເຕ່ວ່າ ຢູ່ ເມືອງເເຖ່ງ ( ດຽນບຽນຟູ ) ດິນເເດນ ທີ່ ຕິດ ກັບລາວນັ້ນ ຍັງ ມີ ວັດວາ ອາຣາມ ເເລະ ຊາວບ້ານ ຊາວເມືອງ ກໍ ຍັງ ຖາມ ສະບາຍກັນ ເເບບ ຍໍມືນົບກັນຢູ່ ຍັງ ບໍ່ ໄດ້ຢຸດໄດ້ເຊົາ ເຣື່ອງນີ້ ພໍ່ ຂອງ ຂ້ອຍ ເພິ່ນ ໄດ້ເລົ່າ ສູ່ ຂ້ອຍຟັງ ຈົນ ຫມົດສ້ຽງເເລ້ວ ກ່ອນຈະມາ ປະຕິບັດງານ ຢູ່ ລາວ ເພິ່ນ ຍັງ ສັ່ງບອກ ໃຫ້ ຂ້ອຍ ຖາມສະບາຍ ຄົນລາວ ໃຫ້ເພິ່ນເເດ່ ເເລະ ໃຫ້ບອກ ເຂົາເຈົ້າ ຢ່າລືມ ພີ່ນ້ອງລາວ ຊາວສິບສອງຈູໄທ ເດີ ຢ່າ ພາກັນ ລືມ ລູກຫລານ ຂຸນບູຣົມ ເດີ ໃຫ້ ໄທລາວເຮົາ ຮັກເເພງ ກັນໄວ້ ໃຫ້ດີ ເດີ! ມື້ນຶ່ງ ຖ້າຫາກ ບ້ານເມືອງດີ ຖ້າມີ ໂຊກດີ ກໍ ອາດຈະ ໄປ ຢ້ຽມຢາມ ເເລະ ໄປ ພົບເຫັນກັນໄດ້ ເພາະ ບ້ານເມືອງ ບໍ່ໄດ້ ຢູ່ໄກກັນ! ພໍ່ຂ້ອຍ ເພິ່ນ ຍັງ ເວົ້າອີກ ວ່າ ພາສາລາວ ທີ່ ເຂົາ ເອົາມາ ໃຊ້ກັນ ໃນ ປັດຈຸບັນນີ້ ຢູ່ ວຽດນາມ ຈັກເເມ່ນວ່າ ເຂົາ ໄປຊອກ ເອົາມາເເຕ່ໃສກັນເເທ້ ເພິ່ນ ວ່າ ນັກຄົ້ນຄວ້າ ວຽດ ໄດ້ເເຕ່ງ ພາສາລາວໃຫມ່ ເເບບ ເຂົາເອງ ໄດ້ຊອກເເຕ່ງ ເອົາ ຄໍາສັບລາວໃຫມ່ ໄປສອນ ໃຫ້ ພວກ ໄທລາວ ຢູ່ ທາງ ພົມເເດນລາວ ທີ່ ຕິດຕໍ່ ກັບ ພົມເເດນ ວຽດນາມ ຂ້ອຍເອງ ກໍ ບໍ່ ເຂົ້າໃຈ ເເລະ ກໍ ບໍ່ ສາມາດ ຕີ ຄວາມຫມາຍ ຂອງເພິ່ນ ອອກໄດ້ ເທື່ອເນາະ ເຖິງເເມ່ນວ່າ ຂ້ອຍ ຈະໄດ້ ຮໍ່າຮຽນສູງ ມາເເລ້ວ ກໍຕາມ ຕອນ ເມື່ອ ຂ້ອຍ ໄດ້ ໄປຮຽນ ພາສາລາວ ມາໄດ້ ໃຫມ່ໆ ເເລ້ວ ເມື່ອ ຂ້ອຍ ໄດ້ນໍາ ເອົາໄປໃຊ້ ຫັດປາກ ຫັດເວົ້າ ນໍາເພິ່ນ ເພິ່ນ ກໍ ເລີຍ ຫົວຂວັນ ຂຶ້ນ ອັກໆ ຍ້ອນ ຄໍາສັບ ເເລະ ບາງປໂຍກ ເເປກໆ ທີ່ ຂ້ອຍ ນໍາເອົາ ມາ ເວົ້າ ກັບ ເພິ່ນ! ເພິ່ນ ຫົວ ຫລາຍ ຈົນວ່າ ນໍ້າຕາອອກ! ຫລັງຈາກນັ້ນເເລ້ວ ເມື່ອ ຂ້ອຍ ມີ ໂອກາດ ຂ້ອຍ ຈຶ່ງ ໄດ້ໄປ ຫັດປາກ ຫັດເວົ້າ ຫັດຂຽນ ນໍາເພິ່ນ ກ່ອນ ຈະມາລາວ ພໍ່ຂ້ອຍ ເພິ່ນ ເປັນ ຄົນ ເເເບບ ຍັງ ບໍ່ ປະລະຖິ້ມ ຮີດເກົ່າຄອງຫລັງ ຂອງ ຊົນຊາດ ໄທລາວ

  • ເຈົ້າ ເດ! ເຄີຍ ໄດ້ຍິນ ພໍ່ເຈົ້າ ຫລື ພໍ່ຕູ້ ຂອງເຈົ້າ ເວົ້າຫຍັງ ສູ່ເຈົ້າຟັງບໍ? ຄັນຊັ້ນ ເຈົ້າວ່າ ຂ້ອຍ ປາກເວົ້າ ພາສາລາວ ພໍ ເຂົ້າໃຈ ໄດ້ບໍ່ ຫານໄຊ? ອີກປະການນຶ່ງ ຂ້ອຍ ຍັງ ໄດ້ສັງເກດ ເຫັນວ່າ ທາງຂັ້ນສູງ ຝ່າຍລາວ ເເລະ ພວກ ທີ່ ໄດ້ ມີ ໂອກາດ ໄປຮຽນ ມາຈາກ ຮາໂນຍນັ້ນ ພວກເຂົາເຈົ້າ ໄດ້ຮຽນ ປາກ ພາສາລາວ ທີ່ ທາງ ນັກຄົ້ນຄວ້າ ວຽດ ໄດ້ ພາກັນ ຊອກເເຕ່ງ ໃຫມ່ຂຶ້ນມາ ເເລະ ກໍ ຍັງ ບອກໃຫ້ ປະຊາຊົນ ໂດຍ ສະເພາະ ກໍ ເເມ່ນ ຢູ່ ທາງ ເບື້ອງ ພົມເເດນ ຕິດ ກັບ ລາວ ເເຕ່ ເຫນືອ ຕລອດ ໃຕ້ ເເລະ ຮີບດ່ວນ ທີ່ສຸດ ກໍ ເເມ່ນ ຢູ່ ໃນ ດິນລາວ ບ່ອນ ເສັ້ນທາງ ທີ່ ມີ ຊື່ວ່າ ເສັ້ນທາງ ປະທານ ໂຮຈິມິນ ປະຊາຊົນ ໃນ ເເຖບຖິ່ນນີ້ ຕ້ອງ ຮໍ່າຮຽນເອົາ ພາສາລາວ ທີ່ ໄດ້ ຄົ້ນຄວ້າ ມານັ້ນ ໃຫ້ໄດ້ຫມົດ ທຸກຜູ້ທຸກຄົນ ຂ້ອຍຍັງ ໄດ້ຍິນ ອີກວ່າ ເພິ່ນ ຍັງ ມີ ໂຄງການ ຈະໃຊ້ ຢູ່ ໃນ ຂັ້ນ ຍາວນານ ອັກສອນ ລາເເຕງ ເເທນ ອັກສອນສາດລາວ ທີ່ ໃຊ້ ໃນ ປັດຈຸບັນ ທຸກສິ່ງຢ່າງ ກໍ ຄື ຈະ ເປັນໄປ ເເບບດຽວ ຮູບດຽວ ກັບ ອັກສອນ ວຽດນາມ ເພາະ ເເຕ່ ສມັຍກ່ອນ ເພິ່ນ ກໍ ເຄີຍ ໃຊ້ ຕົວອັກສອນ ຄືກັບ ຕົວຫນັງສື ຂອງ ພວກຊາວຈີນເຂົາ ຫັ້ນຕົວະ ເເມ່ນບໍ?
  • ຫານໄຊ: ຄົນລາວ ພາສາລາວ ຄໍາເວົ້າລາວ ທີ່ ໄດ້ ມີມາ ຈົນຮອດ ປັດຈຸບັນ ມັນກໍຈົບງາມ ດັ່ງນີ້ເເລ້ວ ທິວາວັນ! ເຈົ້າ ປາກເວົ້າ ພາສາລາວ ກໍ ຄື ຄົນລາວ ປາກເວົ້າ ຫັ້ນເເລ້ວ ເພາະວ່າ ເຈົ້າ ໄດ້ຮໍ່າຮຽນເອົາ ນໍາພໍ່ ຂອງເຈົ້າ ທີ່ ເປັນ ໄທລາວ ຊາວ ສິບສອງຈູໄທ ຖ້າຫາກວ່າ ເຈົ້າ ເອົາ ພາສາ ທີ່ ເຈົ້າ ຮຽນ ຢູ່ ໂຮງຮຽນ ມາເວົ້າ ກັບ ຂ້ອຍ ຂ້ອຍ ອາດຈະເຂົ້າໃຈ ເຈົ້າຍາກຢູ່ ຫັ້ນລະ ຂ້ອຍ ເຂົ້າໃຈ ດີໆ ກ່ຽວກັບ ພວກ ຄົນລາວ ຢູ່ ພົມເເດນ ປັດຈຸບັນ ກ່ຽວກັບ ວັດວາ ອາຣາມ ກໍ ເປັນ ເຊັ່ນດຽວກັນ ຫັ້ນເເລ້ວ ຢູ່ ໃນ ເຂດ ປົດປ່ອຍ ຢູ່ ໃນ ກອງພັນຣົບ ທີ່ ກ້າຫານ ທີ່ ຂ້ອຍ ບັນຊາການ ພວກເຂົາເຈົ້າ ເຂົ້າໃຈດີ ຄື ກັນກັບຂ້ອຍ ເຂົາ ຍໍມືນົບ ເມື່ອ ເຂົາຖາມ ສະບາຍ ພວກເເຂກຄົນ ທີ່ ມາຢ້ຽມຢາມ ເເບບ ມີ ມາຣະຍາດ ດີ ທີ່ສຸດ ເເລະ ພວກເຂົາ ໄດ້ຊອກ ເຂົ້າໃຈດີ ທຸກຢ່າງ ພວກເຂົາ ຫມົດທຸກຄົນ ຈະປະຕິບັດ ຕໍ່ໄປ ດັ່ງນີ້ ຄືດັ່ງ ຄົນລາວ ທີ່ ເຄີຍ ໄດ້ ປະຕິບັດ ຕໍ່ໆ ກັນມາ ຈົນຮອດລຸ້ນ ຂອງ ພວກຂ້ອຍ ຫັ້ນລະ ທີວາວັນ ຂ້ອຍ ເຂົ້າໃຈ ເຈົ້າດີ ກວ່າເກົ່າ ເເລ້ວ ຂ້ອຍ ກໍ ຢາກຖາມເຈົ້າວ່າ ຂ້ອຍ ຄື ບໍ່ເຫັນ ທ່ານຫມໍ ທີ່ ເປັນ ເຊື້ອສາຍ ວຽດເເທ້ໆ ເຂົ້າມາ ປະຕິບັດງານ ຢູ່ ລາວ ຄືກັນ ກັບເຈົ້າ ລະ?

ກ່ຽວກັບ ເຣື່ອງ ພາສານີ້ ຫານໄຊ ໄດ້ອົດກັ້ນ ຄໍາຕອບ ເອົາໄວ້ ເພາະ ມັນ ເປັນ ໂຄງການ ຂອງ ສະຫະພັນ ອິນໂດຈີນ ເເລະ ອີກປະການນຶ່ງ ເຂົາ ກໍ ຍັງ ບໍ່ ທັນ ຮູ້ ເເລະ ເຂົ້າໃຈດີ ພຽງພໍ ໃນ ເຈຕນາ ຍຸທວິທີ ເເລະ ຍຸທສາດ ອັນເເທ້ຈິງ ທີ່ ທິວາວັນ ອາດຈະນໍາ ເອົາມາໃຊ້ ເປັນ ເເຜນ ເຊື່ອງຊ້ອນ ກັບ ຕົນເອງ ໃນ ຄັ້ງນີ້ ເມື່ອ ເຂົາ ໄດ້ຍິນ ທິວາວັນ ກ່າວເຖິງ ພໍ່ ເເລະ ພໍ່ຕູ້ ຂອງເຂົາ ເເລ້ວນັ້ນ ມັນ ໄດ້ພາ ໃຫ້ ຫານໄຊ ເກີດ ມີ ຄວາມສະອຶ້ນ ຂຶ້ນ ເປັນຢ່າງຍິ່ງ ໃນ ສ່ວນເລິກ ຂອງ ຈິດໃຈ ເປັນຫຍັງ ທິວາວັນ ຈຶ່ງ ຊ່າງເວົ້າໄດ້ ຖືກຈິດໃຈ ຂອງ ເຂົາເເທ້ ເເລະ ກໍ ເເມ່ນ ເທື່ອ ທໍາອິດ ທີ່ ໄດ້ຍິນ ຜູ້ຍິງສາວ ເວົ້າເລິກຊຶ້ງ ຈົນ ສາມາດ ສ່ອງຊຶມ ເຂົ້າໄປໄດ້ ໃນ ຈິດໃຈ ຂອງເຂົາ

  • ທິວາວັນ: ເຣື່ອງ ທີ່ ເຈົ້າ ຖາມ ຂ້ອຍ ມາ ກ່ຽວກັບ ທ່ານ ຫມໍວຽດນັ້ນ ຕັ້ງເເຕ່ໃດມາ ຈະເປັນ ພວກ ທະຫານ ຫລື ທ່ານຫມໍ ຫລື ພວກ ພຍາບານ ກໍດີ ທາງໂຄງການ ອິນໂດຈີນ ເພິ່ນ ໃຫ້ ພວກ ຊົນເຜົ່າ ເເລະ ໄທລາວ ເເຫ່ງ ສິບສອງຈຸໄທ ໄປກ່ອນ ຫມູ່ ຈະ ຢູ່ ວຽດນາມໃຕ້ ຫລື ຢູ່ ໃນ ລາວ ກໍດີ ສ່ວນວ່າ ພວກຫມໍວຽດນັ້ນ ເຂົາ ປະຕິບັດງານ ຢູ່ ໂຮງພຍາບານ ທີ່ ເມືອງ ຮາໂນຍ?

ຫມໍ ທິວາວັນ ຢືນຢັນ ຄວາມເປັນຈິງ ວ່າ ສະຫະພັນ ອິນໂດຈີນ ໄດ້ສົ່ງ ພວກນັກຣົບ ທີ່ ເປັນ ຊົນຊາດ ຊົນເຜົ່າ ເຂົ້າມາ ສູ້ຣົບ ຢູ່ໃນລາວ ເພື່ອມາ ຕາຍເເທນ ພວກ ທະຫານ ທີ່ ມີ ເຊື້ອ ເປັນ ຄົນ ວຽດນາມເເທ້ ຫານໄຊ ກໍເຄີຍ ໄດ້ເວົ້າ ເຣື່ອງນີ້ ສູ່ ສຸກໃຈ ເເລະ ໄພວັນ ໃຫ້ຮູ້ ນໍາກັນ ເເລ້ວ

ບ່ອນຢູ່

  • ຫານໄຊ: ທີວາວັນ ພວກເຮົາ ກໍ ໄດ້ຍ່າງເລາະ ຈົນ ສຸດອ້ອມຄ້າຍ ນັກຣົບ ທຸກຄົນ ມີ ທັງ ມາຣະຍາດດີ ເເລະ ຂັວນກໍາລັງໃຈດີ ພາກັນ ຍ່າງອ້ອມ ກັບຄືນ ໄປ ຕູບ ກັນເທະ! ເພາະ ຕ້ອງ ໃຫ້ ມີເວລາ ເຮັດ ຄວາມສະອາດ ເເລະ ກິນເເລງ ກ່ອນຄໍ່າ
  • ທິວາວັນ: ດີ ຄືກັນ ໄປ໋໋! ພາກັນ ກັບຄືນ ກະດີ ເພາະ ຂ້ອຍ ຍັງ ມີ ເຣື່ອງ ປັອກໆ ເເປັກໆ ມ້ຽນຖົງເປ້ເຄື່ອງ ຂ້ອຍຢູ່ ເອີ! ຂ້ອຍ ຢາກຖາມ ເຈົ້າ ວ່າ ໃນຂັ້ນ ຕໍ່ໄປ ກໍ ຍັງ ຈະ ມີ ຕູບ ໃຫ້ ພວກ ທະຫານນອນ ຄື ດັ່ງດຽວກັນ ນີ້ບໍ?
  • ຫານໄຊ: ຈົນຮອດ ໂພນສວັນ ເເລະ ຢູ່ ໃກ້ໆ ກັບ ທົ່ງໄຫຫີນ ກໍ ຍັງ ມີ ຄ້າຍລັບ ນ້ອຍໆ ອີກຢູ່ ເເຕ່ວ່າ ເລີ້ມ ຕັ້ງເເຕ່ ທົ່ງໄຫຫີນ ຫາ ບ້ານນາ ເເລ້ວ ເເມ່ນວ່າ ບໍ່ ມີ ຕູບ ຄືກັບ ບ່ອນນີ້ອີກ ເພາະ ເປັນ ເຂດ ທີ່ ຢູ່ ໃ ກ້ ກັບ ເຂດ ຂອງ ສັດຕຣູ ເຂົ້າໄປຫລາຍເເລ້ວ ຢ່າລືມວ່າ ພວກສັດຕຣູ ເຂົາ ມີ ເຄື່ອງບິນ ສັງເກດການ ທີ່ ອອກບິນ ປະຕິບັດ ງານ ຫລາຍຖ້ຽວ ຕໍ່ວັນ ມີ ເເຕ່ ມື້ ວັນເສົາ ວັນອາທິດ ຍາມກາງຄືນ ຫລື ຍາມ ທີ່ ມີ ອາກາດ ບໍ່ດີ ມີ ຫມອກກຸ້ມກົ້ວ ມືດມົວ ມີ ຝົນຕົກຫນັກ ດັ່ງນີ້ລະ ທີ່ ພວກເຂົາ ບໍ່ ອອກ ໄປເຮັດວຽກ ສະນັ້ນ ຕໍ່ໄປນັ້ນ ຄົງ ຈະ ມີ ພຽງເເຕ່ ບ່ອນເຊື່ອງຊ້ອນ ທີ່ ລັບສຸດ ໃຊ້ໄວ້ ເພື່ອ ເກັບມ້ຽນ ເຄື່ອງຂອງ ຫນັກ ທີ່ ບໍ່ ຈໍາເປັນ ເເລະ ບໍ່ ໄດ້ໃຊ້ ໃນ ການເຂົ້າສູ້ຣົບ ກ່ອນຈະເຂົ້າ ປະຕິບັດງານ ເເບບສາຍຟ້າເເລບ ພວກ ນັກຣົບ ຕ້ອງ ຖືເອົາ ເເຕ່ ເຄື່ອງອາວຸດ ສໍາຄັນ ໄປນໍາ ຫລັງຈາກນັ້ນ ພວກເຂົາ ກໍ ຫລົບຖອຍ ກັບຄືນມາ ດ້ວຍ ຄວາມປອດພັຍ ເພື່ອ ເກັບ ຮວມເອົາ ເຄື່ອງຂອງ ທີ່ ໄດ້ ປະໄວ້ ໃນ ທີ່ນັ້ນ ຄືນຫມົດ ຈຸດເຊຶ່ອງຊ້ອນນີ້ ສ່ວນຫລາຍ ກໍ ຢູ່ ບໍ່ ຫ່າງໄກ ກັບ ຈຸດເປົ້າຫມາຍ ຊຶ່ງ ອາດ ເເມ່ນ ການບຸກໂຈມຕີ ປ້ອມ ຮັກສາການ ຂອງ ສັດຕຣູ ການດັກສະກັດ ການຫລອນຕີ ສັດຕຣູ ດັ່ງນີ້ ເປັນຕົ້ນ ຢູ່ໃກ້ ກັບ ເປົ້າຫມາຍ ຍາມກິນ ຍາມນອນ ບ່ອນຢູ່ ບ່ອນນອນ ເວລາກິນ ເວລານອນ ນັ້ນ ຍ່ອມ ມີ ນ້ອຍ ທີ່ສຸດ ຕ້ອງ ໄດ້ ຢູ່ ໃນ ທ່າ ຣະມັດຣະວັງ ຢູ່ທຸກຍາມ ຫລືບໍ່ດັ່ງນັ້ນ ກໍ ຕ້ອງ ໄດ້ ປ່ຽນຜ້ຽນກັນຢູ່ ປ່ຽນກັນກິນ ປ່ຽນກັນພັກເຊົາ ເພື່ອ ໃຫ້ ສອດຄ່ອງ ກັບ ສະພາບການ ອໍານວຍ ຂອງ ຫນ້າດິນ ບ່ອນ ທີ່ ມີ ຄວາມປອດພັຍ
  • ທິວາວັນ: ຖ້າຫາກວ່າ ຂ້ອຍ ເຂົ້າໃຈ ເຈົ້າດີ ຕາມ ຄໍາອະທິບາຍ ຂອງເຈົ້າ ຕູບ ເເຫ່ງນີ້ ກໍ ຄື ບ່ອນຢູ່ ບ່ອນນອນ ທີ່ ຍັງ ຢູ່ ໃນ ຂັ້ນ ສະພາບອໍານວຍ ກ່ອນ ຈະໄປ ປະເສີນຫນ້າ ກັບ ບ່ອນພັກເຊົາ ທີ່ ຄັດເຄັ່ງ ກວດຂັນ ກັນດານ ຢູ່ ໃນ ເຂດ ການສູ້ຣົບ ເເມ່ນບໍ? ຫານໄຊ ຄໍ່າຄືນ ມື້ເເລງນີ້ ຂ້ອຍ ຂໍໄປນອນ ໃນ ຕູບດຽວ ກັບເຈົ້າ ໄດ້ບໍ ເພາະ ກ່ອນ ຈະນອນ ຂ້ອຍ ຢາກ ຈະລົມ ກັບເຈົ້າ ຈັກເລັກ ຈັກຫນ່ອຍ?
  • ຫານໄຊ: ບໍ່ເປັນຫຍັງ ຖ້າ ເຈົ້າ ຫາກ ບໍ່ລັງກຽດ ເເຕ່ ເຈົ້າ ໄດ້ເວົ້າໄປວ່າ ມື້ເເລງນີ້ ຄື ຈະນອນຫລັບ ປານຕາຍ! ເຈົ້າ ບໍ່ ສາມາດ ນອນຫລັບ ຈົນປານຕາຍ ເເລະ ລົມກັບຂ້ອຍ ໄປນໍາ ພ້ອມໆກັນ ເເມ່ນບໍ? ຢ່າລືມວ່າ ມັນ ຕ້ອງ ໄດ້ ເເຫຍ້ກັນນອນ ເພາະ ຕູບ ມັນ ໂລດນ້ອຍ ເອົາເເທ້ໆ
  • ທິວາວັນ: ຢູ່ ໃກ້ໆ ກັບ ເຈົ້າ ຂ້ອຍ ບໍ່ນອນ ຫມົດຄືນ ກໍຍັງໄດ້! ຫລືວ່າ ຂ້ອຍ ປະປ່ອຍ ໃຫ້ ຂ້ອຍ ນອນຫລັບ ປານຕາຍ ຢູ່ ໃກ້ກັບເຈົ້າ ກໍ ເເຫ່ງ ຍິ່ງດີ ເພາະຂ້ອຍ ຈະ ມີ ຄວາມປອດພັຍ ເເລະ ຝັນດີ ປານໄດ້ຂຶ້ນສັວນ ຍາມ ຫລັບນອນ ໃນ ຕູບນ້ອຍ ທີ່ ເປັນຫນ້າຮັກ

ບ່ອນກິນ

ເມື່ອ ພວກເຂົາ ໄປຮອດ ຕູບ ນາຍຫມູ່ ສິງທອງ ກໍ ໄດ້ຕຣຽມ ຫ້າງຫາ ພາເຂົ້າເເລງ ໄວ້ລໍຖ້າ ຢູ່ເເລ້ວ ເຂົາ ໄດ້ ເອົາ ເຄື່ອງກິນ ຈັດວາງໄວ້ ເປັນ ຣະບຽບ ຢູ່ ເທິງ ບົນຫນ້າ ສະເເນນ ທີ່ ຕັ້ງໄວ້ ຢູ່ ຕໍ່ຫນ້າ ຕູບ ຂອງ ຫານໄຊ ເເລະ ທິວາວັນ

  • ທິວາວັນ: ດີ ຄືກັນ ຂ້ອຍ ກໍ ເລີ້ມ ຫິວ ເເດ່ເເລ້ວ ນ້ອຍນຶ່ງ ມາຟ້າວກິນຟ້າວນອນ ກັນເທາະ ເພາະ ມັນ ໃກ້ ຈະຄໍ່າລົງເເລ້ວ ໂອ! ຂອງກິນນີ້ ຄື ຊິເເຊບ ຫລາຍເນາະ! ຫານໄຊ ຊ່ວຍ ອະທິບາຍ ເຄື່ອງກິນ ເເຕ່ລະເຍື່ອງ ໃຫ້ຂ້ອຍ ຟັງເເດ່ ໄດ້ບໍ?
  • ຫາຍໄຊ: ອັນນີ້ ເເມ່ນ ຕິບເຂົ້າ ປີ້ງໄກ່ປ່າ ເເຈ່ວໂອດ ນໍ້າເຜິ້ງ ຈີ່ຫນັງເເຫ້ງ ເເລະ ບັ້ງນໍ້າດື່ມບັ້ງນຶ່ງ ສໍາລັບ ສອງຄົນ ດື່ມນໍ້າ ບັ້ງດຽວ ຮ່ວມກັນ ບໍ່ເປັນຫຍັງຕິເນາະ! ທິວາວັນ ຂ້ອຍຖາມ ເຈົ້າ ກ່ອນ ເພາະ ເຈົ້າ ເປັນ ທ່ານຫມໍ?
  • ທິວາວັນ: ດື່ມນໍ້າ ບັ້ງດຽວກັບເຈົ້າ ກໍ ເເຫ່ງດີ ລະຕິ ຂ້ອຍວ່າ ມັນ ບໍ່ ມີ ບັນຫາ ຫຍັງ ດອກ ຫານໄຊ! ເຈົ້າ ດື່ມນໍ້າກ່ອນ ຫລື ຈະໃຫ້ ຂ້ອຍ ດື່ມນໍ້າ ກ່ອນເຈົ້າ ກໍ ບໍ່ເຫັນວ່າ ຈະມີ ການປ່ຽນເເປງຫຍັງ? ບັນຫາ ກໍ ມີ ພຽງເເຕ່ວ່າ ເມື່ອ ໄດ້ ດື່ມນໍ້າເເລ້ວ ມັນ ຈະເເຊບ ຈະອີ່ມດີ ເເກ້ຫິວໄດ້ດົນ ຫລື ບໍ່? ການອົດຫິວນໍ້າ ດົນນັ້ນ ມັນ ເຮັດ ໃຫ້ ຮ່າງກາຍ ຂອງເຮົາ ຮຽກຮ້ອງ ເເລ້ວ ພາໃຫ້ ເກີດປັ່ນປ່ວນ ທາງ ມັນສມອງ ຂຶ້ນໄປ ໃນ ທາງ ທີ່ ບໍ່ດີ ເເກ່ ສຸຂພາບ ຫານໄຊ ຂ້ອຍ ບອກ ເຈົ້າ ດ້ວຍ ຄວາມຈິງໃຈ ວ່າ ມື້ນີ້ ຂ້ອຍ ໄດ້ໃຊ້ ເຫື່ອເເຮງ ຍ່າງ ຫລາຍພໍສົມຄວນ ເເລະ ຂ້ອຍ ກໍ ຢາກນໍ້າ ຫລາຍເເທ້ ໃດ? ຂ້ອຍ ຄິດວ່າ ຫລັງຈາກ ທີ່ ໄດ້ ດື່ມນໍ້າ ກິນເເຈ່ວໂອດ ເເລະ ກິນຫນັງຈີ່ເເລ້ວ ຂ້ອຍ ຄົງ ຈະ ມີເເຮງຂຶ້ນ ເເລະ ອາດຈະ ມັກ ເເລະ ຢາກກິນມັນ ໄປເລີຍໆ ຕີເນາະ ຫານໄຊ! ຂ້ອຍ ຊິ ຊີມມັນເບິ່ງ ດຽວນີ້ເເລະ! ໂອຍ! ຈັ່ງເເມ່ນ ມັນເເຊບເເທ້ໆ! ຫນັງເເຫ້ງ ກໍ ເເຊບເເທ້ ເເຕ່ວ່າ ຕ້ອງ ມີ ເເຂ້ວດີ ຢ່າສຸຢ້ານເເຂ້ວຫັກ ກໍເເລ້ວກັນ ເພາະ ຂ້ອຍ ມີ ຫມໍປົວເເຂ້ວ ທີ່ ເປັນ ຊາວວຽດ ຮ່ວມ ມານໍາ ພວກຄນະ ຫມໍເເຂ້ວ ຄົນນີ້ ເຂົາ ມີ ຄວາມຊໍານານ ໃນ ການໃສ່ເເຂ້ວປອມ ໃຫ້ ຄົນເຈັບເເຂ້ວ ມາເເລ້ວ ຫລາຍລາຍ

ເມື່ອ ໄດ້ ອະທິບາຍ ເຄື່ອງກິນ ໃຫ້ ທິວາວັນ ຟັງ ເເລ້ວ ຫານໄຊ ເລີຍ ຄິດໄປຫາ ພວກ ຊ່ຽວຮັກ ໄພວັນ ເເລະ ສຸກໃຈ ເຂົາເອງ ກໍ ຍັງ ບໍ່ ໄດ້ ອະທິບາຍ ໃຫ້ ຫມູ່ ທັງສອງ ຮູ້ນໍາວ່າ ເປັນຫຍັງ ເຂົາ ຈຶ່ງ ມັກ ກິນ ຫນັງຈີ່ຫນັງເຜົາ ເເລະ ເເຈ່ວໂອດ ອີກປະການນຶ່ງ ຜູ້ ເປັນ ຄູ່ຊີວິດ ຂອງເຂົາ ຢູ່ ໃນ ປັດຈຸບັນນີ້ ກໍ ຍັງ ເປັນ ຊ່າງ ທີ່ ຮູ້ ເຮັດ ເເຈ່ວໂອດ ອັນ ມີ ມີ ຣົດຊາດ ເເຊບດີ ເເລະ ຮູ້ ເຮັດ ຫນັງເເຫ້ງ ເເຊບນົວດີ ຈົນວ່າ ມີ ຊື່ສຽງ ຢູ່ ໃນ ຫມູ່ບ້ານ ພູກູ່ ເເລະ ຫນັງເເຫ້ງ ຍັງໄດ້ ຖືກ ນໍາສົ່ງ ຕໍ່ອອກ ໄປຂາຍ ຮອດ ຢູ່ ໃນ ທ້ອງຕລາດ ນີ້ລະນໍ ອັນວ່າ ເສັ້ນທາງ ຈຸຈອດ ຂອງ ຜູ້ຍິງ ສອງຄົນ ທີ່ ບໍ່ ເຄີຍຮູ້ເຫັນກັນ ເພາະ ທັງສອງ ຕ່າງຄົນ ຕ່າງຢູ່ ຄົນລະສມັຍ ເເຕ່ວ່າ ດ້ວຍເຫດໃດ ຜູ້ນຶ່ງ ຈຶ່ງ ມີ ຄວາມຄິດເວົ້າ ເເລະ ອີກຜູ້ນຶ່ງ ຈຶ່ງ ມີ ຄວາມຄິດ ເປັນ ຊ່າງເຮັດຊ່າງທໍາ ຢູ່ ໃນ ເຣື່ອງ ອັນດຽວ ຄືກັນໄດ້ ? ເເຈ່ວໂອດ ເເລະ ຫນັງຈີ່ຫນັງເຜົາ ເປັນ ຄວາມມັກ ເເລະ ຄວາມຮັກ ຮ່ວມ ອັນດຽວ ຂອງ ທັງສາມຄົນ ສາມຊີວິດ ຫານໄຊ ສ້ອຍຟ້າ ຄູ່ຊີວິດ ເເລະ ທິວາວັນ ທີ່ ເຂົາ ຍັງ ຄຶດເຖິງ ຢູ່ບໍ່ເຊົາ? ຖ້າຫາກ ມີ ໂອກາດ ໄດ້ ໄປຖາມ ຄວາມເຫັນ ຂອງ ສຸກໃຈ ເຂົາ ຄົງ ຈະໃຫ້ ຄໍາຕອບ ອັນເເຈ້ງຂາວ ຕື່ມອີກວ່າ ຍິງ ຄົນນຶ່ງ ຄື ນາງ ສ້ອຍຟ້າ ໄດ້ກາຍມາເປັນ ຄູ່ຊີວິດ ເເລະ ອີກຄົນນຶ່ງ ຄື ທິວາວັນ ໄດ້ກາຍເປັນຄູ່ຮ່ວມ ຜະຈົນພັຍ ເປັນ ທີ່ ຖືກອົກ ຖືກໃຈ ເເລະ ຍັງ ຊ່ວຍ ໃຫ້ ຄວາມຄິດ ຫານໄຊ ໃຫ້ຮູ້ ເຫັນເເຈ້ງຂຶ້ນ ກ່ຽວກັບ ການພົວພັນ ອັນເເທ້ຈິງ ຣະຫວ່າງ ຄໍນຶ່ງ ນໍນຶ່ງ ປໍນຶ່ງ ທໍນຶ່ງ ລໍນຶ່ງ ເເລະ ຣັຖບານ ຮາໂນຍ ຖ້າ ພໍ່ຕູ້ ຂອງ ໄພວັນ ຍັງ ມີ ຊີວິດຢູ່ ລາວ ຄົງ ຈະ ຕອບວ່າ ທັງສາມຄົນ ມີ ກັມ ຮ່ວມກັນ ເເລະ ມັນ ກໍ ເປັນ ການດີເເລ້ວ ທີ່ ຫານໄຊ ໄດ້ ສ້ອຍຟ້າ ມາ ເປັນ ຄູ່ຊີວິດ ຄວາມຄຶດ ຊ່ວຍ ພາໃຫ້ ເຂົາ ໄດ້ກັບຄືນໄປ ສໍາຣວດ ກວດຄືນໄດ້ ໃນ ທຸກມຸມ ທຸກເເຈ ເປີດໄຂເບິ່ງ ຫີບເເລະຕູ້ ທຸກຫນ່ວຍ ທີ່ ເປັນ ບ່ອນ ເກັບມ້ຽນ ຂໍ້ມູນເດີມ ຂອງ ທຸກສິ່ງຢ່າງ ທີ່ ເຂົາ ໄດ້ເວົ້າໄປ ເເລະ ໄດ້ເລົ່າໄປ ຄວາມຄຶດ ອັນ ທີ່ ເປັນ ຂໍ້ຄໍາ ຂໍາງາມນີ້ ຈະຊ່ວຍໃຫ້ ເຂົາ ຮູ້ເຫັນ ຊີວິດ ເເລະ ເຫດການ ທີ່ ຜ່ານມາເເລ້ວນັ້ນ ເເຈ້ງຂຶ້ນຫລາຍອີກ ອັນ ທີ່ ຈະຊ່ວຍ ໃຫ້ເຂົາ ມີ ຫົວຄິດ ເເຈ້ງໃສ ມີ ສະຕິ ເຫລື້ອມໃສ ວ່ອງໄວຂຶ້ນ ກ່ວາເກົ່າ ຄວາມຄຶດ ທີ່ ເປົ່າໃສສວ່າງ ທີ່ ມີ ຄວາມສັດຊື່ ອັນເເທ້ຈິງນີ້ ໄດ້ຊ່ວຍ ໃຫ້ ຫານໄຊ ເຫັນ ຮູບພາບ ຂອງ ສມັຍ ທັງສອງ ທີ່ ຕໍ່ຕິດໃສ່ກັນ ຕິດເເປະຢູ່ ໃກ້ໆ ຮຽງກັນ ຄືກັບຮູບອັນນຶ່ງ ທີ່ ເຂົາ ຮັກ ສຸດຫົວໃຈ ເເລະ ອີກຮູບນຶ່ງ ທີ່ ເຂົາ ຍັງ ມັກ ຄຶດເຖິງ ຢູ່ບໍ່ຫາຍ ເຣື່ອງ ອະນາຄົດ ຂອງເຂົາ ເເຕ່ກ່ອນກີ້ ໄດ້ກາຍ ມາເປັນ ເຣື່ອງຈິງ ທີ່ ພວມ ກໍາລັງ ເກີດມີຂຶ້ນ ຢູ່ ໃນ ເຣື່ອງປັດຈຸບັນ

  • ຫານໄຊ: ຢູ່ ເເນວຫນ້າ ນັກຣົບ ມັກກິນ ຫນັງຈີ່ ເພາະມັນ ໄດ້ ຫຍໍ້າດົນ ເເລະ ຊ່ວຍ ເເກ້ຫິວ ໄດ້ ດີເລີດ ໃນ ຍາມ ຈໍາເປັນ ກິນເຂົ້າຫນຽວ ກັບ ປີ້ງໄກ່ປ່າ ເເລະ ຄຸ້ຍເເຈ່ວໂອດ ເກີນວ່າມັນເເຊບ ເເທ້ໆ! ບັດໃກ້ຊິອີ່ມ ຢ່າລືມເອົາ ຄໍາເຂົ້າ ຈໍ້ານໍ້າເຜິ້ງ ເເມ່ນນໍ້າເຜິ້ງ ທີ່ ພວກຊາວບ້ານ ໄດ້ໄປຊອກ ເກັບເອົາມາໄດ້ ເເຕ່ ເທິງຫນ້າຜາ ຂອງ ຫົວພູ ທີ່ ສູງ ກວ່າຫມູ່ ຢູ່ ໃນ ຂົງເຂດ ບໍຣິເວນ ອ້ອມ ເມືອງ ວຽງໄຊ ເເຫ່ງນີ້
  • ທິວາວັນ: ມັນເເຊບ ກໍ ເພາະວ່າ ເເມ່ເຜິ້ງ ມັນ ໄປຊອກ ໄດ້ ນໍ້າເກສອນ ດອກໄມ້ ທີ່ ສົດດີ ຫານໄຊ ກ່ອນ ຈະອີ່ມ ເຮົາ ມາເອົາ ຄໍາເຂົ້າ ຜູ້ລະຄໍາ ຈໍ້າ ນໍ້າເຜິ້ງ ພ້ອມກັນກິນຊໍ້າອີກ ຄໍານຶ່ງ ຈະດີ ບໍ?
  • ຫານໄຊ: ເອີ ກະດີຄືກັນ! ເເຕ່ ຢ່າລືມ ຄຶດ ເເລະ ຄິດ ເຖິງ ຄວາມດີ ຂອງ ພວກ ຊາວບ້ານ ທີ່ ໄດ້ ໄປຊອກຫາ ເອົາມາ ໃຫ້ກິນ ພ້ອມທັງ ຕ້ອງຄິດ ຂອບໃຈ ພວກ ຊ່າງຄົວກິນ ອີກດ້ວຍ ເເມ່ນບໍ? ຂອບໃຈ ຄໍາສເນີ ຂອງ ທິວາວັນ ຄໍາເຂົ້າ ຈໍ້ານໍ້າເຜິ້ງ ພ້ອມກັນ ຄໍານີ້ ຈັ່ງເເມ່ນວ່າ ມັນເເຊບ ເອົາເເທ້

ບ່ອນ ຫລັບນອນ

ຄໍ່າຄືນ ຂອງ ວັນນັ້ນ ບໍ່ ຫນາວຫລາຍ ພໍປານໃດ ທິວາວັນ ໄດ້ເຂົ້າໄປນອນ ຢູ່ ຮ່ວມຕູບດຽວ ກັບ ຫານໄຊ ທິວາວັນ ເເລະ ຫານໄຊ ໄດ້ຮູ້ ເເລະ ເຂົ້າໃຈກັນດີ ຫລາຍຂຶ້ນ ຫານໄຊ ໃຫ້ ການນັບຖື ທິວາວັນ ເປັນຢ່າງດີ ບໍ່ເເມ່ນ ການນັບຖື ໃນ ຈິດໃຈ ທີ່ ວ່າ ທິວາວັນ ມາຈາກ ຮາໂນຍ ເເຕ່ ເເມ່ນ ການນັບຖື ສ່ວນຕົວ ບຸກຄົນ ໃຫ້ເເກ່ ທິວາວັນ ຫານໄຊ ຮູ້ດີວ່າ ການນັບຖື ຊຶ່ງກັນເເລະກັນ ນັ້ນ ເເມ່ນ ການກ້າປາກກ້າເວົ້າ ຢ່າງໂລ່ງອົກໂລ່ງໃຈ ນໍາກັນ ໃນ ສິ່ງ ທີ່ ສໍາຄັນ ເເລະ ທີ່ ເປັນ ປໂຍດຮ່ວມກັນ ຣະຫວ່າງ ທັງສອງກໍ້າສອງຝ່າຍ ທິວາວັນ ນັບຖື ຫານໄຊ ຄືກັບ ຫານໄຊ ນັບຖື ທິວາວັນ

ນອນເດິກ

  • ທິວາວັນ: ຫານໄຊ ຂ້ອຍ ດີອົກດີໃຈ ທີ່ ເຈົ້າ ໃຫ້ ຄວາມນັບຖືຂ້ອຍ ເປັນຢ່າງດີ ເເລະ ຕາມ ທັມມະດາ ສາມັນ ເເລ້ວ ພວກເຮົາ ໄດ້ເເວົ້າລົມກັນ ຄືກັບວ່າ ເຄີຍ ໄດ້ ຮູ້ກັນມາເເລ້ວ ເເຕ່ເຫິງນານ ເເມ່ນບໍ? ເເຕ່ ຂ້ອຍ ກໍ ຍັງ ສັງເກດເຫັນຢູ່ວ່າ ພວກຫົວຫນ້າ ຂັ້ນສູງ ຂອງ ຝ່າຍລາວ ທີ່ ວຽງໄຊ ນີ້ ຍັງ ມີ ຄວາມຣະມັດຣະວັງ ຫລາຍໂພດ ຄື ພວກເພິ່ນ ບໍ່ ກ້າເວົ້າ ກ້າປາກ ຢ່າງ ສະບາຍໃຈ ເມື່ອ ພວກເພິ່ນ ຢູ່ ຕໍ່ຫນ້າ ຜູ້ຕ່າງຫນ້າ ຂັ້ນສູງ ຂອງ ວຽດນາມ ທີ່ ມາຈາກ ຮາໂນຍ ເປັນຫຍັງ ພວກເພິ່ນ ຈຶ່ງ ບໍ່ ກ້າ ໃຊ້ ທ່າທີ ສເມີພາບ ຄືກັນ ກັບເຈົ້າ?
  • ຫານໄຊ: ຖ້າຫາກຂາດ ຄວາມເຊື່ອໃຈ ໃນ ຕົນເອງ ມັນ ກໍ ເປັນ ຄືດັ່ງ ເຈົ້າ ເວົ້າໄປ ຫັ້ນເເລ້ວ! ການກ້າເວົ້າ ເເບບ ຕົກນໍ້າຫົວພຽງກັນ ຫລື ເເບບ ມີ ເອກພາບ ເທົ່າທຽມກັນນັ້ນ ມັນ ຍ່ອມ ຂຶ້ນກັບ ຄວາມສາມາດ ທີ່ ຕົນ ມີເອງ ໂດຍ ອີງໃສ່ ຈິດໃຈ ຕົນເອງ ການເປັນຕົນເອງ ນັ້ນເເລ! ຢູ່ຕໍ່ຫນ້າເຈົ້າ ຫລືວ່າ ຢູ່ຕໍ່ຫນ້າ ພວກ ນາຍທະຫານ ຂັ້ນສູງ ຂອງ ວຽດນາມ ຢູ່ ສນາມຣົບ ເເນວຫນ້າ ຂ້ອຍ ກ້າເວົ້າ ກ້າວ່າ ອອກ ຄວາມຄິດ ຄວາມເຫັນ ຢ່າງ ສະບາຍໃຈ ໄດ້ ທຸກຄັ້ງ ທີ່ ມີ ການວາງເເຜນ ຍຸທວິທີຣົບ ຮ່ວມກັນ ເພື່ອ ໃຫ້ ຄວາມນັບຖື ຂ້ອຍ ມັກ ກົ້ມຫົວລົງ ນ້ອຍນຶ່ງ ເເລ້ວ ຍໍມືນົບ ຕາມ ຮີດຄອງ ອັນດີງາມ ຂອງລາວ ເມື່ອ ຂ້ອຍ ຖາມສະບາຍ ຜູ້ ມີ ຄຸນສົມບັດເເທ້ ຫລືວ່າ ກົ້ມລົງ ເພື່ອ ເກັບເອົາ ສິ່ງຂອງ ທີ່ ເຈົ້າ ເຮັດຕົກ ລົງດິນ ສົ່ງ ໃຫ້ເຈົ້າ ຄືນ
  • ທິວາວັນ: ຄໍາເວົ້າ ຂອງເຈົ້າ ເຮັດໃຫ້ ຂ້ອຍ ມີ ເເຮງໃຈ ເເລະ ເເຮງກາຍ ຂຶ້ນ ຂ້ອຍວ່າ ສຸພາບ ບູຣຸດ ຄືກັນກັບເຈົ້າ ນີ້ ຄື ຊິ ຊອກຫາ ຍາກອີ່ຫລີ ເເມ່ນບໍ?
  • ຫານໄຊ: ຂ້ອຍວ່າ ຄົງ ຈະ ຊອກຫາ ບໍ່ຍາກດອກ! ຂ້ອຍ ພຍາຍາມ ປັບປຸງ ຕົນເອງ ໄປ ເລື້ອຍໆ ເພື່ອ ໃຫ້ ມີ ເຈຕນາດີ ເເລະ ຄວາມຄິດ ຖືກຕ້ອງ ຢູ່ ສເມີ ຂ້ອຍ ມັກ ຊົດຊ່ວຍ ຄົນ ທີ່ ມີ ບັນຫາ ຫລືວ່າ ຄົນ ທີ່ ມາ ຂໍຮ້ອງ ໃຫ້ ຂ້ອຍ ຊ່ວຍ ເເກ້ໄຂ ເເນວໃດ ເເນວນຶ່ງ ທີ່ ສໍາຄັນ ເເລະ ມີ ປໂຍດ ເເກ່ ສ່ວນຮວມ
  • ທີວາວັນ: ຫານໄຊ ມື້ ສວາຍນີ້ ຂ້ອຍ ໄດ້ ເປ້ ເຄື່ອງຫນັກ ໂພດ ຂ້ອຍ ປວດບ່າ ທັງສອງກໍ້າ ຂ້ອຍ ຫາເຈົ້າ ຊ່ວຍ ບີບນວດ ຫລັງ ເເລະ ບ່າໄລ່ ໃຫ້ຂ້ອຍ ໄດ້ບໍ? ຂ້ອຍ ຮູ້ສຶກ ມີ ຄວາມຂີນໃຈ ເພາະ ຂ້ອຍເອງ ກໍ ເປັນຫມໍ ເເທນທີ່ ຈະເເມ່ນ ຂ້ອຍ ເປັນ ຜູ້ປິ່ນປົວເຈົ້າ ອັນນີ້ລະ ເເມ່ນ ເຮັດກັນ ທາງປິ້ນ ເເມ່ນບໍ?
  • ຫານໄຊ: ຖ້າວ່າ ເຈົ້າ ອະນຸຍາດ ເເລະ ຂໍຮ້ອງມາ ຂ້ອຍ ກໍ ຈະບີບໃຫ້ ຄັນຊັ້ນ ປິ່ນຫລັງ ມາທາງນີ້! ເສື້ອໃຫຍ່ ຂອງເຈົ້າເດ! ບໍ່ ເເກ້ອອກ ຈັກຫນ່ອຍຫວະ? ເພາະ ຄັນບີບ ລະເເມ່ນ ບີບເເເທ້ ບໍ່ ເເເມ່ນ ບີບຫລິ້ນ ໃຫ້ ມັນ ເສັຽ ເວລົມເວລາ ໄປເປົ່າໆ ເເມ່ນບໍ? ເຈົ້າ ຮູ້ບໍວ່າ ເເຕ່ຄາວຍັງນ້ອຍ ເມື່ອ ອາຍຸ ໄດ້ ປະມານ ສິບປີ ພໍ່ຕູ້ຂ້ອຍ ຍາມ ເມື່ອ ເພິ່ນ ປວດຕົນປວດໂຕ ເພິ່ນ ມັກເອີ້ນ ຂ້ອຍໄປ ຂຶ້ນຢຽບ ຕົນຕົວ ເເເລະ ບີບເເຂ່ງ ບີບຂາ ໃຫ້ ເພິ່ນ ເເລ້ວ ສິ່ງຕອບເເທນ ທີ່ ຂ້ອຍ ໄດ້ຮັບ ກໍ ເເມ່ນ ໄດ້ກິນ ເເກ່ນຫມາກຂາມດອງ ເເລະ ເພິ່ນ ກໍ ໄດ້ເລົ່າ ນິທານ ອັນ ມ່ວນໆ ສູ່ຟັງ ນອກຈາກນັ້ນ ເພິ່ນ ຍັງ ບອກໃຫ້ຮູ້ ເລັກໆ ນ້ອຍໆ ກ່ຽວກັບ ວິທີ ບີບນວດ ເເລະ ວິທີ ຢຽດເສັ້ນ ຢຽດເອັນ ເຈົ້າເດ ທິວາວັນ! ເຈົ້າ ຈະ ເລົ່າ ນິທານ ຫຍັງ ສູ່ ຂ້ອຍຟັງ? ເເລ້ວ ຂ້ອຍ ຊິ ໄດ້ ກິນດອງ ເເກ່ນ ຂອງ ຫມາກໄມ້ ຊນິດໃດ ກັນລະ?
  • ທິວາວັນ: ເອີ ກະດີຄືກັນ ຂ້ອຍ ຊິ ເເກ້ ເສື້ອກັນຫນາວ ອອກໃຫ້ ເພື່ອ ໃຫ້ ເຈົ້າ ບີບນວດ ໄດ້ ຕາມສະບາຍ ຂ້ອຍ ກໍ ບໍ່ ເປັນ ຄົນ ມັກ ຂີ້ຫນາວ ຍ້ອນວ່າ ຮ່າງຄີງ ຂອງຂ້ອຍ ມັນ ມັກ ຮ້ອນ ຢູ່ ສເມີ ສ່ວຍວ່າ ກິນດອງຫຍັງນັ້ນ ຂ້ອຍ ຈະບອກ ເຈົ້າ ພາຍຫລັງ
    • ນິທານ ເຣື່ອງນັ້ນ ຂ້ອຍ ຄິດວ່າ ເຈົ້າ ຄົງ ຈະ ສົນໃຈ ເເຕ່ ນິທານ ສໄມໃຫມ່ ເພາະ ນິທານ ເກົ່າກີ້ນັ້ນ ພໍ່ຕູ້ເຈົ້າ ຄົງ ຈະ ໄດ້ ເລົ່າ ສູ່ເຈົ້າ ຫລາຍເເລ້ວ ເຣື່ອງໃຫມ່ນັ້ນ ກໍ ເເມ່ນ ເຣື່ອງ ປັດຈຸບັນ ເເມ່ນບໍ ຫານໄຊ? ເຫດ ກໍ ຄື ເຣື່ອງ ປັດຈຸບັນ ເເລະ ຜົນ ກໍ ຄື ເຣື່ອງ ທີ່ ຈະ ເກີດຂຶ້ນ ຍ້ອນ ສາຍເຫດ ໃນ ຂັ້ນ ຕໍ່ໄປ ເເຕ່ວ່າ ຈະໄວຫລືຊ້ານັ້ນ ມັນ ກໍ ຍ່ອມ ຂຶ້ນກັບ ສະພາບການ ນິທານນີ້ ມີ ປໂຍດ ສໍາຄັນ ທີ່ສຸດ ເເກ່ ຊີວິດ ຂອງ ຄົນ ໃນ ປະເທດຊາດ ຂອງເຈົ້າ!

ນັບວ່າ ເເເມ່ນ ເທື່ອທໍາອິດ ທີ່ ຫານໄຊ ໄດ້ ບີບບ່າ ເເກ້ປວດ ໃຫ້ ຜູ້ຍິງສາວ ເຂົາ ເປັນ ນັກຣົບ ທີ່ ຍັງ ຫນຸ່ມເເຫນ້ນ ເເລະ ກ້າມດີ ເຂົາ ໃຊ້ ມື ທັງສອງກໍ້າ ຄ່ອຍໆ ລູບ ບ່າໄລ່ ທັງສອງເບື້ອງ ຂອງ ທີວາວັນ ເເຕ່ຕອນຍັງ ຫນຸ່ມ ກ່ອນ ຖືກໄປເປັນ ທະຫານ ພໍ່ຕູ້ເຂົາ ເຄີຍ ໄດ້ ບອກວ່າ ຖ້າ ປວດ ຈຸດກໍ້າຊ້າຍ ໃຫ້ ບີບ ຈຸດກໍ້າຂວາ ທາງ ຟາກ ກົງກັນຂ້າມ ຄື ບີບ ເເຕ່ລະກໍ້າ ປະມານ ສາມສິບເທື່ອ ເເລ້ວຕໍ່ໄປ ຈຶ່ງບີບ ບ່າໄລ່ ທັງສອງກໍ້າ ພ້ອມໆກັນ ຄໍາເວົ້າ ຂອງ ທິວາວັນ ກ່ຽວກັບ ນິທານໃຫມ່ ນັ້ນ ພາໃຫ້ ເຂົາ ຄິດ ເເລະ ຢາກ ລໍຖ້າຟັງ ຫານໄຊ ມິດງຽບ ບີບ ຕໍ່ໄປ ເເລະ ບໍ່ ຕອບ ທິວາວັນ ຫານໄຊ ບີບນວດ ຖືກ ຈຸດດີ ຈົນ ເຮັດໃຫ້ ທິວາວັນ ຫລົງ ອອກປາກ ຮ້ອງ ເເລະ ຄາງ ເປັນ ສຽງດັງ ຄ່ອຍໆ ອອກມາ...

  • ທິວາວັນ: ໂອະໆ ເອີ ຫານໄຊ ເຈົ້າ ບີບ ຖືກບ່ອນດີ! ເເມ່ນ ບ່ອນ ນັ້ນເເລະ ທີ່ ຂ້ອຍ ປວດ! ຂອບໃຈ ຫານໄຊ ພໍສໍ່ານີ້ ກໍໄດ້ ເເເລ້ວ! ຫານໄຊ ນິ້ວມືເຈົ້າ ຈັ່ງເເມ່ນ ມັນເເຂງ ເເລະ ເເຫນ້ນ ດີ! ເຈົ້າ ໃຊ້ ມັນ ເນັ່ນນ່ຽງ ບາດໃດ ມັນ ເຮັດໃຫ້ ມີເເຮງດີ ຈົນ ໃຈຂ້ອຍ ຊິຫລຸດ ຊິຂາດໄປ! ເເລ້ວ ເມື່ອກີ້ນີ້ ເຈົ້າ ຄືວ່າ ບໍ່ຕອບ ຂ້ອຍ?
  • ຫານໄຊ: ເພາະວ່າ ຂ້ອຍ ຕັ້ງໃຈ ບີບ ໃຫ້ ເຈົ້າ ເຊົາປວດ ເເລ້ວ ກໍ ພາກັນ ຫລັບນອນ ເພາະ ມື້ອື່ນເຊົ້າ ຕ້ອງໄດ້ ອອກເດີນທາງ ໄກ!
  • ທິວາວັນ: ເຈົ້າ ເຮັດຖືກໃຈ ເເລະ ຖືກກັບ ຄວາມຕ້ອງການ ຂອງຂ້ອຍ ຫມົດທຸກຢ່າງ!
  • ຫານໄຊ: ນອນ ຢູ່ຮ່ວມ ຕູບດຽວກັນ ກໍ ຕ້ອງ ເຮັດ ໃຫ້ ມ່ວນຊື່ນ ຖືກໃຈກັນ! ພາກັນ ນອນເທາະ! ຫລັບຝັນດີ ທິວາວັນ!
  • ທີວາວັນ: ຫລັບຝັນດີ ຫານໄຊ!

ຫານໄຊ ເປັນ ຄົນ ທີ່ ນອນ ເເບບ ມີ ຄວາມຮູ້ສຶກ ຣະວັງຕົວ ໄວ ເມື່ອ ເກີດມີຫຍັງ ດັງມາ ຄ່ອຍໆ ເຂົາ ກໍ ໄດ້ຍິນໂລດ ເເລະ ຮູ້ເມື່ອ ຢ່າງ ໄວວາ ເຂົາ ບໍ່ ເປັນ ຄົນ ຂີ້ມັກນອນ ປານຕາຍ ຄື ທິວາວັນ ໄດ້ເວົ້າໄປ ເເຕ່ວ່າ ອາດຈະ ເປັນ ການເວົ້າ ລວງໃຈ ກໍ ເປັນໄດ້ ເຂົາ ເຊົາ ຄຶດຫາ ເຣື່ອງນີ້ອີກເເລ້ວ ກໍ ພັບຕາ ຫລັບລົງໄປ ທິວາວັນ ກໍ ຫລັບໄປ ເຊັ່ນດຽວກັນ ພໍເມື່ອ ຮອດ ຂ້ອນເດິກ ຫານໄຊ ກໍ ຮູ້ເມື່ອ ຕື່ນຂຶ້ນມາ ເເລະ ງວກຫນ້າ ເບິ່ງ ທິວາວັນ ດວງເດືອນ ໄດ້ສົ່ງ ເເເສງເເຈ້ງ ຊອດເຂົ້າມາ ໃນ ຕູບ ພໍໃຫ້ໄດ້ ເຫັນ ໃບຫນ້າ ອັນສວຍງາມ ຂອງ ທິວາວັນ ທິວາວັນ ນອນຫລັບດີ ເເຕ່ວ່າ ໄດ້ຂວ່າງ ເອົາຂາກໍ້າຂວາ ມາກ່າຍພາດເເອວ ຂອງ ຫານໄຊ! ຫານໄຊ ຢູ່ ມິດງຽບ ເພາະ ເຂົາ ກໍ ຢາກຮູ້ ຄວາມຈິງ ວ່າ ທິວາວັນ ໄດ້ນອນຫລັບເເທ້ ຫລື ຕັ້ງເເກ້ງເຮັດ! ຫານໄຊ ຮູ້ຄັກເເນ່ວ່າ ທິວາວັນ ບໍ່ ໄດ້ນອນ ປານຕາຍ ເເລະ ຫລັບຝັນໄປ ຂາ ຂອງ ທິວາວັນ ເເຫ່ງ ຮັດໃສ່ເເອວ ຫານໄຊ ເເຫນ້ນເຂົ້າ ກວ່າເກົ່າ ທັງ ເອົາ ມືມາກອດ ຮັດ ເເຮງເຂົ້າ ເເລະ ການຫາຍໃຈ ກໍ ເເຮງຂຶ້ນ ກວ່າເກົ່າ! ຫານໄຊ ເຄີຍ ຮູ້ ເເຕ່ ການສູ້ຣົບ ເຂົາ ບໍ່ ເຄີຍມີ ຮອດ ເວລາ ໄດ້ອອກ ໄປລົມ ຜູ້ເເສ້ ຜູ້ສາວ ຈັກເທື່ອ ເລີຍ! ເຂົາຫວນ ຄຶດ ຫາຄໍາ ທີ່ ພໍ່ຕູ້ ເຂົາ ໄດ້ສັ່ງ ພວກ ໄທບ້ານ ໄວ້ວ່າ ບັກຫານໄຊ ມັນ ກໍ ມີ ຫໍາມີໂຄຍ ຄື ກັນກັບ ໄທບ້ານ ໄທເມືອງເຂົາຕົວະ! ຫານໄຊ ຮູ້ສຶກວ່າ ຂາ ຂອງ ທິວາວັນ ນັ້ນ ມີ ຄວາມອຸ່ນ ເເລະ ຮ້ອນ ນ້ອຍນຶ່ງ ໃຈນຶ່ງ ເຂົາຢາກປະມັນ ຮັດ ທ້ອງນ້ອຍເຂົາໄວ້ ດັ່ງນີ້ເລີຍ ຈົນຮອດເເຈ້ງ ເເລະ ອີກໃຈນຶ່ງ ກໍ ເກງໃຈ ຢ້ານ ທິວາວັນ ບໍ່ ໄດ້ ນອນອີ່ມ ເຕັມຕາ ເເຕ່ພໍເມື່ອ ເຂົາ ຄຶດໄປ ອີກ ເຂົາ ກໍ ໄປ ຕົກໃສ່ ຄໍາເວົ້າ ທີ່ ເປັນ ຄໍາເຕືອນ ເເຕ່ ບໍ່ເເມ່ນ ການຫວງຫ້າມ ຂອງ ອີ່ ພໍ່ຕູ້! ເເລ້ວ ໃນ ທັນທີທັນໃດນັ້ນ ຫານໄຊ ກໍ ຄ່ອຍໆ ຍໍ ຂາ ທິວາວັນ ຍົກຂຶ້ນ ອອກໄປ ໄວ້ຄືນ ເເບບ ຢູ່ ທ່ານອນເດີມ! ເຂົາ ຮູ້ວ່າ ທິວາວັນ ມີ ຄວາມຕ້ອງການ ເເເນວໃດ ເເນວນຶ່ງ ຫລືວ່າ ອາດ ເປັນ ການລອງໃຈ ເຂົາ ກໍ ໄດ້ ເພາະວ່າ ລາວ ເປັນ ທ່ານຫມໍ ທີ່ ຮູ້ ຮ່າງກາຍ ຂອງຄົນດີ ເເລະ ຍັງຮູ້ ຄວາມຕ້ອງການ ຂອງ ຜູ້ຊາຍດີ ຫານໄຊ ຍັງ ຄຶດ ໄປຫາ ຂາອ່ອນ ອັນອົບອຸ່ນ ອີກຢູ່ ນ້ອຍນຶ່ງ ເເລ້ວ ກໍ ຫລັບລົງ ນອນຕໍ່ໄປ

ຫານໄຊ ລຸກຕື່ນ ເເຕ່ ຫ້າໂມງເຊົ້າ ພ້ອມດຽວກັນກັບ ຜບ ກອງຮ້ອຍ ເເລ້ວຕໍ່ໄປ ກໍ ເເມ່ນ ຖ້ຽວ ຂອງ ນາຍຫມວດ ນາຍຫມູ່ ນາຍຈຸ ເເລະ ທະຫານ ທຸກຄົນ ຂອງ ກອງຮ້ອຍ ບັນຊາການ ເມື່ອ ຮອດ ຫົກໂມງເຊົ້າ ທີວາວັນ ໄດ້ ລຸກຕື່ນ ເເລະ ສົດຊື່ນດີ ມື້ ຄືນນີ້ ເຂົາ ຄົງ ນອນຫລັບດີ ພຽງພໍ ເເລະ ມີເເຮງດີ ເພື່ອ ອອກ ເດີນທາງໄກ ທິວາວັນ ມີ ຄວາມດີໃຈ ເເລະ ໄວ້ເນື້ອເຊື່ອໃຈ ໃນຕົວ ຫານໄຊ ຫລາຍຂຶ້ນອີກ ກວ່າເກົ່າ ທິວາວັນ ໃຫ້ ຄ່າຣາຄາ ຄວາມຈິງໃຈ ການຮູ້ຈັກນັບຖື ການໃຫ້ກຽດ ຜູ້ຍິງ ເເລະ ຄຸນຄ່າ ຂອງ ຄວາມເປັນ ລູກຜູ້ຊາຍ ເເທ້ ຂອງ ຫານໄຊ ຫລາຍຂຶ້ນ! ມື້ຄືນນີ້ ເຂົາ ໄດ້ ບົດຮຽນ ອັນປະເສີດ ນໍາ ຫານໄຊ! ຖ້າ ຜູ້ຍິງ ໃຫ້ທ້າຍ ສ່ວນຫລາຍ ພວກຜູ້ຊາຍ ກໍ ຮີບຟ້າວ ຫລູບ ເເລະ ກະໂດດໃສ່ໂລດ ຢ່າງ ບໍ່ ໃຫ້ ເສັຽເວລາ ເເຕ່ ທິວາວັນ ຮູ້ດີວ່າ ຫານໄຊ ເຂົາ ບໍ່ ໄດ້ ຢູ່ ໃນ ກໍຣະນີ ດັ່ງກ່າວນີ້ ຫານໄຊ ມີ ໂອກາດ ໄດ້ຮອດ ຍົກຍໍຂາຂຶ້ນ ເເຕ່ ປານນັ້ນ ຍັງ ບໍ່ເຮັດຫຍັງ ທິວາວັນ ຄິດວ່າ ຮອດຂັ້ນ ນັ້ນເເລ້ວ ຕັ້ງເເຕ່ ຜູ້ຍິງເອງ ກໍ ຄົງ ເກືອບຈະອົດ ຫ້າມໃຈ ຂອງຕົນ ໄວ້ບໍ່ໄດ້? ຫານໄຊ ກ້າຫານ ໃນ ສາກສົງຄາມ ເເລະ ກ້າຫານ ຂົ່ມໃຈ ຕົວເອງ ໄວ້ໄດ້ ບໍ່ໃຫ້ເກີດ ມີ ຄວາມຮູ້ສຶກ ຢາກ ເເລະ ຕິດ ຮຸນເເຮງ ຈົນກາຍ ຂອບເຂດ ຫານໄຊ ເຂົາ ມີ ຄຸນສົມບັດ ຄົບ ມີ ສະຕິ ໃສ ເເລະ ທຸ່ນທ່ຽງ ດີ ທິວາວັນ ຍັງ ໄດ້ ຍິນ ຕາມເຂົາ ເວົ້າເຢີ້ຍກັນອີກ ຢູ່ ຮາໂນຍ ວ່າ ພວກຄນະ ຜູ້ນໍາ ຄນປທລ ທີ່ ໄປໄດ້ ເມັຽມາ ເເຕ່ ເມືອງ ຮາໂນຍ ໃນ ສໄມນັ້ນ ລ້ວນເເລ້ວເເຕ່ເເມ່ນ ພວກ ເເລ່ນນໍາກົ້ນ ຜູ້ສາວວຽດ ທັງນັ້ນ ຫລືບໍ່ດັ່ງນັ້ນ ກໍ ເເມ່ນ ພວກ ພນັກງານ ຂັ້ນສູງ ຂອງ ສະຫະພັນ ອິນໂດຈີນ ສົ່ງເສີມ ຫາເອົາໃຫ້ ໂດຍວ່າ ບາງຄັ້ງ ກໍ ຮອດວ່າ ບໍ່ທັນຮູ້ຈັກ ກັນຄັກ ອີກຊໍ້າ ເເລະ ກໍຣະນີ ລາວເອງ ກໍ ຕົກ ຢູ່ ໃນ ເເບບ ດຽວກັນນີ້ ເເຕ່ວ່າ ລາວຮູ້ ຫານໄຊ ດີເເທ້ ດ້ວຍ ຄວາມຈິງໃຈ ເເລະ ເປັນຕົວເອງເເທ້

ລຸກເຊົ້າ

  • ທີວາວັນ: ສະບາຍດີ ຫານໄຊ! ເຮົາ ອອກ ເດີນທາງ ຈັກໂມງ?
  • ຫາໄຊ: ໃນ ຣະຫ່ວາງ ເຈັດໂມງເຄິ່ງ ໃຫ້ ທຸກຄົນ ຕຣຽມພ້ອມ ບໍ່ ໃຫ້ ມີ ການຊັກຊ້າ
  • ທິວາວັນ: ຫານໄຊ ພາຂ້ອຍ ໄປ ລ້າງສວ່າຍ ໄດ້ບໍ່
  • ຫານໄຊ: ໄປ ຊິພາ ໄປ ຢູ່ ໃກ້ໆ ນີ້ ມີ ນໍ້າ ອອກບໍ່ ມາຈາກ ໂຫງດຫີນ
  • ທິວາວັນ: ຫານໄຊ ນໍ້າອອກບໍ່ ໃນ ສະຖານທີ່ນີ້ ສວາຍງາມຫລາຍ! ເຮົາ ມາເບິ່ງ ນໍ້າ ຟອງຂາວ ໄຫລຟົ້ງ ອອກມາ ຈາກ ໂນນຫິນເເປນ ເເລະ ດໍາເຫລື້ອມ ຫນ່ວຍນັ້ນ ກໍງາມຕາ ພໍເເຮງເເລ້ວ ທັມມະຊາດ ຢູ່ ເມືອງລາວ ບ້ານເກີດ ເມືອງນອນ ຂອງເຈົ້າ ມີ ເເຕ່ ສິ່ງ ສວຍງາມ ບັດນີ້ ຂ້ອຍເຂົ້າໃຈ ເເລ້ວວ່າ ເປັນຫຍັງ ໃຜໆ ກໍ ຢາກ ມາຢູ່ ຢາກມາເປັນ ເຈົ້າຂອງ ຫນ້າດິນ ດ້ວຍ ວິທີການ ຕ່າງໆ! ຫານໄຊ ຂ້ອຍວ່າ ບໍ່ນໍ້າ ບ່ອນນີ້ ມັນຍັງ ໃສບໍຣິສຸດ ຢູ່ ເເມ່ນບໍ່?
  • ຫານໄຊ: ເຈົ້າ ເວົ້າຖືກ ທິວາວັນ ມັນຍັງ ເປັນ ບ່ອນ ບໍຣິສຸດຢູ່ ນໍ້າ ກໍ ບໍຣິສຸດ ພະລານຫີນ ກໍ ບໍຣິສຸດ ເເມ່ນບໍ ທິວາວັນ? ທັມມະຊາດ ສວຍງາມ ຢູ່ ເເຫ່ງນີ້ ບາງຄົນ ກໍ ມາ ຈັບຈອງ ເອົາລ້າ
  • ທີວາວັນ: ເເມ່ນເເທ້ ພະລານຫີນ ໂນນເຫລື້ອມ ບ່ອນນີ້ ກໍ ບໍຣິສຸດ ຄືກັນ ເຈົ້າ ເຫັນບໍ ຫານໄຊ ຕົ້ນດອກອິນທະຫວາ ຕົ້ນນັ້ນ ມັນກ້າ ເກີດ ຢູ່ ພະລານຫີນ ຂ້ອຍຊິ ໄປ ເດັດເອົາ ດອກໄມ້ ກໍາລັງ ບານ ເເລະ ຍັງ ບໍຣິສຸດ ດອກນຶ່ງ ມາມອບ ໃຫ້ ເຈົ້າ ກ່ອນ ອອກ ເດີນທາງ ໄກ
  • ຫານໄຊ: ຂອບໃຈ ທິວາວັນ ດອກໄມ້ ດອກນີ້ ມີ ກິ່ນ ຫອມຫວນ ເເທ້ໆ! ໄປ໋! ຟ້າວ ກັບ ກັນເທາະ! ເພາະ ຕ້ອງ ມີ ເວລາ ປັ້ນເຂົ້າເຊົ້າ ນ້ອຍນຶ່ງ ກ່ອນ ຈະອອກ ເດີນທາງ ພວກເຮົາ ໂຊກດີ ເພາະ ອາຫານເຊົ້າ ມື້ນີ້ ມີ ປັ້ນເຂົ້າຈີ່ ໃສ່ໄຂ່

ຕ. ການອອກເຄື່ອນທີ່ ຕໍ່ ສູ່ ບ້ານບານ ເມືອງຄໍາ

ຫານໄຊ ໄດ້ມອບ ພາຣະກິດ ເເລະ ໄດ້ ອະທິບາຍ ເສັ້ນທາງ ກ່ຽວກັບ ການເຄື່ອນທີ່ ເເກ່ ຜບ ກອງຮ້ອຍ ເເລະ ນາຍຫມວດ ໄປເເລ້ວ ຢ່າງ ເເຈ່ມເເຈ້ງ ເມື່ອ ຮອດ ເວລາ ເຈັດໂມງເຄິ່ງ ກອງຮ້ອຍ ບັນຊາການ ກໍ ໄດ້ ອອກ ເຄື່ອນທີ່ ຢ່າງ ເປັນ ຣະບຽບ ຕາມ ທີ່ໄດ້ ກະໄວ້ ກ່ອນ ອອກເຄື່ອນທີ່ ຫານໄຊ ໄດ້ ຕິດຕໍ່ ທາງສາຍ ກັບ ລອງ ຜບກພ ເເລະ ໄດ້ຮັບ ຄໍາຕອບ ຄືນມາ ວ່າ ທຸກສິ່ງຢ່າງ ປອດພັຍ ເເລະ ຣຽບຣ້ອຍດີ ກອງຮ້ອຍນຶ່ງ ເເລະ ກອງຮ້ອຍສອງ ຈະອອກ ເຄື່ອນທີ່ ຕໍ່ໄປ ຕາມ ພາຣະກິດ ເເລະ ຈະນໍາ ຕາມ ເສັ້ນທາງ ບ້ານບານ ເມືອງຄໍາ ໂພນສັວນ ທົ່ງໄຫຫີນ ເຂົາ ຍັງ ໄດ້ ຣາຍງານ ເພີ່ມເຕີມ ອີກວ່າ ມື້ຄືນນີ້ ເຂົາ ຈັບສາຍ ຂອງ ກອງບັນຊາການ ຊໍາທອງລ່ອງເເຈ້ງ ໄດ້ວ່າ ນັກບິນ ອະເມຣິກັນ ຈະສົ່ງ ຂອງຂັວນ ປີໃຫມ່ ມາໃຫ້ ກ່ອນທ່ຽງ? ຫານໄຊ ເຂົ້າໃຈ ຢ່າງ ວ່ອງໄວ ເເລະ ໄດ້ ຕອບ ຄືນໄປ ວ່າ ອັນນີ້ ເເມ່ນ ກົດລັບ ທີ່ ສັດຕຣູ ຮ້ອງຂໍ ເຄື່ອງບິນ ສັງເກດການ ເເລະ ເຄື່ອງບິນ ຖິ້ມຣະເບີດ ຈຶ່ງ ໄດ້ ບອກໃຫ້ ຜູ້ລອງ ຕ້ອງ ເພີ່ມ ຄວາມຣະມັດຣະວັງ ຂຶ້ນຕື່ມ ບອກໃຫ້ ເລືອກປ່ຽນ ເອົາ ເສັ້ນທາງ ຣົດເເລ່ນ ລີ້ລັບ ເພື່ອ ບໍ່ ໃຫ້ ເຄື່ອງບິນ ຂອງ ສັດຕຣູ ສາມາດ ເຫັນໄດ້ ຜລ ໄດ້ຕອບ ຄືນມາ ວ່າ ເຂົ້າໃຈດີ ເເລະ ຈະເອົາ ເສັ້ນທາງ ທີ່ ຜບ ກອງພັນ ເຄີຍພາໃຊ້ ຫານໄຊ ຮູ້ ພຶດຕິການ ຂອງ ສັດຕຣູ ດີ ເພາະວ່າ ຍາມ ຕົ້ນປີໃຫມ່ ຂອງ ທຸກປີ ສັດຕຣູ ເຄີຍ ມາ ຖິ້ມຣະເບີດ ໃສ່ ບໍຣິເວນ ທົ່ງໄຫຫີນ ໂພນສັວນ ຜາໄຊ ເເລະ ບ້ານນາ (ລະຍະ ທາງ ເເຕ່ ໂພນສັວນ ຫາ ບ້ານນາ ມີ ປະມານ ໓໐ ຫລັກ)

ຫານໄຊ ສັ່ງໃຫ້ ຜບ ກອງຮ້ອຍ ບັນຊາການ ຕ້ອງ ເພີ່ມ ການສັງເກດ ເຄື່ອງບິນ ເເລະ ຟັງສາຍ ສັນຍານ ເຕືອນພັຍ ຂອງ ລອງ ຜບ ກອງພັນ ເເລ້ວໃນທີ່ສຸດ ຂະບວນຣົດ ກໍ ໄປຮອດ ບ້ານບານ ເມືອງຄໍາ ດ້ວຍ ຄວາມປອດພັຍ ກ່ອນ ເວລາ ທີ່ ໄດ້ ຄາດຫມາຍໄວ້

ຫານໄຊ ໄດ້ ຜ່ານກາຍມາ ທາງ ຖິ່ນຖານ ບ້ານເກີດ ຂອງຕົນ ເຂົາ ເປັນ ລູກ ໄທຊຽງຂວາງ ເຂົາ ຍັງ ມີ ພີ່ນ້ອງ ທີ່ ຄ້າງຄາ ຢູ່ ເເຫ່ງນີ້ ເມື່ອ ໄດ້ຍິນວ່າ ຫານໄຊ ຜ່ານກາຍມາ ຄັ້ງໃດ ພວກ ຊາວບ້ານ ຊາວເມືອງ ກໍ ດີອົກ ດີໃຈ ເເລະ ຟ້າວ ມາຖາມ ຂ່າວຄາວ ກ່ອນຄໍ່າ ຫານໄຊ ໄດ້ ຂໍຮ້ອງ ໃຫ້ ທິວາວັນ ຈັດເປີດ ຈຸດ ຮັກສາ ອະນາໄມ ຊົ່ວຄາວ ຂຶ້ນ ເພື່ອ ໃຫ້ ປະຊາຊົນ ມາ ປີ່ນປົວ ການເຈັບປ່ວຍ ທ່ານຫມໍ ທິວາວັນ ປິ່ນປົວ ຄົນເຈັບ ດ້ວຍ ຄວາມເອົາໃຈໃສ່ ອັນເເທ້ຈິງ ໃຜໆ ກໍ ພາກັນ ເວົ້າວ່າ ເຫດການ ພິເສດ ອັນນີ້ ເເມ່ນ ໂອກາດ ທີ່ ມີ ປໂຍດ ຍິ່ງ ເເກ່ ປວງຊາວບ້ານ ທີ່ ຢູ່ ໃນເຂດ ພັຍສົງຄາມ ທິວາວັນ ມີ ຄວາມດີໃຈ ເເລະ ສຸກໃຈ ຍິ່ງ ທີ່ ໄດ້ ປິ່ນປົວ ຄົນເຈັບ ຢູ່ ໃນ ພື້ນທີ່ ຫນ້າດິນ ອັນຕະຣາຍ ເຂົາ ໄດ້ຖາມ ຂ່າວຄາວ ຄວາມສຸກທຸກ ຂອງ ປະຊາຊົນ ຄົນລາວ ຕາມ ຄໍາສັ່ງ ຂອງ ຜູ້ ເປັນ ບິດາ ທີ່ ເຂົາ ຮັກ ເເລະ ຄິດເຖິງ ເຂົາ ຮູ້ ຢ່າງ ລະອຽດລະອໍ ຄວາມທຸກໃຈ ຂອງ ປວງປະຊາຊົນ ຄົນລາວ ໃນ ເຂດ ສົງຄາມ ພວກເຂົາເຈົ້າ ໄດ້ຮັບ ບາດເຈັບ ທາງກາຍ ເເລະ ທາງຈິດໃຈ ຍ້ອນການ ຖິ້ມຣະເບີດ ຂອງ ນັກບິນ ຊີອາເອ ທີ່ ມາຈາກ ຊໍາທອງລ່ອງເເຈ້ງ ເເລະ ຍ້ອນ ການເຂົ້າຣຸກຣານ ຂອງ ກອງກໍາລັງ ວຽດນາມ ຈາກ ຮາໂນຍ ທິວາວັນ ໄດ້ຍິນ ໄດ້ຟັງ ປະຊາຊົນ ພ້ອມກັນ ກ້າກ່າວເວົ້າ ຂຶ້ນເອງ ດ້ວຍ ຄວາມຄຽດເເຄ້ນ ປະຊາຊົນ ບໍ່ ໄວ້ເນື້ອເຊື່ອໃຈ ນໍາ ພວກ ຄນປທລ ທີ່ ບໍ່ ເປັນ ຕົນເອງ ຄື ຫານໄຊ ທິວາວັນ ບໍ່ ໄດ້ ເສັຽໃຈ ທີ່ ໄດ້ຖືກ ສົ່ງມາ ປະຕິບັດງານ ໃນ ລາວ ເຂົາ ຄິດວ່າ ເຂົາ ໄດ້ມາ ເຮັດວຽກ ໃນ ຈິດໃຈ ເເລະ ຄຸນຄ່າ ຂອງ ຫມໍ ທີ່ ໄດ້ຮຽນ ມາເເທ້ ໄທບ້ານບານ ເມືອງຄໍາ ໄດ້ ພາກັນ ນໍາເອົາ ປາ ສິບ ຊັ່ງ ຕາຊິງລາວ ມາໃຫ້ ທ່ານຫມໍ ທິວາວັນ ເພື່ອ ເປັນ ການຕອບບຸນເເທນຄຸນ ພວກເຂົາເຈົ້າ ໄດ້ ບອກເລົ່າ ສູ່ ທ່ານຫມໍ ຟັງວ່າ ເເເມ່ນ ປາ ທີ່ ຫາມາໄດ້ ຈາກ ຍອດນໍ້າງື່ມ ທີ່ ຢູ ໃກ້ ກັບ ຕີນພູສັນ ຫ່າງຈາກ ເມືອງຄໍາ ນີ້ໄປ ພຽງເເຕ່ ຊາວຫລັກ ເທົ່ານັ້ນ ທິວາວັນ ໄດ້ ຂອບໃຈ ພວກຊາວບ້ານ ເເລະ ໄດ້ ຮູ້ເຫັນ ຄວາມຈົບງາມ ຂອງ ຄົນລາວ ຫລາຍຂຶ້ນ

ຫລັງຈາກ ທີ່ ໄດ້ ສຶກສາ ວາງເເຜນ ເບິ່ງ ພາຣະກິດ ກັບ ຜບ ກອງຮ້ອຍ ເເລະ ນາຍຫມວດ ເເລ້ວ ຫານໄຊ ກໍ ໄດ້ ໄປຊອກ ຢ້ຽມຢາມ ຖາມຂ່າວຄາວ ຄອບຄົວ ຂອງ ໄທບ້ານບານ ເມືອງຄໍາ ພວກເຂົາເຈົ້າ ໄດ້ ເລົ່າເເລ້ວເລົ່າອີກ ສູ່ ຫານໄຊ ຟັງ ວ່າ ພວກ ຄນປທລ ບໍ່ໄດ້ ເຮັດຫຍັງ ດີ ເເກ່ບ້ານ ເເກ່ເມືອງ ຂຶ້ນເລີຍ ຄື ດັ່ງ ສໄມ ຍາຫລວງ ບຸນຈັນ ເຈົ້າເມືອງ ຄົນເກົ່າ ຂອງ ເມືອງຄໍາ ທີ່ ພໍ່ຕູ້ ຫານໄຊ ຮູ້ຈັກ ຮັກເເພງ ເປັນ ຢ່າງດີ ປັດຈຸບັນ ເຈົ້າເມືອງ ບຸນຈັນ ເເລະ ປະຊາຊົນ ເເຂວງ ຊຽງຂວາງ ສ່ວນນຶ່ງ ໄດ້ ອົພຍົບ ໄປ ຢູ່ ເເຂວງ ວຽງຈັນ ພ້ອມດຽວກັນນັ້ນ ກໍ ຍັງ ມີ ຄົນ ທັງຫລາຍ ໄດ້ ເອົາ ໄທ່ປາເເຫ້ງ ຊີ້ນຢ້າງ ເເລະ ບັ້ງເເຈ່ວ ຫມາກມາດ ຫມາກເເຄ່ນ ມາ ຕ້ອນ ຫານໄຊ ການຊ່ວຍເຫລືອ ເຫລົ່ານີ້ ກຸ້ມ ພຽງພໍ ສໍາລັບ ລ້ຽງ ກອງພັນ ຫານໄຊ ປະມານ ນຶ່ງເດືອນ ບາງຄັ້ງ ບາງຄາວ ເມື່ອ ສະຖານະການ ສູ້ຣົບ ຫາກ ເບົາບາງລົງ ເຂົາ ກໍ ໄດ້ ສົ່ງ ຫມວດ ພັທນາ ເປັນ ເເຮງງານ ໄປ ຊົດຊ່ວຍ ວຽກ ສໍາຄັນ ຈໍາເປັນ ຂອງ ປະຊາຊົນ ເພື່ອ ເປັນ ການຕອບບຸນເເທນຄຸນ ຫລື ເເບບ ຊິ້ນໄປປາມາ ຫານໄຊ ບໍ່ ຈໍາເປັນ ໄດ້ ໄປ ຊອກ ເກັບເກນ ຄູ່ເຂັນ ເອົານໍາ ປະຊາຊົນ ເຂົາ ບໍ່ ເຄີຍ ໃຊ້ ວິທີ ການນາບຄູ່ ປະຊາຊົນ ເເບບ ເເຜນການ ອັນ ໄຮ້ດຽງສາ ຂອງ ຜູ້ນໍາ ຄນປທລ ທີ່ ໄດ້ ເກັບເອົາ ຄວາມຄິດ ກ່າຍ ມາຈາກ ຣັຖບານ ເເກວ ຮາໂນຍ ຫລັງຈາກນັ້ນ ຫານໄຊ ກໍ ໄດ້ ຍ່າງ ກັບ ໄປຫາ ທິວາວັນ

  • ຫານໄຊ: ທິວະວັນ ເຮົາ ພາກັນ ກັບໄປ ບ່ອນພັກເຊົາ ກັນເທາະ! ຂ້ອຍ ຄິດວ່າ ເຈົ້າ ຄົງ ດີໃຈ ທີ່ ໄດ້ ປິ່ນປົວ ຊາວບ້ານ? ໂທ! ເເມ່ນໃຜ ເອົາປາ ຕັ້ງຫລາຍຊັ່ງ ມາໃຫ້ເຈົ້າ?
  • ທິວາວັນ: ຂ້ອຍ ດີໃຈຫລາຍ ທີ່ ໄດ້ ປິ່ນປົວ ເເລະ ຮັບຟັງ ຄວາມຄິດເຫັນ ຂອງ ໄທບ້ານ ພວກເຂົາເຈົ້າ ໄດ້ເອົາ ປາ ທີ່ ໄປຫາມາໄດ້ ຈາກ ຍອດນໍ້າງື່ມ ມາຕ້ອນ
  • ຫານໄຊ: ເປັນ ການຕອບເເທນ ຄຸນງາມ ຄວາມດີ ຂອງເຈົ້າ ດີເເລ້ວ! ເຮົາ ພາກັນ ນໍາເອົາປາ ໄປ ໃຫ້ ຊ່າງຄົວກິນ ທີ່ ຮູ້ ວິທີ ເກັບຢອມ ເຄື່ອງກິນ ໄວ້ ໄດ້ດົນ ຂ້ອຍເອງ ກໍ ໄດ້ ເຄື່ອງຕ້ອນ ຄືກັນກັບເຈົ້າ ທິວາວັນ ເມື່ອກີ້ນີ້ ເຈົ້າ ໄດ້ເວົ້າ ໄປເຖິງ ຍອດນໍ້າງື່ມ ເຈົ້າ ພາໃຫ້ ຂ້ອຍ ຄິດໄປ ເພາະ ຂ້ອຍເຄີຍ ໄດ້ໄປ ທີ່ນັ້ນ ເເລະ ປັດຈຸບັນ ກໍ ຄືວ່າ ຂ້ອຍ ໄດ້ຢູ່ ທີ່ນັ້ນ ມັນ ຄື ຄວາມຄຶດ ໃນ ຄວາມຄຶດ ມັນ ຄື ຄວາມຄຶດ ໃນ ຄວາມຄິດ ມັນ ຄື ຄວາມຄິດ ໃນ ຄວາມຄຶດ ມັນ ຄື ຄວາມຄິດ ໃນ ຄວາມຄິດ! ຢູ່ ໃນ ໂລກ ຈັກວານ ອັນນີ້ ມັນ ມີ ຫລາຍສິ່ງ ຫລາຍຢ່າງ ສລັບສັບຊ້ອນກັນ ຫລາຍຊັ້ນ
  • ທິວາວັນ: ຫານໄຊ ເຈົ້າ ກາຍເປັນ ນັກປຣັຊຍາ ໄດ້ເເລ້ວ ເຈົ້າ ເວົ້າ ເລິກ ອອນຊອນ ມ່ວນຫູ ເເລະ ຖືກໃຈ ຈັບອົກຈັບໃຈ ຂ້ອຍຫລາຍ ເເຕ່ວ່າ ຂ້ອຍຍັງ ບໍ່ ເຂົ້າໃຈ ໄດ້ເທື່ອ ຊ່ວຍ ອະທິບາຍ ໃຫ້ ຂ້ອຍຟັງ ໄດ້ບໍ?
  • ຫານໄຊ: ມັນເປັນ ຄໍາເວົ້າ ທີ່ ມີການ ພົວພັນກັນ ລະຫວ່າງ ອະດີດ ປັດຈຸບັນ ເເລະ ອະນາຄົດ! ຄວາມຄຶດ ກັບ ຄວານຄິດ ກໍ ຊັບຊ້ອນກັນ!ຄົນເຮົາ ກໍມັກ ເຊື່ອງຊ້ອນ ຄວາມຄຶດ ເເລະ ຄວາມຄິດ!ພໍ່ຕູ້ ຂ້ອຍ ເພິ່ນເຄີຍ ເລົ່າ ນິທານ ເສືອຊ້ອນເລັບ ຄົນ ລາຍໃນ ເສືອ ລາຍນອກ ສູ່ຟັງ!
  • ທິວາວັນ: ຂ້ອຍ ຮຽນ ເຖິງຂັ້ນ ດອກເຕີ ທາງ ວິຊາການເເພດ ເເຕ່ປານນັ້ນ ຂ້ອຍ ກໍ ຍັງ ເກຶອບ ບໍ່ ເຂົ້າໃຈ ການອະທິບາຍ ຂອງເຈົ້າ! ຂອບໃຈ ຫານໄຊ! ຄັນຊັ້ນ ເຈົ້າ ເຊື່ອເເນ່ບໍວ່າ ພວກຜູ້ນໍາ ຄນປທລ ຈະ ໄດ້ ມີ ໂຊກດີ ມີ ພໍ່ຕູ້ ທີ່ ເລົ່າ ນິທານ ບັ້ງ ປັນຍາ ໃຫ້ຟັງ ຄືເຈົ້າ?
  • ຫານໄຊ: ພໍ່ຕູ້ ຂອງ ພວກເຂົາເຈົ້າ ຄົງ ຈະ ເລົ່າ ຄືກັນ ເເຕ່ວ່າ ອາດ ເເມ່ນ ເຣື່ອງ ເສືອຊ້ອນເລັບ ຈອບ ກິນຟານ ເເລະ ເຣື່ອງ ງູເຫລືອມ ກິນຟານ ເຣື່ອງ ຄົນ ໃບ້ເຫລືອມ ຊຶ່ງ ພວກເພິ່ນ ພາກັນ ຟັງເເລ້ວ ເເຕ່ ກໍ ບໍ່ ພາກັນ ຊອກຄຶດ ຊອກຄິດ ຊອກເຂົ້າໃຈ ເເລະ ມາຮອດ ປັດຈຸບັນ ກໍ ຍັງ ບໍ່ ທັນ ເຂົ້າໃຈກັນເທື່ອນ່າ! ທິວາວັນ ຫວນກັບ ໄປຫາ ນໍ້າງື່ມ ອີກ ເຈົ້າ ຮູ້ ບໍວ່າ ນໍ້າງື່ມ ເເຫ່ງນັ້ນ ມັນ ຢູ່ ໃນ ຄວາມຄຶດຝັນ ເເລະ ຄວາມຄິດ ທີ່ ເປັນຈິງ ຂອງຂ້ອຍ!
  • ທິວາວັນ: ອັນນີ້ ຈັ່ງ ເເມ່ນ ຄວາມງອກງາມ ຂອງ ຄະຕິລາວ ສຸພາສິດລາວ ເເທ້ໆ! ເເຕ່ ສິ່ງສໍາຄັນ ທີ່ສຸດ ເຮົາ ຕ້ອງ ຮູ້ຈັກ ຄິດ! ຂ້ອຍ ຄິດວ່າ ຖ້າ ພວກຜູ້ນໍາ ຄນປທລ ເປັນ ຟານ ກໍ ຄົງ ຈະ ຖືກ ງູເຫລືອມ ກືນລົງໄປ ເກືອບ ຮອດທ້ອງເເລ້ວ ຕິເນາະ! ຄືກັບ ເຣື່ອງ ນໍ້າງື່ມ ທີ່ ມີ ເປັນຈິງ ຢູ່ ໃນ ຄວາມຄິດ ຂອງເຈົ້າ ເຣື່ອງ ງູເຫລືອມ ກິນຟານ ກືນກິນ ໂຕຟານ ກໍ ມີ ຈິງເເທ້

ຫານໄຊ ເກືອບ ຫລົງເວົ້າ ນິທານ ຂອງ ພໍ່ຕູ້ ຕໍ່ໄປ ຄື ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງເເມ່ ເພາະ ຖ້າ ພໍເດົາໄດ້ ເເມ່ ຂອງ ທິວາວັນ ອາດ ຈະເປັນ ຄົນວຽດ ກໍໄດ້ ຫລັງຈາກ ທີ່ ໄດ້ ພັກເຊົາຢູ່ ບ້ານບານ ເມືອງຄໍາ ໃນ ຄືນນັ້ນ ເເລ້ວ ກອງຮ້ອຍ ບັນຊາການ ກໍ ໄດ້ ເຄື່ອນທີ່ ຕໍ່ໄປ ຍັງ ໂພນສັວນ ກອງຮ້ອຍນຶ່ງ ເເລະ ກອງຮ້ອຍສອງ ກໍ ເຄື່ອນທີ່ ຕໍ່ໄປ ສູ່ ທົ່ງໄຫຫີນ ຫານໄຊ ໄດ້ ສັ່ງໃຫ້ ຜູ້ລອງ ຜບກພ ໃຫ້ ເຄື່ອນທີ່ ຢ່າງ ຣະມັດຣະວັງ ທີ່ສຸດ ຄື ອອກຈາກ ທົ່ງໄຫຫີນ ເເລ້ວ ໃຫ້ ໄປ ຢຸດຢູ່ ຜາໄຊ ກ່ອນ ອອກ ເຄື່ອນທີ່ ຕໍ່ໄປ

ການເຄື່ອນທີ່ ທາງຣົດ ໄປຢຸດຢູ່ ຜາໄຊ ຕໍ່ໄປ ຈະເປັນ ການເຄື່ອນທີ່ ທາງຍ່າງ ຣົດທຸກຄັນ ໃຫ້ສົ່ງ ກັບຄືນ ຢ່າງ ປອດພັຍ ຕາມ ເເຜນການ ສູ່ ຈຸດອອກ ເດີມ


ຫນ້າ | | | | | | | |

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0