ນະວະນິຍາຍສັ້ນ ( ຫນ້າ ໖ )
ເມື່ອ ຫານໄຊ ເເລະ ທິວາວັນ ລົງມາ ຮອດລຸ່ມ ນາຍຫມູ່ ສິງທອງ ກໍ ໄດ້ ມາ ຣາຍງານ ວ່າ ເຂົາ ຕຣຽມພ້ອມ ຫມົດທຸກຢ່າງ ເພື່ອ ອອກເດີນທາງ ໃນ ເວລາ ເຈັດໂມງເຄິ່ງ ເເລະ ຮຕ ພູວຽງ ຜບ ກອງຮ້ອຍ ບັນຊາການ ກໍ ໄດ້ ຣາຍງານ ມາໃຫ້ ຫານໄຊ ຊາບວ່າ ຮທ ສີໄພ ຣຜບ ກອງພັນ ໄດ້ ອອກ ເຄື່ອນທີ່ ໄປ ເເຕ່ ເຊົ້າ ກັບ ກອງຮ້ອຍນຶ່ງ ສ່ວນ ກອງຮ້ອຍສອງ ກໍ ໄດ້ ປະຕິບັດ ຕາມ ພາຣະກິດ ທີ່ ໄດ້ ບົ່ງໄວ້ ອັນ ມີ ເຄື່ອງລໍາລຽງ ຕ່າງໆ ທີ່ ພໍ ຈະ ກຸ້ມໄດ້ ເຖິງ ສາມເດືອນ ຫລັງຈາກນັ້ນ ຫານໄຊ ກໍ ໄດ້ ສັ່ງໃຫ້ ນາຍຫມູ່ ສິງທອງ ເລືອກ ທາງລັດ ອັນງ່າຍໆ ເເລະ ຕ້ອງ ພຍາຍາມ ຢຸດ ຫນ້ອຍທີ່ສຸດ ເພື່ອວ່າ ຈະໄດ້ ໄປຮອດ ກ່ອນ ເວລາ ສີ່ໂມງເຄິ່ງ ຕາມ ທີ່ ໄດ້ ກະໄວ້ ຫລັງຈາກ ປັ້ນເຂົ້າຈີ່ ໃສ່ໄຂ່ ຢ່າງໄວທັນໃຈ ຫານໄຊ ກໍ ໄດ້ ບອກໃຫ້ ນາຍຫມູ່ ສິງທອງ ອອກຍ່າງ ເຄື່ອນທີ່ ໃນ ເວລາ ເຈັດ ໂມງ ສິບຫ້າ ນາທີ ພໍດີ
ຈຸ ປະຈັນບານ ເເລະ ນາຍຫມູ່ ສິງທອງ ຍ່າງ ອອກກ່ອນ ເເລະ ຈຸ ສນັບສນູນ ພະລັງໄຟ ຍ່າງ ຕາມຫລັງ ສ່ວນ ຫານໄຊ ເເລະ ທິວາວັນ ຢູ່ ຣະຫວ່າງ ກາງ ຂອງ ທັງສອງ ຈຸ ເເຕ່ ລະຄົນ ກໍ ຍ່າງ ຫ່າງກັນ ປະມານ ຫ້າ ຫາ ສິບ ຫລາ
ດວງ ຕາເວັນ ຫາກໍ ຂຶ້ນສູ່ ທ້ອງຟ້າ ເເສງເເດດ ກໍ ຍັງ ບໍ່ ທັນຮ້ອນ ນາຍຫມູ່ ສິງທອງ ນໍາພາ ການຍ່າງ ໄວ ພໍ ສົມຄວນ ເຂົາ ພາຍ່າງ ຕາມ ທາງລັດ ຕັດໃສ່ ປ່າ ອອກສູ່ ໂຄກເເຈ້ງ ຂຶ້ນພູນ້ອຍ ລົງພູນ້ອຍ ບາງຄັ້ງ ກໍ ໄດ້ ໄຕ່ ຕົ້ນໄມ້ລົ້ມ ຂ້າມ ຫ້ວຍນ້ອຍ ບາງຄາວ ກໍ ໄດ້ ຕັດໃສ່ ຫົນທາງນ້ອຍ ລາງເທື່ອ ກໍ ນໍາ ທາງສື່ ລາງເທື່ອ ກໍ ນໍາ ທາງໂຄ້ງ ເປັນ ງໍ້ໆ ງ້ຽວໆ ນັກຣົບ ທຸກຄົນ ໃນ ກອງພັນ ໄດ້ຮັບ ການຝຶກຊ້ອມ ເປັນຢ່າງດີ ທຸກຄົນ ຢູ່ ໃນ ຈໍານວນນັ້ນ ສ່ວນໃຫຍ່ ກໍ ເປັນ ໄທເຫນືອ ນອກຈາກນັ້ນ ກໍ ມີ ໄທ ອັດຕະປື ສາຣະວັນ ເເລະ ໄທກາສີ ຫິນເຫີບ ປົນຢູ່ ຮ່ວມກັນ ເເລະ ທຸກຄົນ ຖື ຣະບຽບວິນັຍ ເຄັ່ງຄັດ ຍ້ອນ ເຂົາ ຍັງ ຫນຸ່ມເເຫນ້ນ ເເຂງເເຮງ ນັບຖືກັນ ເເລະ ວ່ອງໄວ ທິວາວັນ ຍ່າງເປ້ ຖົງພາຍ ທີ່ ຫນັກ ພໍ ສົມຄວນ ເເຕ່ ນາງ ຍ່າງ ນໍາຫມູ່ ໄດ້ດີ ນາງ ຄຶດ ຢາກ ຈະລົມ ຫານໄຊ ໄປນໍາ ເເຕ່ ກໍ ບໍ່ກ້າຖາມ ເພາະ ມັນ ບໍ່ ເເມ່ນ ການຍ່າງ ເດີນໄປ ທ່ຽວຫລິ້ນ ຫານໄຊ ກໍ ມີ ເເນວຄິດ ຄືກັນ ເຂົາ ລໍຖ້າເບິ່ງວ່າ ນາຍຫມູ່ ສິງທອງ ຈະຍ່າງ ທັນ ກັບ ເວລາ ຫລືບໍ່? ເມື່ອ ຮອດ ປະມານ ສິບໂມງເຊົ້າ ເຂົາ ກໍ ເຫັນວ່າ ນາຍຫມູ່ ສິງທອງ ພາຍ່າງ ໄດ້ ທັນ ເວລາດີ ເເລ້ວ ຈຶ່ງ ພາກັນ ຢຸດ ພັກເຊົາ ປະມານ ສິບຫ້າ ນາທີ ຢູ່ ບ່ອນ ຮົ່ມເຢັນດີ ບ່ອນ ທີ່ ມີ ຫ້ວຍນ້ອຍ ໄຫລຜ່ານ ກາຍມາ
- ຫານໄຊ: ທິວາວັນ ຫຍັບມາ ທາງພີ້ ຂ້ອຍ ຈະ ຊ່ວຍປົງ ຖົງພາຍ ໃຫ້ເຈົ້າ
- ທິວາວັນ: ຂອບໃຈ ຫານໄຊ ເເດດຍັງ ບໍ່ທັນກ້າ ເຫັນວ່າ ທຸກຄົນ ຍ່າງໄດ້ດີ ເນາະ! ຫານໄຊ?
- ຫານໄຊ: ດື່ມນໍ້າ ໃຫ້ມີເເຮງກ່ອນ ທິວາວັນ ເເມ່ນເເທ້ ທຸກຄົນ ຍ່າງ ຕາມຫລັງ ຕິດຕາມ ຕໍ່ຕາມ ກັນດີ
ທັງນັ່ງທັງຄິດ ການຕໍ່ລາມ
ພໍໄດ້ຍິນ ຄໍາວ່າ ຕໍ່ຕາມ ນາງ ກໍ ຄຶດໃສ່ ຄໍາ ຕໍ່ລາມ ທີ່ ນາງ ໄດ້ຄຶດພໍ້ ມື້ຄືນນີ້ ນາງ ຄິດ ຢາກຊວນ ຫານໄຊ ລົມກັນ ເເຕ່ ມີ ເວລາ ຫນ້ອຍ ນາງ ຈຶ່ງ ອົດເອົາໄວ້ລົມ ໃນ ໂອກາດໃຫມ່ ນາງ ຮູ້ດີ ວ່າ ຫານໄຊ ເປັນ ຄົນ ສລາດ ເວົ້າ ຫນ້ອຍດຽວ ກໍ ເຂົ້າໃຈ ເເລະ ສາມາດ ຕໍ່ ເຣື່ອງຕື່ມ ເອງໄດ້ ນາງ ຄຶດເຫັນ ມື້ຄືນນີ້ ເເລະ ຮູ້ສຶກ ມີ ຄວາມສຸກໃຈ ທີ່ ໄດ້ນອນ ໃກ້ໆ ຖິດ ກັບ ຜູ້ຊາຍ ເທື່ອ ທໍາອິດ ບັດນີ້ ນາງ ກໍ ເຂົ້າໃຈ ໄດ້ດີວ່າ ບາງທີ ຜູ້ຍິງ ກໍ ມີ ອາຣົມ ຮ້ອນເເຮງ ຢາກເຂົ້າ ໄປຖາມ ສໍາພັດ ຄໍາເວົ້າ ຄໍາຈາ ກັບຜູ້ຊາຍ ໄວກວ່າ ຄວາມສງຽມຈຽມຕົວ ຮູ້ອົດທົນ ຮູ້ຫ້າມໃຈ ຮູ້ລໍຖ້າ ອັນ ທີ່ ລູກຜູ້ຍິງ ຮູ້ສຶກ ມີຂຶ້ນມາເອງ ຕັ້ງເເຕ່ ກໍາເນີດ ຊຶ່ງ ເຣື່ອງນີ້ ນາງ ກໍ ໄດ້ມາ ຮໍ່າຮຽນ ເອົາ ຢູ່ ທີ່ນີ້ ກັບ ຫານໄຊ
- ທິວາວັນ: ຫານໄຊ ເຈົ້າ ໄດ້ເວົ້າວ່າ ທຸກຄົນ ຍ່າງ ຕໍ່ຕາມ ກັນດີ ຖ້າ ເເຕ່ລະຄົນ ເເຕ່ລະປະເທດ ມີ ການສັມພັນທະໄມຕຣີ ຢ່າງດີ ຕໍ່ກັນ ຈັບມື ຖືເເຂນກັນ ຢ່າງເປີດໄຂ ກວ້າງຍາວໄກ ສ້າງ ມິຕພາບ ມີ ຄວາມເອື້ອເຟື້ອເຜື່ອເເຜ່ ຕໍ່ກັນເເທ້ ສັນຕິພາບເເທ້ ກໍ ຈະ ເກີດຂຶ້ນ ໄດ້ເເທ້ໆ ຕໍ່ກັນເເລະກັນ ເເຕ່ວ່າ ການຕໍ່ລາມ ເດ ເຈົ້າ ຈະ ອະທິບາຍ ສັ້ນໆ ຢ່າງໃດໄດ້?
- ຫານໄຊ: ເເມ່ນເເທ້ ຖ້າ ມີ ຈິດໃຈ ຢາກຈັບມື ເພື່ອ ສ້າງມິດ ສ້າງຄອບຄົວ ສ້າງປະເທດຊາດ ຂອງ ໃຜລາວ ສັນຕິພາບ ອັນເເທ້ຈິງ ກໍ ເກີດ ຂຶ້ນມາໄດ້ເເທ້
ເເຕ່ວ່າ ຍານ ເເຫ່ງ ຄວາມໂລບມາກ ຄວາມຕ້ອງການ ຂອງ ມະນຸດເຮົາ ມັນ ບໍ່ ມີ ເມືອງພໍເປັນຈັກເທື່ອ ຖ້າ ໄດ້ມາເເລ້ວ ກໍຢາກໄດ້ອີກ ມີເເລ້ວ ກໍຢາກມີອີກ ເຕັມເເລ້ວ ກໍຢາກໃຫ້ລົ້ນອີກຕື່ມ ດ້ວຍເຫດນີ້ເອງ ມັນ ຈຶ່ງ ມີ ຄໍາເວົ້າ ຕໍ່ລາມ ນີ້ ເກີດຂຶ້ນມາ ເຊັ່ນວ່າ ຝ່າຍວຽງຈັນ ໄປ ຕໍ່ລາມ ເອີ້ນເອົາ ອະເມຣິກາ ເຂົ້າມາ ຝ່າຍ ຄນປທລ ຕໍ່ລາມ ເອີ້ນເອົາ ຣັຖບານ ຮາໂນຍ ຣັດເຊັຍ ຈີນເຂົ້າມາ ເເລ້ວ ຣັຖບານ ຮາໂນຍ ຊໍ້າພັດ ຕໍ່ລາມ ຄວາມຄຶດ ເອົາ ມາເປັນ ຄວາມຄິດ ຢາກໄດ້ ດິນລາວ ຫລັງຈາກ ທີ່ໄດ້ ເມືອງເເຖ່ງ ຂອງລາວ ໄປເເລ້ວ ໃນ ອະນາຄົດ ຂ້າງຫນ້າ ຖ້າ ໄດ້ ໄຊຊະນະ ສົງຄາມ ຢູ່ ລາວ ພວກເຂົາ ອາດໃຊ້ ພວກ ຄນປທລ ຕໍ່ລາມ ໄປໃສ່ ລາວພາກອິສານ ກໍເປັນໄດ້? ເພາະ ຕັ້ງເເຕ່ ໃດມາ ຣັຖບານ ໄທຍ ເເລະ ຣັຖບານ ຮາໂນຍ ມີ ໂຄງການ ຢາກ ເປັນໃຫຍ່ ຢູ່ ໃນ ຂົງເຂດ ບໍຣິເວນ ອິນໂດຈີນ ເເຫ່ງນີ້ ປະເທດຈີນ ກໍ ເຊັ່ນ ດຽວກັນ ຫລັງຈາກ ທີ່ ໄດ້ ເຂດເເຂວງ ຢູນນານ ຂອງ ໄທລາວເເລ້ວ ກໍ ມີ ຈຸດປະສົງ ຢາກ ຕໍ່ລາມ ລົງມາ ສູ່ ລາວ ຄືກັນ ນີ້ເເລະ ຄື ການຕໍ່ລາມ ເເຕ່ ຂ້ອຍ ຄິດວ່າ ເຈົ້າກັບຂ້ອຍ ຄົງ ຈະເປັນ ການຕໍ່ລາມ ໃນ ຖານະດີ ອັນ ມີ ສັນຕິພາບ ມິຕພາບ ເເລະ ພາຣາດອນພາບເເທ້ ອັນນີ້ ຂ້ອຍ ເວົ້າ « ຕໍ່ລາມ » ຢູ່ ໃນ ຮູບ ກວ້າງຂວາງ ເເຕ່ ຢູ່ ໃນ ຂັ້ນເເຄບ ຂັ້ນບຸກຄົນເເລ້ວ ຄວາມຄິດເຫັນ ກໍ ເເຕກຕ່າງກັນໄປອີກ ເເບບໃຫມ່
- ທິວາວັນ: ຂ້ອຍ ນັບຖື ຄວາມຄິດດີ ຂອງເຈົ້າ ຂ້ອຍ ຄິດວ່າ ເຈົ້າ ສາມາດ ອ່ານ ຄວາມຄິດ ເເລະ ຄວາມຄຶດ ຂອງຂ້ອຍໄດ້ ເພາະ ຖ້າ ຂ້ອຍ ເປັນ ຄົນ ອະທິບາຍ ກໍ ຄົງ ຈະເປັນໄປ ຢູ່ ໃນ ຮູບ ດຽວກັນ ກັບ ເຈົ້າ ເເຕ່ ເຈົ້າ ຄົບຖ້ວນດີ ກວ່າຂ້ອຍອີກ « ຕໍ່ລາມ » ຂັ້ນບຸກຄົນ ເດ! ເປັນ ເເບບໃດ?
- ຫານໄຊ: ຕ້ອງ ຊອກ ເຂົ້າໃຈ ໃຫ້ເເຈ້ງ ຄໍາວ່າ ຕໍ່ລາມ ອັນ ມີ « ຕໍ່ » ສົມ ກັບ « ລາມ » ຊຶ່ງ « ຕໍ່ » ຄື ຕໍ່ເຊືອກ ຕິດຕໍ່ກັນ ຕໍ່ຍາວ ສາຍການເດີນ ທາງຄະມະນາຄົມ ຄັນເເມ່ນ ໂຕສັດ ກໍເເມ່ນ ໂຕຕໍ່ ລາມຕອດ ຄັນເເມ່ນໄຟ ກໍຄື ໄຟລາມໄຫມ້ « ຕໍ່ລາມ » ມີ ຄວາມຫມາຍ ຄືດັ່ງ ຕໍ່ໄຟຈຸດໄຟ ໃຫ້ລຸກລາມຕໍ່ ອັນຄົນເວົ້າ « ຕໍ່ລາມ » ນັ້ນ ເພິ່ນ ເເປໄປໄດ້ ຫລາຍຢ່າງ ຄື ເວົ້າ ສຸມສີ່ສຸມຫ້າ ຫລື ຊົ້ວະສີ່ຊົ້ວະຫ້ານຶ່ງ ເວົ້າລາມພະລາມຈົວ ເວົ້າບໍ່ມີຈຸດ ເວົ້າບໍ່ມີ ຫົວສົ້ນປາຍນອນ ເວົ້າບໍ່ມີຂອບເຂດ ເວົ້າເພື່ອເວົ້າ ອັນ ທີ່ ບໍ່ມີ ຈຸດຫມາຍປາຍທາງນຶ່ງ ເວົ້າໄປເວົ້າມາ ກໍລາມ ໄປໃສ່ ເຣື່ອງ ຂາຍຂີ້ຫນ້າ ຕົນເອງ ເວົ້າຂີ້ພື້ນ ຂອງ ຕົນເອງ ໃຫ້ຫມູ່ຟັງ ໂດຍ ທີ່ ເຂົາ ບໍ່ໄດ້ຖາມ ວິທີເເກ້ ກໍຄື ຖ້າຕໍ່ຍາວໂພດ ຕ້ອງ ໃຊ້ ຄໍາຕັດ ໃຫ້ສັ້ນເຂົ້າ ມາໃສ່ ຖ້າມີຄົນ ມາຊອກ ຕໍ່ ເຣື່ອງ ລາມໃສ່ໂຕ ທີ່ ເຫັນວ່າ ເປັນ ອັນຕະຣາຍ ກໍ ຕ້ອງ ຮູ້ເເຈ້ງ ເເລະ ເຮັດ ການປ້ອງກັນ ຕົວເອງ ຜູ້ເວົ້າ « ຕໍ່ລາມ » ມັກ ເສັຽທ່າ ຢູ່ ສເມີ ໃນ ຂັ້ນບໍ່ຊ້າ ໃນ ຂັ້ນຍາວນານເເລ້ວ ເຊືອກຕໍ່ຍາວຫລາຍ ດຶງເເຮງຫລາຍ ເຄັ່ງຫລາຍມັນຂາດ ຖ້າຄົນ ໃຊ້ເຊືອກ ຢາກຕໍ່ລາມ ເລັ່ງຂຶ້ນໄປ ສູງເກີນໂຍດ ຖ້າມັນ ບໍ່ຍາວພຽງພໍ ກໍຂຶ້ນໄປບໍ່ເຖິງ ເເລ້ວກໍໄປຄາຄ້າງ ຢູ່ເທິງ ຖ້າຢ່ອນເຊືອກ ບໍ່ຍາວພຽງພໍ ໃຊ້ເເຂວນລົງໄປທາງລຸ່ມ ກໍອາດພາໃຫ້ ໄປຕົກຢູ່ໃນທ່າ ຫ້ອຍໂຕ່ງເຕ່ງ ຢູ່ເທິງ ຫລື ອາດພາໃຫ້ຕົກ ລົງລຸ່ມເປັນອັນຕະຣາຍໄດ້ ຍືດຢາງກະຕັງກະຕິ້ວ ອອກເຄັ່ງຫລາຍ ກໍອາດສາມາດ ຂາດເປັນ ຫລືບໍ່ດັ່ງນັ້ນ ກໍດີດກັບ ຖືກໃສ່ມືເຈົ້າຂອງຜູ້ຂຶງເອງ ກໍໄດ້ ຍຸທວິທີ ການຣົບ ຢາກ ຄືບຫນ້າ ໄປໄກຫລາຍ ຕໍ່ ເເນວຫນ້າ ຫລື ຕໍ່ຫົວເຂົາ ອອກໄປໄກຫລາຍ ກໍ ອາດສາມາດ ຖືກປຣາໄຊກໍໄດ້ ຍ້ອນ ການລໍາລຽງຍາກ ການຖອຍກັບຍາກ ຕ້ອງ ໃຫ້ຢູ່ໃນຂັ້ນກ້າວ ເເບບສົມມາສົມຄວນ ຄົນເວົ້າລາມຕໍ່ໄປ ບໍ່ມີ ຂອບເຂດ ໃຜໆ ກໍ ບໍ່ ມັກ ຂີ້ຫນ້າ ເເຕ່ ບາງຄົນ ກໍ ຊອກ ເດ່ມື ທາວເດ່ ຕໍ່ລາມ ໄປໃສ່ ຈຸດລັບ ຂອງ ຜູ້ອື່ນ ກໍ ມີ ທິວາວັນ? ອັນນີ້ ເວົ້າຫຍໍ້ໆ ກ່ຽວກັບ ບຸກຄົນ ນາຍຫມູ່ ສິງທອງ ຈະຕຣຽມ ອອກເດີນທາງ ຕໍ່ ຈັກຫນ່ອຍ ເມື່ອ ມີ ໂອກາດ ຈຶ່ງ ລົມກັນຕໍ່
- ທິວາວັນ: ເອີ ! ເເມ່ນເເລ້ວ ຖ້າ ພວກເຮົາ ເວົ້າລາມກັນຕໍ່ ຢູ່ບ່ອນນີ້ ກໍ ເເປວ່າ ຈະຕ້ອງ ຊັກຊ້າ ໄປບໍ່ຮອດ ຈຸດຫມາຍປາຍທາງ ຖືກຕ້ອງຕາມເວລາ ທີ່ ໄດ້ ກະເກນໄວ້ ຮີບພາກັນຍ່າງຕໍ່ ເເລ້ວ ໄປເວົ້າກັນຕໍ່ ຢູ່ ບ່ອນ ຢຸດພັກເຊົາ ກິນເຂົ້າທ່ຽງ ເນາະ ຫານໄຊ
ທິວາວັນ ຊອກ ຄຶດເເລະຄິດ ເບິ່ງ ເຊື້ອສາຍ ຕໍ່ລາມ ຂອງ ເເກວເຫນືອ
ພໍເມື່ອ ອອກເດີນທາງຕໍ່ ທິວາວັນ ກໍ ຄິດໄປນໍາທາງ ຄິດເລິກ ຊອກ ເຂົ້າໃຈ ຄໍາອະທິບາຍ ຂອງ ຫານໄຊ ນາງ ຮູ້ເມື່ອຄີງເອງ ວ່າ ນາງ ກໍ ເປັນ ຄົນ ຕໍ່ລາມ ເຫມືອນກັນ ການເອົາມື ເດ່ໄປໃສ່ເຂົາ ຄືນນີ້ ກໍ ເປັນ ການຕໍ່ລາມ ເເລະ ນາງເອງ ເຄີຍເວົ້າສູ່ ຫານໄຊ ຟັງ ວ່າ ຣັຖບານ ວຽດນາມເຫນືອ ມີ ຈຸດປະສົງ ຢາກ ຍຶດຄອງ ດິນລາວ ເເລະ ພວກຫົວຫນ້າ ຄນປທລ ກໍ ໄປຊອກ ຕໍ່ລາມ ເອົາ ເຣື່ອງ ມາໃສ່ ໂຕເອງ ເເຕ່ ນາງ ກໍ ບໍ່ ສາມາດ ລົງເລິກ ຕໍ່ໄປອີກໄດ້ ຫານໄຊ ສາມາດ ຂຸດຄົ້ນ ລົງເລິກໄດ້ ຮອດພຶ້ນດິນ ຊອກເອົາ ທາດບໍ່ເເຮ່ ຕ່າງໆ ຂຶ້ນມາ ສຶກສາ ພິດຈາຣະນາ ເບິ່ງໄດ້ ເຂົາ ເກີດ ຢູ່ ຫ່າງໄກ ທະເລນໍ້າເລິກ ເເຕ່ ກໍ ສາມາດ ມຸດດໍານໍ້າລົງໄປ ຊອກຄົ້ນ ເອົາຊັພຍາກອນ ຢູ່ພຶ້ນນໍ້າ ຂຶ້ນມາສຶກສາ ພິສູດໄດ້ ລື່ນຄົນ ພວກ ທີ່ ເກີດ ຢູ່ ເເຄມ ທະເລ ເປັນ ລູກຊາວທະເລ ນັ້ນ ອີກຊໍ້າໄປ ນາງ ກໍ ມີ ເຊື້ອສາຍ ທາງເເມ່ ເປັນ ວຽດ ຊາວເມືອງ ຮາໂນຍ ນາງ ຍອມ ຮັບຮູ້ ເອງ ໃນ ຖານະ ທີ່ ເປັນ ທ່ານຫມໍ ວ່າ ນາງ ມີ ອາຍຄີງຮ້ອນ ມີ ສາຍເລືອດຮ້ອນ ຄື ທາງເເມ່ ຂອງນາງ ເຖິງ ຫ້າສິບສ່ວນຮ້ອຍ
ຕໍ່ລາມຂັ້ນຫົວຫນ່ວຍຄອບຄົວ
ນາງ ຄຶດ ສັງເກດ ເຫັນ ສະພາບ ຊີວິດ ການເປັນຢູ່ ໃນ ຂອບເຂດ ຫົວຫນ່ວຍ ຄອບຄົວ ຂອງ ພໍ່ເເມ່ ຂອງນາງ ເເລະ ຂອງ ໄທເມືອງເເຖ່ງ ທີ່ ເອົາເມັຽ ວຽດ ເເລ້ວ ນາງ ກໍ ສາມາດ ສ່ອງເຫັນ ຮູບພາບ ຢ່າງກະຈ່າງເເຈ້ງ ກວ່າເກົ່າວ່າ ເເມ່ເຮືອນວຽດ ທຸກຄົນ ມີ ນິດສັຍໃຈຄໍ ຄວບຄຸມ ຫວງຜົວ ຫ້າມ ປາມຜົວ ບໍ່ໃຫ້ເຮັດ ຕາມໃຈຊອບ ໃນ ສິ່ງ ທີ່ ຖືກຕ້ອງ ເປັນທັມ ຕ້ອງ ໃຫ້ ຜົວ ເຮັດ ໄດ້ໃຈ ໂຕເອງ ຕາມ ຄວາມຄິດໂຕເອງ ມັກ ເອົາສິດ ໃຊ້ສິດ ຕໍ່ລາມ ໄປທົ່ວ ຫມົດເຮືອນ ນອກນັ້ນ ນາງ ກໍ ຍັງ ສັງເກດ ເຫັນອີກວ່າ ຄອບຄົວ ຂອງ ພວກ ດັ່ງກ່າວ ກໍ ຍັງ ມີ ບັນຫາ ຜິດຖຽງ ກັບ ຄວບຄົວ ຂອງ ໄທບ້ານ ທີ່ ຢູ່ ໃກ້ຖິດກັນ ຕິດຕໍ່ກັນ ພວກເເມ່ເຮືອນ ທັງຫມົດ ເຫລົ່ານັ້ນ ຊອກ ຍຸຍົງ ຜົວ ຂອງ ເຂົາເຈົ້າ ໄປ ຊອກ ຍ້າຍຫລັກຮົ້ວ ຊອກຫຍັບເຂົ້າໄປ ທາງກໍ້າ ຝ່າຍຄອບຄົວ ຂອງ ຜູ້ ຢູ່ ຂ້າງ ບ້ານ ເເລ້ວ ກໍ ພາໃຫ້ ເກີດ ເປັນ ເຫດ ຜິດຖຽງກັນຂຶ້ນ ຢ່າງບໍ່ມີຢຸດມີເຊົາ ເມື່ອ ເຈົ້າຫນ້າທີ່ ກົມຕາດິນ ຊາວວຽດ ເເລະ ພໍ່ບ້ານວຽດ ມາ ສຶກສາ ເບິ່ງ ເຣຶ່ອງເເລ້ວ ກໍ ໄດ້ ພາກັນ ຕັດສິນ ໃຫ້ ເຫດຜົນ ໄປ ທາງ ພວກ ເເມ່ເຮືອນວຽດ ເເມ່ ຂອງ ນາງເອງ ກໍ ພຍາຍາມ ຈົ່ມວ່າ ໃຊ້ສິດ ບີບ ໃຫ້ ພໍ່ ຂອງນາງ ຂີ້ຫລັກຂີ້ໂລບ ຍຶດກິນ ຕາດິນ ລ້ອມຮົ້ວ ກາຍ ເຂດ ຕາດິນ ຂອງ ຕົນເອງ ຂ້າມຟາກ ໄປ ກວມລວມ ເດ່ຊົ້ງ ຕໍ່ລາມ ເຂົ້າໄປ ຍຶດຄອງ ເອົາສິດ ຕາດິນ ຂອງ ຄອບຄົວອື່ນ ເເບບດຽວກັນ ໂດຍສະເພາະ ກໍ ເເມ່ນ ໃຫ້ເຮັດ ໄປ ຢ່າງ ໄຮ້ ສິນທັມ ເເລະ ຂາດ ຍຸຕິທັມ ກັບ ຄອບຄົວ ທາງກໍ້າ ຝ່າຍຜົວ ຕົນເອງ ພໍ່ ຂອງ ນາງ ກ້າ ຕ້ານທານ ບໍ່ ປະຕິບັດ ຕາມ ຄວາມຄຶດ ອັນ ດໍາມືດ ຂອງ ເເມ່ນາງ ພໍ່ ຂອງ ນາງ ເປັນ ຄົນ ເມືອງເເຖ່ງ ທີ່ ເປັນ ພໍ່ເຮືອນເເທ້ ຮັກ ເເລະ ນັບຖື ຊາວບ້ານຊາວເມືອງເເທ້ ເພິ່ນ ສາມາດ ເອົາ ຊນະ ເເລະ ປັບ ໃຈ ເເມ່ ຂອງ ນາງ ທີ່ ມີ ເຊື້ອສາຍ ວຽດ ຮາໂນຍ ໄດ້ ເເມ່ ຂອງ ນາງ ເຄີຍ ໄດ້ເຮັດວຽກ ເປັນ ເລຂາເກົ່າ ຂອງ ເລຢວນ ຫົວສມອງ ຂອງ ພັກ ຄອມມຸຍນິດ ວຽດນາມ
ພໍ່ຂອງ ທິວາວັນ ເປັນ ນັກຣົບ ກ້າຫານ ຊາວລາວ ລິເລີ້ມ ເອີ້ນ ຊາວວຽດ ຢູ່ ລາວ ວ່າ ເເກວ
ພໍ່ ຂອງ ນາງ ເຄີຍ ເປັນ ນັກຣົບເກົ່າ ທີ່ ເຄີຍ ໄດ້ຊ່ອຍ ຝຣັ່ງ ປ້ອງກັນ ເມືອງເເຖ່ງ ປາງ ເສິກ ດຽນບຽນຟູ ຕ້ານ ກອງກໍາລັງ ປະທານ ໂຮຈີມິນ ເເລະ ຟາມວັນດົງ ເເລດວນ ໂງງຽນຊຽບ ເເລ້ວ ຫລັງຈາກ ເສິກດຽນບຽນຟູ ເພິ່ນ ກໍ ໄດ້ຖືກ ເກັບເກນ ອີກເທື່ອນຶ່ງ ເຂົ້າໄປ ສັງກັດ ຢູ່ ໃນ ກອງກໍາລັງ ວຽດນາມເຫນືອ ເພື່ອໄ ປ ປົດປ່ອຍ ລາມຕໍ່ ໄປຕີ ຍຶດຄອງ ເອົາ ວຽດນາມໃຕ້ ພໍ່ ຂອງ ນາງ ໄດ້ ຊັ້ນ ຂັ້ນຮ້ອຍເອກ ເເລະ ໄດ້ຮັບ ຫລຽນກ້າຫານ ທີ່ ປະທານ ໂຮຈິມິນ ຕິດກາ ໃຫ້ເອງ ປັດຈຸບັນ ເພິ່ນ ເປັນ ຂັ້ນອາວຸໂສ ກິນເບັ້ຽບໍານານ
ການຫວນຄຶດຊອກເຂົ້າໃຈ ເຊື້ອສາຍ ທາງ ເເມ່ ສາຍໂລຫິດ ຕິດພັນ ທາງເເມ່ ໄດ້ຊ່ອຍ ໃຫ້ ນາງ ເຂົ້າໃຈ ເເຈ້ງດີ ວ່າ ເປັນຫຍັງ ຣັຖບານ ວຽດນາມເຫນືອ ຈຶ່ງ ມີ ເຈຕນາ ຕໍ່ລາມ ການຍຶດຄອງ ເຂົ້າມາຮອດ ໃນ ລາວ ເເລະ ໄດ້ເຂົ້າໃຈ ພວກ ຫົວຫນ້າ ເເລະ ພວກສັງກັດ ຢູ່ ໃນ ພັກ ຄນປທລ ເຊັ່ນ ເຈົ້າສຸພານຸວົງ ພວກ ຫົວຫນ້າ ອື່ນໆ ເຊັ່ນ ສະຫາຍ ສພນວ ກສ ຫນຮ ພມ ຄຕ ເເລະ ພວກ ເລຂາ ຢູ່ ອອ້ມຂ້າງ ພວກ ຜູ້ນໍາ ຄນປທລ ທັງຫລາຍ ສສ ບສ ທສ ທີ່ ໄດ້ໄປ ຮຽນຮູ້ ເຂົ້າໃຈ ການຕໍ່ລາມ ສ່ວນນຶ່ງ ມາເເຕ່ ຮາໂນຍ ບາງຄັ້ງບາງຄາວ ພໍ່ ຂອງ ນາງ ຍັງ ກ້າ ສອນ ນາງ ວ່າ ຄົນລາວ ທົ່ວໄປ ຈະເເມ່ນ ຢູ່ ລາວ ຢູ່ ເມືອງເເຖ່ງ ຢູ່ ລາວກາຍ ທຸກບ່ອນ ທີ່ ມີ ຊົນເຊື້ອຊາດລາວ ຢູ່ ໂດຍສະເພາະ ກໍ ເເມ່ນ ໄທລາວ ຊາວສິບສອງຈູໄທ ພວກເຂົາເຈົ້າ ເອີ້ນ ປະຊາຊົນ ຊາວວຽດນາມ ມາເເຕ່ໃດໆ ວ່າ ເເກວ ເພິ່ນ ໄດ້ອະທິບາຍ ເພີ່ມ ໃຫ້ ເຂົ້າໃຈ ຢ່າງ ລະອຽດດີ ເເລະ ເເຈ່ມເເຈ້ງວ່າ ເປັນຫຍັງ ຈຶ່ງ ເອີ້ນ ເເກວ? ເເມ່ນ ຄົນລາວ ທີ່ ໃສ່ຊື່ ເເກວນີ້ກ່ອນ ໃຫ້ ຊາວວຽດນາມ ຕອນຕົ້ນ ກໍ ເເມ່ນ ເອີ້ນວ່າ ພວກ ໃສ່ກຸບ ພວກ ທີ່ ມາຈາກ ເເກ່ວນັ້ນ ຫລື ເຂດນັ້ນ ເເລ້ວຕໍ່ມາ ກໍ ໄດ້ຄໍາວ່າ ເເກ່ວ ກຸບເເກວ ເເລະ ເເກວ ຕາມພາສາ ວຽດ ຊຶ່ງ ເເກວ ມີ ຄວາມຫມາຍ ວ່າ ເຂົ້າຫນົມອົມ ໃສ່ ເມັດຫມາກງາ ຫລື ພໍ່ຄ້າວຽດ ຫາບ ເຂົ້າຫນົມອົມ ຫມາກງາ ເລາະ ຂາຍ ຊາວຝຣັ່ງເສດ ກ່າຍເອົາ ຄໍາເວົ້າ ເເກວ ນໍາ ລາວ ໄປໃຊ້ຕໍ່ ສໍາລັບ ເອີ້ນ ຄົນວຽດນາມ ຕ່າງເເດນວ່າ ວຽດເເກວ ສໍາລັບ ປະຊາຊົນລາວເເລ້ວ ເເມ່ນ ພວກ ຄົນວຽດ ຕ່າງດ້າວ ມາຈາກ ດິນເເດນ ເເກ່ວອື່ນ ທີ່ອົ ພຍົບມາ ຢູ່ ລາວ ພວກ ມາລັກ ຢູ່ ລາວ ພວກຣຸກຣານ ເຂົ້າມາ ຍຶດຄອງ ເອົາ ດິນລາວ ຊຶ່ງ ເປັນ ການເອີ້ນ ອັນ ມີ ຄວາມຄິດ ປະຕິເສດ ໄປ ໃນ ຕົວ ວ່າ ຢູ່ ທີ່ນີ້ ເເລະ ເເຫ່ງນີ້ ບໍ່ເເມ່ນ ດິນເເດນ ຂອງ ພວກເເກວ ບໍ່ ເເມ່ນ ເເກ່ວເເກວ ປະຊາຊົນລາວ ຍັງ ເຄີຍ ໃສ່ຊື່ ເຂດ ເເດນ ເເກ່ວລາວ ທີ່ ຕິດກັບ ເເກ່ວ ວຽດນາມ ວ່າ ສາຍພູເເດນເເກ່ວ ຫລື ສາຍພູເເດນເເກວ
ທິວາວັນ ເຄີຍໄດ້ຮຽນ ເເລະ ສຶກສາຮູ້ ໂຄດເຊື້ອເເຊນ (ຝຣັ່ງ. Gène) ຂອງ ຊາວເເກວ ວຽດນາມເຫນືອ
ທ່ານຫມໍ ທິວາວັນ ຮັບຮູ້ ວ່າ ນາງ ກໍ ມີ ເຊື້ອ ສາຍໂລຫິດວຽດ ເຄິ່ງນຶ່ງ ທີ່ ມີ ນໍ້າເມັດເເຊນ ນ້ອຍໆ ບັນຈຸ ຢູ່ ໃນນັ້ນ ເມັດເເຊນ ເປັນ ຄືກັນກັບ ເຄື່ອງອັດ ຄວາມຈື່ຈໍາ ຊີວະປວັດເຊື້ອຊາດ ນ້ອຍສຸດ ທີ່ ບໍ່ ສາມາດ ມອງເຫັນ ດ້ວຍ ຕາເປົ່າໄດ້ ມັນ ເປັນ ຄື ຫີບ ມໍຣະດົກ ອັນ ນ້ອຍສຸດ ທີ່ ເກັບມ້ຽນ ນິດສັຍໃຈຄໍ ຂອງ ເເຕ່ລະຄົນ ຂອງ ເເຕ່ລະຄອບຄົວ ໄວ້ ຢູ່ ໃນນັ້ນ ເປັນຢ່າງດີ ເເລະ ຢູ່ ໃນ ເເຊນນັ້ນ ເພິ່ນ ຍັງ ສາມາດ ອ່ານ ການວິວັດ ຂອງ ໂລຫິດ ພ້ອມດ້ວຍ ນິດສັຍ ຂອງ ປະຊາຊົນ ຢູ່ ໃນ ປະເທດໃດປະເທດນຶ່ງ ນັ້ນໄດ້ ລາງເທື່ອ ກໍ ມີ ການວິວັດ ຈະເຣີນ ໄປໃ ນ ທາງ ຕໍ່ລາມ ຈົນ ກາຍເປັນ ສັນດານ ເເລະ ເປັນ ວັທນະທັມ ຂອງ ບຸກຄົນ ເເລະ ຂອງ ປະຊາຊົນ ໃນ ຊາດນັ້ນ ບາງຄັ້ງບາງຄາວ ກໍ ມີ ການວິວັດ ໄປ ໃນ ທາງ ຄວາມຮັກ ຮູ້ ນັບຖື ຮູ້ໃຫ້ ການຊ່ວຍເຫລືອ ປະຊາຊົນ ພາຍໃນ ຊາດ ຂອງ ຕົນເອງ ເເລະ ພາຍໃນ ຊາດອື່ນ
ກ່ອນ ນາງ ຈະມາ ປະຕິບັດງານ ຢູ່ ໃນ ລາວ ນາງ ໄດ້ພົບ ຜູ້ນໍາ ຜູ້ສໍາຄັນ ຂອງ ພັກຄອມມຸຍນິດ ວຽດນາມ ຫລາຍຄົນ ຢູ່ ຮາໂນຍ ເເມ່ນ ພັກນີ້ເອງ ເເລະ ຜູ້ນໍາ ຂອງ ພັກນີ້ເອງ ທີ່ ວາງເເຜນ ບົ່ງການ ທາງ ຍຸທສາດ ສະຫາພັນ ອິນໂດຈີນ ນາງ ໄດ້ຖືກ ຍົກຍ້ອງ ຍ້ອນ ການເສັຽສລະ ມາ ລາວ ຍ້ອນ ນາງ ເປັນ ລູກ ຂອງ ຜູ້ ທີ່ ໄດ້ຮັບ ຫລຽນກ້າຫານ ເເລະ ຍ້ອນວ່າ ນາງ ຮຽນອອກ ໂຮງຮຽນ ນາຍເເພດ ໄດ້ທີນຶ່ງ ຂອງ ລຸ້ນ ນາງ ທີ່ ມີ ນັກຮຽນ ເປັນ ຄົນວຽດ ຮ່ວມຮຽນ ດ້ວຍກັນ ທັງຫມົດ ເເປດສິບຄົນ ສະຫາຍ ເລຢວນ ຟາມວັນດົງ ເເລະ ນາຍພົນຊຽບ ໄດ້ ອະທິບາຍ ເເຜນການລັບ ຫລາຍຢ່າງ ສູ່ ນາງ ຟັງ ໃນນັ້ນ ກໍ ມີ ເເຜນການ ຕໍ່ລາມ ຂອງ ກອງກໍາລັງ ວຽດນາມເຫນືອ ເຂົ້າສູ່ ລາວ ເພື່ອ ຊົດຊ່ວຍ ຄນປທລ ເພື່ອ ໃຊ້ ດິນ ລາວ ທາງ ພາກເຫນືອ ພາກກາງ ເເລະ ພາກໃຕ້ ເພື່ອ ເປັນ ເສັ້ນທາງ ຍຸທສາດ ເເຊກຊຶມ ໂຈມຕີ ປົດປ່ອຍ ວຽດນາມໃຕ້ ເເລ້ວ ຫລັງຈາກນັ້ນ ກໍ ຍຶດຄອງ ເອົາ ດິນລາວ ເປັນຂັ້ນເປັນຕອນໄປ ຕາມ ເເຜນການ ຍາວນານ ຫລັງຈາກ ປົດປ່ອຍ ເອົາ ດິນລາວ ໄດ້ເເລ້ວ ກໍ ຈະຕ້ອງ ວາງເເຜນ ໃຊ້ ຄນປທລ ເປັນ ນົກຕໍ່ ເພື່ອ ຍຸເເຍ່ ຂຍາຍ ອິດທິພົນ ຄອມມຸຍນິດ ຄ້ອນຕີກ່ຽວ ຕໍ່ລາມ ເຂົ້າສູ່ ລາວ ພາກອິສານ ຕໍ່ໄປ ໂດຍ ທີ່ ວ່າ ຕ້ອງ ເນັ້ນເເນໃສ່ ການເມືອງ ດູດດຶງໃຈ ເເລະ ຈູງໃຈ ຣະຫວ່າງ ລາວ ເເລະ ໄທຍ ສໍາລັບ ລາວ ເເລະ ໄທຍ ທີ່ ພາກັນ ມັກກ່າວ ເຖິງ ບ້ານພີ່ເມືອງນ້ອງ ຂັ້ນລ້ອງລໍາທໍາເພງ ຈົນ ເຄີຍ ຊິນ ເຊັ່ນ ຮ້ອງເພງ ໂອ້ວຽງຈັນ ( ສຸຣະພົນ ) ຟັງລໍາ ພື້ນບ້ານ ລາວ ໄທຍ ຟັງເພງ ສອງຝັ່ງຂອງ ( ຄັນທະວານ ) ຮ່ວມກັນ
ໃນ ຂັ້ນລິເລີ້ມ ກໍ ເເມ່ນ ການສົ່ງເສີມ ສ້າງ ເສັ້ນທາງ ຍຸທສາດ ເປັນ ຫົວຂົວ ກ່າຍ ຕິດຕໍ່ກັນ ເຊັ່ນ ຂົວຂ້າມ ລໍານໍ້າຂອງ ເຫນືອກາງໃຕ້ ເເລ້ວຕໍ່ໄປ ກໍ ວາງເເຜນ ໃຫ້ ຈີນ ເເຜ່ນດິນໃຫຍ່ ທີ່ ມີ ເເຜນ ອັນຍາວນານ ຢູ່ເເລ້ວ ດ້ານ ຜົນປໂຍດ ທາງ ເສຖກິດ ເພື່ອ ຕ້ານ ເເລະ ຕັດລໍາ ການຂຍາຍ ເສຖກິດ ຂອງ ປະເທດ ຢີ່ປຸ່ນ ໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ໃຫ້ ມາ ຊ່ວຍສ້າງ ເສັ້ນທາງຣົດໄຟ ຕໍ່ລາມ ໃຫ້ຕື່ມ ສໍາຄັນ ທີ່ສຸດ ກໍ ເເມ່ນວ່າ ໂອກາດ ສໍາຄັນ ອັນໃດ ພິທີທາງການ ທີ່ ສໍາຄັນ ອັນໃດ ຕ້ອງໃຫ້ ມີ ທຸງລາວ ເເລະ ທຸງວຽດນາມ ປັກ ຮຽງຄູ່ກັນ ຢູ່ ເປັນ ເນື່ອງນິດ ສະຫາຍ ເລຢວນ ເເລະ ຊຽບ ຍັງ ໄດ້ບອກໃຫ້ ນາງ ຮູ້ວ່າ ນາງ ເປັນ ຜູ້ຕາງຫນ້າ ທີ່ ສໍາຄັນ ຂອງ ພັກ ເເລະ ຕ້ອງ ໃຫ້ ຈັບມືຖືເເຂນ ກໍາເເຫນ້ນ ກ້ຽວກ່ອມ ຕໍ່ລາມ ເອົາ ນາຍທະຫານລາວ ທີ່ ມີ ຄວາມສາມາດເເທ້ ຢູ່ ໃນ ຈໍານວນ ກໍາລັງ ຂອງ ຄນປທລ ໂດຍສະເພາະ ກໍ ເເມ່ນ ນາຍທະຫານ ຊື່ ຫານໄຊ ນາງ ຕ້ອງ ເຮັດ ສຸດ ຄວາມສາມາດ ຈົນ ໃຫ້ ເເຕ່ງງານ ກັບ ຫານໄຊ ໃຫ້ໄດ້ ຂໍໃຫ້ໄປ ເເຜ່ລາມ ການຈູງໃຈ ເຊັ່ນ ຊັກຊວນ ກ່ອມເອົາ ຄົນລາວ ຕາມ ນິທານ ພູສີ ເເລະ ພູທ້າວພູນາງ ເຣຶ່ອງ ຄວາມຮັກ ຣະຫວ່າງ ທ້າວ ພຸດທະເສນ ເເລະ ນາງ ກວງຮີ ທີ່ ປະຊາຊົນລາວ ມັກ ພາກັນ ເລົ່າ ໄດ້ກັບປາກ ຄັກປານ ບົດທ່ອງຂຶ້ນໃຈ ນົກເຕັນຊິວ ຢ່າງຕິດອົກຕິດໃຈ ຢ່າງບໍ່ຢຸດບໍ່ເຊົາ ປາສຈາກ ຄວາມເຂົ້າໃຈ ໃນ ຄວາມຫມາຍເເທ້ ອັນເລິກເເລບ ທາງ ເດັຽເລກຕິກ ເຊື່ອງຊ້ອນ ອັນເເທ້ຈິງ ຂອງ ມັນ ວ່າ ນົກເຕັນຊິວ ເເມ່ນ ວຽດ ເເລະ ປາຊິວ ເເມ່ນ ລາວ ຂໍ ໃຫ້ ທິວາວັນ ຈົງ ສາມາດ ເເປງກາຍ ເປັນ ນາງກວງຮີ ຫລື ພູນາງ ເເລະ ສ້າງ ຫານໄຊ ໃຫ້ ເປັນ ທ້າວ ພຸທເສນ ຫລື ພູທ້າວ ໃຫ້ໄດ້ ຫລືວ່າ ໃນ ນິທານ ເຣື່ອງນີ້ ຖ້າ ຈັບ ພະຣືສີລາວ ໄວ້ໄດ້ ບໍ່ໃຫ້ ມີ ຣິດເດດ ເເລ້ວ ບັງຄັບ ໃຫ້ ຣືສີ ປ່ຽນ ຣິດເດດ ວິຊາອາຄົມ ປ່ຽນ ຄວາມຮັກຊາດລາວ ໄປ ໃນ ທາງໃຫມ່ ເອົາຢາເບື່ອເມົາ ໃຫ້ກິນ ໃຫ້ຫລົງ ໄປ ຕາມ ເເຜນການ ຂອງວຽດ ຄື ບໍ່ໃຫ້ ຣືສີ ສາມາດ ໄປ ຊົດຊ່ວຍ ທ້າວ ພຸດທະເສນ ຕອນ ນອນ ຢູ່ ໃນ ຖໍ້າ ບໍ່ໃຫ້ ສາມາດ ປ່ຽນເເປງ ເອກສານລັບ ເເຕ່ຫົວທີນັ້ນໄດ້ ກໍ ເເຫ່ງຈະເປັນການດີທີ່ສຸດ ເເຕ່ ນາງ ກໍ ບໍ່ເຂົ້າໃຈ ເຣຶ່ອງນີ້ ໄດ້ດີ ພໍປານໃດ ເພາະ ນາຍພົນຊຽບ ເເລະ ເລຢວນ ມີ ເຈຕນາ ປິດອໍາ ບໍ່ ໄດ້ອະທິບາຍ ຕໍ່ໄປ ຈົນ ສຸດ ເຣຶ່ອງ ເພື່ອ ໃຫ້ ນາງ ເຂົ້າໃຈ ຢ່າງ ຄັກເເນ່ ນາງ ຄິດວ່າ ຕ້ອງ ໄດ້ໄປ ຖາມ ຫານໄຊ ອີກຕື່ມ ເພື່ອ ຊອກຄົ້ນ ໃຫ້ເຂົ້າໃຈເລິກ ເເຕ່ ພໍ່ ຂອງ ນາງ ເຄີຍ ເລົ່າ ນິທານລາວ ຫລາຍເຣຶ່ອງ ສູ່ ນາງ ຟັງ ເມື່ອ ຄາວ ສໄມ ນາງ ຍັງ ນ້ອຍ ເເລະ ເຣື່ອ ເກືອບ ທຸກ ເຣື່ອງ ກໍ ມີ ການອິດສາຣິດສຍາກັນ ມີ ເຣຶ່ອງ ຜີກ່ອງກ່ອຍ ມີ ເຣຶ່ອງ ນາງຍັກຄີນີ ມີ ເຣຶ່ອງ ມະໂຫສົດ ທາງ ພຸທສາສນາ ທີ່ ປາສນາ ສ້າງ ເເຕ່ ຄວາມສັນຕິສຸກ ໃຫ້ເເກ່ ມວນມະນຸດ ນາງ ຄິດເດົາ ເອົາເອງວ່າ ຢູ່ ໃນ ນິທານ ເຣຶ່ອງ ພູທ້າວພູນາງນີ້ ນີ້ ຕ້ອງ ມີ ນາງຍັກຄີນີ ເຂົ້າມາ ພົວພັນ ອິດສາຣິດສຍາ ບັງບຽດ ຢາກ ທໍາຣາຍ ຊີວິດ ຫລື ຢາກ ມາ ຍາດເເຍ່ງ ເອົາ ທ້າວ ພຸທເສນ ໄປ ເປັນ ຜົວ ຢູ່ ຊ້ອນ ຖ້າຫາກ ເປັນໄປດັ່ງນີ້ ຕົວນາງຍັກຄີນີ ກໍ ຕ້ອງ ເປັນ ຜູ້ນໍາ ສໍາຄັນ ຂອງ ຣັຖບານ ຮາໂນຍ ເເລ້ວ ທ້າວພຸທເສນ ກໍ ຕ້ອງ ເປັນ ລາວ ທີ່ ຮັກຫອມ ປະເທດຊາດ ບ້ານເມືອງລາວ ຢ່າງເເນ່ນອນ
ບັດນີ້ ນາງ ເຂົ້າໃຈ ຢ່າງ ເລິກເເລບດີ ນິດສັຍ ຂອງ ເຊື້ອສາຍເເຊນ ຕໍ່ລາມ ຕໍ່ກວມ ເເລະ ຄວາມນຶກຄິດ ເປັນ ອຸບາຍ ຂອງ ພວກຜູ້ນໍາ ຣັຖບານ ຮາໂນຍ ນາງ ຮູ້ ເເລະ ເຂົ້າໃຈໄດ້ ກໍ ເພາະ ນາງ ໄດ້ ຮໍ່າຮຽນ ວິຊາ ການເເພດສາດ ເເລະ ໄດ້ ສຶກສາຮູ້ ວິທຍາ ບີໂອໂລຊີ ເຊນີເຊນີຕິກ ທາງ ສາຍເລືອດ ຂອງ ຄົນ ນາງ ຮູ້ຄັກດີວ່າ ສາຍເລືອດ ຄົນວຽດ ໂດຍສະເພາະ ເເມ່ນ ກຸ່ມຊົນ ຢູ່ ວຽດນາມເຫນືອ ພວກເຂົາ ມີ ເຊື້ອ ນິດສັຍ ການຣຸກຣານ ການຕໍ່ລາມ ກາຍເຂດ ມັນ ເກີດມີມາ ເເຕ່ເຫິງນານ ເເຕ່ຕົ້ນກໍາເນີດ ຂອງ ເຊື້ອໂຄດ ພົງພັນ ຊາວວຽດນາມເຫນືອ ເອງ ນາງ ຮູ້ ດີ ອີກວ່າ ຫານໄຊ ຢູ່ ໃນ ເຊື້ອຊາດລາວ ທີ່ ມີ ຄວາມຮັກ ໃນ ເເກ່ນສານເເຊນ ບໍ່ຕໍ່ລາມ ເເລະ ບໍ່ຣຸກຣານໃຜ ດັ່ງ ຢູ່ ໃນ ນິທານ ມະໂຫສົດ ເເຕ່ ເມື່ອ ຮູ້ເຫັນເເລ້ວ ນາງ ກໍ ຈະສາມາດ ປະຕິບັດ ຕ້ານຢັນ ເຊື້ອເເຊນ ຫ້າສິບສ່ວນຮ້ອຍ ທີ່ ນາງ ມີ ທາງ ຝ່າຍເເມ່ ຂອງ ນາງ ນັ້ນໄດ້ບໍ? ນາງ ຈະສາມາດ ຫ້າມໃຈ ບໍ່ເອົາມືເດ່ ຕໍ່ລາມ ໄປໃສ່ ທ້ອງນ້ອຍ ຂອງ ຫານໄຊ ໄດ້ບໍ? ຖ້າ ຫານໄຊ ມີ ເຊື້ອ ຕໍ່ລາມ ມື້ຄືນນີ້ ຫານໄຊ ຄົງ ຈະໄດ້ ໂອກາດດີ ເພື່ອ ເບີຍເອີກ ຂື້ນ ນອນເຕັງ ປິ່ນປົວ ນາງ ໄປເເລ້ວ ເພາະ ນາງ ກໍ ຮູ້ດີ ວ່າ ນາງ ເປັນ ຜູ້ໃຫ້ທ້າຍ ຫານໄຊ ຢູ່ເເລ້ວ ຜູ້ຍິງວຽດ ລູກນໍ້າເຄັມ ເຊື້ອເກືອທະເລ ມີ ອະຣົມ ຮຸນເເຮງ ນາງ ຊອກ ພົບເຫັນ ສາຍເຊື້ອຕໍ່ລາມ ເເຕ່ ນາງ ກໍ ບໍ່ ສາມາດ ຊອກ ພົບເຫັນ ຄໍາເວົ້າ ທີ່ ເປັນ ຄໍາຕອບ ເພື່ອ ຊ່ວຍ ໃຫ້ ນາງ ສາມາດ ເປັນ ຄະຕິ ເຕືອນໃຈ ເພື່ອ ຕ້ານ ຄວາມຄິດ ຕໍ່ລາມ ນັ້ນໄດ້ ນາງ ຮູ້ດີວ່າ ຢູ່ ໃນ ສຸພາສິດວຽດ ບໍ່ ມີ ຄໍາເວົ້າ ຫ້າມຫລືຕ້ານ ການຕໍ່ລາມ ສຸພາສິດວຽດ ມີເເຕ່ ບົ່ງບອກ ເຖິງ ເຣຶ່ອງ ການປະຕິວັດ ຜລິດຜົນ ເເຜ່ຂຍາຍ ການຕໍ່ລາມ ໃຫ້ ຫລາຍຂຶ້ນ
ນາງ ຍັງ ຈົດຈໍາ ຜົນ ທາງ ດ້ານສຶກສາຄົ້ນຄວ້າ ວິທຍາ ບີໂອໂລຊີ ເຊນີຕິກ ກ່ຽວກັບ ກຸ່ມເເຊນ ຫລື ຫນັງສື ກຸ່ມໂລຫິດ ປະຈໍາຕົວ ຂອງ ຊາວເເກວ ວຽດນາມເຫນືອ ສ່ວນໃຫຍ່ ກໍ ເເມ່ນ ຢູ່ ໃນ ສອງ ກຸ່ມ ຮັບ ສອງ ເເລະ ສີ່ ເເລະ ນິດສັຍໃຈຄໍ ຂອງ ເເຕ່ລະກຸ່ມ ກໍ ມີ ດັ່ງນີ້
ກຸ່ມສອງ ມີ ຄວາມດີ ຫລາຍຢ່າງ ເເຕ່ ມີ ນິດສັຍ ຄວາມນຶກຄິດ ງໍ ເປັນ ຄືຂໍ ຄືຂອດ ຄືກ່ຽວ ຄື ຂໍໃຊ້ຫ້ອຍຊີ້ນ ຢູ່ ໂຮງຂ້າສັດ ເປັນ ກຸ່ມຮັບ ຫລາຍກວ່າໃຫ້ ເປັນ ກຸ່ມ ຍືດຫຸບກົ່ງຕົວເຂົ້າ ຄືຂໍ ຄ້າຍຄື ຂີ້ກະເດືອນ ກະດືບໄປ ເປັນ ກຸ່ມ ທີ່ ຮັບ ຫລື ເກັບເກນ ເອົານໍາ ຜູ້ໃຫ້ຫລາຍໂພດ ເມື່ອ ຂາດ ຜູ້ເອົາໃຫ້ ມັນ ກໍ ເກີດມີ ບັນຫາຂຶ້ນ ເເລ້ວ ກໍ ພາໃຫ້ ກຸ່ມນີ້ ເກີດ ມີ ເຫດຂຶ້ນໄດ້ ເເຕກສລາຍ ໄປເອງໄດ້ ຍ້ອນ ຄວາມໂລບມາກ ເກີນເຂດ ຂອງມັນເອງ ເເຕກໃນຮູບ ທີ່ ວ່າ ບໍ່ ມີ ເເນວ ປ້ອນ ພຽງພໍ ຫລື ເເຕກ ຍ້ອນ ການຢາກ ຮັບກິນ ຫລາຍໂພດ
ກຸ່ມສີ່ ໄດ້ເເກ່ ການປະສົມ ກຸ່ມເເຊນສອງ ເເລະ ກຸ່ມເເຊນສາມ ເປັນ ກຸ່ມ ທີ່ ສາມາດ ເຮັດດີໄດ້ ຫລາຍຢ່າງ ເເຕ່ ມີ ນິດສັຍໃຈຄໍ ສັບສົນ ກຸ່ມສອງ ເເລະ ສາມ ບໍ່ ຖືກກັນດີ ມັກ ຂັດຄໍກັນຢູ່ສເມີ ກຸ່ມສີ່ ເປັນ ກຸ່ມຮັບ ຂັ້ນສາກົນ ( ເເຊນກຸ່ມນຶ່ງ ຫລື ອໍຣີຊີນ ເປັນ ກຸ່ມເອົາໃຫ້ ສາກົນ ເເຕ່ ຕົນເອງ ຕ້ອງຊ່ອຍຕົນເອງ ) ຕົວຢ່າງ ຢູ່ ໃນ ຄອບຄົວນຶ່ງ ຖ້າ ຜົວ ມີ ກຸ່ມສອງ ເເລະ ເມັຽ ມີ ກຸ່ມສາມ ມັນ ກໍ ມັກ ມີ ການຜິດຖຽງ ຫລື ມີ ຄວາມຄິດ ບໍ່ ກົງກັນ ຢູ່ສເມີໄປ ຫລືບໍ່ດັ່ງນັ້ນ ກໍ ໄປຊອກ ຜິດຖຽງ ກັບ ຜູ້ອື່ນ ສາມາດ ຜິດຖຽງໄດ້ກັບ ຜູ້ເອົາໃຫ້ ລອງຄິດເບິ່ງວ່າ ຢູ່ ໃນ ຕົວ ຄົນດຽວ ມີ ທັງ ສອງ ເເລະ ສາມ ຮ່ວມກັນ ຄື ເຊື້ອຊາດເເກວເຫນືອ ເເລ້ວ ມັນ ຈະ ມີ ນິດສັຍໃຈຄໍ ເປັນ ເເບບໃດ?
ນາງ ມີ ສາຍເຊື້ອເເຊນ ວຽດ ຮາໂນຍ ມີ ນິດສັຍ ຕໍ່ລາມ ຄື ທາງເເມ່ ເເຕ່ ນາງ ມີ ສະຕິ ຄວາມຄຶດ ເເລະ ຄວາມຄິດ ສູງ ກ້າຫານ ເເຫລມຄົມ ໄດ້ທາງເຊື້ອສາຍ ໄທລາວ ຂອງ ພໍ່ນາງ ເກືອບຈົນຫມົດ ນາງ ບໍ່ ມັກ ນິດສັຍ ເຊື້ອວຽດຮາໂນຍ ຕັ້ງເເຕ່ ສໄມ ຢູ່ ມະຫາວິທຍາໄລ ເເພຊສາດ ເພາະ ນັກສຶກສາ ວຽດ ເກືອບ ທຸກຄົນ ຢ້ານລື່ນ ຢ້ານເຫລືອ ນາງ ເເລະ ນາງ ຍັງ ສັງເກດ ໄປ ຕື່ມອີກວ່າ ຫານໄຊ ມີ ຈຸດ ຮ່ວມ ດີເລີດ ຫລາຍຈຸດ ຄື ພໍ່ ຂອງນາງ ຊຶ່ງ ນາງ ຍັງ ຈື່ຈໍາ ຄໍາເວົ້າ ຂອງ ພໍ່ນາງວ່າ ຕັ້ງເເຕ່ ໃດໆ ມາ ເຊື້ອສາຍ ໄທລາວ ບໍ່ ເຄີຍໄດ້ ໄປ ຊອກ ຕໍ່ລາມ ຣຸກຣານ ຊອກ ກໍ່ ຜິດຖຽງ ກັບ ຊາດອື່ນໃດ ເຊື້ອສາຍ ໄທລາວເເທ້ ເມື່ອ ໄດ້ຮັບ ເຄື່ອງຂອງ ນໍາ ຜູ້ອື່ນເເລ້ວ ຍ່ອມ ມີ ສິ່ງຂອງ ຕອບເເທນຄືນ ເເກ່ ຜູ້ເອົາໃຫ້
ນາງ ຊອກ ຄຶດ ເເລະ ຄິດ ຮຽນຮູ້ ຕົນເອງ ຮຽນຮູ້ ປຣັຊຍາ ຊີວິດ ເເບບ ບໍຣິສຸດໃຈ ໂດຍ ບໍ່ມີ ເຈຕນາ ຄຶດ ເເລະ ຄິດ ໄປ ໃນ ທາງ ເເບ່ງເເຍກ ເຊື້ອຊາດ ຜິວພັນ ເເຕ່ຢ່າງໃດເລີຍ ນາງ ຄຶດ ເເລະ ຄິດ ໃສ່ ຄວາມຈິງເເທ້ ເພາະວ່າ ຄໍາເວົ້າ ຂອງ ພໍ່ນາງ ເເລະ ການຮູ້ສັງເກດ ດ້ວຍຕົນເອງ ຂອງ ນາງ ຊ່ວຍ ພາໃຫ້ ນາງ ຊອກ ສຶກສາ ຮູ້ຈັກ ຄວາມຈິງ ຢ່າງ ບໍ່ຫລົງໄຫລ ບໍ່ງົມງາຍ ຄື ຄວາມຈິງ ອັນນັ້ນ ກໍ ເເມ່ນວ່າ ຣັຖບານ ວຽດນາມເຫນືອ ກໍ ຕໍ່ລາມ ເເລະ ຣຸກຣານ ລາວເເທ້ ຢ່າງ ປະຕິເສດ ບໍ່ໄດ້ ເເລະ ຜູ້ ທີ່ ສາມາດ ປະຕິເສດໄດ້ ຄົງ ເເມ່ນ ພວກຜູ້ນໍາ ຂັ້ນສູງ ຂອງ ຄນປທລ ເອງ ເເຕ່ ບໍ່ເເມ່ນ ນາງ
ຜູ້ນໍາ ຣັຖບານ ຮາໂນຍ ມີ ເຊື້ອຕໍ່ລາມ ເເຕ່ ກໍ ມີ ຈຸດອອ່ນ ເເລະ ຊ່ອງຫວ່າງ ຢູ່ ຢ່າງ ມາກມາຍ ຈຸດອ່ອນນັ້ນ ກໍ ເເມ່ນ ຕົນເອງ ທໍາຣາຍ ຕົນເອງ ເເລະ ພາຍໃນ ເຊື້ອສາຍ ຕໍ່ລາມ ຂອງ ຕົນເອງ ເເຕກສລາຍ ໄປເອງໄດ້ ເເມ່ນ ການເເຕກ ໄປ ໃນ ທາງດີ ເພື່ອ ຜົນປໂຍດ ອັນເເທ້ຈິງ ຂອງ ປະຊາຊົນ ຊາວວຽດນາມ ຂີ້ກະເດືອນ ຈະຕ້ອງ ຫຸບຕົວ ຖອຍກັບຄືນ ເຂົ້າມາຢູ່ ເຂດຂອງມັນເອງ ເເກ່ວ ຂອງມັນເອງ ຄໍາເຍາະເຍີ້ຍ ຂອງ ລາວ ຄໍາວ່າ ເເກວ ມັນເເຮງກວ່າ ໂຕເຫລືອກ ໂຕຮີ້ນ ຕອມກັດ ຕາຊ້າງສານ ເພາະ ຊ້າງ ມັນ ຈະຕ້ອງ ໄດ້ໃຊ້ ຫາງມັນເອງ ຟາດປັດເຊັດຕາ ຂອງມັນເອງ ຢູ່ບໍ່ຢຸດບໍ່ເຊົາ ເເລະ ເຮັດໃຫ້ ເກີດມີ ນໍ້າຕາ ຂອງມັນ ໄຫລ ອອກມາເອງ ຮີ້ນ ເເລະ ເຫລືອກ ນັ້ນ ກໍ ເເມ່ນ ປະຊາຊົນ ວຽດນາມເອງ ດັ່ງ ທີ່ ພໍ່ ຂອງ ນາງ ເຄີຍ ໄດ້ກ່າວມາເເລ້ວ
ຄໍາວ່າ ເເກວເຫນືອ ຫົວຂອດ ເເກວເຫນືອ ຂີ້ກາກ ມາຈາກໃສ?
ເມື່ອ ມາ ຊອກ ກ່າວ ຫຍໍ້ໆ ເບິ່ງ ກຸ່ມ ເຊື້ອສາຍ ພົງພັນ ຂອງ ພວກເເກວ ຮາໂນຍ ເເລ້ວ ກໍ ເຫັນວ່າ ມັນ ມີ ການຊອກຫຍຸ້ງ ກໍ່ກວນກັນ ສັບສົນ ຊູຊີ ຫິນະ ຣົບກວນ ໃຫ້ ຫມຸດຫມັດ ໃຫ້ ເກີດ ຄັນຄາຍ ຕົນຕົວ ລຶກລັບ ຍືດຫຸບໂຕ ຄືບຫນ້າໄປ ຄື ຂີ້ກະເດືອນ ດຸດດິນຕໍ່ ມີ ຄວາມຄຶດ ເເລະ ຄວາມຄິດ ໂງ້ງ ງົດງໍ ເປັນ ຄື ຂໍ ຄື ກ່ຽວ ໂລບມາກ ໂລພາ ຢາກ ຮັບເອົາ ຫລາຍ ຊອກຢາກໄດ້ຫລາຍ ຊອກຕໍ່ລາມ ບໍ່ ມີ ເມືອງພໍ ເເຕ່ ມັນ ກໍ ສາມາດ ຜິດຖຽງກັນເອງ ຄຶດ ເເລະ ຄິດ ຜິດຖຽງກັນເອງໄດ້ ຍ້ອນ ຄວາມຢາກຮັບຫລາຍ ຢາກໄດ້ຫລາຍ ຢາກກິນຫລາຍ ກາຍເຂດ ຈົນເເຕກ ເອງໄດ້ ໄປໃນຕົວ ການເເຕກ ໄປເອງ ຜິດຖຽງກັນ ໄປເອງ ໃນ ອະນາຄົດ ຄົງ ຈະເເມ່ນ ການຕື່ນຕົວ ຂອງ ປະຊາຊົນ ທີ່ ຖືກ ບີບ ບັງຄັບ ຫລາຍໂພດ ຍ້ອນ ການຮວມສູນ ຢາກ ມີ ອໍານາດ ກາຍຂອບເຂດ ກາຍຊອກ ກອບໂກຍ ທຸກສິ່ງຢ່າງ ເອົາມາໃສ່ ຕົນເອງ ຫລາຍເກີນ ຂອບເຂດ ທິວາວັນ ເຄີຍ ໄດ້ຍິນ ພວກ ເເມ່ຕູ້ ໄທເມືອງເເຖ່ງ ພາກັນ ເວົ້າ ຢູ່ ເລື້ອຍໆ ວ່າ ພວກເເກວ ມີ ເຊື້ອສາຍ ສັນດານ ໂລບມາກ ໂລພາ ມາ ຕັ້ງເເຕ່ ເມື່ອ ຕອນ ພວກເຂົາ ປະໂລຫົວມົ້ມ ອອກມາ ຈາກ ຕີນສິ້ນ ຂອງເເມ່ ພວກເຂົາພຸ້ນ
ບັດນີ້ ນາງ ເຂົ້າໃຈ ໄດ້ດີ ໄດ້ເລິກຕື່ມອີກ ໃນ ຄວາມຫມາຍ ທີ່ ພໍ່ ຂອງນາງ ເອີ້ນ ຄົນວຽດ ວ່າ ເເກວຂີ້ກາກ ( ຍ້ອນ ມັນ ກວນ ໃຫ້ ເກີດ ຄັນຄາຍ ກວນເສັ້ນປະສາດ) ເເກວຫົວຂອດ ຍ້ອນວ່າ ຢູ່ ໃນ ເຊື້ອເເຊນ (ຝຣັ່ງ. Gène) ຂອງ ພວກເຂົາ ມັນ ມີ ຄວາມຄິດ ເປັນ ຂໍ ເເລະ ເປັນ ຂອດ ທີ່ ຄົດລ້ຽວ ບໍ່ຊື່ ຢູ່ ໃນ ສໄມນີ້ ກໍ ໄດ້ ເເກ່ ການຂີ້ສໍ້ຂີ້ໂກງ ເອົາຂອງ ຜູ້ອື່ນ ການລັກໂລບ ສໍ້ຣາດບັງຫລວງ ຍຶດຄອງ ເອົາ ສິ່ງ ທີ່ ບໍ່ ເປັນ ຂອງ ໂຕເອງ ການເອົາ ອໍານາດ ຜະເດັດການ ບໍ່ເເບ່ງປັນ ນາງ ຍົກຍ້ອງ ຄົນລາວ ທີ່ ຮູ້ ໃສ່ ຊື່ຄົນ ຖືກ ຕາມ ການເຫັນເເທ້ ເເບບ ບໍ່ເເມ່ນ ເຫັນເພື່ອເຫັນ ຮູ້ເພື່ອຮູ້ ເອີ້ນຊື່ເພື່ອເອີ້ນຊື່ ເເບບບໍ່ເຂົ້າໃຈ ຄືດັ່ງ ທີ່ ຫານໄຊ ໄດ້ເວົ້າມາເເລ້ວ
ຄົນລາວ ສໄມກ່ອນ ຍັງ ບໍ່ທັນໄດ້ຮຽນ ວິທຍາ ເຣຶ່ອງ ເຊື້ອເເຊນ ເເຕ່ ກໍ ຍັງ ຮູ້ຈັກ ໃສ່ຊື່ ເອີ້ນ ຊາວວຽດນາມ ຖືກ ຕາມ ວິທຍາບີໂອໂລຊີ ເຊນີຕິກ (ຝຣັ່ງ. Biologie génétique) ກ່ຽວກັບ ການສຶກສາຮູ້ ເຊື້ອເເຊນ ຂອງ ເຊື້ອຊາດ ຊາວວຽດນາມເຫນືອ ອັນນີ້ ເເມ່ນ ປັນຍາ ທັມມະຊາດ ຂອງ ຈິດ ສງົບ ເເລະ ໃສເເຈ້ງ ທີ່ ເກີດຂຶ້ນ ມາເອງ ຫານໄຊ ເປັນ ຄົນລາວ ທີ່ ມີ ບຸກຄະລິລັກສນະ ສອດຄ່ອງດີ ກັບ ປັນຍາທັມມະຊາດ ເຫລື້ອມໃສ ອັນນີ້
ຍ່າງເຄື່ອນທີ່ ຄິດດີໄປ ຄື ຍ່າງຈົງກົມ
ສົງຄາມ ນ້ອຍສຸດ ທີ່ ບໍ່ ເຫັນ ດ້ວຍ ຕາເປົ່າ ຣະຫວ່າງ ຄຶດ ຄິດ ເເລະ ການຕໍ່ລາມ ທີ່ ມີ ເກີດຂຶ້ນ ຢູ່ ໃນ ຈິດໃຈ ຂອງ ນາງນັ້ນ ນາງ ຄິດວ່າ ຫານໄຊ ອາດ ຈະມີ ກຸນເເຈ ໄຂ ປະຕູ ຂອງ ກໍາເເພງ ທີ່ ຕັນ ບ່ອນ ເກັບມ້ຽນລັບ ເຊື່ອງຊ້ອນ ຄໍາຕອບ ທີ່ ມີ ຄ່າ ຣາຄາສູງ ນັ້ນໄວ້
ນີ້ລະນໍ ພໍ່ ຂອງ ນາງ ຈຶ່ງ ເຄີຍ ສອນ ໃຫ້ ນາງ ເຂົ້າໃຈ ວ່າ ຄຣູບາ ອາຈານ ເວລາ ເພິ່ນ ຍ່າງ ເດີນຈົງກົມ ຍ່າງສະມາທິ ເພິ່ນ ຍ່າງ ເພື່ອ ຊອກ ພິດຈາຣະນາ ຄຶດ ເເລະ ຄິດ ເພື່ອ ໃຫ້ ເຫັນເເຈ້ງຂຶ້ນ ດັ່ງ ທີ່ ຫານໄຊ ເວົ້າວ່າ ບໍ່ເເມ່ນຍ່າງເພື່ອຍ່າງ?
ນາຍຫມູ່ ສິງທອງ ພາ ຍ່າງລັດ ກາຍໃສ່ ເເຕ່ ບ່ອນ ທີ່ ມີ ທັມມະຊາດ ສວຍງາມ ລາງເທື່ອ ກໍ ກາຍຜ່ານ ໄປ ໃກ້ໆ ກັບ ສວນ ໃຮ່ນາ ບ່ອນປູກຝັງ ບ່ອນລ້ຽງສັດ ລາງເທື່ອ ກໍ ພົບພໍ້ ຊາວໃຮ່ ຊາວສວນ ທີ່ ມີ ນິດສັຍໃຈຄໍດີ ຍໍມືນົບ ຖາມສະບາຍດີ ເເລະ ອ່ວຍພອນ ໃຫ້ ກອງກໍາລັງ ມີ ສຸຂພາບ ເຂັ້ມເເຂງ ເເລະ ໃຫ້ໄດ້ຮັບ ໄຊຊນະ ເມື່ອ ພວກເຂົາເຈົ້າ ຍ່າງ ກາຍຜ່ານ ມາເຫັນ ຫານໄຊ ຊາວບ້ານ ຊາວເມືອງ ທຸກຄົນ ກໍ ມີ ຄວາມນັບຖື ຫານໄຊ ເພາະ ເຂົາ ເປັນ ຄົນລາວເເທ້ ເເລະ ເປັນລູກບ້ານ ຫລານເມືອງເເທ້ ເຂົາ ມີ ຄຸນສົມບັດ ລື່ນ ຄໍາວ່າ ເປັນ ກໍາລັງ ຂອງ ຄນປທລ ເເລະ ເປັນ ນາຍທະຫານ ສູ້ຣົບຕົບຕ່ອຍ ປະຕິບັດ ຫນ້າທີ່ການເເທ້ ເຫມາະສົມ ທຸກຢ່າງ ເພື່ອ ເປັນ ຜູ້ນໍາ ລື່ນ ຈສພນວ ກສ ຫນຮ ຄຕ ເເລະ ພວກເລັຽເເຂ່ງເລັຽຂາ ພວກຜູ້ນໍາ ຣັຖບານ ຮາໂນຍ ອື່ນໆ ທີ່ ໄດ້ ເເຕ່ ທຽວໄປຮັບເອົາ ຄໍາສັ່ງ ຢູ່ ຮາໂນຍ ພວກເຫລົ່ານີ້ ຈະຕ້ອງ ມີ ເຊື້ອເເຊນ ທີ່ ມີ ນິດໃສ ຕິດຕາມ ເເລ່ນຕາມ ຊອກເເກມ ຫ້ອຍຕິດ ກົ່ງກົ້ມ ນໍາ ພວກ ກຸ່ມເເຊນ ຕໍ່ລາມ ຮາໂນຍ
ພໍ່ ຂອງ ນາງ ເຄີຍ ສອນ ໃຫ້ຮູ້ຈັກ ເເຕ່ ຍັງ ນ້ອຍ ເພື່ອ ເຕືອນ ສະຕິ ເເລະ ໃຫ້ມີໃຈ ວ່າ ຢ່າສູງເເຕ່ຊື່ ຢ່າຢູ່ເຄິ່ງໆກາງໆ ເມື່ອ ມີ ພາຣະ ສໍາຄັນ ຈໍາຕ້ອງ ໄດ້ເຮັດໄດ້ທໍາ ການລັ່ງເລໃຈ ຢູ່ ເຄິ່ງໆ ກາງໆ ບໍ່ມີທ່າທີ ຕໍ່ຫນ້າ ສະພາບການໃດໆ ທັງຫມົດນັ້ນ ກໍ ທຽບ ໃສ່ໄດ້ ກັບ ພວກຫມາຂີ້ເຮື້ອນ ເເລ່ນພະເນຈອນ ຢູ່ນໍາ ຂ້າງ ຖນົນ ຫົນທາງ ນັ້ນເອງ ນາງ ຮູ້ເມື່ອຄີງດີ ວ່າ ນາງ ພວມ ຍ່າງ ເດີນຈົງກົມ ຢູ່ ເເລະ ເຫັນເເຈ້ງ ນາງ ບໍ່ໄດ້ຫລັບຕາຍ່າງ ບໍ່ໄດ້ ເຕະສະດຸດ ນາງ ເຫັນ ເສັ້ນທາງເດີນ ເເຈ້ງດີ ນາງ ຍ່າງຕາມຫລັງ ຫານໄຊ ນໍາຕາມ ເສັ້ນທາງ ທີ່ ໄດ້ຂີດໄວ້ ຢ່າງ ຊັດເຈນ ເພື່ອ ນໍາໄປສູ່ ຈຸດມຸ້ງຫມາຍ ຢ່າງຄັກເເນ່ ນາງ ບໍ່ໄດ້ຍ່າງ ນໍາກົ້ນ ຄົນ ເເບບ ບໍ່ຮູ້ບໍ່ເຫັນ ຫລື ເເບບ ຫູດັບຕັບໄຫມ້ ນາງ ຈື່ ຄໍາ ທີ່ ພໍ່ ຂອງ ນາງ ສັ່ງໄວ້ ໃຫ້ ເຫັນ ຄວາມເເຕກຕ່າງ ຣະຫວ່າງ ເປັນຫມາ ຂີ້ເຮື້ອນ ຍ່າງເຊຊ້າຍເຊຂວາ ບໍ່ຈື່ຈໍາ ກິ່ນຍ່ຽວ ທີ່ ມັນເອງ ໄດ້ ຫມາຍ ເປັນ ເເກ່ວໄວ້ ເເຕ່ປາງກ່ອນເກົ່າ ເເລະ ເປັນ ຫມາ ທີ່ ຄຣູບາ ອາຈານ ລ້ຽງເຝົ້າ ຮັກສາ ວັດວາ ອາຣາມ ເເທ້ ເເຕ່ ຄຣູບາ ອາຈານ ທີ່ ເຫັນເເຈ້ງ ຈິງເເທ້ ເພິ່ນ ກໍ ໄດ້ ເເຜ່ ເມດຕາຈິດ ໃຫ້ ຫມາຂີ້ເຮື້ອນ ເຊົາ ເປັນ ພຍາດ ຂີ້ເຮື້ອນ ຖ້າ ມັນ ເເລ່ນ ກາຍມາ ເພິ່ນ ກໍ ໂຍນເຂົ້າ ໃຫ້ ມັນ ກິນ ເຊັ່ນດຽວກັນ ຖ້າເເມ່ນຄົນ ກໍ ເເມ່ນ ພວກ ມີ ບາດຍ່າງ ບໍ່ສອດຄ່ອງ ກັບ ການຫາຍໃຈ ເມື່ອ ຍ່າງຂຶ້ນ ພູສູງ ເເລ້ວ ຜົນ ທີ່ ຮັບ ກໍ ເເມ່ນ ອິດເຫມື່ອຍ ຍ້ອນ ກໍາລັງ ຮ່າງກາຍ ເເລະ ມັນສມອງ ຂາດຣະບົບ ການຫາຍໃຈ ເປັນປົກກະຕິ ເກີດເປັນວິນ ປັ່ນປ່ວນ ເເລະ ກໍ ຂຶ້ນຕໍ່ໄປ ຮອດຈອມພູ ບໍ່ໄດ້ ເເລະ ບໍ່ສາມາດ ກັບ ລົງມາຄືນ ຮອດລຸ່ມ ໄດ້
ຄໍາສັ່ງ ຂອງ ພໍ່ ອັນ ທີ່ ນາງ ມີ ຄວາມເຫລື້ອມໃສ ດີນັ້ນ ຖ້າ ເປັນ ສີປົນ ຫລື ປະສົມສີ ກໍ ໃຫ້ ອອກ ເປັນ ຄື ສີສົດ ອັນ ງົດງາມ ຂອງ ອີ່ຮຸ້ງ ຫລື ສີທຸງ ພຣະພຸທສາສນາ ທີ່ ປິວໂບກໂບຍ ຢູ່ ສູງເເທ້ ເພື່ອ ເເຜ່ ຄວາມຮັກ ເເລະ ຄວາມສງົບສຸກ ໃຫ້ ເເກ່ ມວນມະນຸດ ເເລະ ສັດສາວາສິ່ງ ທັງຫມົດ ທັງປວງ ຄໍາວ່າ ສູງເເຕ່ຊື່ນີ້ ນາງ ຄິດ ຢາກ ໄປ ຖາມ ຫານໄຊ ເຊັ່ນດຽວກັນ ສ່ວນ ຫານໄຊ ກໍ ຕັ້ງໃຈ ຍ່າງ ຕັ້ງໃຈ ກໍາກັບ ພາຣະຫນ້າທີ່ ຂອງ ຕົນ ຢ່າງ ງຽບໆ ເພື່ອ ໃຫ້ ໄປຮອດ ຈຸດມຸ້ງຫມາຍ ປາຍທາງ ກົງກັບ ເວລາ
- ຫານໄຊ: ທິວາວັນ ຫລຽວເບິ່ງ ທ້ອງຟ້າເເມ ຢູ່ທາງໄກພຸ້ນ ທ້ອງຟ້າ ເຕັມໄປດ້ວຍ ຂີ້ເຝື້ອ ມີ ສີປົນ ມືດມົວ ເປັນ ບ່ອນ ທີ່ ບໍ່ເຫັນ ສີເເທ້ ຂອງ ຟ້າ ທ້ອງຟ້າ ຢູ່ສູງ ເເຕ່ບໍ່ເຫັນ ສີເເທ້ ເພາະມັນມີ ຄວາມມືດມົວສລົວເສົ້າ ປິດບັງ ບໍ່ໃຫ້ເຫັນ ສີເດີມເເທ້ ຂອງ ທ້ອງຟ້າ ເບິ່ງທ້ອງຟ້າ ຢູ່ເທິງຫົວ ພວກເຮົາ ຕໍ່ໄປອີກ ບ່ອນນີ້ ຊໍ້າພັດ ເເຕກຕ່າງກັນ ກັບ ບ່ອນນັ້ນ ທ້ອງຟ້າສູງ ເເຕ່ ເຫັນສີໃສຮຸ່ງ ເເຈ້ງຊັດເຈນ ເປົ່າສວ່າງເເທ້ ກໍ ເເມ່ນ ບ່ອນ ທີ່ ມີ ຄວາມມືດມົວ ກັ້ງບັງ ຟ້ານັ້ນເອງ ທິວາວັນ ທີ່ ເພິ່ນ ເອີ້ນກັນວ່າ ຟ້າສູງເເຕ່ຊື່ ບໍ່ ເເມ່ນ ສູງບໍ່ສູງ ອັນນີ້ເເມ່ນ ສູງຕໍ່າ ບໍ່ເເມ່ນ ຕໍ່າສູງ ສຸພາສິດລາວ ກ່າວໄວ້ວ່າ ຊື່ທໍ່ຊ້າງຮ່າງທໍ່ເເມວ ອັນນີ້ ເເມ່ນສູງເເຕ່ຊື່ ລາງຄົນສູງ ເເຕ່ ມີ ຊື່ ຕໍ່າ ບາງຄົນຕໍ່າ ຊໍ້າພັດ ມີຊື່ສູງ ບໍ່ວ່າຈະຢູ່ຕໍ່າ ຫລື ຢູ່ສູງ ຖ້າມີ ປັນຍາ ເຫັນເເຈ້ງ ກໍເເມ່ນຢູ່ສູງ ເປັນຄົນສູງສົມຊື່ເເທ້ ຈະຢູ່ສູງ ຫລື ຢູ່ຕໍ່າ ກໍຕາມສ່າງ ຖ້າ ຂາດ ປັນຍາ ເຫັນເເຈ້ງ ກໍ ເເມ່ນ ສູງເເຕ່ຊື່ ຖ້າເເມວ ຮ່າງນ້ອຍ ຫາກ ມີ ປັນຍາ ເຫັນເເຈ້ງ ມັນ ກໍ ຍັງ ສູງກວ່າ ໂຕຊ້າງສານ ທີ່ ສູງໃຫຍ່ ມີ ປັນຍາຫນ້ອຍ ອັນນີ້ ເພິ່ນເອີ້ນວ່າ ໂຕໃຫຍ່ ປັນຍາ ສໍ່າ ໂຕຫມັດ ຄຣູບາອາຈານ ເພິ່ນ ເທສນາ ເຖິງ ຄໍາສອນ ພຸທອົງ ຢູ່ ວັດວາອາຣາມ ວ່າ ຕາເວັນ ຢູ່ ທ້ອງຟ້າ ມີ ຄຸນພາບ ສອງ ຢ່າງ ຄື ຄວາມຮ້ອນ ເເລະ ເເສງຮຸ່ງ ດວງຈິດ ກໍ ຄື ທ້ອງຟ້າ ຖ້າ ມີ ຂີ້ເຝື້ອ ມືດມົວ ປິດບັງ ຈິດ ກໍ ຈະ ບໍ່ ມີ ເເສງຮຸ່ງໃສ ເເຕ່ ເມື່ອ ຈິດ ຫາກ ຖືກ ປົດປ່ອຍ ອອກຈາກ ຄວາມມືດ ທີ່ ມາຕິດພັນນັ້ນໄດ້ ຈິດກໍຈະຮຸ່ງ ຄື ດວງຕາເວັນ ເເລະ ຈະສົ່ງເເສງຣັງສີ ສອງຢ່າງ ທີ່ ມີ ມະຫາຄຸນພາບ ອັນເດີມດາເເທ້ ເເຜ່ຂຍາຍກວ້າງ ອອກໄປໄດ້ ທົ່ວ ຈັກວານ ມະຫາຄຸນສົມບັດນັ້ນ ກໍ ໄດ້ເເກ່ ປັນຍາ ເເລະ ມະຫາກະຣຸນາ
ທິວາວັນ ຄຶດ ສະເດືອກໃຈ ຫນ້ອຍນຶ່ງ ເພະ ບໍ່ ໄດ້ຖາມ ກໍ ໄດ້ຮັບ ຄໍາຕອບ ກົງກັບ ຄໍາຖາມ ທີ່ ນາງ ໄດ້ຄຶດໄວ້? ຫານໄຊ ຮູ້ຈັກ ຄໍາຖາມ ຂອງ ນາງ ກ່ອນ ຫລື ຢ່າງໃດ? ນາງ ຄຶດ ຄືນໄປໃສ່ ຄໍາວ່າ ຍ່າງ ສະມາທິ ຫລື ຍ່າງ ຈົງກົມ ຕັ້ງໃຈ ຄຶດຄິດ ບໍ່ຄຶດຄິດປັ່ນປ່ວນໄປໂລເລ ຄວາມຄິດ ເຫັນເເຈ້ງ ສາມາດ ສ່ອງຊອດ ເບິ່ງ ຄວາມນຶກຄິດ ຂອງ ຄົນອື່ນ ອອກໄດ້ ດັ່ງ ພໍ່ ຂອງ ນາງ ເຄີຍ ໄດ້ເວົ້າ ມາເເລ້ວ
- ທິວາວັນ: ຫານໄຊ ບອກໃຫ້ເບິ່ງ ທ້ອງຟ້າ ຄືວ່າ ມີ ຟ້າສູງ ມີ ສີສົມ ຮຸ່ງເເຈ້ງ ສ່ອງເຂົ້າໄປ ໃນ ຈິດໃຈ ຂອງ ທິວາວັນ ຫານໄຊ ມີ ສຸພາສິດລາວ ທີ່ ມີ ປະສິດທິພາບ ຕໍ່ສູ້ ເເລະ ຕ້ານທານ ກັບ ຄໍາວ່າ ຕໍ່ລາມ ບໍ?
- ຫານໄຊ: ຄວາມດີຮ່ວມ ທີ່ ເປັນ ຍາປົວ ບໍາຣຸງ ເສັ້ນປະສາດ ຂອງ ພາກສ່ວນ ຕ່າງໆ ຢູ່ ໃນ ມັນສມອງ ຂອງ ພວກເຮົາ ກໍ ເເມ່ນ ຄໍາວ່າ ພຣະພຸທ ພຣະທັມ ພຣະສົງ ເຈົ້າ ກໍ ໄດ້ຮຽນຮູ້ ນໍາ ພໍ່ເຈົ້າ ຂ້ອຍ ກໍ ເຄີຍ ໄດ້ໄປ ຟັງ ເທດ ຢູ່ ວັດ ນໍາ ພໍ່ເເລະເເມ່ ຂອງ ຂ້ອຍ ພວກເຮົາ ໄດ້ຈົດຈໍາ ຄໍາວ່າ ມະຫາກະຣຸນາ ຫລື ຄວານຮັກ ເປີດໄຂ ອັນ ກວ້າງໃຫຍ່ ເເລກປ່ຽນກັນໄດ້ ທັງສອງທາງ ບໍ່ເເມ່ນ ຜູ້ຮັ່ງມີ ຈະບັງຄັບ ຂົ່ມເຫັງ ເຕັງເຕັກ ເເຕ່ ຜູ້ຍາກຈົນ ບໍ່ເເມ່ນ ຜູ້ມີກໍາລັງ ຕໍ່ລາມ ຣຸກຣານ ເເຕ່ ຜູ້ ມີ ກໍາລັງ ນ້ອຍ ສໍາລັບ ຂ້ອຍເເລ້ວ ຂ້ອຍ ຄິດວ່າ ເປັນ ຢາປົວ ທີ່ດີເລີດ ເເຕ່ ສໍາລັບ ຜູ້ທີ່ມີ ຫົວຄິດ ຕໍ່ລາມ ທິວາວັນ ເປັນ ທ່ານຫມໍ ເພິ່ນ ສາມາດ ເວົ້າໄດ້ ບໍ ວ່າ ການຕໍ່ລາມ ເປັນ ຄື ພຍາດ ນ້ອຍໆ ສ່ວນນຶ່ງ ໃນ ສມອງ ຂອງ ພວກຕໍ່ລາມ?
- ທິວາວັນ: ເຈົ້າ ມີ ຄວາມຄິດ ຖືກດີຫມົດ ຫານໄຊ ເຈົ້າ ບໍ່ໄດ້ຮຽນ ຫມໍ ເເຕ່ ສິ່ງ ທີ່ ເຈົ້າ ເວົ້າໄປ ມັນ ສອດຄ່ອງດີ ກັບ ທາງ ເເພດສາດ ເປັນຫຍັງ ພວກເຮົາ ຈຶ່ງ ພາກັນ ກ້າ ຄຶດ ເເລະ ກ້າ ຄິດ ຢ່າງນີ້ອອກໄດ້ ກໍ ເພາະວ່າ ພວກເຮົາ ມີ ຈຸດ ພື້ນຖານ ອັນດີ ຮ່ວມກັນ ພວກເຮົາ ຄຶດ ເເລະ ຄິດ ໃສ່ ຄວາມຮັກ ອັນ ກວ້າງໃຫຍ່ ທີ່ ເເທ້ຈິງ ເພື່ອ ຄວາມສງົບສຸກ ຂອງ ມວນ ມະນຸດຊາດ ເເລະ ຊາວໂລກ ທັງມວນ ຂ້ອຍ ຮຽນ ວິຊາຫມໍມາ ເພື່ອ ປິ່ນປົວ ຄົນເຈັບ ຄົນປ່ວຍ ໂດຍ ທົ່ວໄປ ຈະເປັນ ສັດຕຣູ ມິດ ຄົນຮັ່ງ ຄົນບ້ານນອກ ຄົນໃນເມືອງ ຄົນມັກ ລັດທິ ຄອມມຸຍນິດ ຄົນບໍ່ມັກ ຄົນວຽດ ຄົນລາວ ເເມ່ນ ຂ້ອຍ ປົວ ທຸກຄົນ ໃຫ້ດີໄດ້ ເຊັ່ນດຽວກັນ ຢ່າງບໍ່ມີ ການຄິດ ເເບ່ງເເຍກກັນ ພັກສະຫາພັນ ອິນໂດຈີນ ຕໍ່ລາມ ຢູ່ ໃນ ປະເທດ ວຽດ ເເລະ ຍັງ ບັງຄັບ ຫ້າມ ປະຊາຊົນ ຫລາຍ ຢ່າງ ນອກນັ້ນອີກ ກໍ ຍັງ ຕໍ່ລາມ ເເຜນການ ກືນກິນ ເຂົ້າໄປ ປະຕິບັດ ກັບ ປະຊາຊົນລາວ
- ຫານໄຊ: ຂ້ອຍ ດີໃຈ ວ່າ ຂ້ອຍ ໄດ້ເວົ້າ ຖືກ ໂດຍ ທີ່ ບໍ່ໄດ້ຮໍ່າຮຽນ ວິຊາຫມໍ ຄໍາສອນ ພຸທອົງ ຍືນຍາວ ມາໄດ້ ຫລາຍກວ່າ ສອງພັນຫ້າຮ້ອຍ ກວ່າປີເເລ້ວ ຣັດທິ ຄອມມຸຍນິດ ເກີດ ຢູ່ ຣັດເຊັຽ ໃນ ປີ ໑໙໑໗ ເເລ້ວມັນ ຈະຍືນຍາວ ໄປໄດ້ອີກ ຈັກປີ? ປະຊາຊົນ ທີ່ ມີ ຄວາມສງົບຈິດສງົບໃຈ ຮູ້ຈັກ ຄຶດ ເເລະ ຮູ້ຈັກ ຄິດ ສາມາດ ຢູ່ ສູ້ ທົນທານ ກັບ ທຸກສິ່ງ ທີ່ ພວກເຂົາເຈົ້າ ບໍ່ມັກນັ້ນ ໄປໄດ້ນານ ເພາະ ພວກເຂົາເຈົ້າ ມີ ຢາດີ ປິ່ນປົວ ທາງ ເສັ້ນປະສາດ
- ທິວາວັນ: ຖືກຕ້ອງ ເເຕ່ວ່າ ມັນຕ້ອງມີ ຜູ້ພາ ຄຶດ ເເລະ ພາຄິດ ໃຜຜູ້ນັ້ນ ກໍຕ້ອງ ເປັນຄົນ ທີ່ ປະຊາຊົນ ຮູ້ຈັກຮັກເເພງດີ ເເລະ ຕ້ອງ ມີ ຄວາມສາມາດ ເກັ່ງກ້າເເທ້ ເຊັ່ນ ຂ້ອຍ ກັບ ເຈົ້າ ການຮ່ວມກັນ ຄຶດ ເເລະ ຄິດ ດັ່ງນີ້ ກໍເປັນ ການຕໍ່ຕ້ານ ຕໍ່ສູ້ເເທ້ ເພື່ອ ຄວາມດີ ຕໍ່ຫນ້າ ການຕໍ່ລາມ ອັນໄຮ້ ມະນຸດສະທັມ ນັ້ນ ໄປ ໃນຕົວເເລ້ວ! ອັນນີ້ ກໍ ເເມ່ນ ສົງຄາມ ສາກນຶ່ງ ທາງ ຄວາມຄິດ ຕ້ານ ການຕໍ່ລາມ ມາບັດນີ້ ຂ້ອຍກໍເຫັນ ບ່ອນຢູ່ເເທ້ ຄຸນຄ່າເເທ້ ຫນ້າທີ່ ທີ່ ມີ ຜົນປໂຍດ ອັນດີເເທ້ ຂອງຂ້ອຍ ໃຫ້ສົມກັບວ່າ ມີສາຍໂລຫິດ ມີເຊື້ອເເຊນເຄິ່ງ ເຫັນເເຈ້ງເເທ້
ຫານໄຊ ຄິດໄປຫາ ໄພວັນ ສົງຄາມນ້ອຍສຸດ ທີ່ບໍ່ເຫັນ ດ້ວຍ ຕາເປົ່າ
ເມື່ອ ຫານໄຊ ໄດ້ຍິນ ຄໍາວ່າ ສົງຄາມ ກໍ ຫວນຄິດໄປຫາ ສ່ຽວ ໄພວັນ ທີ່ ເປັນ ນັກຣົບ ເກັ່ງກ້າ ທີ່ ເຂົາ ນັບຖື ເພາະ ເຄີຍ ໄດ້ຍິນມາເເລ້ວ ໃນ ສໄມກ່ອນ ເເມ່ນ ເຂົາເອງ ທີ່ ສາມາດ ປາບ ການຕໍ່ລາມ ເເລະ ການໂຈມຕີ ກອງກໍາລັງ ພິເສດ ຂອງ ວຽດນາມເຫນືອ ໄດ້ ຢູ່ ສາກຣົບ ຫລວງນໍ້າທາ ເເຕ່ ໄພວັນ ເປັນ ນັກຍຸທສາດ ທີ່ ດີເລີດ ຕໍ່ ຫນ້າ ເສິກສົງຄາມ ເຂົາ ເປັນ ນາຍທະຫານ ກອງທັບ ເເຫ່ງຊາດ ຂອງ ຝ່າຍ ຣັຖບານ ວຽງຈັນ ເຂົາ ຄົງມີ ຍຸທວິທີ ເເລະ ຍຸທສາດ ຕ້ານ ຍຸທສາດ ຕໍ່ລາມ ຂອງ ສະຫາພັນ ອິນໂດຈີນ ທີ່ ເຂົາ ບໍ່ ສາມາດ ຄິດອອກໄດ້ ຜູ້ດຽວ ສ່ຽວ ຫານໄຊ ຄົນລາວເຮົາ ມັກ ຢູ່ ສງົບ ນັບຖື ເເຂກຕ່າງດ້າວ ທ້າວຕ່າງເເດນ ເເຕ່ເກົ່າກ່ອນ ມີ ໄຫນໍ້າ ຕັ້ງໄວ້ ຢູ່ ລະບຽງເຮືອນ ເເຕ່ລະຫລັງ ໃຜກາຍມາ ຖ້າຫິວນໍ້າ ກໍ ດື່ມໄດ້ ເພີ່ນ ເອົາ ກະບວຍ ຕັກນໍ້າ ໃຫ້ດື່ມ
ຄົນລາວ ມີ ຫນ້າຕາ ຊື່ນບານ ຍິ້ມເເຍ້ມ ເເຈ່ມໃສ ມີ ຈິດໃຈເປີດໄຂ ເເລະ ມີ ຄວາມເມດຕາຈິດ ເວົ້າໃຫ້ ເຂົ້າໃຈ ກັນສັ້ນໆ ໂລດວ່າ ສໄມກ່ອນ ບໍ່ມີ ຄົນລາວ ອອກໄປ ຊອກຫາກິນ ໄປດໍາເນີນ ຊີວິດ ຢູ່ ຕ່າງປະເທດ ພຽງເເຕ່ ຄົນດຽວ ມີ ເເຕ່ ຊາວຕ່າງປະເທດ ເຊັ່ນ ຊາວຈີນ ຊາວວຽດ ຊາວໄທຍ ຊາວເເຂກ ຊາວຂເມນ ເຂົ້າມາ ທໍາມາຫາກິນ ຢູ່ໃນລາວ ເເລະ ທຸກຄົນ ກໍໄດ້ຮັບ ການຮັບຕ້ອນ ເປັນຢ່າງດີ ເເລະ ໃນ ສໄມ ເຈົ້າວິຊູນ ເຈົ້າໂພທິສາຣະຣາດ ບ້ານເມືອງ ກໍ ຢູ່ເຢັນເປັນສຸກ ຊາວຕ່າງປະເທດ ຢູ່ບ້ານໃກ້ເຮືອນຄຽງ ກໍ ນັບຖືຫນ້າຖືຕາ ພຣະຣາຊອານາຈັກລາວ ກໍ ໄດ້ມີ ໂອກາດ ຮັບຕ້ອນ ຊາວອົພຍົບ ຂອງ ປະເທດ ໃກ້ຄຽງ ທີ່ ຕິດກັບ ພົມເເດນລາວ ຫລາຍກວ່າ ຈໍານວນ ທີ່ ພວກເຂົາ ເຄີຍໄດ້ ຮັບຕ້ອນ ຊາວອົພຍົບລາວ ໃນ ສໄມ ເຈົ້າ ຣາຊວົງ
ການ ທີ່ ມີ ຈິດໃຈດີ ເກີນ ຂອບເຂດ ຂອງ ປະຊາຊົນລາວ ກໍ ກາຍເປັນ ຊ່ອງຫວ່າງ ເເລະ ອໍານວຍ ຄວາມສະດວກ ໃຫ້ເເກ່ ຊາວຕ່າງດ້າວ ເຂົ້າມາ ທໍາມາຫາກິນ ຢູ່ລາວ ຫລາຍຂຶ້ນ ໂດຍສະເພາະ ກໍ ເເມ່ນ ຊາວວຽດນາມ ພວກເຂົາ ໄດ້ຫລາຍທໍ່ໃດ ກໍ ເເຫ່ງ ຍັງຢາກໄດ້ຫລາຍ ຕື່ມອີກ ລື່ນໄປກວ່າ ການຂໍ ເຂົ້າມາຢູ່ ມາຂໍເພິ່ງພາອາສັຍ ພວກວຽດ ເເລະ ຣັຖບານ ວຽດນາມ ກໍ ຍັງ ຊອກ ວິທີທາງ ທຸກຢ່າງ ຊອກເລ່ກົນ ສໍາຣວດຜົນ ທຸກໂອກາດ ເເລະ ໃນ ເຫດການ ທກໆຄັ້ງ ທີ່ ອໍານວຍ ໃຫ້ເຂົາ ໂດຍທາງກົງ ເເລະ ທາງອ້ອມ ເພື່ອ ປະຕິບັດ ຄວາມຄິດ ຕໍ່ລາມ ໃຫ້ ບັນລຸຜົນ ເຂົ້າມາ ຍຶດຄອງ ເອົາດິນລາວ
ເຫດການ ເເລະ ໂອກາດ ທີ່ ອໍານວຍ ໃຫ້ເເກ່ ພວກເຂົາ ທີ່ ເກີດເປັນ ພັຍອັນຕະຣາຍ ເເກ່ ປະຊາຊົນລາວ ມີ ຄື ສົງຄາມ ດຽນບຽນຟູ ( ເມືອງເເຖ່ງ ) ສໄມ ຝຣັ່ງ ເເລະ ກໍ ເປັນ ຍ້ອນ ພວກ ຫົວຫນ້າ ຄນປທລ ຫລື ສປປລ ທີ່ ເປັນ ເເກວ ຊອດເເກວ ທີ່ ບໍ່ ມີ ຄວາມຄິດ ຜ່ອງໃສເເທ້ ຄື ທິວາວັນ ຫລື ພວກ ເອົາເມັຽເເກວ ຕາຍຄານໍາເມັຽເເກວ ຮາໂນຍ ເເຕກຕ່າງ ກັນ ກັບ ຍາພໍ່ ຂອງ ທິວາວັນ
ສຸພາສິດລາວ ເເລະ ມໍຣະດົກລາວ ອັນ ມີ ມາ ເເຕ່ກ່ອນເກົ່າ ໄດ້ກາຍມາ ເປັນ ຍຸທສາດໃຫມ່
ສູງສຸດ ກ່ວາທຸກສິ່ງຢ່າງ ປະຊາຊົນລາວ ຕ້ອງ ຮັກສາ ຄວາມເຊື່ອຫມັ້ນ ຢ່າງເດັດດ່ຽວ ທີ່ ຕົນ ມີ ໃນ ຄໍາສອນ ພຣະພຸທອົງ ອັນໄດ້ເເກ່ ທຸກສິ່ງຢ່າງ ມີ ການປ່ຽນເເປງໄດ້ ໃນ ໂລກ ເຮົານີ້ ສູງກາຍເປັນຕໍ່າໄດ້ ຕໍ່າກາຍເປັນສູງໄດ້ ອັນ ທີ່ ເພິ່ນ ຮຽກກັນວ່າ ຕໍ່າສູງ ໄຊຊນະເສັຽ ເສັຽຊນະ ໄກໃກ້ ໃກ້ໄກ ກວ້າງເເຄບເເຄບກວ້າງ ຕໍ່ລາມໃສ່ ຜູ້ອື່ນ ເເລະ ຜູ້ອື່ນ ກໍ ຕໍ່ລາມ ໃສ່ໂຕເອງ ຕໍ່ມາ ກໍ ຕໍ່ລາມໃສ່ປະຊາຊົນ ເເລະ ຖືກປະຊະຊົນຕໍ່ລາມໃສ່ໂຕເອງ ຫລື ໂຕເອງ ຖືກຕໍ່ລາມ ເປັນ ສົງຄາມ ພຍາດ ເກີດຂຶ້ນ ທໍາຣາຍ ໃນ ຕົວຕົນເອງ ເເບບບໍ່ເຫັນດ້ວຍຕາເປົ່າ ເເລ້ວ ຄວາມຄິດ ຣຸກຣານ ຕໍ່ລາມ ໂລບມາກ ໂລພາ ຄວາມຄິດ ຄອມມຸຍນິດ ວຽດນາມ ເເລະ ສປປລ ຈະຈຶ້ງ ຢູ່ ຕໍ່ໄປໄດ້ ອີກດົນ ປານໃດ? ມັນ ຈະຕ້ອງ ຖືກ ເເຕກສລາຍ ໄປ ໃນ ຕົວ ຂອງ ມັນເອງ ເພາະ ມັນ ເປັນ ສົງຄາມ ທີ່ ໂຕເອງ
ສ້າງຂຶ້ນ ເພື່ອ ທໍາຣາຍ ໂຕເອງ ສະນັ້ນ ປະຊາຊົນລາວ ຕ້ອງ ມີ ຄວາມເຊື່ອຫມັ້ນ ເເລະ ຊອກ ເສັ້ນທາງດີເລີດ ເພື່ອ ເເກ້ໄຂ ບັນຫາ ຕໍ່ໄປ ປະຊາຊົນລາວ ບໍ່ໄດ້ຢູ່ ໂດດດ່ຽວ ຍ້ອນ ຍັງ ມີ ຊາວໂລກ ທີ່ ຮັກຫອມ ສັນຕິພາບ ມະນຸສທັມ ເເລະ ຄວາມຍຸຕິທັມ ຫລາຍກວ່າ ການສ້າງ ຄວາມໄຮ້ມະນຸສທັມ ໂລກປັດຈຸບັນ ມັນ ຫມູນວຽນ ໄປ ທາງນີ້ ຈົງ ຊົດຊ່ວຍກັນ ຝົນພ້າຂີ້ຫມ້ຽງລາວ ທີ່ ເປັນ ເຫລັກກ້າເກົ່າ ໃຫ້ ຄົມ ເເລະ ໃຫ້ເຂົ້າຄືນ ມັນ ບໍ່ ຄື ກັບ ການໄປ ຊອກເອົາ ເຫລັກເສດເຫລືອ ມາຕີ ເປັນພ້າໃຊ້ ຢ່າປມາດ ພ້າຂີ້ຫມ້ຽງ ຂອງ ອີ່ພໍ່ຕູ້ ໂຕເດີ ຫານໄຊ ມັນ ມີ ປະສິດທິພາບ ສູງ ກວ່າ ຄ້ອນຕີ ເເລະ ກ່ຽວ ຂອງ ສະຫາພັນ ອິນໂດຈີນ ຂອງ ເເກວຮາໂນຍ ມັນ ຄື ປັນຍາລາວເເທ້ ສາມາດ ຕັດ ການຕໍ່ລາມ ຂອງ ພວກເຂົາໄດ້ ເປັນຢ່າງດີ ອັນນີ້ເເລ ທີ່ ເພິ່ນ ເອີ້ນ ກັນວ່າ ເກົ່າໃຫມ່ ໃຫມ່ເກົ່າ
ສຸພາສິດນີ້ ໄດ້ ເເກ່ ກິນຫລາຍທ້ອງເເຕກ ເເບກຫລາຍຫລັງຫັກ
ສຸພາສິດລາວ ບົດນີ້ ສາມາດ ຕີ ຄວາມຫມາຍ ໄປໄດ້ ທາງຊື່ ເເລະ ທາງກັບປີ້ນ ເພາະ ຄໍາຖາມ ກໍ ມີຢູ່ວ່າ ເເມ່ນໃຜກິນ ເເມ່ນໃຜເເບກ ເຣຶ່ອງກິນ ກໍມີ ກິນເຄື່ອງກິນ ກິນສິນບົນ ກິນອໍານາດ ເເລະ ສິດທິ ຂອງ ປະຊາຊົນ ກິນສໍ້ຣາດບັງຫລວງ ປ່ອຍໃຫ້ ຕ່າງຊາດກິນໂຕເອງ ເເລ້ວໂຕເອງ ກໍຈໍາຕ້ອງໄດ້ກິນກ້າງ ເຮັດໃຫ້ຄາຄໍໂຕເອງຕາຍ! ເເມ່ນໃຜເເບກ ເເບກຫຍັງ? ໂຕ ເເບກເອງ ຫລື ບັງຄັບ ໃຫ້ ຄົນອື່ນ ເເບກ ເເທນ ເພື່ອ ຜົນປໂຍດ ຂອງ ໂຕເອງ ເເບກ ບັນຫາ ຄວາມຊົ່ວຮ້າຍ ເເທນໂຕ ເເບກ ການຫນ້າໄຫວ້ຫລັງຫລອກ ເເທນໂຕເອງ ຣັຖບານ ຂູດຮີດ ບັງຄັບ ໃຫ້ ປະຊາຊົນ ເເບກ ຈົນຫລັງຫັກ? ເເຕ່ ກະດູກສັນຫລັງ ຂອງ ປະຊາຊົນ ກໍເເມ່ນ ກະດູກສັນຫລັງ ຂອງ ເຂົາເອງ ຄືກັນ ທ້ອງໃຜ? ທ້ອງຂັ້ນຊາດ ກໍຄືທ້ອງ ຣັຖບານ ເມື່ອ ສິດທິ ຂອງ ປະຊາຊົນ ຂາດຫ້ຽນ ຈົນເທິງຂັ້ນ ທຸກສິດ ເປັນ ເວລາ ຍາວນານ ຈົນ ອົດທົນບໍ່ໄດ້ ເເລ້ວເມື່ອນັ້ນ ປະຊາຊົນ ກໍ ຈະຕ້ອງ ສ້າງ ພລັງເເຮງສູງ ເເຫ່ປະທ້ວງ ເພື່ອ ຮຽກຮ້ອງ ເອົາສິດທິຄືນ ເເລ້ວ ພວກທີ່ມີ ທ້ອງປຸ້ງໃຫຍ່ ເປັນພິດເສດ ເປັນພັຍ ຕໍ່ປະເທດຊາດ ກໍຈະເເຕກ ດັງເເຮງ ສລາຍໄປ
ໃນ ນິທານ ພຣະເວດສັນດອນ ຫລື ສັນດານາ ພຣາມ ທີ່ ມີ ທ້ອງປຸ້ງ ເປັນ ຫນ້າຂີ້ດຽດ ຢູ່ເເຕ່ກ່ອນເເລ້ວ ເມື່ອໄດ້ ກັນຫາ ສາລີ ເປັນ ຂອງທານ ຈາກ ພຣະເວດສັນດອນ ເເລ້ວ ກໍໄດ້ ນໍາເອົາ ກັນຫາສາລີ ເຂົ້າໄປ ຂາຍ ຢູ່ ໃນ ພຣະຣາຊວັງ ຂອງ ພຣະພໍ່ປູ່ ຂອງ ກັນຫາ ສາລີ ນັ້ນເອງ ກັມດີ ທີ່ ໄດ້ສ້າງໄວ້ ຫາກ ພາໃຫ້ ເກີດເປັນ ກັມດີ ຕໍ່ໄປ ຢ່າງນີ້ເເລ ພຣາມ ໄດ້ຣາງວັນ ໄດ້ກິນ ຈົນອີ່ມ ຈົນເຕັມ ກິນຫລາຍທໍ່ໃດ ກໍບໍ່ພຽງພໍ ກິນເເລ້ວ ກິນອີກ ຈົນວ່າ ທ້ອງເເຕກຕາຍ ສຸພາສິດ ເພີ່ມຕໍ່ໃສ່ ເຣຶ່ອງນີ້ ກໍ ເເມ່ນວ່າ ກິນເພື່ອຢູ່ ບໍ່ເເມ່ນ ຢູ່ເພື່ອກິນ ອີກປະການນຶ່ງ ກໍເເມ່ນ ເເບກກອງຟືນ ມາດັງ ຖ້າເຮັດ ເເບກໃຫຍ່ ກາຍເເຮງໂຕເອງ ຫນັກເຫລືອບ່າເຫລືອໄລ່ ເຫລືອບ່າເຫລືອເເຮງ ມັນ ກໍ ຈະເຮັດ ໃຫ້ ກະດູກ ສັນຫລັງ ຂອງໂຕຫັກ ໄປເອງ ນີ້ເເລະ ເພິ່ນວ່າ ຫາບເພື່ອຫາບ ເເບກເພື່ອເເບກ ຈົນຫລັງຫັກ ການໂລບມາກໂລພາ ເປັນ ບໍ່ ເກີດ ເເຫ່ງ ຄວາມຫາຍານະ ນີ້ເເລ ເພິ່ນ ເອີ້ນວ່າ ຫາບປອມ ປອມຫາບ ກິນປອມ ປອມກິນ ນີ້ ເປັນ ການປອມໃຊ້ ສຸພາສິດ ໄປ ໃນ ທາງບໍ່ດີ
ໃນ ບົດຮຽນ ເຣື່ອງນີ້ ກໍ ມີ ຄວາມຈິງ ຢູ່ວ່າ ຣັຖບານ ເເກວເຫນືອ ກືນກິນ ອໍານາດ ເອົາອໍານາດ ຂອງ ປາຊາຊົນ ວຽດນາມ ຫລາຍໂພດ ໃຊ້ ອໍານາດ ລັກເອົາ ສິດ ປະຊາທິປະໄຕເເທ້ ຂອງ ປະຊາຊົນ ໃຊ້ອໍານາດ ໄລ່ຂ້າ ປະຊາຊົນ ໃຫ້ ປະຕິບັດ ໄປໃນ ທາງດຽວ ກິນເເຮງ ປະຊາຊົນ ເເລ້ວ ອໍານາດ ນັບມື້ໃຫຍ່ອອກ ຄືກັບ ທ້ອງໃຫຍ່ ຄື ເພິ່ນ ເວົ້າ ໃນ ນິທານລາວ ສໄມກ່ອນວ່າ ມີ ຍັກກິນຄົນ ຈົນທ້ອງໃຫຍ່ ທ້ອງ ເຕັມໄປດ້ວຍ ອໍານາດ ໃຫຍ່ ຫລື ເຄື່ອງກິນ ປະສົມ ອາຍພິດ ທີ່ ພາໃຫ້ໃຫຢ່ ປຸ້ງອອກ ຄືກັບ ຫມາກປຸມເປົ້າ ເເລ້ວ ອີກບໍ່ນານ ມັນ ກໍ ຈະເກີດ ພະຍາດ ທໍາຣາຍ ລໍາໃສ້ ເຮັດໃຫ້ ຕາຍໄປເອງ ພວກເຂົາ ຕົ້ວະວ່າ ພວກເຂົາ ເເບກ ເເຕ່ ຄວາມຈິງ ເເລ້ວ ເເມ່ນ ປະຊາຊົນ ເປັນ ຜູ້ເເບກ ທຸກສິ່ງຢ່າງ ເເທນ ພວກເຂົາ ມື້ນຶ່ງ ເມື່ອ ປະຊາຊົນ ຮູ້ເມື່ອຄີງ ຮູ້ຄຶດ ເເລະ ຄິດເອງເປັນ ເມື່ອຍເເບກ ເເລະ ສາມາດ ຮູ້ ຄວາມຈິງ ໄດ້ ພວກເຂົາເຈົ້າ ກໍ ຈະປະວາງ ເເບກຟືນ ຖິ້ມລົງ ດິນ ເເລ້ວ ຫັນ ກັບ ເອົາດ້ວນຟືນ ມາໃຊ້ເປັນ ອາວຸດ ຕີຟາດ ຫົວ ຂອງ ພວກເຂົາເອງ ອັນນີ້ເເລ ຄືຜົນຮ້າຍ ເປັນ ອັນຕະຣາຍ ເເກ່ຜູ້ ຕໍ່ລາມ ກິນອໍານາດ ທຸກຢ່າງ ຂອງ ປະຊາຊົນ ໃນ ປະເທດ ວຽດນາມ ເເລະ ໃນລາວ ນີ້ຄື ການກິນປອມ ປອມກິນ ເເບກປອມ ປອມເເບກ ປະຊາຊົນ ເເບກຫນັກ ເຫລືອບ່າກວ່າເເຮງ ສຸດທ້າຍ ກໍ ໂຍນເເບກຫນັກ ຖິ້ມ ດ້ວຍ ຄວາມຄຽດເເຄ້ນ ເຄື່ອງເເບກຫນັກນັ້ນ ໄດ້ເເເກ່ ຣັຖບານປອມ ບັງຄັບ ໃຫ້ ເຂົາ ເເບກ ມື້ນຶ່ງ ເຂົາ ກໍ ຈະປ່ອຍວາງ ຣັຖບານ ເເລ້ວໃຊ້ ນໍ້າຫນັກ ທີ່ ຕົນ ເເບກ ກັບຕ່າວ ຕີຟາດ ຣັຖບາມ ຫຸ່ນປອມ ທີ່ ຕົ້ວຕົ້ມ ໃຫ້ ປະຊາຊົນ ເເບກຫນັກ ຈົນກາຍຂີດ ຕາຊິງ ໃນເມື່ອ ປະຊາຊົນ ຮູ້ ສລາດ ຄຶດ ເເລະ ຮູ້ຄິດ ຮູ້ໃຊ້ ສຸພາສິດ ກິນຫລາຍ ທ້ອງເເຕກ ເເບກຫລາຍ ຫລັງຫັກ ສຸພາສິດນີ້ ກໍຈະກາຍເປັນ ຍຸທວິທີ ເເລະ ຍຸທສາດ ຕ້ານ ການຕໍ່ລາມ ເເລະ ທໍາຣາຍ ຣັຖບານປອມ ທີ່ສວຍໃຊ້ ສຸພາສິດ ໄປໃນທາງບໍ່ດີ ໄດ້ ອີກປະການນຶ່ງ ພວກຄົນລາວ ທີ່ ຂາດ ຄວາມຄຶດ ເເລະ ຄິດ ຮຽນຮູ້ ເເຕ່ ຂາດປັນຍາ ພວກເຂົາ ຖືກ ກວມ ຕໍ່ລາມ ຖືກກືນກິນ ເປັນ ເຄື່ອງຍ່ອຍອາຫານ ຂອງ ພວກຜະເດັດການ ຍອມ ເເບກຫາມ ຄ້ອນຕີ ເເລະ ກ່ຽວ ທີ່ ມີ ນໍ້າຫນັກ ເປັນ ອາສົງໄຂ ໄວ ກ່ອນຫມູ່ ກ່ອນກອງ ເພາະ ພວກເຂົາ ໄປ ສົ່ງເສີມ ສົມຮູ້ ຮ່ວມຄິດ ລັດທິ ຜະເດັດການ ປະຊາຊົນ ຍັງ ຖືກ ບັງຄັບ ໃຫ້ເເບກ ເເຕ່ວ່າ ພວກເຂົາ ຍອມກົ້ມຫົວ ໄປ ສມັກ ເເບກ ຣັຖບານ ທີ່ ຄື ກອງໄມ້ໂດກເຫນົ່າ ພວກເຂົາ ຍອມ ເອົາ ສະຕິສັມປະຊັນຍະ ໄປເເບກ ເພີ່ມ ດັ່ງ ທີ່ ພວກ ຄນປທລ ມັກເວົ້າ ຢູ່ ສເມີ ເຖິງ ການຫາ ຣາຍໄດ້ ເພີ່ມ
ການສຶກສາ ຍຸທສາດ ສົງຄາມ ທີ່ບໍ່ເຫັນດ້ວຍຕາເປົ່າ
ສົງຄາມ ທີ່ ເຫັນ ດ້ວຍ ຕາເປົ່າ ມີ ຫລາຍຢ່າງ ຄ້າຍຄືກັນກັບ ສົງຄາມ ນ້ອຍສຸດ ທີ່ ບໍ່ ສາມາດ ເຫັນ ດ້ວຍ ຕາເປົ່າ ເຮົາມາຈັບເອົາ ຕົວຢ່າງ ໂຕເເມ່ພຍາດ ທີ່ ຮ້າຍເເຮງສຸດ ໃນ ຮ່າງກາຍ ຂອງ ຄົນ ມັນ ເປັນ ຄື ເເຊນ ສັດຕຣູ ຕໍ່ລາມ ທີ່ ຊອກ ວິຖີທາງ ທໍາຣາຍ ອະວັຍວະ ໃຫ້ ເຈັບປ່ວຍ ເເລະ ເສັຽຫາຍໄປ ເຮົາໃຫ້ຊື່ ເເກ່ ສັດຕຣູ ຕໍ່ລາມ ນີ້ ຄື ພວກ ກອງກໍາລັງ ມືດລັບ ໃສ່ກຸບ ຂອງ ຣັຖບານ ເເກວຮາໂນຍ ທີ່ ເເຊກຊຶມ ເຂົ້າມາ ໂຈມຕີ ຢ້າວເຮືອນ ໃນ ຫມູ່ບ້ານ ຂອງ ຝ່າຍມິດ ຫລື ລ່ວງລໍ້າ ສິດ ເຂດເເດນ ບຸກ ໂຈມຕີ ອະອັຍວະ ໃນ ຮ່າງກາຍ ຂອງ ຜູ້ອື່ນ ທາງດ້ານ ສິນທັມ ກອງທັບ ພຍາດເເກວ ກໍຄື ກອງທັບ ຂອງ ກັມຮ້າຍ ຫລື ກັມບໍ່ດີ ມິດສໍາຄັນ ທີ່ສຸດ ຂອງ ສັດຕຣູ ກໍ ເເມ່ນ ຄວາມເຫງົາຫງອຍ ບໍ່ມ່ວນຊື່ນ ຄວາມຢ້ານກົວ ຈິດໃຈ ກະວົນກະວາຍ ຂອງ ກອງທະຫານ ຝ່າຍມິດ ເເລະ ປະຊາຊົນ ໃນ ຫມູ່ບ້ານ ໂຕພຍາດ ຮ້າຍເເຮງສຸດ ຂອງ ສັດຕຣູ ໂຕດຽວ ກໍ ສາມາດ ເເຜ່ຜາຍ ໄປໄວ ທີ່ສຸດ ຖ້າ ມັນ ສາມາດ ເເຜ່ຜາຍ ຕໍ່ລາມ ອອກໄປໄດ້ ຮອດ ພັນໂຕ ຢູ່ ໃນ ອະວັຍະວະ ຂອງ ກອງກໍາລັງ ສີຂາວ ຂອງ ຝ່າຍມິດ ກໍເເມ່ນວ່າ ຝ່າຍມິດນັ້ນ ໄດ້ຕົກ ຢູ່ໃນຂັ້ນ ອັນຕະຣາຍ ໄປຫລາຍເເລ້ວ
ເຮົາ ປຽບທຽບ ເອົາ ເເຊນ ເເນວ ປ້ອງກັນ ອະວັຍວະ ໃນ ຮ່າງກາຍ ກໍ ຄື ກອງທະຫານ ຂອງ ຝ່າຍມິດ ທີ່ ມີ ຄວາມຄຶດດີ ເເລະ ຄວາມຄິດດີ ເຝົ້າຮັກສາ ປ້ອງກັນ ຫມູ່ບ້ານ ຂອງ ພວກເຂົາໄວ້ ຢ່າງເຄັ່ງຄັດ ທາງດ້ານ ສິນທັມ ກໍ ເເມ່ນ ກອງທັບ ຂອງ ກັມດີ ຄື ປັນຍາ ເເລະ ມະຫາກະຣູນາ
ສົງຄາມ ທີ່ ບໍ່ເຫັນດ້ວຍຕາເປົ່າ ເເມ່ນ ສົງຄາມ ຍາດເເຍ່ງ ເອົາ ເສັ້ນທາງ ຍຸທສາດ ເສັ້ນຍຸທສາດ ໃນ ຮ່າງກາຍ ຄົນ ກໍ ຄົງ ໄດ້ເເກ່ ເສັ້ນສາຍເລືອດເດີນ ສັດຕຣູ ຫລື ພຍາດ ຄືບຫນ້າ ຕໍ່ລາມ ໄປໄດ້ ກໍ ຍ້ອນ ອາສັຍ ເສັ້ນສາຍເລືອດ ເປັນ ການລໍາລຽງ ຖ້າ ຣຸກຣານ ໄປໄກໂພດ ກໍ ຈະຂາດ ການລໍາລຽງ ຂາດ ການຢູ່ ການກິນ ບໍ່ໄດ້ ພັກຜ່ອນ ຄື ສົງຄາມໃຫຍ່ ເເລ້ວ ການດັບສູນສລາຍຕົວ ກໍ ຈະຕິດຕາມມາ ການລໍາລຽງ ທາງ ເສັ້ນເລືອດ ກໍ ເເມ່ນ ອາກາດ ຫາຍໃຈ ເເລະ ອາຫານ ບໍາລຸງ ອະວັຍວະ ຍຸທສາດ ຂອງ ສັດຕຣູ ກໍ ເເມ່ນ ຫລີກເວັ້ນ ບໍ່ສ້າງ ເສັ້ນທາງ ສາຍເລືອດ ອອກໄປໄກ ຫລື ວ່າ ໃຊ້ກົນອຸບາຍ ຫລອກໃຫ້ ຝ່າຍມິດຫລົງສ້າງ ເສັ້ນທາງ ເຂົ້າມາຫາ ບ່ອນ ທີ່ ມີ ການຊຸມນຸມ ພຍາດ ຫລື ຄ້າຍ ເເມ່ພຍາດ ກອງກໍາລັງ ສ້າງທາງ ຂອງ ສັດຕຣູ ມີ ຊື່ ດຽວ ກັນ ກັບ ກອງທະຫານ ຊ່າງ ຂອງ ຝ່າຍມິດ ບາງທີ ກໍ ປອມໃສ່ ເຄື່ອງເເບບ ເເລະ ໃຊ້ອາວຸດ ຊນິດດຽວກັນ ເພື່ອ ໃຫ້ຝ່າຍມິດ ຫລົງກົນ ໃນ ສາກ ສົງຄາມໃຫຍ່ ອິນໂດຈີນ ເເມ່ນໃຜ ເປັນ ຜູ້ສວຍໃຊ້ ເສັ້ນທາງ ຢູ່ລາວ ທີ່ ພວກ ສັດຕຣູ ພຍາດ ເເກວເຫນືອ ປ່ຽນຊື່ ເປັນ ເສັ້ນທາງ ປົດປ່ອຍ ເພື່ອ ສັນຕິພາບ? ເສັ້ນທາງ ຕິດຕໍ່ ຄ້າຂາຍ ຂອງລາວ ເເຕ່ເກົ່າກ່ອນ ຖືກ ຣັຖບານ ຮາໂນຍ ປ່ຽນຊື່ ມາເປັນ ເສັ້ນທາງ ໂຮຈີມິນ
ຝ່າຍມິດ ສາມາດ ເຄື່ອນທີ່ ໄປປິ່ນປົວ ບາດເເຜ ຫລື ບ້ານເຮືອນ ທີ່ ສັດຕຣູ ຈູດເຜົາ ກໍ ຍ້ອນ ການອາສັຍ ເສັ້ນທາງ ສາຍເລືອດ ຝ່າຍໃດ ກໍາ ເສັ້ນສາຍເລືອດໄດ້ ກໍ ເເມ່ນ ຝ່າຍນັ້ນ ເປັນ ຝ່າຍ ໄດ້ຮັບ ໄຊຊະນະ ຕົວເເຊນ ພຍາດຮ້າຍ ສ່ວນຫລາຍ ມັນ ມີ ຮູບ ຂອດມົນ ຕົວໄຂ່ປຸ້ງ ຄື ຝອດນໍ້າມັນ ມັນມີ ຫົວ ຊອກຕີຊອກຕ່ອຍ ຄື ນັກລັກ ນັກເລງ ຊອກຕໍ່ລາມ ຊອກອາຣະວາດ ຊອກຢູ່ຊອກກັດ ຢູ່ບໍ່ຢຸດບໍ່ເຊົາ ຄື ຫມາວໍ້ ເເຊນຕໍ່ລາມ ຂອງ ກໍາລັງ ພຍາດ ກຸບເເກວ ສາມາດ ອອກເເມ່ເເຜ່ລູກ ເເຜ່ຂຍາຍ ເຂົ້າຍຶດຄອງ ເອົາຫນ້າດິນ ໄດ້ ໄວ ທີ່ສຸດ ມັນສລາດ ຄືໂງ່ໆ ໂງ່ຄືສລາດ ມັນ ຮູ້ຈັກ ຍຸທວິທີ ທີ່ ມີ ເລ່ຫລ່ຽມ ຈອບອອຍ ເອົາ ພວກໄທບ້ານ ໄທເມືອງ ລັກລອບລີ້ ເຂົ້າມາ ໃນ ເຂດ ຂອງ ຝ່າຍມິດ ນອກນັ້ນ ມັນ ຍັງ ຮູ້ຈັກ ຫລົບຫລີກ ການເຂົ້າສູ້ຣົບ ກັບ ຝ່າຍມິດ ໄດ້ດີ ທີ່ສຸດ
ຕົວເເຊນຝ່າຍມິດ ມີ ສີຂາວ ສະອາດ ມີ ສິນທັມ ປະຈໍາໃຈ ບໍ່ໄປຊອກ ຕໍ່ລາມ ໃນ ເຂດ ຂອງ ຜູ້ອື່ນ ເປັນ ກອງທະຫານ ຮູ້ຈັກ ຄຶດດີ ເເລະ ຄິດດີ ເພື່ອ ກໍ່ສ້າງ ຣະບົບ ປ້ອງກັນ ເເບບ ທັມມະຊາດ ຢູ່ ພາຍໃນ ຫມູ່ບ້ານ
ຝ່າຍມິດ ມີ ກອງທະຫານ ຣົບພິເສດ ສີຂາວ ເປັນໂກດ ມີ ຫນວ່ຍ ນັກສືບ ພິເສດ ທີ່ ເຮັດວຽກ ຢ່າງ ບໍ່ຢຸດບໍ່ເຊົາ ເເລະ ຊອກອອກ ລາດຕາເວນ ກວດກາຫນ້າດິນ ຢ່າງຖ້ວນຖີ່ ສອດເເນມ ສັງເກດການ ເບິ່ງ ການເຄື່ອນໄຫວ ຂອງ ສັດຕຣູ ຢ່າງ ຄັກເເນ່ ສາມາດ ດັກ ສະກັດ ໂຈມຕີ ສັດຕຣູ ພຍາດ ກຸບເເກວ ເເປກຫນ້າ ທີ່ ລັກລອບ ເຂົ້າມາ ໃນ ເຂດ ຫມູ່ບ້ານ ຂອງ ຝ່າຍມິດ ສາມາດ ປິດລ້ອມ ເເລະ ຫຸ້ມ ໂຈມຕີ ດ່ານຫນ້າ ຂອງ ສັດຕຣູ ໄດ້ ຢ່າງ ວ່ອງໄວ ຝ່າຍມິດ ຕ້ອງ ຮູ້ຈັກ ໃຊ້ ອາວຸດ ເເລະ ລູກກະສຸນ ທີ່ ເປັນ ພິດພິເສດ ທີ່ ຕົນ ມີ ຍິງເຈາະ ເຂົ້າໄປ ດັບຂ້າ ພວກກໍາລັງພຍາດ ຂອງ ສັດຕຣູ ກຸບເເກວ ຢ່າງວ່ອງໄວ ເພາະ ຖ້າ ຝ່າຍມິດ ບໍ່ໂຈມຕີໄວ ສັດຕຣູ ກຸບເເກວ ກໍ ຈະສາມາດ ບຸກເຂົ້າ ຕໍ່ລາມ ໂຈມຕີ ທໍາຣາຍ ຝ່າຍມິດ ກ່ອນ ໄດ້ຢ່າງວ່ອງໄວ ທີ່ສຸດ ເເລ້ວ ການປ້ອງກັນ ຊີວິດ ໃນ ຫມູ່ບ້ານ ຂອງ ຝ່າຍມິດ ກໍ ຈະຊ້າ ເເລະ ສວຍເກີນໄປ
ທາງ ຝ່າຍມິດ ຍັງ ມີ ຫມໍ ປີ່ນປົວ ພຍາດ ໂຣກອະຫິວາ ຮ້າຍເເຮງ ທີ່ ສັດຕຣູ ນໍາເອົາ ເຂົ້າມາ ໃຊ້ ຕິດເເປດ ຕໍ່ລາມ ໃສ່ຝ່າຍມິດ
ໃນ ສົງຄາມ ທີ່ ບໍ່ເຫັນ ດ້ວຍ ຕາເປົ່າ ຜູ້ບັນຊາການ ຝ່າຍມິດ ທີ່ ປ້ອງກັນ ຫມູ່ບ້ານ ຕ້ອງເປັນ ທັງ ນັກຍຸທສາດ ເປັນ ທັງ ທ່ານຫມໍ ປົວພຍາດ ຮູ້ຈັກ ນໍາພາ ການຕໍ່ສູ້ ເປັນ ຊ່າງກໍ່ສ້າງ ປົວເເປງ ເຮືອນຫັກ ເຮືອນເພ ເຮືອນຖືກໄຟ ລາມລົນ ຖືກໄຟ ລາມໄຫມ້ ນອກນັ້ນອີກ ກໍ ຕ້ອງ ເປັນ ຄົນ ມີ ສິນທັມ ຮູ້ຈັກ ໃຊ້ ປັນຍາ ຂອງ ຈິດ ປິ່ນປົວ ອະວັຍວະ ທີ່ ປ່ວຍເຈັບ ທາງ ສະມາທິໄດ້ ສິ່ງສໍາຄັນ ທີ່ສຸດ ທີ່ ຄວນຈົດຈໍາ ໃນ ສົງຄາມ ທີ່ ບໍ່ເຫັນ ດ້ວຍ ຕາເປົ່າ ກໍ ຄື ເມື່ອ ມີ ໄຟໄຫມ້ ເຮືອນ ໃນ ບ້ານຊ່ອງ ຝ່າຍມິດ ຕ້ອງ ຮີບຟ້າວ ສ້າງເສັ້ນທາງ ຍຸທສາດ ເພື່ອ ລໍາລຽງ ໄປ ມອດໄຟ ເເລ້ວ ສ້ອມເເປງ ຕາບຝາເຮືອນ ມຸງເຮືອນຄືນ ໃຫ້ດີ ໃຫ້ຢູ່ໄດ້ຄືນຄືເກົ່າ ຢ່າງ ກະທັນຫັນ ໂດຍ ທີ່ ບໍ່ໃຫ້ ສັດຕຣູ ເຫັນ ເພາະ ບ້ານເຮືອນ ຖືກໄຫມ້ ກໍຄືກັນກັບ ອະວັຍວະ ຖືກ ລວກລາມ ເປັນ ເເຜ ນ້ອຍໆ ຫລື ອະວັຍວະ ຖືກ ເເມ່ພຍາດ ຣຸກຣານ ເຂົ້າມາ ກໍ່ຂວາຍ ຫລື ຂຸມໃສ່ໃຫມ່ ເພື່ອ ຕັ້ງ ຖານທັບ ການຕໍ່ລາມ ໄປ ໃສ່ ອະວັຍວະ ຫລື ອົງການ ອື່ນໆ ຂອງ ຮ່າງກາຍ ທີ່ ຍັງ ບໍ່ ທັນ ເຈັບປ່ວຍນັ້ນ ຕໍ່ໄປ
ໃນ ສົງຄາມໃຫຍ່ ທີ່ ເຫັນ ດ້ວຍ ຕາເປົ່າ ປະຊາຊົນ ລາວ ຕື່ນຕົວ ຮູ້ຄຶດ ເເລະ ຄິດ ປະຕິເສດ ບໍ່ເປັນ ເຄື່ອງ ລໍາລຽງ ເເລະ ເສັ້ນທາງ ຍຸທສາດ ໃຫ້ ເຂົາ ໃຊ້ໄຕ່ ຕໍ່ລາມ ສາມາດ ຕັດ ເສັ້ນທາງ ຍຸທສາດ ຕໍ່ລາມ ຂອງ ຣັຖບານ ວຽດນາມເຫນືອໄດ້
ໃນສົງຄາມ ທີ່ ບໍ່ເຫັນ ດ້ວຍ ຕາເປົ່າ ຜູ້ນໍາພາ ກອງທະຫານ ເຄື່ອງຂາວ ຂອງ ຝ່າຍມິດ ສາມາດ ຕັດ ການລໍາລຽງ ເເລະ ທໍາຣາຍ ສັດຕຣູ ພຍາດ ມືດດໍາ ເເກວຮາໂນຍ ບໍ່ໃຫ້ ຕໍ່ລາມໄດ້ ຖ້າວ່າ ເຂົາ ສາມາດ ຫລີກເວັ້ນຈາກ ການເສົ້າໂສກາ ເເລະ ການປັ່ນປ່ວນ ທາງຈິດໃຈ ເຂົາ ຕ້ອງ ມີ ຈິດໃຈ ສະມາທິ ທຸ່ນທ່ຽງ ເເລະ ຊອກຊ່ອງທາງ ລໍາລຽງ ສະບຽງ ອາຫານ ເເລະ ຢາປົວພຍາດ ລ້ຽງບໍາຣຸງ ໃຫ້ ກອງທະຫານ ຝ່າຍມິດ ມີ ພລັງ ເເຂງເເຮງ
ເຂົາ ຕ້ອງ ສະມາທິ ເເຜ່ ເມດຕາຈິດ ໃຫ້ ທັງ ປະຊາຊົນ ຝ່າຍມິດ ທີ່ ຖືກ ຣຸກຣານ ເເລະ ບ້ານຊ່ອງ ຖືກເຜົາຜານ ສົ່ງ ມະຫາກະຣຸນາ ໄປ ເຖິງ ປະຊາຊົນ ຂອງ ຝ່າຍ ສັດຕຣູ ທີ່ ຖືກ ຂົ່ມເຫັງ ເຕັງເຕັກ ຖືກບີບຄັ້ນ ເພື່ອ ໃຫ້ ພົ້ນ ຈາກ ຄວາມທຸກທໍຣະມານ ທາງກາຍ ເເລະ ຈິດໃຈ
ດາບສອງຄົມ ທີ່ ຄວນຮູ້
ເມື່ອ ຝ່າຍມິດ ສ້ອມເເປງເຮືອນຄືນ ຝ່າຍສັດຕຣູ ມັນ ຮູ້ໃຊ້ ຄວາມສລາດ ລັກລອບ ເຂົ້າມາ ສັງເກດການ ສອດເເນມ ເບິ່ງ ພຶດຕິການ ທຸກຢ່າງໄດ້ ເເລ້ວ ພວກມັນ ກໍ ຊ້ອນເເຜນ ຊອກ ຈອບອອຍ ເອົາ ພວກໄທບ້ານ ໃຫ້ ຫລົງເຊື່ອ ໄປເປັນໃຈ ກັບ ພວກມັນ ໃນ ຂັ້ນຕໍ່ໄປ ພວກ ສົມຮູ້ຮ່ວມຄິດ ກໍ ທໍາທ່າ ເຂົ້າໄປ ອາສາສມັກ ຊ່ອຍເຫລືອ ກອງກໍາລັງທະຫານ ຝ່າຍມິດ ທີ່ ກໍາລັງ ສ້າງເເປງ ຢ້າວເຮືອນຄືນ ຢູ່ນັ້ນ ເເຜນການຮ້າຍ ຂອງ ພວກ ສົມຮູ້ຮ່ວມຄິດ ກໍ ເເມ່ນ ປະ ຊ່ອງຫວ່າງໄວ້ ເພື່ອ ອໍານວຍ ຄວາມສະດວກ ໃຫ້ ເເກ່ ສັດຕຣູ ພຍາດ ກຸບເເກວ ສາມາດ ກັບຄືນ ເຂົ້າມາ ໂຈມຕີ ຕໍ່ລາມ ໃສ່ ຢ້າວເຮືອນ ເເລະ ໄທບ້ານ ໄດ້ອີກໃຫມ່ ຕົວຢ່າງ ຂອງ ຊ່ອງຫວ່າງນີ້ ກໍ ຄື ການຕາບຝາເຮືອນ ບໍ່ດີ ເເປງຫລັງຄາເຮືອນ ບໍ່ດີ ໃຊ້ໄມ້ໂດກ ເເທນໄມ້ ທີ່ ຖືກ ໄຟໄຫມ້ ດັ່ງນີ້ ເປັນຕົ້ນ ສະນັ້ນ ຜູ້ບັນຊາການ ຕ້ອງ ຊິ້ງຊອມ ກວດກາ ເບິ່ງ ການສ້ອມເເປງ ເຮືອນນັ້ນ ຫລາຍເທື່ອ ຢ່າງ ຣອບຄອບ ຄັກເເນ່ ທີ່ສຸດ ເເລະ ຕ້ອງ ສາມາດ ຊອກ ຈັບກຸມ ພວກສົມຮູ້ຮ່ວມຄິດ ນັ້ນ ໃຫ້ໄດ້ ຫລື ຕ້ອງ ສາມາດ ຮູ້ຈັກ ອະທິບາຍ ໃຫ້ ພວກ ໃສ້ເສິກ ຂອງ ສັດຕຣູ ນັ້ນ ຮູ້ ຄຶດ ເເລະ ຄິດ ປ່ຽນໃຈ ເຫັນເເຈ້ງ ບໍ່ຫລົງເຊື່ອ ຫັນກັບຄືນມາ ເປັນມິດ ທີ່ດີ ອີກໃຫມ່
ຢ່າ ປະປ່ອຍ ໃຫ້ ສັດຕຣູ ພຍາດ ກຸບເເກວເຫນືອ ສວຍ ໂອກາດ ຫັນປີ້ນ ຍາດເເຍ່ງ ເອົາ ໄຊຊນະ ຂອງ ຝ່າຍມິດ ໄປ ເປັນ ຂອງເຂົາໄດ້ ຢ່າງ ເດັດຂາດ ຢ່າໃຫ້ ການກໍຕັ້ງ ກາຍເປັນ ດາບສອງຄົມ ກັບປີ້ນ ມາ ທໍາຣາຍ ຝ່າຍມິດ ຄືນ ຜູ້ບັນຊາການ ຕ້ອງຮູ້ຈັກ ກະ ຄາດຄະເນ ເຫດການ ໄວ້ ລ່ວງຫນ້າ ມີ ປັນຍາ ຮູ້ຈັກ ຄຶດ ເເລະ ຄິດ ກັບໄປ ກັບມາ ຫລາຍຄັ້ງ ຢ່າງ ຄັກເເນ່ ເເລະ ເລິກເເລບ ທີ່ສຸດ ເພື່ອ ໃຫ້ ເຫັນເເຈ້ງ ເລ່ກົນ ເຊື່ອງຊ້ອນ ຂອງ ສັດຕຣູ ເເລະ ພວກສົມຮູ້ຮ່ວມຄິດ ທີ່ ເປັນ ໃສ້ເສິກ ຂອງ ພວກເຂົາ ນີ້ເເລ ສ່ຽວຫານໄຊ ຄືຄໍາຕອບ ອັນເລິກເເລບ ຫລື ຍຸທສາດ ອັນເລິກເເລບ ທີ່ ສາມາດ ຕ້ານ ເເຜນການ ຣຸກຣານ ເເລະ ຕໍ່ລາມ ຂອງ ຝ່າຍ ສັດຕຣູ ເເມ່ພຍາດ ກຸບເເກວ ຮາໂນຍໄດ້ ຫານໄຊ ຕ້ອງ ຊອກ ເຂົ້າໃຈ ເພີ່ມອີກ ກ່ຽວກັບ ຄໍາວ່າ ຈິງເປົ່າ ເປົ່າຈິງ ສົງຄາມຈິງ ເເລະ ສົງຄາມເປົ່າ ມັນ ມີ ການພົວພັນກັນເດີ ຕ້ອງຮູ້ຈັກ ໃຊ້ ປັນຍາ ປ່ຽນ ສະພາບ ຫລື ປ່ຽນເເປງ ສົງຄາມຈິງ ມາເປັນ ສົງຄາມເປົ່າ ເເລະ ສົງຄາມເປົ່າ ມາເປັນຈິງ ສ່ຽວ ຫານໄຊ ເເລະ ສິ່ງ ສໍາຄັນສຸດ ອີກປະການນຶ່ງ ທີ່ ຕ້ອງ ຈົດຈໍາ ກໍ ເເມ່ນ ເວລາ ເວລາ ໃນ ພິພົບ ບ່ອນ ຂນາດ ນ້ອຍສຸດ ທີ່ ບໍ່ເຫັນ ດ້ວຍຕາເປົ່າ ກໍ ບໍ່ຄ້າຍຄື ເວລາ ຢູ່ ກັບບ່ອນ ຂນາດ ໃຫຍ່ສຸດ ທີ່ ເຫັນກັບຕາ ຫລື ໄກກວ້າງສຸດ ທີ່ ບໍ່ ເຫັນຫມົດ ດ້ວຍຕາເປົ່າ ເຊັ່ນ ຕົວຢ່າງ ວ່າ ຢູ່ ໃນ ໂລກເຮົາ ນັບໄດ້ ເວລາເເລ້ວ ຮ້ອຍປີ ຢູ່ໃນໂລກ ຈິງເປົ່າ ເປົ່າຈິງ ອາດໄດ້ເເຕ່ພຽງ ມື້ນຶ່ງ ຫລື ຫນ້ອຍກວ່ານັ້ນອີກ ຫລື ອາດເປັນ ສູນ ຫລື ເປົ່າສວ່າງ ກໍ ເປັນໄດ້ ຖ້າເວົ້າ ທາງກັບ ກໍ ເປັນໄປໄດ້ ເຊັ່ນດຽວກັນ ຄື ຢູ່ ໃນ ໂລກ ນ້ອຍສຸດ ທີ່ ບໍ່ເຫັນ ດ້ວຍ ຕາເປົ່າ ມີ ເວລາ ສອງຮ້ອຍປີ ຫລືວ່າ ໃຫຍ່ ນ້ອຍ ກວ່ານັ້ນ ເວລາ ໃນ ໂລກ ເຮົາ ກໍ ອາດ ມີ ພຽງເເຕ່ ເກົ້າເດືອນ ຫລື ນ້ອຍ ໃຫຍ່ ກວ່ານັ້ນ ກໍ ເປັນໄດ້ ລາງເທື່ອ ເວລາ ຢູ່ ໃນ ໂລກທັງສອງ ກໍ ມາ ຈຸຈອດ ຕໍ່ກັນ ເເລ້ວ ກໍ ເເຍກ ທາງກັນໄປ ຕາມ ສັງຂານ ອັນ ບໍ່ ທ່ຽງເເທ້ ຂອງມັນ ມັນ ມີ ທັງ ການປ່ຽນເເປງ ສະພາບ ໂດຍ ອາສັຍ ພລັງເເຮງ ຄວາມຄຶດ ເເລະ ຄິດ ປະຊາຊົນ ຫລື ສະພາບ ປ່ຽນເເປງເອງ ໄປ ໃນຕົວ ຂອງມັນເອງ ກໍ ມີ ສົງຄາມ ທີ່ ບໍ່ເຫັນດ້ວຍຕາເປົ່າ ກໍຄືວ່າ ເຫັນ ເເຕ່ ບໍ່ເຫັນ ໄດ້ຍິນ ກໍຄື ບໍ່ໄດ້ຍິນ ໄດ້ຈັບບາຍ ກໍຄື ບໍ່ໄດ້ຈັບໄດ້ບາຍ ສໍາຄັນ ສຸດຍອດ ກໍຄື ເຫັນວ່າ ເປັນ ຄົນລາວ ເເຕ່ ບໍ່ ເເມ່ນ ຄົນລາວ ສະນັ້ນ ຈົງ ພິດຈາຣະນາ ເບິ່ງສົງຄາມນີ້ ໃຫ້ຄັກ
ເມື່ອ ຫານໄຊ ໄດ້ ຄໍາຕອບ ອັນ ເເຈ້ງຂາວ ນໍາ ໄພວັນ ກໍ ເກີດ ມີ ຄວາມເຊື່ອໃຈ ໃນ ຕົນເອງ ຂຶ້ນ ຕື່ມອີກ ວ່າ ຄວາມຫັວງ ຕ້ານ ການຕໍ່ລາມ ຂອງ ພວກ ພຍາດ ກຸບເເກວ ຮາໂນຍ ນັ້ນ ຍັງ ມີ ຫລາຍຢູ່ ໄພວັນ ເຂົາ ເປັນ ນັກຣົບ ສລາດ ຫລັກເເຫລມ ເເທ້ ເຂົາ ຮູ້ຈັກ ສົງຄາມ ຂັ້ນໃຫຍ່ໂຕ ເເລະ ຮູ້ຈັກ ສົງຄາມ ຂັ້ນນ້ອຍສຸດ ເຂົາ ຮູ້ຈັກ ປຽບທຽບ ໃສ່ ເເມ່ພຍາດ ກຸບເເກວ ຮາໂນຍ ຕໍ່ລາມໄດ້ ຢ່າງຄັກເເນ່
ຫານໄຊ ຄິດຕໍ່ໃສ່ ມືຖືສາກ ປາກຖືສິນ ເເລະ ເເຜນການມືດລັບ ຂອງ ຣັຖບານ ຮາໂນຍ ກ່ຽວກັບ ໂຄງການ ສ້າງ ຮູບປັ້ນ ວິຣະບຸຣຸດລາວ ເເຕ່ ໃນ ທາງ ພຸທສາສນາເເລ້ວ ເພິ່ນ ກໍ່ສ້າງທາດ ຫລື ສ້າງສິມ ເພິ່ນ ເລີ້ມ ດ້ວຍ ການຂຸດ ເເລະ ສ້າງ ບີສິມ ເພິ່ນ ຫາເອົາ ເຄື່ອງຄໍ້າເຄື່ອງຄູນ ມາຖອກວາງ ໃສ່ບີສິມ ເພື່ອ ໃຫ້ ສັກສິດ ເເລະ ເປັນ ທີ່ ສັກກາຣະບູຊາ ເຊັ່ນ ຢູ່ ໃນ ບີ ພຣະທາດຫລວງ ວຽງຈັນ ກໍ ມີ ພຣະສາຣາຣິກະທາດ ດັ່ງນີ້ ເປັນຕົ້ນ ເເຕ່ ເມື່ອ ພວກເເກວ ວຽດນາມເຫນືອ ຫລື ພວກ ຄນປທລ ຫລື ພວກ ສໍນຶ່ງ ສອງປໍ ລໍນຶ່ງ ສ້າງ ຮູບປັ້ນ ຂອງ ວິຣະບຸຣຸດ ຂຶ້ນ ສິ່ງ ສັກສິດ ທີ່ ພວກເຂົາ ຖືເປັນ ຊັບສິນ ບູຊາ ເເມ່ນ ຫຍັງ? ພວກເຂົາ ອາດຈະຝັງ ເຊື່ອງຊ້ອນ ໄວ້ ໃນ ຮູບປັ້ນ ສິ່ງຂອງ ທີ່ ເປັນ ສິນສັກສິດ ສໍາລັບ ພວກເຂົາ ເຊັ່ນ ຝຸ່ນກະດູກ ຂອງ ຜູ້ນໍາ ເເກວ ສະຫາພັນ ອິນໂດຈີນ ເຊັ່ນ ຝຸ່ນກະດູກ ຂອງ ຮ ຈ ມ! ຟ ວ ດ! ລ ຢ! ຫລື ຂອງ ຜູ້ນໍາ ຄນະ ປະເທດລາວ ເຊັ່ນ ກສ ສພນວ ຫນຮ...ຫລື ອາດຈະ ເເມ່ນ ເຊື່ອງຊ້ອນ ປຶ້ມ ນະໂຍບາຍ ການເມືອງ ຄອມມຸຍນິດ ທຸງ ກ່ຽວ ຄ້ອນຕີ ທີ່ ພວກເຂົາ ໄຫວ້ ຖືເປັນ ສິນສັກສິດ ຢ່າງ ເຄັ່ງຄັດ ນີ້ເເລ ຄື ພາກປະຕິບັດ ຕົວຈິງ ຂອງ ສົງຄາມ ທີ່ ບໍ່ເຫັນດ້ວຍຕາເປົ່າ?
ຫານໄຊ ສາມາດ ຕີ ຄວາມຫມາຍ ຂອງ ຄໍາເວົ້າ ໄພວັນ ອອກໄດ້ ວ່າດ້ວຍ ເຫັນເປັນ ຄົນລາວ ເເຕ່ ບໍ່ເເມ່ນ ຄົນລາວ ເຂົາ ຄິດໃສ່ ພວກອ້າຍນ້ອງລາວໃຫມ່ ທີ່ ເປັນ ເເກວ ຮຽນ ພາສາລາວ ປາກລາວ ເວົ້າລາວ ຮູ້ ວັທນະທັມລາວດີ ປັດຈຸບັນ ພວກ ຄນປທລ ກໍາລັງ ຖືກ ດາບຄົມ ທີນຶ່ງ ຂອງ ຣັຖບານ ຮາໂນຍ ເເລ້ວ ໃນ ຂັ້ນ ຕໍ່ໄປ ພວກເຂົາ ກໍຈະຖືກ ຊໍ້າ ຖືກ ເກັບມ້ຽນ ຍ້ອນ ດາບຄົມ ທີສອງ ທີ່ ເເຫລມຄົມ ກ່ວາເກົ່າອີກ
ເມື່ອ ຮອດຍາມ ຢຸດພັກເຊົາ ຫານໄຊ ຄິດໄວ້ວ່າ ຈະໄປ ອະທິບາຍ ສົງຄາມ ນ້ອຍສຸດ ສູ່ ທິວາວັນ ໃຫ້ຮູ້ນໍາ ພໍຮອດ ສິບເອດໂມງເຊົ້າ ຫານໄຊ ກໍ ສັງເກດ ເຫັນວ່າ ທຸກຄົນ ຍັງມີເເຮງ ຍ່າງ ໄດ້ເວລາດີ ທີ່ສຸດ ອີກບໍ່ພໍ ທໍ່ໃດ ຊົ່ວໂມງ ກໍ ຈະ ໄປຮອດ ຈຸດ ຕັ້ງຫມັ້ນ ກອງພັນເເລ້ວ
- ຫານໄຊ: ທິວາວັນ ເຈົ້າ ຍ່າງ ໄດ້ ເກັ່ງຫລາຍ ຂນາດວ່າ ນາຍຫມູ່ ສິງທອງ ພາຍ່າງໄວ ປານນີ້ ເຈົ້າ ກໍ ຍັງ ຍ່າງ ທັນ ຖ້າເຈົ້າ ຕ້ອງການ ຢຸດພັກເຊົາ ເອົາເເຮງ ກໍຢຸດໄດ້ ເພາະ ພວກເຮົາ ຍ່າງໄດ້ ເວລາດີ ກວ່າ ການ ທີ່ ໄດ້ ກະ ໄດ້ຄະເນໄວ້
- ທິວາວັນ: ຂ້ອຍ ຍັງ ບໍ່ ທັນ ເມື່ອຍເທື່ອ ເຈົ້າ ຮູ້ຈັກບໍວ່າ ກ່ອນ ມາ ລາວ ພວກຂ້ອຍ ໄດ້ ໄປ ຝຶກຊ້ອມ ວິຊາ ການຣົບ ຢູ່ ໃຫກ້ ເມືອງ ຮາໂນຍ ເປັນ ເວລາ ສາມເດືອນ? ຂ້ອຍ ຄິດວ່າ ພວກເຮົາ ໄປຢຸດ ຢູ່ ບ່ອນ ກິນເຂົ້າທ່ຽງ ກໍ ຄື ຈະເປັນ ການດີ
ຈື່ຈໍາ ບໍ່ຈື່ຈໍາ ສະຕິລຶບ ຖືກລຶບສະຕິ
ເມື່ອ ຫານໄຊ ໄດ້ຍິນ ຄໍາວ່າ ກິນເຂົ້າທ່ຽງ ກໍ ຫວນ ຄິດກັບ ໄປຫາ ສ່ຽວ ສອງຄົນ ຄື ສຸກໃຈ ເເລະ ໄພວັນ ທີ່ ກໍາລັງ ນັ່ງ ຢູ່ ເທິງ ເຮືອ ລໍາດຽວກັນ ທີ່ ເຂື່ອນນໍ້າງື່ມ ເເລະ ຄິດໄປ ອີກວ່າ ເຂົາ ຫາ ກໍ ກິນເຂົ້າທ່ຽງເເລ້ວ ຮ່ວມ ກັບ ຫມູ່ ທັງສອງ ເເລ້ວເປັນຫັຽງ ທິວາວັນ ຈຶ່ງ ກັບມາເວົ້າ ເຣື່ອງ ກິນເຂົ້າທ່ຽງອີກ ເທື່ອນຶ່ງ ເຂົາ ຮຽນຮູ້ ວ່າ ຄວາມຄຶດ ເເລະ ຄວາມຄິດ ນັ້ນ ສາມາດ ກັບຫັນ ເຂົ້າມາ ຈຸຈອດກັນໄດ້ ອະດີດ ເເລະ ປັດຈຸບັນ ມັນ ຢູ່ ໃກ້ໆກັນ ເປັນ ຈັ່ງຊີ້ເອງ ເພິ່ນ ຈຶ່ງ ພາກັນ ໃຊ້ ຄໍາເວົ້າວ່າ ມີ ຄວາມຊົງຈໍາຕື້ນ ຄຶດໃສ່ ອະດີດ ໃຊ້ ເວລາ ພຽງເເຕ່ ບຶດດຽວ ຖ້າ ຄຶດ ບໍ່ໄດ້ຮອດ ບຶດດຽວ ກໍ ເເປວ່າ ມີ ຄວາມຈື່ຈໍາ ຕື້ນສຸດຂີດ ເເບບ ບໍ່ ສາມາດ ຈະ ເຂົ້າໃຈໄດ້ ເມື່ອກີ້ນີ້ ໄພວັນ ໄດ້ເວົ້າເຖິງ ພວກ ທີ່ ມີ ຄວາມຮູ້ຫລາຍ ເເຕ່ ມີ ປັນຍາປູ້ ເຂົາ ຫມາຍເຖິງ ພວກ ທີ່ ໄປ ສົມຮູ້ຮ່ວມຄິດ ຮັບ ສມັກ ເເບກ ທຸງ ກ່ຽວ ກັບ ຄ້ອນຕີ ຂອງ ພວກພຍາດ ກຸບເເກວ ຮາໂນຍ ໄພວັນ ກ່າວໄປ ດັ່ງນີ້ ກໍ ເພາະວ່າ ໃນ ສໄມ ກ່ອນ ພວກ ເຫລົ່ານີ້ ຄຽດເເຄ້ນສຸດ ໃຫ້ ພວກພຍາດ ກຸບເເກວ ທີ່ ໄດ້ຈັບ ຍາດຕິພີ່ນ້ອງ ຂອງ ພວກເຂົາ ໄປໃສ່ ຄຸກສັມນາ ເເລ້ວ ມາບັດນີ້ ພວກເຂົາ ໄດ້ປ່ຽນ ທິດທາງ ຮອດ ຂັ້ນ ປ່ຽນຫນ້າມື ເປັນຫລັງມື ຄົງ ອາດຈະເປັນ ການສວຍໂອກາດ ທີ່ ມີ ຜົນປໂຍດ ເເກ່ ພວກເຂົາຫລາຍ ພວກເຂົາ ຈຶ່ງ ສາມາດ ລືບ ສະຕິ ໄປໄດ້ ຖ້າ ໄປ ຖາມ ສຸກໃຈ ອີກ ເຂົາ ກໍ ຄົງ ຈະຕອບ ອີກວ່າ ມັນ ບໍ່ ເເມ່ນ ພວກເຂົາ ລືມ ສະຕິ ຫລື ກ້າລຶບ ສະຕິ ຕົນເອງ ເເຕ່ ເເມ່ນ ພວກ ພຍາດ ກຸບເເກວ ຮາໂນຍ ທີ່ ເເຊກຊຶມ ເຂົ້າມາ ເສັ້ນປະສາດ ລຶບ ສະຕິ ເເລະ ຄວາມຈື່ຈໍາ ຂອງ ພວກເຂົາ ສຸກໃຈ ຄົງ ຈະ ເພີ່ມເຕີມ ອີກວ່າ ນອກຈາກ ໂຕ ຫານໄຊ ພວກຜູ້ນໍາ ເກືອບຫມົດ ທຸກຄົນ ຂອງ ຄນປທລ ຖືກ ພວກພຍາດ ກຸບເເກວ ຕໍ່ລາມ ກິນສມອງ ລຶບສະຕິ ເມື່ອ ສະຕິ ຄວາມຮັກຊາດລາວ ຫມົດໄປເເລ້ວ ຣັຖບານ ປັດຈຸບັນ ຢູ່ ລາວ ກໍ ມີ ເເຕ່ ສະຕິ ພຍາດ ຂອງ ພວກເເກວ ຮາໂນຍ ຢູ່ ໃນຫົວ ຄືວ່າ ມີ ເເຕ່ ຄົນຫົວເປັນເເກວ ເເອວເປັນລາວ ຫລື ຄົນເເກວ ຮາໂນຍ ຢູ່ ໃນ ຣັຖບານ ເເກວ ຢູ່ ໃນ ລາວ
ເມື່ອ ໄດ້ ຄໍາຕອບ ຢ່າງນີ້ ມັນ ກໍ ເປັນຕາຄຽດໃຫ້ ສຸກໃຈ ເພາະ ເຂົາເອງ ກໍ ເປັນ ນາຍທະຫານ ຄົນນຶ່ງ ຢູ່ ໃນ ຖັນເເຖວ ຄນປທລ ເເຕ່ ພໍ ເມື່ອ ຄິດໄປ ຄັກໆ ເເລ້ວ ກໍ ເເມ່ນ ສຸກໃຈ ທີ່ ເວົ້າ ມີເຫດ ມີຜົນດີ ກວ່າເຂົາ ຫານໄຊ ຄິດ ຍົກຍ້ອງ ທິວາວັນ ທີ່ ຮູ້ຈັກ ເປັນ ຕົວເອງ ບໍ່ມີໃຜ ສາມາດ ລຶບສະຕິ ຂອງນາງໄດ້
ການຢຸດພັກເຊົາ ກິນເຂົ້າທ່ຽງ
ນາຍຫມູ່ ສິງທອງ ໄດ້ຊອກຫາ ເອົາ ບ່ອນ ຮົ່ມເຢັນ ຢູ່ ໃກ້ໆ ກັບ ຖຽງນາ ເປັນ ຈຸດ ພັກເຊົາ ກິນເຂົ້າທ່ຽງ ຫມູ່ສິງທອງ ເເຈກຢາຍ ປັ້ນເຂົ້າ ກັບ ປີ່ງປາເເຫ້ງ ໃຫ້ ຫມົດທຸກຄົນ ໃນ ເວລາ ພັກເຊົາ ຫານໄຊ ໄດ້ຫລຽວ ໄປ ເບິ່ງ ນັກພຍາບານ ວຽດ ທັງສີ່ຄົນ ທີ່ ມານໍາ ທິວາວັນ ພວກເຂົາ ມີ ມາຣະຍາດດີ ຮ່ວມເຮັດວຽກ ທຸກຢ່າງ ນໍາ ຫມູ່ ສິງທອງ ເຂົາ ສັງເກດເຫັນ ຜູ້ນຶ່ງ ສົນໃຈ ຊອກຂຽນ ຊອກຈົດ ເອົາທຸກສິ່ງຢ່າງ ກ່ຽວກັບ ຍຸທວິທີ ການໃຫ້ ຄໍາສັ່ງ ຂອງ ຫມູ່ສິງທອງ ເເລະ ຂອງ ເຂົາເອງ ໄດ້ຍິນ ພວກເຂົາ ຊຸບຊິບ ກັນເອງວ່າ ຜູ້ ທີ່ ຊື່ ເລຢວນ ສົນໃຈ ໃນ ການຈັດຕັ້ງ ເເລະ ມີ ຊັ້ນ ຮອດ ຂັ້ນ ຮ້ອຍເອກ ເເເຕ່ ຫານໄຊ ບໍ່ໄດ້ຊອກ ເຂົ້າໃຈ ລື່ນ ໄປ ກວ່ານັ້ນ ເຂົາ ຈະປ່ອຍ ໃຫ້ ທິວາວັນ ເວົ້າສູ່ ເຂົາຟັງເອງ ເຂົາ ສັງເກດ ເຫັນ ອີກຢ່າງນຶ່ງ ຄື ເມື່ອໃດ ທີ່ ພວກເຂົາ ເຫັນ ຫານໄຊ ຢູ່ລົມ ກັບ ທິວາວັນ ພວກເຂົາ ຜາກົດວ່າ ມີ ຄວາມດີໃຈ
- ຫານໄຊ: ທິວາວັນ ຫລຽວເບິ່ງ ຖຽງນານ້ອຍ ສອງຫລັງນັ້ນເເມ ມັນ ປຸກ ບໍ່ ຢູ່ ຫ່າງໄກກັນ ພວກພໍ່ນາ ຍຸທ່າງ ເຮັດນາ ເຮັດສວນ ເຮັດໃຮ່ ຈັ່ງເເມ່ນ ພວກເຂົາເຈົ້າ ຍຸທ່າງຢູ່ ຍຸທ່າງກິນ ຮົ້ວອ້ອມ ຖຽງນາ ຂອງ ໃຜລາວ ກໍ ບໍ່ມີ
- ທິວາວັນ: ເເມ່ນເເທ້ ພວກເຂົາເຈົ້າ ຄືວ່າ ທໍາມາຫາກິນ ຢ່າງສຸກສະບາຍ ພວກເຂົາເຈົ້າ ບໍ່ຊອກ ຍາດເເຍ່ງ ຂີ້ຫລັກ ຫນ້າດິນກັນ ຫວະ?
- ຫານໄຊ: ທິວາວັນ ເອີຍ! ເມືອງລາວ ມີ ພື້ນທີ່ ຫນ້າດິນ ບໍ່ໃຫຍ່ ເເຕ່ວ່າ ປະຊາຊົນລາວ ບໍ່ ມີ ຫລາຍ ຖ້າ ບໍ່ມີ ເສິກເສືອເຫນືອໃຕ້ ຄອບຄົວ ຄົນລາວ ເເຕ່ລະຄອບຄົວ ມີ ຫນ້າດິນ ພຽງພໍ ເພາະ ຂ້ອຍ ບໍ່ ຢາກໃຊ້ ຄໍາວ່າ ເຫລືອເຟືອ ເພື່ອ ຫາຢູ່ຫາກິນ ເເລ້ວພວກເຂົາເຈົ້າ ຈະໄປ ຊອກ ຂີ້ຫລັກ ຂີ້ໂລບ ຍາດເເຍ່ງ ຊູຊີ ເອົາ ຂີ້ດິນ ຂອງ ຜູ້ອື່ນ ອີກ ເຮັດຫຍັງ? ຄັນວ່າ ເເຫຍ້ກັນຢູ່ ກໍ ຍັງ ພໍ ຈະໄດ້ເວົ້າໄດ້ ເເມ່ນບໍ ເຈົ້າວ່າ?
- ທິວາວັນ: ເຈົ້າ ເວົ້າຖືກເເລ້ວ ຫານໄຊ ຢູ່ ທາງພີ້ ບໍ່ຄືກັນກັບ ຢູ່ ເມືອງ ວຽດນາມ ດຽວນີ້ ຢູ່ ວຽດນາມເຫນືອ ເເມ່ນ ໄດ້ເເຫຍ້ກັນຢູ່ ຕັ້ງເເຕ່ ຢູ່ ເເຄມນໍ້າຂອງ ພວກຄົນຫາປາ ກໍ ຍັງ ພາກັນ ໄປ ປຸກເຮືອນ ຕໍ່ລາມ ເດ່ຊົ້ງ ກາຍ ເເຄມນໍ້າ ອອກໄປອີກຕື່ມ ສ່ວນວ່າ ຢູ່ ເມືອງເເຖ່ງນັ້ນ ດຽວນີ້ ມີ ຄົນເຊື້ອຊາວວຽດ ເຂົ້າໄປ ຢູ່ ຢ່າງ ມາກມາຍ ບາງບ່ອນ ກໍ ຊອກ ລ້ອມຮົ້ວບ້ານ ຊົ້ງອອກໄປ ຂີ້ຫລັກ ຂີ້ໂລບ ເອົາດິນ ຂອງ ຜູ້ອື່ນ ພວກ ເຮັດ ຢ່າງນີ້ ກໍ ມີ ເເຕ່ ພວກ ຊາວວຽດ ມາເເຕ່ ຮາໂນຍ
- ຫານໄຊ: ທາງທີ່ດີ ກໍ ເເມ່ນ ມີ ມູນ ດິນຫນ້ອຍ ກໍ ບໍ່ ຂາຍ ມີມູນດິນຫລາຍ ກໍບໍ່ຂາຍ ຕ້ອງ ຮັກສາມັນໄວ້ ໃຫ້ ປວງຊາວລາວ ທຸກຄົນ ໄດ້ມີ ໂອກາດ ສືບສ້າງ ຮ່ວມກັນ ຕໍ່ໄປ ຢ່າງ ຍາວນານ
ທິວາວັນ ເຂົ້າໃຈ ດີວ່າ ເປັນຫຍັງ ຣັຖບານ ຮາໂນຍ ຈຶ່ງ ມີ ຈຸດປະສົງ ເຮັດ ການຕໍ່ລາມ ເເລະ ການຣຸກຣານ ຍຶດຄອງ ເອົາດິນລາວ ຕື່ມ! ນາງ ສລາດ ພຽງພໍ ທີ່ ຈະ ຄາດຄະເນ ຫລື ຈະ ປະມານ ເບິ່ງ ໄດ້ເອງວ່າ ປະຊາຊົນ ວຽດນາມ ນັບມື້ ນັບຫລາຍ ຂຶ້ນ ເມືອຫນ້າ ອີກ ຫ້າສິບ ຫາ ຫົກສິບປີ ຂ້າງຫນ້າ ກໍ ຄົງ ໃກ້ ຈະຮອດ ຮ້ອຍລ້ານ ຄົນ ຫລື ຫລາຍກວ່ານັ້ນ ກໍເປັນໄດ້ ປັດຈຸບັນ ປີ ໑໙໖໔-໖໕ ກໍ ຍັງ ມີ ເຖິງເເລ້ວ ເກືອບ ໖໕ ລ້ານຄົນ ນັບ ທັງເຫນືອ ເເລະ ໃຕ້ ໂຮມເຂົ້າກັນ ຫນ້າພຽງ ຂອງ ປະເທດ ວຽດນາມ ມີ ໓໔໑໖໙໐ ກລມ ມົນທົນ ຫນ້າພຽງ ຂອງ ປະເທດລາວ ມີ ໒໓໖໘໐໐ ກລມ ມົນທົນ ປະຊາຊົນລາວ ມີ ຫນ້ອຍກວ່າ ປະຊາຊົນ ວຽດນາມ ເກືອບ ເຖິງ ໑໕ ຫາ ໑໘ ເທົ່າ
ຫານໄຊ ກໍ ໄດ້ ເຂົ້າໃຈ ຕື່ມອີກ ດ້ວຍ ການຢືນຢັນ ຂອງ ໄພວັນ ວ່າ ພວກ ຣັຖບານ ເເກວ ຮາໂນຍ ໄດ້ຊອກ ສວຍໃຊ້ ຄໍາເວົ້າ ທີ່ ປູ່ຍ່າຕາຍາຍ ຂອງລາວ ເຄີຍ ເວົ້າ ອວດອ້າງ ຫລື ເວົ້າເເຈ້ງ ຫລາຍໂພດ ໃຫ້ ພວກ ມີ ຈິດໃຈ ໂຈນ ຕໍ່ລາມ ໄດ້ຍິນວ່າ ຄົນລາວນັ່ງ ຢູ່ເທິງ ຫີບເງິນຫີບຄໍາ ຖ້າຄົນລາວ ບໍ່ຊອກ ເຂົ້າໃຈ ໄດ້ໄວ ຫີບເງິນ ຫີບຄໍາ ຂອງລາວ ກໍ ຈະກາຍເປັນ ຫີບເປົ່າ ມີ ເເຕ່ ຂີ້ເຫຍື່ອ ເຫລືອໄວ້ ໃຫ້ເບິ່ງ ເເລ້ວ ກໍ ພາກັນ ຮ້ອງໄຫ້ ເຊັດນໍ້າຕາ ມັນບໍ່ໄດ້ ຫມາຍຄວາມເເຕ່ວ່າ ລາວບໍ່ມີເວລາ ຂຸດຄົ້ນ ເອົາຊັບ ໃນດິນ ສິນໃນນໍ້າ ຂຶ້ນມາໃຊ້ ຍ້ອນ ໂອກາດ ບໍ່ ອໍານວຍ ຫລື ຍ້ອນ ພັຍສົງຄາມ ໃນ ລາວ ເເລ້ວສໍານວນ ຄໍາເວົ້າ ດັ່ງກ່າວ ກໍ ເເມ່ນ ພູມີ ວົງວິຈິດ ເອົາເຂົ້າມາ ໂຄສະນາ ໃຊ້ ສີປາກດີ ເລົ່າຕໍ່ ໃຫ້ ຝ່າຍ ວຽງຈັນ ໄດ້ຍິນ ເມື່ອ ຄັ້ງ ສໄມ ໂຮມລາວ ຫລື ສໄມ ພູມີ ມີ ຫນ້າທີ່ ປະຈໍາ ຢູ່ ນະຄອນ ວຽງຈັນ ເມື່ອ ຝ່າຍ ຣັຖບານ ວຽງຈັນ ໄດ້ຍິນໄດ້ຟັງ ກໍ ພາກັນ ຖືກອົກ ຖືກໃຈ ວ່າ ເເມ່ນ ເເທ້ ເເລະ ວ່າ ເພິ່ນ ຊອກ ວະລີ ມາເວົ້າ ໄດ້ດີຫລາຍ ເເຕ່ ຝ່າຍ ວຽງຈັນ ບໍ່ ໄດ້ ຄຶດ ເເລະ ຄິດ ຊອກ ເຂົ້າໃຈເລິກ ຕື່ມໄປອີກວ່າ ຕົນ ໄດ້ເເຕ່ ນັ່ງ ເຝົ້າ ຍາມ ຢູ່ ເທິງ ຫີບ ຊັບສິນ ລ້າໆ ເເບບ ເຝົ້າເພື່ອເຝົ້າ ເຝົ້າໄວ້ໃຫ້ພວກເເກວ ເເລະ ກໍບໍ່ຮູ້ ຊອກໄຂ ກວດກາເບິ່ງ ຫີບ
ສິ່ງ ທີ່ ຕົນ ບໍ່ ຮູ້ຈັກດີ້ ກໍ ເເມ່ນ ພວກ ກໍາລັງ ເເກວ ຮາໂນຍ ກໍາລັງ ຂຸດຂຸມ ເປັນ ເສັ້ນທາງ ຢູ່ ໃຕ້ດິນ ເເບບ ດຽວກັນ ກັບ ພວກເຂົາ ເຮັດ ຢູ່ ເມືອງເເຖ່ງ ລອດຜ່ານ ເຂົ້າມາ ຮອດ ກ້ອງຫີບ ເເລ້ວ ດຽວນີ້ ພວກເຂົາ ກໍາລັງ ເຈາະ ກົ້ນຫີບ ເພື່ອ ລັກ ເເລະ ປຸ້ນ ເອົາ ຊັບສິນ ຂອງລາວ ໂດຍ ທີ່ ລາວ ກໍາລັງ ພາກັນ ນອນຫລັບ ຈົມ ປານ ຕາຍ ບໍ່ຮູ້ເມື່ອຄີງ ເເຕ່ຢ່າງໃດເລີຍ ອັນນີ້ເເລະ ເພິ່ນ ເວົ້າວ່າ ໄດ້ຍິນ ຄື ບໍ່ໄດ້ຍິນ ມີຫູເເຕ່ບໍ່ໄດ້ຍິນ ຟັງເພື່ອຟັງ ມີຕາເເຕ່ບໍ່ເຫັນ ຫລື ເຫັນເພື່ອເຫັນ ພຍາ ພູມີ ໄດ້ດົມຕົດ ເເກວຮາໂນຍເເລ້ວ ກໍ ຊອກເອົາຕົດ ມາຍົ້ວະ ໃຫ້ ພວກ ຣັຖບານ ວຽງຈັນ ດົມຕົດຕໍ່ ຢ່າງ ບໍ່ຮູ້ເມື່ອຄີງ? ພວກ ຄນປທລ ກໍາລັງ ເອົາ ຫີບເງິນຫີບຄໍາລາວ ໄປຈໍານໍາໄວ້ ເເບບ ບໍ່ຮູ້ ກໍາໄຣ ຫລື ຂາດທຶນ ນໍາ ຣັຖບານ ຮາໂນຍ
ຫານໄຊ ເປັນ ນັກຣົບ ເຮັດ ສົງຄາມ ທາງ ຫນ້າດິນ ເເລະ ຊອກ ເຮັດ ສົງຄາມ ທາງ ຄວາມຄຶດ ເເລະ ຄິດ ເຄີຍ ໄດ້ຍິນ ສຸກໃຈ ເລົ່າ ນິທານ ຊຽງຫມ້ຽງ ສູ່ຟັງ ບັດນີ້ ເຂົາ ກໍ ຈະລອງ ຄິດ ເລົ່າ ເອົາເອງ ເປັນ ໂຕເອງ ລອງເບິ່ງ ວ່າ ຕົນ ຈະມີ ຄວາມສາມາດ ກ້າເຮັດກ້າທໍາ ເອົາໄຊຊະນະ ສົງຄາມຕົດ ກັບ ພຍາ ພູມີ ໄດ້ບໍ?
ຊຽງຫມ້ຽງ ກັບ ເຣື່ອງ ຮູ້ເເຕ່ຢາກຕົດໃຫ້ຜູ້ອື່ນດົມ ເເຕ່ບໍ່ຮູ້ວ່າ ຕົດໂຕເຫີຍ ຜົນສຸດທ້າຍ ກໍ ໄດ້ດົມຕົດໂຕເອງ
ໃນ ນິທານ ຊຽງຫມ້ຽງ ມີ ເຣື່ອງ ຕົດເອົາໃສ່ບັ້ງ ໄປໃຫ້ ພຍາ ດົມ ພຍາ ກໍ ໄດ້ດົມ ຕົດ ເເທ້ ດົມ ທັງ ຕົດ ເສນາຫມາກຂີ້ກາ ເເກວ ດົມ ທັງ ຕົດ ໂຕເອງ ເພາະ ຊຽງຫມ້ຽງ ຮູ້ ຍຸທສາດ ຕີກ້ຽວກັບຄືນ ເສນາຫມາກກີ້ກາ ເເກວ ສອງຄົນ ທີ່ປຶກສາ ຂອງ ພຍາ ຜູ້ໂງ່ງ່າວ ຢາກ ເເກ້ເເຄ້ນ ບັກຊຽງ ພາກັນ ຕົດ ເອົາໃສ່ ບັ້ງ ອັດເເຈບດີເເລ້ວ ກໍ ພາກັນ ຮີບ ຟ້າວ ເເລ່ນ ເອົາໄປ ໃຫ້ ບັກຊຽງ ດົມ ເເລະ ໄທບ້ານ ເເລ່ນ ໄປບອກ ບັກຊຽງ ກ່ອນວ່າ ພວກ ເສນາ ສອງຄົນ ຊິ ເອົາ ບັ້ງຕົດ ມາໃຫ້ ມຶງ ດົມ ບັກຊຽງ ມັນ ຮູ້ຈັກຟັງ ຮູ້ຈັກຄຶດ ເເລະ ຄິດ ເເລ້ວ ຕຣຽມ ຫ້າງຫາ ຄໍາວ່າ « ພຍາ » « ສອງ » « ດົມ » ເເລະ « ບັ້ງຕົດ » ໄວ້ລໍຄອຍຖ້າ ຕ້ອນຮັບ ເມື່ອ ມັນ ເຫັນ ພວກເຂົາ ທັງສອງ ຮີບເເລ່ນມາ ຮອດມັນ ມັນກໍເລີ້ມ ເວົ້າຈາດ ເເລະ ເວົ້າສາດ ໃສ່ ກ່ອນ ເພື່ອ ບໍ່ ໃຫ້ ພວກ ເສນາເເກວ ມີ ເວລາ ທັນໄດ້ ຄຶດ ເເລະ ຄິດ
- ຊຽງຫມ້ຽງ: ພວກສູ ພາກັນມາ ເຮັດຫຍັງ?
- ພວກເສນາເເກວ: ພວກກູ ຊິເອົາ ຕົດ ມາໃຫ້ ມຶງ ດົມ ເພາະ ມຶງ ກັບເອົາຕົດໃສ່ ບັ້ງ ໄປໃຫ້ ພຍາດົມ
- ຊຽງຫມ້ຽງ: ພວກສູ ຟ້າວ ພາກັນ ເເລ່ນມາ ເເຕ່ໄກບໍ? ຕົດໃສ່ ບັ້ງ ໄວ້ດົນ ປານໃດເເລ້ວ?
- ເສນາເເກວ: ມາເເຕ່ໄກ ເເຕ່ໄກພຸ້ນ ຕົດໄວ້ຄັກເເນ່ ດົນເຕີບເເລ້ວ ມຶງ ຮີບຟ້າວດົມສາ ເພາະ ພວກກູ ຊິຟ້າວ ກັບເມືອ
- ບັກຊຽງ: ກູ ວ່າ ຕົດ ພວກມຶງ ມັນ ເຫີຍຫມົດເເລ້ວ ຄັນ ຊິເອົາໃຫ້ ກູ ດົມ ກູ ຕ້ອງດົມ ຕົດເເທ້ ດັ່ງ ພຍາ ໄດ້ສັ່ງມາ ເພາະ ເຣື່ອງ ພຍາ ມັນ ສັກສິດ ສໍາລັບ ກູ ບໍ່ຢາກໃຫ້ ພວກສູ ເສັຽ ເວລົມເວລາອີກ ກູ ວ່າ ໃຫ້ ພວກສູ ກວດ ດົມເບິ່ງ ຄັກໆ ກ່ອນ ຈຶ່ງ ເອົາໃຫ້ ກູ ດົມ ຄັນ ຕົດ ມັນເຫີຍ ຫມົດເເລ້ວ ພຍາ ຊິຂ້າ ສູ ຖິ້ມ ລ້າໆໃດ?
- ພວກເສນາເເກວ ທັງສອງ: ເອີ ເເມ່ນ ຄວາມມຶງ ພວກກູ ຊິພາກັນໄຂ ພ້ອມກັນ ກວດດົມເບິ່ງ ດຽວນີ້ລະ
ພວກ ເສນາຫມາກຂີ້ກາ ກໍພາກັນເປີດບັ້ງຕົດ ເເລະ ດົມຕົດໂຕເອງ! ພວກເຂົາ ພາກັນຄຽດໃຫ້ ບັກຊຽງ ຫລາຍຂຶ້ນ ຈົນຮອດ ຂັ້ນ ວາງ ເເຜນ ເອົາຢາເບືອ ໃຫ້ມັນກິນ! ເມື່ອ ກັບໄປຮອດ ພຍາໆ ກໍດ່າຊໍ້າ ພວກເຂົາ ອີກວ່າ ພວກສູ ຈັ່ງເເມ່ນ ໂງ່ເງົ່າ ເຕົ່າຕຸ່ນ ເເທ້ໆ! ເເລ້ວ ພວກເຂົາ ກໍ ພາກັນຈົ່ມ ພຶມໆ ພໍາໆ ວ່າ ໂອຍ ຈັ່ງເເມ່ນ ບັກຊຽງ ເຮັດໃຫ້ ພວກກູ ທັງເຈັບ ທັງເເສບ ພວກກູ ໄດ້ດົມຕົດ ກິນອາຍຕົດ ຂອງພວກກູເອງ ຕົດພວກກູ ມັນ ມີ ກິ່ນ ເເຮງສູງ ເຫມັນ ປານ ຣະເບີດ ອາຍພິດ ເເທ້ໆ ດົມເເລ້ວ ຈົນວ່າໃຈ ຊິຫລູດ ຊິຂາດໄປ ພວກກູ ເກືອບ ພາກັນ ລົ້ມ ສລົບໄປ ຊໍ້າບໍ່ເເລ້ວ ພວກກູ ກໍ ຍັງຖືກ ພຍາ ປ້ອຍດ່າ ເກືອບ ຖືກ ເເຕະ ລົງເຮືອນ ເຮັດໃຫ້ ພວກກູ ເຫມັນປານຂີ້ ກະບໍ່ປານ ຊຽງຫມ້ຽງ ໄດ້ ໄຊຊນະ ສົງຄາມ ອາຍພິດ ຕໍ່ຫນ້າ ການຣຸກຣານ ຂອງ ພວກເສນາ ຫມາກຂີ້ກາ ເເກວ
ຫານໄຊ ຄິດຕໍ່ໄປວ່າ ຣັຖບານເເກວ ຮາໂນຍ ເຂົ້າມາຊ່ວຍ ຄນປທລ ຍ້ອນ ພວກເຂົາ ມີ ຜົນ ປໂຍດ ມື້ນຶ່ງ ຖຽງນາ ເເຫ່ງນີ້ ຈະຖືກ ພວກເເກວ ຮາໂນຍ ເຂົ້າມາ ລ້ອມຮົ້ວເອົາ ຄື ຢູ່ ເມືອງເເຖ່ງ ບໍ?
ຫລັງຈາກນັ້ນ ຫານໄຊ ກໍ ໄດ້ເເບ່ງປັນ ຄວາມຮູ້ ກ່ຽວກັບ ສົງຄາມ ທີ່ ບໍ່ ເຫັນ ດ້ວຍ ຕາເປົ່າ ສູ່ ທິວາວັນ ຟັງ ເເລ້ວ ນາງ ກໍ ຍິ່ງ ເກີດ ມີ ຄວາມເຫລື້ອມໃສ ໃນ ຕົວ ຂອງ ຫານໄຊ ຫລາຍຂຶ້ນ ນາງ ບອກ ຫານໄຊ ວ່າ ມັນ ເປັນ ຄວາມຮູ້ເພີ້ມ ສໍາລັບ ນາງ ທາງ ດ້ານ ວິຊາຫມໍ
ໄປສູ່ ຈຸດຕັ້ງຫມັ້ນ ຊົ່ວຄາວ ຂອງ ກອງພັນ
ເມື່ອ ໄດ້ ເວລາເເລ້ວ ນາຍຫມູ່ ສິງທອງ ກໍ ພາ ອອກ ເຄື່ອນທີ່ ຕໍ່ໄປ ເຂົາ ພາ ຍ່າງ ໄວ ຕາມ ເສັ້ນທາງ ທີ່ຊື່ ເເລະ ຮາບພຽງດີ ເຫັນເເຈ້ງ ບໍ່ລອດປ່າລອດດົງ ເເລະ ທັມມະຊາດ ໃນ ຂົງເຂດ ເເຫ່ງນັ້ນ ກໍ ສວຍງາມ ສະອາດຕາ ອາກາດ ກໍ ບໍ່ ຮ້ອນເຮັ່ງ ທຸກຄົນ ພາກັນ ຕັ້ງອົກຕັ້ງໃຈ ຍ່າງ ເພື່ອ ຢາກໃຫ້ ຮອດ ຈຸດຫມາຍ ປາຍທາງ ໄວຂຶ້ນ ຫານໄຊ ປ່ອຍໃຫ້ ຫມູ່ສິງທອງ ເປັນ ຜູ້ນໍາທິດທາງ ດັ່ງຕາມທີ່ ໄດ້ບົ່ງບອກໄວ້ ເຂົາ ຮູ້ຈັກ ເເບ່ງປັນ ພາຣະກິດ ເເລະ ກວດກາ ຊິ້ງຊອມເບິ່ງ ທາງພາກປະຕິບັດ ຕົວຈິງ ຂອງ ເເຕ່ລະຂັ້ນລະຕອນ ເຂົາໄດ້ ສິດສອນໃຫ້ ທຸກຄົນ ເຂົ້າໃຈ ວ່າ ການປະຕິບັດງານ ທຸກຢ່າງ ມີ ຄວາມສໍາຄັນ ຕ້ອງ ເອົາໃຈໃສ່ ຢູ່ ເປັນ ປະຈໍາ ຈະເເມ່ນ ຢູ່ ໃນ ເຂດ ສັດຕຣູ ຫລື ຢູ່ ໃນ ເຂດ ປອດພັຍ ກໍ ເຊັ່ນດຽວກັນ ຄືວ່າ ຖ້າ ບໍ່ຮູ້ຈັກ ຍ່າງເຄື່ອນທີ່ ໃນ ບ່ອນງ່າຍ ກໍ ບໍ່ ສາມາດ ຈະຍ່າງ ປອດພັຍໄດ້ ໃນ ບ່ອນຍາກ ເເລະ ໃນ ເຂດ ກັນດານ
- ທິວາວັນ: ຫານໄຊ ນາຍຫມູ່ ສິງທອງ ເຂົາ ຮູ້ຈັກດີ ເເລະ ມີ ຄວາມຊໍານານ ໃນ ການຍ່າງ ຕໍ່ຕາມ ເສັ້ນທາງນ້ອຍ ໃສ່ເສັ້ນທາງນ້ອຍ ຕໍ່ເສັ້ນທາງນ້ອຍ ໃສ່ເສັ້ນທາງໃຫຍ່ ເເລະ ເຂົາເຂົ້າໃຈດີ ປະຕິບັດ ການກົມກຽວ ເສັ້ນທາງໄດ້ຢ່າງ ມີ ສິລປະ
- ຫານໄຊ: ຍຸທວິທີ ເເລະ ຍຸທສາດ ກໍ ເເມ່ນ ການ ທີ່ ມີ ສິລປະ ທາງ ສີມື ເເລະ ທາງ ສມອງ ມັນ ກໍ ບໍ່ ເເຕກຕ່າງ ຫຍັງ ກັບ ຊ່າງຕໍ່າຫູກ ເເລະ ທ່ານຫມໍ ປິ່ນປົວປາດ ຫລື ຜ່າຕັດ ຄົນປ່ວຍ ເເລະ ຕ້ອງ ຮູ້ຈັກ ທັງ ເສັ້ນທາງນ້ອຍ ເເລະ ເສັ້ນທາງໃຫຍ່ ໄຂວ່ກັນ
- ທິວາວັນ: ເຈົ້າ ລອງ ອະທິບາຍ ໃຫ້ ຂ້ອຍ ຟັງ ຕື່ມເບິ່ງດຸ ເຣື່ອງ ເສັ້ນທາງສັ້ນ ເສັ້ນທາງຍາວ?
- ຫານໄຊ: ບາງທີ ກໍ ມີ ເສັ້ນທາງ ນ້ອຍ ສັ້ນ ຫລື ຍາວ ໄປຕົກໃສ່ ທົ່ງກວ້າງ ຫລື ທົ່ງນ້ອຍ ເເປນ ຫລື ຮົກເຮື້ອ ປິດບັງ ບາງທີ ກໍ ມີ ເສັ້ນທາງໃຫຍ່ ສັ້ນ ຫລື ຍາວ ໄປຕົກໃສ່ ທົ່ງນ້ອຍ ຫລື ກວ້າງ ເປີດເເປນ ຫລື ມີ ພຸ່ມໄມ້ ກັ້ງບັງ
- ທີວາວັນ: ຄັນຊັ້ນ ເຈົ້າ ມັກ ເສັ້ນທາງ ເເບບໃດ? ເຈົ້າ ຮູ້ຈັກ ບໍວ່າ ຢູ່ ວຽດນາມ ສ່ວນຫລາຍ ມີ ເເຕ່ ທາງ ຕິດຕໍ່ ໃສ່ ເດີ່ນ ເເລະ ຕໍ່ຕິດ ກັບ ບ່ອນດົກຫນາປ່າມືດ ບາງທີ ກໍ ຕິດກັບ ຮົ້ວໄຮ່ສວນ ຫມາກລໍາໄຍ ຫມາກກ້ວຍງ້າວ ຫມາກສາລີ ເຈົ້າ ມັກ ກິນ ຫມາກໄມ້ ຊນິດໃດ? ມັນ ອໍານວຍ ດີບໍ ທາງ ດ້ານ ຍຸທສາດ? ນອກນັ້ນ ເມື່ອ ມີ ເວລາ ວ່າງ ເປົ່າ ຂ້ອຍ ກໍ ມັກ ຍ່າງ ທ່ຽວຫລິ້ນ ດົນໆ ກໍ ເເຫ່ງດີ ຢ່າງ ຕາມໃຈຊອບ ນໍາໄປຕາມ ເສັ້ນທາງ ນ້ອຍຍາວ ເເລະ ມີ ດິນເເກ່ນດີ
- ຫານໄຊ: ຂ້ອຍ ມັກ ກິນ ຈີ່ ຫລື ຕົ້ມ ຫມາກເຂົ້າໂພດ ສາລີ ຂ້ອຍ ມັກ ໃຫ້ ມີ ເສັ້ນທາງ ນ້ອຍຍາວ ມີ ດິນ ເເກ່ນ ເເຫນ້ນດີ ຕໍ່ໃສ່ ທົ່ງ ນ້ອຍ ຫລື ໃຫຍ່ ເເຕ່ ຕ້ອງ ມີ ບ່ອນ ກັ້ງບັງ ພຽງພໍ ເພື່ອ ສາມາດ ເຂົ້າ ໂຈມຕີ ສັດຕຣູໄດ້ດີ ເພາະ ກ່ອນ ຈະເຂົ້າ ໂຈມຕີ ຕ້ອງໄດ້ຜີ່ ພຸ່ມ ບ່ອນ ກັ້ງບັງ ສັງເກດການ ເບິ່ງ ສັດຕຣູ ຢ່າງ ຄັກເເນ່ ສາກ່ອນໆ ເຂົ້າ ຫລອນ ໂຈມຕີ ໃຫ້ໄດ້ຜົນ ຂ້ອຍ ມັກ ບ່ອນ ຄື ເຈົ້າ ເວົ້າ ຢູ່ ວຽດນາມ ຫັ້ນລະ ກ່ອນ ຈະເຂົ້າ ໂຈມຕີ ຕ້ອງ ມີ ໃຈ ທຸ່ນທ່ຽງ ບໍ່ຟ້າວບໍ່ຟັ່ງ ຄ່ອຍໆ ຫຍັບເຂົ້າໄປ ບ່ອນ ໂຈມຕີ ບໍ່ ໃຫ້ ສັດຕຣູ ຮູ້ເມື່ອຄີງ ເເຫ່ງດີ ປະປ່ອຍ ໃຫ້ ພວກເຂົາ ນອນຫລັບ ຝັນຢ່າງ ສະບາຍ ເເລ້ວ ຕໍ່ໄປ ກໍ ຕ້ອງ ບຸກ ເຂົ້າ ໂຈມຕີ ປະຈັນບານ ເເບບ ສາຍຟ້າເເລບ ຈົນເຖິງ ຂັ້ນ ທີ່ ເຮັດໃຫ້ ສັດຕຣູ ຕ້ອງ ຮ້ອງເຈັບ ຄວນຄາງ ຂຶ້ນສັວນ ໄປເລີຍ ເເຫ່ງດີ ນີ້ເເລ ທິວາວັນ ອັນ ຄໍາ ວ່າ ຍຸທວິທີ ເເລະ ຍຸທສາດ ຂອງ ສິລປະ ທາງ ເສິກສົງຄາມ! ສັດຕຣູ ບໍ່ ເຫັນ ກໍາລັງ ຂອງ ພວກເຮົາ ດ້ວຍຕາເປົ່າ ເເຕ່ ພວກເຮົາ ມີ ສາຍຕາ ເຫັນເເຈ້ງ ເຫັນຕົວຈິງ ຂອງ ສັດຕຣູ ຄໍາສອນ ພຣະພຸທອົງ ໄດ້ ກ່າວເຖິງ ເຣຶ່ອງ ເຫັນເເຈ້ງ ເເລະ ເຫັນເປົ່າ ຕ້ອງຊອກ ໃຫ້ ເຂົ້າໃຈ ເລິກເເທ້ ດ້ວຍ ປັນຍາ ເປົ່າຈິງ ຈິງເປົ່າ ໄດ້ຍິນ ໄດ້ອ່ານ ຖ້ອຍຄໍາ ສໍານວນ ຄໍາເວົ້າ ເເຕ່ ບໍ່ ມັດຕິດ ໃສ່ ຈິດໃຈ ເພາະ ຄໍາເວົ້າ ກໍ ເປັນ ພຽງ ກົດເກນ ການຕົກລົງ ຫລື ກົດ ສົນທິສັນຍາ ທີ່ ເເປງປັ້ນ ເເຕ່ງຂຶ້ນມາ ໃຊ້ ເປັນ ການຕິດຕໍ່ສັມພັນ ຣະຫວ່າງ ມະນຸດ ມັນ ບໍ່ ມີ ທາດເເທ້ ຂອງ ມັນເອງ ມັນ ເປັນ ວະລີເປົ່າຈິງ ວະລີຈິງເປົ່າ ນັ້ນເເລ ທິວາວັນ ຈົງ ຈົດຈໍາ ຈື່ເອົາໄວ້
- ທິວາວັນ: ຄໍາສອນນີ້ ພໍ່ຂ້ອຍ ເພິ່ນ ເຄີຍ ໄດ້ເລົ່າ ສູ່ ຂ້ອຍ ຟັງ ເເຕ່ ຂ້ອຍ ຕ້ອງ ໄດ້ຊອກ ເຂົ້າໃຈ ພາຍຫລັງ ຕື່ມອີກ ເພາະ ມັນ ມີ ປໂຍດເເທ້ ເເກ່ ການຄົ້ນຄວ້າ ວິທຍາ ການເເພດ ເເຕ່ວ່າ ຂ້ອຍ ກໍ ພໍ ເຂົ້າໃຈ ໄດ້ດີ ເພາະ ເຈົ້າ ໄດ້ ອະທິບາຍ ສົງຄາມ ທີ່ ບໍ່ ເຫັນ ດ້ວຍ ຕາເປົ່າ ໃຫ້ ຂ້ອຍ ຟັງເເລ້ວ ເມື່ອ ຕອນ ພັກເຊົາ ກິນເຂົ້າທ່ຽງ ຫານໄຊ ຫມາກສາລີ ຢູ່ ທາງ ບ້ານຂ້ອຍ ມີ ເເກ່ນ ຫນຽວດີ ເເຕ່ ມີ ໄທເມືອງເເຖ່ງ ທີ່ ເອົາເມັຽວຽດ ພວກເພິ່ນ ວ່າ ເເຊບດີຢູ່ ເເຕ່ ຂີ້ຄ້ານ ລອກ ເອົາກາບ ເອົາກີບ ເເລະ ເອົາ ຫມອຍ ມັນອອກ ການອະທິບາຍ ຂອງເຈົ້າ ພາໃຫ້ ຂ້ອຍ ມີ ຄວາມຕ້ອງການ ຫລາຍຂຶ້ນ ຈົນວ່າ ຢາກຂຶ້ນໄປ ບຸກ ໂຈມຕີ ສັດຕຣູ ດຽວນີ້ເລີຍ ກັບເຈົ້າ ຫານໄຊ ຫລຽວເບິ່ງ ຕົ້ນໄມ້ ໃຫຍ່ ຕົ້ນນັ້ນເເມ ມັນ ຄື ວ່າ ສູງໃຫຍ່ ຕັ້ງເທີ້ເລີ້ຢູ່! ມັນ ໃຫ້ ຄວາມຮົ່ມເຢັນ ເເລະ ເປັນ ບ່ອນ ລີ້ຊ່ອນ ຂອງ ຫມູ່ນົກ ສະກູນາ ເເລະ ສັດນ້ອຍ ສັດໃຫຍ່ ຢູ່ ຮ່ວມກັນ ມັນ ຊ່ວຍ ພາກັນຮ້ອງ ສົ່ງສຽງ ມ່ວນ ຊ່ວຍ ປະກອບ ເປັນ ສຽງ ດົນຕຣີ ທັມມະຊາດ ເຮັດ ໃຫ້ ພວກເຮົາ ມ່ວນຫູ ຊາບຊຶ້ງ ຫົວອົກຫົວໃຈ ໄປນໍາ ພ້ອມນັ້ນ ກໍ ຍັງ ມີ ເຄືອຫວາຍປ່າ ກອດຮັດ ກ້ຽວພັນ ເເຕ່ລຸ່ມ ຂຶ້ນເທິງ ເເຕ່ເທິງລົງລຸ່ມ ມັນ ເອົາ ຕີນ ຕໍ່ ເເຕະຕ້ອງ ຕີນກັນ ເອົາ ກົກຕໍ່ກົກ ເອົາເອິກຕໍ່ເອິກ ເອົາປາຍຕໍ່ປາຍ ມັນກ້ຽວພັນ ຮອດ ຫນໍ່ງ່າໄມ້ນ້ອຍ ກໍາລັງ ປົ່ງຊວດ ອອກມາ ກໍາລັງ ຈູມ ມີ ສີສ້ວຍ ງົດງາມ ເປັນ ຄື ນໍເເຮດ ອອກມາ ໃຫ້ ເຫັນ ໄດ້ຊົມຢ່າງ ງາມຕາ
- ຫານໄຊ: ຢູ່ ເມືອງລາວ ມີ ຕົ້ນໄມ້ໃຫຍ່ ຫລາຍຊນິດ ຂ້ອຍ ມັກ ເບິ່ງ ຍາມ ດອກຝາງເເດງ ເເລະ ຍາມດອກຄູນ ເບັ່ງບານ ມີ ພົ້ວເຫລືອງ ດົກຫນາ ເປັນ ເສັ້ນສາຍ ເປັນ ຍອຍ ຫ້ອຍໂອ່ນ ຢ່ອນລົງລຸ່ມ ເປັນ ຍຸ່ມໆ ຍ່າມໆ ຄື ສາຍສ້ອຍຄໍ ຮ້ອຍເເກ້ວ ຮ້ອຍຄໍາ ສວນກັນ ເປັນ ອຶກກະທຶກ ເຕັມໄປ ສົ່ງກິ່ນຫອມ ມາໃຫ້ເຮົາ ເມື່ອ ມີ ສາຍລົມອ່ອນ ໂຊຍພັດ ໂບກມາ ຢູ່ ຕົ້ນໄມ້ໃຫຍ່ ບາງຕົ້ນ ມັນ ມັກ ມີ ເຄືອຫວາຍປ່າ ກ້ານຍາວ ໃຫຍ່ ປານກາງ ກ້ຽວ ຕົ້ນໄມ້ໃຫຍ່ ທີ່ ມີ ໃບໄມ້ຂຽວຊື່ນ ດົກຫນາ ເຈົ້າຮູ້ ບໍວ່າ ເຄືອຫວາຍ ເເລະ ຕົ້ນໄມ້ ມັນ ດູດນໍ້າ ລ້ຽງຊີບມັນ ຮ່ວມກັນ ມັນຄ້າຍ ຄື ຄົນ ກອດຢືນຮັດກັນ ລໍາຫວາຍ ມັນ ຄື ບໍ່ນໍ້າ ຖ້າ ເຈົ້າ ຫິວນໍ້າ ຂ້ອຍ ສາມາດ ຕັດເອົານໍ້າ ນໍາເຄືອນ້ອຍ ໃຫ້ ເຈົ້າ ດື່ມກິນໄດ້?
- ທິວາວັນ: ຂ້ອຍ ຊິຕັ້ງໃຈ ອົດກັ້ນໄວ້ກ່ອນ ດື່ມນໍ້າ ໄວຫລາຍ ກໍ ບໍ່ ດີ ເເຕ່ ຂ້ອຍ ຄຶດ ເເລະ ຄິດ ໃສ່ເອົາ ໄດ້ບໍ່?
- ຫານໄຊ: ຄຶດ ເເລະ ຄິດ ເຮັດຢູ່ໃສ ກໍ ໄດ້ ຍາມ ກາງເວັນ ກາງຄືນ ຕໍ່ຫນ້າ ຄົນ ຫລື ບໍ່ຢູ່ ຕໍ່ຫນ້າຄົນ ຢູ່ ປ່ຽວ ລໍາພັງ ຢູ່ທົ່ງ ຢູ່ປ່າ ຢູ່ໃນຖໍ້າ ຢູ່ໃນຫ້ອງ ຢູ່ໃນມຸ້ງ ຢູ່ບ່ອນສງົບ ຢູ່ບ່ອນບໍ່ກັນດານ ຢູ່ໃກ້ກັນ ຢູ່ໄກກັນ ກໍໄດ້ ຍົກເວັ້ນ ເເຕ່ ຢູ່ບ່ອນ ໃກ້ສັດຕຣູ ເຈົ້າ ຢາກຄິດເອົາ ຕອນກໍາລັງຍ່າງ ຫລື ຢຸດຢືນ ເອົາຢູ່ ດຽວນີ້ ກໍໄດ້ ທິວາວັນ
- ທິວາວັນ: ໂອເນາະ ຄຸນພາບ ເເລະ ປະສິດທິພາບ ຂອງ ການຄຶດ ເເລະ ການຄິດ ນີ້ ຈັ່ງເເມ່ນ ມີ ຫລາຍ ເເທ້ໆ! ຄັນຊັ້ນ ຂ້ອຍ ຊິຄິດໃສ່ ດຽວນີ້ ເພື່ອ ບໍ່ໃຫ້ສົມ ບໍ່ໃຫ້ເສັຽ ເວລາ ເເຕ່ ບໍ່ເເມ່ນ ຄິດ ເພື່ອ ຄິດ ຢ່າງ ຟຸມເຟືອຍ ຄື ເຈົ້າວ່າ ເເມ່ນບໍ?
- ຫານໄຊ: ເເມ່ນເເລ້ວ ຂ້ອຍ ກໍ ຈະຄິດ ໃຫ້ ມີ ປໂຍດ ພ້ອມກັບເຈົ້າ ທິວາວັນ
- ທິວາວັນ: ຫານໄຊ ຂ້ອຍ ຫິວນໍ້າ ເເລ້ວ ເອົາບັ້ງນໍ້າ ຂອງເຈົ້າ ເດ່ມາໃຫ້ ຂ້ອຍໄວເເດ່ ເຈົ້າ ພາຂ້ອຍຍ່າງ ໄວຂຶ້ນ ຈົນໄດ້ຍິນ ສຽງເກີບເຈົ້າ ດັງ ເບິບໆ ເຫື່ອຂ້ອຍອອກ ຈົມເຕັມໂຕເເລ້ວ
- ຫານໄຊ: ເອົາ! ຈັບເອົາ ບັ້ງນໍ້າ ຮີບຟ້າວ ດື່ມສາ! ນໍ້າເຢັນ ເເຊບດີ ບໍລະ ທິວາວັນ?
- ທິວາວັນ: ຄົນລາວ ຊ່າງຊອກ ຊ່າງຮູ້ ບ່ອນເອົານໍ້າ ເເຊບ ມາກິນ ເນາະ ຫານໄຊ!
- ຫານໄຊ: ຂ້ອຍ ຊອກ ຕັກເອົາ ຢູ່ ຫ້ວຍ ບ່ອນ ນໍ້າໄຫລເເຮງ ຖັ່ງເເຮງ ມີ ຟອງຟົ້ງເເຮງ ເເລະ ໃສດີ
- ທິວາວັນ: ສໍາພໍມັນເເຊບເເທ້ ຫັ້ນລະ ຫານໄຊ! ເພາະ ມັນ ເເມ່ນ ນໍ້າ ຕັກ ເອົາມາ ໃຫມ່ໆ ມັນ ສະອາດດີ ເເລະ ຍັງ ບໍຣິສຸດດີ ຫານໄຊ ຕົ້ນໄມ້ ກັບ ລໍາຫວາຍ ມັນ ກ້ຽວ ຄາກັນ ຢູ່ ດັ່ງນັ້ນ ຫວ໋າ?
- ຫານໄຊ: ທັມມະຊາດ ມັນ ກໍ ເປັນ ດັ່ງນັ້ນເເລ ທິວາວັນ! ມັນ ບໍ່ ມີ ໃຜຄາໃຜ ມັນຢູ່ຮ່ວມກັນຢ່າງ ສັນຕິ ບໍ່ມີ ໃຜ ຕໍ່ລາມໃຜ ບໍ່ມີໃຜກືນກິນໃຜ ບໍ່ມີໃຜ ບັງຄັບໃຜ ມັນຫາຍໃຈ ຮ່ວມຮູດັງກັນ ຕາມ ທັມມະຊາດເເທ້ ມັນບໍ່ຄື ຄົນເຮົາ ຄັນວ່າ ໄດ້ຢູ່ ໃນ ຫມົ້ງ ດຽວກັນເເລ້ວ ໂລດຊອກຫາ ທາງ ກັດກິນກັນໂລດ ຢ້ານລື່ນຢ້ານເຫລືອ ກັນໂລດ ຕັ້ງເເຕ່ ນໍ້າລ້ຽງຊີບ ມັນກໍຍັງເເບ່ງກັນ ດູດກິນ ຮ່ວມກັນ
- ທິວາວັນ: ເອີ ເເມ່ນເເທ້ ນັ້ນລະເບາະ! ຄື ພວກຫົວຫນ້າ ພັກ ຄນປທລ ທີ່ ໄປ ໄດ້ເມັຽ ມາເເຕ່ ຮາໂນຍ ຄືດັ່ງ ພວກເຮົາ ໄດ້ເວົ້າ ຜ່ານມາເເລ້ວ ພວກເຂົາເຈົ້າ ຖືກ ຕິດຄາ ຫມົດທຸກຄົນ ເພາະ ເເມ່ນ ເມັຽວຽດ ຮາໂນຍ ທີ່ ໃຊ້ ສິດ ຄຸມເຊີງ ສັ່ງການຫມົດ ຂ້ອຍ ກ້າເວົ້າ ທາງປີ້ນກັບສັດໄດ້ວ່າ ຄົນສີ້ຄາ ຫມາສີ້ຖອດ ເເລ້ວເຈົ້າຄິດວ່າຈັ່ງໃດ ຫານໄຊ ເພາະ ເວົ້າ ຫຍັງ ກໍຍັງບໍ່ຄັກໃຈ ບາດນີ້ ຂໍ ເວົ້າ ໃຫ້ ມັນ ຕົກມັນເເຕກ ສາເນາະ! ພວກເຮົາ ພາກັນຄຶດ ເເລະ ຄິດ ເເທ້ ເເຕ່ ຢູ່ ເເລະ ຍ່າງໃຜ ຍ່າງລາວ ຍ່າງຮຽງ ຄູ່ກັນໄປ ຄື ຄົນລາວ ຟ້ອນລໍາວົງ ເເບບ ມີ ສິລປະ ວັທນະທັມ ອັນງົດງາມ ບໍ່ ເເມ່ນ ຍ່າງ ຕິດຄາກັນໄປ ເເມ່ນບໍ? ຢູ່ ວຽດນາມ ຣັຖບານ ຮາໂນຍ ກໍ ໃຊ້ ອໍານາດ ຕິດຄາ ຢູ່ ຕັ່ງນັ່ງ ເເບບ ພໍ່ຂ້ອຍ ເພິ່ນ ພາເວົ້າວ່າ ພວກເຂົາ ຮູ້ຈັກ ເເຕ່ ເອົາ ຫໍາ ຕິດຕັ່ງນັ່ງ ສັ່ງບົ່ງການ ບາດ ພວກຕໍ່ສູ້ເເທ້ ຢູ່ ທາງ ສາກຣົບ ດ່ານຫນ້າ ໂລດຮອດວ່າ ໃຜ ກໍ ບໍ່ຮູ້ຊື່ ຮູ້ສຽງ ຂອງ ພວກເຂົາເຈົ້າ ຈັກຫນ້ອຍເລີຍ ເເຕ່ວ່າ ພວກເຂົາ ກໍບໍ່ຕ້ອງການ ຊື່ສຽງຫຍັງດອກ ຂ້ອຍວ່າ ນີ້ເເລ ອັນ ເພິ່ນ ເອີ້ນວ່າ ຢູ່ຕໍ່າ ຊື່ສູງ ຄື ກ້ອນຄໍາ ຈົມຢູ່ພື້ນນໍ້າ ເເລະ ຢູ່ສູງ ຊື່ຕໍ່າ ຄື ກ້ອນຂີ້ຫມາເເຫ້ງ ທີ່ ຟູ ຢູ່ ເທິງ ຫນ້ານໍ້າ
- ຫານໄຊ: ເເມ່ນ ຄວາມເຈົ້າ ຫມົດ ເເລະ ຖືກຕ້ອງ ຄັກ ປານເອົາກໍາປັ້ນ ຕີຖືກຂີ້ດິນ ການຕິດຄາ ບໍ່ ເເມ່ນ ອິດສຣະ ທາງ ຄວາມຄິດ ທິວາວັນ ພວກເຂົາ ບໍ່ ຕ້ອງການ ຊື່ສຽງ ເເຕ່ ພວກເຂົາ ຕ້ອງການ ຄວາມທ່ຽງທັມ ຕ້ອງການ ສິດປາກ ສິດເວົ້າ ຢາກຮູ້ ຄຶດ ຄິດ ພວກເຂົາ ມີ ພລັງເເຮງ ສາມາດ ເຮັດໃຫ້ ທຸກສິ່ງຢ່າງ ປ່ຽນເເປງ ປີ້ນໄດ້ ໄປ ໃນ ທາງດີ ພວກເຂົາ ເປັນເເຮງ ຂອງ ປະຊາຊົນເເທ້ ເພາະ ພວກເຂົາ ບໍ່ຕິດຄາ ທິວາວັນ ພວກເຮົາ ຍ່າງມາຮອດ ຈຸດຫມາຍ ປາຍທາງເເລ້ວ ຍ່າງມາຮອດ ກ່ອນ ເວລາ ໂມງຂ້ອຍ ໄດ້ ສາມໂມງ ກັບ ສີ່ສິບຫົກ ນາທີ ໂມງເຈົ້າເດ?
ທິວາວັນ ຄິດ ສະເດືອກໃຈ ວ່າ ໂຕຫລົງ ເວົ້າ ພວກເອົາເມັຽເເກວ ມາເເຕ່ ຮາໂນຍ ເພາະ ໂຕເອງ ກໍ ມາເເຕ່ ຮາໂນຍ ເເລະ ໄດ້ຮັບ ພາຣະກິດ ມາກ້ຽວກ່ອມ ຄື ກັບ ຫວາຍກ້ຽວ ຕົ້ນໄມ້ ເເຕ່ ນາງ ກໍ ຄິດວ່າ ຫານໄຊ ເປັນ ຄົນສລາດ ພຽງພໍ ທີ່ ຈະສາມາດ ໄຈ້ເເຍກ ຊອກຫາ ຄວາມຈິງໄດ້ ວ່າ ມາເເຕ່ ຮາໂນຍເເທ້ ເເຕ່ ເກີດ ຢູ່ ເມືອງເເຖ່ງ ເປັນ ລູກຊອດວຽດເເທ້ ເເຕ່ ນາງໄດ້ ນິດສັຍໃຈຄໍ ທາງພໍ່ ຂອງນາງ ຫລາຍກວ່າ ທາງເເມ່ ການລົມກັນ ເມື່ອກີ້ນີ້ ເເມ່ນ ຕົວຢ່າງ ທີ່ດີ ຂອງ ຄວາມຄິດ ທີ່ ບໍ່ຕິດຄາກັນ
- ທິວາວັນ: ເມື່ອກີ້ຫນິ ຂ້ອຍ ບໍ່ໄດ້ເວົ້າ ເຮິໄປ ໂພດຫວ໋າ ຫານໄຊ ດົນໆ ຂ້ອຍ ກໍ ຫລົງ ກ່າຍ ເອົາ ຄໍາເວົ້າ ຂອງ ພໍ່ຂ້ອຍ ທີ່ ເປັນ ໄທລາວ ສໄມເກົ່າ ການເວົ້າກູເວົ້າມຶງ ເອີ້ນລູກຊາຍວ່າ ບັກ ເອີ້ນລູກຍິງວ່າອີ່ ອັນນີ້ ເເມ່ນ ພາສາ ໃຊ້ ເວົ້າມ່ວນ ສນຸກໃຈ ເວົ້າ ດ້ວຍ ຄວາມຮັກເເພງ? ໂມງຂ້ອຍໄດ້ ສາມໂມງ ກັບ ສີ່ສິບເກົ້າ ນາທີ ປາຍ ເລກໂມງເຈົ້າ ເເມ່ນ ຫົກ ຂອງຂ້ອຍ ເເມ່ນ ເກົ້າ ຂ້ອຍ ຊິບິດມັນ ໃສ່ ເລກເຈົ້າເດີ? ຍ່າງ ຄຶດ ເເລະ ຄິດ ນໍາ ທາງ ພາໃຫ້ ລືມ ຄວາມອິດເຫມື່ອຍ ເຣື່ອງ ທີ່ ເຈົ້າ ອະທິບາຍ ກ່ຽວກັບ ເສັ້ນທາງ ຍຸທສາດນັ້ນ ຂ້ອຍ ຊິ ໄປບອກ ໃຫ້ ພວກ ພະຍາບານ ຈົດເອົາໄວ້ ເພາະ ເຂົາ ຈະນໍາເອົາໄປ ສຶກສາ ຕາມ ພາຣະກິດ ທີ່ ພວກເຂົາ ໄດ້ຮັບມາ ເເຕ່ ຮາໂນຍ ໂດຍ ສະເພາະ ກໍ ເເມ່ນ ຜູ້ ຊື່ ເລຢວນ
- ຫານໄຊ: ຂ້ອຍ ເຂົ້າໃຈ ເຈົ້າດີ ທິວາວັນ ເຈົ້າ ເປັນ ເເມ່ຍິງ ທີ່ ບໍ່ ມັກ ຈຸ່ມເເຊ່ດົນ ຕິດຄາໄວ້ດົນ ຂ້ອຍ ກໍ ໄດ້ຍິນ
ຄໍາເວົ້າເເປນ ລຶ້ງຫູ ມາເເດ່ຈັກຫນ່ອຍເເລ້ວ ລາງເທື່ອ ຂ້ອຍ ກໍ ມັກ ຟັງ ມັນຄືກັນ ເພາະ ມັນ ພາໃຫ້ ຂຶ້ນໃຈດີ ມີ ກໍາລັງໃຈ ດີ ສ່ວນ ເຣື່ອງ ພວກ ພຍາບານນັ້ນ ຂ້ອຍ ກໍ ເຫັນ ພວກເຂົາ ພາກັນ ຈົດຢູ່ ເເຕ່ ຂ້ອຍ ປ່ອຍໃຫ້ ເຈົ້າ ບອກ ຂ້ອຍເອງ ເຈົ້າ ບໍ່ໄດ້ປິດອໍາ ຫຍັງຂ້ອຍ ຈັກຢ່າງ ໄດ້ເປັນໄປ ຕາມ ທີ່ ຂ້ອຍໄດ້ ຄຶດໄວ້
ຮອດຈຸດພັກເຊົາ
ເມື່ອ ຫມູ່ສິງທອງ ພາຍ່າງ ເຂົ້າໄປ ຮອດ ຄ້າຍ ບ່ອນ ພັກເຊົາ ຮຕ ພູວຽງ ຜບ ກອງຮ້ອຍ ບັນຊາການ ກໍ ອອກມາ ຕ້ອນຮັບ ເຂົາ ໄດ້ ຈັດ ຕຣຽມ ຫ້າງຫາ ທຸກຢ່າງ ໄວ້ລໍຖ້າ ຜບ ກອງພັນ ຫານໄຊ ຫລັງຈາກ ທີ່ ໄດ້ ເເນະນໍາ ທີ່ພັກເຊົາ ເພື່ອ ມ້ຽນ ເຄື່ອງຂອງ ໃຫ້ ຫມົດທຸກຄົນເເລ້ວ ເຂົາ ກໍ ໄດ້ ຣາຍງານ ໃຫ້ ຜບ ກອງພັນ ຊາບວ່າ ຣທ ພູວຽງ ຣຜບກພ ໄດ້ເຄື່ອນທີ່ ໄປຮອດ ບ້ານບານ ເມືອງຄໍາ ດ້ວຍ ຄວາມປອດພັຍ ເເລະ ມື້ອື່ນເຊົ້າ ຈະອອກ ເດີນທາງ ຕໍ່ ມຸ້ງຫນ້າ ໄປ ໂພນສັວນ ທົ່ງໄຫຫີນ
ຄ້າຍພັກເຊົາ ກອງພັນ ເປັນ ສະຖານທີ່ ກັ້ງບັງດີ ເເຫນ້ນຫນາ ສະອາດດີ ເເເລະ ສະດວກດີ ມີ ຕູບ ປຸກ ຕັ້ງຂຶ້ນ ດ້ວຍ ລໍາໄມ້ເເກ່ນ ມຸງຫຍ້າຄາ ຝາໄມ້ເຮັ້ຽ ມີ ສະເເນນ ປູພື້ນ ຢ່າງດີ ມີ ເຂດ ຕູບ ບ່ອນ ພັກເຊົາ ເເລະ ຫ້ອງການ ຂອງ ຜບ ກອງພັນ ຕໍ່ຈາກນັ້ນໄປ ກໍ ມີ ເຂດ ກຸ່ມຕູບ ກອງຮ້ອຍ ບ່ອນກິນເຂົ້າ ບ່ອນຄົວກິນ ເເລະ ມີ ບ່ອນ ເອົານໍ້າໃຊ້
ຮຕ ພູວຽງ ໄດ້ຈັດ ຫ້າງຫາໄວ້ ໃຫ້ ຕູບ ຫານໄຊ ຢູ່ ຕິດກັບ ຕູບ ທິວາວັນ
ຫານໄຊ ໄດ້ຫລຽວເບິ່ງ ທິວາວັນ ເຂົາ ບໍ່ ຄຶດວ່າ ນາງ ຈະຍ່າງໄດ້ດີ ປານນີ້ ນາງ ມີ ຄວາມມານະ ອົດທົນ ເເລະ ມີ ກໍາລັງກາຍ ກໍາລັງໃຈ ສູງ ເມື່ອ ຕອນ ຍ່າງມາຮອດ ໃຫມ່ໆ ນາງ ກໍ ບໍ່ໄດ້ ຈົ່ມວ່າ ເມື່ອຍ ນາງ ຍ່າງໄດ້ ສາມສິບຫລັກ ບັດນີ້ ເຂົາ ເເນ່ໃຈວ່າ ນາງ ມີ ຄວາມສາມາດ ຍ່າງຕໍ່ໄດ້ ເຂົ້າ ສູ່ ສນາມຣົບ ເເຕ່ ຜາໄຊ ຫາ ບ້ານນາ ເເລະ ເເຕ່ ບ້ານນາ ສູ່ ເຂດ ສູ້ຣົບ ເຂົ້າ ຫລອນ ໂຈມຕີ ສັດຕຣູ ກອງທະຫານ ພາກສອງ ຝ່າຍ ວຽງຈັນ ຢູ່ ທາງ ພູຫມອກ ຊໍາທອງ ລ່ອງເເຈ້ງ ເເລ້ວຖອຍກັບ ດ້ວຍ ຄວາມປອດພັຍ ດັ່ງດຽວກັນ ກັບ ນັກຣົບ ທຸກຄົນ ໃນ ກອງພັນ
ຫານໄຊ ສັງເກດ ເຫັນ ພຽງເເຕ່ ຄວາມງາມ ຕື່ມຂຶ້ນອີກ ໃນ ໃບຫນ້າ ຂອງນາງ ເເລ້ວເຂົາ ກໍ ຄິດ ເວົ້າຂຶ້ນ ໃນໃຈ ວ່າ ສີຫນ້າ ຂອງ ທິວາວັນ ໃສເເດງ ງາມດີ ປານສີ ດອກບົວເເດງ ເກີດຢູ່ ວັງຫນອງນໍ້າໃສ ທີ່ ບ້ານບານ ເເລະ ເມືອງຄໍາ