ພາສາ ລາວ - La langue lao ບົນ ລາວເເພນ

ຈະເລືອກໃຜດີ

ວັນສຸກ ທີ ໓໑ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ Akantuka

ເເມ່ຍິງ ຄົນນຶ່ງ ອອກຈາກ ເຮືອນ ຂອງລາວໄປ ເລີຍ ໄດ້ເຫັນ ຜູ້ເຖົ້າ ທີ່ ມີ ຫນ້າຕາ ອັນ ເຕັມໄປ ດ້ວຍຫນວດ ດ້ວຍເຄົາ ສີຂາວ ສາມຄົນ ນັ່ງຢູ່ ເດີ່ນຫຍ້າ ຫນ້າບ້ານ ຂອງລາວ ເເລະ ລາວ ກໍ ບໍ່ຮູ້ວ່າ ພວກ ເຂົາເຈົ້າ ເປັນ ໃຜ ກັນເເທ້ ລາວ ເລີຍ ເວົ້າ ກັບ ພວກ ເຂົາເຈົ້າ ວ່າ
  • ຂ້ອຍ ບໍ່ຄິດວ່າ ຂ້ອຍ ຮູ້ຈັກ ກັບ ພວກທ່ານເລີຍ ເເຕ່ ທ່າທາງ ຂອງ ພວກທ່ານ ຄົງ ຈະຕ້ອງ ຫິວເຂົ້າ ຫິວນ້ຳ ເປັນເເນ່ ກະຣຸນາ ເຂົ້າມາ ໃນ ເຮືອນ ເເລະ ເຊີນ ກິນນ້ຳ ກິນໃນ ຫລື ອາຫານ ຈັກຫນ່ອຍ ກ່ອນເຖີດ
  • ພໍ່ເຈົ້າເຮືອນ ເພິ່ນ ຢູ່ເຮືອນບໍນໍ? ພໍ່ເຖົ້າ ຄົນນຶ່ງ ຖາມ
  • ບໍ່ ເພິ່ນ ອອກໄປ ທາງນອກ ລາວ ຕອບ
  • ຖ້າຢ່າງນັ້ນ ພວກເຮົາ ກໍ ເຂົ້າໄປ ຂ້າງໃນ ບໍ່ໄດ້ດອກ ພໍ່ເຖົ້າ ຄົນນັ້ນ ຕອບ

ເມື່ອ ຜົວ ຂອງລາວ ກັບມາເຮືອນເເລ້ວ ໃນຕອນເເລງ ຂອງ ມື້ນັ້ນ ລາວ ກໍ ເລົ່າ ໃຫ້ ຜົວ ຂອງລາວ ຟັງ ຜົວລາວ ກໍ ກ່າວວ່າ

  • ໄປບອກ ພວກເຂົາເຈົ້າ ວ່າ ຂ້ອຍ ໄດ້ກັບມາເເລ້ວ ເເລະ ເຊີນ ເຂົາເຈົ້າ ເຂົ້າມາ ໃນເຮືອນເຖີດ

ເເມ່ຍິງ ຄົນນັ້ນ ກໍ ອອກໄປ ເຊີນ ພວກ ຜູ່ເຖົ້າເຫລົ່ານັ້ນ ໃຫ້ ເຂົ້າມາ ໃນເຮືອນ ເເລະ ພໍ່ເຖົ້າ ຄົນນຶ່ງ ໃນ ຈໍານວນ ສາມຄົນນັ້ນ ຈຶ່ງ ຕອບວ່າ

  • ພວກເຮົາ ເຂົ້າໄປ ໃນເຮືອນ ຂອງເຈົ້າ ພ້ອມກັນ ບໍ່ໄດ້ດອກ
  • ເປັນຫຍັງລະ ເເມ່ຍິງ ຄົນນັ້ນ ຖາມຄືນ

ເເລະ ພໍ່ເຖົ້າ ຄົນນຶ່ງ ອະທິບາຍ ວ່າ "ລາວ ຊື່ ຄວາມມັ່ງຄັ່ງ" ທັງ ເວົ້າ ເເລະ ທັງ ຊີ້ ໄປຍັງ ຫມູ່ ຂອງລາວ ອີກ ສອງຄົນ

  • ລາວ ຄື ຄວາມສຳເຣັດ ເເລະ ລາວ ຄື ຄວາມຮັກ

ເເລະ ລາວ ກ່າວຕໍ່ໄປວ່າ

  • ບັດນີ້ ຈົງເຂົ້າໄປ ທາງໃນ ເເລະ ປຶກສາ ກັບ ຜົວ ຂອງເຈົ້າເດີວ່າ ຄົນໃດ ໃນ ຈໍານວນ ຂອງ ພວກເຮົານີ້ ທີ່ ເຈົ້າ ຈະໃຫ້ ເຂົ້າໄປ ໃນເຮືອນ ຂອງເຈົ້າ

ເເມ່ຍິງ ຄົນນັ້ນ ກັບເຂົ້າມາ ຂ້າງໃນ ເພື່ອ ບອກ ກັບ ຜົວ ຂອງລາວ ຜົວຂອງລາວ ມີ ຄວາມຮູ້ສຶກ ດີໃຈຫລາຍ ຈຶ່ງ ໄດ້ກ່າວ ກັບ ເມັຽລາວ ວ່າ ຢ່າງນີ້

  • ມັນ ກໍ ວິເສດ ເເທ້ໆ ເມື່ອ ເປັນ ເຊັ່ນນີ້ ເຮົາ ຈະເຊີນ ຄວາມມັ່ງຄັ່ງ ເຂົ້າມາ ເມື່ອ ເຂົາ ຢູ່ ກັບ ເຮົາ ພວກເຮົາ ເເລະ ເຮືອນ ຂອງ ພວກເຮົາ ກໍ ຈະເຕັມ ໄປດ້ວຍ ຄວາມມັ່ງຄັ່ງ

ເເຕ່ ເເມ່ຍິງ ຄົນນັ້ນ ບໍ່ເຫັນນຳ ເເລະ ກ່າວວ່າ

  • ທີ່ຮັກ ເປັນຫຍັງ ເຮົາ ບໍ່ເຊີນ ເອົາ ຄວາມສໍາເຣັດ ເຂົ້າມາ ລະ?

ໃນ ຂນະນັ້ນ ມີ ລູກໃພ້ ຄົນນຶ່ງ ທີ່ ກຳລັງ ເຮັດ ວຽກ ຢູ່ ມຸມນຶ່ງ ຂອງ ເຮືອນ ໄດ້ຍິນ ຜົວເມັຽ ທັງສອງ ກໍາລັງ ປຶກສາ ກັນຢູ່ ລາວ ຈຶ່ງ ໄດ້ເຂົ້າມາ ເເນະນໍາ ວ່າ

  • ຈະບໍ່ດີກວ່າບໍ ຖ້າ ເຮົາ ເລືອກ ຄວາມຮັກ ເຮືອນ ຂອງເຮົາ ກໍ ຈະເຕັມ ໄປດ້ວຍ ຄວາມຮັກ

ເຖິງຈັ່ງໃດ ຜົວ ຂອງ ເເມ່ຍິງ ຄົນນັ້ນ ໄດ້ກ່າວ ກັບ ເມັຽຂອງລາວ ວ່າ

  • ພວກເຮົາ ຟັງ ຄວາມ ລູກໃພ້ ເເນະນຳ ເຖິ ອອກໄປ ທາງນອກ ເເລ້ວ ເຊີນ ຄວາມຮັກ ເຂົ້າມາ ເປັນ ເເຂກ ຂອງເຮົາ ເຖີດ

ເເມ່ຍິງ ຄົນນັ້ນ ຈຶ່ງ ໄດ້ອອກໄປ ຖາມ ພວກ ພໍ່ເຖົ້າ ທັງ ໓ ວ່າ

  • ຜູ່ໃດ ຊື່ ຄວາມຮັກ ຈົງ ເຂົ້າມາ ເເລະ ເປັນ ເເຂກ ຂອງເຮົາສາ

ຄວາມຮັກ ລຸກຂຶ້ນ ເເລະ ຍ່າງ ໄປ ທາງ ປະຕູເຮືອນ ພໍ່ເຖົ້າ ທັງສອງ ກໍ ລຸກຂຶ້ນ ເເລະ ຍ່າງ ຕາມຫລັງ ກັນໄປ ຈຶ່ງ ພາໃຫ້ ພໍ່ເຖົ້າ ທີ່ ມີ ຊື່ວ່າ ຄວາມຮັກ ເກີດມີ ຄວາມປລາດໃຈ ເມື່ອ ເປັນດັ່ງນີ້ ເເມ່ຍິງ ຄົນນັ້ນ ຈຶ່ງ ຖາມ ຄວາມມັ່ງຄັ່ງ ເເລະ ຄວາມສໍາເຣັດ ວ່າ

  • ຂ້ອຍ ໄດ້ເຊີນ ເເຕ່ ຄວາມຮັກ ເທົ່ານັ້ນ ເປັນຫຍັງ ພວກທ່ານ ທັງສອງ ຈຶ່ງ ເຂົ້າມາ ດ້ວຍລະ?
  • ຖ້າເຈົ້າ ເຊີນ ຄວາມມັ່ງຄັ່ງ ຫລື ຄວາມສໍາເຣັດ ນຶ່ງໃນສອງຄົນນີ້ ຈະຕ້ອງ ຢູ່ ຂ້າງນອກ ເເຕ່ ເມື່ອ ເຈົ້າ ເຊີນ ຄວາມຮັກ ຖ້າວ່າ ລາວ ໄປ ບ່ອນໃດ ພວກເຮົາ ກໍ ຈະຕ້ອງ ໄປ ບ່ອນນັ້ນ ກັບລາວ ເພາະວ່າ ທີ່ໃດ ມີ ຄວາມຮັກ ທີ່ນັ້ນ ກໍ ຈະຕ້ອງມີ ຄວາມມັ່ງຄັ່ງ ເເລະ ຄວາມສໍາເຣັດ

ຢ່າ ເອົາ ຄວາມມັ່ງຄັ່ງ ເເລະ ຄວາມສຳເຣັດ ໃນ ການງານ ໂດຍ ບໍ່ຄຳນຶງເຖິງ ຄວາມຮັກ ຕໍ່ ເພື່ອນຮ່ວມງານ ສັງຄົມ ເເລະ ຄອບຄົວ

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0