ພາສາ ລາວ - La langue lao ບົນ ລາວເເພນ

ໃກ້ທິດທາງຕາເວັນອອກຂອງເຂື່ອນນໍ້າງື່ມ ໔

ວັນສຸກ ທີ ໒໔ ເດືອນ ທັນວາ/décembre  ຄສ. 2010, ໂດຍ ກັດຕຸ ໂອກິ່ນ ຊຸມພົນພັກດີ

ນະວະນິຍາຍສັ້ນ ( ຫນ້າ ໔ )


ສ. ລໍາຂັບງື່ມ ຊຶມເຂົ້າໃຈໃຫ້ຄຶດເຖິງ

  • ໄພວັນ: ພວກເຮົາ ໂອ້ລົມກັນ ພໍສົມມາ ສົມຄວນ ເເລ້ວຕິ! ເຮົາເສືອກຕາ ເບິ່ງໂມງ ມັນໃກ້ ຈະຮອດ ໂມງນຶ່ງ ເເລ້ວໃດ໋ ພາກັນ ພາຍເຮຶອ ຕໍ່ ເທາະ!
  • ສຸກໃຈ: ເອີ ເເມ່ນເເທ້ ພາກັນ ພາຍ ໄປສູ່ ບ່ອນໃຫມ່ ອີກນ້ອຍນຶ່ງ ຢູ່ບ່ອນນີ້ ປາມັນໄດ້ຍິນສຽງ ພວກເຮົາ ລົມກັນ ເເລະ ກວນນໍ້າເເຮງ ຫລາຍໂພດ ມັນເເຕກຕື່ນ ຫນີໄປບ່ອນໃຫມ່ ຫມົດເເລ້ວ!
  • ຫານໄຊ: ພາກັນ ໃຈເຢັນໆ ພວກສ່ຽວຮັກ! ເຮົາຮູ້ຢູ່ວ່າ ທາງກັບເມືອບ້ານ ມັນຍາກ ເເຕ່ເຮົາຄິດວ່າ ຄົງ ຈະມີ ເວລາ ພຽງພໍຢູ່!

ເມື່ອ ໄພວັນ ໄດ້ຍິນ ຄໍາວ່າ ໃຈເຢັນໆ ກໍ ຄຶດເຖິງ ສມັຍ ທີ່ ຕົນ ສູ້ຣົບ ຢູ່ ເເນວຫນ້າ ຢູ່ ທາງ ຫລວງນໍ້າທາ ຄັ້ງ ທີ່ ກອງພັນ ຂອງ ເຂົາ ໄດ້ຖືກ ກອງຣົບ ພິເສດ ຂອງ ວຽດນາມ ບຸກໂຈມຕີ ຍາມສວາຍເເດ້ໆ ເຂົາ ຮູ້ ຂ່າວກ່ອນ ກໍ ຍ້ອນ ອາສັຍ ການຈັບສາຍ ຂອງ ສັດຕຣູ ໄດ້ ເປັນ ພາສາລາວ ເເລະ ເປັນ ພາສາວຽດ ເເລະ ຍ້ອນການ ອອກ ລາດຕາເວັນ ຢ່າງ ມີ ປະສິດທິພາບ ຂອງ ຫນ່ວຍ ຊິ້ງຊອມ ສັງເກດການ ເອົາຂ່າວ ທາງໄກເເລະໃກ້ ຂ່າວ ຫລ້າສຸດ ເເລະ ຊັດເຈນ ທີ່ສຸດ ທີ່ ໄດ້ຮັບ ໄດ້ເເຈ້ງ ມາວ່າ ພວກວຽດ ຈະເຄື່ອນທີ່ ຫຍັບເຂົ້າມາ ຢ່າງ ລຶກລັບ ຄື ການໃຊ້ ວິທີ ກັ້ງ ບັ້ງຕົວ ດ້ວຍ ການເເຊມ ໃບໄມ້ ໃຫ້ເຂົ້າກັນດີ ກັບ ທັມມະຊາດ ຖ້າສັງເກດ ບໍ່ຄັກເເທ້ ບໍ່ ສາມາດ ຈະເຫັນ ພວກເຂົາໄດ້ ຢ່າງເດັດຂາດ

ໄພວັນ ເປັນ ນາຍທະຫານ ລອບຄອບ ດຸດັນ ກວດກາ ຢ່າງຖ້ວນທີ່ ຮູ້ຈັກ ໃຫ້ ຄໍາສັ່ງ ອັນເເຈ້ງ ເເລະ ຊັດເຈນ ດີ ຄື ເຂົາ ໄດ້ຈັດຕັ້ງ ການຫ້າງຫາ ປ້ອງກັນ ປ້ອມສູ້ຣົບ ໄວ້ເເລ້ວ ຕັ້ງເເຕ່ ຕອນຕົ້ນ ຖ້າວ່າ ສັດຕຣູ ໂຈມຕຣີ ກໍາລັງ ທະຫານ ຂອງເຂົາ ກໍ ສາມາດ ໄປ ປະຈໍາ ຫນ້າທີ່ ຢ່າງ ບໍ່ເສັຽ ເວລາ ເພາະ ເຂົາ ຈັດ ປ້ອງກັນ ພັຍ ໄລຍະ ໃກ້ ເເລະ ໄລຍະ ໄກ ເຊັ່ນ ການຈັດວາງ ປ້ອມ ປ້ອງກັນ ຂອງ ກອງຮ້ອຍ ໃຫ້ ຢູ່ຫ່າງກັນ ເເຕ່ບໍ່ໃຫ້ ໄກກັນ ກັບ ປ້ອມ ຂອງ ກອງ ບັນນຊາການ ເພື່ອ ສາມາດ ຕິດຕໍ່ ຫນູນ ເເລະ ຊົດຊ່ວຍກັນໄດ້ ຢ່າງໄວໄຟ ຢ່າງ ມີ ປະສິດທິພາບ ເເລະ ເພື່ອ ຮັກສາ ການຕິດຕໍ່ ກັບ ຝ່າຍມິດ ທາງບົກ ເເລະ ທາງເຄື່ອງບິນ ອີກດ້ວຍ ໃນ ກໍຣະນີ ທີ່ ຈໍາເປັນ ອີກປະການນຶ່ງ ເຂົາ ຍັງ ຫ້າງຫາ ການຂຸດ ຂຸມຣົບ ສຶກສາ ຫາ ບ່ອນຕັ້ງປືນ ເເລະ ຫາ ທົ່ງຣະເບີດ ໂດຍສະເພາະ ກໍເເມ່ນ ຄໍາສັ່ງ ເເລະ ຂໍ້ຈົດຈໍາ ສໍາຄັນ ຕ່າງໆ ທີ່ ເຂົາ ໄດ້ອະທິບາຍ ໃຫ້ ຜູ້ບັງຄັບ ກອງຮ້ອຍ ນາຍຫມວດ ນາຍຫມູ່ ນາຍຈຸ ເເລະ ພົນທະຫານ ຢ່າງ ລະອຽດ ເປັນບົດ ເປັນບັ້ນ

ວັນສໍາຄັນ ທີ່ ໄດ້ຄາດຫມາຍໄວ້ ກໍ ມາເຖິງ ກໍາລັງ ພວກເເກວ ກໍ ໄດ້ເຄື່ອນ ຫຍັບ ເຂົ້າມາ ຮອດ ຕອນທ່ຽງ ສິບສອງໂມງ ຍາມ ທະຫານ ມັກກິນເຂົ້າງາຍ ເເລະ ມຸ້ງຫນ້າ ເຂົ້າສູ່ ກອງບັນຊາການ ຂອງ ກອງພັນ ບ່ອນທີ່ ໄພວັນ ຢູ່ ກໍາລັງ ຂອງ ພວກເເກວ ກໍ ໄດ້ສະສົມ ຮວມ ກໍາລັງ ທັງຫມົດ ສາມ ກອງຮ້ອຍ ເພື່ອ ເຂົ້າ ໂຈມຕີ ກອງບັນຊາການ ຂອງເຂົາ ທີ່ ມີ ກໍາລັງ ພຽງ ກອງຮ້ອຍນຶ່ງ ພວກເເກວ ຫຍັບເຂົ້າມາ ປະມານ ສອງ ສາມຮ້ອຍ ຫລາ ເເຕ່ ພວກເຂົາ ກໍ ບໍ່ສາມາດ ລອດ ສາຍຕາ ຂອງ ໄພວັນ ໄປໄດ້! ຫມວດປະຈັນບານ ປ້ອງກັນ ດ່ານຫນ້ານຶ່ງ ເເລະ ດ່ານຫນ້າສອງ ພາກັນ ເກີດມີ ໃຈຮ້ອນຮົນຂຶ້ນ ຢາກ ພາກັນ ເປີດສາກ ການຍິງ ໄພວັນ ຈຶ່ງ ສັ່ງໄປວ່າ ເຮັດໃຈ ເຢັນໆ ເເລະ ຫ້າມ ເປີດ ການຣະດົມ ຍິງ ກ່ອນ ໄດ້ຮັບ ຄໍາສັ່ງ ຢ່າງເດັດຂາດ ໄພວັນ ບອກ ຜູ້ບັງຄັບ ກອງຮ້ອຍ ໃຫ້ ກວດກາ ກໍາລັງ ຢ່າງ ເຂັ້ມງວດ ປາສຈາກ ການລະເລີງ ເເລະ ໄພວັນ ກໍ ໄດ້ຣາຍງານ ໃຫ້ ຝ່າຍ ມິດ ຊາບ ຕໍ່ມາ ກໍ ມີ ການຣາຍງານ ອີກວ່າ ພວກສັຕຣູ ສາມາດ ລອດຜ່ານ ສວນຣະເບີດ ສອງບ່ອນ ທີ່ ຢູ່ ຫ່າງໄກ ປ້ອມ ບັນຊາການ ໄປ ພຽງ ປະມານ ສອງຮ້ອຍຫລາ! ໄພວັນ ສັ່ງໄປອີກວ່າ ຢ່າຍິງ ເດັດຂາດ ເພາະ ສັດຕຣູ ຍັງ ຢູ່ ຫ່າງໄກ ພວກເຮົາໂພດ ຖ້າ ເຮົາ ຍິງ ມັນ ຈະບໍ່ໄດ້ຜົນ ເເລະ ພ້ອມດຽວກັນນັ້ນ ຍັງສັ່ງໃຫ້ ທະຫານ ຂອງເຂົາ ມິດງຽບຢູ່

ກອງ ກໍາລັງ ສັດຕຣູ ໄດ້ຫຍັບ ເຂົ້າມາ ໃກ້ອີກ ຫົກສິບ ຫລາ ເເລ້ວກໍ ໄດ້ມາຕົກ ໃສ່ ສວນຣະເບີດ ບ່ອນ ສໍາຄັນ ທີ່ສຸດ ການທີ່ ຣະເບີດເເຕກ ພາໃຫ້ ເກີດ ມີ ສຽງ ດັງ ຢ່າງ ສນັ່ນຫວັ່ນໄຫວ ກອງຮ້ອຍສູ້ຕາຍ ຫມາຍເລກນຶ່ງ ຂອງ ພວກວຽດ ໄດ້ຮັບ ການເສັຽຫາຍ ຢ່າງ ຫນັກ ພວກເເກວ ສັ່ງບຸກ ເປີດ ສາກ ໂຈມຕີ ເຂົ້າ ປະຈັນບານ ເເລະ ໄພວັນ ກໍ ສັ່ງໃຫ້ ເປີດ ການຍິງ ເເບບ ສລາດ ຄື ຫມວດ ກໍາລັງໄຟ ຍິງຈຸ້ມກັນ ຍິງ ໄຂວ່ກັນ ຢ່າງ ມີ ປະສິດທິພາບ ເພື່ອ ໃຫ້ໄດ້ ພະລັງເເຮງ ໄຟສູງ ບໍ່ເເມ່ນ ເເບບການຍິງ ໄປໂລໆເລໆ!!

ໄພວັນ ສົ່ງ ສາຍ ໄປໃຫ້ ກອງຮ້ອຍ ອື່ນ ເເລະ ສົ່ງ ໃຫ້ ຝ່າຍມິດ ເພື່ອ ໃຫ້ ຣະວັງ ພັຍ ຢ່າງເຄັ່ງຄັດ ເເຕ່ ບໍ່ໃຫ້ ເຂົ້າມາ ຊົດຊ່ວຍ ຫນູນຫລັງ! ທຸກໆ ຫມວດ ຂອງ ກອງບັນຊາການ ໄດ້ຕໍ່ສູ້ ຕ້ານຢັນ ກໍາລັງ ພວກເເກວ ໄວ້ໄດ້ ຢູ່ກັບທີ່ ຄື ກໍາລັງເເກວ ຖືກຕີ ຢຸດນິ້ງ ຢູ່ ຫ່າງປ້ອມໄປ ປະມານ ສີ່ສິບ ຫລາ ເເລ້ວພວກເຂົາ ກໍ ຕົກ ຖືກ ສວນ ຣະເບີດ ສວນສຸດທ້າຍ ທີ່ ຢູ່ ໃກ້ໆ ກັບ ປ້ອມ ຂອງ ກອງບັນຊາການ ປະມານ ສາມສິບ ຫລາ!! ຫມວດ ດ່ານຫນ້າ ໄດ້ຣາຍງານ ມາອີກວ່າ ພວກເຂົາ ຄົງ ສູນເສັຽ ກໍາລັງ ພົນຣົບ ໄປເເລ້ວ ຢ່າງນ້ອຍ ສອງຮ້ອຍ ກວ່າ ຄົນ ພ້ອມທັງ ຜູ້ບາດເຈັບ! ເພາະ ນາຍຫມວດ ໄດ້ສັງເກດ ເຫັນວ່າ ພວກເຂົາ ພວມ ຂົນ ຄົນເຈັບ ຖອຍກັບຄືນໄປ ໄພວັນ ຫລຽວເບິ່ງ ໂມງ ຈຶ່ງ ໄດ້ຮູ້ວ່າ ການສູ້ຣົບ ໄດ້ດໍາເນີນກັນ ກ່ວາ ສີ່ຊົ່ວໂມງ! ໄພວັນ ຈຶ່ງ ໄດ້ສັ່ງໃຫ້ ເປີດ ການຍິງ ສຸມຊໍ້າ ຢ່າງບໍ່ຂາດສາຍ ໃຫ້ ຮ້ອນເເຮງຫນັກຂຶ້ນ ອີກກ່ວາເກົ່າ

ນັກຣົບ ທຸກຄົນ ໃນ ກອງພັນ ປະຈັນບານ ມີ ຄວາມນັບຖື ໄພວັນ ຜູ້ບັນຊາການ ທີ່ ເຂັ້ມເເຂງ ກ້າຫານ ບໍ່ມີ ການຮ້ອນຮົນໃຈ ເເລະ ດ້ວຍເຫດນີ້ເອງ ພວກເຂົາ ທຸກຄົນ ຈຶ່ງ ເກີດມີ ກໍາລັງໃຈ ເເຮງຂຶ້ນຕື່ມ ເເລ້ວ ພ້ອມພາກັນຍິງ ຈົນວ່າ ພວກກອງຣົບ ພິເສດ ຂອງ ເເກວ ເເຕກ ສລຸພຸພ່າຍ ກັບຄືນໄປ ຢ່າງ ບໍ່ເປັນ ຣະບຽບ ເເລະ ໄດ້ຮັບ ການເສັຽຫາຍ ຢ່າງ ເຈັບເເສບ ທີ່ສຸດ!!

ໄພວັນ ສັ່ງໃຫ້ ມີ ການນັບຖື ຊາກສົບ ຂອງ ເເກວ ທີ່ ໄດ້ເສັຽ ຊີວິດ ໄປເເລ້ວ ຄື ໃຫ້ ທໍາ ການຝັງສົບ ພວກເຂົາ ໃຫ້ດີ!! ທາງ ກອງພັນ ປະຈັນບານ ມີ ຜູ້ ໄດ້ຮັບ ບາດເຈັບຫນັກ ຄົນນຶ່ງ ເເລະ ບາດເຈັບ ຂັ້ນ ປານກາງ ຊາວຄົນ ໃນ ຂັ້ນ ຕໍ່ໄປ ທະຫານ ທີ ໄດ້ຮັບ ບາດເຈັບຫນັກ ຈະຕ້ອງຖືກ ສົ່ງໄປ ຮັກສາຕົວ ທີ່ ໂຮງຫມໍ ທະຫານລາວ ທີ່ ນະຄອນ ວຽງຈັນ

ໄພວັນ ຮູ້ ຄ່າຣາຄາ ຂອງ ຄໍາເວົ້າ ໃຈເຢັນໆ !! ຢູ່ມິດໆ ຢູ່ ງຽບໆ!! ອົດທົນ ຮູ້ ຍືດເຍື້ອ ດໍາເນີນ ວຽກຕໍ່ໄປ ບໍ່ຢຸດບໍ່ເຊົາ ອັນນີ້ ຄື ຄຸນຄ່າ ທີ່ ພາ ໃຫ້ ຄວາມຫັວງ ຂອງລາວ ເເລະ ຄວາມສໍາເຣັດ ຜົນ ເກີດຂຶ້ນ ຄືນ ມາໃຫມ່ ໄດ້! ຕໍ່ມາ ເຂົາ ໄດ້ຮັບ ຄໍາສັ່ງ ໃຫ້ໄປ ປະຕິບັດ ງານ ຢູ່ ທາງ ໃຕ້ ເເລ້ວ ອີກຕໍ່ມາ ບໍ່ພໍທໍ່ໃດເດືອນ ເຂົາ ກໍ ໄດ້ຍິນ ດ້ວຍ ຄວາມເສົ້າໃຈ ວ່າ ກອງທັບເເຫ່ງຊາດ ລາວ ໄດ້ ເສັຽເສິກ ທີ່ ຫລວງນໍ້າທາ ໃຫ້ ເເກ່ ກອງ ກໍາລັງ ພິເສດ ຂອງ ວຽດນາມ ໄດ້ຍິນ ຂ່າວ ອີກວ່າ ຝ່າຍ ສັດຕຣູ ມີ ກໍາລັງພົນ ເຫນືອກວ່າ ຝ່າຍຕົນ ຮອດສອງເທົ່າ!! ຖ້າ ເຮົາ ຂີດເສັ້ນ ຂນານ ທາງ ລວງນອນ ຕັ້ງເເຕ່ ວຽດນາມ ຜ່ານ ລາວ ເຮົາ ກໍ ຈະເຫັນ ຢ່າງ ປະຈັກຕາ ດີ ວ່າ ເມືອງ ຮາໂນຍ ເເລະ ເມືອງ ຫລວງນໍ້າທາ ນັ້ນ ເເມ່ນ ວ່າ ທັງສອງເມືອງນີ້ ຢູ່ ໃກ້ ເສັ້ນ ຂນານນອນ ເລກທີ ຊາວເອັດ ເສັ້ນດຽວກັນ!!

ນັກປຣັຊຍາ ສົງຄາມສາດ ຄື ຜູ້ຮູ້ຄິດ ຮູ້ຄະເນ ຮູ້ພົງສາວະດານ ຮູ້ພູມີສາດ ຫນ້າດິນ ການເມືອງ ການທະຫານ ສັງຄົມສາດ ຮູ້ປະຊາຊົນ ເເລະ ຮູ້ການ ຂີດ ເສັ້ນທາງ ຍຸທສາດ ເເລະ ທາງ ຍຸທວິທີ ການຣົບ ທາງ ກອງທັບ ເເລະ ທາງ ກອງທະຫານ!! ການເເຜ່ຜາຍ ອໍານາດ ການຂຍາຍ ເຂດນໍ້າເເດນດິນ ການຍຶດຄອງ ເຂົ້າກືນກິນ ຊາດອື່ນ ກໍ ເເມ່ນ ການເລີ້ມ ເບິ່ງ ເເຜນທີ່ ເເລະ ການຂີດເສັ້ນ ຍຸທສາດ ເປັນ ບາດກ້າວ ເເລະ ເປັນ ຂັ້ນໆ ຕໍ່ໄປ ນັ້ນເອງ!!

  • ໄພວັນ: ເອີ ເເມ່ນເເທ້ ໃຈເຢັນໆ ເຮົາ ຍັງມີ ເວລາ ອີກຢູ່ ພໍສົມຄວນ!
  • ຫານໄຊ: ສຸກໃຈ ເປັນ ຫມໍລໍາ ທີ່ ມີ ຊື່ສຽງ ໂດງດັງ ພວກເຮົາ ຢູ່ ອ່າງນໍ້າງື່ມ ຖ້າວ່າ ບໍ່ໄດ້ ຟັງ ຂັບງື່ມ ຢູ່ ກັບບ່ອນ ກັບທີ່ ເຮັດຈັ່ງໃດ ຊິພາກັນ ກັບ ເມືອບ້ານເປັນ ນໍສ່ຽວ!!
  • ໄພວັນ: ອ້າວ! ສ່ຽວ ສຸກໃຈ ລໍາຂັບງື່ມ ສູ່ຟັງເເດ່ ພວກເຮົາ ບໍ່ໄດ້ ຟັງມາດົນເເລ້ວ!
  • ສຸກໃຈ: ເຮົາ ຍິນດີ ຕອບສນອງ ເເຕ່ ຈະລໍາ ສັ້ນໆ ສູ່ຟັງ ຍ້ອນວ່າ ບໍ່ມີ ເວລາຫລາຍ ເນາະ!

    ນ້ອງມາ ຖາມຂ່າວອ້າຍ / ກໍ້າຝ່າຍ ສຸກໃຈ ເເລ້ວນໍ
    ອ້າຍຂໍບອກ ໃຫ້ເເຈ້ງ / ເເປງຂໍ້ ກ່າວນໍາ
    ໃຫ້ນ້ອງຈໍາ ຊື່ບ້ານ / ເຮືອນຊານ ບ່ອນອ້າຍຢູ່
    ບ້ານພູກູ່ ເເຫ່ງຫ້ອງ / ໃຫ້ນວນນ້ອງ ສ່ອງເເຍງ

    ນ້ອງຢາກຮູ້ ມາດເເມ້ງ / ຈົດຊື່ ນາມມະກອນ
    ອ້າຍຈຶ່ງໄຂ ຄໍາຄັກ / ເເກ່ນົງ ນາງນ້ອງ
    ບໍ່ເເມ່ນຄົນ ໄກດ້າວ / ຊາວເເກວ ຫໍ້ຕ່າງ
    ຫາກເເມ່ນລາວ ເເທ້ໆ / ຈໍາໄວ້ ຊື່ສຽງ

    ອ້າຍນີ້ ເປັນຄົນ ປອດກ້ຽງ / ອ້ຽງມື່ນ ພໍປານເລົາ
    ຫາກບໍ່ມີ ເມັຽເເພງ / ໃຫມ່ມາ ຊົມຊ້ອນ
    ອ້າຍນີ້ນອນ ໃນຫ້ອງ / ກຶກກອງ ຫມອງຫມົ່ນ
    ຢາກໄດ້ຄົນ ຄືນ້ອງ / ມານອນຂ້າງ ທ່າງຊົນ

    ທາງບ້ານນ້ອງ / ຍິງເເກ່ ກາຍເເກງ ມີບໍ?
    ວ່າຈັ່ງໃດ ຫອມເເພງ / ບ່ອນໃດ ຊິພໍໄດ້
    ຖ້າຫາກຫາ ບໍ່ໄດ້ / ຣະວັງເດີ ຜູ້ເນື້ອຜ່ອງ
    ມັນຊິຄາ ຕົວນ້ອງ / ທອງຫລ້າ ຜູ້ຊ່ອຍນໍາ

    ເຫລືອເເຮງ ເບັດໃສ່ນໍ້າ / ຈຶ່ງໄດ້ເເຕ່ງ ຄັນນາ
    ເຫລືອເເຮງ ເບັດໃສ່ປາ / ຈຶ່ງເເຕ່ງດາງ ລົງຕ້ອນ
    ອ້າຍຢາກຂໍ ຊົມຊ້ອນ / ນອນນໍາ ກິ້ງກ່ອມ ເເທ້ເເລ້ວ
    ຢາກຖນອມ ດອມ ເຈົ້າ / ຜູ້ມີເຫງົ້າ ຫນໍ່ເເຫນງ

    ເຫລືອເເຮງ ນໍາຫານ້ອງ / ໄດ້ຫມົ້ນ ໄຫລ່ ກໍເລົາ
    ເຈົ້າຊິ ຢູ່ເມືອງເເກວ / ເເຖວມີ ທະເລກວ້າງ
    ອ້າຍຫານທວງ ຫານ້ອງ / ປອງຄືນ ມາຊ້ອນບ່ອນ
    ບໍ່ໃຫ້ ນອນຢູ່ລ້າ / ອ້າຍຈະຢູ່ ນອນຮຽງ
    ເຈົ້າຜູ້ເນື້ອ ຫນຸ່ນກ້ຽງ / ຮຽງເເກ້ມ ເເມ່ນຜູ້ໃດ ເເທ້ເດ!

    ໂອນໍ! ນ້ອງເອີຍ ຖ້າບໍ່ໄດ້ ນໍນ້ອງ / ພີ່ຂໍທຽວ ທາງຮ່ວມ ເເດ່ເດີ!
    ຖ້າອ້າຍຮ່ວມ ບໍ່ໄດ້ / ຂໍຢາມຢື້ ເເວ່ເຮືອນ ເເດ່ເດີ!
    ໂອເດ! ເອົາເເຕ່ ກອງບຸນສ້າງ / ຂອງເຮົາ ເເຕ່ຊາດກ່ອນ ດອກເດີ!
    ກອງບຸນ ຫາກບໍ່ເຖິງ ນໍນ້ອງ / ຊິລາເເລ້ວ ບໍ່ເລົ່າຄືນ

ຫານໄຊ ຄຶດເຖິງ ຄວາມຫລັງ
ເມື່ອໄດ້ຟັງ ລໍາຂັບງື່ມ ເຂົາ ກໍ ມີ ຄວາມດີໃຈ ຢ່າງສຸດຢຽດ ຈົນ ນໍ້າຕາ ຂອງ ຄົນກ້າຫານ ເກືອບ ຈະໄຫລ ຍ້ອຍ ອອກມາ ໃຫ້ ຫມູ່ ເຫັນ ເພາະ ເຂົາ ໄດ້ຍິນ ປໂຍກ "ເຈົ້າ ຊິຢູ່ ເມືອງເເກວ" ເເລະ ປໂຍກ ທີ່ ວ່າ "ຊິລາເເລ້ວ ບໍ່ເລົ່າຄືນ"! ຫານໄຊ ຄຶດ ງຶດງໍ້ ຢ່າງ ປລາດໃຈວ່າ ເພາະ ດ້ວຍ ເຫດໃດ ສຸກໃຈ ຈຶ່ງ ສາມາດ ລໍາ ຂັບງື່ມ ຖືກ ກັບ ຊີວິດ ຂອງເຂົາໄດ້ ດີເເທ້ ທັງໆ ທີ່ ເຂົາເອງ ກໍ ບໍ່ເຄີຍ ໄດ້ເລົ່າ ເຣື່ອງ ຂອງເຂົາ ສູ່ ສຸກໃຈ ຟັງເລີຍ? ເຖິງເເມ່ນວ່າ ເທື່ອນີ້ ຈະບໍ່ມີ ເເຄນເປົ່າ ສລັບໃສ່ ລໍາຂັບ ເເຕ່ ສຽງ ຂອງ ສຸກໃຈ ເເລະ ເນື້ອໃນ ຂອງ ກອນລໍາເອງ ມັນ ກໍ ຄ້າຍຄືວ່າ ໄດ້ຍິນ ສຽງ ມະໂຫຣີ ລາວເດີມ ຂອງ ນັກເສບ ຊັ້ນຍອດ ຂອງ ລາວ ທີ່ ໄດ້ມາ ຮ່ວມ ເສບ ກ່ອມ ສຽງ ເຄື່ອງ ດົນຕຣີ ເຂົ້າກັນ ຢູ່ເທິງ ບົນ ເຮືອນເເພ ທີ່ ມີ ນິມິດ ປຸກຂຶ້ນ ໂດຍ ສະເພາະ ໃຫ້ເເກ່ ພວກເຂົາ ທັງສາມຄົນ ຢູ່ ໃນ ບ່ອນ ທີ່ ສວຍງາມ ເເຫ່ງນີ້!

ເມື່ອ ໄດ້ຍິນ ໄດ້ຊົມ ມະໂຫຣີນຶ່ງ ທີ່ ເປັນ ດົນຕຣີ ທີ່ ສົ່ງ ສຽງ ມາໃຫ້ເເລ້ວ ມັນ ກໍ ປຽບ ຄ້າຍຄືວ່າ ຄວາມມ່ວນໃຈ ເເລະ ຄວາມຮຸ່ງເຫລື້ອມ ເເທ້ ໃນ ຈິດໃຈ ຂອງເຂົານັ້ນ ໄດ້ ທອດທານ ພາຫະນະ ທີ່ ມີ ລິດ ເປັນ ພິເສດສຸດ ມາຊ່ວຍ ນໍາພາ ໃຫ້ ຫານໄຊ ກັບຄືນໄປ ໄດ້ ພຽງເເຕ່ ບຶດດຽວ ສູ່ ເຣື່ອງ ທີ່ ເຂົາ ຄຶດຮອດ ໃນ ອະດີຕການ! ພໍເມື່ອ ເຂົາ ນຶກເຖິງ ຫວ່າງພູ ຢູ່ພື້ນ ອ່າງ ຫນ່ວຍນີ້ ໃນ ທັນທີ ທັນໃດ ນັ້ນ ເຂົາ ກໍ ຄຶດ ໄປ ເຫັນ ດິນເເດນ ເຂດທາງ ພາກເຫນືອ ຂອງ ລາວ ທີ່ ສ່ວນຫລາຍ ຫມູ່ບ້ານ ເມືອງ ເຂດເເຂວງ ເຫລົ່ານັ້ນ ເເມ່ນ ລ້ວນເເລ້ວ ເເຕ່ ໄດ້ສ້າງ ຕັ້ງຂຶ້ນ ຢູ່ ຕາມ ຫວ່າງພູ ຄືກັນ ເເຕ່ວ່າ ມັນ ບໍ່ໄດ້ ຖືກຈົມ ລົງ ພື້ນນໍ້າໄປ ຄື ດັ່ງດຽວກັນ ກັບ ຫວ່າງພູເເຫ່ງເກົ່າ ຢູ່ ໃນ ພື້ນນໍ້າ ຂອງ ອ່າງ ເເຫ່ງນີ້! ຫານໄຊ ຮູ້ ເເຖບຖິ່ນ ທາງ ພາກເຫນືອ ນີ້ ດີ ເຊັ່ນ ຊຽງຂວາງ ຫົວພັນ ວຽງໄຊ ຊໍາເຫນືອ ຜົ້ງສາລີ ຫລວງນໍ້າທາ ເເລະ ພູມີປະເທດ ທາງ ພາກໃຕ້ ຂອງ ລາວ ເຊັ່ນ ຂົງເຂດ ບໍຣິເວນ ສາຣະວັນ ອັຕປື ພ້ອມດ້ວຍ ສາຍພູສູງ ສາຍພູຫລວງ ຖໍ້າ ສາຍນໍ້າ ສໍາຄັນ ເເລະ ປະຊາຊົນ ໃນ ຂົງເຂດ ເເຫ່ງ ດັ່ງກ່າວມານີ້!

ການພົບພໍ້
ເຂົາ ຍັງ ຈົດຈໍາ ໃບຫນ້າ ອັນສວຍງາມ ຍິ້ມເເຍ້ມ ເເກ້ມບ່ອງ ຂອງ ຍິງສາວ ຜູ້ນຶ່ງ ທີ່ ມີ ຄີງບາງ ຮ່າງນ້ອຍ ເເລະ ມີ ກິຣິຍາ ທ່າທີ ວາດຊົງ ມິດງຽບ ເເຕ່ ມັກເບິ່ງ ມັກຟັງ ເເລະ ມີ ບາດກ້າວ ບາດຍ່າງ ຫັນດີ ຫານໄຊ ມີ ໂອກາດ ພົບພໍ້ ພະນັກງານຍິງ ຜູ້ນີ້ ຢູ່ ໃນ ພິທີ ຈັດຕ້ອນຮັບ ພະນັກງານ ຫມໍ ທະຫານ ວຽດນາມ ທີ່ ມາຈາກ ຮາໂນຍ ເເລະ ເປັນ ພິທີ ທາງການ ຈັດຂຶ້ນ ໃນ ຖານ ສ້າງມິຕພາບຮ່ວມ ທາງ ທະຫານ ເເລະ ທາງ ດ້ານ ວັທນະທັມ ຕາມ ຍຸທສາດຮ່ວມ ຣະຫ່ວາງ ສະມາຊິກ ຂອງ ສະຫະພັນ ອິນໂດຈີນ ອັນມີ ການຟ້ອນ ຮ່ວມ ຣະຫວ່າງ ນັກສິລປິນ ວຽດນາມ ເເລະ ລາວ! ມີ ພວກ ນັກຟ້ອນ ຫມໍລໍາ ຫມໍເເຄນ ພວກຄນະ ນັກຣ້ອງຮ່ວມ ໃນ ທໍານອງ ເເລະ ໃນ ບັນຍາກາດ ທີ່ ມີ ສຽງ ປະຕິວັດ ຮ່ວມກັນ ຕົບມື ຖືເເຂນ ພ້ອມທັງ ມີ ໃບຫນ້າ ຍິ້ມເເຍ້ມ ເເຈ່ມໃສດີ! ຫານໄຊ ໄດ້ເຂົ້າຮ່ວມ ໃນ ພິທີ ສໍາຄັນ ກໍ ຍ້ອນວ່າ ເຂົາ ເປັນ ນັກຣົບ ທີ່ ອົງອາດ ກ້າຫານ ເເລະ ຍັງ ຫນຸ່ມເເຫນ້ນດີ ເຂົາຊອກ ເຂົ້າໃຈ ເເລະ ຮຽນຮູ້ ຫລາຍຢ່າງ ຢູ່ ໃນ ສາກ ສນາມຣົບ

ຫລັງຈາກ ພິທີເເລ້ວ ທັງຝ່າຍ ວຽດນາມ ເເລະ ຝ່າຍ ລາວ ກໍ ໄດ້ມີ ໂອກາດ ເຮັດ ການສເນີຕົວ ເເລະ ໄດ້ຮ່ວມຟັງ ການອະທິບາຍ ທີ່ ເນັ້ນ ເເນໃສ່ ເປົ້າຫມາຍ ຂອງ ການຮ່ວມ ປະສານງານ ຣະຫວ່າງ ສອງຝ່າຍ ຫານໄຊ ບໍ່ໄດ້ຊອກ ເຂົ້າໃຈ ຝ່າຍ ວຽດນາມ ຢ່າງ ຍາກຊາ ເພາະ ຫມົດທັງ ຊາວຄົນ ໄດ້ ໃສ່ຊື່ ລາວ ຫມົດ ອ້ອຍຕ້ອຍ ປາກລາວ ກໍ ໄດ້ລ່ຽນໄຫລ ເເລະ ຍັງ ຂຽນ ລາວ ໄດ້ອີກ ເປັນຢ່າງດີ ຫານໄຊ ກໍ ຮູ້ປາກ ເເລະ ຮູ້ຂຽນ ພາສາ ວຽດນາມ ໄດ້ດີ ຄືກັນ

ນາງ ຫມໍ ທະຫານ ວຽດ ຜູ້ນັ້ນ ມີ ຊື່ ວ່າ ນາງ ທີວາວັນ ເຂົາເປັນ ທ່ານຫມໍ ປາດເເລ່ ເເລະ ເປັນ ຫົວຫນ້າ ຄນະຫມໍ ໃນ ຈໍານວນ ນັ້ນກໍ ມີ ຫມໍ ປົວເເຂ້ວ ອີກຜູ້ນຶ່ງ ນອກນັ້ນ ກໍ ລ້ວນເເລ້ວ ເເຕ່ເປັນ ບຸຣຸດ ພຍາບານ ທັງນັ້ນ ພວກເຂົາເຈົ້າ ມີ ຫນ້າທີ່ ມາ ສິດສອນ ພົລພຍາບານລາວ ເເລະ ມີ ຫນ້າທີ່ ອອກໄປ ປະຕິບັດງານ ຢູ່ນໍາ ກອງກໍາລັງຣົບ ທາງ ເເນວຫນ້າ ຂອງ ຝ່າຍລາວ ໃຜໆ ກໍ ພາກັນ ກ່າວວ່າ ນາງ ທີວາວັນ ເປັນ ທ່ານຫມໍຍິງ ທີ່ ຍັງ ຫນຸ່ມເເຫນ້ນ ມີ ຄວາມ ສາມາດ ເເລະ ຍັງ ກ້າຫານ ອີກດ້ວຍ! ທ່ານຫມໍ ທີວາວັນ ຈື່ຈໍາ ຊື່ ຂອງ ຫານໄຊ ໄດ້ດີ ເເລະ ກໍ ຍັງ ສົນໃຈ ໃນ ວຽກການ ຂອງ ຫານໄຊ ເພາະ ພວກນາຍ ທະຫານ ວຽດນາມ ໄດ້ ເເຈ້ງຂ່າວ ໃຫ້ ທ່ານຫມໍ ຟັງ ວ່າ ຫານໄຊ ເປັນ ນາຍທະຫານ ຫນຸ່ມ ທີ່ ຮູ້ ຍຸທວິທີ ການຣົບດີ ເເລະ ເຂົາ ຍັງໃຫ້ ຕົວຢ່າງ ອັນດີເລີດ ເເກ່ ພະນັກງານ ປະຕິວັດ ທຸກຄົນ ທາງ ເເນວຫລັງ ເເລະ ທາງ ເເນວຫນ້າ! ຫານໄຊ ເປັນຄົນ ມີ ສີ ເນື້ອຫນັງ ຜ່ອງໃສດີ ຄື ກັນກັບ ຄົນລາວ ເກືອບ ຫມົດທຸກຄົນ ທີ່ ເກີດ ຢູ່ ທາງ ພາກເຫນືອ ຂອງລາວ! ເຂົາ ມີ ຄວາມສູງ ຢູ່ ປະມານ ເເມດເຈັດສິບ ເເລະ ຕອນນັ້ນ ເຂົາ ມີ ອາຍຸ ພຽງ ຊາວຫົກປີ ເເລະ ຕອນ ທີ່ ເຂົາ ເຂົ້າມາ ວຽງຈັນ ເຂົາ ມີ ອາຍຸ ສາມສິບຫົກ ປີ!

ທ່ານຫມໍ ທີວາວັນ ຮູ້ຊັ້ນເເທ້ ເເລະ ຫນ້າທີ່ການເເທ້ ຂອງ ຫານໄຊ ສອງວັນ ຕໍ່ມາ ນາງ ມີ ຈຸດປະສົງ ຢາກ ປຶກສາ ຫາລື ກັບ ຫານໄຊ ກ່ຽວກັບ ວຽກງານ! ການພົບພໍ້ ກັນ ກໍ ໄດ້ ເກີດມີຂຶ້ນ ຢູ່ ຫ້ອງ ປະຊຸມ ທີ່ ເມືອງ ວຽງໄຊ ເເຂວງ ຫົວພັນ! ເມືອງ ວຽງໄຊ ມີ ພົລເມືອງ ປະມານ ສາມສິບ ກວ່າ ພັນຄົນ ເເລະ ຕັ້ງຢູ່ ບ່ອນສູງ ປະມານ ໑໒໐໐ ເເມດ ພວກເຂົາ ໄດ້ ຫ້ອງປະຊຸມ ຢູ່ ໃນ ຖໍ້າ ເເຫ່ງ ບໍຣິເວນ ດຽວກັນ ກັບ ກອງ ບັນຊາການ ສູງສຸດ ທີ່ ທາງ ຂັ້ນສູງ ໃຊ້ ເປັນ ບ່ອນ ວາງເເຜນ ອັນ ສໍາຄັນ ໂດຍສະເພາະ ເເລ້ວ ກໍ ເເມ່ນ ໃນ ປີ ໑໙໖໔

ໃນ ບໍຣິເວນ ເມືອງ ວຽງໄຊ ມີ ຖໍ້າ ຢ່າງ ຫລວງຫລາຍ ຢ່າງນ້ອຍ ກໍ ມີ ຮອດ ສີ່ ຫາ ຫ້າຮ້ອຍ ຖໍ້າ! ຢູ່ ໃນ ຖໍ້າ ຂອງ ກອງບັນຊາການ ມີ ການຄິດຕັ້ງ ຫ້ອງການ ເພື່ອ ໃຊ້ ໃນ ພາວະ ສຸກເສີນ ມີ ຫ້ອງ ພຍາບານ ຫ້ອງການພິມ ເເລະ ມີ ບ່ອນລີ້ຊ່ອນ ກັ້ງບັງ ປອດພັຍດີ ເເລະ ຍັງ ເປັນ ສະຖານທີ່ ທີ່ ລັບສຸດ ເເຕ່ ດຣ.ທິວາວັນ ໄດ້ຮັບ ອະນຸຍາດ ເປັນ ພິເສດ ເພາະ ລາວ ເປັນ ທ່ານຫມໍ ທີ່ ຖືກສົ່ງມາ ເເຕ່ ຮາໂນຍ! ຍາມນັ້ນ ຊໍ້າພັດ ເເມ່ນ ຍາມຫນາວ ເພາະ ເເມ່ນ ທ້າຍ ຂອງ ເດືອນ ສິບສອງ ເເລະ ອາກາດ ຢູ່ ໃນ ຖໍ້າ ກໍ ເເມ່ນວ່າ ເຢືອກເຢັນ ທີ່ສຸດ! ເເຕ່ວ່າ ຫານໄຊ ເເລະ ທ່ານຫມໍ ກໍ ລຶ້ງເຄີຍ ກັບ ຄວາມຫນາວ ນີ້ ມາເເລ້ວ ບັນຍາກາດ ໃນ ການພົບພໍ້ ຄັ້ງ ທໍາອິດ ຣະຫ່ວາງ ທ່ານຫມໍ ເເລະ ຫານໄຊ ກໍ ເກືອບ ຫນາວກະດ້າງ ປານ ຍາມຫນາວ ຂອງ ເດືອນ ສິບສອງ ເເລະ ເດືອນຈຽງ ຢູ່ ທີ່ ບໍຣິເວນ ເມືອງ ວຽງໄຊ! ເເຕ່ວ່າ ຫານໄຊ ກໍ ເປັນ ຄົນ ທີ່ ມີ ກິຣິຍາ ບໍ່ ຫຍຸ້ງຍາກ ສັບສົນ ເພາະ ເຂົາ ເປັນຄົນ ຄ່ອງເເຄ່ວ ດີ ຮູ້ໂອ້ລົມ ຮູ້ເບິ່ງ ບັນຫາໃຫຍ່ ອັນ ສໍາຄັນ ຢ່າງ ເລິກເເລບ ໄດ້ ດີກວ່າ ເຣື່ອງ ປີກຫຍ່ອຍ ທີ່ ບໍ່ມີ ປໂຍດ ນອກນັ້ນ ເຂົາ ກໍ ຮູ້ຈັກ ປັບຕົວ ເຂົ້າກັບ ສະພາບການ ໄດ້ດີເລີດ ທຸກຢ່າງ!

ຫານໄຊ ໄດ້ຍ່າງ ມາຮອດ ປາກຖໍ້າ ກ່ອນ ທ່ານຫມໍ ນ໋ອຍນຶ່ງ ເເລ້ວ ທັງສອງ ກໍ ເລີ້ມ ຖາມ ສະບາຍດີ ກັນ ເເລະ ກໍ ພາກັນ ຍ່າງເຂົ້າໄປ ຮອດ ຫ້ອງ ປະຊຸມ ໃນ ທີ່ນັ້ນ ພວກເຂົາ ໄດ້ ນັ່ງ ຕັ່ງ ຄົນລະຟາກໂຕະ ທີ່ ປິ່ນ ຫນ້າ ໃສ່ກັນ ເເລ້ວ ກໍ ພາກັນ ເລີ້ມ ລົງມື ເເລກ ຄວານຄິດ ຄວານເຫັນ ກ່ຽວກັບ ວຽກການ ອັນ ສໍາຄັນ ຕາມ ຈຸດປະສົງ ຂອງ ທ່ານຫມໍ!

ການໂອ້ລົມ ເເລກປ່ຽນ ຄວາມຄິດເຫັນ ເທື່ອທໍາອິດ

  • ທ່ານຫມໍ ທິວາວັນ: ມື້ນີ້ ຫນາວຫລາຍ ເນາະ ຫນາວ ຄື ກັນກັບ ຢູ່ ຮາໂນຍ! ເເຕ່ວ່າ ຖ້າ ເຄື່ອງນຸ່ງ ດີ ມັນ ກໍ ຊົດຊ່ວຍ ປ້ອງກັນ ຮ່າງກາຍ ຂອງເຮົາ ໄດ້ດີ ເເມ່ນບໍ່?
  • ຫານໄຊ: ເເມ່ນເເທ້ ທ່ານຫມໍ ທິວາວັນ ມື້ນີ້ ຫນາວ ກວ່າ ປີກາຍນີ້! ເເຕ່ ກໍບໍ່ຮູ້ວ່າ ມັນຫນາວ ຄື ຢູ່ ເມືອງ ຮາໂນຍ ເພາະວ່າ ຂ້ອຍ ບໍ່ ເຄີຍໄດ້ໄປ ຈັກເທື່ອ ! ຢູ່ທາງ ພາກເຫນືອ ຂອງ ດິນລາວ ມັນມີ ຫນ້າດິນ ສູງ ເເລະ ມີ ເເຕ່ ພູຜາປ່າໄມ້ ຫລາຍ ຈຶ່ງພາ ໃຫ້ ຫນາວ ເເລະ ມີ ນໍ້າຫມອກກົ້ວຢູ່ ເກືອບເປັນປະຈໍາ! ເຮົາ ມີ ເສື້ອກັນຫນາວ ດີ ເເຕ່ວ່າ ໄດ້ ສວມໃຊ້ມັນ ພຽງເເຕ່ ສອງສາມເດືອນ ທໍ່ນັ້ນ ເພາະ ຍາມຮ້ອນ ອາກາດ ມັນກໍ ຮ້ອນເເທ້ ຢູ່ ເມືອງລາວ!
  • ທ່ານຫມໍ: ເອີ້ນຂ້ອຍ ຫມໍ ທິວາວັນ ຫລື ທິວາວັນ ຫລື ພຽງເເຕ່ ຫມໍ ກໍໄດ້! ຂ້ອຍ ສົນໃຈ ມັກຮຽນ ເເລະ ມັກປາກ ພາສາ ລາວ ເພາະວ່າ ມັນໃຊ້ ສະດວກດີ
  • ຫານໄຊ: ຍິນດີ ເເລະ ຂອບໃຈ ຫມໍ ທິວາວັນ! ໃຫ້ ຫມໍ ເອີ້ນຂ້ອຍ ວ່າ ຫານໄຊ ຕາມ ທັມມະດາ ກໍໄດ້ ເພາະວ່າ ມັນ ເປັນການ ສະດວກກ່ອນ ໂດຍ ບໍ່ຈໍາເປັນ ທີ່ ຈະຕື່ມ ກຽດ ຕື່ມຍົດ ຕື່ມຊັ້ນ ໃສ່ ຖ້າຫາກວ່າ ເຮົາ ບໍ່ ໄດ້ຮຽກເອີ້ນກັນ ເປັນທາງການ! ຄື ຫມໍ ເວົ້າ ນັ້ນ ມັນ ຖືກ ເເລະ ເເມ່ນ ຄວາມຈິງ ພາສາລາວ ມັນມີ ອັກສອນ ເປັນ ຂອງລາວ ເເລະ ການໃຊ້ ຂຽນ ປາກ ເວົ້າ ກໍ ສະດວກດີ!
  • ຫມໍ ທິວາວັນ: ຂ້ອຍ ສົນໃຈ ປາກ ພາສາລາວ ເເຕ່ ຍັງນ້ອຍ ເພາະ ຄອບຄົວ ທາງເບື້ອງ ພໍ່ ຂອງຂ້ອຍ ເພິ່ນ ມີ ພີ່ນ້ອງ ຢູ່ ລາວກາຍ ເເລະ ຢູ່ ດຽນບຽນຟູ (ເມືອງເເຖ່ງ) ເເຕ່ວ່າ ເມື່ອ ມາຮອດ ສມັຍ ສົງຄາມ ຕໍ່ຕ້ານ ຈັກພັດ ຝຣັ່ງເສດ ເເລະ ຈັກພັດ ອາເມຣິກາ ທາງ ຣັຖບານ ເພິ່ນ ບົ່ງບອກ ໃຫ້ ປາກ ຂຽນ ຮຽນ ອ່ານ ພາສາ ລາວ ທີ່ ເປັນ ປະເທດ ໃກ້ຄຽງ ເເລະ ເປັນ ປະເທດ ສະມາຊິກ ຂອງ ສະຫະພັນ ອິນໂດຈີນ ຫລາຍຂຶ້ນ ກວ່າເກົ່າ! ພວກ ນາຍທະຫານ ວຽດ ໄດ້ ບອກມາ ໃຫ້ຊາບວ່າ ສະຫາຍ ຮ້ອຍເອກ ຫານໄຊ ຮູ້ ພາສາ ວຽດນາມ ດີ ເມື່ອ ກີ້ນີ້ ເຈົ້າວ່າ ບໍ່ ເຄີຍໄດ້ ໄປ ຮາໂນຍ ຄັນຊັ້ນເຈົ້າ ໄປ ຮຽນ ພາສາ ວຽດ ຢູ່ໃສ? ເພາະ ພວກເຂົາ ຍັງ ກ່າວເພີ່ມ ອີກວ່າ ພວກ ຫົວຫນ້າ ສໍາຄັນ ຂັ້ນສູງສຸດ ຂອງ ຝ່າຍ ລາວ ເຄີຍ ໄດ້ໄປ ຮຽນ ຝຶກຊ້ອມ ທາງ ການເມືອງ ເເລະ ອື່ນໆ ຢູ່ ຮາໂນຍ!

ເມື່ອ ຫານໄຊ ຄຶດໄປ ວ່າ ຕົນ ໄດ້ຍິນ ການຮຽກ ຊັ້ນ ຮ້ອຍເອກ ທີ່ ເປັນ ຊັ້ນ ອັນເເທ້ຈິງ ທີ່ ເຂົາ ໄດ້ຮັບ ກໍ ເກີດ ມີ ຄວາມຮູ້ສຶກ ຫມຸດຫມັດ ໃນ ໃຈ ນ້ອຍນຶ່ງ ເພາະ ເຂົາ ໄດ້ ປິດອໍາ ຊັ້ນ ເເທ້ ນີ້ ໄວ້ ເປັນ ຄວາມລັບ ສ່ວນຕົວ ຂອງເຂົາ ເເລະ ກໍ ຍ້ອນວ່າ ເຂົາ ຢາກຢູ່ ສໍ່າດຽວ ຣະດັບດຽວ ກັບ ຊາວບ້ານ ພູກູ່ ອີກ ປະການນຶ່ງ ຊັ້ນເເທ້ໆ ຂອງເຂົາ ທີ່ ໄດ້ຮັບ ໃນ ປີ ໑໙໗໒ ນັ້ນ ເເມ່ນ ຊັ້ນ ທີ່ ປຽບທຽບ ໃສ່ ຂັ້ນ ພັນເອກ! ເຣື່ອງນີ້ ຫານໄຊ ກໍ ບໍ່ ໄດ້ບອກ ໃຫ້ ສຸກໃຈ ເເລະ ໄພວັນ ຮູ້ນໍາ ເທື່ອ ເຂົາ ມີ ເຈຕນາ ຈະບອກໃຫ້ ເຂົາເຈົ້າ ຮູ້ນໍາ ຕາມ ພາຍຫລັງ ເມື່ອ ຮອດ ໂອກາດ ສໍາຄັນ ທີ່ ຈະອໍານວຍ ໃຫ້ ເເລະ ໂອກາດ ອັນ ເຫມາະສົມ!

ການຄຶດ ກັບ ໄປ ເຖິງ ຄວາມຫລັງ ພາໃຫ້ ຫານໄຊ ໄດ້ ຮູ້ຈັກ ກັບ ຄໍາວ່າ ສະຕິສັມປະຊັນຍະ ສ່ວນ ທີ່ ມັນ ຍັງ ມືດມົນ ຄ້າງຄາ ຢູ່ ໃນ ພາກສ່ວນ ຂອງ ສມອງ ເຂົາ ກໍ ຍັງຊອກ ເຂົ້າໃຈ ໄດ້ ອີກວ່າ ຢູ່ ໃນ ສະຕິມືດ ຍັງມີ ສະຕິໃສ ເເລະ ຢູ່ ໃນ ສະຕິໃສ ກໍ ຍັງມີ ສະຕິມືດ ທີ່ ບັນຈຸ ຢູ່ ໃນນັ້ນ ເມື່ອໃດ ທີ່ ມີ ສະຕິ ເເລະ ຄວາມນຶກຄຶດ ຈິງເເທ້ ເເລະ ເເຈ້ງຂາວ ເເທ້ ເມື່ອນັ້ນ ມັນ ກໍ ຈະເຮັດໃຫ້ ພາກສ່ວນ ຂອງ ສະຕິ ທີ່ ຍັງ ມືດມົນ ດັກອໍາໄວ້ ເເລະ ເຊື່ອງຊ້ອນ ໄວ້ ໃນ ສມອງ ນັ້ນ ເປີດໄຂ ຕົວ ຂອງມັນ ອອກມາເອງ ເເລ້ວ ກໍ ຈະກັບ ກາຍເປັນ ສະຕິ ເເຈ້ງໃສ ເເລະ ໄວວາ ການປິດອໍາ ນັ້ນ ມັນ ກໍ ປຽບທຽບ ໃສ່ ໄດ້ ຄື ກັບ ສະຕິມືດ ທີ່ ບໍ່ ເຫນັງຕີງ ທີ່ ຖືກຝັງໄວ້ ໃນ ສມອງ ມາ ຕັ້ງເເຕ່ ເຫິງນານ!

  • ຫານໄຊ: ເເມ່ນເເທ້ ຢູ່ ທາງ ລາວກາຍ ເເລະ ຢູ່ ຂົງເຂດ ເມືອງເເຖ່ງ ດຽນບຽນຟູ ຍັງມີ ຄົນ ປາກລາວ ຢູ່! ສ່ວນວ່າ ຂ້ອຍ ເອງ ເມື່ອໄດ້ ມີ ໂອກາດ ໄປຢູ່ ໄປປະຕິບັດງານ ຮ່ວມກັບ ກອງກໍາລັງ ວຽດນານ ຢູ່ ເເນວຫນ້າ ເປັນ ເວລານານ ພໍ ສົມຄວນ ຂ້ອຍ ຈໍາເປັນ ກໍຕ້ອງ ໄດ້ໃຊ້ ຄວາມພະຍາຍາມ ຮໍ່າຮຽນ ພາສາ ວຽດນາມ ນໍາ ຄົນ ວຽດນາມ ເພື່ອ ເຂົ້າໃຈ ຄົນວຽດນາມ ເລິກຂຶ້ນ ເເລະ ດີຂຶ້ນ ກວ່າເກົ່າ ເເລະ ໂດຍສະເພາະ ກໍ ເເມ່ນ ຄວາມສະດວກ ໃນ ການຕິດຕໍ່ ການເຂົ້າໃຈກັນ ວ່າ ໃຜເວົ້າຫຍັງ? ຢາກເຮັດຫຍັງ? ມີ ເຈຕນາ ຢາກ ປະຕິບັດຫຍັງ? ຈະວາງເເຜນກັນ ຈັ່ງໃດ? ເເລະ ເມື່ອໃດ? ດັ່ງນີ້ ເປັນຕົ້ນ! ເເນ່ນອນເເທ້ ທີ່ ວ່າ ມີ ຜູ້ຮັບຜິດຊອບ ຂັ້ນສູງ ຂອງ ຝ່າຍລາວ ເເລະ ພວກ ຊາວ ຫນຸ່ມລາວ ໄດ້ ໄປ ຮຽນ ເເລະ ໄດ້ໄປ ຝຶກຊ້ອມ ຢູ່ ຮາໂນຍ ເພື່ອ ໃຫ້ຮູ້ ເເລະ ສາມາດ ປະດິບັດ ເເຜນການ ອັນເລິກເເລບ ຂອງ ສະຫະພັນ ອິນໂດຈີນ ໃຫ້ໄດ້ ຢ່າງ ລະອຽດດີ ເນາະ!
  • ຫມໍ ທິວາວັນ: ໂອ! ຫານໄຊ ເຈົ້າ ເປັນ ຄົນສລາດ ຮຽນ ໄດ້ໄວ ຮູ້ຮຽນເອງ ໄປ ຮຽນ ຢູ່ ສນາມຣົບ ຮຽນ ຢູ່ ປ່າ ທ່າມກາງ ສຽງ ຣະເບີດ ກໍ ຍັງ ຮຽນໄດ້ ໂຮງຮຽນ ເເລະ ໂຕະຕັ່ງນັ່ງ ກໍບໍ່ມີ! ຜູ້ ຊິຮຽນໄດ້ ເມື່ອ ມີ ໂອກາດ ນ້ອຍດຽວ ກໍ ຮຽນໄດ້! ອີກຢ່າງນຶ່ງ ກໍ ໄດ້ ຮູ້ວ່າ ພວກ ນັກສຶກສາ ຫນຸ່ມ ທີ່ ໄດ້ໄປ ຮຽນມາ ສ່ວນຫລາຍ ເເມ່ນ ກັບມາ ເຮັດວຽກ ຢູ່ ຫ້ອງການ ເລຂາຊ່ວຍ ຫລື ວ່າ ມາ ເປັນ ທີ່ປຶກສາ ຂອງ ທາງ ຂັ້ນສູງ ຈົນ ຫມົດສ້ຽງ ເເມ່ນບໍ່? ພວກເຂົາເຈົ້າ ບໍ່ຄືກັນກັບ ຫານໄຊ! ສ່ວນ ວ່າ ຂ້ອຍເອງ ກໍຄືກັນກັບ ເຈົ້າ ເພາະ ຂ້ອຍ ຍັງ ຮຽນຢູ່ ມະຫາວິທຍາລັຍ ເເລະ ເມື່ອ ຮຽນຈົບ ສໍາເຣັດ ເເລ້ວ ກໍ ຈະອາສາສມັກ ອອກໄປ ປະຕິບັດງານ ຢູ່ ສນາມຣົບ ຕາມໂຄງການ ຂອງ ຣັຖບານ ໃນ ຍາມ ມີ ເສິກສົງຄາມ ເພື່ອ ຂັບໄລ່ ພວກ ຈັກພັດ ອະເມຣິກັນ! ເເຕ່ ປານນັ້ນ ກໍ ບໍ່ ສາມາດ ປຽບທຽບ ໃສ່ ເຈົ້າໄດ້! ເຈົ້າ ເປັນ ຄົນ ເຫມາະສົມ ດີເເທ້ ສົມກັບວ່າ ເປັນ ຕົວຢ່າງ ທີ່ດີ ໃຫ້ ເເກ່ ຫມົດທຸກຄົນ ເເລະ ໃຫ້ ເເກ່ ຄນະ ປະຕິວັດ ຂອງ ຝ່າຍລາວ ໄດ້!

ທ່ານຫມໍ ທິວາວັນ ເກີດມີ ຄວາມສົນໃຈ ໃນ ຕົວ ຂອງ ຫານໄຊ ຫລາຍຂຶ້ນ ເພາະ ເຂົາເວົ້າ ເເບບຄົນ ມີ ປະສົບປະການ ເເທ້! ເຂົາ ເວົ້າເເຈ້ງ ເເລະ ຕອບເເຈ້ງ ເຂົາ ບໍ່ ເວົ້າ ໃນ ຮູບວ່າ ຕົນເປັນ ນັກປະຕິວັດ ເເຕ່ ປະຕິບັດ ເເບບ ສັກດິນາ! ຄວາມເວົ້າ ຂອງເຂົາ ໄດ້ ສ່ອງເເຈ້ງ ອອກ ໃຫ້ ເຫັນວ່າ ເຂົາ ຮັກ ບ້ານເກີດ ເມືອງນອນ ຂອງເຂົາ ເເທ້ ເເລະ ກໍ ມີ ໃຜເເດ່ ໃນ ໂລກນີ້ ທີ່ ບໍ່ ຮັກບ້ານ ຮັກເມືອງ ຂອງ ຕົນເອງ?

  • ຫານໄຊ: ສິ່ງ ທີ່ ຫມໍ ທິວາວັນ ເວົ້າ ມາ ນັ້ນ ມີ ຄວາມຈິງ ພວກຫນຸ່ມ ທີ່ ຮຽນ ຈົບມາ ມັກ ເຮັດວຽກ ຢູ່ ໃນ ຖໍ້າ ເລິກ! ພວກເຂົາເຈົ້າ ບໍ່ ມັກ ອອກ ຫນ້າດິນ ເເລະ ບໍ່ ຊອກ ສົນໃຈ ຄື ທ່ານຫມໍ ໄປ ຮຽນຮູ້ ເບິ່ງ ສະພາບການ ຕົວຈິງ ຢູ່ ເເນວຫນ້າ ເເລ້ວ ເຮັດຈັ່ງໃດດີ ພວກເຂົາເຈົ້າ ຈຶ່ງ ຈະເປັນ ນັກປະຕິວັດ ໄດ້ເເທ້? ເເຕ່ ຂ້ອຍ ກໍ ໄດ້ກະ ຄະເນ ໄວ້ ເບິ່ງເເລ້ວ ວ່າ ໃນ ອະນາຄົດ ຂ້າງຫນ້າ ພວກ ພະນັກງານ ທີ່ ມີ ຫົວຄິດ ມັກຕິດເເທບ ຢູ່ ກັບ ນາຍ ນັ້ນ ຄົງຈະໄດ້ ມີ ຫນ້າທີ່ ເປັນດີ ຫມົດ! ອີກຢ່າງນຶ່ງ ພວກເຂົາເຈົ້າ ກໍ ໄດ້ຮຽນຮູ້ ໂຄງການ ເເລະ ພາກ ປະຕິບັດ ເເທ້ ຂອງ ສະຫະພັນ! ຂ້ອຍ ບໍ່ ໄດ້ໄປ ຮຽນຮູ້ ໂຄງການ ຂອງ ສະຫະພັນ ຢູ່ ຮາໂນຍ ເເຕ່ ຂ້ອຍ ກໍ ສາມາດ ຮູ້ ເເລະ ເຂົ້າໃຈເລິກ ໃນ ເເນວທາງ ເເລະ ຈຸດປະສົງ ອັນ ເເທ້ຈິງ ກ່ຽວກັບ ສະຫະພັນ!

ຄໍາເວົ້າ ຂອງ ທ່ານຫມໍ ພາໃຫ້ ຫານໄຊ ຄິດ ໄປ ວ່າ ເຫດຜົນ ອີກ ປະການ ນຶ່ງ ທີ່ ກອງກໍາລັງ ທະຫານ ວຽດນາມ ເຂົ້າມາ ລາວ ກໍ ຍ້ອນວ່າ ຝ່າຍ ລາວ ປະຕິບັດງານ ບໍ່ ໄດ້ຜົນ ທັນກັບ ຍຸທສາດ ກວມລວມ ພວກເຂົາ ເຂົ້າມາ ເຮັດ ເສິກ ສົງຄາມ ໃນ ລາວ ເເທນ ກອງກໍາລັງ ຝ່າຍ ນັກລີ້ ຮູ້ຊ່ອນ ຫລື ຝ່າຍ ນໍ ນຶ່ງ ລໍ ນຶ່ງ ຮໍ ນຶ່ງ ຊໍ ນຶ່ງ ນອກຈາກ ກອງພັນຣົບ ອາດຫານ ທີ່ ຢູ່ ພາຍໃຕ້ ການບັງຄັບບັນຊາ ຂອງ ຫານໄຊ ເເລ້ວ ພວກ ພະນັກງານ ຄົນອື່ນ ມັກ ຈະເຮັດວຽກ ເເຕ່ ຢູ່ ໃນ ຫ້ອງການ ຮູ້ ລີ້ຊ່ອນ ເເຕ່ ຢູ່ ໃນ ຖໍ້າ!! ນີ້ ເເມ່ນ ຄວາມຄິດ ໃຫຍ່ ທີ່ ທ່ານຫມໍ ວຽດນາມ ທິວາວັນ ທີ່ ຖືກສົ່ງມາ ເເຕ່ ຮາໂນຍ ຕາງຫນ້າ ຂອງ ສະຫະພັນ ອິນໂດຈີນ ເປັນ ຜູ້ເວົ້າເອງ!

  • ທ່ານຫມໍ: ພາກ ປະຕິບັດ ຂອງ ໂຄງການ ນັ້ນ ມັນ ບໍ່ ໄດ້ປະຕິບັດ ໄປ ຢ່າງນັ້ນດອກ! ມັນ ເຂົ້າໃຈ ຍາກ ກວ່ານັ້ນ ເຈົ້າ ຮູ້ ບໍ ວ່າ ຢູ່ ໃນ ສມັຍກ່ອນ ປະທານ ໂຮຈີມິນ ເຄີຍ ໄປນອນ ຢູ່ປ່າ ຢູ່ດົງ ເເລະ ຍັງ ຖືກ ຈັບ ອີກ ຫລາຍຄັ້ງ ຫລາຍຄາວ! ເເຕ່ວ່າ ໃນ ສະພາບການ ທັງຫລາຍ ເພິ່ນ ຮັກສາ ຄວາມລັບ ອັນ ສໍາຄັນ ໄວ້ຫມົດໄດ້ ເພິ່ນ ບອກເເຕ່ ສິ່ງທີ່ ຄວນບອກ! ຕັ້ງເເຕ່ ພວກ ໄປຮຽນມາ ເຂົາເຈົ້າ ຍັງ ບໍ່ ມີ ຊ່ອງທາງ ທີ່ ຈະເຂົ້າໃຈ ຫມົດໄດ້ ເພາະ ມັນ ມີ ກົດລັບ ທີ່ ບໍ່ ເປີດໄຂ ໃຫ້ຮູ້! ເເລ້ວ ເຈົ້າເອງ ກໍ ບໍ່ ເຄີຍ ໄດ້ໄປ ຮໍ່າຮຽນ ໂຄງການ ເຈົ້າ ຈະ ເຂົ້າໃຈ ໄດ້ ຢ່າງ ໃດກັນ?
  • ຫານໄຊ: ຂ້ອຍຊອກ ເຂົ້າໃຈ ໂຄງການ ຢູ່ ຫນ້າດິນ ດ້ວຍ ການເຮັດ ການທໍາ ການປາກ ການເວົ້າ ການລົມກັນ ການບຸກໂຈມຕີ ການຖອຍ ກອງກໍາລັງ ການໄດ້ຮັບບາດເຈັບ ເເລະ ໄດ້ໄຊຊນະ ນໍາກັນ ກັບ ນາຍທະຫານ ຊັ້ນສູງ ຂອງ ກອງກໍາລັງ ວຽດນາມ ຢູ່ ໃນ ສນາມຣົບ ດັ່ງນີ້ ເປັນ ຕົ້ນ!

ຫານໄຊ ຮູ້ ພາສາລາວ ດີເລີດ ເເລະ ຍັງຮູ້ ເວົ້າດາດ ເວົ້າເເຖ ຄື ຮູ້ ເວົ້າ ເພື່ອ ໃຫ້ ຄູ່ສົນທະນາ ເວົ້າເຜີຍເເຈ້ງ ອອກໄປ ຕື່ມອີກ! ເຂົາ ຫວນຄຶດ ສເມີ ເຖິງ ພໍ່ຕູ້ ຂອງເຂົາ ເພາະ ສໄມ ຍັງນ້ອຍ ລາວ ເຄີຍ ເລົ່າ ນິທານ ບັ້ງຜຍາລາວ ສູ່ຟັງ ຢູ່ ສເມີ ເມື່ອ ຫານໄຊ ໄດ້ຍິນ ນິທານ ຊຽງຫມ້ຽງ ເເລະ ສຽວສວາດ ຄັ້ງໃດ ກໍ ຫົວ ເເລະ ດີໃຈ ເຂົາ ຈື່ຈໍາ ນິທານ ໄດ້ດີ ຈົນ ສາມາດ ເລົ່າ ໃຫ້ຜູ້ອື່ນ ຟັງນໍາ ໄດ້ ເເຕ່ ຍັງຫນຸ່ມ ເຂົາຫົວ ລ້າໆ ດ້ວຍ ຄວາມມ່ວນຊື່ນ ເພາະ ບໍ່ ສາມາດ ເຂົ້າໃຈໄດ້ຫມົດ ບັດນີ້ ເມື່ອ ຕົນ ເຕີບໂຕ ໃຫຍ່ ຂຶ້ນມາ ກໍ ມີ ປະສົບ ປະການ ຫລາຍຂຶ້ນ ຄວາມກະຈ່າງເເຈ້ງ ກໍ ເກີດມີ ເເສງຮຸ່ງ ຫລາຍຂຶ້ນ ເເລະ ຊົດຊ່ວຍ ເຂົາໄດ້ ຫລາຍ ຂຶ້ນ!

  • ທ່ານຫມໍ: ຫານໄຊ ເຈົ້າ ເວົ້າ ຖືກຫມົດ! ຄວາມຈິງເເລ້ວ ໂຄງການ ອັນເລິກເເລບ ເເມ່ນ ພວກ ນາຍ ທະຫານ ຊັ້ນສູງ ຂອງ ກອງທັບ ວຽດນາມ ໄດ້ ນໍາເອົາມາ ປະຕິບັດ ຫມົດ ຢູ່ ໃນ ຫນ້າດິນ ຖ້າ ເຈົ້າ ເຂົ້າໃຈ ພວກເຂົາເຈົ້າ ສົນທະນາ ກັນ ຫລື ໄດ້ຮ່ວມ ວາງ ເເຜນການ ນໍາ ເຂົາເຈົ້າ ກໍ ເເປວ່າ ເຈົ້າ ສາມາດ ເຂົ້າໃຈ ໂຄງການລັບ ຂອງ ສະຫະພັນ ຢ່າງ ຄັກເເນ່ ເເລະ ກໍ ບໍ່ ຈໍາເປັນ ທີ່ ຈະ ໄປຮຽນ ຢູ່ ຮາໂນຍ! ຈຸດປະສົງ ຂອງ ການພົບພໍ້ ເຈົ້າ ໃນ ມື້ນີ້ ກໍ ຄືວ່າ ຂ້ອຍ ຢາກ ຂໍ ອອກໄປ ປະຕິບັດງານ ຢູ່ ເເນວຫນ້າ ນໍາເຈົ້າ ເພາະ ທາງ ຂັ້ນສູງ ຂອງ ຝ່າຍລາວ ກໍ ເຫັນດີ ນໍາເເລ້ວ ເເຕ່ ຂ້ອຍ ມາບອກ ເຈົ້າ ໃຫ້ ຮູ້ ກ່ອນ ອີກສອງສາມວັນ ເຈົ້າ ກໍ ຄົງ ຈະຖືກ ເເຕ່ງຕັ້ງ ເປັນ ທາງການ!
  • ຫານໄຊ: ຍິນດີ ຕ້ອນຮັບ ທ່ານຫມໍ ເຈົ້າ ຄົງ ໄດ້ຍິນ ເເລ້ວວ່າ ຊີວິດ ຢູ່ ໃນ ສນາມຣົບ ເເມ່ນ ຍາກລໍາບາກ ຫລາຍ ຂ້ອຍ ຫມາຍເຖິງ ການຢູ່ ການກິນ ການນອນ ການຣະວັງພັຍ ທາງບົກ ເເລະ ທາງອາກາດ ການລີ້ຊ້ອນຕົວ ຢູ່ ໃນປ່າ ໃນດົງ ການຮູ້ຮັກສາ ອະນາມັຍ ການຮູ້ ອົດທົນ ລໍຖ້າ ການຮູ້ ໃຊ້ ເວລາ ໃຫ້ ຖືກຕ້ອງ ຊັດເຈນ ໃນ ສນາມ ການຫິວ ອາຫານ ການຕື່ນຢ້ານ ການສູ້ທົນ ກັບ ສິ່ງເເວດລ້ອມ ອາກາດ ຫນາວ ເເດດ ຝົນ ການຮູ້ ທໍາໃຈເຢັນ ການເຂົ້າຮ່ວມ ໃນ ການສູ້ຣົບ ເເລະ ບາງທີ ກໍ ເເມ່ນ ຫລີກຫລົບ ລ້າຖອຍ ການຮັກສາ ຜູ້ ທີ່ ໄດ້ຮັບ ບາດເຈັບ ຢູ່ ສນາມຣົບ ບໍ່ ເເມ່ນ ຢູ່ ໂຮງຫມໍ ການ ທີ່ ເຫັນ ນັກຣົບ ທີ່ ເຮົາ ຮັກເເພງ ລົ້ມເສັຽຫາຍ ຕາຍເສັຽຈາກ ເຮົາໄປ ໃນ ສນາມຣົບ ທ່າມກາງ ການຍິງ ຂອງ ຝ່າຍສັດຕຣູ ການຮູ້ເສັຽ ຮູ້ໄຊຊະນະ ນີ້ ເເມ່ນ ບັນຍາກາດ ທີ່ ເວົ້າ ສູ່ ເຈົ້າ ຟັງ ໂດຍ ສັງເຂບ! ຫມໍ ທິວາວັນ ໄປ ຮ່ວມ ປະຕິບັດງານ ຢູ່ ນໍາ ກອງພັນຣົບ ຂອງ ພວກເຮົາ ກໍ ຈະ ເປັນ ການດີ ທີ່ສຸດ ເພາະ ຈະເປັນ ຢາ ກໍາລັງໃຈ ເເລະ ພວກທີ່ ມີ ບັນຫາ ເຈັບປ່ວຍ ເພາະ ພວກເຂົາເຈົ້າ ຈະມີ ໂຊກດີ ເພາະ ຈະຖືກ ປິ່ນປົວ ຢ່າງ ທັນໃຈ ຢູ່ ກັບທີ່! ສໍາຄັນ ທີ່ສຸດ ກໍ ເເມ່ນ ການຮູ້ສູ້ທົນ ກັບ ການ ຢູ່ປ່ຽວ!!
  • ຫມໍ ທິວາວັນ: ຂ້ອຍ ດີໃຈ ທີ່ ເຈົ້າ ໄດ້ ວາດພາບ ຄວາມເປັນຈິງ ໃຫ້ ຂ້ອຍຟັງ! ໃນ ໂອກາດ ນີ້ ຂ້ອຍ ມີ ຄວາມຍິນດີ ບອກໃຫ້ ເຈົ້າ ຮູ້ ຊື່ເເທ້ ຂອງຂ້ອຍ ເປັນ ພາສາ ວຽດນາມ ເເຕ່ ບັດນີ້ ໄປ ເຈົ້າ ເອີ້ນຂ້ອຍ ວ່າ ຫມໍ ຫງຽນ ທິທູ ກໍໄດ້! ເເມ່ນ ກົມກອງ ຂອງຂ້ອຍ ຢູ່ ວຽດນາມ ທີ່ ເປັນ ຜູ້ເລືອກ ຊື່ລາວ ໃຫ້ ເເກ່ຂ້ອຍ! ພໍ່ ຂອງ ຂ້ອຍ ທີ່ ເປັນ ໄທດໍາ ເເຫ່ງ ດຽນບຽນຟູ ລາວ ກໍ ມີ ຄວາມດີໃຈ ທີ່ ໄດ້ຍິນ ຊື່ນີ້! ຂ້ອຍ ດີໃຈ ທີ່ ເຈົ້າ ເຫັນດີ ໃຫ້ ຂ້ອຍ ໄປຮ່ວມທາງ ນໍາ! ໃຫ້ ຫານໄຊ ເຂົ້າໃຈ ດີວ່າ ເເມ່ນ ເທື່ອ ທໍາອິດ ທີ່ ຂ້ອຍ ມີ ຄວາມ ເຕັມໃຈ ອອກ ຮ່ວມ ເດີນທາງ ໄປໄກ ໄປດົນ ເເລະ ສ່ຽງພັຍ ຮ່ວມ ກັບ ບຸກຄົນ ທີ່ ຂ້ອຍ ຫາ ກໍ ເລີ້ມຮູ້! ສິ່ງ ທີ່ ເຈົ້າ ໄດ້ ກ່າວມາ ເປັນ ຫົວຂໍ້ ຂ້ອຍ ກໍ ເຄິຍ ໄດ້ຍິນ ເເລະ ໄດ້ຮຽນຮູ້ ເເຕ່ ຂ້ອຍ ເຊື່ອເເນ່ ວ່າ ຕາບໃດ ທີ່ ຂ້ອຍ ຍັງ ບໍ່ ທັນ ໄດ້ຢູ່ ກັບບ່ອນ ກັບທີ່ ເເລະ ຍັງ ບໍ່ ທັນ ໄດ້ພົບພໍ້ ກັບ ຄວາມຈິງ ສະພາບຈິງ ຕາບນັ້ນ ຂ້ອຍ ກໍ ຈະ ບໍ່ ສາມາດ ເຂົ້າໃຈ ສາກ ເຣື່ອງ ອັນເເທ້ຈິງ ຂອງມັນ! ຫານໄຊ ເຈົ້າ ຮູ້ ບໍ ວ່າ ຂ້ອຍ ຍັງ ມີ ອາຍຸ ເເຕ່ ພຽງ ໒໕ ປີ ຫົນທາງເດີນ ຍັງໄກ ທີ່ ຂ້ອຍ ຕ້ອງ ມີ ມານະ ໃຊ້ ຄວາມພຍາຍາມ ປະຕິບັດງານ ເພື່ອ ໃຫ້ ໄດ້ ຜົນສໍາເຣັດ!
  • ຫານໄຊ: ດີໃຈ ທີ່ ໄດ້ຮູ້ ຊື່ວຽດ ເເລະ ອາຍຸ ຂອງເຈົ້າ! ຄັນຊັ້ນ ຂ້ອຍ ກໍ ມີ ອາຍຸ ລື່ນ ເຈົ້າ ປີນຶ່ງ! ຂ້ອຍ ຈະ ຂໍ ເອົາ ຊີວິດ ຊ່ວຍຮັກສາ ປ້ອງກັນ ເຈົ້າ ຢ່າງ ສຸດ ຄວາມສາມາດ! ຫມໍ ຮູ້ ບໍ ວ່າ ບາງຄັ້ງ ບາງຄາວ ຂ້ອຍ ເຄີຍ ໄດ້ເຫັນ ນັກຣົບ ຜູ້ ກ້າຫານ ອົດກັ້ນ ນໍ້າຕາ ໄວ້ ບໍ່ໄດ້ ຍ້ອນພວກເຂົາ ຄິດຮອດ ຄວາມຮັກ ເເລະ ຄິດຮອດ ຄອບຄົວ! ບາງທີ ການທີ່ ໄດ້ຍິນ ສຽງ ໄດ້ຍິນ ຄໍາເວົ້າ ການພົບເຫັນ ທາງສາຍຕາ ການເກີດ ມີ ຄວາມດີໃຈ ການຢູ່ເປົ່າປ່ຽວ ເເລະ ການຂາດ ຄວາມອົບອຸ່ນ ກໍ ພາໃຫ້ ເກີດ ມີ ຄວາມຄຶດຮອດ ຄຶດເຖິງ ໄດ້!!
  • ຫມໍ ທິວາວັນ: ຫານໄຊ ເຈົ້າ ຄື ຊ່າງເວົ້າຊ່າງວ່າ ພາໃຫ້ ຖຶກອົກ ຖືກໃຈ ຄົນ ເປັນເເທ້! ຂ້ອຍ ດີໃຈ ເເລະ ຮູ້ສຶກ ມີຄວາມ ໄວ້ເນື້ອ ເຊື່ອໃຈ ນໍາເຈົ້າ ສໍາລັບ ມື້ນີ້ ການ ພົບພໍ້ ໂອ້ລົມ ກໍ ຈົບລົງ ພຽງທໍ່ນີ້ ເນາະ! ຂ້ອຍ ຫນາວ ຫູ ຫນາວ ມື ຫນາວ ໄປ ທົ່ວ ຮ່າງກາຍ! ຫານໄຊ ຮູ້ ບໍ່ວ່າ ບ່ອນໃດ ມີ ກອງໄຟ ຝີງ? ພາຂ້ອຍ ໄປ ຊອກຫາ ຂາງມື ໄຫ້ ມີ ຄວາມ ອົບອຸ່ນ ກ່ອນຯ ຈະໄປ ເຮັດວຽກຕໍ່ໄປ!
  • ຫານໄຊ: ບໍ່ມີ ບັນຫາ ໄປ ຊິພາ ໄປ ຝິງໄຟ ໃຫ້ ອຸ່ນອົກອຸ່ນໃຈ!

ຫລັງຈາກ ໄດ້ໄປ ຊອກ ຝິງໄຟ ເເລ້ວ ຫານໄຊ ກໍ ໄດ້ພາ ຫມໍ ທິວາວັນ ໄປຊອກ ທ່ຽວ ສັງເກດ ເບິ່ງ ຫມູ່ບ້ານ ຕ່າງໆ ຂອງ ເມືອງ ວຽງໄຊ ພວກເຂົາ ໄດ້ ພົບເຫັນ ຂຸມລີ້ພັຍ ເເລະ ບໍຣິເວນ ທີ່ ຖືກ ເຄື່ອງບິນ ຂອງ ຈັກພັດ ອະເມຣິກັນ ຖິ້ມ ຣະເບີດ ໃສ່ ຫລັງຈາກນັ້ນ ເຂົາ ເຈົ້າ ກໍ ໄດ້ໄປເບິ່ງ ໂຮງຫມໍ ທີ່ ມີ ໄທບ້ານ ໄທເມືອງ ເສັຽອົງຄະ ຍ້ອນ ສະເກັດ ຣະເບີດ ຂອງ ເຄື່ອງບິນ ຍຸທສາດ ຂັບໄລ່ ເເລະ ຖິ້ມ ຣະເບີດ ເເອຟ ໔ ເເອຟ ໔ ເຊ!

ທິວາວັນ ເເລະ ຫານໄຊ ເຂົ້າ ໄປ ສູ່ ພື້ນທີ່ ຫນ້າດິນ

ທ່ານຫມໍ ທິວາວັນ ໄດ້ ຫ້າງຫາ ການຈັດຕັ້ງ ເຂົາ ບອກໃຫ້ ພຍາບານ ສີ່ຄົນ ທີ່ ຮ່ວມ ໄປນໍາ ເຮັດ ການຈັດເເຈງ ຫ້າງຫາ ເອົາ ຢຸກຢາທານັງ ເຄື່ອງ ພຍາບານ ພ້ອມດ້ວຍ ເຄື່ອງ ຂອງ ອີ່ນໆ ທີ່ ຈໍາເປັນ ພວກສ່ວນ ທີ່ ຍັງເຫລືອ ໃຫ້ ປະຕິບັດ ຫນ້າທີ່ ປິ່ນປົວ ເເລະ ສິດສອນ ຢູ່ ເມືອງ ວຽງໄຊ ເເລະ ຊໍາເຫນືອ ຫານໄຊ ໄດ້ ຂຶ້ນມາ ກອງບັນຊາການ ກັບ ທະຫານ ປ້ອງກັນຕົວ ສາມຄົນ ພໍ ເມື່ອ ຮອດຕົ້ນ ອາທິດ ຂອງ ເດືອນ ຊັງວີເຢ ໑໙໖໕ ພວກ ເຂົາເຈົ້າ ທັງ ເເປດຄົນ ກໍ ໄດ້ ພາກັນ ອອກຍ່າງ ເດີນທາງ ໄປ ສູ່ ຈຸດ ທ້ອນໂຮມ ທີ່ ຢູ່ ຫ່າງໄກ ຈາກ ກອງ ບັນຊາການ ວຽງໄຊ ໄປ ປະມານ ໑໐ ຫລັກ ຫານໄຊ ໄດ້ ເລືອກ ເອົາ ຖໍ້າ ເປັນ ຈຸດທ້ອນໂຮມ ເເລະ ໄດ້ ຈັດວາງ ຈຸ ຣະວັງພັຍ ໗ ຄົນ ຫລື ສ່ວນ ທີ່ ຍັງເຫລືອ ຂອງ ຫມູ່ ເເນວຣົບ ເອົາໄວ້ ລໍຖ້າ ຕ້ອນຮັບ ບັດ ຂາກັບ! ອາກາດ ຂອງ ວັນນັ້ນ ກໍ ຫນາວ ເເລະ ມີ ນໍ້າຫມອກ ກຸ້ມກົ້ວ ທົ່ວທຸກ ຫົວພູສູງ ນັ້ນ! ເມື່ອ ມາຮອດ ໃກ້ ປາກຖໍ້າ ປະມານ ໕໐ ເເມດ ພວກເຂົາ ກໍ ໄດ້ ຍິນສຽງ ເຄຶ່ອງບິນ ຍຸທສາດ ຊນິດ ໃຫມ່ອ່ຽມ ເເອຟ ໑໐໕ ( ເຂົາ ຮູ້ ຕາມຂ່າວ ທີ່ ໄດ້ຮັບ ) ຂອງ ພວກ ອະເມຣິກັນ ມາ ຖິ້ມຣະເບີດ ໃສ່ ເມືອງ ວຽງໄຊ ເເລະ ຖິ້ມ ຕໍ່ ເປັນ ສາຍໄປ ຕັ້ງເເຕ່ ທາງໃນເມືອງ ຈົນ ມາຮອດ ບ່ອນ ທີ່ ພວກເຂົາ ຢູ່! ຫນ່ວຍ ຣະເບີດ ໃຫຍ່ ປະມານ ສາມ ສີ່ ລູກ ໄດ້ ຕົກເເຕກ ທໍາຣາຍ ຕົ້ນໄມ້ໃຫຍ່ ຫລາຍຕົ້ນ ພໍສົມຄວນ! ພົລພຍາບານ ທີ່ ເປ້ ເຄື່ອງຫນັກ ໄດ້ພາກັນ ເເຕກຕື່ນ ຫລາຍ ຈົນ ຮອດຂັ້ນ ລົ້ມກຸ່ນ ຫົວດວນ ລົງດິນ ໄປ ເປັນ ຕະພຶດຕະພື!

  • ຫມໍ ທິວາວັນ: ຫານໄຊ! ຟ້າວ ມາ ຊ່ວຍຂ້ອຍ ເເດ່ ຂ້ອຍ ບໍ່ຮູ້ ທາງໄປ!
  • ຫານໄຊ: ທໍາໃຈ ເຢັນໆ ຢ່າ ພາກັນ ເເຕກຕື່ນ!ເຮົາ ຍັງ ຢູ່ ເຂດ ປົດປ່ອຍ ຢູ່ ເເຕ່ວ່າ ກໍ ຕ້ອງ ໄດ້ ຣະວັງພັຍ ມາຈາກ ທາງ ອາກາດ!

ຫານໄຊ ບໍ່ ມີ ຄວາມຢ້ານກົວ ເເຕ່ ຢ່າງໃດ ເພາະ ເຂົາ ຮູ້ ກະ ໄລຍະ ເເຕ່ ບ່ອນ ທີ່ ຣະເບີດ ຕົກ ຫາ ບ່ອນ ນັດພົບ ຫມໍ ທິວາວັນ ຟ້າວ ເເລ່ນ ຫລົງ ມາກອດ ຫານໄຊ ທີ່ ກໍາລັງ ເອີ້ນ ບອກ ບໍ່ ໃຫ້ ພາກັນ ເເຕກຕື່ນ ເເລະ ຢ້ານກົວ! ຫານໄຊ ໄດ້ ພາ ຫມໍ ທິວາວັນ ຫມູບລົງ ລີ້ພັຍ ນ້ອຍນຶ່ງ ເເລ້ວ ກໍ ພາກັນ ຍ່າງ ດ້ວຍ ຄວາມຣະມັດຣະວັງ ເຂົ້າ ໄປ ໃນ ຖໍ້າ ຢ່າງ ຄົບຫນ້າຖ້ວນຕາ! ນາຍຫມູ່ ສິງທອງ ໄດ້ ມາ ຕຣຽມ ລໍຖ້າ ຕ້ອນຮັບ ພວກເຂົາ ຢູ່ ທາງເຂົ້າ ຖໍ້າ ຕາມ ການນັດຫມາຍ ໄວ້ ເເລະ ໄດ້ ເເນະນໍາ ໃຫ້ ຫມົດ ທຸກຄົນ ພາກັນ ປົງ ເຄື່ອງ ວາງໄວ້ ຢ່າງ ເປັນ ຣະບຽບ ຮຽບຮ້ອຍ ເເລະ ນັ່ງ ເຊົາ ພັກຜ່ອນ! ຫລັງຈາກນັ້ນ ເຂົາ ກໍ ໄດ້ ຣາຍງານ ຢ່າງ ລະອຽດ ໃຫ້ ຜູ້ບັງຄັບ ກອງພັນ ຂອງ ຕົນ ຊາບ! ຫານໄຊ ໄດ້ໃຊ້ ເຄື່ອງ ສື່ສານ ຕິດຕໍ່ກັບ ກອງພັນ ຂອງເຂົາ ທີ່ ຕັ້ງຫມັ້ນ ຢູ່ ຫ່າງຈາກ ນັ້ນໄປ ປະມານ ໓໐ ຫລັກ ຜູ້ລອງ ຜູ້ບັງຄັບ ກອງພັນ ທີ່ ມີ ຫນ້າທີ່ ຮັບຜິດຊອບເເທນ ໃນ ຍາມ ທີ່ ຫານໄຊ ບໍ່ຢູ່ ໄດ້ ຣາຍງານ ມາວ່າ ທຸກຢ່າງ ຮຽບຮ້ອຍດີ ເເລະ ປອດພັຍດີ ເຂົາ ຍັງ ໄດ້ ບອກ ຫານໄຊ ມາອີກວ່າ ເຂົາ ໄດ້ ສົ່ງ ກໍາລັງ ຫມູ່ ນຶ່ງ ໑໐ ຄົນ ໃຫ້ ອອກ ໄປ ລາດຕາເວນ ກວດກາ ເບິ່ງ ຄວາມປອດພັຍ ຢ່າງ ເເນ່ນອນ ຕາມ ເສັ້ນທາງ ກັບຄືນ ຂອງ ຫານໄຊ ຊຶ່ງ ເປັນ ຜູ້ບັງຄັບ ກອງພັນ!

ຫານໄຊ ໄດ້ຮັບໃຊ້ ການສູ້ຣົບ ອັນ ຫນັກຫນ່ວງນີ້ ເປັນ ເວລາ ເກືອບ ເຂົ້າ ສາມປີ ຢູ່ ເເຂວງ ຊຽງຂວາງ ເເຕ່ ເມືອງຄໍາ ບ້ານບານ ເມືອງຄູນ ໂພນສັວນ ທົ່ງໄຫຫີນ ບ້ານນາ ໄປຫາ ເຂດ ພູຫມອກ ເເລະ ຊໍາທອງ ລ່ອງເເຈ້ງ ! ກອງ ພັນຣົບ ຂອງ ຫານໄຊ ກໍ ໄດ້ຮັບ ອະນຸຍາດ ເປັນ ພິເສດ ໃຫ້ ຂຶ້ນມາ ພັກຜ່ອນ ເເລະ ຝຶກຊ້ອມ ຍຸທວິທີ ເເລະ ຍຸທສາດ ໃຫມ່ ຢູ່ ທີ່ ບໍຣິເວນ ອ້ອມເເອ້ມ ເມືອງ ວຽງໄຊ ຫລັງຈາກນັ້ນ ຈຶ່ງ ຕ້ອງ ກັບຄືນ ສູ່ ເເນວຫນ້າ! ກອງພັນ ຂອງ ຫານໄຊ ໄດ້ ມາ ຕັ້ງຫມັ້ນ ຢູ່ ຄ້າຍ ເເຫ່ງ ນຶ່ງ ທີ່ ຢູ່ ໃກ້ໆ ກັບ ບໍຣິເວນ ສູນ ຝຶກຊ້ອມ ການຣົບ ທີ່ ມີ ຫນ້າດິນ ກວ້າງ ພຽງພໍ ສໍາລັບ ຝຶກ ທຸກ ຂເເນງ ເຊັ່ນ ການຊ້ອມ ຍິງເປົ້າ ໃຫ້ ເເນ່ ເລີດ ການຊ້ອມ ເເຮງເເລ່ນ ຂ້າມ ອຸປສັກ ຊ້ອມ ການສູ້ ຕົວຕໍ່ຕົວ ເເລະ ອື່ນໆ ! ຢູ່ ໃກ້ ຄຽງ ກັນ ໄປ ກໍ ມີ ກົມ ກອງ ຍານ ພາຫະນະ ຂົນສົ່ງ ເເລະ ສາງ ອາວຸດ ຍຸດໂທປະກອນ ສໍາຄັນ ອີກ! ເປັນ ບໍຣິເວນ ກັ້ງບັງ ປອດພັຍ ທີ່ ບໍ່ ສາມາດ ເຫັນ ໄດ້ ດ້ວຍ ການ ສັງເກດການ ທາງ ເຄື່ອງບິນຣົບ ໃນ ການຖິ້ມ ຣະເບີດ ! ຫານໄຊ ໄດ້ ສັ່ງ ໃຫ້ ຜູ້ຣອງ ກອງພັນ ໃຫ້ ປະຕິບັດ ໄປ ຕາມ ເເຜນ ຄື ກອງຮ້ອຍນຶ່ງ ເເລະ ສອງ ເລີ້ມ ອອກ ເຄື່ອນທີ່ ເປັນ ຂັ້ນໆ ຢ່າງ ປອດພັຍ ເເບບ ໃຈເຢັນ ອັນ ເປັນ ຣະບຽບ ເລີ້ມ ເເຕ່ ຫ້າ ໂມງ ເຊົ້າ ມື້ອື່ນ ໄປ ໃຫ້ ຖືກ ຊັດເຈນ ຄັກ ກັບ ເວລາ ທີ່ ໄດ້ ກະໄວ້! ຫລັງຈາກນັ້ນ ກອງຮ້ອຍ ບັນຊາການ ຈະເຄື່ອນ ຕິດຕາມ ອອກໄປ ໃນ ມື້ ຮຸ່ງເຊົ້າ ຂອງ ວັນ ຕໍ່ໄປ! ຜູ້ຣອງ ໄດ້ຕອບ ຄືນມາ ວ່າ ໄດ້ ເຂົ້າໃຈ ທຸກຢ່າງ ເປັນ ຢ່າງດີ ເເລະ ຍັງ ເພີ່ມ ຕໍ່ໄປອີກວ່າ ໃຫ້ ໄປ ເຫັນກັນ ຢູ່ ຈຸດ ນັດພົບ ທີ່ ບ້ານ ນາ! ຫານໄຊ ຄຶດເຖິງ ເມື່ອ ຕອນ ທີ່ ຕົນ ໄດ້ມາ ເເອບ ຝຶກຊ້ອມ ຢູ່ ເເຫ່ງນີ້ ຫລັງຈາກ ທີ່ ໄດ້ ຖືກຈັບ ໃຫ້ ມາເປັນ ທະຫານ ໃຫມ່! ຫານໄຊ ເປັນ ຄົນ ຮູ້ ສັງເກດ ຮຽນຮູ້ ເອົາເອງ ດ້ວຍ ປະສົບປະການ ຢູ່ ໃນ ສນາມຣົບ ຈົນ ວ່າ ໄດ້ ເລື່ອນ ຊັ້ນ ຂຶ້ນ ມາ ຕາມ ລໍາດັບ ຈົນຮອດ ຂັ້ນ ນາຍຮ້ອຍ ເເລະ ຍັງ ໄດ້ຖືກ ເເຕ່ງຕັ້ງ ໃຫ້ ມາ ເປັນ ອາຈານ ສອນ ຝຶກຊ້ອມ ນາຍ ເເລະ ພົລທະຫານ ຢູ່ ໃນ ບໍຣິເວນ ສູນຝຶກ ເເຫ່ງນີ້! ເຂົາ ຮູ້ ຄົນ ທຸກຄົນ ໃນ ທີ່ ນີ້ ເປັນ ຢ່າງດີ! ຫານໄຊ ເຂົ້າໃຈ ດີ ວ່າ ເຫດຜົນ ສໍາຄັນ ປະການ ນຶ່ງ ທີ່ ທາງ ຂັ້ນສູງ ໄດ້ສັ່ງ ໃຫ້ ຕົນ ກັບ ຂຶ້ນມາ ວຽງໄຊ ເທື່ອນີ້ ກໍ ເພາະວ່າ ມີ ຈຸດປະສົງ ໃຫ້ ຕົນ ມາ ພົບພໍ້ ກັບ ທ່ານຫມໍ ທິວາວັນ! ປະການສອງ ກໍ ເເມ່ນ ກັບມາ ຝຶກຊ້ອມ ໃຫ້ ກອງກໍາລັງ ເເຂງເເຮງ ຂຶ້ນ ເເລະ ມີ ປະສິດທິພາບດີ ເເລ້ວ ຈຶ່ງ ກັບ ຄືນໄປ ສູ້ຣົບ ຂຍາຍ ເຂດ ປົດປ່ອຍ ຄືບຫນ້າ ກວ້າງອອກ ຕໍ່ໄປ ເພາະ ຖ້າ ມາ ສຶກສາ ເບິ່ງ ທາງ ຜົນໄດ້ ທາງ ຍຸທສາດ ເເລ້ວ ຝ່າຍ ເເນວລາວ ຮັກຊາດ ຍຶດໄດ້ ເກືອບຫມົດ ເເຂວງ ຊຽງຂວາງ ເປັນ ເຂດ ປົດປ່ອຍ ຄື ວ່າ ນັບຕັ້ງເເຕ່ ປີ ໑໙໖໑ ເປັນຕົ້ນມາ ກໍ ຄົງຍັງ ເຫລືອ ເເຕ່ພຽງ ທາງ ພາກໃຕ້ ຂອງ ເຂດ ເເຂວງ ລົງໄປ ຄື ຕັ້ງເເຕ່ ສາຍ ພູຫມອກ ເເລະ ຊໍາທອງ ລ່ອງເເຈ້ງ ທີ່ ຍັງ ປົດປ່ອຍ ເອົາບໍ່ ທັນໄດ້! ຕໍ່ມາ ນາຍ ຫມູ່ ສິງທອງ ໄດ້ເຂົ້າມາ ຣາຍງານ ຜບ ກອງພັນ ວ່າ ເຂົາໄດ້ ຈັດ ປະກອບ ຫມູ່ ເເນວຣົບ ຄືນ ເເລະ ໄດ້ ບອກ ໃຫ້ ນາຍຈຸ ທັງສອງ ຄົນ ຮັກສາ ຄວາມປອດພັຍ ອ້ອມ ບໍຣິເວນ ທີ່ ພັກເຊົາ ຢູ່ນັ້ນ! ຫານໄຊ ໄດ້ບອກ ໃຫ້ ນາຍຫມູ່ ຊາບວ່າ ເຂົາ ມີ ເຈຕນາ ຈະ ພັກຜ່ອນ ຢູ່ ທີ່ ນີ້ ຈົນຮອດ ມີ້ອື່ນເຊົ້າ ເເລ້ວ ຈຶ່ງ ຈະອອກ ເຄື່ອນທີ່ ຕໍ່ໄປ ຍັງ ບ່ອນ ຕັ້ງຫມັ້ນ ຊົ່ວຄາວ ຂອງ ກອງພັນ ເເລະ ຍັງ ບອກໄປ ຕື່ມ ອີກ ເພື່ອ ໃຫ້ ກໍາກັບ ອາຫານ ເເລງ ເເລະ ບ່ອນຢູ່ ບ່ອນນອນ ທຸກປະການ ໃຫ້ ຈົບ ຢ່າງ ລະອຽດ ດີ! ເພື່ອ ຄວາມສະດວກ ເເລະ ຄວາມປອດພັຍ ຫານໄຊ ໄດ້ ຍ່າງໄປ ຍ່າງມາ ຫາ ກອງບັນຊາການ ສູງສຸດ ເເລະ ໄດ້ໃຊ້ ຖໍ້າ ເເຫ່ງນີ້ ເປັນ ບ່ອນ ຢຸດພັກເຊົາ! ກອງ ກໍາລັງ ຂອງເຂົາ ມີ ຄວາມຊໍານິຊໍານານ ດີ ເເລະ ລຶ້ງເຄີຍ ໃນ ການຕຣຽມ ຫ້າງຫາ ສະຖານທີ່ ພັກເຊົາ ໃນ ເກືອບ ທຸກໆ ຖໍ້າ ຢູ່ ໃນ ເຂດ ການຍຶດຄອງ ຊຶ່ງ ໃນນັ້ນ ພວກເຂົາ ໄດ້ ຫ້າງຫາ ໃຫ້ ມີ ອູ່ ທີ່ ເຮັດ ດ້ວຍປໍ ດ້ວຍຫວາຍ ໃຫ້ມີ ຕຽງນອນ ທທີ່ ເຮັດ ດ້ວຍ ໄມ້ໄຜ່ ເເລະ ໃຫ້ມີ ສະເເນນ ໃຊ້ ນັ່ງ ເເລະ ໃຊ້ ນອນ! ຫານໄຊ ຝຶກເເອບ ໃຫ້ ກອງພັນເຂົາ ຮູ້ ການຈັດຕັ້ງ ທາງ ເບື້ອງຫລັງ ຢ່າງຄັກເເນ່ ເພື່ອ ຄວາມສະດວກ ເເລະ ເພື່ອ ບໍ່ ໃຫ້ ເສັຽ ເວລາ ໃນ ການລ່າຖອຍກັບ ຍາມ ຮີບດ່ວນ!

  • ຫມໍ ທິວາວັນ: ຫານໄຊ ຂໍໂທດ ເດີ ວ່າງນຶ່ງນີ້ ຂ້ອຍ ມີຄວາມຕື່ນ ນ້ອຍນຶ່ງ ຂ້ອຍໂລດ ຫລົງ ເເລ່ນໄປກອດເຈົ້າ ຍ້ອນວ່າ ສຽງ ຣະເບີດ ມັນດັງ ເເຮງຫລາຍ! ເເລະ ຂອບໃຈ ທີ່ ເຈົ້າ ໄດ້ຊ່ວຍ ດຶງ ເເຂນຂ້ອຍ ຫມູບລົງ ຕິດເເທບກັນ ໃສ່ ຖືກ ບ່ອນ ກັ້ງບັງ ທີ່ ປອດພັຍ ພໍດີ!
  • ຫານໄຊ: ບໍ່ ເປັນຫຍັງ ເທື່ອນີ້ ເປັນ ເທື່ອ ທໍາອິດ ທີ່ ເຈົ້າ ໄດ້ ພົບ ກັບ ຄວາມຈິງ ຂອງ ສນາມ! ເເລງມື້ນີ້ ເຮົາ ພາກັນ ພັກຜ່ອນ ຢູ່ ໃນ ຖໍ້າ ບ່ອນນີ້ ເເລ້ວ ມື້ອື່ນເຊົ້າ ຈຶ່ງ ພາກັນ ເດີນທາງ ເຄື່ອນທີ່ ຕໍ່ໄປ ສູ່ ບ່ອນ ຈຸດ ຕັ້ງຫມັ້ນ ຂອງ ກອງພັນ! ພວກເຮົາ ໄດ້ຍ່າງ ມາ ຮອດ ບ່ອນນີ້ ດ້ວຍ ຄວາມປອດພັຍ ເເຕ່ວ່າ ຫມໍ ຮູ້ສຶກ ມີ ຄວາມອິດເມື່ອຍ ບໍ?
  • ຫມໍ: ບໍ່ ຂ້ອຍ ບໍ່ ໄດ້ ອິດເມື່ອຍດອກ!ຂໍ ໃຫ້ ເປັນ ໄປ ຕາມ ເເຜນການ ຂອງ ຫານໄຊ!ຮູ້ ບໍ່ ວ່າ ຄໍ່າຄືນ ມື້ເເລງ ນີ້ ເເມ່ນ ຄືນ ທໍາອິດ ທີ່ ຂ້ອຍ ນອນ ຢູ່ ໃນ ຖໍ້າ ເເຕ່ ວ່າ ບໍ່ໄດ້ ນອນ ຜູ້ດຽວ ມີ ຫານໄຊ ເປັນເພື່ອນ ຮ່ວມ ນອນ ຢູ່ ທາງຂ້າງ ຕຽງ ເເມ່ນ ບໍ່? ເເລ້ວ ຄວາມ ປອດພັຍ ເເລະ ຄວາມ ອົບອຸ່ນ ກໍຈະມີ!
  • ຫານໄຊ: ຖໍ້າ ບ່ອນນີ້ ໃຫຍ່ ພໍສົມຄວນ ນາຍຫມູ່ ສິງທອງ ໄດ້ ຈັດເເປງຫ້ອງ ພິເສດ ຕຣຽມ ຕ້ອນຮັບ ຫມໍ ທິວາວັນ ຫລືວ່າ ຫມໍ ຈະໄປນອນ ຫ້ອງ ນັ້ນ ພຽງເເຕ່ ຜູ້ດຽວ ກໍ ໄດ້ ອີກຢ່າງນຶ່ງ ສາຍລົມ ມັນ ກໍ ບໍ່ ພັດ ຖັ່ງ ເຂົ້າໄປ ຮອດ ທາງໃນ ພຸ້ນ?
  • ທິວາວັນ: ສໍາລັບ ຄືນ ທໍາອິດ ຂ້ອຍຂໍ ນອນ ໄກ້ ກັບເຈົ້າ! ຫານໄຊ ຮູ້ ບໍ່ວ່າ ຂ້ອຍ ຍັງ ເປັນ ໂສດ ຢູ່ ຂ້ອຍ ຮຽນ ເປັນ ນາຍຫມໍ ຂ້ອຍ ລຶ້ງເຄີຍ ປິ່ນປົວ ຜູ້ຍິງ ເເລະ ຜູ້ຊາຍ ທົ່ວໄປ ເຖິງ ຢ່າງ ໃດ ກໍເເມ່ນ ເທື່ອ ທີນຶ່ງ ເເທ້ຯ ທີ່ ຂ້ອຍ ນອນກາງຄືນ ຢູ່ ໃນຖໍ້າ ໄກ້ ຜູ້ຊາຍ ເເຕ່ ກໍ ເຫັນວ່າ ເປັນ ໂຊກດີ ທີ່ ໄດ້ ນອນໄກ້ ຜູ້ຊາຍ ທີ່ ເເຂງເເຮງ ເເລະ ກ້າຫານ ຄື ເຈົ້າ!
  • ຫານໄຊ: ມີ ຄວາມຍິນດີ ຖ້າຫາກ ເປັນ ຄວາມປະສົງ ເເລະ ຄວາມຕ້ອງການ ຂອງ ຫມໍ ເອງ! ຂ້ອຍ ເອງ ກໍ ຍັງ ເປັນໂສດ ຢູ່ຄືກັນ!

ກ່ອນ ໃກ້ ຈະຄໍ່າ ຫານໄຊ ໄດ້ ໄປຊອກ ເກັບ ເອົາ ດອກໄມ້ປ່າ ທີ່ ປົ່ງ ເກີດ ຢູ່ ຕາມ ອ້ອມເເອ້ມ ຂອງ ບໍຣິເວນ ຖໍ້າ ເຂົາ ເລືອກ ເດັດເອົາ ດອກ ດໍາດວນປ່າ ທີ່ ເກີດ ຢູ່ ໃກ້ ຫ້ວຍນ້ອຍ ທີ່ ໄຫລ ຜ່ານ ກາຍມາ ທາງນັ້ນ ເຂົາ ເອົາ ພົ້ວ ດອກໄມ້ ໄປຈຸ່ມ ລ້າງນໍ້າ ທີ່ ມີ ສີ ສົດໃສດີ ເເລ້ວ ໄປຕັດ ເອົາ ບັ້ງໄມ້ໄຜ່ ມາເຮັດ ເປັນ ເຕົ້າ ດອກໄມ້ ເເລ້ວ ກໍ ເອົາ ໄປ ຕັ້ງໄວ້ ຢູ່ ທາງ ຂ້າງ ຫົວຕຽງນອນ ຂອງ ທິວາວັນ! ເມື່ອ ທິວາວັນ ເຫັນ ກໍ ເກີດ ມີ ຄວາມດີໃຈ ເເລະ ຮູ້ສຶກ ສະເທືອນໃຈ ເພາະ ເເຕ່ກ່ອນ ຢູ່ ໃນເມືອງ ເເທ້ໆ ກໍ ຍັງ ບໍ່ ມີ ຜູ້ຊາຍ ຫນຸ່ມ ຄົນໃດ ເຄີຍ ໄດ້ເອົາ ດອກໄມ້ ມາ ມອບ ໃຫ້ ຕົນ ຈັກເທື່ອ!

  • ທິວາວັນ: ຂອບໃຈ ຫລາຍໆ ຫານໄຊ ເຕົ້າ ດອກໄມ້ ເຈົ້າ ຈັ່ງ ເເມ່ນ ເປັນ ຫນ້າຮັກ ເເທ້ໆ ດອກໄມ້ ກໍ ຂາວ ບໍຣິສຸດ ທັງງາມ ເເລະ ທັງຫອມດ້ວຍ! ເຈົ້າ ສົມວ່າເປັນ ນັກຣົບ ທີ່ ອາດຫານ ເເລະ ພ້ອມທັງ ເປັນ ສຸພາບບູຣຸດ ທີ່ ດີ ນໍາ ອີກດ້ວຍ!
  • ຫານໄຊ: ບໍ່ເປັນຫຍັຽງ ດອກໄມ້ ຊນິດນີ້ ມີ ຊື່ ວ່າ ດອກດໍາດວນ ປ່າ ມັນ ເກີດ ຕາມ ທັມມະຊາດ ຂອງ ມັນເອງ ມັນ ປົ່ງເບີກບານ ເເລະ ມີ ກິ່ນຫອມ ຂຶ້ນມາເອງ ມັນ ບໍ່ ໄດ້ຖືກ ຊື້ເອົາ ເເລະ ບໍ່ ມີ ຣາຄາ ເປັນ ເງິນ ຄື ຢູ່ ໃນເມືອງ!
  • ທິວາວັນ: ດອກໄມ້ ຊນິດນີ້ ຂ້ອຍ ກະມັກມັນ ຫລາຍ ເພາະ ມັນຂາວ ບໍຣິສຸດດີ ເເທ້ໆ!

ນີ້ ເເມ່ນ ມື້ ທໍາອິດ ທີ່ ຫມໍ ທິວາວັນ ເເລະ ຫານໄຊ ປະຕິບັດງານ ຮ່ວມກັນ ຢູ່ໃນ ພື້ນທີ່ ຫນ້າດິນ ອັນຕຣາຍ!


ຫນ້າ | | | | | | | |

ອອກຄວາມເຫັນ ກ່ຽວກັບ ບົດຄວາມ ບົດນີ້

SPIP | ເກາະກ່າຍອອກ /Se déconnecter ] | | ຮ່າງ ເວັບໄຊ | ຕິດຕາມ ການດໍາເນີນ ຂອງ ເວັບໄຊ /Suivre la vie du site RSS 2.0